ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2009 | ມີ 41 ຄຳເຫັນ ແລະ 0 trackback(s)
  1. ຖ້າທຸກປະເທດເປັນໜີ້ກັນໝົດ ແລ້ວປະເທດໃດຊິເປັນເຈົ້າໜີ້
  2. ອາຫານໝາທີ່ໄດ້ຮັບການພັດທະນາ ທີ່ເຂົາບອກວ່າດີ ແລະ ແຊບ.. ແມ່ນໃຜລອງຊີມ
  3. ກ່ອງດຳ ທີ່ໃຊ້ເກັບຂໍ້ມູນຢູ່ເທິງຍົນ ມັນຈະບໍ່ຖືກທຳລາຍເວລາເກີດອຸບັດຕິເຫດ ແລ້ວເປັນຫຍັງບໍ່ສ້າງຍົນ ໂດຍໃຊ້ວັດຖຸຄືກັນກ່ອງດຳ
  4. ຮ້ອງໄຫ້ຢູ່ໃນນ້ຳໄດ້ບໍ່
  5. ປາເຄີຍຫິວນ້ຳບໍ່
  6. ເປັນຫຍັງນົກບໍ່ຕົກຕົ້ນໄມ້ເວລານອນຫລັບ (ຂະໜາດຄົນຍັງຕົກຕຽງ)
  7. ເປົ່າປູມເປົ້າໃນນ້ຳໄດ້ບໍ່
  8. ເປັນຫຍັງຕືກພາສາອັງກິດຈື່ງເອີ້ນວ່າ building ( building=ຕືກ=ກຳລັງສ້າງ) ກະດຽວວ່າມັນຈົນສ້າງແລ້ວໆ
  9. ຖ້າໃຜເປັນເຈົ້າຂອງດິນຕອນໜຶ່ງ ເຂົາຈະເປັນເຈົ້າຂອງເລິກລົງໄປຮອດແກນໂລກບໍ່
  10. ເປັນຫຍັງເຂັມຄວາມໄວຂອງລົດມີຮອດ 180 ທັ້ງໆທີ່ລະດັບນີ້ຕຳຫລວດຈັບແລ້ວ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ບໍ່ມີຫຍັງຫລາຍດອກ ຢ້ານໝູ່ໆລືມວ່າໂຕເອງເປັນຄົນລາວ ກະເລີຍຫາແນວດີໆມາໃຫ້ເບີ່ງວ່າ ກ່ອນທີ່ປະເທດລາວຈະເປັນປະເທດລາວໃນທຸກມື້ນີີ້ ໃນອາດີດມັນເປັນຈັ່ງໃດ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

  ອ່ານໃຫ້ຈົບເດີ່ ເລື່ອງນີ້ມີປະໂຫຍດ ຂ້ອຍຕັ້ງໃຈຂຽນສຸດໆ

 


 

ສຽງຜູ້ຍິງໄວກາງຄົນຮ້ອງດັງສະໜັ່ນ ພ້ອມກັບມີເດັກນ້ອຍ ແລະ ຜູ້ຍິງຄົນໜຶ່ງແລ່ນຜ່ານຂ້ອຍກັບແມ່ທີ່ຢືນຊື້ຊີ້ນໝູຢູ່ ໄປຢ່າງໄວ ທັງແມ່ແລະຂ້ອຍຫຼຽວໄປເບິ່ງທັນເຫັນຜູ້ຍິງຄົນນັ້ນແວັບໆ ແລ້ວແມ່ກະເວົ້າກັບຂ້ອຍວ່າ ນັ້ນແມ່ນປ້າທີ່ຂາຍຢາຢູ່ຮ້ານນີ້ແມ່ນບໍ່ ຂ້ອຍຕອບແມ່ວ່າ ແມ່ນແລ້ວ ລາວແລ່ນໄລ່ໃຜວະ

