ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
  1. ຖ້າຜູ້ໃດບອກວ່າໂຕເອງມີ ຮັກແທ້ ຄືຄົນທີ່ບໍ່ຮູ້ຈັກຄຳວ່າ ຮັກ ເລີຍ.
  2. ຄວາມຮັກຈະເປັນສິ່ງທີບໍ່ມີຄ່າ ຖ້າເອົາມັນມາເປັນໂຕແທນຂອງການຫລອກລວງ.
  3. ຖ້າເຄື່ອງສຽງເປັນໂຕແທນຂອງຄວາມຮັກທີ່ຄົນໃດຄົນໜຶ່ງມອບໃຫ້ເຈົ້າ. ເຈົ້າຈະບໍ່ຮູ້ເລີຍວ່າເຂົາຮັກເຈົ້າແທ້ຫລືບໍ່ ຖ້າເຈົ້າຍັງບໍ່ເປີດສຽງ.
  4. ຄວາມຮັກເປັນບໍ່ເກີດແຫ່ງຄວາມຊັງ ແຕ່ຈົ່ງຈຳເອົາໄວ້ວ່າ ຖ້າບໍ່ມີຊັງ ກໍ່ຈະບໍ່ມີຮັກ.
  5. Sex ບໍ່ແມ່ນການສະແດງຂອງຄວາມຮັກ ມັນເປັນສ່ວນປະກອບຂອງຄວາມຮັກເທົ່ານັ້ນ.
  6. ທຸກຄັ້ງທີ່ເຈົ້າດ່າຄົນທີ່ແອບຮັກເຈົ້າວ່າ ໂງ່່ ເຈົ້າຮູ້ບໍ່ວ່າເຈົ້າ ໂງ່ ກວ່າເຂົາ 10 ເທົ່າ.
  7. ຄົນທີ່ເຈົ້າຮັກ ອາດຈະບໍ່ແມ່ນຄົນທີ່ຮັກເຈົ້າທີ່ສຸດໃນໂລກນີ້.
  8. ຊ່ວງເວລາ 1 ວິນາທີທີ່ເຈົ້າຄິດຈະນອກໃຈ ເທົ່າກັບ ເຈົ້າຈະເຮັດໃຫ້ຄົນທີ່ຮັກເຈົ້າ ເສຍໃຈໄປ 1ປີ.
  9. ຄວາມຮັກບໍ່ມີນິຍາມຕາຍຕົວ ຕັ້ງແຕ່ມື້ທຳອິດທີ່ມັນເກີດຂື້ນມາ.
  10. ຄວາມຮັກບໍ່ມີນິຍາມ ແຕ່ມີຄວາມໝາຍຫລາກຫລາຍຮ້ອຍພັນ.
  11. ບໍ່ມີໃຜໃນໂລກນີ້ສາມາໃຫ້ນິຍາມກັບຄວາມຮັກໄດ້ ແຕ່ສາມາດນິຍາມຄວາມຮັກຂອງຕົນເອງໄດ້.
  12. ໂຊກຊະຕາ ແລະ ພົມລິຂິດ ເປັນພຽງສອງສິ່ງທີ່ເຮັດໃຫ້ຄົນສອງຄົນໄດ້ມາເຈິກັນເທົ່ານັ້ນ.
  13. 99,99% ຂອງຜູ້ຊາຍໃນໂລກນີ້ ຮັກຜູ້ຍິງທີ່ພາບລວມ ບໍ່ແມ່ນຄວາມຮູ້ສຶກ ນິໄສ ຫລື ຮູບຮ່າງພຽງຢ່າງດຽວ.
  14. 99,99% ຂອງຜູ້ຍິງໃນໂລກນີ້ ຈະບໍ່ຮັກຜູ້ຊາຍທີ່ບໍ່ມີຫຍັງໃຫ້ເຂົາເລີຍ.
  15. ທຳມະຊາດຂອງຜູ້ຊາຍ ຄືຄວາມຮັກຕໍ່ສິ່ງສວຍງາມຂອງຜູ້ຍິງ.
  16. ທຳມະຊາດຂອງຜູ້ຍິງ ຄືຄວາມຮັກຕໍ່ສິ່ງທີ່ຕົນເອງເປັນເຈົ້າຂອງ.
  17. ຄວາມຮັກ ກັບ Sex ປຽບເໝືອນກັບເຈ້ຍແຜ່ນໜຶ່ງ. ເບື້ອງໜຶ່ງແມ່ນ ຄວາມຮັກ ເບື້ອງໜຶ່ງແມ່ນ Sex. ເຊິ່ງມັນເຮັດໃຫ້ເຮົາຮູ້ວ່າ ມັນບໍ່ແມ່ນເລື່ອງດຽວກັນ ແຕ່ມັນເປັນເລື່ອງທີ່ຢູ່ໃກ້ກັນ.
  18. ເຫດຜົນຂອງການນອກໃຈ ເລີ່ມມາຈາກ ການທີ່ບໍ່ໄດ້ມີຮັກແທ້.
  19. ຄວາມຮັກບໍ່ແມ່ນທຸກສິ່ງໃນຊີວິດ ແຕ່ມັນເປັນສ່ວນປະກອບຖາວອນຂອງຄວາມຊົງຈຳ.
  20. ການອົກຫັກ ຄືປະສົບການຂອງຊິວີດ.
  21. ການອົກຫັກ1 ເທື່ອ ດີກວ່າການເກັບຄວາມຮັກໄວ້ 124 000 ເທົ່າ.
  22. ຈຸດອ່ອນຂອງຜູ້ຍິງໃນເລື່ອງຂອງຄວາມຮັກແມ່ນ ຄິດຫລາຍ.
  23. ຈຸດອ່ອນຂອງຜູ້ຊາຍໃນເລື່ອງຂອງຄວາມຮັກແມ່ນການພະຍາຍາມໃຊ້ຄວາມຮູ້ສຶກ ບອກເຫດຜົນ ແທນຄຳເວົ້າ.
  24. ການໂທລະສັບໄປຫາຄົນຮັກມື້ໜຶ່ງ 18 ຊົ່ວໂມງ. ອາດບໍ່ເທົ່າກັບ 1 sms ທີ່ເຮັດໃຫ້ເຂົາຍິ້ມໄດ້.
  25. ບໍ່ມີສູດໃດໃນໂລກນີ້ ໃຊ້ມາຄິດໄລ່ວ່າ ແຟນເຮົາ ຮັກເຮົາຫລາຍສ່ຳໃດ.
  26. ຢາທີ່ດີທີ່ສຸດເວລາຜິດກັບແຟນ ຄືການຄິດເຫັນ 10 ນາທີທຳອິດທີ່ໄດ້ເປັນແຟນກັນ.
  27. ເມື່ອເຖິງເວລາທີ່ຜິດກັນ ບໍ່ມີຄຳເວົ້າໃດທີ່ຈະດີໄປກວ່າຄຳວ່າ ຂໍໂທດ.
  28. ບອກຮັກພັນລ້ານເທື່ອ ບໍ່ເທົ່າກັບບອກຮັກຈາກໃຈພຽງເທື່ອດຽວ.
  29. ຄົນທີ່ຂ້າໂຕຕາຍຍ້ອນຄວາມຮັກ ຄືຄົນທີ່ບໍ່ເຫັນຄ່າ ແລະ ບໍ່ຮູ້ຈັກໃນຄວາມຮັກເລີຍ.
  30. ທາງອອກທີ່ດີທີ່ສຸດເມື່ອເລີ່ມຈະມີຄວາມຮັກ ຄືເຊື່ອໃນຄວາມຮັກຂອງເຂົາ ໃຫ້ເທົ່າກັບຂອງເຮົາ.
  31. ການກອດ ເປັນການສະແດງຄວາມຮັກທີ່ອົບອຸ່ນທີ່ສຸດ.
  32. ບໍ່ມີຜູ້ຍິງຄົນໃດມັກຄຳວ່າຂີ້ຕົວະ.
  33. ບໍ່ມີຜູ້ຊາຍຄົນໃດມັກຄຳວ່າ ເຈົ້າດີເກີນໄປ ແລະ ເຮົາເຂົ້າກັນບໍ່ໄດ້.
  34. ຈົ່ງຢ່າຖາມວ່າ ເຈົ້າຮັກຂ້ອຍບໍ່. ແຕ່ຈົ່ງຖາມວ່າ ເຈົ້າຮັກຂ້ອຍຫລາຍປານໃດ.
  35. ຖ້າມີຫຍັງຢາກຈະເວົ້າ ຢ່າຖ້າໃຫ້ຮອດຕອນກຳລັງຊິຕາຍ ແລ້ວໂທໄປບອກ.
  36. ຄົນພິເສດ ບໍ່ຈຳເປັນຕ້ອງພິເສດສຳລັບຄົນອື່ນ ແຕ່ພິເສດສຳລັບເຮົາ.
  37. ຄວາມຄິດຮອດເກີດຂື້ນ ຍ້ອນຄວາມຮັກບໍ່ມີບ່ອນລະບາຍ.
  38. ພື້ນຖານຂອງຄວາມຮັກທີ່ດີປະກອບດ້ວຍ ຄວາມເຊື່ອໃຈ ຄວາມເຂົ້າໃຈ ແລະ ການຕັດສິນໃຈ.
  39. ຂອງຂວັນໃນໂອກາດຕ່າງໆບໍ່ແມ່ນສິ່ງທີ່ວັດລະດັບຄວາມຮັກ ແຕ່ມັນເປັນການສະແດງອອກຄວາມຮັກ.
  40. ຢ່າເບິ່ງຄວາມຮັກເປັນພຽງຄຳເວົ້າ ແຕ່ໃຫ້ເບິ່ງຄວາມຮັກເປັນສິ່ງທີ່ມີຄວາມໝາຍສຳລັບເຮົາ.

