ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຄອບຄົວໜື່ງມີລູກສາວຝາແຝດ 3 ຄົນ.  ລູກທັງ 3 ຢາກໄດ້ຫຍັງພໍ່ແມ່ກໍ່ຫາມາໃຫ້ຄືກັນໝົດທຸກຢ່າງ, ເມື່ອເຖິງວັນແຕ່ງງານ ກໍ່ແຕ່ງໃຫ້ພ້ອມກັນທັງ 3 ຄົນເລີຍ.

ຄ່ຳຄຶນຂອງມື້ທຳອິດຫຼັງແຕ່ງງານ, ດ້ວຍຄວາມເປັນຫ່ວງລູກ ແມ່ຈິ່ງລັກໄປຟັງຢູ່ໃກ້ໆກັບປະຕູເຂົ້າຫ້ອງຂອງລູກສາວທັງ 3

ເມື່ອໄປຮອດຫ້ອງລູກສາວກົກ ກໍ່ໄດ້ຍິນແຕ່ສຽງລູກສາວກົກເວົ້າວ່າ: ຂອບໃຈ ຂອບໃຈ ຂອບໃຈ.........., ແມ່ກໍ່ເລີຍຍ່າງໄປຫ້ອງລູກສາວກາງ ເຊີ່ງໄດ້ຍິນແຕ່ສຽງຕົບມືຂອງລູກສາວກາງ ສຸດທ້າຍແມ່ ຍ່າງໄປຫ້ອງລູກສາວຫຼ້າ ແຕ່ບໍ່ໄດຍິນສຽງຫຍັງເລີຍ. ດ້ວຍຄວາມແປກໃຈພໍຮຸ່ງເຊົ້າ ແມ່ໄດ້ເອີ້ນລູກສາວທັງ 3 ມາເພື່ອສອບຖາມ

ແມ່ຖາມລູກສາວກົກວ່າ: ລູກເປັນຫຍັງຄືເວົ້າວ່າຂອບໃຈ ຂອບໃຈ ຂອບໃຈ ຕະຫຼອດຄືນ

ລູກສາວກົກ: ເພາະແມ່ສອນວ່າ ເມື່ອມີຄົນອື່ນເຮັດອັນໃດອັນໜື່ງໃຫ້ເຮົາ ເຮົາກໍ່ຄວນຂອບໃຈເຂົາ ລູກຈິ່ງເວົ້າວ່າຂອບໃຈ ຂອບໃຈ ຫັ້ນເດ

ແມ່ເລີຍມາຖາມລູກສາວກາງວ່າ: ລູກເປັນຫຍັງຄືມີແຕ່ຕົບມືຕະຫຼອດຄືນ

ລູກສາວກາງ: ເພາະແມ່ສອນວ່າ ເມື່ອມີຄົນອື່ນເຮັດອັນໃດອັນໜື່ງໃຫ້ເຮົາພູມໃຈ ເຮົາຄວນຈະຊົມເຊີຍ ແລ້ວຕົບມືໃຫ້ເຂົາ ລູກຈິ່ງໄດ້ຕົບມື

ແມ່ເລີຍຫັນມາຖາມລູກສາວກາງວ່າ: ແລ້ວລູກເດຄືມິດບໍ່ມີສຽງຫຍັງເລີຍ ຫຼື ເມື່ອຍເຮັດວຽກວານນີ້ຈິ່ງນອນຫຼັບ

ລູກສາວຫຼ້າ:  ລູກບໍ່ໄດ້ນອນທັງຄືນເລີຍ ແຕ່ລູກມິດຢູ່ ເພາະນືກເຖິງຄຳທີ່ແມ່ສອນວ່າ ເມື່ອມີສິ່ງໃດສິ່ງໜື່ງຢູ່ໃນປາກເຮົາບໍ່ຄວນເວົ້າຫຍັງເພາະຢ້ານສິ່ງຂອງເຫຼົານັ້ນມັນຫຼຸດປາກ ຫັ້ນເດ 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມີຍິງສອງຄົນນັງ່ຢູ່ໃນເຄື່ອງບິນທີ່ກຳລັງບິນມາລົງສະໜາມບິນສາກົນວັດໄຕ

ຍິງຄົນທີ 1: ຈຸດປະສົງຂອງຂ້ອຍທີ່ຈະໄປນະຄອນຫຼວງວຽງຈັນຄັ້ງນີ້ແມ່ນ ໄປຊື້ລົດວີໂກແຊ້ມ ເພື່ອເປັນຂອງຂວັນໃຫ້ລູກຊາຍຫຼ້າໃນມື້ວັນເກີດຄົບຮອບ 18 ປີ

ຍິງຄົນທີ 2: ໂອ໋ ແມ່ນແທ້ຫວານີ້.