  ປ້າຄົນນັ້ນຊື່ວ່າປ້າໜອມ ເປັນຄົນຂາຍຢາຢູ່ຕະຫລາດແຖວໄກ້ບ້ານຂ້ອຍຫັ້ນແຫລະ ຖືວ່າລາວເປັນຄົນທີ່ມີຖານະດີຄົນໜຶ່ງຢູ່ແຖວນັ້ນເລີຍກະວ່າໄດ້ ປ້າໜອມເປັນຄົນຂີ້ໜຽວ ແຖມປາກຮ້າຍທີ່ສຸດໃນຕະຫລາດກະວ່າໄດ້ ຖ້າໃຜຕໍ່ລາຄາຫລາຍເກີນໄປ ຫລືຖາມແລ້ວບໍ່ຊື້ລາວກໍ່ຈະໂວຍວາຍ ແບບວ່າແລ່ນອອກຈາກຮ້ານເກືອບບໍ່ທັນພຸ້ນແຫລະ

  ສຽງນັ້ນເລີ່ມດັງຂຶ້ນ ຂ້ອຍຫລຽວໄປເຫັນປ້າໜອມຈັບແຂນເດັກຜູ້ຊາຍຄົນໜື່ງ ອາຍຸປະມານ 10ປີ ເທົ່າໆກັບຂ້ອຍ ທີ່ກຳລັງດີ້ນຮົນຢູ່ ແລະ ປ້າໜອມກຳລັງຊິຕີ ແມ່ຂ້ອຍຈື່ງເຂົ້າໄປຖາມ

  ມີເລື່ອງຫຍັງປ້າໜອມ ກະບັກເວນນີ້ເດ່ ມັນມາຂໍຊື້ຢາດີເຈັບທ້ອງ ກັບຢາໝ່ອງ (ກາຄົນໃຈດີຮັກແມ່ເດັກນ້ອຍalt) ພໍແຕ່ຂ້ອຍເອົາຢາໃຫ້ມັນກະແລ່ນເລີຍ ເງີນກະບໍ່ຈ່າຍ

  ເວົ້າແລ້ວປ້າໜອມກະຕີຫົວເດັກນ້ອຍຄົນນັ້ນບາດໜຶ່ງຢ່າງແຮງ ແລະຈະມີອີກຫລາຍບາດແນ່ນອນຖ້າແມ່ຂ້ອຍບໍ່ຫ້າມໄວ້ ຢ່າຕີມັນເລີຍອີ່ຕົນມັນ ລະຊີໃຫ້ເຮັດຈັ່ງໃດ ເອີ້ນຕຳຫລວດມາຈັບມັນເຂົ້າຄຸກເລີຍດີບໍ່ ບັກລູກພໍ່ແມ່ບໍ່ສັ່ງສອນ ໂຕທໍ່ນີ້ກະເປັນຂີ້ລັກແລ້ວ ໃຫຍ່ມາກະຄືຊີໄປລັກເຂົາກິນແຫລະ ແມ່ຫລຽວເບິ່ງຂ້ອຍແລ້ວຫລຽວໄປເບິ່ງເດັກຄົນນັ້ນທີ່ນ້ຳຕາກຳລັງຊີໄຫລ ແມ່ມິດຢູ່ບືດໜຶ່ງແລ້ວໄປເວົ້າກັບປ້າໜອມວ່າ ຢ່າໃຫ້ເຖິງຂະໜາດນັ້ນເລີຍປ້າ ເດັກນ້ອຍມັນຄືຊີຢາກຊື້ຢາ ແຕ່ມັນບໍ່ມີເງີນ ເອົາຈັ່ງຊີ້ ຄ່າຢາຫັ້ນທໍ່ໃດ ຂ້ອຍຊີເປັນຄົນຈ່າຍໃຫ້

  ໃນທີ່ສຸດເລື່ອງກໍ່ຈົບລົງໂດຍການທີ່ແມ່ຍອມຈ່າຍຄ່າຢາດີເຈັບທ້ອງກັບຢາໝ່ອງ ແລ້ວແມ່ກໍ່ຈູງແຂນເດັກນ້ອຍຄົນນັ້ນອອກມາ ປ້າໜອມຍັງຢອດມາໃສ່ຢູ່ວ່າ ລະວັງເດີ່ ເຮັດດີກັບຄົນຂີ້ລັກແບບນີ້ຈະເສຍໃຈພາຍຫລັງ ແຕ່ແມ່ບໍ່ໄດ້ຕອບຫຍັງ

  ແມ່ຖາມເດັກຄົນນັ້ນວ່າຫລານຊື່ຫຍັງ ເດັກຊາຍຕອບ ອານຸ ເປັນຫຍັງຫລານຈຶ່ງໄປລັກຢາຂອງປ້າໜອມ ເດັກຄົນນັ້ນເງີຍໜ້າທີ່ເຕັມໄປດ້ວຍນ້ຳຕາ ແລ້ວເວົ້າຂຶ້ນຢ່າງສະອຶກສະອື້ນວ່າ ແມ່ຫລານເຈັບທ້ອງແຮງ ແລະ ແມ່ກະບໍ່ມີເງີນໄປໂຮງໝໍ ຫລານກະເລີຍຕ້ອງ.....alt...!!!!

