ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

 1ສ ສະສາງ

ຕ້ອງສະສາງເລື້ອງຜູ້ຫຍິ່ງຄົນກ່ອນໃຫ້ຮຽບຮ້ອຍກ່ອນຈະມີຄົນໃໝ່

2ສ ສະດວກ

ຕ້ອງສາມາດຕິດຕໍ່ໄດ້ທຸກເວລາ

3ສ ສະອາດ

ຈິດໃຈຕ້ອງສະອາດຫ້າມມີຜູ້ຍິງຄົນອື່ນ ຕ້ອງມີພຽງຂ້ອຍຄົນດຽວ

4ສ ສ້າງມາດຕະຖານ

ມາດຕະຖານເຈົ້າຕ້ອງໃຊ້ກັບຂ້ອຍຄົນດຽວຫ້າມເອົາຜູ້ຍິງຄົນອື່ນມາກ່ຽວຂ້ອງ

5ສ ສ້າງນິໄສ

ຕ້ອງຮັກດຽວໃຈດຽວ ຮັກຄອບຄົວ ຫ້າມເຈົ້າຊູ້

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

* ແຟນ/ກິນເຂົ້າຫຼືຍັງ

*ໝູ່/ມຶງແດກແລ້ວບໍ່ເຂົ້ານະ   

* ແຟນ/ນອນຊາເປັນຫວ່ງ

*ໝູ່/ເປັນຫາຫຍັງເກາະຄືບໍ່ລັບບໍ່ນອນ

* ແຟນ/ບໍ່ສະບາຍກິນຢາຫຼືຍັງ


*ໝູ່/ມໍ່ຊິຕາຍແລ້ວເນາະມຶງ   

*ແຟນ/ກັບບ້ານດີດີເດີ

* ໝູ່/ບໍ່ກັບເບາະ ບັກຫ່ານິ

*ແຟນ/ໂທມາພໍດີເລີຍຄິດຮອດ   

*ໝູ່/ໂທມາຫາແມ່ມຶງຫຍັງກູຄາວຽກ   

*ແຟນ/ຕັ້ງໃຈຮຽນເດີ    

* ໝູ່/ຫ່າມັນນິຄ້ານແທ້   

* ແຟນ/ຍ່າມີເລື້ອງເດີ ມັນບໍດີ

* ໝູ່/ມີເລື້ອງເບາະ? ເອົາເລີຍ   

*ແຟນ/ຄ່າລົດເຮົາຈ່າຍເອງ    

*ໝູ່/ບັກຫ່ານິ ກູອີກແລ້ວ    

*ແຟນ/ກິນຫຍັງຊິຊື້້ໃຫ້   

* ໝູ່/ຊອກແດກເອງເດີມຶງ

*ແຟນ/ເສື້ອໂຕນີ້ໜ້າຮັກດີເນາະ   

*ໝູ່/ເສື້ອຫຍັງກະນຸ່ງຫັນນະ (ພິຖີພິຖັນຫຼາຍ)  

*ແຟນ/ດັດຜົມໃໝ່ໜ້າຮັກແທ້   

* ໝູ່/ມືງເຮັດຊົງຫ່າຫຍັງນະ555  

*ແຟນ/ນອນໝູນຕັກ   

* ໝູ່/ມາໝູນໜ້າແຂ່ງກູນິ

* ແຟນ/ຢາກຢູ່ນຳ

*ໝູ່/ໄປໄກຕີນກູແດ່ບັກເວນ

*ແຟນ/ໜ້າຮັກແທ້ເດ

*ໝູ່/ໜ້າຄືສົ້ນຕີນນີ້ແລະມຶງນະ    

*ແຟນ/ເຮົາເລີກກັນເນາະ    

* *ໝູ່/ເຮີຍ!!!! ບໍ່ເປັນຫຍັງດອກກູ...ເພື່ອນມຶງຕະຫຼອດໄປ!!!

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 
ກອນ​ກວນໆ

Mail ​
ໃຜ​ຫັນ  Run ໜ້າ​ຈໍ​ຂໍ​ເປັນ​ມິດ
ເຮົາ​​ກໍ່ Click ປິດ​ອອກ​ໄປ (​ໃຊ້​ເພື່ອນ)
ແຕ່​ມັນ​ດັນ  Run ມາ​ເຍືອ​ນ
ຢາກ​ເປັນ​ເພື່ອນ ຢູ່​ຢ່າງ​ນັ້ນ ວັນ​ຫຼາຍ​ຫົນ

​ເລີ່​ມລຳ​ຄານ ​ແລະ ຄັນ​ປາກ ຢາກ​ດ່າ​ໃສ່  

Click ​ເຂົ້າ​ໄປ ​ໃຈ​ອິດ​ອຽນ​ຫວັງ ຂຽນ​ດາ
ແຕ່​ພໍ​ເຫັນ​ໜ້າ M ຢາງ​ເຕັມ​ຕາ
ມຸມ​ເບື້ອງ​ຂວາ ມີ​ຮູບ​​ອີກ ​ໂອ! ງາມ​ແທ້

