ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 13 ຄຳເຫັນ ແລະ 0 trackback(s)


 

ຮູ້ ຫຼື ບໍ່​ວ່າ ເບື້ອງ​ຫຼັງ​ຂອງ​ສຽງ​ຫົວ​ນັ້ນ​ມີ​ປະ­ໂຫຍດ​ຫຼວງ­ຫຼາຍ ທີ່​ທ່ານ​ອາດ​ຄາດ​ບໍ່​ເຖິງ​ເຊື່ອງ​ຊ້ອນ​ຢູ່.

1. ການ​ຫົວ-ຊ່ວຍ​ຫຼຸດ​ອາ­ການ​ເຈັບ​ປວດ.

ເມື່ອ​ເຮົາ​ຫົວ ຮ່າງ­ກາຍ​ຈະ​ຮູ້­ສຶກ​ຜ່ອນ­ຄາຍ ຊຶ່ງ​ຈະ​ຊ່ວຍ​ຫຼຸດ​ຄວາມ­ເຈັບ​ປວດ​ໄດ້ ຕົວ­ຢ່າງ​ເຊັ່ນ ເວ­ລາ​ຖືກ​ສັກ​ຢາ ຫາກ​ເຮົາ​ຮູ້­ສຶກ​ເຄັ່ງ​ຄຽດ ກ້າມ­ຊີ້ນ​ຈະ​ຄຶງ​ເຄັ່ງ ເຮັດ​ໃຫ້​ຮູ້­ສຶກ​ເຈັບ ແຕ່​ຫາກ​ເຮົາ​ຫົວ ຮ່າງ­ກາຍ​ຈະ​ເລີ່ມ​ຜ່ອນ­ຄາຍ ແລະ ຄວາມ­ເຈັບ​ປວດ​ນັ້ນ​ຈະ​ຄ່ອຍໆ​ຫຼຸດ​ລົງ.

2. ການ​ຫົວ-ແກ້​ຊຶມ​ເສົ້າ.

ການ​ຫົວ​ນັ້ນ​ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ​ຫຼັ່ງ​ສານ​ສື່​ປະ­ສາດ​ຢ່າງ​ຊີ​ໂຣ​ໂທ​ນິນ ແລະ ໂດ​ພາ​ມີນ​ເພີ່ມ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ຈິດ­ໃຈ​ສະ­ຫງົບ ເຍືອກ​ເຢັນ ຜ່ອນ­ຄາຍ.

3. ການ​ຫົວ-ເພີ່ມ​ພູມ​ຄຸ້ມ​ກັນ

ການ​ຫົວ​ຊ່ວຍ​ໃຫ້​ຮ່າງ­ກາຍ​ມີ​ພູມ​ຄຸ້ມ​ກັນ​ເພີ່ມ​ຂຶ້ນ ຊ່ວຍ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ໃນ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ ເຊັ່ນ​ໄຂ້​ຫວັດ​ໄດ້.

4. ການ​ຫົວ-ຫຼຸດ​ນ້ຳ­ໜັກ

ເວ­ລາ​ເຄັ່ງ​ຄຽດ ຮ່າງ­ກາຍ​ຈະ​ຫຼັ່ງ​ຮໍ​ໂມນ​ທີ່​ຊື່­ວ່າ ຄໍ​ຕິ​ຊອນ​ອອກ​ມາ ເຮັດ​ໃຫ້​ເກີດ​ຄວາມ​ຮູ້­ສຶກ​ຢາກ​ອາ­ຫານ ແລະ ກິນ​ຫຼາຍ​ຂຶ້ນ ການ​ຫົວ 30 ວິ­ນາ­ທີ​ເຖິງ 5 ນາ­ທີ 10 ຄັ້ງ​ຕໍ່​ວັນ ຈະ​ຊ່ວຍ​ໃຫ້​ຄວາມ​ຢາກ​ອາ­ຫານ​ຫຼຸດ​ລົງ ມີ​ຜົນ​ໃຫ້­ການ​ຄວບ​ຄຸມ​ນ້ຳ­ໜັກ​ດີ​ຂຶ້ນ.

5. ການ​ຫົວ-ບໍ­ລິ­ຫານ​ຫົວ­ໃຈ

ການ​ຫົວ​ພຽງ 15-20 ນາ­ທີ ຊ່ວຍ​ໃຫ້​ຫົວ­ໃຈ​ໄດ້​ອອກ­ກຳ­ລັງ​ກາຍ 3-5 ນາ­ທີ ຖື​ເປັນ​ການ​ບໍ­ລິ­ຫານ​ຫົວ​ໃຈ­ງ່າຍໆ ທີ່​ເໝາະ​ກັບ​ຜູ້​ສູງ​ອາ­ຍຸ​ທີ່​ນອນ​ຢູ່​ເທິງ​ຕຽງ ແລະ ຈະ​ເຄື່ອນ​ໄຫວ​ບໍ່​ໄດ້​ຫຼາຍ​ປານ­ໃດ.

6. ການ​ຫົວ-ບໍ­ລິ­ຫານ​ກ້າມ­ຊີ້ນ.

ລະ­ຫວ່າງ​ທີ່​ຫົວ ຈະ​ຊ່ວຍ​ໃຫ້​ກ້າມ­ຊີ້ນ​ເທິງ​ໃບ​ໜ້າ 12 ຊະ­ນິດ ແລະ ກ້າມ­ຊີ້ນ​ບໍ­ລິ­ເວນ​ຮ່າງ­ກາຍ​ອີກ 15 ຊະ­ນິດ ໄດ້​ອອກ­ກຳ­ລັງ​ໄປ​ໃນ​ຕົວ​ດ້ວຍ.

7. ການ​ຫົວ-ບໍ­ລິ­ຫານ​ປອດ

ການ​ຫົວ​ເຮັດ​ໃຫ້​ກະ­ບັງ​ລົມ​ເຄື່ອນ​ໄຫວ ຊ່ວຍ​ໝູ­ນວຽນ​ອາ­ກາດ​ໃນ​ປອດ ຊ່ວຍ​ໃຫ້​ປອດ​ສາ­ມາດ​ຂັບ​ຖ່າຍ​ອາ­ກາດ​ເສຍ ແລະ ຮັບ​ອົກ​ຊີ​ແຊນ​ເຂົ້າ​ປອດ​ໄດ້​ຢ່າງ​ເຕັມ­ທີ່.

