ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ແຂ້ວແມງຂັ້ນ2 ຫລື ເອີ້ນວ່າ ແມງນວນແຂ້ວ ແລະ ຍັງເອີ້ນໄດ້ອີກວ່າ ນວນແຂ້ວອັກເສບ

ພາສາອັງກິດ Pulp Caries (Pulpitis)

ພາສາຝຣັ່ງ: Pulpite

alt

ນິຍາມ:   ແມ່ນພະຍາດນວນແຂ້ວອັກເສບ ເຊິ່ງສ່ວນຫລາຍແມ່ນມີຜົນສະທ້ອນມາຈາກແມງຂັ້ນ2 ບໍ່ໄດ້ຮັບການປິ່ນປົວ

ສາເຫດ

+ ຈາກການຊືມເຊື້ອ: ແມງເນື້ອແຂ້ວທີ່ບໍ່ໄດ້ຮັບການປິ່ນປົວ

+ ຈາກການກະທົບ: ແຂ້ວແຕກ ຫລື ບິ່ນອອກ ຍ້ອນອຸບັດຕິເຫດຕ່າງໆ ຫລື ຫ້ອງນວນແຂ້ວອາດຖືກໄຂໂດຍບັງເອີນ ໃນຂະນະທີ່ໃຊ້ Fraise, Excavator ຄັວດຂີ້ແມງດຳອອກບໍ່ລະອຽດ

+ ຖືກອຸນຫະພູມ: ຄວາມຮ້ອນທີ່ເກີດຈາກການຝົນແຂ້ວ, ຕັດແຂ້ວເພື່ອເຮັດຕໍແຂ້ວ

+ ທາດເຄມີ: ການອັດຖາວອນດ້ວຍ Amalgame, Ciment ທີ່ໃກ້ນວນແຂ້ວ ແຕ່ບໍ່ໄດ້ຮອງພື້ນ ຫລື ຮອງບາງເກີນໄປ ແລະ ອາດຍ້ອນໃຊ້ຢາປີ່ນປົວແຂ້ວ ທີ່ມີຄຸນລັກສະນະສານເຜົາໄໝ້ໃກ້ຫ້ອງນວນແຂ້ວເກີນໄປເຊັ່ນ: Formol, Trioxy, ethylene . . .

+ ຈາກເລືອດ: ເປັນພະຍາດຊືມເຊື້ອເລືອດ (ເນື່ອງຈາກຫ້ອງນວນແຂ້ວມີເລືອດໄປຫລໍ່ລ້ຽງ)

+ ເຊື້ອພະຍາດ: ເກີດຈາກເຊື້ອ Streptococcus ທີ່ເປັນເຊື້ອທັງມັກອາກາດແລະບໍ່ມັກອາກາດ (Aeobics & Anaerobics)

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

+ ເຈັບຕາມລຳພັງທີ່ມີລັກສະນະຕອດເຕັ້ນຄືກຳມະຈອນຕີ

+ ເຈັບແກ່ຍາວຫລາຍນາທີ ຫລາຍຊົ່ວໂມງ ຫລື ຫລາຍກວ່ານັ້ນ. ແຕ່ສ່ວນໃຫ່ຍມັກຈະເຈັບເປັນໄລຍະ

+ ເຈັບແຜ່ລາມ (ຂື້ນກັບວ່າເປັນແມງໃສ່ແຂ້ວເຫລັ້ມໃດ)

+ ເຈັບໃນເວລາກາງຄືນ

+ ເຈັບເວລາມີສິ່ງຕ້ອງຊູນ ເຊັ່ນ: ຫຍ້ຳອາຫານ, ດື່ມນ້ຳເຢັນ ຫລື ນ້ຳຮ້ອນ, ຂອງຫວານ, ຂອງເຄັມ, ຂອງເຜັດ, ໃນຂະນະທີ່ກຳລັງອອກແຮງງານ, ກົ້ມຫົວລົງ

+ ສະຫລຸບແລ້ວ ທຸກປັດໄຈທີ່ມີການກະຕຸ້ນໃຫ້ເສັ້ນເລືອດຕື່ງໂຕ ຈະເຮັດໃຫ້ມີອາການເຈັບໂລດ

2. ອາການທີ່ແພດກວດພົບ

+ ຈະເຫັນມີຂຸມແມງເລິກ

+ ໃຊ້ Excavator ຄວັດເສດອາຫານອອກຈະເຈັບ, ເມືອໃຊ້ Explorer ແຍ່ເບິ່ງຈະພົບຈຸດຊອດ ຫລື ຈຸດເຈັບແຮງ ຈົນບໍ່ສາມາດຕ້ອງຊູນໄດ້ອີກ ພ້ອມທັງມີເລືອດໄຫລອອກມາຈາກຫ້ອງນວນແຂ້ວ

+ ຊ່ອງໄຟຟ້າຈະເຫັນພື້ນຜົ້ງແມງຊອດລ່ວງໃສ່ຫ້ອງນວນແຂ້ວ

+ ກວດດ້ວຍເຄື່ອງກວດທີ່ມີຊື່ວ່າ:  Pulpo-testeur ຈະໄດ້ 10 - 18 uA

ຮູບແບບສະແດງ: ແບ່ງອອກເປັນ 3 ປະເພດ

+ Pulpite subaigue

+ Pulpite aigue: ລວມມີ Pulpite aigue sereuse (ແບບບໍ່ທັນມີໜອງ) ແລະ  Pulpite aigue purulente (ແບບມີໜອງ)

+ Pulpite chronique: ລວມມີ Pulpite chronique hypotrophique polype pulpaire (ມີການອັກເສບນວນແຂ້ວແລ້ວນວນແຂ້ວຈະໄຄ່ຂຶ້ນ) ແລະ Pulpite chronique atrophique (ເມື່ອມີການອັກເສບແລ້ວນວນແຂ້ວຈະນ້ອຍ)

ນອກຈາກນັ້ນເຮົາຍັງສາມາດແບ່ງໄດ້ຕາມການອັກເສບຄື

+ Pulpite partielles (ນວນແຂ້ວອັກເສບສ່ວນໃດສ່ວນໜຶ່ງ)

+ Pulpite tatales (ນວນແຂ້ວອັກເສບທັງໝົດ)

ແລະຍັງສາມາດແບ່ງໄດ້ອີກໂດຍເອົາເພດານແຂ້ວເປັນໂຕກຳນົດຄື

+ Pulpite ouvertes (ຫ້ອງນວນແຂ້ວຊອດ)

+ Pulpite fermees (ຫ້ອງນວນແຂ້ວປິດ)

ການບົ່ງມະຕິ

1. ບົ່ງມະຕິແນ່ນອນ

+ ເຈັບໂດຍລຳພັງ

+ ເຈັບແຮງເມື່ອມີການຍຸແຍ່ ເຊັ່ນ: ຫຍ້ຳອາຫານ, ດື່ມນ້ຳຮ້ອນ ນ້ຳເຢັນ, ແຕ່ກັດແຂ້ວເຂົ້າກັນບໍ່ເຈັບ

+ ເຈັບແກ່ຍາວ

+ ເຈັບແຜ່ລາມ

+ ເຈັບມີລັກສະນະຕອດເຕັ້ນຄືກຳມະຈອນຕີ

+ ກວດຜົ້ງແມງພົບຈຸດເຈັບແຮງ ຫລື ຈຸດຊອດພືນຜົ້ງແມງ ແລະ ມີເລືອດໄຫລອອກຫລັງຈາກກວດ

+ ຊ່ອງໄຟຟ້າຈະເຫັນຄອງສີດຳ ຊອດລ່ວງໃສ່ຫ້ອງນວນແຂ້ວ, ແຕ່ບໍລິເວນອ້ອມຮາກແຂ້ວປົກກະຕິ

2. ບົ່ງມະຄິຈຳແນກ

Periodontite

ວິວັດທະນາການ

ຖ້າບໍ່ໄດ້ຮັບການປິ່ນປົວ ຫລື ປິ່ນປົວບໍ່ຖືກຕ້ອງກໍ່ຈະກ້າວໄປເປັນ Gangrene Pulpaire, Peridontite......