ຈຶ່ງ​ລອງ​ພິມ Chat ໄປ​ເລີ່​ມ​ໃຈ​ອ່ອນ

ເຂົາ​ກໍ່ On In ຈ໋ະຈ໋າ ພາສາຍິງ
ກໍ່​ເລີຍ  Out  ອອກ​ບໍ່​ໄດ້ ​ໃຈ​ຄະ​ນຶງ
ເຮົາ​ເລີ່​ມຍິງ  M ໄປມາ​ພາສາ​ໃຈ

ເລິ່ມຄຸ້ນ​​ເຄີຍ ​ເອ່ຍຖາມ ລົງ​ຂ້າງ​ໃນ
ຄວາມ​ຮູ້ສຶກ ສອງ​ເຮົາ​ນັ້ນ ກົງກັນ​ບໍ່  
ສະຫຼຸບ​ຜົນ​ອອກ​ມາ​ໜ້າ​ພໍ​ໃຈ
ຜູກ​ສາຍ​ໃຍ ​ແລ້ວ​ເຮົາ​ Say Good-bye

ຕັດສິນ​ໃສ  Hello ກົດ​ໂທ​ຫາ

ສຽງ​ຕອບ​ມາ​ພາ​ໃຈ​ຫາຍ  
ໃຍ​ສາວ​ສວຍ ສຽງ​ໃຫຍ່​ແທ້! ຄ້າຍ​ດັ່ງ​ຊາຍ
ອຸ໋ຍ​ຕ໋າຍຕາຍ ​ໃຈ​ສະ​ລາຍ ສາວ​ສວຍ “​ເປັນ​ກະ​ເທຍ”

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ບໍ່​ຕ້ອງ​ຮັກ​ເທົ່າ​ຟ້າ ​ແຕ່​ຂໍ​ໃຫ້​ຮັກ​ຄື​ເກົ່າ

ບໍ່​ຕ້ອງ​​ເພີ້​ມ​ເຕີມ ​ແຕ່​ບໍ່​ຮັກ​ໜ້ອຍ​ລົງ

ບໍ່​ຕ້ອງ​ຮັກ​ຈົນຊົວນິລັນ ​ຮັກ​ຕອນ​ຂ້ອຍ​ຍັງ​ມີ​ລົ​ມຫາຍ​ໃຈ

ຂໍ​ໃຫ້​ຄື​ເກົ່າ ຂໍ​ໃຫ້​ເໝືອນ​ເດີມ”

ມື້ວານ​ນີ້ ຕອນ​ຂັບ​ລົດ​ໄປ​ຕະຫຼາດ ຂ້ອຍ​ໄດ້​ຍິນ​ສຽງ​ເພງ​ໜຶ່ງ​ດັ່ງ​ຂຶ້ນ

ຍ້ອນ​ວ່າ ອາລົມ​ມັນ​ໄປ​ກັບ​​ເນື້ອເພງກໍ່​ເລີຍ​ຖາມ​ຟ້າ​ວ່າ

ຫຼັງ​ຈາກ​​ແຕ່ງງານ​ກັນ​ມາ​ເກືອບ10 ປີ ຍັງ​ຮັກ​ຄື​ເກົ່າ​ບໍ່

ຟ້າ​ຕອບ​ວ່າ​ບໍ່ ຍ້ອນ​ຮັກ​ຫຼາຍ​ກວ່າ​ເກົ່າ (ຫຼາຍ​ຂຶ້ນ​ທຸກ​ມື້)  

 ເອີ!​ ​ເນາະຄົນ​ເຮົາ​ຫຼາຍ​ກວ່າ​ຮັກຄວາມຜູກ​ພັນ

​ແລະ ຄວາມ​ຜູກ​ພັນ​ນີ້​ເອງ​ທີ່​ເຮັດ​ໃຫ້​ເຮົາ​ຮັກ​ກັນ​ຫຼາຍ​ຂຶ້ນ

ທຸກ​ມື້ນີ້​ໂຕ​ຕິດ​ກັນ​ເລີຍ ບໍ່​ຮູ້​ວ່າ​ຟ້າ​ຕິດ​ໂບ ຫຼື ​ໂບຕິ​ດຟ້າ

(ຍ້ອນ​ໄປ​ທາງ​ໃດ​ກະມີ​ແຕ່​ຟ້າ)

ຄວາມ​ຈິງ ກະຕິດ​ກັນ​ມາ​ກ່ອນ​ຈະ​ຕແຕ່ງງານ​ແລ້ວ.

ບໍ່​ຮູ້​ວ່າ​ຍາມ​ໃດ​ແຕ່​ທີ່​ຟ້າ​ບໍ່​ຕິດ​ເຮົາ.

