ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2010 | ມີ 35 ຄຳເຫັນ ແລະ 0 trackback(s)

ໃນທີ່ສຸດ ປະຕິທິນກຸ່ມຄົນນິໄສດີ ກໍ່ສຳເລັດແລ້ວ ສະມາຊິກຄົນໃດຢາກໄດ້ກໍ່ print ເອົາໂລດເດີ່.. ຂະໜາດທີ່ເໝາະສົມທີ່ສຸດແມ່ນ ຂະໜາດຂອງເຈ້ຍ A4.. ໄດ້ຂຽນໄດອາຣີ່ກ່ຽວກັບກຸ່ມຍາມໃດ ກໍ່ບໍ່ເຄີຍລືມທີ່ຈະໂປຣໂໝດກຸ່ມ.. ອິອິ.. ກຸ່ມຄົນນິໄສດີ ຈະຮັບສະມາຊິກເພີ່ມ ໃນກາງປີນີ້.. ລິ້ງເຂົ້າກຸ່ມແມ່ນ ຄລິກເຂົ້າທີ່ນີ້ ຖ້າໃຜສົນໃຈເຂົ້າຮ່ວມກຸ່ມນຳພວກເຮົາກໍ່ໃຫ້ເຂົ້າໄປອ່ານກົດລະບຽບໃຫ້ລະອຽດໄດ້ທີ່ນີ້ ຄລິກທີ່ນີ້

 

ເດືອນມັງກອນ



ເດືອນກຸມພາ



ເດືອນມີນາ



ເດືອນເມສາ



ເດືອນພຶດສະພາ



ເດືອນມິຖຸນາ



ເດືອນກໍລະກົດ



ເດືອນສິງຫາ



ເດືອນກັນຍາ



ເດືອນຕຸລາ



ເດືອນພະຈິກ



ເດືອນທັນວາ


ຫລືຈະໄປກັອບປີເອົາຮູບຢູ່ທີ່ນີ້ກໍ່ໄດ້ ຄລິກທີ່ນີ້

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 21 ຄຳເຫັນ ແລະ 0 trackback(s)

ວ່າຈະບໍ່ເວົ້າແລ້ວ ແຕ່ກໍ່ຂໍເວົ້າໜ້ອຍໜຶ່ງ ຢ້ານຄົນຟັງບໍ່ຮູ້ເລື່ອງ.. ອິອິ.. ກຸ່ມຄົນໃຈດີກິກຄລັບເປັນກຸ່ມທີ່ຄົນໃຈດີຕັ້ງມາເພື່ອຫາກິກໂດຍສະເພາະ ຮ່າໆໆໆໆໆໆໆໆໆໆໆໆໆ ກຸ່ມນີ້ຮັບແຕ່ຜູ້ຍິງເດີ່ ລະກະປະກາດເຖິງສາວໆ ໃຜຢາກເປັນກິກຄົນໃຈດີກໍ່ເຂົ້າຮ່ວມກຸ່ມນີ້ໄດ້.. ແລ້ວກຸ່ມນີ້ມີຫຍັງພິເສດ???????? ຕ້ອງຕິດຕາມຕອນຕໍ່ໄປ.. ກຸ່ມນີ້ສ້າງເມື່ອວັນວາເລນທາຍ 14 ກຸມພາ 2010. ຮັບສະມາຊິກຈຳນວນຈຳກັດ.. ນີ້ຄືລີ້ງເຂົ້າກຸ່ມ punlao.com/group/1799/ ປະຈຸບັນມີສະມາຊິກ ຫົກຄົນ..ນັ້ນກະຄື...............

ນ້ອງເຈນ

 

ນ້ອງໂບ

 

ອົງຫຍິງ ປາຂາວ

 

ນ້ອງນ່ານ່າ

 

ນ້ອງນິກກີ້

 

ນ້ອງຕິດຕີ່

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2009 | ມີ 126 ຄຳເຫັນ ແລະ 0 trackback(s)

ກຸ່ມຄົນນິໄສດີ ສ້າງຂື້ນເມື່ອວັນທີ 8 ສິງຫາ 2009, ມີສະມາຊິກທັງໝົດ 16 ຄົນ. ເວລາຜ່ານໄປປະມານ 2 ເດືອນເຄິ່ງ ກໍ່ມີຄົນເຂົ້າໄປຂຽນຄຳເຫັນໃນກຸ່ມແລ້ວ 1354 ຄຳເຫັນ. ສະເລ່ຍແລ້ວກໍ່ປະມານ 18 ຄຳເຫັນຕໍ່ມື້. ເຊິ່ງເປັນໂຕເລກທີ່ຄົນໃຈດີເພິ່ງພໍໃຈຫລາຍ. ຄົນໃຈດີກໍ່ຕ້ອງຂໍຂອບໃຈສະມາຊິກທຸກຄົນທີ່ໃຫ້ຄວາມສົນໃຈ ແລະ ເຂົ້າໄປທັກທາຍກັນຢູ່ໃນກຸ່ມເປັນປະຈຳ. ມື້ນີ້ເປັນມື້ສັນວັນດີ 25 ຕຸລາ 2009 ຄົນໃຈດີຈະຮັບນ້ອງໃໝ່ເຂົ້າກຸ່ມຈຳນວນ 16 ຄົນ, ຮວມກັບສະມາຊິກເກົ່າແລ້ວ ປະຈຸບັນກໍ່ມີ 32 ຄົນ, ຊາຍ 6, ຍິງ 26.. ຈະມີໃຜແດ່ນັ້ນເຮົາໄປເບິ່ງໜ້າຕາກັນເລີຍ

ອັນນີ້ແມ່ນລຸ່ນອ້າຍເອື້ອຍປີ 2

alt

alt

ບາດນີ້ມາເບິ່ງນ້ອງໃໝ່ປີ 1

alt

alt

ນ້ອງໃໝ່ເຮົານີ້ສ່ວນຫລາຍກະແມ່ນກິກຄົນໃຈດີໃນກະທູ້ກິກ ມີແຕ່ຄົນໃສໆ alt ສຳລັບສະມາຊິກພັນລາວຄົນໃດຢາກເຂົ້າຮ່ວມກຸ່ມນຳກໍ່ພຽງແຕ່ປະຕິບັດຕາມກົດກະຕິກາ. ບໍ່ຈຳເປັນຂໍເຂົ້າຮ່ວມກຸ່ມ ຖ້າຫາກໃຜປະຕິບັດຕາມກົດ ກໍ່ຈະຖືກເຊີນໃຫ້ເຂົ້າຮ່ວມກຸ່ມເອງ ລາຍລະອຽດອ່ານທີ່ນີ້ , ຄືດັ່ງທີ່ໄດ້ເວົ້າຜ່ານມາວ່າການຮັບສະມາຊິກແມ່ນຈະຮັບເປັນລຸ່ນ ແລະຈະມີງານຮັບນ້ອງຢ່າງດີ, ສຳລັບລາຍລະອຽດການຮັບນ້ອງແມ່ນໃຫ້ສະມາຊິກທຸກຄົນເຂົ້າໄປອ່ານໃນ ກະທູ້ສົນທະນາກຸ່ມ, ແລະພິເສດສຸດໆໆໆໆໆໆໆໆໆໆ ກໍ່ຄື: ວັນວານ ເອື້ອຍໃຫຍ່ຂອງພວກເຮົາ ໄດ້ແຕ່ງເພງ ໃຫ້ທຸກໆຄົນ ແລະ ຜົນງານເພງນີ້ຖ່າຍທອດເປັນຄຳຮ້ອງໂດຍ ທິດຝອຍ. ຄົນໃຈດີກໍ່ເລີຍກໍ່ເລີຍໃຊ້ເພງນີ້ເປັນເພງປະກອບໃນຄລິບຮູບພາບຂອງພວກເຮົາ. ມີບາງຄົນບັງຄັບໃຫ້ຄົນໃຈດີເອົາສະມາຊິກເຂົ້າກ່ອນ ແຕ່ຄົນໃຈດີເຮັດບໍ່ໄດ້ເພາະຍັງບໍ່ເຖິງເວລາ ຄົນໃຈດີໃຫ້ຄວາມສຳຄັນທຸກຄົນເທົ່າກັນ ຮັກທຸກຄົນເທົ່າກັນ. ເຖິງແມ່ນວ່າຈະມີບາງຄົນທີ່ຮັກເປັນພິເສດ ແຕ່ນີ້ເວົ້າເຖິງສ່ວນລວມ ເລື່ອງສ່ວນໂຕກໍ່ເອົາໄປເວົ້ານອກກຸ່ມ. ຫວັງວ່າທຸກຄົນຄົງຈະເຂົ້າໃຈ. ທີ່ຄົນໃຈດີລໍຖ້າ ກໍ່ເພື່ອຢາກຜະລິດຜົນງານແບບມີຄຸນນະພາບອອກມາໃຫ້ທຸກຄົນເບິ່ງ. ແລະສິ່ງເຫລົ່ານີ້ກໍ່ຕ້ອງໃຊ້ເວລາຫລາຍສົມຄວນ. alt

.ຍິນດີຕ້ອນຮັບທຸກຄົນ.