  ແມ່ເບີ່ງໜ້າເດັກຄົນນັ້ນໄລຍະໜຶ່ງ ແລ້ວຍື່ນຖົງໝາກກ້ຽງທີ່ຊື້ມາໃຫ້ເດັກຄົນນັ້ນຖົງໜຶ່ງ ແລ້ວບອກກັບເດັກຄົນນັ້ນວ່າ ເທື່ອໜ້າຢ່າໄປລັກຂອງໃຜເດີ່ ຄັນບໍ່ມີເງີນຊື້ຢາມາຂໍປ້າໄປຊື້ກະໄດ້ ປ້າຊື່ສົມພອນ ເປີດຮ້ານຫຍີບເຄື່ອງຢູ່ໃກ້ໆນີ້ແຫລະ ຖາມໃຜກະຮູ້ດອກ ເອົ້າ..!! ເອົາໝາກກ້ຽງນີ້ໄປຝາກແມ່ ຄົນເຈັບຕ້ອງກິນໝາກໄມ້ຫລາຍໆ ຈັ່ງຊີດີໄວໆ ຮູ້ບໍ່ ແມ່ເວົ້າພ້ອມກັບສົ່ງຮອຍຍີ້ມ ເດັກຄົນນັ້ນອຶ້ງຢູ່ບຶດໜຶ່ງ ແລ້ວກໍ່ຈັບເອົາຖົງໝາກກ້ຽງພ້ອມກັບຄຳວ່າຂອບໃຈ ແລ້ວກໍ່ຫັນຫລັງຈາກໄປ