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

     ຜູ້​ທີ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ຈິດ​ໃຈ ​ແລະ ອາລົ​ມ​ເລື້ອຍ​ເກີນ​ໄປ ຍ່ອມ​

ເຮັດ​ໃຫ້​ຜູ້​ທີ່​ໄດ້​ຮູ້ຈັກ​ມີ​ຄວາມ​ປະ​ທັບ​ໃຈ​ໄດ້​ບໍ່​ຍາກ.

     ຜູ້​ທີ່​ບໍ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຫຼື ບໍ່​ມີ​ຄວາມ​ໝັ້ນຄົງ​ທາງ​ອາລົ​ມ ຍ່ອມ​ເຮັດ​ໃຫ້​ຄົນ​ອ້ອມ​ຂ້າງ ຫຼື ຜູ້​ທີ່​

ຮູ້ຈັກ ​ແລະ ພົບ​ຫາ​ກັບ​ເຮົາ​ຢູ່​ນັ້ນ​ມີ​ຄວາມ​ສັບສົນ​ໄປ​ນຳ​ເຮົາ​ຄື​ກັນ, ນອກຈາກ​ນີ້​, ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຍັງ​

ເປັນ​ການ​ວັດ​ແທກ​ຄຸນຄ່າ​ໃນ​ໂຕ​ຄົນ​ຜູ້​ນັ້ນ​ນຳ​ອີກ​ໂຕ​ຢ່າງ​ຄື ຜູ້​ຊາຍ ​ແລະ ​ແມ່ຍິງ​ທີ່​ຕົກລົງ​ພົບ​ຫາ​ເບິ່ງ​ໃຈກັນຕ່າງ​ກໍ​

ສະ​ແດງ​ນິ​ໄສ​ຂອງ​ແຕ່ລະຄົນ​ອອກ​ມາ​ທັງ​ດີ ​ແລະ ບໍ່​ດີ ຫຼື ອາດ​ຈະ​ສະ​ແດງ​ແຕ່​ນິ​ໄສ​ທີ່​ດີ​ອອກ​ມາ ​ເຊິ່ງ​ເມື່ອ​ຕົກລົງ​

ປົງ​ໃຈ​ທີ່​ຈະ​ແຕ່ງດອງ​ກັນ​ແລ້ວ ທັງ​ຜູ້​ຊາຍ ​ແລະ ​ແມ່ຍິງ​ຍັງ​ຄົງ​ຈະ​ສະ​ແດງ​ນິ​ໄສ​ເກົ່າ​ນັບ​ແຕ່​ພົບ​ຫາ​ເບິ່ງ​ໃຈ​ກັນ​ຢູ່​ຫຼື​

ບໍ່? ຖ້າ​ຍັງ​ມີ​ນິດ​ໄສ​ເກົ່າ​ຢູ່​ບໍ່​ປ່ຽນ​ແປງ​ ກໍ່ຖື​ວ່າ​ເປັນ​ຄົນ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍດີ, ​ແຕ່​ຖ້າ​ມີ​ການ​ປ່ຽນ​ແປງ ຈາກ​ເຄີຍ​

ມີນິ​ໄສ​ດີ ຫຼັງ​ແຕ່ງດອງ​ໄປ​ແລ້ວ​ນິ​ໄສ​ຊ້ຳ​ພັດ​ປ່ຽນ​ໄປ​ໃນ​ທາງ​ບໍ່​ດີ​ສະ​ແດງ​ວ່າ: ບໍ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເຮັດ​

ໃຫ້​ຄຸນຄ່າ​ໃນ​ໂຕ​ຂອງ​ຄົນ​ຜູ້​ນັ້ນ​ຫລຸດ​ລົງ ​ແລະ ບໍ່​ເຮັດ​ໃຫ້​ເກີດ​ຄວາມ​ປະ​ທັບ​ໃຈ​ໄດ້.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຮັກ​ແທ້​ຢູ່​ໃສ?

 

      ຮັກ​​ແທ້​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ທຸກ​ຄົນ​ຕ້ອງການ ​ແລະ ຈະ​ພະຍາຍ​ມາ​ທຸກ​ວິທີ​ທາງ​ເພື່ອ​ຕາມ​ຫາ​ຮັກ​ແທ້. ທ່ານ​ຮູ້​ບໍ່​ວ່າ

ມີ​ເລື້ອງ​ເລົ່າ​ກ່ຽວ​ກັບ​ຮັກ​ແທ້​ໃນ​ຫຼາຍ​ສະຕະວັດ​ທີ່​ຜ່ານ​ມາ ​ໃນ​ຂະນະ​ນັ້ນ​ໂລກ​ເຮົາ​ຍັງ​ອ່ອນ​ເຍົາ​ຢ່າງ​ຍິ່ງ​ກວ່າ​ນີ້ ຮັກ​ແທ້​ຈຶ່ງ​