ນັກອ່ານທີ່ດີ ບໍ່ແມ່ນຈະອ່ານເພື່ອໃຫ້ຈົບເທົ່ານັ້ນ ແຕ່ຕ້ອງອ່ານແລ້ວເຂົ້າໃຈນຳ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເສື້ອກຸ່ມຮັກດຽວໃຈດຽວ

ທາງໜ້າ

alt

ທາງຫລັງ

alt

 

ສົມທຽບກັບເສື້ອພັນລາວ

ທາງໜ້າຂອງເສື້ອພັນລາວກໍ່ຈະເປັນໂລໂກ້ຂອງເພິ່ນ ສຳລັບທາງໜ້າເສື້ອກຸ່ມຮັກດຽວໃຈດຽວຈະເປັນ ຄົນໃຈດີ ຮັກ ແມ່ເດັກນ້ອຍ 4EVER.

 alt

 

ທາງຫລັງກໍ່ມີຄວາມແຕກຕ່າງກັນເລັກນ້ອຍ ກະຄືເສື້ອພັນລາວຈະຂຽນວ່າ ພັນລາວ.ຄອມbeta  ແຕ່ເສື້ອກຸ່ມຮັກດຽວໃຈດຽວຈະເປັນ ພັນລາວ.ຄອມ ທັ້ງນີ້ກໍ່ເພື່ອໃຫ້ເຂົ້າກັບພັນລາວໃໝ່ຂອງພວກເຮົາ

 alt

 

ສຸດທ້າຍນີ້ກໍ່ຂໍຂອບໃຈທາງທີມງານພັນລາວທີ່ໃຫ້ເສື້ອພັນລາວກັບຄົນໃຈດີໜຶ່ງໂຕ ແລະກໍ່ຂໍຂອບໃຈແມ່ເດັກນ້ອຍທີ່ມາເປັນພຣີເຊັນເຕີ້ໃຫ້ ..ອິອິ

 

 ກຸ່ມຮັກດຽວໃຈດຽວ ເປັນໜື່ງກຸ່ມທີ່ນອນຢູ່ໃນພັນລາວ ໃຜຢາກສະໝັກເຂົ້າຮ່ວມກຸ່ມ ກໍ່ສາມາດເຂົ້າໄດ້ທີ່

http://punlao.com/group/98/

ປລ.. ກ່ອນທີ່ທ່ານຈະເຂົ້າຮ່ວມກຸ່ມນີ້ໄດ້ ທ່ານຕ້ອງຍອມຮັບຫົວໜ້າກຸ່ມເປັນໝູ່ກ່ອນ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2009 | ມີ 67 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈົບລົງໄປແລ້ວ ກັບງານພົບປະສ້າງສັນຂອງກຸ່ມຮັກດຽວໃຈດຽວ ເຊິ່ງໄດ້ຈັດຂຶ້ນໃນວັນເສົາທີ່ 7 ຜ່ານມາ.. ກໍ່ເປັນໄປຕາມຄາດວ່າຊີມີຄົນມາ ບໍ່ຮອດ 10 ຄົນ..​ ອິອິ..​ ກຸ່ມຮັກດຽວໃຈດຽວ ເປັນກຸ່ມອິນເຕີ ສະມາຊິກສ່ວນຫລາຍແມ່ນຢູ່ຕ່າງປະເທດ alt ມີຄົນເຂົ້າຮ່ວມງານ ເກືອບ 20 ຄົນ.. ສະເພາະສະມາຊິກກຸ່ມ ແມ່ນມີ 9 ຄົນ ຊາຍ4 ຍິງ5.. ງານນີ້ເຮັດໃຫ້ ຄົນບາງຄົນ image ຫລຸດຕະພືດຕະພື ໃຜເຫັນຂອງໃຜເຮ່ຍຢູ່ໃສກະເກັບໄວ້ໃຫ້ກັນແດ່ເດີ່ ຮ່າໆໆໆໆໆໆໆໆໆໆໆໆ ງານນີ້ ຄົນໃຈດີ ແຈກເສື້ອກຸ່ມຟຣີ ເວົ້າຫລີ້ນຊື່ໆອັນວ່າຊິເອົາເງິນນຳ 15000 ກີບຫັ້ນນະ.. ພິເສດສະເພາະຄົນເຂົ້າຮ່ວມງານ.. ເສື້ອກຸ່ມຍັງຫລາຍຢູ່ໃດ.. ມີຫລາຍຄົນພາດງານນີ້ ກະຍັງເສຍດາຍ.. ບໍ່ເປັນຫຍັງ ມີພາກ1 ມັນກະຕ້ອງມີພາກ2..​ ອິອິ.. ພາກ2 ຈະຈັດໃນວັນທີ 18 ເດືອນ 2.. ເປັນວັນຄ້າຍວັນເກີດ ຂອງແມ່ເດັກນ້ອຍ.. ໃຜວ່າງກະເຂົ້າຮ່ວມໄດ້ ແຕ່ງານຈະຈັດຕອນແລງ ຢູ່ບ້ານສີສະຫວາດຄືເກົ່າ.. ບໍ່ເວົ້າຫລາຍແລ້ວ ໄປເບິ່ງພາບບັນຍາກາດ

