ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເກືອບສາມເດືອນແລ້ວທີ່ບໍ່ໄດ້ຂຽນໄດອາຣີ ຖືວ່າຫາຍໜ້າຫາຍຕາໄປດົນເຕີບ.. ອິອິ.. ແຕ່ຄົນໃຈດີເຂົ້າມາເວັບທຸກມື້ ມີແຕ່ຕອບຄຳເຫັນໃນກຸ່ມລະກະໃນໂປຣໄຟລ ແຕ່ບໍ່ໄດ້ໄປທ່ອງເວັບ.. . ເອົາລະບໍ່ເວົ້າຫຍັງຫລາຍ ຄົນໃຈດີຈະຕັ້ງກຸ່ມໃໝ່ຂື້ນມາ ແຕ່ຍັງບໍ່ຮູ້ວ່າຈະໃສ່ຊື່ກຸ່ມຈັ່ງໃດ.. ແຕ່ຈຸດປະສົງໃນການຕັ້ງກຸ່ມນີ້ກໍ່ເພື່ອຢາກຈະຊ່ວຍເຫລືອຄົນລາວດ້ວຍກັນ.. ຄົນໃຈດີໄດ້ລົມກັບໝູ່ທີ່ຮູ້ຈັກໃນອິນເຕີເນັດ ໃນອາເມຣິກາ ແລະ ລາວ ທັງໃນເວັບເຮົາ ແລະ ບາງຄົນກໍ່ບໍ່ໄດ້ຫລິ້ນເວັບເຮົາ(ເຂົາຈະເຂົ້າມາຫລິ້ນນຳຫລັງ) ແລ້ວຫລາຍກວ່າຊາວຄົນ ທຸກຄົນກໍ່ເວົ້າເປັນສຽງດຽວກັນວ່າ ຈະເຂົ້າຮ່ວມກຸ່ມ.. ສະມາຊິກກຸ່ມໝົດທຸກຄົນຕ້ອງປະຕິບັດກົດລະບຽບຢ່າງເຄັ່ງຄັດ ແລະ ມີຈິດໃຈຢາກຊ່ວຍຢ່າງແທ້ຈິງ.. ບໍ່ບັງຄັບໃຜໃຫ້ເຂົ້າກຸ່ມ ແລະ ບໍ່ໃຫ້ເຂົ້າກຸ່ມເພື່ອຈຸດປະສົງອື່ນ ຂໍຄວາມສະໝັກໃຈ.. ສຳລັບກົດລະບຽບແບບສົມບູນນັ້ນຈະຂຽນໄວ້ໃນກຸ່ມ.. ແຕ່ກົດແບບຫລັກໆແມ່ນ
໑. ຈະເກັບເງິນຈາກສະມາຊິກກຸ່ມທຸກຄົນ ເດືອນໜຶ່ງ ຫ້າພັນກີບ ຫລື ຫົກສິບພັນກີບຕໍ່ປີ (ໃຜຢາກໃຫ້ຫລາຍກວ່ານີ້ກະໄດ້)
໒. ໃຫ້ສົ່ງເບີໂທລະສັບມືຖືໃຫ້ຄົນໃຈດີ(ມືຖືເທົ່ານັ້ນ)
໓. ໃຫ້ບອກປະຫວັດໂຕເອງ( ຊື່ແລະນາມສະກຸນ, ວັນເດືອນປີເກີດ, ອາຊີບ, ທີ່ຢູ່ປະຈຸບັນ ບ້ານ ເມືອງ ແຂວງ)
ກົດລະບຽບບໍ່ມີພຽງເທົ່ານີ້ ແຕ່ນີ້ຄືສິ່ງທີ່ທຸກຄົນໃນກຸ່ມຕ້ອງໄດ້ເຮັດ
ເຫດຜົນ: ຄົນໃຈດີຈະເປີດບັນຊີເງິນຝາກເພື່ອກຸ່ມເຮົາໂດຍສະເພາະ ແລະ ເງິນທຸກກີບທີ່ເຂົ້າບັນຊີຈະບອກໃຫ້ທຸກຄົນຮູ້ທຸກໆເດືອນ.. ທີ່ບອກວ່າໃຫ້ສົ່ງເບີມືຖືໃຫ້ນັ້ນກໍ່ເພື່ອຄົນທີ່ບໍ່ມີເວລາເຂົ້າມາຫລີ້ນເນັດ ນັ້ນກະຄື: ຖ້າມີການອັບເດດໃນກຸ່ມ ຄົນໃຈດີຈະໂທບອກຫລືສົ່ງຂໍ້ຄວາມບອກ ເພາະນີ້ເປັນທາງຕິດຕໍ່ທີ່ງ່າຍທີ່ສຸດ.. ສຳລັບເບີທຸກເບີຈະປິດເປັນຄວາມລັບ ບໍ່ມີໃຜຮູ້ແນ່ນອນ.. ເຫດຜົນທີ່ໃຫ້ບອກປະຫວັດໂຕເອງນັ້ນກະຄື: ໃນແຕ່ລະປີຄົນໃຈດີຈະເຮັດປື້ມ year book ໃນປື້ມນັ້ນ ຈະຕ້ອງມີຮູບ ແລະ ປະຫວັດທີ່ໄດ້ເວົ້າມາໃນຂໍ້ສາມ.. ແລະ ຖ້າເຮົາໄປຊ່ວຍເຫລືອຢູ່ສະຖານທີ່ໃດ ເຮົາຈະມອບປື້ມຫົວນີ້ໃຫ້ຂະເຈົ້າ ເພື່ອຢາກໃຫ້ເຂົາຮູ້ວ່າໃນກຸ່ມເຮົາມີໃຜແດ່.. ໃນແຕ່ລະເດືອນ ຄົນໃຈດີຈະຂຽນແບບລະອຽດວ່າ ເດືອນນີ້ໄດ້ເງິນທັງໝົດເທົ່າໃດ ມີໃຜໃຫ້ແດ່ ໃຫ້ເທົ່າໃດແລ້ວ.. ຄົນໃຈດີມາຄິດໆເບິ່ງແລ້ວ ສົມມຸດສະມາຊິກກຸ່ມເຮົາມີສິບຄົນເຮົາກໍ່ໄດ້ເດືອນໜື່ງຫ້າສິບພັນ ຖ້າສະມາຊິກເຮົາມີໜຶ່ງຮ້ອຍຄົນ ເຮົາກໍ່ໄດ້ເດືອນໜຶ່ງຫ້າແສນ ຫລື ຫົກລ້ານໃນໜຶ່ງປີ.. ເງິນຫົກລ້ານສາມາດເຮັດໄດ້ຫລາຍໆຢ່າງ..
ຄົນໃຈດີຢາກເຮັດ ແຕ່ດ້ວຍຄວາມສາມາດໂຕເອງພຽງຄົນດຽວແມ່ນຍັງເຮັດບໍ່ໄດ້ ດັ່ງນັ້ນຈຶ່ງຢາກໃຫ້ຫລາຍໆຄົນຊ່ວຍກັນ
ເລື່ອງການສົ່ງເງິນ
໑. ສະມາຊິກທີ່ຢູ່ອາເມຣິກາ ໃຫ້ຂຽນເຊັກສົ່ງໃຫ້ນ້ອງສາວຄົນໃຈດີ ເພາະນ້ອງສາວຄົນໃຈດີຈະສົ່ງເງິນໃຫ້ແມ່ຕະຫລອດ ທຸກໆສາມເດືອນ ຫົກເດືອນ ຫລື ທຸກຄັ້ງທີ່ມີພີ່ນ້ອງເມືອລາວ.. ນີ້ເປັນທາງທີ່ດີທີ່ສຸດ ເພາະວ່າຖ້າຈະໂອນເຂົ້າບັນຊີ ຫລື ສົ່ງໃຫ້ຄົນໃຈດີໂດຍກົງ ມັນຈະແພງ
໒. ສະມາຊິກທີ່ຢູ່ປະເທດອື່ນນອກຈາກອາເມຣິກາ ອັນນີ້ກໍ່ມີສອງວິທີກະຄືໂອນເຂົ້າບັນຊີ ຫລື ຈະຝາກໃຜໄປໃຫ້ຄົນໃຈດີທີ່ນະຄອນຫລວງວຽງຈັນກໍ່ໄດ້ (ສາມາດຈ່າຍໄດ້ຫົກສິບພັນໝົດປີເລີຍ)
໓. ຖ້າໃຜເຂົ້າກຸ່ມແລ້ວ ບໍ່ປະຕິດບັດກົດລະບຽບໃນກຸ່ມ ຈະຖືກຕັດອອກກຸ່ມແບບອັດຕະໂນມັດ ພາຍໃນສາມເດືອນ
໔. ເງິນທີ່ໃຜໃຫ້ໄປແລ້ວ ບໍ່ມີສິດຖອນຄືນ
ໝາຍເຫດ: ປື້ມ year book ຈະມີໜ້າແຕ່ສະເພາະສະມາຊິກທີ່ຈ່າຍເງິນຢ່າງໜ້ອຍຫົກສິບພັນກີບຕໍ່ປີເທົ່ານັ້ນ
      ນີ້ຄືສິ່ງທີ່ຈະເກີດຂື້ນ ຖ້າໃຜສົນໃຈກໍ່ຕິດຕໍ່ຄົນໃຈດີໄດ້ໂດຍສົ່ງເບີມືຖືທີ່ຕິດຕໍ່ໄດ້ມາໃຫ້ຄົນໃຈດີ ແລ້ວຈະຕິດຕໍ່ກັບ.. ແລ້ວຖ້າເບິ່ງວ່າ ຄົນໃຈດີຈະນຳພາກຸ່ມນີ້ໄປຮອດຈຸດນັ້ນຫລືບໍ່
ຂໍຂອບໃຈທຸກຄົນ ທີ່ສະຫລະເວລາເຂົ້າມາອ່ານ ເພາະຄົນໃຈດີຂຽນຍາວໄປໜ້ອຍໜຶ່ງ.. ອິອິ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2009 | ມີ 55 ຄຳເຫັນ ແລະ 0 trackback(s)