ປະກົດ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ເຕັມ​ໄປ​ໝົດ ມະນຸດ​ສາ​ມາດ​ເປັນ​ເຈົ້າ​ຂອງ​ມັນ​ດ້ວຍການ​ເລືອກ​ຫາ​ຢ່າງ​ງ່າຍດາຍ ຍ້ອນ​ເປັນ​

ແນວ​ນັ້ນ​ມະນຸດ​ຈຶ່ງ ບໍ່​ຮູ້​ຮັກສາ, ຖະນຸຖະໜອມ ​ແລະ ບໍ່​ເຫັນ​ຄຸ່ນຄ່າ​ຂອງ​ຮັກ​ແທ້. ​ເມື່ອ​ເປັນ​ເຊັ່ນ​ນີ້ ພະຜູ້​ເປັນ​ເຈົ້າຈຶ່ງ​

ຕັດສິນ​ໃຈ​ເກັບ​ຮັກສາ​ຮັກ​ແທ້​ເອົາ​ໄວ້ ​ແລະ ຕໍ່​ມາ​ພະຜູ້​ເປັນ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ນາງ​ຟ້າ​ສອງ​ອົງ​ຊ່ວຍ​ເກັບ​ຮັກສາ​ຮັກ​ແທ້​ໄວ. ທຳ

​ອິດ​ນາງ​ຟ້າ​ບໍ່​ຮູ້​ຈະ​ເອົາ​ໄປ​ໄວ້​ໃສ ​ເພາະວ່າ​ຈະ​ເອົາ​ໄປ​ໄວ້​ໃສ​ກໍ​ຍ້ານມະນຸດ​ໄປ​ພົບ​ເຫັນ ​ແລະ ຂຸດ​ຄົ້ນຂຶ້ນ​ມາ, ທັງ​ສອງ​ຈຶ່ງ​

ໄດ້​ປຶກສາ​ຫາລື​ກັນ ​ແລະ ຕົກລົງ​ກັນ​ເອົາ​ຮັກ​ແທ້​ໄປ​ຝັງ​ດິນ​ໄວ້ ​ແຕ່​ມະນຸດ​ກໍ​ຍັງ​ສາມາດ​ຄົ້ນ​ພົບ ​ແລະ ຂຸດ​ຂຶ້ນ​ມາ​ໄດ້​ຢ່າງ​

ງ່າຍດາຍ. ຕໍ່​ມາ​ນາງ​ຟ້າ​ທັງ​ສອງ​ຈຶ່ງ​ເອົາ​ຮັກ​ແທ້​ໄປ​ໄວ້​ຢູ່​ເທິງ​ຈອມ​ພູ​ເຂົາ​ທີ່​ທຸລະກັນດານ, ອັນຕະລາຍ ​ແລະ ສູງ​ຊັນ​ທີ່​

ສຸດ ​ເຖິງ​ປານ​ນັ້ນມະນຸດ​ກໍ່​ຍັງ​ສາມາດ​ປີນ​ໄຕ່​ຂຶ້ນ​ໄປ​ເຖິງ​ຍອດພູ​ເຂົາ​ນັ້ນ​ໄດ້​ແລ້ວ​ນຳ​ຮັກ​ແທ້​ອອກ​ມາ…​ຕໍ່​ມາ​ນາງ​ຟ້າ​ຈຶ່ງ​ເອົາ​

ຮັກ​ແທ້​ໄປ​ໄວ້​ພື້ນ​ນ້ຳ​ທະ​ເລ​ເລິກໆ ​ແຕ່​ມະນຸດກໍ​ຍັງ​ສາມາດ​ລອຍ​ຍໄປ​ເຖິງ​ພື້ນ​ທະ​ະເລແລ້ວ​ນຳ​ເອົາ​ຮັກ​ແທ້​ກັບ​ຂຶ້ນ​ມາ​ອີກຈົນ​

ໄດ້. ຍ້ອນ​ວ່າ​ເອົາ​ຮັກ​ແທ້​ໄປ​ໄວ້​ໃສ​ມະນຸດ​ກໍ​ຍັງ​ສາມາດ​ຕິດຕາມ​ຂຸດ​ຄົ້ນ ຊອກ​ຫາ​ມາ​ຈົນ​ໄດ້ ດັ່ງ​ນັ້ນ, ​ໃນ​ທີ່​ສຸດ​ນາງ​ຟ້າ​ຈຶ່ງ

ຕົກລົງ​ກັນ​ທີ່​ຈະ​ເອົາ​ຮັກ​ແທ້​ໄປ​ໄວ້​ໃນ​ຫົວ​ໃຈ​ຂອງ​ມະນຸດ…​ນັບ​ແຕ່​ນັ້ນ​ມາ​ຜູ້​ຄົນ​ຈຶ່ງ​ມີ​ບັນຫາ​ໃນ​ການ​ຕິດຕາມ​ຮັກ​ແທ້ ​ເພາະ​