ນຳ​ສະ­ເໜີ​ໂດຍ: ຄົນ​ສັງ­ຄົມ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

ມູນນິທິ 7 ສິ່ງ​ມະຫັດ​ສະ​ຈັນ​​ເຜຍການ​ລົງມະຕິ 7 ສິ່ງ​ມະຫັດສະຈັນ​ທາງ​ທຳ​ມະ​ຊາດ​ຂອງ​ໂລກ​ຍຸກ​ໃໝ່​ທີ່​ກຸງ​ຊູ​ລິກປະ​ເທດ​ສະ​ວິດ​ເຊີ​ແລນ ກ່ອນ​ທີ່​ຈະ​ປະກາດ​ຜົນ​ຢ່າງ​ເປັນ​ທາງ​ການ​ປະມານ​ຕົ້ນ​ປີ 2013 ​ດັ່ງ​ນີ້:

1ປ່າ​ອະ​ເມ​ຊອນ​ໃນ​ອະ​ເໝ​ລິ​ກາ​ໃຕ້ມີ​ຂະໜາດ​ໃຫຍ່​ກວ່າ 5.5 ລ້ານ​ຕາ​ລາງ​ກິ​ໂລ​ແມັດກວມ​ເອົາ​ເນື້ອທີ່​ຫຼາຍກວ່າ 9 ປະເທດ​ໃນ​ອະ​ເໝ​ລິ​ກາ​ໃຕ້, ປ່າ​ອະ​ເມ​ຊອນ​ມີ​ຂະໜາດ​ຂອງ​ເນື້ອ​ທີ່​ປະມານ​ເຄິ່ງ​ໜຶ່ງ​ຂອງ​ປ່າ​ຝົນ​ທີ່​ຍັງ​ເຫລືອ​ຢູ່​ເທິງ​ໂລກແລະ​ມີ​ຄວາມ​ຫລາກ​ຫລາຍ​ທາງ​ຊີວ​ະວິທະຍາຫລາຍ​ທີ່ສຸດ​ໃນ​ໂລກ

2ອ່າວ​ຮາ​ລອງ​ໃນ​ປະເທດ​ວຽດ​ນາມຂຶ້ນ​ຊື່​ເລື່ອງ​ຫິນ​ທີ່​ມີ​ຮູບ​ຮ່າງ​ແລະ​ຂະໜາດ​ທີ່​ແຕກ​ຕ່າງ​ກັນ ອ່າວ​ມີ​ຂະໜາດ​ໃຫຍ່​ກວ່າ 1,553 ຕາ​ລາງ​ກິ​ໂລ​ແມັດ ມີ​ຄວາມ​ຍາວ​ກວ່າ 120 ກິ​ໂລ​ແມັດ ແລະ​ມີ​ຫິນ​​ເລັກ​ເກາະ​ນ້ອຍ​ຫຼາຍກວ່າ 1,969 ເກາະ

 

3ນ້ຳຕົກອິກວາຊູໃນປະເທດອາເຈນຕິນາເປັນໜຶ່ງໃນນ້ຳຕົກທີ່ໃຫຍ່ທີ່ສຸດໃນໂລກມີຂະໜາດນ້ຳຕົກໃຫຍ່ 2.7 ກິໂລແມັດ ໂດຍມີນ້ຳຕົກນ້ອຍໆປະມານກະຈາຍຢູ່ປະມານ 275 ແຫ່ງ ແຕ່ແຫ່ງທີ່ມໃຫຍ່ທີ່ສຸດຄືນ້ຳຕົກຄໍປີສາດ(Devil’s Throat) ທີ່ມີຄວາມສູງກວ່າ 80ແມັດ.

 

4ເກາະ​ເຊ​ຈູ​ໃນ​ສາທາລະນະ​ລັດ​ເກົາ​ຫລີ​ໃຕ້ເປັນ​ເກາະ​ທີ່​ມີ​ຂະໜາດ​ໃຫຍ່​ທີ່ສຸດ​ໃນ​ເກົາ​ຫລີ​ໃຕ້ ມີ​​ເນື້ອ​ທີ່​ຫຼາຍກວ່າ 1,846 ຕາ​ລາງ​ກິ​ໂລ​ແມັດສູນກາງ​ເກາະ​ເຊ​ຈູ​ເປັນ​ທີ່​ຕັ້ງ​ຂອງ​ພູເຂົາ​ທີ່​ສູງ​ທີ່ສຸດ​ໃນ​ເກົາ​ຫລີ​ໃຕ້​ຊຶ່ງ​ເປັນ​ພູເຂົາ​ໄຟທີ່​ດັບ​ໄປ​ແລ້ວ

5ອຸດ​ຍານ​ແຫ່ງ​ຊາດ​ໂຄ​ໂມ​ໂດ​ໃນ​ປະເທດ​ອິນ​ໂດ​​ເນເຊຍບ​ຄຸມ​​ເນື້ອ​ທີ່​ເຖິງ 3 ເກາະ​ໃນ​ປະເທດ​ອິນ​ໂດ​​ເນເຊຍ ມີ​ຂະໜາດ​ໃຫຍ່​ກວ່າ 1,817 ຕາ​ລາງ​ກິ​ໂລ​ແມັດ ແລະ​ມີ​ສັດ​ສະ​ຫງວນ​ທີ່​ສຳຄັນ​ຄື ມັງ​ກອນ​ໂຄ​ໂມ​ໂດ

 

6 ແມ່ນ້ຳໃຕ້ດິນເປີໂຕປິນເຊຊາ ປະເທດຟີລິບປິນ ເປັນແມ່ນ້ຳທີ່ຢູ່ພາຍໃນຖ້ຳຫີນປູນເຊິ່ງມີຄວາມຍາວຫຼາຍວ່າ 8.2 ກິໂລແມັດ ຈຸດເດັ່ນແມ່ນຈະມີລົມພັດຜ່ານຖ້ຳກ່ອນທີ່ຈະພັດໄປຫາທະເລຈີນໃຕ້ ແມ່ນ້ຳໃຕ້ດິນແຫ່ງນີ້ຖືວ່າເປັນແມ່ນ້ຳໃຕ້ດິນທີ່ໃຫຍ່ທີ່ສຸດໃນໂລກ

 

 

7ເທ​ເບີ້ນ​ເມົາທ໌​ເທນທ໌ ທີ່​ປະເທດ​ແອ​ຟະ​ລິ​ກາ​ໃຕ້ພູເຂົາ​ແຫ່ງ​ນີ້​ມີ​ຈຸດ​ເດັ່ນ​ທີ່​ເປັນ​ຫິນ​ທີ່​ມີ​ອາ​ຍຸ​ຍາວ-ນານ​ກວ່າ 6 ລ້ານ​ປີ ແລະ​ເປັນ​ພື້ນ​ທີ່​ອັນ​ອຸດົມ​ສົມບູນ​ຂອງ​ດອກ​ໄມ້​ກວ່າ 1,470 ຊະນິດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

          ໃບ​ເງິນ​ກີບ ຫຼື ທະ­ນະ​ບັດ ຖ້າ​ໃຊ້​ຖືກ​ວິ­ທີ ຈະ​ເຮັດ​ໃຫ້​ອາ­ຍຸ​ການ​ນຳ​ໃຊ້​ມີ​ຄວາມ​ຄົງ​ທົນ​ຍາວ​ນານ ເຊິ່ງ​ໃນ​ນັ້ນ ການ​ເກັບ​ຮັກ­ສາ​ທະ­ນະ​ບັດ ໃຫ້​ມີ​ລັກ­ສະ­ນະ​ຊື່​ຕົງ ຈະ​ເປັນ​ການ​ຮັກ­ສາ​ດີ​ທີ່​ສຸດ ... ສິ່ງ​ທີ່​ຄວນ​ຫຼີກ​ລ້ຽງ​ນັ້ນ​ຄື: ການ​ພັບ ການ​ໜີບ ການ​ຫຍິບ ການ​ເຈາະ​ຮູ ການ​ທາ­ສີ ແລະ ການ​ຂີດ​ຂຽນ ... ທຸກ​ການ​ກະ­ທຳ​ດັ່ງ­ກ່າວ​ນັ້ນ ເປັນ​ການ​ທຳ­ລາຍ​ທະ­ນະ​ບັດ ໂດຍ​ບໍ່​ຮູ້­ສຶກ​ຕົວ.