ການປິ່ນປົວ: ມີ 2​ ວິທີ

1. Coffage Pulpaire / Direct Pulp Capping ( ການຮັກສານວນແຂ້ວໄວ້ ດ້ວຍການຮຳບາດແຜນວນແຂ້ວ)

ເຮັດໃນກໍລະນີທີ່ຮູຊອດບໍ່ກາຍ 1 ມມ ແລະ ບໍ່ມີການຊືມເຊື້ອມາກ່ອນ. ມີຂັ້ນຕອນປະຕິບັດດັ່ງນີ້

+ ສັກຢາມືນສະເພາະທີ່ເພື່ອສະດວກໃນການປະຕິບັດ

+ ກຽມຜົ້ງຕາມລັກສະນະຂອງແມງ

+ ລ້າງຜົ້ງຢ່າງລະມັດລະວັງດ້ວຍນຳເກືອ (selum salle), ບໍ່ຄວນລ້າງດ້ວຍ Hydrogen (ມັນຈະໄໝ້)

+ ເຊັດໃຫ້ແຫ້ງດ້ວຍສຳລີ

+ ໃສ່ Calcium Hydroxyde ທີ່ເປັນ Base ທາໃສ່ບໍລິເວນອ້ອມຮູຊອດ ແລະ ປ່ອຍໃຫ້ຢາຄ່ອຍໆໄຫລລົງປິດທັບຮູຊອດ. ພະຍາຍາມບໍ່ໃຫ້ມີແຮງກົດ.

+ ປິດທັບດ້ວຍ Hydroxyde de Calcium ທີ່ປະສົມລະຫວ່າງ Base + Catalyse

+ ກຽມວັດສະດຸຮອງພື້ນ IRM ແລ້ວກໍ່ອັດຖາວອນ

ໝາຍເຫດ: ຄວນນັດຄົນເຈັບມາຕິດຕາມຄືນ ເພື່ອເຮັດການທົດສອບນວນແຂ້ວ (Pulp Test)

2. Pulpectomie (ການຕັດເອົານວນແຂ້ວອອກ)

+ ໃສ່ຢາຂ້ານວນແຂ້ວປະໄວ້ 3 - 5 ມື້

+ ໃສ່ Meche Fermee ປະໄວ້ 5 - 7 ມື້

+ ອັດຮູຮາກປະໄວ້ 7 - 15 ມື້

+ ອັດຖາວອນດ້ວຍ Amalgame, Ciment, Composite ແລ້ວແຕ່ຄວາມເໝາະສົມຂອງຜົ້ງແມງ ແລະ ເຫລັ້ມແຂ້ວ

ວີທີແກ້ໄຂເພື່ອບັນເທົາຄວາມເຈັບປວດ

+ ຂູດເອົາ ຮາກ ຫລື ລຳ ຜັກຄາດ ຫລື ຜັກອີ່ເລີດ ຍັດໃສ່ຂຸມແມງ... ຫລື ສາມາດໃຫ້ໝາກມາດ, ໝາກແຂ່ນ ຫລື ຢາສູບ ຍັດໃສ່ກໍ່ໄດ້.( ຫລັງຈາກເຊົາເຈັບແລ້ວໃຫ້ເອົາອອກ)

ສິ່ງທີ່ຄວນເອົາໃຈໃສ່

+ ອາການຂອງ Pulpite ມີ: ເຈັບໂດຍລຳພັງ, ເຈັບແກ່ຍາວ, ເຈັບແຜ່ລາມ, ເຈັບມີລັກສະນະຕອດເຕັ້ນຄືກຳມະຈອນຕີ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)

 

ຂຽນໂດຍ: ຄົນໃຈດີ (2006)

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2009 | ມີ 23 ຄຳເຫັນ ແລະ 0 trackback(s)


ແມງຂັ້ນ2 ຫລືເອີ້ນອີກຊື່ໜຶ່ງວ່າ ແມງເນື້ອແຂ້ວ ຫລືເອີ້ນໄດ້ອີກວ່າ ເນື້ອແຂ້ວອັກເສບ

ພາສາອັງກິດ: Dentine Caries ຫລືເອີ້ນວ່າ: Dentinitis

ພາສາຝຣັ່ງ: Dentinite

alt

ນິຍາມ: ແມ່ນການອັກເສບເນື້ອແຂ້ວ ໝາຍຄວາມວ່າແມງຈະທຳລາຍຮອດແຕ່ຊັ້ນເນື້ອແຂ້ວເທົ່ານັ້ນ

ສາເຫດ

1. ສາເຫດມາຈາກແຂ້ວ

+ ແມງເຄືອບແຂ້ວ ຫລື ເຄືອບຮາກແຂ້ວທີ່ບໍ່ໄດ້ຮັບການປິ່ນປົວ ຫລື ຂາດຄວາມເອົາໃຈໃສ່

+ ຂາດໂພສະນາການ (Dystrophy), ເຮັດໃຫ້ການສ້າງເນື້ອເຍື່ອຂອງແຂ້ວບໍ່ສົມບູນ (Hypoplasy)

+ ແຂ້ວຫ້ຽນ ອາດເນື່ອງມາຈາກພະຍາດ ຫລື ຈາກການໃຊ້ງານມາດົນ

+ Meladontie

+ ຖືກເຄືອງມືປິ່ນປົວແຂ້ວຕັດເຄືອບແຂ້ວ ເຊັ່ນ: Fraise...

+ ເງືອນໄຂທາງກາຍະວິພາກສາດຂອງແຂ້ວເອງ

2. ສາເຫດທີ່ເກີດຈາກບໍລິເວນອ້ອມຮາກແຂ້ວ

+ ອັກເສບກະດູກຫວ່າງແຂ້ວ

+ ເຟັນຫວ່າງແຂ້ວ (ເຟັນສາມຫລ່ຽມ) ຖືກອັກເສບ ຫລື ຖືກທຳລາຍ

+ ເຟັນແຂ້ວອັກເສບ

+ ກະດູກເບົ້າແຂ້ວຫ້ຽນ

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

+ ຮູ້ສືກເຈັບເວລາຫຍ້ຳອາຫານໂດຍສະເພາະອາຫານແຂງ, ເຈັບເວລາຖູແຂ້ວ ແລະ ຈີ້ມແຂ້ວ

+ ເຈັບເວລາສຳພັດກັບທາດເຄມີເຊັ່ນ: ອາຫານ, ໝາກໄມ້ ທີ່ມີລົດຫວານ, ສົ້ມ. ເຜັດ...