ພາບນີ້ແມ່ນຕອນເຊົ້າໆກຳລັງແຕ່ງກິນ

alt

ພາບນີ້ບໍ່ເອົາລົງບໍ່ໄດ້ເດີ່ ຮ່າໆໆໆໆໆ

alt

ຕອນນີ້ bell ກຳລັງຄິດຮອດຄົນບາງຄົນ ອິອິ

alt

4 ໜຸ່ມຈາກ ກຸ່ມຮັກດຽວໃຈດຽວ

alt

9 ຄົນທີ່ເຂົ້າຮ່ວມງານ ຂໍແນະນຳຊື່ແຕ່ລະຄົນຈາກຊ້າຍຫາຂວາ ນຸ້ຍ ເອື້ອຍ ເບວ ເອັຟ ອາເລັກ ທອງໃສ ວັນວານ... ລະສອງຄົນນັ່ງຢູ່ຫັ້ນກະ ຄົນໃຈດີ ກັບ ແມ່ເດັກນ້ອຍ

alt

alt

ມາຕໍ່ຄາຣາໂອເກະຢູ່ ອິນແປງ

alt

alt

ຍັງບໍ່ໝົດພຽງເທົ່ານີ້ ຖ້າໃຜຢາກເຫັນພາບທັງໝົດແມ່ນມີຢູ່ໃນໂປຣໄຟຂ້ອຍເອງ ຢູ່ນີ້ເດີ່

punlao.com/khonjaidee/albums/3348

punlao.com/khonjaidee/albums/3207

ຄົນໃຈດີລາຍງານຈາກກຸ່ມຮັກດຽວໃຈດຽວ ອິອິ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2009 | ມີ 160 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນອື່ນກະຂໍສະບາຍດີປີໃໝ່ສະມາຊິກກຸ່ມຮັກດຽວໃຈດຽວ ແລະ ສະມາຊິກພັນລາວໝົດທຸກຄົນ. ຕອນນີ້ກຸ່ມຮັກດຽວໃຈດຽວ ມີສະມາຊິກທັງໝົດ 170 ຄົນ. ຂ້າພະເຈົ້າຄົນໃຈດີ ໃນນາມຫົວໜ້າກຸ່ມຮັກດຽວໃຈດຽວ ຂຽນໄດອາຣີ່ນີ້ຂຶ້ນມາ ມີຈຸດປະສົງຢູ່ ສອງ ເລື່ອງ ຄື: ເລື່ອງນັດເຈິກັນໃນເດືອນສອງນີ້ ແລະ ເລື່ອງເສື້ອຍືດກຸ່ມ. ຄຈດ ຢາກໃຫ້ທຸກຄົນທີ່ຈະເອົາເສື້ອ ບອກຂະໜາດ (S. M. L. XL) ແລະ ຊື່ຂອງຕົນເອງທີ່ຈະຂຽນໃສ່ເສື້ອມາ ພ້ອມດ້ວຍເງິນສົດ ສິບຫ້າພັນກີບ (ອັນນີ້ຂາດບໍ່ໄດ້ ອິອິ). ສຳລັບສະຖານທີ່ຈັດງານ ຈະບອກຢ່າງເປັນທາງການໃນຊ່ວງວັນທີໜື່ງ ຫາ ວັນທີຫ້າ ເດືອນສອງ ຢູ່ໜ້າກຸ່ມເດີ່. ໃຫ້ໄປຕິດຕາມເອົາເອງ ຄິດໄວ້ວ່າແມ່ນບ້ານອາເລັກ alt. ໃນງານຈະມີການຫລິ້ນເກມ. ແຕ່ ຄຈດ ຄິດເກມບໍ່ອອກ ຢາກໃຫ້ທຸກຄົນຊ່ວຍກັນຄິດ ແນວໃດມັນຊິມ່ວນ. ຄຈດ ຄິດອອກແຕ່ເກມຊອກຫານັກດື່ມຍອດຍ່ຽມຫັ້ນແຫລະ ກິນເບຍແຂ່ງກັນວ່າຊັ້ນຊະ altໃຜຊີລົງແຂ່ງກະບອກມາ ເພື່ອຈະກຽມສະຖານທີ່ໄດ້ຖືກ. ພາຍໃນງານກໍ່ຈະມີການບັນທຶກພາບ ທັງພາບຖ່າຍ ແລະ ພາບວີດີໂອ ເພື່ອຈະເກັບໄວ້ເປັນທີລະລືກ. ໃຜຊິອຸປະຖຳຫຍັງ ກະຖືມານຳ ຄຈດ ຮູ້ວ່າທຸກຄົນບໍ່ກ້າໄປມືເປົ່າ alt. ລະອີກອັນໜຶ່ງ ແມ່ນຫາຂອງຂວັນມາໃຫ້ ຄຈດ ແດ່. ເອົາມາແລກກັນ. ເອົາມາຫລາຍໆອັນ. ຈັບສະຫລາກ ຖືກຂອງໃຜ ກະໄດ້ຂອງຄົນນັ້ນ. ຫລື ຢາກໃຫ້ໃຜເປັນພິເສດ ກະໃຫ້ໄປ. ເທບ... ເທບ ແທ້ໆ ຮ່າໆໆ alt

ຖ້າເປັນໄປໄດ້ໃນງານນີ້ບໍ່ຢາກໃຫ້ມີຄົນນອກເດີ່ ຖ້າຈະມີກໍ່ຂໍໃຫ້ເປັນແຟນ ຫລື ໝູ່ສະໜິດພຽງໜຶ່ງຄົນເທົ່ານັ້ນ ທັ້ງນີ້ກໍ່ເພື່ອບໍ່ໃຫ້ເປັນການລົບກວນຄົນອື່ນ. (ໝູ່ຫັ້ນເອົາໄວ້ໄປຕໍ່ຮອບເດີກ.. ອິອິ) ເລື່ອງເສື້ອຫັ້ນໃຫ້ບອກພາຍໃນເດືອນໜຶ່ງນີ້ ເພາະວ່າວັນທີໜຶ່ງເດືອນສອງລະຈະໄປເຮັດ. ອ່ານແລ້ວໄປໂຫວດນີ້ແດ່. ປະຊາທິປະໄຕ ຂໍເອົາສຽງສ່ວນຫລາຍ

ຄລິກ ທີ່ນີ້ເພື່ອໂຫວດ ມື້ໃດດີ 

 

ປລ. ເພື່ອເປັນການສະດວກໃນການຕິດຕໍ່ ຝາກເບີໂທລະສັບໄວ້ກະດີ. ຫລັງໄມກະໄດ້. ໃກ້ຊິຮອດມື້ລະ ຄຈດ ຊິໂທໄປບອກທຸກຄົນ

ຮັກດຽວໃຈດຽວ ເພື່ອຄົນີ່ເຮົາຮັກ alt

ຂຽນໂດຍ. ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2008 | ມີ 69 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊື່ກຸ່ມ:  ຮັກດຽວໃຈດຽວ

ຫົວໜ້າກຸ່ມ: khonjaidee

ກ່ຽວກັບກຸ່ມ: ລົມກັນເລື່ອງຄວາມຮັກ ໃຫ້ກຳລັງໃຈຄົນທີ່ກຳລັງທໍ້ແທ້ ຫລື ຜິດຫວັງກັບຄວາມຮັກ ແລະ ອື່ນໆ