ຄວາມ​ລື້ງ​ເຄີຍ​ຢ່າງ​ໜຶ່ງ​ຂອງ​ຄົນ ລາວ​ເຮົາ ເວ­ລາ​ເຮັດ­ບຸນ ໂດຍ​ສະ­ເພາະ ບຸນ​ພະ​ເຫວດ ທີ່​ຫຼາຍ​ບ້ານ​ເຮັດ​ມາ​ແລ້ວ ແລະ ຈະ​ສືບ­ຕໍ່​ເຮັດ​ຕໍ່​ໄປ​ນີ້ ຄວນ​ໄດ້​ປັບ​ປ່ຽນ ນັ້ນ​ຄື: ການ​ໜີບ ຫຼື​ຫຍິບ​ເງິນ​ໃສ່​ຕົ້ນ​ກາ­ລະ​ພຶກ ກັນ​ຫຼອນ ເຊິ່ງ​ພາ­ໃຫ້​ໃບ​ເງິນ​ຈີກ​ຂາດ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ບໍ່​ທໍ່​ນັ້ນ ຍັງ​ມີ​ຈຳ­ນວນ​ໜຶ່ງ ຫຍິບ​ໝາກ­ເບັງ​ດ້ວຍ​ໃບ​ເງິນ ແລ້ວ​ນຳ​ມາ​ຈຳ­ໜ່າຍ​ທົ່ວ​ຕະ­ຫຼາດ (ບາງ​ຄົນ​ນິ­ຍົມ​ແຂວນ​ໃສ່​ແວ່ນ​ລົດ​ໃຫຍ່) ດັ່ງ­ນັ້ນ ຄວາມ​ຊິນ​ເຄີຍ​ນີ້​ຕ້ອງ​ໄດ້​ປະ​ຖິ້ມ ແລ້ວ​ມາ​ເຮັດ​ແບບ​ໃໝ່ ເຊັ່ນ​ວ່າ: ເອົາ​ໃບ​ເງິນ​ໃສ່​ຖົງ​ຢາງ ຜູກ​ຕິດ​ໃສ່​ໄມ້ ຫຼື​ໃຊ້​ໄມ້​ໜີບ ແລ້ວ​ຈຶ່ງ​ປັກ​ໃສ່​ຕົ້ນ​ກ້ວຍ ໂດຍ​ບໍ່​ພັບ​ບໍ່​ໜີບ ແລະ ບໍ່​ຫຍິບ​ໃບ​ເງິນ ເຮົາ​ກໍ​ຈະ​ໄດ້​ຕົ້ນ​ກາ­ລະ​ພຶກ ຫຼື​ຕົ້ນ​ກັນ​ຫຼອນ​ທີ່​ງາມ​ໄດ້.

ການ​ປຸກ­ລະ­ດົມ​ໃຫ້​ທົ່ວ​ສັງ­ຄົມ​ໃຊ້​ໃບ​ເງິນ​ກີບ​ໃຫ້​ເໝາະ​ສົມ ເພື່ອ​ໃຫ້­ການ​ນຳ​ໃຊ້​ຄົງ​ທົນ​ຍາວ​ນານ​ນັ້ນ ເປັນ​ໜ້າ­ທີ່​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງ­ຄົມ ບໍ່​ແມ່ນ​ຈະ​ເອື່ອຍ​ອີງ­ໃສ່​ແຕ່​ທະ­ນາ­ຄານ​ຝ່າຍ​ດຽວ.

ຜູ້​ມີ​ອິດ​ທິ​ພົນ​ຫຼາຍ​ກ່ວ​າ​ເພິ່ນ ກໍ​ຄົງ​ແມ່ນ​ຄົນ​ຄ້າ­ຂາຍ ເພາະ­ວ່າ​ຫາກ​ຜູ້​ຄ້າ­ຂາຍ​ປະ­ຕິ­ເສດ ບໍ່​ຮັບ​ໃບ​ເງິນ​ທີ່​ເສື່ອມ​ຄຸນ​ນະ​ພາບ ແລ້ວ​ສັງ­ຄົມ​ຈະ​ຫຍຸ້ງ­ຍາກ​ກັນ​ໃຫຍ່ ເພາະ​ຕ້ອງ​ໄດ້​ແລ່ນ​ເຂົ້າ​ໄປ​ແລກ­ປ່ຽນ​ນຳ​ທະ­ນາ­ຄານ ສະ­ນັ້ນ ຜູ້​ຄ້າ­ຂາຍ​ຕ້ອງ​ເປັນ​ເຈົ້າ​ການ​ຕັກ­ເຕືອນ ຜູ້​ຖື​ຄອງ​ໃບ​ເງິນ​ກີບ​ໃຫ້​ເຂົາ​ຮູ້​ເຖິງ​ຂັ້ນ​ຕອນ​ໃນ​ການ​ຮັກ­ສາ​ນໍ ? ຕໍ່​ມາ​ກໍ​ແມ່ນ​ເຖົ້າ​ແກ່ ແນວ​ໂຮມ ຄູŒອາ­ຈານ ທີ່​ຕິດ​ພັນ​ກັບ​ການ​ສ້າງ​ບຸນ​ທຳ​ທານ ກໍ​ຄວນ​ຕັກ­ເຕືອນ​ອອກ​ຕົນ​ຍາດ​ໂຍມ ໃນ​ການ​ຮັກ­ສາ​ໃບ​ເງິນ​ກີບ​ຄື​ດັ່ງ​ໄດ້​ກ່າວ​ມາ​ແລ້ວ ! ຕໍ່​ມາ​ອີກ​ຈຶ່ງ​ແມ່ນ​ສະ​ຖາ​ບັນ​ຄອບ­ຄົວ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ຫົວ­ໜ້າ​ຕາມ​ສຳ­ນັກ­ງານ​ອົງ­ການ​ຕ່າງໆ ຕ້ອງ​ແນະ­ນຳ​ຕັກ­ເຕືອນ​ສະ­ມາ­ຊິກ​ຂອງ​ຕົນ ຫ້າວ­ຫັນ​ເປັນ​ເຈົ້າ​ການ​ຮັກ­ສາ​ໃບ​ເງິນ​ກີບ ໃຫ້​ຈົບ­ງາມ ແລະ ໃຊ້​ໄດ້​ໝັ້ນ­ຄົງ.

ຫາ​ກວ່າ​ທົ່ວ​ສັງ­ຄົມ ຮັກ­ສາ​ໃບ​ເງິນ​ກີບ​ໄດ້​ດີ ລັດ​ເຮົາ​ກໍ​ຈະ​ບໍ່​ເພີ່ມ​ພາ­ລະ​ໃນ​ການ​ພິມ​ທະ­ນະ​ບັດ​ອອກ​ມາ​ໃຊ້ ເວ­ລາ​ນັ້ນ ງົບ­ປະ­ມານ​ກໍ​ຖືກ​ປະ­ຢັດ​ໄປ​ເຮັດ​ແນວ​ອື່ນ ເປັນ­ຕົ້ນ ການ​ສ້າງ­ສາ​ພັດ­ທະ­ນາ​ໂຄງ​ລ່າງ ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ພັດ­ທະ­ນາ​ປະ­ເທດ​ຊາດ.

ສະ­ນັ້ນ ຈຶ່ງ​ຂໍ​ຮຽກ­ຮ້ອງ​ໃຫ້​ໝົດ​ທຸກ​ທ່ານ ທີ່​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ຜືນ​ແຜ່ນ­ດິນ​ລາວ ຕ້ອງ​ຊ່ວຍ​ກັນ​ເກັບ​ຮັກ­ສາ ແລະ ນຳ​ໃຊ້​ໃບ​ເງິນ​ກີບ​ໃຫ້​ຄົງ​ທົນ ແລະ ຍາວ​ນານ.


ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

      ໃນສັງຄົມເມືອງໃຫຍ່ ສັງຄົມໃນເມືອງ ທີ່ມີນ້ຳໄຫຼໄຟສະຫວ່າງ ເປັນຍຸກທີ່ຮ້ານແຄມທາງເພິ່ນ ຫັນໃຈເຂົ້າ-ອອກ ເປັນພາສາອັງກິດ ແລະ ຄອມພິວເຕີ ຖ້າຜູ້ໃດບໍ່ຮູ້ຈັກຄຳວ່າ ກິກ ກໍຕ້ອງຂໍອະນຸຍາດເວົ້າວ່າ: ນຳບໍ່ທັນຍຸກໂລກາພິວັດ ຫຼື ຫ່າງໄກ ແວດວົງທຸລະກິດອັນທັນສະໄໝ ແລະ ບໍ່ເປີດໃຈຕໍ່ຂໍ້ມູນຂ່າວສານ IT ອີ່ຫຼີ ເພາະເວົ້າເລື່ອງ USB ກິກ ແມ່ນຄັງຂໍ້ມູນນ້ອຍໆ ທີ່ມີປະໂຫຍດຫຼວງຫຼາຍ ສາມາດສຽບໃສກໍໄດ້ ໃນເວລາຕ້ອງການໃຊ້ວຽກ ຊຶ່ງມີຂະໜາດ 1 ກິກ 2 ກິກ ຫຼື 4 ກິກ ອັນນີ້ແມ່ນຂຶ້ນກັບຈຸດປະສົງໃນການນຳໃຊ້ ແຕ່ສິ່ງທີ່ຢາກນຳມາແລກປ່ຽນໃນມື້ນີ້ ແມ່ນກິກທີ່ເກີດຂຶ້ນຢູ່ໃນໃຈ ແລະ ຖືກບັນທຶກເຂົ້າໃນສະໝອງຂອງຄົນເຮົາ ເຮັດໃຫ້ການຈື່ຈຳໃນເລື່ອງຄວາມຮັກ ຄວາມຜູກພັນບໍ່ຈະແຈ້ງ ແລະ ບໍ່ຊັດເຈນ ເຊິ່ງມີຫຼາຍຄົນຕ່າງ ກໍໃຫ້ນິຍາມທີ່ຫຼາຍສີສັນ ແລະ ແຕກຕ່າງກັນອອກໄປ.

       ຄຳວ່າ ກິກ ອາຈານສອນເສດຖະສາດ ໃຫ້ຄວາມໝາຍວ່າ: ແມ່ນຄູ່ຮັກທີ່ບໍ່ຈິງໃຈ ຊຶ່ງຕ່າງຝ່າຍກໍມີເປົ້າໝາຍ ເພື່ອຫຼອກລວງຍົວະເຍົ້າຕົວະຕົ້ມ ຊື້-ຂາຍ ສາຍພົວພັນການຄ້າແບບລົມໆແລ້ງໆ ທີ່ບໍ່ຜ່ານນາຍໜ້າ ຫຼື ພໍ່ຄ້າມືກາງ ຜູ້ຍິງຢາກໄດ້ສິນຄ້າ ເປັນວັດຖຸໃຊ້ສອຍປະຈຳວັນ ຄື: ໂທລະສັບ ບັດເຕີມມູນຄ່າ ... ຈຶ່ງມີກິກໄວ້ເປັນຕົວຊ່ວຍ ໃນເວລາຄ່າໂທໝົດ ສ່ວນຜູ້ຊາຍພັດຢາກໄດ້ຈິດໃຈ ຄືໃຫ້ມີຄົນນັ່ງເຝົ້ານັ່ງເວົ້າລົມ ແລະ ຢອກຫຼິ້ນ ພໍຜ່ອນຄາຍອາລົມ ເສຍເງິນເລັກໜ້ອຍບໍ່ສຳຄັນ ຄູບາສອນທຳມະວາໄລຕີ ເພິ່ນນິຍາມວ່າ: ກິກ ມາຈາກຄຳວ່າ ກຸກກິກ ໝາຍເຖິງໝົດທັງໂລກ ແຕ່ບໍ່ແມ່ນໃຜ ? ໝາຍເຖິງມີໃຜກໍໄດ້ ມານັ່ງວີ ຢາກຫຼິ້ນພໍມ່ວນໃຈ ຫຼື ມີໃຜກໍໄດ້ໃນໂລກນີ້ ທີ່ມາເຍົ້າໃຫ້ຍິ້ມ ອອຍໃຫ້ຫົວ ແຕ່ບໍ່ເຄີຍຊິຄິດຮັກແບບຊູ້ແຟນຈັກຄົນ ນັກກີລາບານເຕະໃຫ້ທັດສະນະວ່າ: ຄຳວ່າກິກ ແມ່ນໝາຍເຖິງຄົນທີ່ມີເມຍແລ້ວ ແຕ່ໄປລົມຜູ້ສາວ ແລະ ຜູ້ສາວທີ່ລາວຕິດຫັ້ນ ລະ ເອີ້ນວ່າ ກິກ ... ຫຼືຊິຖືວ່າເປັນໝາກບານກໍໄດ້ ທີ່ໃຜໆກໍຢາກຍາດກັນເຕະ ແຕ່ເວລາອອກຈາກເດີ່ນແລ້ວ ກໍບໍ່ເຄີຍມີນັກເຕະຄົນໃດສົນໃຈດູແລ ແລະ ເອົາໃຈໃສ່ ແລະ ອາຈານປັດຊະຍາພັດ ບອກວ່າ: ກິກ ແມ່ນຄູ່ມາດຕະເກນສັງຄົມ ທີ່ເປັນນາມມະທຳ ໝາຍຄວາມວ່າ: ເຟີ້ຝັນຊື່ໆ ບໍ່ມີຕົນຕົວ ... ແຕ່ໄວລຸ້ນພວກເຮົາຊ້ຳຄິດຕ່າງວ່າ: ກິກແມ່ນເພື່ອນລົມແກ້ເຫງົາຊື່ໆ ຄືຜູ້ທີ່ເຮົາລົມແລ້ວຮູ້ສຶກມ່ວນຊື່ນ ສະບາຍໃຈ ກໍຄືກິກ ເອີ ! ເນາະ ໂລກຂອງກິກ ... ມີແຕ່ເລື່ອງແປກພິກໄປປີ້ນມາ ໃຜຍັງບໍ່ທັນໄດ້ນິຍາມກໍສົ່ງມານຳຫຼັງ ! ອັນນີ້ບໍ່ວ່າກັນ.