 

ໃຜເບິ່ງຄລິບຢູ່ນີ້ບໍ່ໄດ້ ຄລິກທີ່ນີ້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

ມື້ນີ້ໝູ່ຂ້ອຍນະ ໂຄດເປັນຕາຊັງເລີຍ. ເປັນຜູ້ຍິງ ຄົນອາຟະຣິກາ ຂ້ອຍຊິເລີກການລະໂທມາຫາຂ້ອຍ ບອກໃຫ້ຂ້ອຍໄປສົ່ງຢູ່ບ້ານຂ້ອຍກະວ່າໂອເຄ. ມັນບອກວ່າຈະຖ້າຢູ່ແຄມທາງ ຢຸ່ໄຟແດງວ່າຊັ້ນ.. ແຕ່ບ່ອນເຮັດວຽກຂ້ອຍຫາເຮືອນຂ້ອຍມີໄຟແດງຢູ່ຫົກບ່ອນ ຂ້ອຍບໍ່ເຫັນມັນຈັກບ່ອນ.. ຂ້ອຍບໍ່ເຫັນຂ້ອຍກໍ່ລ້ຽວກັບໄປຊອກອີກ ກໍ່ບໍ່ເຫັນອີກ. ຂ້ອຍກະໂທຖາມວ່າຢູ່ໃສແທ້ ຄືບໍ່ເຫັນ. ມັນກໍ່ເວົ້າຄືເກົ່າວ່າຖ້າຢູ່ໄຟແດງ. ຂ້ອຍຖາມວ່າໄຟແດງໂຕໃດ ມັນພັດບໍ່ຕອບ. ມີແຕ່ບອກວ່າຂີ່ລົດມາໂລດຫາກເຫັນ ໄປຕາມທາງຄືເຈົ້າຊິກັບບ້ານຫັ້ນລະ.. ຖ້າຢູ່ໄຟແດງ.. ຂ້ອຍກະກັບໄປອີກວົນໄປວຽນມາຢູ່ຫັ້ນກໍ່ບໍ່ເຫັນ. ແຕ່ບ່ອນເຮັດວຽກຫາບ້ານຂ້ອຍຫັ້ນຂ້ອຍໃຊ້ເວລາຂັບລົດແຕ່ຫ້ານາທີ.. ຂ້ອຍວົນຊອກມັນຫັ້ນເຄິ່ງຊົ່ວໂມງ ກະບໍ່ເຫັນ. ຂ້ອຍກະໂທຖາມອີກວ່າຢູ່ໃສກັນແທ້ຄືບໍ່ເຫັນ. ບາດນີ້ມັນພັດຮ້າຍຂ້ອຍວ່າຂ້ອຍເຮັດໃຫ້ມັນຖ້າດົນ. ຂ້ອຍຄວນຈະຮູ້ວ່າມັນຢູ່ໃສ. ແລ້ວຂ້ອຍຈະຮູ້ຫວາແນວຖາມລະວ່າແຕ່ໄຟແດງ ຂ້ອຍຖາມວ່າເຈົ້າຢູ່ຖະໜົນໃດ ມັນພັດບໍ່ບອກ ມັນເວົ້າໄປແນວອື່ນ. ດ່າຂ້ອຍສາລະພັດ ຂ້ອຍບອກໃຫ້ມັນຟັງຂ້ອຍ ພຽງແຕ່ບອກຂ້ອຍວ່າຢູ່ຖະໜົນໃດສ່ຳນີ້ຂ້ອຍກະຮູ້ແລ້ວ. ມັນພັດບໍ່ບອກ.. ຂ້ອຍກະເລີ່ມຢາກຮ້າຍລະ ເພາະມັນບໍ່ຟັງຂ້ອຍມັນມີແຕ່ເວົ້າໃຫ້ຂ້ອຍເຊັ່ນ: ເຈົ້າຢູ່ອາເມຣີກາໄດ້ຈັກປີແລ້ວ ເປັນຫຍັງຈັ່ງບໍ່ຮູ້ຫຍັງ. ເຈົ້າໄດ້ໃບຂັບຂີ່ມາໄດ້ຈັ່ງໃດ ເຈົ້າຊື້ເອົາຫວາ... ຂ້ອຍຖ້າເຈົ້າດົນລະໃດ ປົກະຕິເວລານີ້ຂ້ອຍຮອດເຮືອນແລ້ວ ສຸດທ້າຍລະເປັນອັນວ່າຂ້ອຍຜິດໝົດ. ເອີ່.. ຄົນເຮົາຜູ້ຊິເປັນຈັ່ງໃດກະມີເນາະ ຈັ່ງແມ່ນມັນນິໄສບໍ່ດີ. ຂ້ອຍລະໄປຮັບໄປສົ່ງຕະຫລອດ. ຂ້ອຍໄປຮັບເທື່ອໃດຫັ້ນຂ້ອຍໄດ້ຖ້າຕະຫລອດ ຂະໜາດໂທບອກກ່ອນແລ້ວວ່າຈະໄປຮອດຫັ້ນຈັກໂມງ. ໄປຮອດຫັ້ນຍັງໄດ້ຖ້າຢ່າງໜ້ອຍກະສິບນາທີ. ແຕ່ຂ້ອຍກະບໍ່ໄດ້ວ່າຫຍັງຈັກຄຳ. ມັນຢາກໄປໃສມັນກະໂທຫາຂ້ອຍບອກໃຫ້ຂ້ອຍພາໄປ ຂ້ອຍກໍ່ບໍ່ເຄີຍປະຕິເສດຈັກເທື່ອ. ຂ້ອຍບອກວ່າວັນເສົາວັນທິດຂ້ອຍປິດມືຖື ຂ້ອຍກະເອົາເບີບ້ານໃຫ້. ມື້ເຊົ້ານີ້ຂ້ອຍໄປການຊ້າກະຍ້ອນຖ້າມັນຫັ້ນລະ ຂະໜາດບອກມັນແລ້ວວ່າຈະໄປຮອດເຮືອນມັນເກົ້າໂມງປາຍຊາວ. ຂ້ອຍໄປຮອດຫັ້ນຂ້ອຍຍັງໂທບອກວ່າຢູ່ໜ໊າບ້ານແລ້ວ ຈົນຮອດສິບໂມງຍັງຊາວມັນຈັ່ງອອກມາ. ທັ້ງໆທີ່ວ່າຄັນມັນຂີ່ລົດເມມັນຕ້ອງໄດ້ອອກເຮືອນແຕ່ເກົ້າໂມງປາຍສິບຫ້າ. ຂ້ອຍໄປການຊ້າສິບນາທີ ຫົວໜ້າກະຈົ່ມຢູ່.. ເຮັດດີນຳປານນີ້ຍັງມາດ່າຂ້ອຍອີກ. ຂ້ອຍກະເຫັນວ່າມັນໂຕຄົນດຽວ ບໍ່ມີໜັງສືຊ້ຳມາຢູ່ນີ້ນະ ຂັບລົດກະບໍ່ໄດ້. ແຕ່ລະມື້ໄດ້ຂີ່ລົດເມເອົາ. ຂ້ອຍກະເລີຍຢາກຊ່ວຍ ເທົ່າທີ່ຂ້ອຍຊ່ວຍໄດ້. ແທນທີ່ຈະເຫັນຄວາມດີ ພັດກາຍເປັນຄວາມຜິດ. ຂ້ອຍເສຍເວລາ ເສຍນ້ຳມັນລົດ ແລ້ວ ຍັງມາຖືກດ່າອີກ. ເຮືອນມັນກັບເຮືອນຂ້ອຍກະບໍ່ໄດ້ວ່າຢູ່ໄກ້ກັນ.. ເຮີ່ໆໆ ເຊົາລະບາດນີ້ນະ.. ຂ້ອຍບໍ່ໄປຮັບໄປສົ່ງມັນອີກແລ້ວ ມັນໂທມາກະຊິບໍ່ຮັບ. ຊິບອກທຸກຄົນໃນເຮືອນວ່າຄັນມັນໂທເຂົ້າເບີບ້ານລະບອກວ່າຂ້ອຍບໍ່ຢູ່.. ຂ້ອຍບໍ່ຄົບຄົນແບບນີ້ນະ ບໍ່ມັກອີ່ຫລີ alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2009 | ມີ 87 ຄຳເຫັນ ແລະ 0 trackback(s)