+ ເວລາຖືກອຸຫະພູມເຊັ່ນ: ເຢັນ ແລະ ຮ້ອນ

2. ອາການທີ່ແພດກວດພົບ

+ ເຫັນຂຸມແມງຕື້ນ (ໃນກໍລະນີເປັນ Sample) ແລະ ເລິກ (ໃນກໍລະນີເປັນ Profonde)

+ ໃຊ້ Excavateur ຄວັດຂີ້ແມງດຳອອກຈະຮູ້ສຶກເຂັດຖ້າແມງຕື້ນ ແລະ ຮູ້ສຶກເຈັບຖ້າແມງເລິກໃກ້ຊິຮອດຫ້ອງນວນແຂ້ວ

+ ໃຊ້ Sonde ແຍ່ກວດພື້ນຜົ້ງແມງບໍ່ພົບຈຸດຊອດ ແຕ່ຈະມີອາການເຈັບ ຫລື ເຂັດ

ອາການເຈັບຫລືເຂັດທີ່ກ່າວມາຂ້າງເທິງນັ້ນຈະບໍ່ປະກົດຂຶ້ນເອງໂດຍລຳພັງຈັກເທື່ອ ນອກຈາກມີສິ່ງມາຕ້ອງຊູນຫລືສຳພັດເທົ່ານັ້ນ. ແລະຈະບໍ່ມີອາການເຈັບແກ່ຍາວ ຄືຈະຢຸດເຊົາທັນທີຫລັງຈາກເຊົາຕ້ອງຊູນ.

ຮູບແບບສະແດງ: ແບ່ງອອກເປັນ 2​ ຊະນິດຄື

1. ແມງຕື້ນ ເອີ້ນວ່າ Dentinite Sample (ຮູ້ສຶກເຂັດ)

2. ແມງເລິກ ເອີ້ນວ່າ Dentinite Profonde (ຮູ້ສຶກເຈັບ)

 ເຖິງຢ່າງໃດກໍ່ຕາມ ອາການຂອງ Dentinite ຈະບໍ່ແນ່ນອນ ຄືຈະມີການປ່ຽນແປງໄປຕາມຈຸດທີ່ຕັ້ງຂອງແມງ. ດັ່ງນັ້ນຈື່ງສາມາດແບ່ງອອກໄດ້ຫລາຍຮູບແບບດັ່ງນີ້

+ Dentinite ທີ່ບໍ່ສະແດງອາການ: ຊະນິດນີ້ຈະບໍ່ເຈັບ ບໍ່ເຂັດ ຫລື ມີພຽງອາການຮູ້ສືກເລັກນ້ອຍເທົ່ານັ້ນ. ສ່ວນຫລາຍພົບໃນແຂ້ວນ້ຳນົມ ແລະ ແຂ້ວຜູ້ເຖົ້າ

+ Dentinite ທີ່ມີອາການເຈັບບໍ່ແຮ່ງ (ປານກາງ): ມັກພົບໃນຄົນໜຸ່ມ ໃນແຂ້ວຖາວອນ

+ Dentinite ທີ່ມີອາການເຈັບແຮງ: ຈະເຈັບແຮງທີ່ສຸດ ເຖິງຈະຖືກຕ້ອງຊູນເບົາໆກໍ່ຕາມ. ສ່ວນຫລາຍມັກພົບໃນຄົນເຈັບທີ່ມີຄວາມຜິດປົກກະຕິທາງປະສາດ ຫລື ຈິດຕະສາດ, ພົບໃນແຂ້ວທີ່ແຂງແກ່ນ, ແຂ້ວຍັງແໜ້ນໃນຂຸມຮາກແຂ້ວ, ແມງທີ່ກິນຢູ່ຄໍແຂ້ວ.

ການບົ່ງມະຕິ

1. ບົ່ງມະຕິແນ່ນອນ

+ ບໍ່ມີອາການເຈັບໂດຍລຳພັງ, ເຈັບເວລາຖືກຕ້ອງຊູນ

+ ມີໄລຍະເຈັບແບບສັ້ນໆ, ບໍ່ແຜ່ລາມ ແລະ ບໍ່ມີລັກສະນະຕອດ

+ ບໍ່ມີຈຸດຊອດລ່ວງໃສ່ຫ້ອງນວນແຂ້ວ

+ ພາບລັງສີຈະເຫັນສະພາບຂອງພື້ນຜົ້ງແມງ ແລະ ຫ້ອງນວນແຂ້ວຍັງບໍ່ຊອດລ່ວງໃສ່ກັນ

alt

2. ການບົ່ງມະຕິຈຳແນກ

+ Pulpite Sup-aigue: ມີອາການດັ່ງນີ້

* ເຈັບໂດຍລຳພັງ

* ເຈັບເມື່ອມີສິ່ງຕ້ອງຊູນ

* ເຈັບດົນ ແກ່ຍາວ

* ຖືກຮ້ອນຈະເຈັບແຮງກວ່າຖືກເຢັນ

* ເຄາະແຂ້ວໃນທາງນອນຈະມີຄວາມຮູ້ສືກ

+ Prepulpite: ມີອາການດັ່ງນີ້

* ບໍ່ເຈັບໂດຍລຳພັງ

* ເຈັບເມື່ອມີການຕ້ອງຊູນ ແຕ່ຈະເຈັບແກ່ຍາວກວ່າ Dentinite ແມ້ແຕ່ເອົາສາເຫດທີ່ພາໃຫ້ເຈັບອອກແລ້ວກໍ່ຍັງເຈັບຢູ່

* ເຈັບເມື່ອຖືກຮ້ອນຖືກເຢັນ

* ການກວດດ້ວຍກະແສໄຟຟ້າພົບວ່າ ໄລຍະຂອງຄວາມຮູ້ສຶກຈະຫ່າງອອກ ເມື່ອສົມທຽບກັບແຂ້ວປົກກະຕິ. ແຕ່ບໍ່ເຈັບ

+ ຫວ່າງແຂ້ວອັກເສບ (ເຟັນແຂ້ວ ຫລື ຫວ່າງແຂ້ວອັກເສບ): ເນື່ອງຈາກເຟັນແຂ້ວຫ່າງ ແລະ ມີເສດອາຫານເຂົ້າໄປຄ້າງ. ອາການເຈັບແມ່ນມີຄວາມຄ້າຍຄືກັບເຈັບເນື້ອແຂ້ວ. ເຊິ່ງມີອາການທີ່ສຳຄັນດັ່ງນີ້:

* ເຟັນຫວ່າງແຂ້ວ ໃຄ່ ແດງ

* ຫວ່າງແຂ້ວຫ່າງ ໂດຍສະເພາະຢູ່ຄໍແຂ້ວ

* ມິເສດອາຫານຄ້າງຄາຢູ່ຫວ່າງແຂ້ວ ພ້ອມມີກິ່ນເໝັນ

* ມີເລືອດອອກ ແລະ ເຈັບເລັກນ້ອຍກວດ ແລະ ຫລັງກວດຄົ້ນຫວ່າງແຂ້ວ

* ຊ່ອງໄຟຟ້າຈະເຫັນກະດູກລະຫວ່າງແລ້ວ (Septum) ອັກເສບເປັນສີດຳ ຫລື ຖືກທຳລາຍ (ຫ້ຽນລົງ)

ວິວັດທະນາການ

ຖ້າແມງເນື້ອແຂ້ວບໍ່ໄດ້ຮັບການປິ່ນປົວ ຫລື ປິ່ນປົວບໍ່ຖືກວິທີກໍ່ຈະກ້າວໄປເປັນ Pulpite, Grangrene ....