ພວກ​​ເຂົາ​ຈະ​ພາກັນ​ເບິ່ງ ​ແລະ ຊອກ​ຫາ​ມັນ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທີ່ຢູ່​​ໃນ​ໂລກ​ນີ້ ບໍ່​ວ່າ​ຈະ​ເປັນ​ພູ​ເຂົາ​ລຳ​ເນົາ​ໄພ, ຕົ້ນ​ໄມ້​ໃບ​

ຫຍ້າ, ມະຫາ​ສະມຸດ…​ຍົກ​ເວັ້ນບ່ອນ​ດຽວ…ທີ່​​ເຊິ່ງຄວນ​ຈະ​ເກັບ​ມັນ​ໄວ້ ນັ້ນ​ກໍຄື…​ຫົວ​ໃຈ​ນັ້ນ​ເອງ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມີ​ແຕ່​ຄິດ​ເຖິງ

ບາງ​ຄົນ.. ພໍ​ໃຈ​ທີ່​ຈະ​ມີ " ຄວາມ​ຮັກ ".. ຂໍ​ໄດ້​ພຽງ​ " ແອບ​ຮັກ "
ມີ​ຄວາມ​ສຸກ​ທີ່​ໄດ້​ເບິ່ງ​ດວງ​ຈັນ​ຢູ່​ໃນ​ນ້ຳທີ່​ສວຍ-ງາມ

ມີ​ຄວາມ​ສຸກ​ກັບ​ຄວາມ​ຄິດ​ພຽງ​ແຕ່​ວ່າ​ຄືກັບ​ເຮົາ​ຈະ​ເອື້ອມ​​ໄປ​ເຖິງ
ແຕ່​ໃນ​ຄວາມ​ເປັນ​ຈິງ.. ສິ່ງເຫລົ້ານີ້.. ເອື້ອມ​ມື​ຄວ້າ​ເທົ່າ​​ໃດ​ກໍ​ບໍ່​ມີ​ມື້​ໄດ້​ສຳ​ຜັດ.. ບໍ່​ມີ....
ບາງ​ຄົນ.. ພໍ​ໃຈ​ທີ່​ຈະ​ຢຸດ ແລະ ຈົບ​ຄວາມ​ສຳພັນ​ແບບ​ນີ້
ທັງ​ນີ້​ທັງ​ນັ້ນ​ເພື່ອ​ຄົນ​ອີກ​ຄົນ ຫລື ເພື່ອ​ຕົວ​ເອງ
ຍອມ​ທີ່​ຈະ " ເຈັບ​ປວດ "....
ຍອມ​ທີ່​ຈະ " ​ເຈັບ​ແລະ​ເສຍໃຈ ".... ພຽງຄົນ​ດຽວ

ແຕ່ " ຄວາມ​ຮັກ ".. ບໍ່​ແມ່ນວ່າ​ຈະ​ຈົບ​ລົງ.. ຫລື.. ໝົດໄປ
ເພາະ​ນີ້.... ເປັນ​ພຽງ​ການ​ເລີ່ມ​ຕົ້ນ​ຂອງ " ການ​ມີ​ຄວາມ​ຮັກ "
ເປັນ​ການ​ຮຽນ​ຮູ້​ທີ່​ຈະ​ກ້າວ​ໄປ.... ນິ້-ເປັນ " ພຽງ​ກ້າວ​ທຳ​ອິດ "
ເປັນ​ການ​ຍອມ​ຮັບ​ສະພາບ.. ບາງຢ່າງ.. ສູ່​ການ " ກ້າວ​ໄປ "
​ແຕ່ບໍ່​ແມ່ນ​ການ​ສູນ​ເສຍ.... ​ຂອງ " ຄວາມ​ຮັກ "

ຄວາມ​ຮັກ​ເປັນ​ເລື່ອງ​ຂອງ​ຄວາມ​ຮູ້ສຶກ
ຄົນ​ເຮົາ​ບໍ່​ສາມາດ​ສັ່ງ​ໃຈ​ໃຫ້​ຮູ້ສຶກ

ຢ່າງ​ນັ້ນ ຢ່າງ​ນີ້ ກັບ​ໃຜ​ໄດ້
ຫາກ​ໃຈ​ບໍ່​ຮັກ.. ກໍ.. ຄື.. ບໍ່​ຮັກ
ແລະ.. ຫາກ​ໃຈ​ຮັກ..
ກໍ​ຄົງ​ບອກ​ຄວາມ​ຮູ້ສຶກ​ວ່າ..
ບໍ່​ຮັກ.. ບໍ່​ໄດ້

ບໍ່​ມີ​ຄຳ​ວ່າ "ຖືກ" ຫລື "ຜິດ"
ໃນ​ເລື່ອງ​ຂອງ​ຄວາມ​ຮັກ
ຄວາມ​ຖືກ​ຜິດ ມັນ​ຢູ່​ທີ່..
ເຮົາ​ຊື່ສັດ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເຮົາ​ຫລາຍ​ຫນ້ອຍ​ຊຳ​ໃດ!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເຂົາເວົ້າ​ວ່າ......