ສ້າງເມື່ອວັນທີ: 01 ກໍລະກົດ 2008

ສະມາຊິກທັງໝົດ: 152 ຄົນ. ຍີງ: 83 ຄົນ. ຊາຍ: 69 ຄົນ

ແຮງບັນດານໃຈໃຫ້ສ້າງກຸ່ມ:  ແມ່ເດັກນ້ອຍ

ນິຍາມ: ຮັກດຽວໃຈດຽວແມ່ນການມີຄົນຮັກພຽງຄົນດຽວໃນເວລາດຽວ

ຈຸດປະສົງໃນການສ້າງກຸ່ມ:

1. ເພື່ອເຮັດໃຫ້ຄົນຮູ້ວ່າ ຄົນຮັກດຽວໃຈດຽວຍັງມີຢູ່ໃນໂລກ

2. ຢາກໃຫ້ທຸກຄົນຮັກກັບແບບຖືກຕ້ອງ ຖືກວິທີ

3. ຢາກເຫັນທຸກຄົນມີຄວາມສຸກເວລາມີຄວາມຮັກ

4. ໃຫ້ກຳລັງໃຈຄົນທີ່ກຳລັງມີບັນຫາກ່ຽວກັບຄວາມຮັກ ແລະ ຫາແນວທາງແກ້ໄຂ

5. ສ້າງມິດຕະພາບ

             ກຸ່ມຮັກດຽວໃຈດຽວເປັນກຸ່ມທີ່ມີການອັບເດດຢູ່ຕະຫລອດເວລາ, ຄັ້ງສຸດທ້າຍອັບເດດໃນວັນທີ 12.10.08 ໃນໄດອາຣີ່ທີ່ມີຊື່ວ່າ   ມາເບີ່ງຄວາມອະລັງການຂອງຄົນຮັກດຽວໃຈດຽວ ໃຜຍັງບໍ່ໄດ້ອ່ານກະຄລີກເຂົ້າໄປອ່ານໄດ້ເລີຍ

ເຊີ່ງໃນມື້ນັ້ນມີສະມາຊີກທັງໝົດ 108 ຄົນ.. ແຕ່ມາຮອດມື້ນີ້ສະມາຊີກເພີ່ມຂື້ນເປັນ 152 ຄົນ. ສະມາຊິກກຸ່ມຮັກດຽວໃຈດຽວທັງໝົດ 152 ຄົນ ມີໜ້າຕາແບບໃດໄປເບີ່ງເລີຍ

alt

ຮ້າ ຮ່າໆໆໆ ຄວາມອະລັງການກໍ່ຍັງເປັນຄວາມອະລັງການຢູ່ຄືເກົ່າ ແລະທີ່ອະລັງການໄປກວ່ານັ້ນກະຄື ການອັບເດດໃນມື້ນີ້ໄດ້ມີການຄັດເລືອກສະມາຊີກດີເດັ່ນ 10 ຄົນ.

ການຄັດເລືອກສະມາຊີກດີເດັ່ນແມ່ນຄັດເລືອກແບບໃດ?? ຄັດເລືອກຈາກສະມາຊິກທີ່ໜ້າຕາດີ (ອັນນີ້ບໍ່ກ່ຽວ) alt

1. ເປັນຄົນມາລະຍາດດີ ເວົ້າຈາສຸພາບ

2. ເຂົ້າໄປໃຫ້ຄຳເຫັນຢູ່ກຸ່ມເປັນປະຈຳ

3. ເວລາມີບັນຫາກ່ຽວກັບຄວາມຮັກກໍ່ໄປປຶກສາກັບຄົນໃຈດີເປັນການສ່ວນໂຕ

ແລະນີ້ກະຄືໜ້າຕາສະມາຊິກດີເດັ່ນທັງ 10 ຄົນ ລຸ່ນທີ1

 

 

 

 

 

alt

ອ້າວວວວວວວວວ ໃສວ່າການຄັດເລືອກບໍ່ກ່ຽວກັບໜ້າຕາ ອັນນີ້ຊ່ວຍບໍ່ໄດ້ເດີ່ ບັງເອີນວ່າສະມາຊິກກຸ່ມຮັກດຽວໃຈດຽວມີແຕ່ຄົນໜ້າຕາດີ alt

ອິອິ.. ຈັ່ງໃດກະຮັກສາຄຸນງາມຄວາມດີນີ້ໄວ້ຕະຫລອດໄປເດີ່ ການຄັດເລືອກເທື່ອໜ້າແມ່ນຈະເລີ່ມເບີ່ງຜົນງານນັບແຕ່ມື້ນີ້ເປັນຕົ້ນໄປ

      ຄົນໃຈດີຍັງຢືນຢັນຄຳເດີມວ່າຈະຈັດ party ນັດເຈິສະມາຊີກທຸກຄົນ ພາຍໃນງານແມ່ນກິນຟຣີ ດື່ມຟຣີ ມີຂອງແຈກຂອງແຖມ ສ່ວນເວລາຈັດງານແມ່ນຈະຈັດໃນເດືອນ 2 ທີ່ນະຄອນຫລວງວຽງຈັນ. ເພາະມັນເປັນເດືອນແຫ່ງຄວາມຮັກ, ສ່ວນຖະຖານທີ່ ແລະ ວັນທີ ແມ່ນໃຫ້ລົມກັນຕື່ມ. ແລະມີອີກເລື່ອງໜື່ງກະຄື: ຄົນໃຈດີໄດ້ລົມກັບແມ່ເດັກນ້ອຍແລ້ວວ່າ ຢາກເຮັດເສື້ອກຸ່ມ ແຕ່ບໍ່ໄດ້ເຮັດມາແຈກໃດ! ຊິເຮັດມາຂາຍ  alt ແຕ່ຂາຍໃນລາຄາຖືກ. ຕົ້ນທຶນແມ່ນໂຕລະ 25.000 ກີບ. ແຕ່ຄົນໃຈດີຊິຂາຍໃນລາຄາ 15.000 ກີບ. ພວກເຈົ້າວ່າຂ້ອຍໃຈດີບໍ່ altໃຜມີຄວາມເຫັນຈັ່ງໃດກໍ່ຄລິກທີ່ນີ້ເພື່ອຊ່ວຍກັນໂຫວດ

ເສື້ອຍືດກຸ່ມຮັກດຽວໃຈດຽວ

ສຳລັບສະມາຊິກພັນລາວທ່ານໃດທີ່ຍັງບໍ່ໄດ້ເຂົ້າຮ່ວມກຸ່ມແລະມີຈຸດປະສົງຢາກເຂົ້າຮ່ວມ ແມ່ນໃຫ້ຄລິກໄປທີ່ ລີ້ງຊື່ກຸ່ມຂ້າງເທິງໄດ້ເລີຍ. ຍິນດີຕ້ອນຮັບທຸກໆຄົນເຂົ້າສູ່ໂລກຂອງຄວາມຮັກ. ຄົນໃຈດີຊີອັບເດດອີກເທື່ອໜື່ງໃນທ້າຍປີ 2008 ຫລື ຕົ້ນປີ 2009.