ການປິ່ນປົວ

ເຮັດ Coffage Indirect / Indirect Pulp Capping (ການຮຳບາດແຜເນື້ອແຂ້ວ)

+ ກໍລະນີທີ່ສາມາດເອົາຂີ້ແມງດຳອອກໝົດ ກໍ່ອັດຖາວອນໄດ້ເລີຍດ້ວຍ Amalgame, Ciment, Glass Ionomer ຫລື Composite ຕາມຄວາມເໝາະສົມ. ແຕ່ຖ້າຄົນເຈັບມີອາການເຂັດ ກໍ່ຄວນຮອງພື້ນດ້ວຍ Hydryxide de Calcium ກ່ອນຈື່ງອັດຖາວອນ

+ ກໍລະນີ້ບໍ່ສາມາດເອົາຂີ້ແມງດຳອອກໄດ້ໝົດເພາະຄົນເຈັບຮູ້ສືກເຈັບ ຕ້ອງໄດ້ຮຳບາດແຜໄວ້ກ່ອນ ດ້ວຍການທາ Hydroxyde de Calcium ແລະ ອັດໄວ້ດ້ວຍວັດສະດຸອັດຊົ່ວຄາວ ປະໄວ້ 6 - 8 ອາທິດ. ເພື່ອກະຕຸ້ນໃຫ້ມີການສ້າງເນື້ອແຂ້ວຂື້ນມາໃໝ່ ຈາກນັ້ນຈື່ງນັດຄົນເຈັບມາອັດຖາວອນ

ວິທີແກ້ໄຂເພື່ອບັນເທົາຄວາມເຈັບປວດ

1. ຫລີກລ້ຽງການກະທົບຕ່າງໆ ເຊັ່ນ: ການຫຍ້ຳອາຫານ, ການດື່ມນ້ຳເຢັນ.....

2. ບໍ່ໃຫ້ມີສິ່ງຕົກຄ້າງຢູ່ໃນຂຸມແມງ (ກ່ອນກິນເຂົ້າໃຫ້ໃຊ້ສຳລີ ຍັດໃສ່ໃນຂຸມແມງ ເມື່ອກິນເຂົ້າແລ້ວໆ ກໍ່ເອົາອອກ)

3. ຖ້າມີອາການເຈັບຕ້ອງຄິດສະເໝີວ່າ ຕ້ອງມີບາງສິ່ງຕົກຄ້າງຢູ່ໃນ. ພະຍາຍາມເອົາສິ່ງນັ້ນອອກແລ້ວກໍ່ຈະເຊົາເຈັບ

ສິ່ງທີ່ຄວນເອົາໃຈໃສ່

1. ແມງເນື້ອແຂ້ວມີ 2 ປະເພດຄື: ແມງຕື້ນເອີ້ນວ່າ: Dentinite Sample (ຮູ້ສຶກເຂັດ) ແລະ ແມງເລີກເອີ້ນວ່າ: Dentinite Profonde (ຮູ້ສຶກເຈັບ)

2. ຈະເຈັບຫລືເຂັດ ແຕ່ເວລາມີສິ່ງຕ້ອງຊູນເທົ່ານັ້ນ

3. ບໍ່ເຈັບຂື້ນເອງໂດຍລຳພັງ, ບໍ່ເຈັບແກ່ຍາວ, ບໍ່ເຈັບແຜ່ລາມ, ບໍ່ເຈັບມີລັກສະນະຕອດເຕັ້ນ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ 2006

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ແຂ້ວແມງຂັ້ນ1 ຫລືເອິ້ນອີກຊືໜຶ່ງວ່າ ແມງເຄືອບແຂ້ວ

ພາສາອັງກິດ: Enamel Caries

ພາສາຝຣັ່ງ: Carie de l' email

alt

ນິຍາມ: ແມ່ນແມງທີ່ທຳລາຍພຽງຊັ້ນເຄືອບແຂ້ວ ຫລື ເຄືອບຮາກແຂ້ວເທົ່ານັ້ນ.

ສາເຫດ:

+ ບໍລິເວນຮ່ອງແຂ້ວເລິກເຊັ່ນ: ຮ່ອງໜ້າຫຍ້ຳ (Sillon), Cingulum, ຂຸມທາງຂ້າງ (ດ້ານນອນ + ດ້ານໃນ), ບໍ່ລິເວນແຂ້ວຕິດກັນ (Proximal mesial-distal)

+ ແຂ້ວທຽມ ຫລື ການດັດແປງແຂ້ວ ສາມາດເປັນປັດໄຈໃຫ້ອາຫານໄປຄ້າງ

+ ແຂ້ວຖືກກະທົບ ມີຮອຍແຕກແຫງ ຫລື ເຄືອບແຂ້ວບິ່ນແລ້ວມີເສດອາຫານໄປຄ້າງ

ອາການສະແດງ

1. ອາການບອກເລົ່າຈາກຄົນເຈັບ

ບໍ່ມີອາການທີ່ບົ່ງບອກຈາກຄົນເຈັບເລີຍ (ບໍ່ມີຄວາມຮູ້ສືກໃດໆທັງໝົດ)

2. ອາການທີ່ແພດກວດພົບ

* ເຫັນຈຸດຂາວຂຸ້ນ, ສີດຳ ຫລື ສີນ້ຳຕານ

* ບາງຄັ້ງເຫັນຂຸມແມງຕື້ນ

* ໃຊ້ Excavator ຄວັດ ແລະ ໃຊ້ Explorer ແຍ່ ຈະມີຍັງສະນະບໍ່ກ້ຽງ, ກະຕຸກກະຕັກ ແຕ່ບໍ່ມີຄວາມຮູ້ສືກໃດໆ

alt

3. ການຊ່ອງໄຟຟ້າ

ເຫັນຈຸດສີດຳ ໂດຍສະເພາະຢູ່ຂ້າງໃກ້ແລະຂ້າງໄກ (Mesial-Distal) ຫລື ຢູ່ຮາກແຂ້ວ

ວິວັດທະນາການ

ຖ້າຂາດການປິ່ນປົວ ກໍ່ຈະຂະຫຍາຍໂຕໄປເປັນ ແມງຂັ້ນ2 (Dentinitis) ແລະ ຂັ້ນ3 (Pulpitis)...

ການບົງມະຕິ

1. ບົ່ງມະຕິແນ່ນອນ

* ການກວດພົບ ແລະ ການບໍ່ມີອາການເຈັບຫລືເຂັດ

* ຊ່ອງລັງສີ ໂດຍສະເພາະຂ້າງ Proximal mesial-distal

2. ບົ່ງມະຕິຈຳແນກ

* Gangrene Pulpaire

* Hypoplasie

* Fluorose

* Melanodontie

ການປິ່ນປົວ

+ ກໍລະນີບໍ່ທັນເປັນຂຸມເພິ່ນໃຊ້ Solution ຂອງ Fluoride ທີ່ມີຄວາມເຂັມຂຸ້ນ 5% - 10% ມາຈ້ຳໃສ່ 2-3 ເທື່ອຕໍ່ມື້. ປະຕິບັດເຊັ່ນນີ້ເປັນເວລາຫລາຍອາທິດ ຫລາຍເດືອນ ຈຸດດ່າງດຳນັ້ນກໍ່ໍ່ຄ່ອຍໆຈາງໄປ.

+ ກໍລະນີເປັນຂຸມ ຫລັງຈາກດັດແປງຜົ້ງ ແລະ ຄວັດຂີ້ແມງດຳອອກແລ້ວ ກໍ່ອັດຖາວອນເລີຍ.