ຊ່ວງ​ເວລາ​ທີ່​ມີ​ຄວາມ​ສຸກ​ທີ່ສຸດ​ຂອງ​ຄົນ​ເຮົາ​ຄື....


ການ​ຕົກ​ຫລຸມ​ຮັກ​ໃຜ​ຈັກ​ຄົນ


ການ​ໄດ້​ຈູບ​ຄັ້ງທຳອິດ

 

ການ​ໄດ້​ຫົວ​ຈົນໜ້າ​ທ້ອງແຂງ


ການ​ໄດ້​ນັ່ງ​ອ່ານ​ຈົດຫມາຍ​ເກົ່າ​ໃນ​ຍາມຫວ່າງ


ການ​ໄດ້​ໃຊ້​ເວລາ​ຫວ່າງ​ໃນ​ບ່ອນທີ່ ແສນ​ງົດ​ງາມ


ການ​ໄດ້​ຟັງ​ເພງ​ທີ່​ມັກ​ທາງ​ວິທະຍຸ


ການ​ໄດ້​ນອນ​ຟັງ​ສຽງ​ຝະ​ຕົກ

 

ເມື່ອ​ເວລາ​ທີ່​ເຮົາ​ອາບ​ນ້ຳ​​ແລ້ວ​ໃໝ່​ ໆ ແລ້ວເຈີ​ກັບຜ້າ​ເຊັດ​ຕົວ​ອຸ່ນ


ການ​ໄດ້​ສອບ​ເສັງ​ແລ້ວ


ການ​ໄດ້ຮັບ​ໂທລະ​ສັບ​ຈາກ​ໃຜ​ ​ຄົົນໜຶ່ງທີ່​ບໍ່​ໄດ້​ພົບ​ກັນ​ເປັນ​ເວລາ​ດົນ​ແລ້ວ


ການ​ພົບເງີນ​ທີ່​ເຮົາ​​ເຊື່ອງ​ໄວ້​ຕັ້ງ​ແຕ່ດົນມາ​ແລ້ວ


ການ​ໄດ້​ຍິ້ມ​ກັບ​ໃຜ​ຈັກຄົນໜຶ່ງ


ການ​ໄດ້​ລົມ​ໂຊທລະສັບ​ເປັນ​ຊົ່ວ​ໂມງ​ກັບ​ຄົນ​ຮັກ


ການ​ຍິ້ມ​ໂດຍ​ບໍ່​ຕ້ອງ​ມີ​ເຫດ​ຜົນ


ການ​ຖືກ​ຍ້ອງ​ໂດຍ​ບໍ່​ໄດ້​ຕັ້ງ​ໂຕ


ການ​ຕື່ນ​ຂຶ້ນ​ມາ​ແລ້ວ​ຄິດ​ວ່າ​ມັນ​ໜ້າ​ຈະ​ນອນ​ຕໍ່​ໄດ້​ອີກ ຈັກຊົ່ວ​ໂມງ​ ​ເນາະ!


ການ​ໄດ້​ຟັງ​ເພງ​ທີ່​ເຮັດໃຫ້​ເຮົາຄິດຮອດຄົນ​ພິເສດ​ຂອງ​​ເຮົາ

 

ການ​ໄດ້​ເປັນ​ສ່ວນຫນຶ່ງ​ຂອງ​ທີມ


ການ​ມີ​ເພື່ອນ​ໃໝ່


ການ​ຮູ້ສຶກ​ຄື​ແມງກະ​ເບື້ອ​ບິນ​ວົນຢູ່ໃນ​ທ້ອງ​ຟ້າ​  ​ເວລາ​ພົບ​ໜ້າ​​ເຂົາຄົນນັ້ນ

 ​   
ການ​ຜ່ານ​ຊ່ວງ​ເວລາ​ຫນຶ່ງ​ໄປ​ໄດ້​ພ້ອມ​ກັບ​ເພື່ອນ​ທີ່​ດີ​ທີ່ສຸດ​ຂອງ​ເຈົ້າ

 

ການ​ໄດ້​ເຫັນ​ຄົົນທີ່​ເຈົ້າ​ມັກ​ມີ​ຄວາມ​ສຸກ


ການ​ໄດ້​ໃສ່​ເສື້ອ​ຂອງ​ຄົົນທີ່​ເຮົາ​ມັກ​ທັງ​ ໆ ທີ່​ກິ່ນ​ຫອມ​ຂອງ​​ເຂົາ​ຍັງ​ມີອາຍ​ອຸ່ນ​ຢູ່


ການ​ໄດ້​ເຈີ​ເພື່ອນ​ເກົ່າ​ອີກ​ຄັ້ງແລ້ວ​ຮູ້ສຶກ​ຄື​ກັບ​ວ່າບໍ່​ມີ​ຫຍັງປ່ຽນ​ແປງ​ເລຍ!