ຍິງຄົນທີ 1:ແມ່ນແລ້ວ, ສາມອາທິດກ່ອນນີ້ ວັນເກີດລູກຊາຍກາງ ຂ້ອຍກໍ່ໄດ້ຊື້ລົດເບັ້ນໃຫ້ເປັນຂອງຂວັນ

ຍິງຄົນທີ 2: ໂອ໋ ແມ່ນແທ້ຫວານີ້.

ຍິງຄົນທີ 1: ແມ່ນແລ້ວ, ເດືອນທີ່ແລ້ວຫັ້ນເດ ຂ້ອຍຍັງໄດ້ຊື້ ບ້ານພ້ອມທີ່ດິນໃຫ້ເປັນຂອງຂວັນແກ່ລູກສາວກົກ

ຍິງຄົນທີ 2: ໂອ໋ ແມ່ນແທ້ຫວານີ້.

ຍິງຄົນທີ 1:ແມ່ນແລ້ວ, ແລ້ວເຈົ້າເດ ໄປນະຄອນຫຼວງວຽງຈັນເຮັດຫຍັງລະ ?

ຍິງຄົນທີ 2: ຂ້ອຍໄປຢາມພໍ່ແມ່ຂອງຂ້ອຍ, ພໍ່ແມ່ຂອງຂ້ອຍເປັນຄົນດີໆ, ຕອນຍັງນ້ອຍເພີ່ນບອກວ່າ: ເຮົາເປັນຜູ້ຍິງບໍ່ຄວນເວົ້າຄຳຫຍາບຊ້າ

ເຊັ່ນ ອີ່ຮ່າມຶງເອີຍຂີ້ໂມແທ້ ໃຫ້ເວົ້າຄຳວ່າ: ໂອ໋ ແມ່ນແທ້ຫວານີ້. ແທນເອົາ

ຍິງຄົນທີ 2:....!!!!!!!......

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຕອນເຊົ້າມື້ໜື່ງຂອງວັນອາທິດ ຫຼັງຈາກກິນເຂົ້າເຊົ້າ ຄອບຄົວຂອງທ້າວຫຳນ້ອຍກໍ່ພາກັນນັ່ງເບິ່ງທໍ ລະທັດຢູ່ຫ້ອງຮັບແຂກ ທ້າວຫຳນ້ອຍ ອາຍຸ 4 ປີ ເລີຍເວົ້າກັບພໍ່ວ່າ

ທ້າວຫຳນ້ອຍ: ພໍ່ໆ ລູກເບີ່ງທໍລະທັດມື້ໃດກໍ່ເຫັນນັກຂ່າວເວົ້າແຕ່ເລື່ອງນັກການເມືອງ, ນັກທຸລະກິດ, ກຳມະກອນ ແລະ ປະຊາຊົນ  ແລ້ວມັນມີການພົວພັນກັນແບບໃດ ລະພໍ່

ພໍ່: ເປັນຄຳຖາມທີ່ດີຫຼາຍລູກ ທຸກປະເທດມັນຕ້ອງປະກອບມີ ນັກການເມືອງ, ນັກທຸລະກິດ, ປະຊາຊົນຄົນຕາດຳໆ, ກຳມະກອນ  ແລະນັກຂ່າວ ໃຜກໍ່ເຮັດວຽກຂອງໃຜຂອງລາວໃດລູກຈິ່ງເປັນປະເທດໄດ້ ຍົກຕົວຢ່າງໃນເຮືອນເຮົານີ້ເດ ພໍ່ ກໍ່ເປັນນັກທຸລະກິດ, ແມ່ເຈົ້າກໍ່ເປັນນັກ ການເມືອງ, ເອື້ອຍແມວ(ຄົນຮັບໃຊ້) ເປັນກຳມະກອນ, ລູກກໍ່ເປັນສື້ມວນຊົນຫຼືນັກຂ່າວ ສ່ວນນ້ອງເຈົ້າທ້າວແອນ້ອຍ(ອາຍຸ1ປີ) ເປັນປະຊາຊົນຄົນຕາດຳໆ ເຊີ່ງໃຜກໍ່ເຮັດໜ້າທີ່ໃຜມັນນັ້ນ ລະລູກ