ສິ່ງທີ່ຄວນເອົາໃຈໃສ່

1. ແມງເຄືອບແຂ້ວບໍ່ມີອາການເຈັບໃດໆທັງໝົດ

2. ບໍ່ລິເວນຜິວແຂ້ວບໍ່ກ້ຽງ ມີລັກສະນະເປັນກະຕຸກກະຕັກ

3. Proximal mesial-distal ໝາຍເຖິງບ່ອນທີ່ແຂ້ວແຕ່ລະເຫລັ້ມຈຸກັນ

ບົດຄວາມທີ່ກ່ຽວຂ້ອງ

ນຳສະເໜີແຂ້ວໂດຍຫຍໍ້

ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

ແຂ້ວປະກອບມີ 3 ພາກສ່ວນຄື: ຕົ້ນແຂ້ວ (Crown), ຄໍແຂ້ວ (Neck) ແລະ ຮາກແຂ້ວ (Root)

ແຂ້ວມີ 3 ຊັ້ນຄື: ເຄືອບແຂ້ວ ( Enamel), ເນື້ອແຂ້ວ (Dentine) ແລະ ນວນແຂ້ວ (Pulp)

alt

ພະຍາດແຂ້ວແມງ

1. ນິຍາມ: ແມ່ນຂະບວນການທຳລາຍຈີວະແຂງຂອງແຂ້ວ ຈາກເຊື້ອຈຸລິນຊີບາງຊະນິດທີ່ມີຢູ່ໃນຜົ້ງປາກ. ເຊື້ອຈຸລິນຊີດັ່ງກ່າວສາມາດສະຫລາຍນ້ຳຕານໃຫ້ປ່ຽນເປັນທາດກົດ ທີ່ສາມາດທຳລາຍແຂ້ວໄດ້ ດ້ວຍການສະຫລາຍສ່ວນທີ່ເປັນແຮ່ທາດຂອງແຂ້ວ. ເມື່ອມີການສູນເສຍແຮ່ທາດແຂ້ວກໍ່ຈະກ້າວໄປເປັນຂຸມຫລືເປັນຜົ້ງ ເອີ້ນວ່າ ຂຸມແມງ ຫລື ຜົ້ງແມງ.

2. ສາເຫດ

+ ສາເຫດກັບທີ່

* ເຫລັ້ມແຂ້ວ: ແຂ້ວບໍ່ເປັນລະບຽບ, ການປະກອບສ້າງທາງດ້ານເຄມີຂອງແຂ້ວບໍ່ສົມບູນ ເຮັດໃຫ້ຮູບຮ່າງຜິດປົກກະຕິ

* ສະພາບຜົ້ງປາກບໍ່ສະອາດ

* ນ້ຳລາຍ: ຄ່າ pH ຂອງນ້ຳລາຍຕ່ຳ, ປະລິມານນ້ຳລາຍມີໜ້ອຍ.

* ການໃສ່ແຂ້ວທຽມ, ດັດແຂ້ວ ຫລື ອັດແຂ້ວບໍ່ຖືກຕ້ອງ ເຊິ່ງສາມາດເປັນເຫດໃຫ້ເສດອາຫານໄປຄ້າງ

+ ສາເຫດທົ່ວໄປ

* ເພດ

* ອາຍຸ

* ການປ່ຽນແປງທາງດ້ານຮໍໂມນ

* ການຂາດວິຕາມີນ C ແລະ D. (ວິຕາມີນດັ່ງກ່າວຈະຊຸກຍູ້ໃຫ້ Ca ຈັບກັບກະດູກໄດ້ດີ)

* ອາຫານ

* ທີ່ຢູ່ອາໃສ ( ຄວາມຈະເລີນ ມີຄວາມສ່ຽງຫລາຍກວ່າ ຊົນນະບົດ)

* ອື່ນໆ

ກົນໄກ: ກ່ອນຈະເກີດເປັນພະຍາດແຂ້ວແມງ ຕ້ອງມີ 4 ປັດໄຈນີ້

+ Host (ແຂ້ວ ແລະ ນ້ຳລາຍ): ຮູບຮ່າງ, ສ່ວນໂຄ້ງ ແລະ ສ່ວນປະກອບຂອງແຂ້ວ ລວມທັງລະດັບຄ່າ pH ແລະ ປະລິມານນ້ຳລາຍ ກໍ່ມີຄວາມສຳຄັນໃນການເກີດພະຍາດແຂ້ວແມງໄດ້ເຊັ່ນກັນ.

+ Micro Organism (ເຊື້ອພະຍາດ): ໄດ້ແກ່ Bacteria Steptococcus Mutans ແລະ Lactobacillus ເນື່ອງຈາກວ່າເຊື້ອພວກນີ້ສາມາດຜະລິດ Lactic Acid ອອກມາໄດ້

+ Diet (ອາຫານການກິນ): ລວມມີອາຫານແລະເຄື່ອງດື່ມ ທີ່ມີລົດຫວານແລະລົດສົ້ມ

+ Time (ເວລາ): ເວລາກໍ່ເປັນປັດໄຈກໍ່ໃຫ້ເກີດພະຍາດແຂ້ວແມງ ໂດຍສົມທົບກັບຫລາຍປັດໄຈຄື: ບໍ່ລິເວນໜ້າຫຍ້ຳທີ່ຖືກກະທົບ, ຕຳແໜ່ງຂອງແຂ້ວ ແລະ ຄວາມແຕກຕ່າງດ້ານການປະກອບສ້າງແຮ່ທາດ ເພາະວ່າເມື່ອເກີດປະຕິກິລິຍາການສູນເສຍແຮ່ທາດກໍ່ຈະເຮັດໃຫ້ເຄືອບແຂ້ວມີການປ່ຽນແປງ.

ອະທີບາຍກົນໄກການເກີດພະຍາດແຂ້ວແມງດ້ວຍປະກົດການທາງດ້ານເຄມີ

ກົດ H ຈະດຸດເອົາ ion H ທີ່ຢູ່ໃນໂມເລກຸນຂອງ Hydroxyde-apatite ອອກ ເພາະວ່າມັນກາຍສະພາບອີ່ມໂຕ. ຫລັງຈາກນັ້ນ Hydroxyde-apatite ກໍ່ຈະມີໂຄງສ້າງບໍ່ສົມບູນແບບ ໝາຍຄວາມວ່າໂຄງສ້າງທີ່ແທ້ຈິງຖືກປ່ຽນແປງໄປ ແລ້ວອ່ອນໂຕລົງ. ສະພາບດັ່ງກ່າວເອີ້ນວ່າ: ສະພາບສູນເສຍແຮ່ທາດ (Demineralization). ເຮັດໃຫ້ກ້າວໄປສູ່ການທຳລາຍຈີວະແຂງຂອງແຂ້ວ (Destruction) ໃນທີ່ສຸດກໍ່ຈະກາຍເປັນຜົ້ງແມງ ຫລື ຂຸມແມງ (Cavity)

ການຈັດແບ່ງປະເພດ ຫລື ຂັ້ນຂອງແມງ

ແມງຂັ້ນ1: ແມງເຄືອບແຂ້ວ ( Carie de l' email / Enamel Caries)

ແມງຂັ້ນ2: ແມງເນື້ອແຂ້ວ (Dentinite / Dentinitis)

ແມງຂັ້ນ3: ອັກເສບນວນແຂ້ວ (Pulpite / Pulpitis)