       ສຳລັບຂ້າພະເຈົ້າແລ້ວ ກໍໄດ້ພະຍາຍາມຊອກຫາ ເຊື້ອສາຍລາຍລ່ອງ ຫຼື ກົກເຄົ້າເຫງົ້າກໍຄືກັນວ່າ ກິກ ນີ້ ມັນມີຕົ້ນຕະກຸນຢູ່ໃສ ? ມາຈາກແຊງໃດຂອງຫົວໄຮ່ປາຍນາ ສ່ວນນັກຂຽນ ນັກກະວີ ແລະ  ນັກພາສາລາງວັນຊີໄຣທ່ານໜຶ່ງ ໃຫ້ຄຳເຫັນວ່າ: ບໍ່ຮູ້ວ່າ ໝໍນີ້ ມັນລອດເຂົ້າມາບ້ານເຮົາໄດ້ແນວໃດ ? ແລະ ເຂົ້າມາແຕ່ມື້ໃດ ? ເພາະຜ່ານການກວດຫາໃບເດີນທາງ ປະກົດວ່າ ບໍ່ພໍ້ ! ບໍ່ທັນມີຂໍ້ມູນ ... ຄຳວ່າ ກິກ ມັນບໍ່ແມ່ນພາສາລາວ ບໍ່ແມ່ນພາສາອີ່ແມ່ ແຕ່ຄົນເຮົາພັດຮູ້ມັນດີ ໃນຖານະຕົວການ ທີ່ເຂົ້າມາກໍ່ກວນປັ່ນປວນ ສະຖາບັນຄວາມຮັກ ຄວາມອົບອຸ່ນ ຜົວທີ່ມີກິກ ເມຍກໍກິນເຂົ້າບໍ່ແຊບນອນບໍ່ຫຼັບ ເມຍທີ່ມີກິກ ຜົວກໍຢູ່ບໍ່ໄດ້ ອອກຟືນອອກໄຟ ຮ້ອນໆໜາວໆ ບ່າວສາວທີ່ມີກິກກໍຜິດຖຽງ ແລະ ເບິ່ງໜ້າກັນບໍ່ຄ່ອຍເຕັມຈໍ.

       ການມີ ກິກ ບໍ່ຊ່ວຍໃຫ້ມີລາຍໄດ້ ແລະ ບໍ່ສ້າງປະໂຫຍດອັນໃດຈັກຢ່າງ ໃຫ້ແກ່ຄອບຄົວ ແລະ ຕົວເຮົາເອງ ກໍຄືວຽກງານ ແລະ ຄົນອ້ອມຂ້າງ ກົງກັນຂ້າມ ມັນນຳເອົາແຕ່ເລື່ອງສັບສົນວົນວາຍ ແລະ ບໍ່ສະບາຍໃຈ ເຂົ້າມາໃຫ້ແກ້ໄຂໃນແຕ່ລະມື້ ສະນັ້ນ ຈົ່ງມາຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ຕົວທ່ານ ແລະ ຄອບຄົວ ໃຫ້ປອດໄພຈາກ ກິກ ບູຮານວ່າ: ມີຮັກຫຼາຍຫົວໃຈພິກ ມີກິກຫຼາຍສະໝອງແຕກ ຍິກໄດ້ຢ່າພາກັນລົງມືກໍພໍ.

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 ເກົ່າຫຼີ ເອີ້ນວ່າMyeongDong soft ສູງຕັ້ງວ່າ  32 ຊມ. (ປັດໂທ!!ບໍ່ແມ່ນກະແລ່ມທີ່ ສູງທີ່ສຸດໃນໂລກບໍ່ນິ..)

ເບເກີ ຕາມສັງອາຫານເຊົ້າໃນນິວຢອກ

ຊາວຟີລິບປິນ ກຳລັງຈ່າວຂາຍໝູ່ປີ້ງເປັນໂຕ ໃນເມືອງເຊບູ ( Cebu , Phillipines)

ຂອງກິນແບບຈີນ ມີຕາມແຄມທາງ

ກ້ວຍເອືອບດ້ວຍນົມ ຕົກແຕ່ງແບບຍີ່ປຸນ

ຕາມແບບຫວຽດນາມ

ຕາມແບບ ອີນເດຍ

ຕາມແບບຊາວ ເລບານອນ

ຕາມແບບລາວ(ບ້ານເຮົາ)

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

 

ທັງໝົດນີ້ ແມ່ນຮູບແຕ້ມ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ໂຮວ ແຕ້ມໃຫ້ລູກເບິ່ງ ພ້ອມກັບເດັກນ້ອຍຄົນອື່ນໆ

ສິນລະປະພື້ນບ້ານແບບ 3ມິຕິ ຂອງໂຮວ

 

ໂຮວ ແລະ ລູກຊາຍ

ຄວາມຄິດດີ ຊ່ວຍໃຫ້ເດີນບ້ານ ມີສະເໜ່ຂຶ້ນອີກ

 

 

ສ່ວນຜັກຢູ່ເຮືອນ

ວັດທີ່ມີສະເໜ

ເສົາໂລມັນ ຢູ່ໜ້າໂຕະ

ໂຖດອກໄມ້ ລອຍໄດ້

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2010 | ມີ 24 ຄຳເຫັນ ແລະ 0 trackback(s)

 

ຄົນ​ຕຸ້ຍ​ກໍ່​ມີ​ຂໍ້​ດີ​ຄື​ກັນ​ເດີ້ ​ໃຜ​ວ່າ​ບໍ່​ມີ:

1.   ​ເຕັ່ງ​ຕຶງ, ບໍ່​ຢ່ອນ​ຍານ ​ເບິ່ງ​ແລ້ວ​ມີ​ນ້ຳ​ມີນ​ວນ

2.   ​ເປັນຕາ​ຮັກ ​ໂດຍ​ສະ​ເພາະ​ຄົນ​ຕຸ້ຍໆ, ຂາວໆ ມັກ​ມີ​ຄົນ​ມາ​ຢອກ​ຫຼິ້ນ

3.   ຄົນ​ຕຸ້ຍ​ສ່ວນ​ໃຫຍ່​ມັກ​ຈະ​ອາລົມ​ດີ, ​ເຮັດ​ຫຍັງ​ໜ່ອຍ​ໜຶ່ງ​ກະ​ຫົວ ​ແລະ ​ເບິ່ງ​​ໂລກ​ໃນ​ແງ່​ດີ

4.   ມີໝູ່ຫຼາຍ ​ເພາະ​ອາລົມ​ດີ

5.   ກິນ​ງ່າ​ຍ, ຢູ່ງ່າຍ ບໍ່​ຫຼາຍ​ເລື້ອງ (​ເພາະ​ກິນ​ໄດ້​ທຸກ​ຢ່າງ​ ຍົກ​ເວັ້ນ....555)

6.   ມີ​ຄວາມສຸກ​ກັບ​ການ​ກິນ ບໍ່​ຢ້ານ​ຕຸ້ຍ (​ເພາະ​ຕຸ້ຍ​ຢູ່​ແລ້ວ) ຄົນ​ເຮົາ​ອາຍຸ​ສັ້ນ ຫາ​ຫຍັງ​ກິນ​ທີ່​ມັນ​ແຊບໆ ກິນ​ດີກ​ວ່າ​ເນາະ

7.   ບໍ່​ຄອຍ​ມີ​ຄວາມທຸກ​ຄື​ຄົນ​ອື່ນ ​ເພາະວ່າບໍ່​ສະບາຍ​ໃຈ​ກໍ່​ຈະ​ຫາ​ແນວ​ກິນ​ທີ່​ແຊບໆກິນ ບຶດໜຶ່ງ​ກະ​ລືມ​ໝົດ​ແລ້ວ