ຖ້າເວົ້າເຖິງຄົນໃຈດີ ກໍ່ຕ້ອງມາຄູ່ກັບ ກຸ່ມຮັກດຽວໃຈດຽວ. ແຕ່ມື້ນີ້ຄົນໃຈດີມີກຸ່ມໃໝ່ ໂດຍມີຊື່ວ່າ ກຸ່ມຄົນນິໄສດີ. ກຸ່ມຄົນນິໄສດີ ຄືຈະມີແຕ່ຄົນນິໄສດີ ໃນມູມມອງຂອງຄົນໃຈດີ. ກຸ່ມນີ້ຈະເປັນກຸ່ມຄຸນນະພາບທີ່ສຸດ. ດັ່ງທີ່ບອກໄວ້ວ່າ ທ່ານອາດຈະເບິ່ງໜັງຜົນງານຂອງຄົນໃຈດີ ໂດຍຈະເອົາຄົນໃນກຸ່ມນີ້ເປັນນັກສະແດງ. ແຕ່ເບື້ອງຕົ້ນຈະສ້າງວົງດົນຕີຂື້ນມາກ່ອນ. ທ່ານບໍ່ສາມາດເຂົ້າກຸ່ມນີ້ໄດ້ ໂດຍການຂໍເຂົ້າຮ່ວມກຸ່ມ. ສະມາຊິກທີ່ເຂົ້າກຸ່ມຈະຕ້ອງແມ່ນຄົນທີ່ຖືກເຊີນເທົ່ານັ້ນ. ການຮັບສະມາຊິກແມ່ນຈະຮັບເປັນລຸ່ນ ລຸ່ນລະປະມານ 10 - 20 ຄົນ ແລະ ຈະຈັດງານຮັບນ້ອງຢ່າງດີ (ເມົາອີກແລ້ວມື້ນີ້ນະ 555++) ອາດຈະຮັບປີໜຶ່ງເທື່ອໜຶ່ງ ຫລື ສອງເທື່ອ ປະມານນັ້ນ. ກຸ່ມນີ້ສ້າງຂື້ນມື້ວັນທີ 8 ສິງຫາ 2009 ເຫດຜົນທີ່ສ້າງມື້ນີ້ຍ້ອນມັນເປັນວັນຄ້າຍວັນເກີດຂອງຄົນໃຈດີ. ເວລາສະຫລອງຈັ່ງຊິໄດ້ສະຫລອງບາດດຽວ ເຮັດແບບ ທູອິນວັນ.. ບາງທີຈະຈັດງານຮັບນ້ອງໃສ່ມື້ນີ້ເລີຍ ແບບທຣີອິນວັນໄປເລີຍ.. ອິອິ. ທຸກໆຢ່າງຈະເລີ່ມເປັນໂຕເປັນຕົນໃນປີໜ້າ.

ສະມາຊິກທັງໝົດຄົນໃຈດີຄັດຈາກ

1. ເປັນຄົນນິໄສດີ ໂດຍເບິ່ງຈາກການຂຽນຄຳເຫັນໃນບ່ອນຕ່າງໆ

2. ເປັນສະມາຊິກກຸ່ມຮັກດຽວໃຈດຽວມາກ່ອນ

3. ເຂົ້າໄປກຸ່ມຮັກດຽວໃຈດຽວເປັນປະຈຳ ຫລື ລົມກັບຄົນໃຈດີເປັນປະຈຳ ຢູ່ບ່ອນໃດກະໄດ້

4. ຈະບໍ່ຮັບສະມາຊິກທີ່ບໍ່ໂຊຮູບໂຕເອງໃນໂປຣໄຟລ໌

ສະມາຊິກລຸ່ນທຳອິດທັງໝົດ ລວມທັງຄົນໃຈດີແລ້ວມີ 16 ຄົນ ດັ່ງນີ້:

ຄົນໃຈດີ  ຮູບບໍ່ຫລໍ່ ພໍ່ບໍ່ລວຍ ແຕ່ໃຈດີສຸດໆ

alt

ປາຂາວ ProM QueeN ໜ້າຮັກ ສົດໃສ ຫວານໃຈຕະຫລອດການຂອງຄົນໃຈດີ

alt

ຄຸນຫຍິງນຸ້ຍ ບຸນຍັງ ສາວນ້ອຍຕາກົມ ເວົ້າເກັ່ງ ໜ້າຮັກ

alt

ທ້າວທອງໃສ (Sam) ໜຸ່ມອົບອຸ່ນ ໃຈດີ ມີໜ້າຕາເປັນອາວຸດ

alt

Park Jeong Bellເວດຊາຊິວະ ໜຸ່ມໜ້າໃສ ຂວັນໃຈສາວໆ

alt

ວວ ວັນວານ ເອື້ອຍໃຫຍ່ໃນກຸ່ມ ພົບກັນຍາມໃດຕ້ອງໄດ້ຕຳຈອກ.. 555++

alt

ໜໍ່ໄມ້ສົ້ມ ສົ້ມໆ ໜຸ່ມອາລົມດີ ມີສະໄຕລ໌ເປັນຂອງໂຕເອງ

alt

ອາເລັກ °﴾͡๏̯͡๏﴿° ໜ້າຮັກ (ແຕ່ບໍ່ໃສ) (ມືດໆໜ້ອຍໜຶ່ງ) ອິອິ

alt

ຄົນທຳມະດາOriginal ສາວໜ້າໃສ ໃຈດີ ມີສະເໜ່

alt

ແມງງ້ອງແງ້ງ ສາວໜ້າຫວານ ນ້ຳຕານຍັງເອີ້ນເອື້ອຍ

alt

°°O☆pS °° ລີນດາ ສາວຫ້າວ ມາດໝັ້ນ ເດັດດ່ຽວ

alt

~ღNay ~ ສາວສຽງຫວານ ສຸພາບ ຮຽບຮ້ອຍ

alt

PNT SPS ສາວໃຕ້ ໃຈດີ ເປັນໂຕຂອງໂຕເອງ

alt

Nana Love ໜ້າຮັກສຸດໆ ສຸພາບ ອ່ອນນ້ອມຖ່ອມຕົນ

alt

ບັກບີ້ ຫອມເໝັນໜ້ອຍໜຶ່ງ ໜ້າໂຈນ ແຕ່ໃຈພະເອກ

alt

ເກດສະດາ (^oo^) Soysouvanh ແລະສຸດທ້າຍກໍ່ຄືນ້ອງນິກກີ້ ນ້ອງນ້ອຍທີ່ສຸດໃນກຸ່ມ. ເປັນຄົນລ່າງເລີງ ສຽງໃສ ຂວັນໃຈໄວທີນ

alt

ຫລາຍໆຄົນອາດຮູ້ສືກຄືຄົນໃຈດີວ່າ ທຸກຄົນທີ່ກ່າວມາຂ້າງເທິງນັ້ນ ນິໄສດີແທ້ໆ alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2009 | ມີ 237 ຄຳເຫັນ ແລະ 0 trackback(s)

 

 

ມື້ນີ້ເປັນມື້ສັນວັນດີ ເປັນວັນຄົບຮອບໜຶ່ງປີ ຂອງກຸ່ມຮັກດຽວໃຈດຽວ. ນັ້ນກະສະແດງໃຫ້ເຫັນວ່າ ກຸ່ມຮັກດຽວໃຈດຽວ ຢູ່ຄູ່ກັບພັນລາວມາໄດ້ໜຶ່ງປີແລ້ວ. ມີຫລາຍສິ່ງຫລາຍຢ່າງເກີດຂຶ້ນ. ກຸ່ມຮັກດຽວໃຈດຽວ ສ້າງຂຶ້ນເມື່ອວັນທີ 01ກໍລະກົດ2008 ໂດຍຄົນໃຈດີ. ໃນການອັບເດດກຸ່ມຄັ້ງທຳອິດ ເມື່ອວັນທີ 20ກໍລະກົດ2008 ມີສະມະຊິກພຽງ 27 ຄົນ ຄລິກ ແລະ ການອັບເດດຄັ້ງລ່າສຸດເມື່ອວັນທີ 05ມັງກອນ2009 ມີສະມາຊິກທັງໝົດ 170 ຄົນ ຄລິກ ໜຶ່ງປີຜ່ານໄປ ປະຈຸບັນມີສະມາຊິກເພີ່ມຂື້ນເຖິງ 651 ຄົນ. ເຊິ່ງເປັນກຸ່ມທີ່ມີສະມາຊິກຫລາຍທີ່ສຸດໃນພັນລາວ. ກຸ່ມຮັກດຽວໃຈດຽວໄດ້ຈັດງານພົບປະສ້າງສັນຂຶ້ນໜຶ່ງຄັ້ງເມື່ອວັນທີ07ກຸມພາ2009 ຄລິກ ທຸກໆຄົນທີ່ໄປຮ່ວມງານ ຄົນໃຈດີຮູ້ຈັກທາງເນັດທັ້ງນັ້ນ ແມ້ແຕ່ກະທັ້ງປາຂາວເອງ. ມື້ນີ້ຄົນໃຈດີໄດ້ລວບລວມພາບ ຂອງສະມາຊິກກຸ່ມທັງໝົດມາໃຫ້ເບິ່ງ ທັງພາບນີ້ງແລະພາບເຄື່ອນໄຫວ.. ພ້ອມນີ້ຕອນທ້າຍໆຍັງມີວີດີໂອຄລິບບາງສ່ວນໃນງານກຸ່ມຮັກດຽວໃຈດຽວມາໃຫ້ເບິ່ງ ເຊິ່ງວ່າຄລິບນີ້ຍັງບໍ່ເຄີຍເປີດເຜີຍໃສມາກ່ອນ.. ທ່ານສາມາດເບິ່ງຄລິບໄດ້ ຄລິກທີ່ນີ້ . ພາບທັງໝົດຢູ່ລຸ່ມນີ້ຄົນໃຈດີໄດ້ອັບໂຫລດລົງໃນອັລບັ້ມ ກຸ່ມຮັກດຽວໃຈດຽວ

ແລະນີ້ກໍ່ຄືສະມາຊິກທັງໝົດ 651 ຄົນ

.