  ຫລັງຈາກກັບມາຮອດເຮືອນຂ້ອຍກະຖາມແມ່ທັນທີວ່າ ເປັນຫຍັງແມ່ຈື່ງຊ່ວຍເດັກຄົນນັ້ນ ຮູ້ຈັກກັນສະເບາະ ແມ່ຍິ້ມແລ້ວຕອບວ່າ ບໍ່ຮູ້ຈັກດອກລູກ ແຕ່ແມ່ເຫັນເດັກນ້ອຍຄົນນີ້ ຮັບຈ້າງຂາຍຂະໝົມ ຢູ່ແຖວບ້ານເຮົານີ້ແຫລະ ແຕ່ລາວຄືຊິຈື່ແມ່ບໍ່ໄດ້ດອກ ແມ່ກະເຄີຍຊື້ຂະໜົມລາວກິນຢູ່ ແລ້ວຂ້ອຍກະເວົ້າຕໍ່ ແຕ່ນັ້ນມັນກະບໍ່ແມ່ນເຫດຜົນທີ່ຈະໄປຊ່ວຍເຂົານະແມ່ ຖ້າເຂົາເປັນຄົນຂີ້ລັກ ແມ່ຫລຽວມາເບີ່ງໜ້າຂ້ອຍແລ້ວເວົ້າວ່າ ແມ່ເຊື່ອວ່າເດັກທີ່ເຄີຍຫາເງິນດ້ວຍຕົນເອງມາແຕ່ອາຍຸນ້ອຍໆ ຕ້ອງມີຄວາມຮັບຜິດຊອບ ແລະ ຮູ້ຄຸນຄ່າຂອງເງີນທຸກກີບວ່າ ກວ່າຊີຫາມາໄດ້ຫັ້ນມັນຍາກມັນເມື່ອຍສ່ຳໃດ ແລະ ຄົນທີ່ມີຄວາມຮັບຜິດຊອບນີ້ຈະບໍ່ມີທາງລັກຂອງໃຜດອກນອກຈາກຈະຈຳເປັນແທ້ໆ ທີ່ເຂົາບໍ່ມີທາງອື່ນໃຫ້ເລືອກແລ້ວເທົ່ານັ້ນ ຂ້ອຍຟັງແລະກໍ່ຖາມແມ່ຕໍ່ວ່າ ແລ້ວຕໍ່ໄປຖ້າເຂົາມາຂໍເງີນແມ່ໄປຊື້ຢາອີກ ແມ່ກະຊີໃຫ້ແທ້ຫວາ ໃຫ້ຕົ໋ວລູກ ຄັນມັນບໍ່ຫລວງຫລາຍອີ່ຫຍັງນະ ລະແມ່ບໍ່ເສຍດາຍເງີນຫວາ ເຮືອນເຮົາກະບໍ່ໄດ້ຮັ່ງມີຄືເຮືອນປ້າໜອມນະ ເຖິງແມ່ຊີບໍ່ມີເງີນທອງຫລວງຫລາຍພາຍມາກ ແຕ່ການໄດ້ຊ່ວຍເຫລືອຄົນທີ່ກຳລັງລຳບາກ ແມ່ກະມີຄວາມສຸກແລ້ວ ແຖມຍັງໄດ້ບຸນອີກ ເທົ່ານີ້ແມ່ກະພໍໃຈແລ້ວ ບໍ່ໄດ້ຕ້ອງການອີ່ຫຍັງຕອບແທນດອກ ລະແມ່ກະເວົ້າຕໍ່ອີກວ່າ ລູກອາດຈະບອກວ່າ ການລັກເຄື່ອງມັນເປັນສິ່ງທີ່ຜິດ... ແມ່ນ!!! ແມ່ບໍ່ຖຽງ ແຕ່ເຮົາຕ້ອງຄິດໄປໃນຫລາຍໆດ້ານ ຢ່າຄິດແຕ່ເລື່ອງຊັບສິນເງີນທອງ ຕອນນີ້ລູກອາດຈະບໍ່ເຂົ້າໃຈ ແຕ່ແມ່ເຊື່ອວ່າມີມື້ໜື່ງລູກຫາກຊີເຂົ້າໃຈເອງແຫລະ ຫລັງຈາກນັ້ນຂ້ອຍກັບແມ່ກະລົມກັນເລື່ອງອື່ນໂດຍບໍ່ຄີດເຖິງເລື່ອງນີ້ອີກເລີຍ

  ຈົນເຫດການໜື່ງເກີດຂື້ນ ຈື່ງເຮັດໃຫ້ຂ້ອຍກັບມາຄີດຮອດເລື່ອງນີ້ອີກເທື່ອໜື່ງ ຂ້ອຍຄັ່ງທັ້ງນ້ຳຕາ ຊາບຊື້ງຫລາຍ ຄຳເວົ້າຂອງແມ່ໃນມື້ນັ້ນມັນຖືກຕ້ອງທີ່ສຸດແທ້ໆ

  ຫລັງຈາກທີ່ຂ້ອຍຮຽນຈົບປະຣີນຍາຕຣີແລ້ວ ຂ້ອຍກະໄດ້ເຮັດວຽກ ໄດ້ເງິນເດືອນພໍກຸ້ມກິນ ຫາລ້ຽງແມ່ໂດຍບໍ່ລຳບາກປານໃດ ຈື່ງຂໍຮ້ອງໃຫ້ແມ່ເຊົາເຮັດວຽກ ເພາະແມ່ເຮັດວຽກມາ 20 ກວ່າປີເພື່ອສົ່ງເສຍລູກຈົນຮຽນຈົບ ເຖິງເວລາແລ້ວທີ່ເຮົາຈະເປັນຄົນລ້ຽງດູແມ່ ແລະແມ່ກໍ່ຍອມ ແຕ່ແມ່ກໍ່ບອກວ່າຈະຫາເຮັດຫຍັງເລັກໆນ້ອຍໆຢູ່ຕາມບ້ານ ເພາະຄັນບໍ່ໄດ້ເຮັດຫຍັງແທ້ໆມັນກະຮູ້ສຶກເບື່ອ ຂ້ອຍກະຍອມຕາມໃຈແມ່