ນັບຖືຮັກແພງໝົດທຸກຄົນ (ຢ່າລືມໄປໂຫວດເສື້ອ)

 

ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫາກວັນໃດ..........ທີ່ໃຈໄຮ້........ ເຊີ່ງຄວາມຮັກ

ຊິວິດຈັກ..............ຊິຢູ່ໄດ້........... ຈັ່ງໃດໜາ

ຄົງມອດມ້ອຍ...... ລົ້ມຫາຍ........ ວາຍຊີວາ

ຈະມີໜ້າ.............ພົບພາ............ ຫາຜູ້ໃດ

ດັ່ງມັດສາ............ໄຮ້ທາລາ........ ທີ່ອາໄສ

ດັ່ງພົງໄພ............ ໄຮ້ອ້ອມກອດ.. ຂອງພູຜາ

ເໝືອນດັ່ງນົກ...... ປີກຫັກ.......... ຕົກຈາກຟ້າ

ດັ່ງເວຫາ............ ໄຮ້ນົກ.......... ໂບກໂບຍບິນ

ເພາະຄວາມຮັກ... ມີຄ່າ............ ມະຫາສານ

ໃຜພົບພານ......... ຈະມີສຸກ....... ສະບາຍໃຈ

ເຖິງທຸກຍາກ....... ຂາດແຄນ..... ຫລາຍປານໃດ

ບໍ່ຫວັ່ນໄຫວ...... ເພາະມີຮັກ..... ເປັນກຳລັງ

 

ໂດຍ: ຄົນໃຈດີ ຄລິກນີ້ເລີຍຖ້າໃຜຢາກເຂົ້າຮ່ວມກຸ່ມຮັກດຽວໃຈດຽວ

altaltalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈະຂໍເປັນ ກຳລັງໃຈ ໃຫ້ຄົນເຫງົາ

ຢ່າໄດ້ເສົ້າ ຕໍ່ໄປ ອີກເລີຍຫນາ

ເຂົາໄປແລ້ວ ໄປລັບ ບໍ່ກັບມາ

ເຂົາເຫັນເຮົາ ບໍ່ມີຄ່າ ເຂົາຈັ່ງໄປ

 

ເຮົາຕ້ອງສູ້ ເຮົາຕ້ອງກ້າວ ຂ້າມໃຫ້ຜ່ານ

ເຖິງດົນນານ ເຮົາຕ້ອງຂ້າມ ຜ່ານໃຫ້ພົ້ນ

ອຸປະສັກ ມີໄວ້ ໃຊ້ສ້າງຄົນ

ຕ້ອງອົດທົນ ກ້າວຂ້າມ ຜ່ານມັນໄປ

 

ໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັນຄວາມຮັກ ຄືສີ່ງໃດ ໃຜແດ່ຮູ້

ຢູ່ເປັນຄູ່ ໃກ້ຊີດ ສະໜິດສະໜົມ

ຫລືອ້າງວ້າງ ໂດດດ່ຽວ ສຸດລະທົມ

ຫລືຫລາຍລົ້ນ ສະເໜ່ຫາ ພາສຸກໃຈ

ຫລືວ່າໃຫ້ ເປັນກຳໄລ ແກ່ຊີວິດ

ຫລືເປັນນິດ ກາມະກິດ ຫາຄວາມໄຄ່

ຫລືເປັນເພື່ອນ ຄູ່ຄິດ ມິດຄູ່ໃຈ

ຫລືເປັນໃຜ ບໍ່ຮູ້ ຢູ່ຮ່ວມກັນ

ຫລືວ່າເປັນ ການໃຫ້ ບໍ່ຂໍຮັບ

ຫລືວ່າເປັນ ການຮັບ ທີ່ສຸກສັນ

ຫລືວ່າເປັນ ຄວາມວຸ່ນວາຍ ຄົນຮ່ວມກັນ

ຫລືງຽບງັນ ຫລືໂຫຍຫາ ຫລືຂ້າແກງ

ທັງໝົດນີ້ ແມ່ນຄວາມໝາຍ ໃນຄວາມຮັກ

ໄດ້ປະຈັກ ຂື້ນກັບໃຜ ໄດ້ຮູ້ແຈ້ງ

ມີຫລາກຫລາຍ ຄວາມໃນ ສຸດແຈກແຈງ

ແຕກເປັນແໜງ ຈະກ່າວອ້າງ ດັ່ງໃຈກັນ

ແທ້ຈິງແລ້ວ ຄວາມຮັກຄື ທຳມະຊາດ

ເປັນອຳນາດ ທີ່ລິຂິດ ໃຫ້ພີກຜັນ

ໃຫ້ແປປ່ຽນ ວົນວຽນ ໄປຕາມກັນ

ເປັນຄວາມຝັນ ທີ່ລິຂິດ ຊີວິດຄົນ

ຄວາມຮັກມີ ທຳມະຊາດ ບໍ່ທ່ຽງແທ້

ບໍ່ແນ່ວແນ່ ແປປ່ຽນ ວຽນສັບສົນ

ໃຫ້ວຸ່ນວາຍ ໄປມາ ວົກວຽນວົນ

ໃຫ້ສັບສົນ ບໍ່ທ່ຽງແທ້ ບໍ່ແນ່ນອນ

ແຕ່ໃຜໆ ເປັນຫຍັງ ຢາກໄດ້ຮັກ

ຢາກຮູ້ຈັກ ວ່າຮັກ ເປັນຈັ່ງໃດ

ເຖິງຈະທຸກ ແສນລຳບາກ ຍາກພຽງໃດ

ແທບຂາດໃຈ ຍັງຖາມຫາ ໄຂ່ວຄວ້າມັນ

altaltaltaltalt

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2008 | ມີ 60 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແລະພາບທີ່ທ່ານຈະໄດ້ເຫັນຕໍ່ໄປນີ້ກະຄື ໜ້າຕາອັນຫລໍ່ໆ ງາມໆ ຫນ້າຮັກ ຫນ້າຮັກ ຂອງຄົນ ຮັກດຽວໃຈດຽວ

ພາບນີ້ແມ່ນສະມາຊີກທັງໝົດໃນວັນທີ 20.07.2008

alt

 

ມື້ນັ້ນມີສະມາຊີກພຽງແຕ່ 27 ຄົນ, ໃຊ້ເວລາບໍ່ຮອດ 3 ເດືອນ ສະມາຊີກກໍ່ເພີ່ມຂື້ນເປັນ 108 ຄົນ!!!​ ໂອ່...ພະຈ້າວຈອສ ມັນຍອດມາກ ອິອິ!! ແລະນີ້ກະຄືໜ້າຕາຂອງສະມາຊິກທັງໝົດ 108 ຄົນ ໃນວັນທີ 12.10.2008