.

.
.
.
.


 

altaltaltaltalt

ກ່ອນໜ້ານີ້ຄົນໃຈດີກໍ່ປະກາດວ່າຈະມີການແຂ່ງຂັນແຕ່ງກອນ ໂດຍມີເສື້ອຍືດກຸ່ມເປັນຂອງລາງວັນ ຄລີກ ກໍ່ບໍ່ມີໃຜໃຫ້ຄວາມສົນໃຈເທົ່າທີ່ຄວນ ແລະມີພຽງ 2 ກອນທີ່ສົ່ງເຂົ້າມາ ເປັນແບບນີ້ກໍ່ບໍ່ຈຳເປັນມີກຳມະການ ບໍ່ຈຳເປັນມີການແຂ່ງຂັ້ນ ເພາະຄົນໃຈດີວ່າຈະແຈກ 3 ລາງວັນ. ມີ 2 ກອນກໍ່ຮັບໄປງ່າຍໆເລີຍ 2 ລາງວັນ. ແລະເຈົ້າຂອງທັງ2ກອນນີ້ກໍ່ຄື ວວ ວັນວານ. ແຕ່ ວັນວານບໍ່ມີສິດຮັບ2ລາງວັນ ສະນັ້ນເລືອກຄົນໃນກຸ່ມມາ1ຄົນວ່າວັນວານຈະເອົາເສື້ອນີ້ໃຫ້ໃຜ. ຕິດຕໍ່ຮັບເສື້ອໄດ້ກັບປາຂາວ. ແລະສອງກອນທີ່ສົ່ງເຂົ້າມາແມ່ນຢູ່ໃນໝວດພັນລະນາປະເທດ ແລະ ກອນອວຍພອນ. ເຊິ່ງຄົນໃຈດີບໍ່ເຄີຍອ່ານກອນອວຍພອນມ່ວນແບບນີ້ຢູ່ໃສມາກ່ອນ.. ອິອິ.. ເຮົາໄປອ່ານນຳກັນເລີຍ

ຜືນແຜ່ນດິນຖິ່ນນີ້..............ອຸດົມດີເຫຼືອຫຼາຍ
ພົງພູເຂົາລຳເນົາໄພ...........ກໍ່ຫຼາກຫຼາຍເຫຼືອລົ້ນ
ປະຊາຊົນຮັກຫອມໄວ້........ທຳມະຊາດອັນງາມຍິ່ງ
ສິ່ງທີ່ທຳມະຊາດໃຫ້...........ຊ່າງງາມລ້ຳເລີດປະມານ

ບ່ອນທ່ອງທ່ຽວຫຼາກລົ້ນ.......ທຳມະຊາດເມືອງວັງວຽງ
ໄຫຫີນແຂວງຊຽງຂວາງ......ເມືອງວິລະຊົນຄົນກ້າ
ລົງມາຫຼວງພະບາງພີ້..........ຕາດກວາງຊີໃສສະອາດ
ພະທາດຫຼວງຫໍພະແກ້ວ......ກໍ່ງາມແທ້ດັ່ງດຽວກັນ

ເລາະລຽບລົງລວງໃຕ້.........ພະບາດໂພນສັນປາກຊັນ
ແຂວງບໍລິຄຳໄຊ...............ນ້ຳສາມສີບໍ່ມີເສົ້າ
ພະທາດເມືອງເກົ່າເຈົ້າ.......ຖ້ຳພະແຂວງຄຳມ່ວນ
ຊວນໃຫ້ອອນຊອນດ້ວຍ.....ຖ້ຳນາງແອ່ນແສນງົດງາມ

ເລີຍລົງໄປທາງພຸ້ນ............ສະຫວັນນະເຂດແດນພຽງ
ຟັງສຽງແຄນອ້ອຍອິ່ນ.........ຊົມດົງລີງໜອງປາຝາ
ມະຫານະທີໃຫຍ່ກວ້າງ.......ຄອນພະເພັງອັນແໜ້ນແກ່ນ
ແສນສະອອນໃຈແທ້...........ທ່ຽວຜາສ້ວມເມືອງປາກເຊ ເຈົ້າເອີຍ

ແລະອີກກອນ1 ເປັນກອນອວຍພອນທີ່ມ່ວນທີ່ສຸດໃນໂລກ 55555

ວັນວານມາວ່ອນເວົ້າ...........ອວຍພອນເຈົ້າຄົນໃຈດີ
ຂໍໃຫ້ມີຄວາມສຸກ................ຢູ່ສະບາຍຫາຍຮ້ອນ
ຂໍວິງວອນພະພຸດໃຫ້...........ເບິ່ງແຍງໄປໃນທຸກທີ່
ສິ່ງດີໆເກີດມີແກ່ເຈົ້າ............ບໍ່ມີເສົ້າໝອງໃຈ ...ແທ້ແລ້ວ

ສິ່ງທີ່ປາດຖະໜາໄວ້............ຂໍໃຫ້ໄດ້ດັ່ງໝາຍ
ມີຄົນຄຽງຂ້າງກາຍ..............ແມ່ເດັກນ້ອຍຄົນນັ້ນ
ບໍ່ຜັນປ່ຽນແປປິ້ນ................ເຖິງແຜ່ນດິນສະຫຼາຍຈາກ
ບໍ່ພາກກັນໃນຊາດນີ້............ອີກຊາດໜ້າໃຫ້ຄູ່ຄຽງ... ກັນເນີ

ຂໍໃຫ້ຮຽມສອງເຈົ້າ..............ຮັກຕາບເທົ່າຊີວາວາຍ
ຢ່າໄດ້ໝາຍໄຝ່ປອງ............ຮັກສອງໃຈໃຫ້ມັນຫຍຸ້ງ
ຂໍໃຫ້ຈູງແຂນເຂົ້າ...............ຮ່ວມພາຂວັນຄຽງບ່າ
ວາດສະນາສອງຄົນເຈົ້າ.......ໃຫ້ຈະເລີນຂຶ້ນຢ່າງຢັ້ງຢືນ ...ແທ້ເນີ

ວັນແລະຄືນຜ່ານພົ້ນ...........ຕົນສອງເຈົ້າຢ່າໄດ້ໝອງ
ສອງຈິດໃຈຫໍ່ໂຮມ...............ຮັກຮ່ວມແຮງແພງສ້າງ
ຂໍໃຫ້ດີເມືອໜ້າ...................ແມ່ນວ່າເກີດບຸດຕາຄົນໃໝ່
ບຸດຕາໃໝ່ຄົນນັ້ນ................ກໍ່ໃຫ້ດີແທ້ດັ່ງໃຈໝາຍ... ເດີ້ ຄຈດ

ຂໍຂອບໃຈນຳວັນວານຫລາຍໆເດີ່ ແລະຂໍຂອບໃຈທຸກໆຄົນທີ່ເຂົ້າໄປທັກທາຍສະບາຍດີກັນຢູ່ພາຍໃນກຸ່ມ ຈົນເຮັດໃຫ້ກຸ່ມນີ້ມີຄຳເຫັນຫລາຍກວ່າ 4000 ຄຳເຫັນແລ້ວຕອນນີ້

ສຸດທ້າຍນີ້ກໍ່ຂໍຝາກໄວ້..

ຂໍໃຫ້ທຸກຄົນຈົ່ງສຳເລັດໃນໜ້າທີ່ວຽກງານ ແລະ ການຮ່ຳຮຽນ ພວກເຮົາຈະຢູ່ຄູ່ກັບພັນລາວຕະຫລອດໄປ

ຄົນໃຈດີ ......... ຮັກທຸກຄົນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 87 ຄຳເຫັນ ແລະ 0 trackback(s)

ເພື່ອເປັນການສະເຫລີມສະຫລອງງານວັນຄ້າຍວັນເກີດກຸ່ມຮັກດຽວໃຈດຽວ ຄົບຮອບ 1ປີ ທີ່ຈະມາເຖິງໄວໆນີ້ (ຢາກຮູ້ວ່າມື້ໃດອ່ານ http://punlao.com/khonjaidee/diary/1494/ )... ນັບຖືບັນດາສະມາຊິກທັງໝົດ ຂໍເຊີນທ່ານເຂົ້າຮ່ວມເຮັດກິດຈະກຳຮ່ວມກັນ ນັ້ນກະຄື ການແຂ່ງຂັນ ແຕ່ງກອນ ເນື່ອງຈາກວ່າ ຄົນໃຈດີສັງເກດເບິ່ງສະມາຊິກກຸ່ມຫລາຍຄົນແຕ່ງກ່ອນມ່ວນໆ ແລະເພື່ອເປັນການອະນຸລັກສິລະປະ ວັນນະຄະດີຂອງລາວເຮົາ ຄົນໃຈດີຈື່ງຈັດການປະກວດຄັ້ງນີ້ຂຶ້ນ ໂດຍມີເສື້ອຍືດກຸ່ມຮັກດຽວໃຈດຽວເປັນຂອງລາງວັນ. ລາຍລະອຽດມີດັ່ງນີ້