ການ​ໄດ້​​ເບິ່ງທ້ອງ​ຟ້າ​ຍາມ​ຕາ​ເວັ້ນ​ໃກ້​ຈະ​ຕົກ​ດິນ


ການ​ໄດ້ຍິນ​ໃຜ​ຈັກຄົນ​ບອກ​ຮັກ​​ເຈົ້າ


ທີ່ສຸດຂອງ​ທີ່​ສຸດ​ຄື​ ຮູ້​ວ່າ​​ເຮົາໄດ້​ເປັນ​ທີ່​ຮັກ​ຂອງ​ຄົນທີ່​ເຮົາຮັກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຂົາເວົ້າວ່າ

ຜູ້ຍິງ​ຕຸ້ຍມັກ​ຈະ​ນິ​ໄສ​ດີ
         
ຜູ້ຍິງ​ໜ້າ​ຕາ​ດີ​ມັກ​ຈະ​ມີ​ແຟນ​ເປັນ​ທອມ
         
ຜູ້ຍິງ​ໜ້າ​ຮັກ​ແຟນ​ມັກ​ຈະ​ບໍ່​​ຫລໍ່
         
ຜູ້ຍິງ​ທີ່​ແຟນ​​ຫລໍ່​ຈຳ​ເປັນ​ຕ້ອງ​ລວຍ 
         
ຜູ້ຍິງ​ຢາກ​ລວຍ​ຕ້ອງ​ມີ​ແຟນ​ຣຸ້ນ​ພໍ່
         
ຜູ້ຍິງ​ຊ່າງ​​ເວົ້າມີ​ແຟນ​ຫລວງ-ຫລາຍ
         
ຜູ້ຍິງ​ຂີ້​ອາຍ​ມັກ​ເຊັກສ໌​ຈັດ
         
ຜູ້ຍິງ​ອວບ​ອັດ​ມັກ​ເຮັດ​ສັນລະຍະ​ກຳ

ເຂົາ​ເ​ວົ້າ​ກັນ​ວ່າ....  

         
ຜູ້​ຊາຍ​ນິ​ໄສ​ດີ​ມັກ​ຈະ​ຂີ້​ເຫລ່
         
ຜູ້​ຊາຍ​ທີ່​​ຫລໍ່​ມັກ​ບໍ່​ສຸ​ພາບ 
         
ຜູ້​ຊາຍ​ທີ່​ທັງ​​ຫລໍ່ ແລະ​ສຸ​ພາບ ມັກ​ເປັນ​ເກ
         
ຜູ້​ຊາຍ​ທີ່​​ຫລໍ່ ສຸ​ພາບ ແລະ​ບໍ່-ແມ່ນ​​ເກ ມັກ​ແຕ່ງ​ງານ​ແລ້ວ
         
ຜູ້​ຊາຍ​ທີ່​ບໍ່​ຄ່ອຍ​ຫລໍ່ ແລະ​ນິ​ໄສ​ດີ ມັກ​ບໍ່​ມີ​ເງິ​ນ
         
ຜູ້​ຊາຍ​ທີ່​ຫລໍ່ ນິ​ໄສ​ດີ ແລະ​ມີ​ເງິນ ມັກ​ຈະ​ຄິດວ່າ​ເຮົາ​ເຫັນ​ແກ່​​ເງີ​ນ​ຂອງ​ພວກເຂົາ 
          
ຜູ້​ຊາຍ​ທີ່​​ຫລໍ່ ແຕ່​ບໍ່​ມີ​ເງິນ ມັກ​ຈະ​ເຫັນ​ແກ່​​ເງິນ​ຂອງ​ເຮົາ
         
ຜູ້​ຊາຍ​ທີ່ຫລໍ່​ແລະ​ເປັນ​ຊາຍ​ແທ້ ແຕ່​ນິ​ໄສ​ບໍ່​ດີ ມັກ​ຈະ​ຄິດວ່າ​ເຮົາ​ບໍ່​ງາມ​ພໍ
         
ຜູ້​ຊາຍ​ທີ່​ເຫັນ​ວ່າ​ເຮົາ​ງາມ ແລະ​ເໝາະ​ກັບ​ພວກເຂົາ ມັກ​ເປັນ​ຄົນ​ຂາດ​ຄວາມຫມັ້ນ​ໃຈ
         
ຜູ້​ຊາຍ​ທີ່​ຫລໍ່ ສຸ​ພາບ ມີ​ຖານະ ແລະ​ເປັນ​ຊາຍ​ແທ້ ມັກ​ຈະ​ຂີ້​ອາຍ ແລະ​ຢ້ານ​ການ​ເລີ່ມ​ຕົ້ນ
         
ຜູ້​ຊາຍ​ທີ່​ຢ້ານ​ການ​ເລີ່ມ​ຕົ້ນ ມັກ​ເປັນ​ຜູ້​ຊາຍ​ທີ່​ຜູ້ຍິງ​ບໍ່​ສົນ​ໃຈ

​ເຂົາ​ວ່າກັນ​ວ່າ....  