ເບຍລາວ ເບຍຫລຽນຄຳລະດັບໂລກຂອງພວກເຮົາ ຄົນໃຈດີບໍ່ຄິດບໍ່ຝັນວ່າມັນຈະເດີນທາງຂ້າມນ້ຳ ຂ້າມທະເລ ຂ້າມພູຜາ ມາຮອດ ສະຮາລັດອາເມຣິກາ.

alt

 

ທ້າຍອາທິດທີ່ແລ້ວນີ້ ມີໝູ່ທີ່ເຮັດວຽກນຳກັນ(ເປັນຄົນໄທ) ລາວບອກວ່າມື້ຄືນນີ້ໄດ້ດື່ມເບຍລາວ ເຊິ່ງວ່າໝູ່ລາວ(ເປັນຄົນລາວ) ເດີນທາງມາຈາກລັດ Minnesota ມາຢາມ ແລ້ວຊາຍຄົນນັ້ນກໍ່ໄດ້ຊື້ເບຍລາວ ມານຳເພື່ອສ້າງສັນກັນ. ເມື່ອຄົນໃຈດີໄດ້ຍິນແນວນັ້ນກໍ່ surprise ສຸດໆ ແລະ ກໍ່ບໍ່ລໍຊ້າທີ່ຈະຖາມວ່າລາວຊື້ຢູ່ໃສ. ຄົນໃຈດີບອກໃຫ້ໝູ່ທີ່ເຮັດວຽກນຳກັນໂທໄປຖາມລາວ ແລະຄຳຕອບກໍ່ຄືລາວຊື້ມາຈາກ shopper food ເຊິ່ງເປັນຊຸບເປີມາເກັດ ໃກ້ບ້ານຄົນໃຈດີນັ້ນເອງ.

ຕອນບ່າຍຂອງວັນອາທິດທີ 22 ພະຈິກ 2009. ເວລາປະມານ 3 ໂມງ ຕາມເວລາທ້ອງຖິ່ນທີ່ລັດ Virginia. ຄົນໃຈດີກໍ່ເດີນທາງມຸ່ງໜ້າໄປຮ້ານດັ່ງກ່າວ ຕັ້ງຢູ່ເມືອງ Springfield. ຂີ່ລົດໄປປະມານ 10 ນາທີກໍ່ຮອດ. ແລ້ວຄົນໃຈດີກໍ່ຄົ້ນພົບວ່າ ມີເບຍລາວຢູ່ຫັ້ນຈິງ.. ເມື່ອເຫັນແລ້ວ ຄົນໃຈດີກໍ່ບໍ່ປ່ອຍໃຫ້ມັນຫລຸດມື້ ນຳຕິດໄມ້ຕິດມືກັບບ້ານມາ 2 ແກັດ (12 ແກ້ວ). alt

ພໍຄົນໃຈດີມາຮອດບ້ານກໍ່ບໍລໍຊ້າທີ່ຫຍີ້ນໃສ່ຈອກ alt

alt

ແລ້ວກໍ່ຖອກເຂົ້າປາກ alt

alt

 