8.   ຮູ້ຈັກຮ້ານ​ອາຫານ​ທີ່​ແຊບໆ​ຫຼາຍ

9.   ​ເປັນ​ຄົນ​ອກຄວາມ​ຄິດ​ໄດ້​ດີ ​ໂດຍ​ສະ​ເພາະ​ເລື້ອງ​ກິນ ​

10. ​ເປັນ​ຄົນ​ທີ່​ປະຢັດ​ເພາະ​ບໍ່​ເຄີຍ​ຖິ້ມ​ຂອງ​ກິນ

 


 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ການ​ເຍີ້ນ​ເວລາແບບ​ຄວາຍ

ລູກສິດ​ໄວ​ລຸ້ນຄົນ​ໜື່ງມັກ​​ອ້າງ​ເລື້ອງ​ການ​ປ່ອຍ​ວາງ ​ເມື່ອ​ເວລາ​ຂີ້ຄ້ານບໍ່​ຢາກ​ເຮັດ​ຫຍັງ​ຈັກ​ອັນ ອາຈານຈຶ່ງ​ເວົ້າວ່າ:

​ໃນ​​ເວລາ​ເຂົ້າ​ພັນ​ສາ​ປີ​ໜຶ່ງ ຄູບາ​ອົງ​ໜຶ່ງ​ໄດ້​ຍ່າງ​ໄປ​ເບິ່ງ​ຈົວ​ນ້ອຍ ​ໃນ​ກຸ​ຕິ​ຫຼັງ​ໜຶ່ງ ຄູບາ​ໄດ້​ເອົາ​ເຄື່ອງ​ໄປ​ມ້ຽນ​ບ່ອນ ທີ່​ບໍ່​ຄວນ​ມ້ຽນ

ທ່ານ​ຈຶ່ງ​ຖາມ​ວ່າ“​ເປັນ​ຫຍັງ​ຈຶ່ງ​ເອົາ​ໄປ​ໄວ້​ຫັນ”

ຈົວ​ນ້ອຍໃຫ້​ເຫດຜົນ​ວ່າ“​ເພາະ​ຫຼັງຄາ​ມັນ​ຮົ່ວ”

​ເມື່ອ​ຄູບາ​ຖາມ​ວ່າ“​ເປັນ​ຫຍັງ​ຄື​ບໍ່​ແປງ​ມັນ”

ຈົວ​ນ້ອຍ​ຕອບ​ວ່າ“ຂະ​ນ້ອຍ​ກຳລັງ​ເຝຶກ​​ເລື້ອງ​ຄວາມ​ອົດທົນ​ ແລະ​ ການ​ປ່ອຍ​ວາງ”

ຄູບາ​ຈຶ່ງ​​ເວົ້າ​ວ່າ

ນີ້​ແມ່ນ​ການ​ປ່ອຍ​ວາງ​ແບບ​ຄວາຍ

ອາຈານໄດ້​ສະຫຼຸບ​ໃຫ້ຟັງ​ວ່າ:

ພະເຈົ້າ ບໍ່​ໄດ້​ສອນ​ວ່າ ອັນ​ໃດ​ກະ​ຕ້ອງ​ປ່ອຍ​ວາງ ອັນ​ໃດ​ກະ​ຕ້ອງ​ອົດທົນ ​ເຮົາ​ຕ້ອງ​ມີ​ປັນຍາ​ໄຈ​ແຍກ​​ ແລະ​ ໄຕ​ຕອງວ່າ​ ອັນ​ໃດ​ເປັນອັນ​ໃດ ສິ່ງ​ໃດ​ຄວນ​ອົດທົນ​ກໍ່​ຕ້ອງ​ອົດທົນ ​ເພາະ​ບາງ​ເລື້ອງ​ກະ​ບໍ່​ຈຳ​ເປັນ​ຕ້ອງ​ອົດທົນ ບາງ​ສິ່ງ​ບາງ​ຢາງ​ກໍ່ຄວນ​ຈະແກ້​ໄຂ ການ​ປ່ອຍ​ວາງ​ຂອງ​ເຮົາ​ກໍ່​ຄວນ​ຈະ​ໃຊ້​ປັນຍາ ​ຢູ່​ດ້ວຍ​ສະ​ເໝີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

ດວງຕາເວັນຖືກອ້າງສິດເປັນເຈົ້າຂອງ ໂດຍຍິງຄົນແອັ໋ດສະປາຍ    

     ໃນ​ເມື່ອ​ເວລາ​ຜ່ານ​ຜົ້ນມາ​ຫຼາຍ​ລ້ານ​ປີ​ ​ໃນ​ທີ່​ສຸດ​ດວງຕາເວັນ ກໍ່​ມີ​ເຈົ້າ​ຂອງ ​ເມື່ອ​ຜູ້ຍິງ​ຄົນ​ໜຶ່ງ

ຈາກ​ແຄ້ວ​ນກາ​ລິ​ເຊີຍ​ຂອງ ​ແອັ໋ດສະ​ປາຍ ​ໄດ້​ເວົ້າ​ວ່າ ລາວ​ໄດ້​ຈົດ​ທະບຽນດາວ​ລຶກດວງ​ນີ້ ກັບ

ພະນັກງານ​ຮັບຮອງ ຂອງ​ທ້ອງ​ຖິ່ນ​ທີ່​ລາວຢູ່​ ວ່າມັນ​ເປັນ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ລາວ ​ຈາກ​ການ​ໃຫ້​

ສຳພາດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ

ອັງ​ເຈ​ເຣດ ດູ​ຮັນ ອາຍຸ 49ປີ ​ໃຫ້​ຂໍ້​ມູນ​ກັບ​ໜັງສືພິມ​ເອຣດ ມຸນ​ໂດ​ວ່າ ລາວ​​ດຳ​ເນີນການ​

ດັ່ງກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາຫຼັງ​ຈາກ​ເຫັນ​ຂ່າວ ຂອງ​ຊາຍ​ຄົນ​ໜຶ່ງ​ໃນ​ອາ​ເມ​ລິ​ກາ ຂຶ້ນ​ທະບຽນ​

ອ້າງ​ສິດ​ເປັນ​ເຈົ້າ​ຂອງ​ດວງ​ຈັນ ​ແລະ ດາວ​ເຄາະ​ທັງ​ໝົດ​ໃນ​ລະບົບ​ສຸລິຍະ​ຈັກະ​ວານ

ລາວ​ເວົ້າ​ວ່າ ​ເຖິງ​ຈະ​ມີ​ຂໍ້​ຕົກລົງ​ສາກົນ​ວ່າ​ປະ​ເທດ​ໃດໆ​ກໍ່ຕາມ​ບໍ່​ສາມາດ​ອ້າງ​ສິດ​ເປັນ​ເຈົ້າ​ຂອງ

ດາວ​ເຄາະ​ຫຼື​ດວງ​ດາວ​ໄດ້ ​ແຕ່​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ໄດ້​ມີ​ຂໍ້​ຫ້າມ​ກ່ຽວ​ກັບ​​ບຸກຄົນໃດບຸກຄົນໜຶ່ງ.