ແມງຂັ້ນ4: ນວນແຂ້ວເນົ່າເປື່ອຍ ແລະ ນວນແຂ້ວຕາຍ ( Gangrene & Mortification)

alt

ອາການສົນທີ່ເກີດຈາກພະຍາດແຂ້ວແມງ

ຖ້າແຂ້ວແມງບໍ່ໄດ້ຮັບການປິ່ນປົວ ກໍ່ຈະກ້າວໄປຫາການອັກເສບອະໄວຍະວະອ້ອມຮາກແຂ້ວ (Periodontite), ອັກເສບກະດູກຄາງກະໄຕ (Osteite Maxillaire), ອັກເສບແອ້ກະດູກ (Osteomyelite),  ເປັນຝີ ( Abces), ເປັນຜ້ຳ (Phlegmon). ນອກຈາກນັ້ນຍັງສາມາດກ້າວໄປເປັນພະຍາດຫົວໃຈ, ພະຍາດໄຂ່ຫລັງ, ຊືມເຊື້ອເລືອດ ແລະ ພະຍາດອື່ນໆໄດ້ອີກ

alt

ການປ້ອງກັນ

+ ເພີ່ມການໃຫ້ສຸຂະສືກສາແກ່ປະຊາຊົນ ກ່ຽວກັບການຮັກສາອະນາໄມຜົ້ງປາກແລະແຂ້ວ ໃຫ້ສະອາດຢູ່ສະເໝີ

alt

+ ປີ່ນປົວ ແລະ ອັດແຂ້ວແມງຂັ້ນ1 ແລະ ຂັ້ນ2

alt

+ ມີການເຮັດ sealant ໂດຍສະເພາະໃນແຂ້ວທີ່ມີຮ່ອງໜ້າຫຍ້ຳເລິກ

alt

+ ໄປກວດປາກແລະແຂ້ວເພື່ອຮັບຄຳປືກສາຈາກທັນຕະແພດ ຢ່າງໜ້ອຍ 2 ຄັ້ງ ຕໍ່ ປີ

alt

+ ລ້າງປາກ, ຖູແຂ້ວ ຫລັງຈາກຮັບປະທານອາຫານທຸກຄັ້ງ. ສຳລັບເດັກນ້ອຍບໍ່ຄວນໃຫ້ອົມເຂົ້າ, ດູດເຕົ້ານົມໃນຂະນະທີ່ເດັກນ້ອຍນອນ. ຫລັງຈາກປ້ອນເຂົ້າແລະດື່ມນົມແລ້ວ ຄວນລ້າງປາກແລະອະນາໄມຜົ້ງປາກຢູ່ສະເໝີ

alt

+ ໃຫ້ມີການແນະນຳການໃຊ້ສານ ຟລູອໍໄຣດ໌ (Fluoride) ເຊັ່ນ: ກິນຢາເມັດຟລູອໍໄຣດ໌, ການບ້ວນປາກດ້ວຍນ້ຳຢາທີ່ປະສົມຟລູອໍໄຣດ໌ ແລະ ການໃຊ້ຢາຖູແຂ້ວທີ່ປະສົມສານຟລູອໍໄຣດ໌ ເປັນຕົ້ນ

alt

ສິ່ງທີ່ຄວນເອົາໃຈໃສ່

1. ເຊື້ອທີ່ເປັນສາເຫດພາໃຫ້ເກີດເປັນພະຍາດແຂ້ວແມງແມ່ນ Bacteria Steptococcus Mutans

2. ກົດທີ່ສາມາດທຳລາຍເຄືອບແຂ້ວໄດ້ແມ່ນ Lactic Acid

3. ກ່ອນຈະເປັນແຂ້ວແມງຕ້ອງມີ 4 ຢ່າງນີ້: ແຂ້ວ+ນ້າລາຍ, ເຊື້ອພະຍາດ, ອາຫານ ແລະ ເວລາ

4. pH ແມ່ນຄວາມເປັນກົດເປັນດັ່ງຂອງນຳລາຍ ປົກກະຕິມີຄ່າເທົ່າ 7

5. ແຂ້ວແມງແບ່ງອອກເປັນ 4 ຂັ້ນ

6. ອາການສົນຂອງພະຍາດແຂ້ວແມງ

ບົດຄວາມທີ່ກ່ຽວຂ້ອງ

ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)

ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)

ແຂ້ວແມງຂັ້ນ3 (ແມງນວນແຂ້ວ)

 

ຂຽນໂດຍ: ຄົນໃຈດີ

ພາບປະກອບໂດຍ: Google

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

ຄົນເຮົາຕອນຮັກກັນໃໝ່ໆ ອີ່ຫຍັງກະດີໄປໝົດ ດັ່ງຄຳທີ່ວ່າ ນ້ຳຕົ້ມຜັກກະວ່າຫວານ. ແຕ່ເມື່ອຄົບກັນໄປດົນໆ ຄວາມເປັນໂຕຂອງໂຕເອງ ແລະ ຄວາມສິ້ນເຄີຍ ເຮັດໃຫ້ອີກຝ່າຍໜຶ່ງບໍ່ພໍໃຈ ຈົນເຖິງຂັ້ນເລີກລາ. ດັ່ງນັ້ນ ຄົນໃຈດີ ຊິມາບອກເລົ່າເກົ້າສິບ ກ່ຽວກັບສາເຫດທີ່ເຮັດໃຫ້ຄົນຮັກກັນຕ້ອງເລີກລາກັນຫລາຍທີ່ສຸດ ເພາະນິໄສເຫລົ່ານີ້ ບໍ່ຂໍ້ໃດກະຂໍ້ໜຶ່ງ.