ຫົວຂໍ້ທີ່ຈະໃຊ້ແຕ່ງ: ມີ 3 ໝວດ

  1. ພັນລະນາກ່ຽວກັບປະເທດຊາດ: ບໍ່ວ່າຈະເປັນພາກສ່ວນໃດຂອງລາວເຮົາ ອາດເປັນສະຖານທີ່ທ່ອງທ່ຽວ ແຂວງ ຫລື ບ້ານທີ່ຕົນເອງອາໃສ ອາຫານ ໂຮງຮຽນ ແລະ ອື່ນໆໆ ທີ່ກ່ຽວກັບປະເທດລາວ
  2. ພັນລະນາກ່ຽວກັບສິ່ງທີ່ທ່ານຮັກທີ່ສຸດ: ເຊັ່ນ: ພໍ່ ແມ່ ອ້າຍ ເອື້ອຍ ນ້ອງ ໝູ່ເພືອນ ຄູອາຈານ ແຟນ ລູກ ເມຍ ຫລື ສັດ ຫລື ສິ່ງຂອງອັນໃດກະໄດ້ ທີ່ທ່ານຮັກທີ່ສຸດ
  3. ແຕ່ງກອນອວຍພອນໃນເທດສະການຕ່າງໆ: ເຊັ່ນ: ອວຍພອນປີໃໝ່ ງານວັນເກີດ ງານດອງ ຫລື ງານມຸງຄຸນຕ່າງໆ ອັນໃດກະໄດ້ ທີກ່ຽວກັບການງານຕ່າງໆ

ຜູ້ທີ່ມີສິດສົ່ງເຂົ້າປະກວດ

ສະມາຊິກກຸ່ມຮັກດຽວໃຈດຽວທຸກຄົນ(ເທົ່ານັ້ນ)

ຈະຮັບຂອງລາງວັນໄດ້ຢູ່ໃສ?

  1. ສະຖານທີ່ຮັບລາງວັນແມ່ນຢູ່ນະຄອນຫລວງວຽງຈັນ (ບ່ອນໃດນັ້ນແລ້ວແຕ່ຄວາມສະດວກຂອງຜູ້ສົ່ງແລະຜູ້ຮັບ)
  2. ສະເພາະສະມາຊິກທີ່ຢູ່ຕ່າງແຂວງຫລືຕ່າງປະເທດ ທ່ານສາມາດໃຫ້ໃຜມາເອົາແທນກໍ່ໄດ້ ຫລື ຈະໃຫ້ຄົນໃຈດີເອົາໄວ້ໃຫ້ຈົນກວ່າທ່ານຈະມາວຽງຈັນ(ກຳນົດ1ປີ)

ຈະສົ່ງກອນເຂົ້າປະກວດໄດ້ຢູ່ໃສ? ໃຫ້ສົ່ງມາໃຫ້ຄົນໃຈດີຢູ່ ຫລັງໄມ(ຢ້ຳຫລັງໄມເທົ່ານັ້ນ) ເພາະຄົນໃຈດີບໍ່ຢາກໃຫ້ໃຜຮູ້ວ່າກອນນີ້ໃຜເປັນຄົນແຕ່ງ ທັ້ງນີ້ກໍ່ເພື່ອຄວາມສະເໝີພາບໃນການຕັດສິນ. ການຕັດສິນແມ່ນຈະມີກຳມະການໃຫ້ຄະແນນ ໂດຍກຳມະການທຸກຄົນມີຄະແນນ 1 ຫາ 100. ກຳມະການມີໃຜແດ່ ຄົນໃຈດີບໍ່ບອກ ຢ້ານມີການຕິດສິນບົນ.. ອິອິ.. ກຳນົດສົ່ງກອນເລີ່ມແຕ່ມື້ນີ້ຈົນຮອດ ວັນທີ 24ມີຖຸນາ. ປະກາດຜົນມື້ງານວັນເກີດ

ໝາຍເຫດ:

  1. ສະເພາະສະມາຊິກຄົນໃດທີ່ມີເສື້ອກຸ່ມແລ້ວ ທ່ານສາມາດສົ່ງເຂົ້າປະກວດແຕ່ຖ້າຊະນະຈະບໍ່ມີສິດຮັບລາງວັນ ແຕ່ທ່ານສາມາດເອົາລາງວັນດັ່ງກ່າວໃຫ້ຄົນອື່ນໆທີ່ທ່ານຢາກໃຫ້
  2. ຖ້າຫາກອນດັ່ງກ່າວຜິດຕໍ່ກົດລະບຽບຕ່າງໆ ຖືວ່າໃຊ້ບໍ່ໄດ້.
  3. ຄວາມຍາວຂອງກອນແມ່ນ1ບົດ ຫລື 4ບາດ(16ແຖວ)
  4. ຈຳນວນລາງວັນແມ່ນມີ 3 ລາງວັນ( ໝວດລະ 1 ລາງວັນ)
  5. ຜູ້ໜຶ່ງສາມາດສົ່ງໄດ້ສູງສຸດ 3​ ກອນ (ໝວດລະ 1 ກອນ)
  6. ຄົນໜຶ່ງມີສິດຮັບພຽງແຕ່1ລາງວັນ ແຕ່ຖ້າຫາກທ່ານໄດ້ຫລາຍລາງວັນ ທ່ານກໍ່ສາມາດເອົາໃຫ້ຄົນທີ່ທ່ານຢາກໃຫ້ ດັ່ງທີ່ເວົ້າໄປໃນຂໍ້1

ອີກເລື່ອງໜື່ງທີ່ສຳຄັນໃນມື້ນີ້ກະຄື: ໃຫ້ທຸກຄົນອັບໂຫລດຮູບຕົນເອງລົງກຸ່ມຄົນລະ1ໃບ ຫລືສົ່ງໃຫ້ຄົນໃຈດີທາງໃດກໍ່ໄດ້  ຄົນໃຈດີຊິເອົາໄປອັບເດດກຸ່ມ. ຖ້າຫາກໃຜບໍ່ມີຮູບ ຫລື ໃຊ້ຮູບແທນໂຕຕ່າງໆ ຈະບໍ່ມີໜ້າຢູ່ໃນສະໄລ້ອັບເດດ, ຮູບທີ່ຈະອັບໂຫລດລົງຕ້ອງເປັນຮູບຖ່າຍດ່ຽວ ຖ້າເປັນຮູບຄູ່ ຫລື ຖ່າຍເປັນໝູ່ຖືວ່າໃຊ້ບໍ່ໄດ້. ໂຫລດລົງແລ້ວໃຫ້ແທັກໂຕເອງໃສ່ພ້ອມ ມັນຈະເປັນການສະດວກໃຫ້ຄົນໃຈດີເວລາຊອກຂໍ້ມູນ. ສົ່ງມາໄວໆ ມາກ່ອນໄດ້ຢູ່ໜ້າ ມາຊ້າໄດ້ຢູ່ຫລັງ ກຳນົດສົ່ງຮູບເລີ່ມແຕ່ມື້ນີ້ຈົນຮອດວັນທີ 28ມີຖຸນາ.

ຫວັງວ່າທຸກຄົນຄົງຈະຮ່ວມເຮັດກິດຈະກຳໃນຄັ້ງນີ້. ຖ້າຫາກໃຜມີຄຳຖາມ ຖາມໄດ້ຢູ່ທີ່ນີ້ ຫລື ຢູ່ກຸ່ມກໍ່ໄດ້!

 

ຮັກດຽວໃຈດຽວ ເພື່ອຄົນທີ່ເຮົາຮັກ

ໂດຍ: ຄົນໃຈດີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2009 | ມີ 47 ຄຳເຫັນ ແລະ 0 trackback(s)

alt

 

ນີ້ຄືເຫດຜົນທີ່ເຫຼົ້າດີກວ່າແຟນ

 