‘’ບໍ່​ມີ​ອຸປະສັກ​ຫຍັງ ຂ້ອຍເຊື່ອ​ວ່າ​ການ​ອ້າງ​ສິດ​ຂອງ​ຂ້ອຍຖືກຕ້ອງ​ຕາມ​ກົດໝາຍ ຂ້ອຍ​ບໍ່​ໄດ້​ໂງ່

ຂ້ອຍ​ຮູ້​ກົດໝາຍ​ດີ ຂ້ອຍເຮັດ​ໃນ​ສິ່ງ​ທີທຸກ​ຄົນ​ເຮັດ​ໄດ້ ພຽງ​ແຕ່​ວ່າ​ຂ້ອຍ​ເປັນ​ຄົນ​ທຳ​ອິດ​​​ເທົ່າ​

ນັ້ນເອງ''

​ເອກະສານ​ຂອງ​ພະນັກງານ​ຈົດ​ທະບຽນ​ຮັບຮອງ ​ແລະ ປະກາດ​ວ່າ ດູ​ຮັນ ​ໄດ້​ເປັນ''​ເຈົ້າ​ຂອງ

ດວງຕາເວັນ'' ດາວ​ລຶກ​ເຊິ່ງຖື​ວ່າ​ຕັ້ງ​ຢູ່​ໃນ​ສູນ​ກາງຂອງ​ລະບົບ​ສຸລິຍະ​ຈັກກະວານ ​ຫ່າງ​ຈາກ​

ໂລກ ປະມານ 149.600.000 ກິ​ໂລ​ແມັດ​  ສົມບູນ​ແລ້ວ.

ດູ​ຮັນ ທີ່​ອາ​ໄສ​ຢູ່​ເມືອງ​ຊັນ​ວາ​ເຕີຣາ​ໂດ ມິ​ໂນ ບອກ​ວ່າ​ລາວ​ຈະ​ເກັບ​ເງິນ​ທຸກ​ຄົນ​ທີ່​ໃຊ້​ຜົນ​ປະ​

ໂຫຍ​ດ ຈາກດວງຕາເວັນ ​ແລະ ມອບ​ເງິນ​ເຄິ່ງໜຶ່ງ​ທີ່​​ເກັບ​ມາ​ໄດ້​ໃຫ້​ກັບ​ລັດຖະບານ​ແອັ໋ດສະ

ປາຍ ​ແລະ ອີກ​ຮ້ອຍ​ລະ20​ໃຫ້​ກອງ​ທຶນ​ເບ້ຍ​ບຳນານ​ຂອງ​ປະ​ເທດ.

              ນອກຈາກ​ນີ້​ລາວ​ຈະ​ມອບ​ສວນ​ແບ່ງ 10​ເປີ​ເຊັນ​ໃຫ້​ກັບ​ການ​ວິ​ໃຈ​ຕ່າງໆ ​ແລະ ອີກ​ຮ້ອຍ​

ລະ 10​ເປັນ​ກອງ​ທຶນ​ສຳລັບ​ຄວາມ​ອຶດ​ຢາກ​ຂອງ​ຄົນ​ທົ່ວ​ໂລກ ​ສ່ວນ​ລາວ​ຈະ​ເກັບ​ໄວ້​ໃຊ້​ເອງ​ພຽງ

10%​ເທົ່າ​ນັ້ນ 

AFP news

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ເຮືອນທີ່ ແຄບທີ່ສຸດໃນໂລກນີ້

ຍາວພຽງ6 ແມັດ ແລະ ມີລວງກ້ວາງ1 ແມັດ

ເຮືອນຫຼັງນີ້ຖືກສ້າງຂຶ້ນໂດຍ ສິນລະປິ ຄົນ ອົດສະຕາຣີ Erwin Wurm

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

ນັກວິທະຍາສາດ ແກ້ໄຂບັນຫາໂລກແຕກໄດ້ແລ້ວ ໄກ່ກັບໄຂ່ ອັນໃດເກີດຂຶ້ນ ກ່ອນກັນ??

ເຄີຍຄິດ​ບໍ່​ວ່າ​ໄກ່​ກັບ​ໄຂ່​ອັນ​ໃດ​ເກີດ​ຂຶ້ນກ່ອນ​  ຄິດ​ໄປ​ຄິດ​ມາຍາມ​ໃດ​ກໍ່​ໄດ້​ຄຳ​ຕອບ​ຄື​ເກົ່າ ວົນ​ໄປ​ວົນ​ມາວ່າ ຖ້າ​ໄກ່​ບໍ່​ເກີດ​ກ່ອນ​ກໍ​ຈະ​ບໍ່​ມີ​​ໄຂ ແຕ່​ຖ້າ​ບໍ່​ມີ​ໄຂ່​ໄກ່​ກໍ​ຈະເກີດ​ມາບໍ່​ໄດ້​    ແຕ່​ມື້​ນີ້​ນັກ​ວິທະຍາ​ສາດ​ໄດ້​ຄຳ​ຕອບ​ນັ້ນ​ແລ້ວ


Dr. Colin Freeman ຈາກ Sheffield University ໄດ້​ເຮັດການ​ວິ​ໄຈ​ຢ່າງ​ໜັກ​ກັບ​ນັກ​ສຶກ​ສາ Warwick University ເພື່ອ​ຫາ​ຄຳ​ຕອບ​ຜົນ​ປາກົດ​ວ່າ

"ດົນ​ແລ້ວ​ທີ່​ເຮົາ​ຄາດ​ວ່າ​ໄຂ່​ໜ້າ​ຈະ​​ເກີດມາ​ກ່ອນ​ໄກ່​ແຕ່​ບັດ​ນີ້​ເຮົາ​ໄດ້​ພິສູດ​ທາງ​ວິທະຍາ​ສາດ​​ແລ້ວ​ວ່າໄກ່​ນັ້ນ​​ເກີດມາ​ກ່ອນ" ພວກເຂົາ​ກ່າວ

ຂໍ້ພິສູດ​ນີ້​ພິສູດ​ໄດ້​ຈາກ​ສານ​ໂປ​ຕີນ​ຊະນິດ​ໜຶ່ງ​ນັ້ນ​ຄື Ovocledidin-17 (OC-17) ທີ່​ພົບ​ໄດ້​ໃນ​ໜ່ວຍໄຂ່ຂອງ​ໄກ່ ຊຶ່ງ​ເປັນ​ສານ​ສຳຄັນ​ທີ່​ໃຊ້​ໃນ​ການ​ກຳນົດ​ຮູບ​ແບບ​ການ​ຜະລິດ​ເປືອກ​ຂອງ​ໄຂ່​ນັ້ນ​ເອງ

OC-17ຈະ ປ່ຽນ​ແຄ​ຊຽມ​ຄາຣ໌ບອນ​ເນັດ​ໃຫ້ເປັນ​ແຄ​ໄຊຕ໌​ຄິດ​ຕອນ​ຊຶ່ງ​ຈະ​ປ່ຽນ​ເປັນ​ໄຂ່​ໃນ​ພາຍຫລັງ ຖ້າຫາກ​ບໍ່​ມີ OC-17 ກໍ​ຈະ​ບໍ່​ມີ​ໄຂ່​ເຊິ່ງOC-17 ຈະ​ມາ​ຈາກ​ໜ່ວຍໄຂ່​ຂອງ​ໄກ່​ເທົ່າ​ນັ້ນ ສະ​ແດງ​ວ່າ ໄກ່​ຕ້ອງ​ເກີດ​ກ່ອນ​ ໄຂ່.