ທ້າວຫຳນ້ອຍ: ໂອ ລູກເຂົ້າໃຈແລ້ວພໍ່  ລູກຊິຈື່ໄວ້

ຫຼັງຈາກນັ້ນ 2 ຊົ່ວໂມງຕໍ່ມາໃຜກໍ່ກັບໄປຫ້ອງນອນຂອງໃຜຂອງລາວ ປະໃຫ້ແຕ່ສອງນ້ອງອ້າຍ ນອນເບີ່ງທໍລະທັດຕໍ່ໄປ. ດົນເຕີບປະກົດວ່າ ທ້າວແອນ້ອຍທັງຍ່ຽວທັງຂີ້  ທ້າວຫຳນ້ອຍກໍ່ເລີຍ ແລ່ນໄປທີ່ຫ້ອງນອນແມ່ ເຊີ່ງແມ່ກຳລັງນອນຢູ່  ລາວພະຍາມປຸກແນວໃດແມ່ກໍ່ບໍ່ຕື່ນ  ລາວເລີຍແລ່ນໄປຫາຫ້ອງນ້ອນເອຶ້ອຍແມວ ປະກົດວ່າເຫັນພໍ່ກຳລັງ(…)ກັບເອື້ອຍແມວຢູ່  ລາວເລີຍ ກັບມາຫານ້ອງຄືນ ເພືອຈະຊ່ວຍນ້ອງ ແຕ່ລາວບໍ່ສາມາດຊ່ວຍນ້ອງໄດ້ ລາວເລີຍຕັດສິນໃຈ ຮ້ອງ ໄຫ້ຂື້ນດັງໆ ເມືອທຖກຄົນໄດ້ຍິນສຽງຮ້ອງໄຫ້ກໍ່ເລີຍອອກມາຫາ

ພໍ່: ລູກເປັນຫຍັງຈິ່ງຮ້ອງໃຫ້

ທ້າວຫຳນ້ອຍ:ລູກກໍ່ເຮັດໜ້າທີ່ສື່ມວນຊົນແລ້ວເດ ແຕ່ບໍ່ມີໃຜສົນໃຈເລີຍ

ລາວຊີ້ມືໄປຫານ້ອງຊາຍຢູ່ພ້ອມທັງເວົ້າ

ທ້າວຫຳນ້ອຍ:ເບີ່ງຕິ ປະຊາຊົນຄົນຕາດຳໆ ກຳລັງເດືອດຮ້ອນ ຟຸມຂີ້ຟຸມຍ໋ຽວ, ນັກການເມືອງກໍ່ເອົາແຕ່ນອນໆໆໆ  ນັກຂ່າວເອີນກໍ່ບໍ່ສົນໃຈ, ສ່ວນນັກທຸລະກິດກໍ່ເອົາແຕ່ຂົ່ມເຫັງ ເຕັງທັບ ກຳມະກອນຢູ່ພໍສ່ຳນັ້ນ ນັກຂ່າວເຮັດໄດ້ດີທີ່ສຸດແລ້ວແຕ່ບໍ່ມີໃຜສົນໃຈ ກໍ່ເລີຍມາຮ້ອງໄຫ້ຢູ່ນີ້ລະ

             

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ອຸ່ນອາຫານໃຫ້ອ້າຍ

 

ຕອນເຊົ້າມື້ທຳອິດຫຼັງຈາກແຕ່ງງານຂອງຄູ່ຜົວເມຍໃໝ່ຄູ່ໜື່ງ ພໍຜົວອາບນ້ຳແລະແຕ່ງຕົວແລ້ວ ກໍ່ຍ່າງໄປຫານາງເມຍທີ່ກຳລັງແຕ່ງກິນຢູ່ເຮືອນຄົວ  ພໍນາງເມຍຫຼຽວເຫັນຜົວກໍ່ເວົ້າຂື້ນ