  ຫລັງຈາກຂ້ອຍໄດ້ເຮັດວຽກໄດ້ 2 ປີ ແມ່ກະຢູ່ບໍ່ສະບາຍ ເລີ່ມຈາກການເຈັບຫົວທຳມາດາ 2, 3 ມື້ລະມັນກະເຊົາເອງ ຈົນມັນເລີ່ມເປັນແຮງຂື້ນ ຂ້ອຍກະເລີຍພາແມ່ໄປໂຮງໝໍ ທ່ານໝໍບອກວ່າບໍ່ເປັນຫຍັງຫລາຍ ເປັນຍ້ອນແມ່ເຮັດວຽກໜັກເກີນໄປ ທ່ານໝໍໃຫ້ຢາມາຊຸດໜື່ງ ແລ້ວຢ້ຳວ່າໃຫ້ພັກຜ່ອນຫລາຍໆ ຈື່ງຈະເຊົາໄວໆ

  ຫລັງຈາກກິນຢາຕາມທ່ານໝໍສັ່ງແລ້ວອາການຂອງແມ່ກໍ່ເຊົາໄປ ຂ້ອຍກະສະບາຍໃຈ ແລະອີກ 1 ເດືອນຕໍ່ມາແມ່ກໍ່ກັບມາເຈັບອີກ ເທື່ອນີ້ເປັນແຮງກວ່າເທື່ອແລ້ວ ຂ້ອຍກັງວົນຫລາຍ ແລ້ວພາແມ່ໄປໂຮງໝໍອີກ ເທື່ອນີ້ທ່ານໝໍບອກວ່າໃຫ້ພາແມ່ໄປໂຮງໝໍຢູ່ໃນເມືອງເພາະເຄື່ອງມືຈະທັນສະໄໝກວ່າ ຂ້ອຍກະພາແມ່ໄປ ແລ້ວທ່ານໝໍກວດພົບວ່າ ແມ່ເປັນເນື້ອງອກໃນສະໝອງ ຕ້ອງໄດ້ຜ່າຕັດດ່ວນ ຄັນປ່ອຍໄວ້ມັນອາດຈະໄປທັບເສັ້ນປະສາດເຮັດໃຫ້ເປັນອຳມະພາດໄດ້ ຫລື ຖ້າຜ່າຕັດບໍ່ທັນກໍ່ອາດເຖິງຂັ້ນເສຍຊີວິດ ຂ້ອຍຕົກໃຈຫລາຍຈື່ງຂໍຮ້ອງໃຫ້ທ່ານໝໍຜ່າຕັດໃຫ້ແມ່ທັນທີ ໝໍບອກວ່າ ໂຮງໝໍນີ້ມີທ່ານໝໍພຽງ 2 ຄົນທີ່ເກັ່ງໃນການຜ່າຕັດເນື້ອງອກ ເພິ່ນກະໂທຫາໝໍຄົນນັ້ນ ບັງເອີນວ່າທ່ານໝໍຜ່າຕັດຄົນນັ້ນວ່າງພໍດີ ແລ້ວແມ່ກໍ່ຖືກນຳໂຕເຂົ້າຫ້ອງຜ່າຕັດທັນທີ ໃນຂະນະທີ່ຂ້ອຍຖ້າຢູ່ນອກດ້ວຍຄວາມກະວົນກະວາຍໃຈ ທັງເລື່ອງການເຈັບຂອງແມ່ ແລະເລື່ອງທີ່ທ່ານໝໍຖີ້ມທ້າຍໄວ້ໃຫ້ວ່າ ຕ້ອງທຳໃຈໄວ້ແດ່ເດີ່ ການຜ່າຕັດເນື້ອງອກໃນສະໝອງ ມີຄວາມສ່ຽງທີ່ຈະເສຍຊີວິດສູງ ເຖິງແມ່ນວ່າການຜ່າຕັດຈະປະສົບຜົນສຳເລັດກໍ່ຕາມ ອີກເລື່ອງກະຄື ຄ່າໃຊ້ຈ່າຍໃນການຜ່າຕັດສະໝອງຂ້ອນຂ້າງສູງ ຄ່າຜ່າຕັດ ລວມທັງຄ່າຢາໄລຍະພັກຟື້ນ ລວມໆແລ້ວປະມານ 130ລ້ານກີບ ໄດ້ຍິນແລ້ວຂ້ອຍແທບລົ້ມທັ້ງຢືນ ຂ້ອຍຊີໄປຫາເງີນໃສມາໄດ້ຫລວງຫລາຍປານນັ້ນ ເງີນເກັບຂອງແມ່ລວມທັງເງີນຂ້ອຍມີບໍ່ຮອດ 20ລ້ານຊ້ຳ ແຕ່ຈັ່ງໃດກະຢ່າ ຂໍເອົາຊີວີດແມ່ໄວ້ກ່ອນ ສ່ວນເລື່ອງເງີນເອົາໄວ້ຄີດນຳຫລັງ