 

alt

ຄົນໃຈດີມີຄວາມຕັ້ງໃຈສູງໃນການສ້າງກຸ່ມ ຮັກດຽວໃຈດຽວ ໄວໆນີ້ຈະມີການນັດເຈິກັນຄັ້ງຍີ່ງໃຫຍ່ ຫລື ເວົ້າງ່າຍໆກະຄື ງານກິນຟຣີ ຮ່າໆໆໆໆ ແຕ່ກ່ອນຈະຮອດມື້ນັ້ນ ຄົນໃຈດີຈະຈັດງານດື່ມຟຣີຂື້ນກ່ອນ ເປັນການອຸ່ນເຄື່ອງ ເພື່ອເອົາໃຈນັກດື່ມທັງຫລາຍ! ງານນີ້ເກີດຂື້ນແນ່ນອນ ສ່ວນວັນ ເວລາ ແລະ ສະຖານທີ່ຈະບອກໃຫ້ຮູ້ພາຍຫລັງ ເພາະຄົນໃຈດີຕ້ອງປືກສາກັບແມ່ເດັກນ້ອຍກ່ອນ ອິອິ! ນອກຈາກຈະໄດ້ກີນຟຣີ ດື່ມຟຣີແລ້ວ ຍັງມີຂອງແຈກຂອງແຖມອີກ ຮັບຮອງວ່າທຸກຄົນຕ້ອງລືມບໍ່ລົງ ໂອ່ຍໆໆໆໆໆ​ ບໍ່ມີຫຍັງທີ່ຈະເລີດດດດດດດທໍ່ນີ້ແລ້ວ 555 ໃຜຍັງບໍ່ມີໜ້າຢູ່ຮູບຫັ້ນກະເຂົ້າໄປເປັນສະມາຊີກໄດ້ ເຂົ້າຢູ່ໃສ? ເຂົ້າຢູ່ນີ້ເດີ່ຄລິກເລີຍ  ຍີນດີຕ້ອນຮັບທຸກຄົນ ທັງຄົນລາວແລະຄົນໄທ ຖ້າໃຜຢາກຈະໃຫ້ຄຳເຫັນຮູບທັງ 2 ຮູບຫັ້ນໄປໃຫ້ຄຳເຫັນໄດ້ .ຄລິກທີ່ນີ້. ຢາກຮູ້ລາຍລະອຽດເພີ່ມເຕີມ ຫລື ມີຄຳຖາມໃຫ້ໄປສົນທະນາກັນຢູ່ໜ້າກຸ່ມ ຮັກດຽວໃຈດຽວ ພຸ້ນເດີ່ ເພາະຄົນໃຈດີເຂົ້າໄປເບີ່ງທຸກມື້ ໃນໄວໆນີ້ຂ້ອຍຊີເອົາຮູບແຕ່ລະຄົນໄປເຮັດເປັນວີດີໂອ ໃສ່ເພງເຂົ້າໄປ ແລ້ວ ໂຫລດລົງ youtube ເພື່ອໃຫ້ທຸກຄົນສາມາດດາວໂຫລດໄວ້ເບິ່ງໄດ້ ຖ້າສະມາຊີກຄົນໃດບໍ່ຢາກໃຫ້ເອົາຮູບໂຕເອງລົງ ໃຫ້ບອກຂ້ອຍເດີ່ ແລະ ຂ້ອຍຈະເອົາແຕ່ຮູບແທ້ໆເທົ່ານັ້ນ ຂ້ອຍຈະບໍ່ເອົາຮູບກາຕູນ ຫລື ຮູບສັນຍາລັກ ຫລື ຮູບແທນໂຕ ຕ່າງໆ ວີດີໂອດັ່ງກ່າວຈະເປັນລັກສະນະດັ່ງນີ້ NNNN>>>ເບິ່ງຕົວຢ່າງທີ່ນີ້ເລີຍ<<<nnnn

ຮັກທຸກຄົນນະ ຈຸ໊ບໆໆໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2008 | ມີ 157 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  1. ຢາກເຫັນໜ້າ ບໍ່ຊັ້ນຊີບ້າຕາຍ
  2. ຄິດຮອດ ຕັ້ງແຕ່ຕື່ນນອນ ຈົນເຖິງເຂົ້ານອນ ບໍ່ເວັ້ນແຕ່ເວລາເຂົ້າຫ້ອງນ້ຳ
  3. ເຫັນໜ້າເຂົາຕອນໃດ ຫົວໃຈເຕັ້ນແຮງ ແບບບໍ່ມີເຫດຜົນ
  4. ລັກເບິ່ງເຂົາທັງໄລຍະໄກ້ ແລະ ໄລຍະໄກ ແລະ ບໍ່ກ້າເບິ່ງຕາກັນ
  5. ເກາະຕິດທຸກສະຖານະການ ເຫັນເຂົາຢູ່ໃສ ພະຍາຍາມພາໂຕເອງເຂົ້າໄປໄກ້ໆ
  6. ຢາກຮູ້ຈັກ ຢາກເວົ້າຈາ ຢາກໄດ້ຍີນສຽງ ຢາກຍີ້ມໃຫ້
  7. ໂຣແມນຕິກຂຶ້ນມາໜ້າຕາເສີຍ ມີການພັບດາວໃສ່ຂວດ ຂຽນກອນ ເພີ້ລຳພຶງລຳພັນ
  8. ເຫັນເຂົາຍ່າງກັນໃຜ ລົມກັບໃຜ ຫົວໃຈປັ່ນປ່ວນ ຄືອົກຊິແຕກ
  9. ຫວັ່ນໄຫວກັບສຽງເພງ ແລະ ມິວສິກວີດີໂອ ລັກຍິ້ມຢູ່ຄົນດຽວ
  10. ຫ່ວງໄຍຄວາມສວຍຄວາມງາມຂອງໂຕເອງຢ່າງທີ່ບໍ່ເຄີຍເປັນມາກ່ອນ
  11. ສືບເສາະສະແຫວງຫາຂໍ້ມູນສ່ວນໂຕຂອງເຂົາເຊັ່ນ ວັນເກີດ ຢູ່ບ້ານໃດ ເບີໂທ ອີເມວ ຫາໃຫ້ວຸ່ນ
  12. ຢາກຮູ້ວ່າເຂົາມັກຫຍັງເຊັ່ນ ມັກເບີ່ງໜັງແບບໃດ ຟັງເພງແບບໃດ ມັກກິນຫຍັງ
  13. ເລີ່ມຄີດໜັກແລ້ວວ່າເຂົາມີແຟນຫລືຍັງ ລະເຮົານີ້ຊິແມ່ນສະເປັກເຂົາບໍ່
  14. ເລີ່ມບົນບານສານກ່າວ ຜ່ານດວງດາວ ລົມໜາວ ດວງຈັນ ຢັນໄປຮອດດວງອາທີດ ຊ່ວຍໃຫ້ສົມຫວັງແດ່ເຖີດ ສາທຸໆໆ