  1. ເອົາແຕ່ໃຈໂຕເອງ: ມັນເປັນເລື່ອງທຳມະດາຢູ່ແລ້ວທີ່ທຸກຄົນມັກເອົາແຕ່ໃຈໂຕເອງ ມັນຕ່າງກັນຢູ່ບ່ອນວ່າຫລາຍຫລືໜ້ອຍເທົ່ານັ້ນ. ບາງຄົນເອົາແຕ່ໃຈໂຕເອງຫລາຍ ພັດວ່າໂຕເອງບໍ່ໄດ້ເປັນແນວນັ້ນ ແບບນີ້ອັນຕະລາຍ.
  2. ທຳໂຕເປັນເຈົ້າຂອງຫລາຍເກີນໄປ: ການທີ່ເຈົ້າສະແດງໃຫ້ຄົນອື່ນເຫັນວ່າເຈົ້າກັບລາວເປັນແຟນກັນ ມັນບໍ່ແມ່ນເລື່ອງແປກ. ພຽງແຕ່ວ່າບາງເທື່ອເຈົ້າອາດຈະສະແດງຄືກັບເງົາຕິດໂຕ ເຊັ່ນ: ໄປໃສໄປນຳ. ຫ້າມຫັ້ນຫ້າມນີ້ ໂດຍທີ່ບໍ່ໃຫ້ລາວມີເວລາເປັນສ່ວນໂຕເລີຍ. ນີ້ກໍ່ເປັນບັນຫາໄດ້ເຊັ່ນກັນ.
  3. ຫຶງແບບບໍ່ມີຂີດຈຳກັດ: ເລື່ອງຄວາມຫຶງຫວງນີ້ມັນອາດຈະຫ້າມຍາກ ແຕ່ຕ້ອງມີຂີດຈຳກັດແດ່. ບໍ່ແມ່ນວ່າໝູ່ມາລົມນຳກະຍັງໜ້າມືດຕາມົວຫຶງຢູ່ແບບນັ້ນແບບນີ້ໄປບໍ່ລອດ. ບາງຄົນເຖິງຂັ້ນວ່າ ໂທເຊັກຢູ່ຕະຫລອດ ອັນນີ້ໜ້າເປັນຫ່ວງ.
  4. ບອກເລີກທຸກຄັ້ງທີ່ຜິດກັນ: ສ່ວນຫລາຍຈະເກີດຈາກຝ່າຍຍິງ ອັນນີ້ຄວາມຈິງ. ທີ່ເວົ້າໄປກໍ່ພຽງແຕ່ຢາກໃຫ້ອີກຝ່າຍມາງໍ້ເທົ່ານັ້ນ. ວິທີນີ້ຈະໃຊ້ໄດ້ຜົນແຕ່ທຳອິດເທົ່ານັ້ນ ຕໍ່ໄປເຂົາອາດຈະວ່າ ຢາກເລິກຫລາຍກະເລີກຊະ.. ແລະເຈົ້າໂຕເອງຈະເປັນຄົນນ້ຳຕາເຊັດຫົວເຂົ່າ.
  5. ໄປເຈາະແຈະກັບຄົນອື່ນ: ຖືວ່າເຈົ້າບໍ່ໃຫ້ກຽດກັບຄົນທີ່ຮັກເຈົ້າເລີຍ. ບາງຄັ້ງເຈົ້າອາດຈະເຮັດໃຫ້ລາວຫຶງຫລີ້ນໆ ເພື່ອໃຫ້ແນ່ໃຈວ່າເຈົ້າມີຄ່າສຳລັບລາວ. ແຕ່ຕ້ອງລະວັງເດີ່ ເພາະຖ້າເບິ່ງໄປອີກແງ່່ໜຶ່ງຄື ເຈົ້າບໍ່ແຄຄວາມຮູ້ສຶກຂອງລາວເລີຍ. ແລະຖ້າເປັນແບບນີ້ກະບໍ່ຮູ້ຢູ່ກັນໄປເຮັດຫຍັງ.
  6. ເຊື່ອໝູ່ຫລາຍເກີນໄປ: ບາງຄັ້ງໝູ່ກະບໍ່ຢາກໃຫ້ເຈົ້າມີແຟນ ແຕ່ກະໂທດເຂົາບໍ່ໄດ້ ເພາະຈາກທີ່ພົບກັນ ກິນເຂົານຳກັນທຸກມື້ ເຈົ້າພັດປ່ຽນໄປຕິດແຟນແທນ. ຫລືອາດຈະຍ້ອນຄວາມຫວັງດີເກີນໄປ ໝູ່ກະເລີຍຄິດແທນເຈົ້າໝົດ ວ່າແຟນເຈົ້າເປັນຈັ່ງຊັ້ນເປັນຈັ່ງຊີ້.
  7. ຄຽດລະບໍ່ຍອມເວົ້ານຳ: ອັນນີ້ເປັນສາເຫດທີ່ເຮັດໃຫ້ຄູ່ຮັກ ເລີກກັນຫລາຍທີ່ສຸດ ອາການແບບນີ້ເຮັດໃຫ້ອີກຝ່າຍໜຶ່ງຮູ້ສືກວ່າໂຕເອງບໍ່ມີຄ່າ. ເລື່ອງບາງເລື່ອງອາດຈະເກີດມາຈາຄວາມເຂົ້າໃຈຜິດ ຖ້າບໍ່ລົມກັນ ກໍ່ບໍ່ສາມາດປັບຄວາມເຂົ້າໃຈກັນໄດ້.
  8. ຜິດນັດ: ການເລື່ອນນັດປະເພດເລື່ອນແລ້ວເລື່ອນອີກ ຫລືວ່າມາຊ້າແບບ ນັດຕອນເຊົ້າມາຕອນສວາຍ ນັດຕອນສວາຍມາຕອນແລງ, ເຮັດໃຫ້ເຂົາຖ້າຕະຫລອດ ຖ້າໄປຖ້າມາ ເຂົາອາດຈະເລີກຖ້າຖາວອນເລີຍກະເປັນໄດ້.
  9. ເວົ້າຂົ່ມກັນຕໍ່ໜ້າຄົນອື່ນ: ອາດຈະເປັນຄຳເວົ້າທີ່ເຄີຍຢອກກັນ ແຕ່ບາງຄຳມັນອາດແຮງເກີນໄປ ອາດເປັນເຫດໃຫ້ຜິດຖຽງກັນໄດ້. ນີ້ເປັນສາເຫດທີ່ເຮັດໃຫ້ເລື່ອງນ້ອຍໆກາຍເປັນເລື່ອງໃຫຍ່.
  10. ຂີ້ຕົວະ: ບາງຄົນກະຂີ້ຕົວະຈົນເປັນນິໄສ ທັ້ງໆທີ່ບາງເທື່ອກະບໍ່ໄດ້ຕັ້ງໃຈ. ແຕ່ຖ້າອີກຝ່າຍເຂົ້າໃຈກະບໍ່ເປັນຫຍັງ. ແຕ່ຂໍບອກ ໃນກໍລະນີ້ມີໜ້ອຍຄົນທີ່ຈະເຂົ້າໃຈ,

ດ້ວຍຄວາມຫ່ວງໃຍຈາກ ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 32 ຄຳເຫັນ ແລະ 0 trackback(s)

ໂຕອັກສອນໃນພາສາລາວມີທັງໝົດ 46 ໂຕ.. ແບ່ງອອກເປັນພະຍັນຊະນະ 32 ໂຕ ແລະ ສະຫລະ 14 ໂຕດັ່ງນີ້

ພະຍັນຊະນະມີ: ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ລ ວ ຫ ອ ຮ ຫງ ຫຍ ໜ ໝ ຫຼ ຫວ

ສະຫລະມີ:    ະ   າ   ິ   ີ    ຶ    ື    ຸ    ູ    ເ    ແ    ໂ    ໍ    ໄ    ໃ

ພະຍັນຊະນະເຄົ້າມີ 26 ໂຕຄື: ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ລ ວ ຫ ອ ຮ

ພະຍັນຊະນະປະສົມມີ 6 ໂຕຄື: ຫງ  ຫຍ  ຫນ(ໜ)  ຫມ(ໝ)  ຫລ(ຫຼ)  ຫວ

ພະຍັນຊະນະຄວບມີ 1 ໂຕຄື:  ວ

ໂຕສະກົດມີ 8 ໂຕຄື: ໂຕສະກົດເປັນ ງ ຍ ນ ມ ວ... ໂຕສະກົດຕາຍ ກ ດ ບ

ອັກສອນສູງມີ 6 ໂຕຄື: ຂ ສ ຖ ຜ ຝ ຫ

ອັກສອນກາງມີ 8 ໂຕຄື: ກ ຈ ດ ຕ ບ ປ ຢ ອ

ອັກສອນຕ່ຳມີ 12 ໂຕຄື: ຄ ງ ຊ ຍ ທ ນ ພ ຟ ມ ລ ວ ຮ

ວັນນະຍຸດມີ.. ໄມ້ເອກ ່   ໄມ້ໂທ ້   ໄມ້ຕຣີ ໋ ໄມ້ຈັດຕະວາ  ໊

ສະຫລະພິເສດມີ   ໄ   ໃ   ເົາ   ຳ

ເລກລາວ... ໑  ໒  ໓  ໔  ໕  ໖  ໗  ໘  ໙  ໐

ນອກຈາກທີ່ກ່າວມາຂ້າງເທິງນີ້ແລ້ວໃນພາສາລາວຍັງມີ ໄມ້ກົງ ົ  ໄມ້ກັນ  ັ  ແລະ ໂຕອັນນີ້  ຽ  ບໍ່ຮູ້ຄືກັນວ່າມັນຢູ່ໃນກຸ່ມໃດ

 