  ຫລັງຈາກການຜ່າຕັດຈົບລົງ ເປັນໂຊກດີຂອງແມ່ທີ່ການຜ່າຕັດປະສົບຜົນສຳເລັດ ແລະ ບໍ່ມີອາການແຊກຊ້ອນໃດໆ ທ່ານໝໍບອກວ່າພັກຟື້ນປະມານ 1 ເດືອນກະກັບບ້ານໄດ້ແລ້ວ ທາງໂຮງໝໍແຈ້ງລາຍການຄ່າໃຊ້ຈ່າຍທັງໝົດມາໃຫ້ຂ້ອຍ ປະກົດວ່າເປັນເງີນຈຳນວນ 2ແສນກີບ ເປັນຄ່າຕີດຕໍ່ປະສານງານເທົ່ານັ້ນ ຂ້ອຍແປກໃຈຈື່ງໄດ້ຖາມພະຍາບານ ພະຍາບານບອກວ່າ ທ່ານໝໍທີ່ເປັນຄົນຜ່າຕັດໃຫ້ແມ່ຂ້ອຍຫັ້ນສັ່ງໄວ້ວ່າ ບໍ່ໃຫ້ຄີດໄລ່ເງີນນຳຂ້ອຍກັບແມ່ ພະຍາບານເອງກະບໍ່ຮູ້ສາເຫດ ຂ້ອຍກໍ່ຂໍພົບໝໍຄົນນັ້ນເພື່ອຈະຂອບໃຈ ແຕ່ພະຍາບານບອກວ່າ ຫລັງຈາກທີ່ລາວຜ່າຕັດໃຫ້ແມ່ແລ້ວ ລາວກະຖືກສົ່ງໂຕໄປສືກສາເພີ່ມເຕີມກ່ຽວກັບການຜ່າຕັດສະໝອງ ທີ່ອາເມລີກາ ແຕ່ໝໍຄົນນັ້ນໄດ້ຝາກຈົດໝາຍໄວ້ໃຫ້ຂ້ອຍແລະແມ່ ແລະຢ້ຳທາງໂຮງໝໍວ່າໃຫ້ມອບໃຫ້ຂ້ອຍແລະແມ່ໃນມື້ທີ່ແມ່ອອກໂຮງໝໍ

  1ເດືອນຜ່ານໄປ ແມ່ກໍ່ອອກໂຮງໝໍພ້ອມກັບໄດ້ຮັບຈົດໝາຍສະບັບນັ້ນ ພໍຮອດເຮືອນຂ້ອຍກັບແມ່ກໍ່ໄດ້ເປີດອ່ານຈົດໝາຍຂອງທ່ານໝໍຄົນນັ້ນທັນທີ ພໍອ່ານຈົບ ຂ້ອຍກັບແມ່ກໍ່ນ້ຳຕາໄຫລອອກມາພ້ອມກັນ alt

 

 

ເນື້ອໃນຂອງຈົດໝາຍຂຽນວ່າ:

 

ຄ່າຜ່າຕັດ 0 ກີບ

 

ຄ່າຢາທັງໝົດ 0 ກີບ

 

ຄ່າໃຊ້ຈ່າຍທີ່ເຫລືອ 0 ກີບ

 

ລວມເປັນເງີນທັງໝົດ 0 ກີບ

 

 

ໝາຍເຫດ... ຄ່າໃຊ້ຈ່າຍທັງໝົດໄດ້ຮັບຮຽບຮ້ອຍແລ້ວເມື່ອ 15 ປີທີ່ຜ່ານມາ ເປັນຢາດີເຈັບທ້ອງ ຢາໝ່ອງ ແລະ ໝາກກ້ຽງຖົງໜຶ່ງ ຂໍໃຫ້ມີສຸຂະພາບແຂງແຮງໄປດົນໆ ເດີ່ປ້າສົມພອນ alt

 

ຈາກ... ດຣ ອານຸ

 

 

 

 

ຄົນທີ່ເຮົາຄິດວ່າບໍ່ດີ ອາດຈະດີກວ່າຄົນດີທີ່ເຮົາຄິດ!!!!!!

ຂຽນໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 24 ຄຳເຫັນ ແລະ 0 trackback(s)

 

  alt

ເລື່ອງນີ້ຂ້ອຍຂຽນຂຶ້ນຕອນຮຽນຢູ່ Woodson Adult High School in USA ເນື່ອງຈາກວ່າເລື່ອງລາວຂອງຂ້ອຍ ອາດຈະຊ່ວຍໃຫ້ຄົນອື່ນມີກຳລັງໃຈເວລາມີບັນຫາເຂົ້າມາໃນຊີວິດ ອາຈານຈີ່ງໄດ້ຂໍເລື່ອງນີ້ໄປຂຽນເປັນປຶ້ມ ເພື່ອໃຫ້ນັກສຶກສາລຸ່ນຕໍ່ໆໄປໄດ້ອ່ານ

 

My name is Khamprasert Vongxay. I was born in Vientiane, Laos. My terrible life started after I finished high school. Here, I will tell you when I finished high school until I finished university. Especially, when I was in the final year of university. 
          I have thought about becoming a dentist ever since I was a child. So, after I finished high school on June 23, 2000, I went to National University of Laos, Faculty of Medical Sciences and I was in the Department of Dentistry in my third year. During this time is when this problem came into my life. I usually had problems with my studying, my love and my family. Sometimes they came all at the same time.
          Each time when I had an exam, I studied extremely hard. I usually went to bed after midnight. I was exhausted. Some days I slept only 1 or 2 hours. When I practiced at the hospital, I didn't sleep all night.

I also had problems with love. I fell in love easily. I was broken hearted many times throughout the year. It was like my hobby. Nobody loved truly me. Many girls said I was the best. But why didn't they love me? I thought girls love bad guys. My family also didn't understand me. My dad died when I was thirteen. My mom went to America in 1999. I lived in the dormitory with my friends. My mom never understood me. When she called me, she usually asked me "Do you have enough money”? I usually said "Yes, don't worry," but I didn't. I had three sisters in Laos. When I needed money, I had to tell my sisters. They rarely gave me anything. 
          I was in National University of Laos for six years. I needed money from my mom three times, but she never gave me any. She always said "If you need money, you should tell your sisters, because they keep my money." It was true. I used my mom's money. But I got it from my sisters. My mom was right. But she didn't know my sisters abhorred me. They never listened to my reasons. It was impossible if I told. So, I didn't. My mom believed in my sisters more than she believed in me. If I told her, she also didn't believe me. So, when I had problems, I usually solved them by myself. Sometimes it was wrong. Other times it was right. Many times I went to the temple to pray. I talked with Buddha. Then, I felt better. Six years of university I made two mistakes that I couldn't solve by myself because it used a lot of money. Everyone in my family said I was very bad. I knew. I was wrong. I confessed. I didn't intend. They were accidents. But nobody listened to me.
           August 25, 2006, it was a special day for me and more than two thousand students because it was the day that I got a diploma. I got a Bachelor's Degree of Dentistry. It should have been the happiest time of my life. But it was the saddest day for me. There were thousands of people around me, but I didn't see any people from my family or cousins without my friends. I bought some flowers for myself. I was waiting for my sisters for four hours. But nobody came. Nobody called me and nobody said, “Congratulations.” If you were me you would know how I was. I went to my dormitory at noon. I was in my bed. I felt lonely. It was like there was only me in the world. I thought a lot. I cried. My friends were celebrating. But I was in tears. 
           My life was terrible all the time. I hope you are not like me. Although, there were many bad things in my life, they made me stronger. I never hated my family. I hope there might be a day they will understand me. I hope my life will be better. Now I still don't dare to talk with my family when I have problems. 
           I think I am like a candle, people need only when it is dark. My family is like the time when someone doesn't know how to use. My love is like a pearl in the ocean.

                                 Thanks for reading