  1. ເຫຼົ້າ ບໍ່ເຄີຍໄປຊັອບປິ່ງ ບໍ່ຈຳເປັນຕ້ອງໃຫ້ເງິນໃຊ້
  2. ເປັນການງ່າຍທີ່ເຈົ້າຈະຄົບຫາເຫຼົ້າຕ່າງປະເທດ ແຕ່ຊອກແຟນຕ່າງປະເທດຕ້ອງໃຊ້ຄວາມພະຍາຍາມຫຼາຍປີ
  3. ເຫຼົ້າຮ້ອນ ເຮັດໃຫ້ເຢັນໂດຍການຈັບຍັດໃສ່ຕູ້ເຢັນ ແຕ່ຖ້າແຟນອາລົມຮ້ອນ ເຈົ້າອາດຈະເສຍເງິນຊື້ດອກໄມ້ ຫລືອາດຈະເປືອງຄ່າໂທລະສັບຈົນນັບບໍ່ທັນ
  4. ເຈົ້າສາມາດປ່ຽນແກ້ວເຫຼົ້າມານອນກອດໄດ້ຫຼາຍເທົ່າທີ່ຕ້ອງການ ແຕ່ຖ້າຊິປ່ຽນຄົນມານອນກອດຂ້າງໆ ລະວັງຫົວແຕກ ເຫີໆໆໆໆໆໆ....
  5. ເຈົ້າສາມາດນັ່ງເບິ່ງເຕະບານກັບແກ້ວເຫຼົ້າໄດ້ດົນເທົ່າທີ່ຕ້ອງການ
  6. ເຫຼົ້າບໍ່ເຄີຍສັ່ງເຈົ້າໃຫ້ໄປຊື້ຕຳໝີ່ ຕຳເຂົ້າປຸ້ນ ແປັບຊີ່... (ໂດນແມ່ເດັກນ້ອຍເຕັມໆ..​5555)
  7. ເຫຼົ້າປ່ຽນນິໄສເຈົ້າແບບຊົ່ວຄາວ ແຕ່ແຟນພະຍາຍາມປ່ຽນນິໄສເຈົ້າແບບຖາວອນ
  8. ເຈົ້າສາມາດຫາຊື້ເຫຼົ້າໄດ້ງ່າຍແລະໄດ້ຫລາຍເທົ່າທີ່ກະເປົ໋າເງິນເປັນໃຈ ແຕ່ບໍ່ສາມາດຫາແຟນໄດ້ໃນລາຄາເຕັມໃຈກະເປົ໋າ ແຖມປ່ຽນຍາກອີກ
  9. ເຫຼົ້າບໍ່ເຄີຍຍາດຂອງແກ້ມເຈົ້າກິນ ແລະສາມາດເຂົ້າກັບເພື່ອນຮ່ວມວົງໄດ້ດີສະເໝີ
  10. ເຈົ້າສາມາດຕີໂຕອອກ*********ງແກ້ວເຫຼົ້າໄດ້ໃນເມື່ອເຈົ້າຮູ້ສືກເບື່ອ ແລະເມື່ອໃດທີ່ເຈົ້າກັບມາ ເຫຼົ້າກະຍິນດີຕ້ອນຮັບເຈົ້າສະເໝີ
  11. ເຫຼົ້າບໍ່ເຄີຍເອົາເລື່ອງໜ້າອາຍ ຫລືເລື່ອງທີ່ບໍ່ດີຂອງເຈົ້າໄປຝອຍໃຫ້ໝູ່ຟັງ
  12. ເວລາຢູ່ກັບເຫຼົ້າ ເຈົ້າສາມາດເວົ້າຫຍັງໄດ້ຕາມໃຈ ໄດ້ຫລາຍເທົ່າທີ່ຕ້ອງການ ໂດຍທີ່ເຫຼົ້າຈະບໍ່ຈົ່ມອີ່ຫຍັງເລີຍ
  13. ເຫຼົ້າທຸກແກ້ວບໍ່ໄດ້ເປັນຫ່ວງວ່າເຈົ້າຈະຮັກແກ້ວອື່ນຫຼາຍກວ່າ
  14. ເຫຼົ້າກິນຍາມໃດເມົາຍາມນັ້ນ ບໍ່ເຄີຍເຮັດໃຫ້ເຈົ້າຜິດຫວັງ
  15. ເຫຼົ້າແຮ່ງເກົ່າແຮ່ງດີ ລາຄາເພີ່ມຂຶ້ນຕາມເວລາ ແຕ່ແຟນນີ້ຕິ......???...... ບໍ່ຢາກເວົ້າ...

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2009 | ມີ 60 ຄຳເຫັນ ແລະ 0 trackback(s)

ນີ້ຄືນິໄສຂອງຜູ້ຍິງສ່ວນໃຫຍ່ ທີ່ບໍ່ອາດສາມາດປ່ຽນໄດ້

  1. ບ້າດູດວງ ທັ້ງໆທີ່ຮູ້ວ່າມັນເປັນເລື່ອງງົມງວາຍ ກະຍັງດູເປັນປະຈຳ
  2. ບໍ່ນ້ຳຕາຕື້ນ.. ພຽງແຕ່ໄດ້ເບິ່ງໜັງເສົ້າໆ ຫລື ຟັງເພງຊຶ້ງໆ ນ້ຳຕາກໍ່ໄຫລອອກມາຢ່າງງ່າຍດາຍ
  3. ຕິດລະຄອນໂທລະທັດ.. ລະຄອນເລື່ອງໃດທີ່ເພິ່ນມັກມາຍາມໃດ ນັ່ງຕິດໂທລະທັດບໍ່ຍອມລຸກໄປໃສ
  4. ປາກກໍ່ບອກວ່າຮັກດຽວໃຈດຽວ ແຕ່ມັກແອບປິ້ງຄົນອື່ນຢູ່ເປັນປະຈຳ
  5. ມີປາຕີ້ກັບໝູ່ເພື່ອນຍາມໃດ ຝອຍຂີ້ແຕກຈົນລືມໂລກລືມແຟນໄດ້ທັນທີ
  6. ກັບແຟນລະຫ້າມນັ້ນຫ້າມນີ້ ທີ່ໂຕເອງລະເຕັມທີ່ເລີຍ
  7. ເຈິອາຫານຈານໂປດຍາມໃດ ບໍ່ຮູ້ວ່າຄຸນສົມບັດຂອງສຸພາບສັດຕີຫາຍໄປໃສ. ໄຂມັນບໍ່ສົນ ບໍ່ເຄິຍຢ້ານຕຸ້ຍ
  8. ມັກໃຊ້ມານຍາຍິງເພື່ອເອົາໂຕລອດ
  9. ເລື່ອງນິນທາຄົນອື່ນຂໍບອກໄວເລີຍ ມັກສຸດໆໆໆໆໆໆໆໆໆໆໆໆໆໆໆໆໆ
  10. ເຮັດທຳທ່າເປັນຄົນອ່ອນໂຍນ ຢາກໃຫ້ແຟນຖະນຸຖະໜອມ (ຕໍແຫຼ)
  11. ມັກເອົາເລື່ອງເກົ່າໆຂອງຄົນອື່ນມາເວົ້າທຸກຄັ້ງທີ່ຜິດກັນ
  12. ເຈິຜູ້ຊາຍຫລໍ່ໆ ອາຍຸນ້ອຍກວ່າຍາມໃດ ອາຍຸໂຕເອງກະຫລຸດລົງນຳ
  13. ເຫັນເຄື່ອງຫລຸດລາຄາບໍ່ໄດ້ ຄືກັບມີເຫລັກກ້າມາດູດ
  14. ເອົາແຕ່ໃຈໂຕເອງ ໂດຍສະເພາະເວລາຢູ່ກັບຄົນພິເສດ
  15. ຂີ້ຫຶງໄດ້ບໍ່ເລືອກເວລາແລະສະຖານທີ່
  16. ກຣີ້ດດດ ກຣ້າດດດດດດດ ເພື່ອຮຽກຮ້ອງຄວາມສົນໃຈ ໃຊ້ສຽງດັງເກີນເຫດໂດຍບໍ່ຈຳເປັນ
  17. ບ້າດາຣາ ນັກຮ້ອງ. ຊື້ຊີດີ ໂພສເຕີ່ ຈັກອີ່ຫຍັງຕໍ່ອີ່ຫຍັງ ທຸ່ມສຸດໆ ມີເທົ່າໃດເທົ່າກັນ
  18. ຍາມໃດທີ່ຢາກຢູ່ຄົນດຽວລະຢ່າໄດ້ເຂົ້າໄປໃກ້
  19. ເຖິງຈະເປັນກຸນລະສະຕີກໍ່ຕາມ ເວລາເຫັນພາບໂປ້ ຫລື ຄຣິບໂປ້ຕ່າງໆ ເບິ່ງຕາເປັນມັນ

ຊິມີຜູ້ຊາຍຈັກຄົນ ທີ່ທົນຢູ່ກັບຜູ້ຍິງທີ່ງາມ ຫຸ່ນດີ ໜ້າຮັກ ແຕ່ມີຄົບທຸກຢ່າງທີ່ເວົ້າມາຂ້າງເທິງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຄຳຄຸນນາມທຸກຄຳ ຍ່ອມມີຄຳກົງກັນຂ້າມ. ມີສຸກກະຕ້ອງມີທຸກ. ຊ່ວງເວລາທີ່ມີຄວາມສຸກມັກຈະສັ້ນ. ແລະສີ່ງທີ່ຈະຂຽນຕໍ່ໄປນີ້ ຄືຊ່ວງເວລາທີ່ດີທີ່ສຸດ ຂອງຄົນໃຈດີ.

