ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 ສອງເອື້ອຍນ້ອງແບ່ງເຄັກໃຫ້ກັນກິນ ນ້ອງຈັບກ້ອນໃຫຍ່ທັນທີ

   ເອື້ອຍ: ຄືເປັນຄົນເອົາປຽບຜູ້ອື່ນຄືແນວນີ້, ຖ້າເປັນເອື້ອຍຈະບໍ່ເຮັດ ຄືນ້ອງ.

   ນ້ອງ: ຖ້າເລືອກກ່ອນເອື້ອຍຊິເລືອກກ້ອນໃດ໋?

   ເອື້ອຍ: ກໍ່ຕ້ອງເລືອກກ້ອນນ້ອຍແນ່ນອນ.

   ນ້ອງ: ອ້າວ... ເອື້ອຍກໍ່ໄດ້ກ້ອນນ້ອຍແລ້ວເດຫັ້ນນະ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ບ້ານຂ້ອຍເອີ້ນຕ່າງ

    ເທິງລົດເມຄັນຫນຶ່ງມີສາວຄົນຫນຶ່ງຜາຍລົມອອກມາ. ດ້ວຍຄວາມຕົກໃຈ ລາວຈິ່ງອຸທານອອກມາວ່າ " ອຸ໋ຍ " ຊາຍຫນຸ່ມທີ່ນັ່ງ ຢູ່ຂ້າງຫລຽວໄປ ແລະ ເວົ້າກັບສາວນັ້ນວ່າ: " ບ້ານເຈົ້າເອີ້ນ ອຸ໋ຍ ເນາະ? ສ່ວນບ້ານຂ້ອຍເອີ້ນວ່າ ຕົດໃດຫັ້ນ!

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ແມ່ຍິງຊາວຕ່າງຊາດຄົນຫນຶ່ງ ບອກເພື່ອນຂອງເຂົາວ່າ:

" ແມ່ນເຮົານີ້ລະທີ່ເຮັດໃຫ້ຜົວຂອງເຮົາກາຍເປັນເສດຖີເງິນລ້ານ."

" ແຕ່ກ່ອນໂຕແຕ່ງກັບລາວຫັ້ນ ລາວເປັນຫຍັງຊັ້ນ? "

" ແມ່ຍິງຄົນນັ້ນຕອບວ່າ "

  " ລາວເປັນເສດຖີເງິນຕື້. " 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

  ຍ້ອນຄາແອບຂີ່

    ຜູ້ເປັນພໍ່ເປີດເບິ່ງຄະແນນສອບເສງຂອງລູກຊາຍແລ້ວເກີດຄວາມບໍ່ພໍໃຈທັນທີ.

  ພໍ່: ນີ້ຄຳແກ້ວ... ພໍ່ຊິຊື້ລົດຖີບໃຫ້ແຕ່ເປັນຫຍັງລູກຈິ່ງເສງໄດ້ແຕ່ຫມາກ 2, ເມົາແຕ່ເຮັດຫຍັງຢູ່.?

  ລູກ: ຕອນນີ້ລູກຍັງຄາແອບຂີ່ລົດຖີບຢູ່ ເລີຍບໍ່ໄດ້ເບິ່ງບົດຮຽນເລີຍ.