ພາສາລາວທີ່ ຄຈດ ຮຽນມາກະໄດ້ສຳນີ້ແຫລະ ອິອິ

ປລ.. ສິ່ງທີ່ຂຽນມາທັງໝົດ ບໍ່ມີເອກະສານອ້າງອີງໃດໆ ຂຽນມາຈາກຄວາມຈຳທີ່ເຄີຍໄດ້ຮຽນມາ. ໃຜມີຫຍັງເພີ່ມເຕີມກະເພີ່ມໄດ້. ຜິດບ່ອນໃດກວດແກ້ນຳກັນ

 

ຂຽນໂດຍ ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 28 ຄຳເຫັນ ແລະ 0 trackback(s)

1+1=2

2+2=4

ປັນຍາອ່ອນລະອັນນິ.. ອິອິ

ເຂົ້າເລື່ອງກັນເລີຍ

ເນື້ອທີ່ຂອງຮູບສາມແຈ = ຂ້າງພື້ນ ຄູນ ລວງສູງ ຫານສອງ s=1/2 bh

ເນື້ອທີ່ຂອງຮູບສີ່ແຈຂ້າງຂະໜານ = ຂ້າງພື້ນ ຄູນ ລວງສູງ s = bh

ເນື້ອທີ່ຂອງຮູບກັບສາກ = ລວງຍາວ ບວກ ລວງກວ້າງ ບວກ ລວງສູງ ທັງໝົດ ຄູນສອງ s = 2(l+w+h)

ບໍລິມາດຂອງຮູບກັບສາກ = ລວງຍາວ ຄູນ ລວງກວ້າງ ຄູນ ລວງສູງ v = lwh

ບໍລິມາດຂອງຮູບຈວຍ = ປີ່ ຄູນ ລັດສະໝີກຳລັງສອງ ຄູນ ລວງສູງ ທັງໝົດ ຫານສາມ v = 1/3IIr2h(ອ່ານວ່າ 1/3ປີ່ r ກຳລັງ2 h) ເຮັດແບບນີ້ບໍ່ເປັນ

ເນື້ອທີ່ຂອງຮູບຈວຍ = ລວງຍາວແຕ່ຈອມລົງລຸ່ມ(ບໍ່ແມ່ນລວງສູງ) ບວກ ລັດສະໝີພື້ນ ທັງໝົດຄູນໃຫ້ ປີ່ ຄູນ ລັດສະໝີພື້ນ s = IIr(l+r)

ເນື້ອທີ່ຂອງຮູບຈະຕຸລັດ = ຂ້າງ ຄູນ ຂ້າງ ຄູນ ຂ້າງ ຄູນ ຂ້າງ p = 4l

ເນື້ອທີ່ຂອງຮູບຄາງໝູ = ພື້ນໃຫຍ່ ບວກ ພື້ນນ້ອຍ ທັງໝົດຄູນ ລວງສູງ ຫານ ສອງ s = 1/2h(b1+b2)

ເນື້ອທີ່ຂອງຮູບທໍ່ = ລວງສູງ ບວກ ລັດສະໝີ ທັງໝົດ ຄູນ ສອງ ປີ່ ຄູນ ລັດສະໝີ s = 2IIr(h+r)

ບໍລິມາດຂອງຮູບທໍ່ = ປີ່ ຄູນ ລັດສະໝີກຳລັງສອງ ຄູນ ລວງສູງ v = IIr2h

ເນື້ອທີ່ຂອງຮູບທາດລ່ຽມ = ລວງຍາວແຕ່ຈອມຫາພື້ນ(ບໍ່ແມ່ນລວງສູງ) ບວກ ເນື້ອທີ່ພື້ນ ທັງໝົດ ຄູນ ສອງ s = 1/2(l+b)

ເນື້ອທີ່ຂອງຮູບສີ່ແຈສາກ = ລວງຍາວ ຄູນ ລວງກວ້າງ s = lw

ລວງຮອບຂອງຮູບສີ່ແຈສາກ = ລວງຍາວ ບວກ ລວງກວ້າງ ທັງໝົດ ຄູນ ສອງ p = 2(l+w)

ເນື້ອທີ່ຂອງຮູບສີ່ແຈສາກ = ລວງຍາວ ຄູນ ລວງກວ້າງ s = lw

ເນື້ອທີ່ຂອງຮູບວົງມົນ = ປີ່ ຄູນ ລັດສະໝີກຳລັງສອງ s = IIr2

ລວງຮອບຂອງຮູບວົງມົນ = ສອງ ຄູນ ປີ່ ຄູນ ລັດສະໝີ c = 2IIr

ສຳລັບຮູບສາມແຈສາກ ຢ່າລືມຫລັກເກນປີຕາກໍ c ກຳລັງສອງ ເທົ່າກັບ a ກຳລັງສອງ ບວກ b ກຳລັງສອງ c2=a2+b2
ໝາຍເຫດ

II ແມ່ນ ປີ່

ປີ່ = 3,14 ຫລື 22/7

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ຈະຮູ້ວ່າໂລກນີ້ມັນກວ້າງໃຫ່ຍ... ກໍ່ຕໍ່ເມື່ອເຮົາໄດ້ ອອກເດີນທາງ

ຈະຮູ້ຄຸນຄ່າຂອງອີ່ຫຍັງບາງຢ່າງ... ກໍ່ຕໍ່ເມື່ອເຮົາໄດ້ເສຍມັນໄປ

ຈະຮູ້ຄວາມໝາຍຂອງຟ້າຫລັງຝົນ... ກໍ່ຕໍ່ເມື່ອເຮົາຜ່ານພົ້ນມັນມາໄດ້

ຈະຮູ້ວ່າຍັງມີເລື່ອງອີກຫລວງຫລາຍ... ກໍ່ຕໍ່ເມື່ອເຮົາເປີດໃຈຍອມຮັບມັນ

ຈະຮູ້ວ່າໃນປື້ມຂຽນຫຍັງໄວ້... ກໍ່ຕໍ່ເມື່ອເຮົາໄດ້ລອງເປີດອ່ານ

ຈະຮູ້ເວລາຂອງດອກໄມ້ບານ... ກໍ່ຕໍ່ເມື່ອເຮົາເຝົ້າຕິດຕາມຢູ່ທຸກວັນ

ຈະຮູ້ວ່າສຽງຫົວນັ້ນມັນມີຄ່າ... ກໍ່ຕໍ່ເມື່ອເຮົາເສຍນ້ຳຕາໃນສັກວັນ

ຈະຮູ້ເຖິງຄວາມໃນໃຈຂອງກັນແລະກັນ... ກໍ່ຕໍ່ເມື່ອເຮົາໄດ້ເວົ້າມັນອອກໄປ

ຈະຮູ້ວ່າອັນໃດທີ່ເຂົາເອີ້ນວ່າຄິດເຖິງ... ກໍ່ຕໍ່ເມື່ອໃນຄວາມຄຳນຶງມີໃຜຈັກຄົນ

ຈະຮູ້ຄວາມໝາຍຂອງຄຳວ່າຮັກຈັກຫົນ... ກໍ່ຕໍ່ເມື່ອມີໃຜບາງຄົນໃຫ້ຫວັ່ນໄຫວ

ຈະຮູ້ວ່າຄ່ຳຄືນນີ້ຈະບໍ່ງຽບເຫງົາ... ກໍ່ຕໍ່ເມື່ອທຸກເລື່ອງລາວໄດ້ມີໂອກາດບອກໄປ

ຈະຮູ້ວ່າຄົນໃຈດີເປັນຈັ່ງໃດ... ກໍ່ຕໍ່ເມື່ອໄດ້ເຂົ້າໄປທັກທາຍກັນ ອິອິ