ຖ້າຫາກເຈົ້າຕົກຢູ່ໃນອາການເຫລົ່ານີ້ພຽງ 5 ຂໍ້ ກະຂໍໃຫ້ຮູ້ໂຕໄວ້ຊະ ວ່າມັນແມ່ນແລ້ວ

ແຕ່ຖ້າອ່ານແລ້ວປະກົດວ່າຖືກທຸກຂໍ້ ລະບໍ່ຕ້ອງຄິດ ບໍ່ຕ້ອງສົງໃສອີ່ຫຍັງອີກຕໍ່ໄປ ມັນແມ່ນ ມັນໂດນ ມັນຖືກປັບບບບບ ອັນນີ້ແຫລະເຂົາເອີ້ນວ່າ ຮັກ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2008 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ຮູ້ຈັກແມ່ເດັກນ້ອຍ 01.12.2007 ຢູ່ hi5 ທຳອິດບໍ່ໄດ້ສົນໃຈດອກຄິດວ່າລາວເປັນທອມ ແນວວ່າລົມກັບໝູ່ຜູ້ຍິງລະເອິ້ນກັນຮັນນີ່ ຂ້ອຍກະບໍ່ຫລາຍເລື່ອງເອີ້ນຮັນນີ່ນຳເຂົ້າແຕ່ນັ້ນພຸ້ນແຫລະ ລ້ວງ ລ່ວງ.. ຕອນນັ້ນຂ້ອຍຮູ້ຈັກກັບນຸ້ຍກ່ອນ ນຸ້ຍເປັນໝູ່ສະໜິດຂອງລາວ. ນຸ້ຍເຫັນວ່າຂ້ອຍເປັນຄົນລົມກວນດີ ແຊັດມ່ວນຕິເບາະ ລາວກໍ່ເລີຍຊວນຂ້ອຍເຂົ້າຄລັບແຊັດທີ່ມີຊື່ວ່າ club chatsanova_vie ໃນຖານະທີ່ແມ່ເດັກນ້ອຍເປັນຫົວໜ້າລາວກະຕ້ອງບອກອີເມວຂອງສະມາຊິກທຸກຄົນ ໃຫ້ຂ້ອຍຮູ້ ເພາະວ່າຂ້ອຍເຂົ້າມາໄໝ່ ຂ້ອຍກະບອກລາວເອົາແຕ່ເມວຜູ້ສາວເດີ ອິອິ ຂ້ອຍກະແອດເອົາຈົນໝົດ ຕອນນັ້ນຕິດແຊັດແດ່ ບາງມື້ຈົນຊອດແຈ້ງລະໄປເຮັດວຽກເລີຍ ອິອິ ຂ້ອຍມາລົມຜູ້ໃດ ໃຜກະບໍ່ມັກ ອ໋ອຍຍຍເຈັບໝາກຫົວເຈີ  ບາງຄົນກະມີແຟນແລ້ວ ສຸດທ້າຍກະມາຕົກຫລຸມຮັກບິກບອສ ອິອິ ຢາກເປັນແມ່ສື່ລະບໍ້ປະມານກາງເດືອນ 12 ຂ້ອຍກະບອກຮັກລາວ ຂໍເປັນແຟນລາວ ປະຕິໂທ້ ເບິ່ງເພິ່ນປະຕິເສດຕາຕີ່ຕາລານ ຕາເກືອບຫລຸດອອກຈາກເບົ້າຕາ ຕົ໋ວະຂ້ອຍວ່າມີແຟນແລ້ວ ຂໍເບີໂທລະສັບກະຍາກແທ້ຍາກວ່າ ເປັນເດືອນຈັ່ງໄດ້ ຂ້ອຍເຮັດແຂ້ວທຽມຂາຍຍັງງ່າຍກວ່າ ຮ່າໆໆ

ໂອ່ຍຍຍຍຍ ລົມຍາວໂພດລະເຂົ້າເລື່ອງດີກວ່າ ກ່ອນຊີຮອດປີໄໝ່ຂ້ອຍຫາວິທີວ່າ ເຮັດແນວໃດຈະເຮັດໃຫ້ລາວປະທັບໃຈ ກະເລີຍຄິດອອກ ຂ້ອຍໄດ້ຕັດຕໍ່ ຮູບຂ້ອຍກັບຮູບລາວມາຢູ່ນຳກັນ ແຮ່ໆໆ ນີ້ຄື

ສອງຮູບຕົ້ນສະບັບ

v

v

v

alt

ຫລັງຈາກຕັດຕໍ່ແລ້ວໆກະເລີຍກາຍເປັນແບບນີ້

v

v

v

alt

ບໍ່ຮູ້ວ່າເປັນຫຍັງເວລາເອົາໄປເຮັດບລີງກີ້ລະມັນມົວໆ.. ບໍ່ເອົາ ບໍ່ຄັກ ພື້ນຫລັງກະເປັນສີຂາວ ເບິ່ງຈັ່ງໃດກະເປັນຮູບຕັດຕໍ່ກະເລີຍເລືອກຮູບມາເຮັດໄໝ່

ສອງຮູບຕົ້ນລະບັບ(ເບີ່ງຮູບນີ້ລະຄືຂ້ອຍແຕ່ງງານລະແມ່ເດັກນ້ອຍໄປດອງນີ້ແຫລະ ອິອິ)

v

v

v

alt

ແລ້ວມັນກະກາຍເປັນ

v

v

v

alt

ຮ້າ ຮ່າ ໆໆ ເປັນຈັ່ງໃດຮູບນິ ຄືໄຄກ່ອນເກົ່າຂ້ອຍວ່າ.. ສົ່ງໄປໃຫ້ເພີ່ນຢູ່ hi5 ເປັນຂອງຂວັນປີໄໝ່ ເພື່ອນໆຮູ້ບໍ່ ຂ້ອຍສົ່ງໃຫ້ລະລາວລຶບຖິ້ມຊ້ຳ ຕອນນັ້ນຂ້ອຍກະຄຽດແທ້ຄຽດວ່າ ລາວບໍ່ຮູ້ດອກວ່າຊົ່ວຂ້ອຍຊິເຮັດໄດ້ສ່ຳນັ້ນເປັນອາທິດພຸ້ນນະ ຄຽດໃຫ້ລາວ ລາວກະເສີຍມັ່ງ ໂອ່ ເວນກຳ

ວັນທີ 5 ເດືອນ 1 ຂ້ອຍອົດບໍ່ໄດ້ກະສົ່ງຂໍ້ຄວາມຫາລາວວ່າ (ກັອບປີມາຈາກ hi5)

  Jan 5, 2008 7:00 PM no kidding der!!! c tham un1!!! la top khoi tam khuam jing!!! honey me fan la wa?? kham top khong honey khoi c thue va pen khuam jing!!! t pharn ma honey ka yung bor dai tua yung... khit va honey khue c hai kham top t thea jing!!!! top u message der thx ja honey!! khoi bor yak hai phai khao jai phit jao na.... honey tong happy yang diew... ok? honey huk phai ka yak hai kha jao huk honey!! honey pen khon d! yak hai honey jer tae sing dd!! t pharn ma khoi vao y phit pai ka khor thod na!! t vao pai ka yak hai honey smile na! bor tong khit yung lai!....

ລະລາວກະຕອບແນວນີ້ແຫລະ

  Jan 5, 2008 8:58 PM mi leo ja!! bor hu c vao yung ek.....^^ thanks 4 everthings na!

 

 

 

ເປັນຕາ ເຄ ໄອ ຊີ ເຄ ບໍ່! ຂ້ອຍພັດເປັນຄົນຊູຊີ ບໍ່ໄດ້ວ່າຊີຍອມເດີ ຂ້ອຍກະເຮັດດີກັລາວມາຕະຫລອດ ແຕ່ກະບໍ່ມີວີ່ແວວວ່າລາວຊີມາສົນໃຈໃຍດີອີ່ຫຍັງ ຂ້ອຍກະເລີຍບອກລາວວ່າ ຂ້ອຍຊີໃຫ້ເວລາເຈົ້າຄິດ 150 ມື້ ເບິ່ງແມ້ຂ້ອຍໃຫ້ເວລາຫລາຍປານນັ້ນພຸ້ນນະ ລາວກະວ່າເສຍເວລາຊື່ໆນ່າ ອິມໂພຊີບໂບ່ ຊີ້ແຫລະ ເວົ້າລະກ່າຫົວ ຄິຄິ ຂ້ອຍກະບໍ່ມີແນວເຮັດລະ ເລີ່ມທໍ້ລະໃດ 2 ເດືອນລະເດ່ ມື້ນັ້ນຂ້ອຍບອກລາວອອນເອັມ ຕອນເຊົ້າກ່ອນຊິໄປໂຮງຮຽນ ລາວກະໂອເຄ ຂ້ອຍກະຖ້າແທ້ຖ້າວ່າ ລາວກະບໍ່ອອນ ສຸດທ້າຍລາວມາບອກວ່າຄາເຮັດວຽກບ້ານ ເບິ່ງແມ້ເວລາມີບັກຫລາຍໆມື້ບໍ່ເຮັດ ມາເຮັດມື້ຂ້ອຍບອກໃຫ້ອອນເອັມ ຂ້ອຍກະຄຽດແຮງ ເມື່ອຍລະ ເຮັດດີທີ່ສຸດລະ ພໍແລ້ວກັບຜູ້ຍິງຄົນນີ້ ກະເລີຍສົ່ງຂໍ້ຄວາມນີ້ໄປໃຫ້ລາວ