ຈາກ Metro.co.uk

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

ຄຳ​ເຕືອນ​ຫ້າມ​ເອົາ​ເປັນ​ແບບ​ຢ່າງ​ເດັດຂາດ​ ອາດ​ຈະ​​ເກີດ​ອຸປະຕິ​ເຫດ​ເຖິງ​ຄວາມ​ຕາຍ​ໄດ້

​​​ເດັກ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 18 ຄວນ​ມີ​ຜູ້​ປົກຄອງ​ໃຫ້​ຂໍ້​ຄິດ​ເຫັນ

ການ​ເຂົ້າ​ໂຄ້ງ​ທີ່​ຖືກ​ວິທີ​ຄື: ຖ້າ​ຈະ​ໂຄ້ງ​ຊາຍ​ໃຫ້​ໄປ​ທາງ​ຂວາ​ຮອດ​ຈຸດໝາຍ​ຈະ​ລ້ຽວ​ແລ້ວ​ຈຶ່ງ​ຂ້າມ​ໄປ​ທາງ​ຊ້າຍ ​ຖ້າ​ຈະ​ໂຄ້ງ​ຂວາ​ໃຫ້​ໄປ​ທາງ​ຂວາ

​ເຮົາ​ມາ​ເບິ່ງ​ວິ​ທີ່​ການ​ເຂົ້າ​ໂຄ້ງ​ແບບ​ຕ່າງໆ​ກັນ​ເລີຍ

ຈະກາຍກະບ່ອນນີ້ແລະ (ໃນຮູບນີ້ເຂົ້າໂຄ້ງດ້ວຍຄວາມໄວປະມານ 180)

ອັນຊ້າ 0 km/h

ການເຂົ້າໂຄ້ງແບບ Double bong! bong!!

ຈະເຂົ້າໂຄ້ງໄດຳນານ ຕ້ອງມີການຝຶກຝົນຕະຫຼອດ

ເຖິງວ່າຈະເປັນເວລາ ເຮັດວຽກກໍ່ຕາມ

ຝຶກຕະຫຼອດກໍ່ຈະເປັນແບບນີ້

ເມື່ອເກັ່ງແລ້ວຈະສາມາດໃຊ້ ຮ່າງກາຍເປັນສູນຖວ່ງໄດ້

ແລະເມື່ອບັນລຸເຖິງຂັ້ນສຸດຍອດ

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

10 ຂົວທີ່ງາມທີ່ສຸດໃນໂລກ.

ອັນ​ດັບ​ທີ່ 10: ຂົວ Khaju Bridge ຢູ່​ປະ​ເທດ ອີ​ຮ່າ​ນ. ​ເປັນ​ຂົວ​ທີ່​ສ້າງ​ຂຶ້ນ​ໃນ​ສັດຕະວັດ​ທີ່ 17.

 

 

Khaju Bridge at night.

ອັນດັບ​ທີ່ 9. ຂົວ Pont du Gard ຢູ່​ປະ​ເທດ​ຝລັ່ງ​. ​ເປັນ​ຂົວ​ທີ່​ສ້າງ​ຂຶ້ນ​​ໃນ​ພາກ​ໃຕ້​ຂອງ ຝລັ່ງ ສ້າງ​ຂຶ້ນ​ເມື່ອ 63-12 BC.

ອັນ​ດັບ​ທີ່ 8. Bridge of Sighs ຢູ່​ປະ​ເທດ ອີ​ຕາ​ລີ.

Bridge of Sighs ແມ່ນ​ຂົວ​ທີ່​ສ້າງຂຶ້ນ​ໃນ​ເມືອງ ​ເວ​ນິດ ປະ​ເທດ ອີ​ຕາ​ລີ ​ເປັນ​ຂົວ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ຫ້ອງ​ສອບ​ສວນ​ນັກ​ໂທດ​ກັບ​ຄຸກ, ​ເຊິ່ງຊື່​ຂອງ​ຂົວ​ນີ້​ແມ່ນ​ຖືກ​ຕັ້ງ​ຂຶ້ນ​ມາ​ຈາກ​ນັກ​ໂທດທີ່ມັກ​ຖອນ​ຫາຍ​ໃຈ​ໃນ​ເມື່ອ​ຍາມ​ເດີນ​ຜ່ານຂົວໄປຈາກ​ຫ້ອງ​ສອບ​ສວນ​ໄປ​ສູ່​ຄຸກ ​ແລະ ​ເບິ່ງ​ວິວຜ່ານ​ປະຕູ​ປ່ອງຢ້ຽມ​ທີ່​ມີ​ເຫຼັກ​ຂັ້ນ​ໄວ້ ​ໄປ​ສູ່​ໂລກ​ພາຍ​ນອກ ​ເພາະ​ຄິດ​ໃນ​ໃຈ​ວ່າ​ອາດ​ຈະ​ເປັນ​ໂອກາດ​ຄັ້ງ​ສຸດ​ທ້າຍທີ່​ຈະ​ໄດ້​ເຫັນ ພາຍ​ນອກ

The Bridge of Sighs.

ອັນ​ດັບ​ທີ່ 7. Iron Bridge ຢູ່​ປະ​ເທດ ອັງກິດ.

Iron Bridge.

Iron bridge at night. Notice how the bridge and its reflection make a perfect circle.

ອັນ​ດັບ​ທີ່ 6. ຂົວ Cover Bridges ຢູ່​ປະ​ເທດ ການາ​ດາ.


The West Montrose Covered Bridge on the Grand River, Ontario, Canada. It’s known locally as the Kissing

ຫຼື ​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ:   Kissing bridge ​ເຊິ່ງຕັ້ງ​ຢູ່​ເມືອງ  ontorio ປະ​ເທດ ກາ​ນາ​ດາ.

Thomas Malone Covered Bridge in Beaver Creek State Park, Ohio.

ອັນ​ດັບ​ທີ່ 5. ຂົວ Ponte Vecchio ຢູ່​ປະ​ເທດ ອີ​ຕາ​ລີ.

Ponte Vecchio.

Ponte Vecchio at night.

Ponte Vecchio ຢູ່​ທີ່​ເມືອງ ຟໍ​ເຣ​ນ ປະ​ເທດ ອີ​ຕາ​ລີ ​ເຊິ່ງນອກຈາກ​ຈະ​ເປັນ​ຂົວ​ແລ້ວ ຍັງ​ເປັນ​ຖະໜົນ ​ແຫ່ງ​ການທ່ອງທ່ຽວອີກ​ດ້ວຍ.  

ອັນ​ດັບ​ທີ່ 4. The Winde and Rain Bridge ຢູ່​ປະ​ເທ​ຈີນ

Chengyang Bridge.

ຢູ່​ປະ​ເທດ ຈີນ ​ມີ​ອາຍຸ​ປະມານ 100 ປີ ສ້າງ​ຂຶ້ນ​ມາ​ໂດຍ​ບໍ່​ມີ​ການ​ໃຊ້​ເຫລັກ​ຕະປູເລີຍ ເຮັດໄປໄດ້ແນວໃດ​.  

ອັນ​ດັບ​ທີ່ 3. ຂົວ Brooklyn Bridge ຢູ່ປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ.   

Brooklyn Bridge.

Brooklyn Bridge at sunrise.

ອັນ​ດັບ​ທີ່ 2. ຂົວ Tower Bridge  ຢູ່​ປະ​ເທດ ອັງກິດ.  

Tower Bridge at twilight.

 

Tower Bridge at night.

ອັນ​ດັບ​ທີ່ 1. ຂົວ Golden Gate Bridge  ຢູ່​ເມືອງ ຊານ​ຟານ​ຊິດ​ສ​ໂກ ລັດ ຄາ​ລິ​ຟໍ​ເນຍ ປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ.

 

Golden Gate Bridge in HDR as the first big storm of the season hits San Francisco.

Golden Gate Bridge at sunset.