ຣົດຊາດ ຄວາມກົມກ່ອມ ບົ່ງບອກເຖິງຄວາມເປັນລາວຢູ່ສະເໝີ. ນອກຈາກນີ້ກໍ່ຍັງເຫັນເບຍຈາກນາໆປະເທດ ແລະ ປະເທດເພື່ອນບ້ານຢ່າງໄທກໍ່ມີເບຍຊ້າງ ເບຍສິງ ເບຍລີໂອ ເບຍໄທເກີ... ຄົນໃຈດີມາສັງເກດເບິ່ງສະຕິກເກີທາງຫລັງແກ້ວ ຈະເຫັນວ່າແຕກຕ່າງຈາກສະຕິກເກີຢູ່ລາວ ມັນຈະມີໂຕອັກສອນຫຍໍ້ຂອງລັດຕ່າງໆຈຳນວນໜຶ່ງ ແລະ  ບໍລິສັດທີ່ນຳເຂົ້າແມ່ນ PALEEWONG TRADING CO. INC ຕັ້ງຢູ່ນິວຢອກ ເຂົ້າໄປເບິ່ງໄດ້ທີ່.. www.paleewong.com/

alt

alt

ເບຍລາວ ເບຍຂອງຄົນລາວ ເບຍຂອງຄົນທົ່ວໂລກ alt

ຕອນນີ້ຄົນໃຈດີກະເມົາໄດ້ທີ່ແລ້ວ ຂໍໂຕໄປລົມສາວໆພັນລາວກ່ອນ.. ອິອິ

 

ຄົນໃຈດີລາຍງານຈາກ VIRGINIA alt

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 26 ຄຳເຫັນ ແລະ 0 trackback(s)

ຫລັງຈາກຕັ້ງແບບສຳຫລວດ ປະທານປະເທດລາວ http://punlao.com/khonjaidee/polls/614/ ແລະ ໄດ້ຖາມວ່າໃຜເປັນປະທານປະເທດຄົນທຳອິດແຫ່ງ ສ ປ ປ ລາວ. ຄຳຕອບກໍ່ເປັນເອກະສັນວ່າແມ່ນທ່ານສຸພານຸວົງ ນັ້ນເປັນຄຳຕອບທີ່ຖືກຕ້ອງ. ແລະ THAOthongsai ຂໍມາວ່າ ໃຫ້ຄົນໃຈດີນັບແຕ່ຄົນທຳອິດ ຮອດປະຈຸບັນ ປະເທດລາວມີປະທານປະເທດຈັກຄົນແລ້ວ ລະໃຫ້ລຽງຕາມລຳດັບ. ເມື່ອທອງໃສຂໍມາ ຄົນໃຈດີຈັດໃຫ້

 

 

 

ຜູ້ທີ1: ທ່ານ ສຸພານຸວົງ ( 02 December 1975 - 15 August 1991)

alt

ຜູ້ທີ2: ທ່ານພູມີ ວົງວິຈິດ (31 October 1986 - 15 August 1991)

alt

ຜູ້ທີ3: ທ່ານ ໄກສອນ ພົມວິຫານ (15 August 1991 - 21 November 1992)

alt

ຜູ້ທີ4: ທ່ານ ໜູຮັກ ພູມສະຫວັນ (25 November 1992 - 24 February 1998)

alt

ຜູ້ທີ5: ທ່ານຄຳໄຕ ສີພັນດອນ (24 February 1998 - 08 June 2006)

alt

ຜູ້ທີ6: ທ່ານ ຈູມມະລີ ໄຊຍະສອນ (08 June 2006 - ປະຈຸບັນ)

alt

 

ມີຫລາຍຄົນເຂົ້າໃຈວ່າ ທ່ານ ພູມມີ ວົງວິຈິດ ບໍ່ແມ່ນປະທານປະເທດ. ພາບລຸ່ມນີ້ອາດຈະເປັນສິ່ງທີ່ຢືນຢັນໄດ້ວ່າ ທ່ານ ແມ່ນປະທານປະເທດແຫ່ງ ສ ປ ປ ລາວ ຄົນທີ 2. ຄຳວ່າ Succeeded (ຢູ່ກ້ອງຮູບ) ຖ້າເປີດພົດຈະນານຸກົມເບິ່ງແລ້ວ ມັນຈະແປວ່າ ສືບຕໍ່ ນັ້ນກໍ່ໝາຍຄວາມວ່າ ທ່ານໄກສອນ ຈະເປັນປະທານປະເທດຄົນຕໍ່ໄປ ພາຍຫລັງທີ່ລາດຊະການຂອງທ່ານພູມມີ ຈົບລົງ

 

alt

 

ຂໍ້ມູນຈາກ Google