         
ຜູ້ຍິງ​ເກັ່ງ​ມັກ​ມັກ​ບົງ​ການ
         
ຜູ້ຍິງ​ເກັ່ງ​ທີ່​ບໍ່​ມັກ​ບົງ​ການ ມັກ​ທຳທ່າ​​ເຮັດສະເພາະ​ຊ່ວງ​ທຳ​ອິດ

         ຜູ້ຍິງ​ງາມ​ມັກ​ຈະ​ໂງ່ ແຕ່​ຜູ້ຍິງ​ໂງ່​ ໆ ມັກ​ຈະ​ລວຍ
         
ຜູ້ຍິງ​ທີ່​ບໍ່​ໂງ່ ແລະ​ລວຍ ມັກ​ບໍ່​ຍອມ​ແຕ່ງ​ງານ
         
ຜູ້ຍິງ​ທີ່​ບໍ່​ໂງ່ ລວຍ ແລະ​ບໍ່​ຍອມ​ແຕ່ງ​ງານມັກ​ ມັກ​ຄົນ​ມີ​ຄອບຄົວ​ແລ້ວ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າ​ໄດ້ ສຳ​ຜັດ ຫຼື ​​ພົບ​ເຈີ​ແລ້ວ.     
ຮັກ​ນັ້ນ​ມີຄ່າ…….

ຕອນ​ທີ່​ເຈົ້າ​ມີ​ຄວາມສຸກ ​ທີ່​ສຸດ ຫຼື  ຕອນ​ທີ່​ເຈົ້າທຸກ​ໃຈ ສຸດໆ.

ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າ​ຮູ້​ວ່າ ຈະ​​ຮັກສາ​ໄດ້​ແນວ​ໃດ.
ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າຮູ້​ວ່າ ຈະ​ຮັກສາ​ໄວ້​​ດົນ​ປານ​ໃດ.
ຮັກ​ນັ້ນ​ມີຄ່າ…..

ຕອນ​ທີ່​ໄດ້​ຮູ້​ວ່າ ມັນ​ສຳຄັນ​ກັບ​ເຈົ້າ​ຫຼາຍ​ປານ​​ໃດ.

ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າ​ຮູ້​ວ່າ ຄົນ​ນັ້ນ​ທີ່​ເຈົ້າ​ຮັກ​​ເຂົາ ​ແລະ ​ເຂົາ​ກໍ່​ຮັກ​ເຈົ້າ.
ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າຮູ້​ວ່າການ​ໃສ່​ໃຈ​ແມ່ນ​ຫຍັງ?.
ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າ​ຮູ້​ວ່າ ​ເຈົ້າ​ຄວນ​ຈະ​ປັບປຸງ​ໂຕ​ເອງ ​ເພື່ອ​ໃຜ​ຄົນ​ໜຶ່ງ.

ຮັກ​ນັ້ນ​ມີຄ່າ……..
ຕອນ​ທີ່​ເຈົ້າ​ຮູ້​ວ່າ ມີ​ຄົນ​ໜຶ່ງ​ຍອມ​ປ່ຽນ​ແປງ​​ໂຕ​ເອງ​ເພື່ອ​ໃຫ້​ເຂົາ​ກັບ​ເຈົ້າ.
ຮັກ​ນັ້ນ​ມີຄ່າ……..
ເມື່ອ​ເຈົ້າ​ຄິດ​ ຈະ​ຮັກສາ ​ແລະ ​ເກັບ​ໄວ້ ​ໄດ້​ນານ​​ແສນນານ.

​ ຖ້າ​ເຈົ້າ​ບໍ່​ຮູ້ສຶກ ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິ່ງນັ້ນ ສະ​ແດງ​ວ່າ…..

ຮັກ​ຂອງ​ເຈົ້າ​ບໍ່​ມີຄ່າ​ທີ່​ຈະ​ມອບ​ໃຫ້​​ໃຜ
ຫຼື ​ບໍ່​ມີ​ໃຜ… ຈະມອບ​ຄວາມ​ຮັກ​ທີ່​ມີຄ່າ​ໃຫ້​ກັບ​ເຈົ້າ.
 

​ແລ້ວ​ເຈົ້າ​ເດ ຄວາມຮັກ​ນັ້ນ​ມີຄ່າ​​ເວລາ​ໃດ?......................