ນາງເມຍ:  ມາໆອ້າຍ ມາກິນເຂົ້າກ່ອນແລ້ວຈິ່ງໄປການ ອາຫານຍັງອຸ່ນໆຢູ່ເລີຍ

ຜົວ: ບໍ່ໆ ອ້າຍບໍ່ຢາກກິນເຂົ້າ ແຕ່ອ້າຍຊິກິນນ້ອງ ຈິບ..ຈິບ... ຈິບ... /// ແລ້ວຜົວກໍ່ໄປການ

ຕອນແລງພໍຜົວກັບມາແຕ່ການ

ນາງເມຍ:  ນ້ອງແຕ່ງອາຫານອາຫານແລງໄວ້ຖ້າອ້າຍແຊບໆ ມາອ້າຍມາກິນ

ຜົວ: ບໍ່ ອ້າຍບໍ່ຢາກ ແຕ່ອ້າຍຢາກກິນນ້ອງ.. ຈິບ..ຈິບ......  /// ເປັນແບບນີ້ຢູ່ 2-3 ວັນ

ແລງມື້ໜື່ງຜົວກັບມາແຕ່ການ ບໍ່ເຫັນເມຍກໍ່ເລີຍຍ່າງເຂົ້າໄປເຮືອນຄົວ ເຫັນເມຍກຳລັງນັ່ງຢູ່ເທິງເຕົາຖ່ານໄຟທີ່ເຕັມໄປດ້ວຍຖ່ານໄຟແດງ ພໍຜົວຫຼຽວເຫັນກໍ່ເລີຍຕົກໃຈ ແລະ ຮ້ອງໄປໃສ່ວ່າ:

ຜົວ: ນ້ອງໄປນັ່ງເຮັດຫຍັງຢູ່ຫັ້ນ ບໍ່ຮ້ອນຫວາ

ນາງເມຍ:  ນ້ອງກໍ່ກຳລັງອຸ່ນອາຫານແລງໄວ້ຖ້າອ້າຍຈັ່ງໃດລະ

ຜົວ: .................

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

   

ຕອນແລງວັນໜື່ງ ນາງສາວໄກ່ ຍ່າງເລາະໄປຫຼັງບ້ານ ພໍດີພົບກັບພໍ່ຕູ້ສາ ກຳລັງບົວລະບັດສວນຂອງລາວຢູ່

ນາງສາວໄກ່: ພໍ່ຕູ້ ໝາກເລັ່ນຂອງເຈົ້າຄືມີແຕ່ໜ່ວຍແດງໆ ເຈົ້າປູກແນວໃດບໍ ?

ພໍ່ຕູ້ສາ: ມັນຊິຍາກຫຍັງ ອີ່ຫຼ້າເອີຍ ພຽງແຕ່ຕອນຊົ້າຕອນແລງເວລາຫົດນ້ຳມັນ ພໍ່ຕູ້ແກ້ຜ້າແລ້ວຈິ່ງຫົດ  ໝາກເລັ່ນ ມັນເຂີນອາຍພໍ່ຕູ້ ແກ້ມມັນເລີຍແດງ, ອີ່ຫຼ້າລອງໄປທົດລອງເບີ່ງເດີ

ນາງສາວໄກ່: ເຈົ້າໆ ຫຼານຊິເໄປທົດລອງເບິ່ງ

ສາມອາທິດຜ່ານໄປ ພໍ່ຕູ້ຍ່າງອອກໄປຫຼີ້ນຂ້າງໆເຮືອນ ເລີຍພົບກັບນາງສາວໄກ່ພໍດີ

ພໍ່ຕູ້ສາ: ເປັນແນວໃດອີ່ຫຼ້າ ໝາກເລັ່ນມີສີແດງບໍ່

ສາວໄກ່: ບໍ່ເຫັນມັນຊິແດງເລີຍ ມີແຕ່ໝາກແຕງຫັ້ນຕິ ໃຫຍ່ຂື້ນ ໃຫຍ່ຂື້ນ ຜິດປົກກະຕິ

55555555555555