 

 

Feb 9, 2008 12:39 AM jao kheiy tha y bor pk.. jao hu bor va karn lor khoy ni mun thor la marn dai.. khoi tha hai jao hup huk khoi hun khoi ka thor la marn ja taiy u leo.. pen y jao ja tong hai khoi tha jao on m ek.. pen y jao jung bor on? h hw wa? pen y kheu bor h way la eun? ma h y ton ni? leu va lin hi5? lin ton lerk hh ka dai tua.. pen y ja tong ma lin ton ni? pen y jao kheu bor mi wayla hai khoi nae? khoi ka lin hi5! khoi ka lin m! khoi ka hien! khoi ka h viek! khoi ka mi hw! khoi ka h took yang took meu! tae pen y khoi y mi wayla hai jao ta lord! jao tang h sai khoi na.. khoi heng vao jao heng h.. jao happy wa t hen khoi sad.. tham jao ka va bor khun bor la pen y jao ja tong h.. jao ka hu va khoi huk jao sum dai.. phai ka bok khoi va wayla huk phai ya sa deng ork laiy, ya bok huk ka jao ta lord, tha h neo nun ka jao c hen hao pen khong taiy!! khuam jing ka man thea.. tae khoi y h u.. pen y khoi jung h.. ka yon va ni kheu to ton t thea jing khong khoi.. tha khoi huk phai khoi ka yak hai ka jao huk nai sing t khoi pen!! bor man mi tae jao dai t h sai khoi beb ni.. phu ying t khoi huk h kup khoi beb ni took khon.. pen y wa karn t hao ja jing jai phai juk khon ni mun phit wa? khoi phit laiy thea wa t huk jao ni.. khuam jing leo khoi mi khuam od thon soung dai tae mun ka mi kheed jum kud.. jao bor tong pen huang dok hod lek 0 mue dai khoi pai mue nun.. la ja bor mi kham vao dai2 ma pien khoi dai ek.. khoi vao kham dai kham nun.. I love u honey

 

ວ່າຊິເຊົາຄັກໆລະ ລາວພັດສົ່ງຕອບແບບນີ້

Feb 9, 2008 8:55 AM heu.....khoi khor tod na!! khoi bor hu wa jao ja tha thung ka nard nun.....khoi yark lom kup jao dai....tea khoi h hw tea2...khoi leum na!! teun sao ma khoy ma hen!! khoi fao h lei bor dai lom num jao...khor tod der~~ja bor h ek leo naaaaaa....t jing vela khoi on la bor hen jao na!! khoi ka khit hod jao dai....la khoi ka on bor don dok!!! vela jao sad...khoi ja happy dai jung dai...pen y jung kid wa khoi pen neo nun ....ha?? khoi khit hod jao dai.....tea ki khoi bor muk on ton sao lei...khoi teun ssuaiiiiii...tea yon jao hun lea!!! yon khoi yark lom kup jao!!1 khoi on na!! T_T
la t khoi bor hup huk jao...mun bor dai mai kuam wa khoi bor huk jao....bor khit hod jao dai....tea hai vela khoi nea!! khoi pen pu ying dai...ja hai hup park lei sa boc!!! khao jai khoi nea joe!!...khoi muk t jao pen keu gao...bor man diew ni....diew ni jao h neo dai bu!~! bard ni ja bor hai jao tha ek leo na!! bor h keu kao leo...mi y khoi ja bok jao!! i believe u!! 2mr ja on tea sao der about 8am ...ok.....miz u na!!!! c ya 2mr

ເຫັນລາວເວົ້າແນວນີ້ກະດີໃຈບໍ່ຮູ້ຈັກຊິວ່າ ອິອິ ສ່ຳນີ້ກະຮູ້ແລ້ວວ່າລາວຮັບຮັກແລ້ວ ແຕ່ລາວບໍ່ຍອມຕົກລົງ ຫລີ້ນໂຕໜ້ອຍໜຶ່ງວ່າຊັ້ນຊະ ຕາມຟອມຜູ້ຍິງ. ຈົນຮອດວັນວາເລນທາຍ ຂ້ອຍໂທຫາລາວ ຊູຊີລາວຢູ່ຫັ້ນແຫລະ ຈົນຮອດສອງໂມງ ລາວບອກວ່າຊິນອນຂ້ອຍກະວ່າບໍ່ໃຫ້ນອນ ຄັນຊີນອນລະຮັບຂ້ອຍເປັນແຟນກ່ອນ ຄືຊິແມ່ນລາວຢາກນອນແຮງລະ ສຸດທ້າຍລາວກະຍອມ ຮ່າ ໆໆໆ ສະຫລຸບແລ້ວຄົນໃຈດີໃຊ້ເວລາຈີບແມ່ເດັກນ້ອຍ 76 ມື້

^0^ ແຮັບປີ່ເອັນດິ່ງ ^0^

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
To: pakhao my cute phouddern alt
v
v
v
I want you opening your eyes and look at me carefully again. The truth and the dream are usually different. The love that you need, the boy is in your dream, is it me? Are you happy when you are walking with me. Do you feel warm when you touch my hands? I am ready to listen and do what you want. I am not perfect. I am just a simple boy on this world. I am not a god that can give you every thing. But I have two hands can protect you from dangers with my true love and I will never let you feel lonely. How do you feel when you know? Will you still go with me? If you are ready we are going together.
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
 

A true friend is someone who:

Accepts you as you are
B
elieves in "you"
C
alls you just to say "HI"
D
oesn't give up on you
E
nvisions the whole of you (even the unfinished parts)
F
orgives your mistakes
G
ives unconditionally
H
elps you
I
nvites you over
J
ust "be" with you
K
eeps you close at heart
L
oves you for who you are
M
akes a difference in your life
N
ever Judges
O
ffer support
P
icks you up
Q
uiets your fears
R
aises your spirits
S
ays nice things about you
T
ells you the truth when you need it
U
nderstands you
V
alues you
W
alks beside you
X
-plains thing you don't understand
Y
ells when you won't listen and
Zaps you back to reality

What does FRIEND mean?

 

Few

Relations

In

Earth

Never

Die

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

A Just Friend says..hi,..hello,..bye,...and walks away...
A Best friend always stop by your side & asks how r u doing ??
A Just Friend has never seen you cry.
A Best friend has shoulders soggy from your tears.
A Just Friend thinks the friendship is over, when you have an argument.
A Best friend knows that it's not a friendship, until after you've had a fight.
A Just Friend hates it when you call, after he has gone to bed.
A Best friend asks you.... why you took so long to call.
A Just Friend, when visiting, acts like a guest.
A Best friend opens your refrigerator and helps himself.
A Just Friend jealous about your romantic history.
A Best friend wonders of your love story.....
A Just Friend expects you to be always there for any help.
A Best friend is always there, wherever you require any help
A Just Friend doesn't have time in his/her busy schedule,
A Best friend always have time for you in his/her busy schedules....
A Just Friend phones you whenever he/she has some work,
A Best friend calls you often just to hear your voice.....