  1. ເວລາຕົກຫລຸມຮັກໃຜຄົນໜຶ່ງ.(ເປັນແຮງອັນນີ້ນະ)
  2. ການໄດ້ຈູບຄັ້ງແລກ.(ອັນນີ້ມັກຫລາຍ.. ອິອິ)
  3. ໄດ້ຟັງເພງທີ່ມັກຈາກວິທະຍຸ.
  4. ເວລາໄດ້ເບິ່ງຮູບ, ອ່ານຈົດໝາຍຫລືຂໍ້ຄວາມເກົ່າໆ.(ລະລຶກເຫັນຄວາມຫລັງ)
  5. ນອນຟັງສຽງຝົນຕົກ.(ໂຣແມນຕິກດີ)
  6. ເວລາເສັງແລ້ວ.(ສຸດໆເລີຍຕອນນີ້)
  7. ເວລາໄດ້ຮັບໂທລະສັບຈາກຄົນທີ່ບໍ່ໄດ້ເຈິກັນ ແລະ ຢາກເຈິ.
  8. ເວລາທີ່ຊອກເຫັນເງິນທີ່ເຮົາເກັບໄວ້ແຕ່ດົນໆ.
  9. ເວລາທີ່ຍິ້ມໄດ້ໂດຍບໍ່ມີເຫດຜົນ.
  10. ເວລາຖືກຍ້ອງຍໍໂດຍກະທັນຫັ້ນ.(ບໍ່ຄ່ອຍມັກຍ້ອງປານໃດ ອິອິ)
  11. ເວລາຕື່ນຕອນເຊົ້າ ມອດໂມງປຸກແລ້ວນອນຕໍ່.(ອັນນີ້ເທບ)
  12. ການໄດ້ຟັງເພງແລະຄິດເຫັນຄົນພິເສດ.
  13. ເວລາມີໝູ່ເພື່ອນໃໝ່.
  14. ເວລາທີ່ໄດ້ເຫັນຄົນຮັກມີຄວາມສຸກ.
  15. ເວລາໄດ້ໃສ່ເສື້ອຂອງຄົນທີ່ເຮົາຮັກ.(ມີກິ່ນນ້ຳຫອມນຳແຮ່ງດີ)
  16. ເວລາພົບໝູ່ເກົ່າແລະຍັງຮູ້ສືກວ່າບໍ່ມີຫຍັງປ່ຽນແປງເລີຍ.(ເຮັດໃຫ້ຄິດເຫັນພາບເກົ່າໆ)
  17. ການໄດ້ເບິ່ງທ້ອງຟ້າເວລາຝົນຕົກເຊົາໃໝ່.
  18. ການໄດ້ຍິນໃຜຄົນໜຶ່ງມາບອກຮັກ.
  19. ເລລາຢູ່ກັບຄົນທີ່ເຮົາຮັກ
  20. ທີ່ສຸດຂອງທີ່ສຸດຄື... ການທີ່ໄດ້ຮູ້ວ່າເຮົາ ເປັນສຸດທີ່ຮັກ ຂອງຄົນທີ່ເຮົາຮັກ.(ແທ້ໆໃດອັນນີ້ນະ).

 altແລ້ວໝູ່ເພື່ອນເດ່ ຊ່ວງເວລາທີ່ດີທີ່ສຸດຂອງຕົນເອງມີຫຍັງແດ່alt

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ງານນີ້ຈັດຂື້ນໃນວັນພຸດທີ່ 18.02.2009 ທີ່ຜ່ານມາ.. ມີແຂກເຂົ້າຮ່ວມປະມານ ສາມສິບກວ່າຄົນ.. ໃນນັ້ນມີສະມາຊິກພັນລາວ ກໍ່ຄືສະມາຊິກຸ່ມຮັກດຽວໃຈດຽວ ເຂົ້າຮ່ວມ ເຈັດ ຄົນຄື: ຄົນໃຈດີ ແມ່ເດັກນ້ອຍ ທ້າວທອງໃສ ເອັຟ ເອື້ອຍ ນຸ້ຍ ແລະ ວັນວານ.. ຈະເຫັນວ່າໃນງານພົບປະຂອງກຸ່ມມີ ເກົ້າ ຄົນ.. ມື້ນີ້ ຂາດເບວ ກັບ ອາເລັກ.. ສາຫາດທີ່ເບວບໍ່ມາຍ້ອນມີງານຢູ່ເຮືອນລາວ.. ທີ່ອາເລັກບໍ່ມາຍ້ອນວ່ານ້ອງຊາຍຂອງອາເລັກຈະໄດ້ຜ່າຕັດຫົວໃຈ ອາເລັກ ກັບ ແມ່ ຕ້ອງໄດ້ໄປນອນເຝົ້າ.. ຈັ່ງໃດກະຂໍໃຫ້ດີໄວໆເດີ່.. ງານວັນເກີດຄັ້ງນີ້ຈັດຂຶ້ນທີ່ບ້ານຂອງແມ່ເດັກນ້ອຍເອງ. ບໍ່ເວົ້າຫລາຍແລ້ວ ໄປເບິ່ງພາບບັນຍາກາດເລີຍ

alt

ສັງເກດທີ່ທຽນ ທຽນນີ້ຄົນໃຈດີເປັນຄົນອອກແບບ ຮ່າໆໆ

alt

ພາຍຫລັງເປົ່າເຄັກແລ້ວກໍ່ມາຖ່າຍຮູບກັນ

alt

ແມ່ເດັກນ້ອຍຕັດເຄັກ

alt

ກິນເຂົ້າແລ້ວໆ ແມ່ເດັກນ້ອຍກໍ່ຈັບຝ້າຍມັດແຂນ ມາໃຫ້ແຕ່ລະຄົນ.. ແຕ່ການມັດແຂນນີ້ ແຕກຕ່າງຈາກການມັດແຂນທົ່ວໆໄປ; ນັ້ນກະຄື ຜູ້ໃດບໍ່ເອົາເງິນໃສ ບໍ່ໃຫ້ມັດ ຮ່າໆໆໆໆ.. ພາຍຫລັງການມັດແຂນສິ້ນສຸດລົງ ແມ່ເດັກນ້ອຍມານັບເງິນໄດ້ ເກືອບສອງລ້ານກີບ.. ແຕ່ບໍ່ສົ່ງທືນຄືນໃຫ້ຄົນໃຈດີຈັກກີບບບບບ.. ໂຄດເຄັມ ອິອິ

alt

ນີ້ກະຄືເຈົ້າພາບ.. ຖ້າບໍ່ມີແມ່ເດັກນ້ອຍ ກະຄືຊິບໍ່ມີງານນີ້... ແຕ່ຖ້າບໍ່ມີຄົນໃຈດີ ງານນີ້ກະຄືຊິບໍ່ເກີດ... ຮ່າໆໆ

alt

ສາມໜຸ່ມ ຈາກ ກຸ່ມຮັກດຽວໃຈດຽວ.. ເອັຟ ກິນເຂົ້າບໍ່ລົງ ຍ້ອນອາເລັກບໍ່ມາ.. ອິອິ

ຍັງບໍ່ໝົດພຽງເທົ່ານີ້.. ພາບທັງໝົດມີໃນອັລບັ້ມ http://punlao.com/khonjaidee/albums/3535 ຈະສັງເກດເຫັນວ່າ ບໍ່ເຫັນພາບຂອງວັນວານ ສາເຫດຍ້ອນວ່າ ວັນວານກັບກ່ອນ ແລະ ຊ່ວງທີ່ວັນວານຢູ່ ຍັງບໍ່ມີການຖ່າຍພາບ.. ຕ້ອງຂໍອະໄພ.. ຂໍຂອບໃຈແຂກທຸກຄົນ ທີ່ເສຍສະຫລະເວລາອັນມີຄ່າເຂົ້າຮ່ວມໃນງານຄັ້ງນີ້

 


ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ເມື່ອວັນເສົາທີ 24 ທີ່ຜ່ານມາ ຄົນໃຈດີໄດ້ບອກໃຫ້ສະມາຊິກກຸ່ມຮັກດຽວໃຈດຽວອອກໄປເຈິກັນຢູ່ຮ້ານອາຫານສາມດາວ1 ຄິດວ່າຈະສ້າງສັນກັນເລັກນ້ອຍ ແລະ ຈະລົມເລື່ອງງານໃຫຍ່ທີ່ຈະມາຮອດໃນໄວໆນີ້ວ່າຊັ້ນນນນນນນນນນ ນັດສີ່ໂມງ ຈົນຮອດ ເຈັດໂມງ ບໍ່ເຫັນໃຜມາຈັກຄົນ ຢູ່ຄົນດຽວ ເຊັງໂຄດດດດດດດດດດດ  ອ່ອນໃຈ.. ເມື່ອຍ.. ລະມື້ງານຫັ້ນເດ່ ມັກມື້ໃດ.. ວ່າຊິເຮັດໃສ່ວັນເສົາ ໃນເດືອນ 2​ ກະມີແຕ່ 4 ມື້ ວັນທີ່ 7 14​ 21 28 ມັກມື້ໃດ.. ກະເຫັນໃຈທຸກຄົນ ກຳລັງຮຽນ ກຳລັງເສັງ ດ້ວຍເຫດນີ້ຈື່ງຄິດວ່າວັນເສົາເໝາະສົມທີ່ສຸດ ຕອນນີ້ຄົນໃຈດີບໍ່ຮູ້ຊິເຮັດແນວໃດແລ້ວ.. ຄິດຫຍັງບໍ່ອອກ ໃຜມີຄຳເຫັນຫຍັງກະເວົ້າມາໂລດ ຕິດຕໍ່ທາງໂທລະສັບເບີນີ້ເດີ່ 7606815.. ສຳລັບເບີ 7606816 ມັນເສຍແລ້ວ.. ຈັ່ງໃດກະຮັກທຸກຄົນຄືເກົ່າ ແລະ ຫວັງວ່າຄືຊິບໍ່ມີເລື່ອງແບບນີ້ເກີດຂຶ້ນອີກ.. ຄົນທີ່ບໍ່ຮູ້ ວ່າຄົນໃຈດີບອກຕອນໃດ ແມ່ນຄົນທີ່ບໍ່ເຂົ້າໄປເບິ່ງຢູ່ກຸ່ມ.. ຖ້າບໍ່ມີເວລາຫລິ້ນເນັດ ກະບອກໃຫ້ຝາກເບີໂທລະສັບໄວ້ ມີເລື່ອງຫຍັງລະຊິຕິດຕໍ່ຫາ.. ຄົນທີ່ຂ້ອຍມີເບີ ຂ້ອຍກະສົ່ງຂໍ້ຄວາມຫາໝົດ ຍົກເວັ້ນຄົນທີ່ຮູ້ເລື່ອງແລ້ວ.. ມາຮອດນີ້ກະຍາວພໍສົມຄວນແລ້ວ ເວົ້າຫລາຍທ້າວທອງໃສພັດຊິວ່າຂ້ອຍຈົ່ມປານຜູ້ເຖົ້າ ຜູ້ເຖົ້ານ້ອຍໃຈ ຕ່າງໆນາໆ... ລາວເວົ້າແທ້ຄັນຂ້ອຍບໍ່ເວົ້າລັດນິ.. ຫລັງຈາກບໍ່ມີໃຜໄປຂ້ອຍກະເລີຍຍ້າຍໄປຮ້ານອາຫານຊົມດາວ ລະພາບມັນກະເປັນແບບນີ້

altaltaltaltalt

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຕອນຂ້ອຍຮຽນຢູ່ມໍ 5. ໂຕະໜື່ງນັ່ງ 3 ຄົນ. ຂ້ອຍນັງຢູ່ທາງຫລັງຫ້ອງຕິດປ່ອງຢ້ຽມ ທາງກາງແມ່ນບັກທອນ ຕໍ່ໄປແມ່ນບັກເພັດ. ມີມື້ໜຶ່ງຮຽນວິຊາຟີຊິກ ຕອນແລງ. ບັກເພັດມັນໄປລົມສາວເດີກ ລະມັນອອນຊອນສຽງແມງຈັກຈັ່ນຮ້ອງແດ່ຕິເບາະ ມັນເຫງົານອນຢູ່ຫ້ອງ. ອາຈານກະສອນໄປ ມັນກະນອນໄປ. ຂ້ອຍກັບບັກທອນເລິຍແກ້ງມັນ.. ທຳອີດຫລົກເອົາຜົມໂຕເອງມາລະກະໄປແຍ່ໃສ່ຫູ່ມັນ ເຮັດຄືມົດໄຕ່ນີ້ນະ ມັນກະເອົາມືມາລູບໆ. ຂ້ອຍກັບບັກທອນ ກະຫົວ ອິກ ອິກໆໆໆ. ອາຈານກະສອນໄປເລື້ອຍໆ. ຂ້ອຍກະແກ້ງມັນຕໍ່ ຂ້ອຍເປົ່າຫູມັນແລ້ວເວົ້າຂຶ້ນວ່າ ເພັດອາຈານມາ. ມັນກະລຸກພວດພາດຂຶ້ນ ມືນຕາຂຶ້ນ ຂ້ອຍກັບບັກທອນກະຫົວຂວັນມັນ ກ໋າກໆໆໆໆ. ມັນຫລຽວເບິ່ງໜ້າແຕ່ບໍ່ວ່າຫຍັງ ນອນຕໍ່. ຍັງບໍ່ສະໃຈ ບໍ່ຮູ້ວ່າເປັນຫຍັງຄັນໄດ້ແກ້ງໝູ່ລະປານໄດ້ຂື້ນສະຫວັນ 555++. ເວລາຜ່ານໄປໜ້ອຍໜື່ງ ຂ້ອຍເຮັດຄືເກົ່າອີກ ໄປໃກ້ໆມັນລະເວົ້າຂຶ້ນວ່າ ເພັດອາຈານມາ. ມັນກະມືນຕາຂື້ນລະມັນກະຮູ້ວ່າຂ້ອຍກວນມັນຊື່ໆ ມັນໃຈຮ້າຍຕິເບາະ ມັນເລີຍເວົ້າຂຶ້ນວ່າ ຢ່າອໍ້ແອ້ກູນະ ກູຊິນອນ. ລະມັນກະນອນຕໍ່ແບບແຊບຊ້ອຍ.. ຂ້ອຍກະບໍ່ກ້າກວນມັນແລ້ວ ເພາະເບິ່ງສີໜ້າມັນເບິ່ງຄືຊິຢາກຮ້າຍແຮງ.. ເວລາຜ່ານໄປໜ້ອຍໜຶ່ງລະມັນໂກນ ສຽງມັນໂກນດັງຂື້ນດັງຂຶ້ນ ໝູ່ຢູ່ທາງຂ້າງກະຫລຽວມາເບິ່ງລະກະຫົວຂວັນມັນ. ລະອາຈານໄດ້ຍິນບາດນີ້ນະ ອາຈານກະຍ່າງຕົງມາທີ່ໂຕະຂ້ອຍແລ້ວກໍ່ເວົ້າຂື້ນວ່າ ມື້ໜ້າອາຈານຊິເອົາເສື່ອກັບໝອນມານຳ.. ໝູ່ທຸກຄົນກະມິດຈີ່ຫລີ່. ພໍອາຈານໄປຮອດອາຈານກະເວົ້າຂຶ້ນອີກວ່າ ລາວຄືຊິຮ້ອນເນາະ ລະກະຈັບປື້ມມາວີໃຫ້ມັນ. ບັກເພັດມັນຮູ້ສຶກເຢັນໆ ມັນກະຊິວ່າຂ້ອຍກວນມັນຕິເບາະ ໃນຂະນະທີ່ມັນຍັງຫລັບຕາຢູ່ ມັນກະເອົາມືປັດແຂນອາຈານອອກ ແລ້ວກໍ່ເວົ້າຂຶ້ນຢ່າງແຮງວ່າ..... ຮ່າສູ... ສູ່ຢ່າກວນກູນະ alt

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ຮ່ວມກັນສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ທ່ານໄກສອນ ພົມວິຫານ ຄົບຮອບ 88 ປີ

alt

ທ່ານ ໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງປວງຊົນລາວທັ້ງຊາດ ເກີດເມື່ອວັນທີ່ 13 ທັນວາ ປີ 1920 ທີ່ບ້ານນາເຊັງ ເມືອງໄກສອນພົມວິຫານ ແຂວງສະຫວັນນາເຂດ. ເປັນລູກຊອດ ລາວ-ຫວຽດນາມ. (ພໍ່ເປັນຄົນລາວ ແມ່ເປັນຄົນຫວຽດນາມ). ທ່ານ ໄກສອນ ພົມວິຫານ ໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ເປັນຄົນທຳອິດ ວັນທີ 22 ມີນາ 1955 ຫາ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບເອກະລາດ ທ່ານໄກສອນ ພົມວິຫານ ກໍ່ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ເປັນຄົນທຳອີດ ຕັ້ງແຕ່ ວັນທີ 2 ທັນວາ 1975 ຫາ 15 ສິງຫາ 1991. ຈາກນັ້ນທ່ານກໍ່ໄດ້ຂຶ້ນມາເປັນປະທານປະເທດແຫ່ງ ສ ປ ປ ລາວ ໃນວັນທີ 15 ສິງຫາ 1991 ຫາ 21 ພະຈິກ 1992.  ທ່ານໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກຂອງພວກເຮົາທຸກຄົນ ໄດ້ເຖິງແກ່ມໍລະນາກຳໃນ ວັນທີ 21 ພະຈິກ 1992 ລວມອາຍຸໄດ້ 72 ປີ. ພາຍຫລັງທີ່ທ່ານໄດ້ເສຍຊິວິດແລ້ວ ທາງລັດຖະບານລາວ ໄດ້ເຫັນແກ່ຄຸນງາມຄວາມດີ ຈື່ງໄດ້ທຸ່ມເງິນສ້າງຫໍພິພິດຕະພັນ ໄກສອນ ພົມວິຫານ ຂື້ນທີ່ນະຄອນຫລວງວຽງຈັນ. ເຖິງທ່ານຈະຈາກພວກເຮົາໄປແລ້ວ ແຕ່ທ່ານກໍ່ຍັງຢູ່ໃນຄວາມຊົງຈຳຂອງພີ່ນ້ອງຊາວລາວບໍ່ມີວັນລືມ

 

ປລ1. ບ້ານນາເຊັງ ຫລື ບ້ານນາແຊງ?

ປລ2. ເມືອງໄກສອນພົມວິຫານ ຊື່ເດີມແມ່ນ ເມືອງຄັນທະບູລີ.