ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ຍັງມີຫຼາຍໆທ່ານທີ່ຍັງບໍ່ເຂົ້າໃຈກ່ຽວກັບອັດຕ່າຄ່າໂທລະສັບ ໃນ ສປປ ລາວ. ດັ່ງນັ້ນ, ຂ້າພະເຈົ້າ ຈິ່ງຂຽນໄດອາຣີ ນີ້ຂື້ນມາ ແລະ ຂໍອະນູຍາດ copy ເອົາ ແຈ້ງການດັ່ງກ່າວ ມາໃຫ້ບັນດາທ່ານໄດ້ຮູ້ກັນ

        

 

ໜັງສືພິມ ວຽງຈັນໃໝ່ ສະບັບວັນທີ 28/06/2011 ໜ້າ 1

 

ແຈ້ງການ

Divider

ເລກ​ທີ: 1463/ອປທ.ຫກ

ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 24 ມິ­ຖຸ­ນາ 2011

ເຖິງ: ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ ເອ­ກະ​ຊົນ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ນິ­ຕິ­ບຸກ­ຄົນ ແລະ ບຸກ­ຄົນ​ທີ່​ນຳ​ໃຊ້​ໂທລະ­ສັບ ໃນ ສປປ ລາວ.

ເລື່ອງ: ອັດ­ຕາ​ຄ່າ​ບໍ­ລິ­ການ​ໂທລະ­ສັບ ແລະ ຂໍ້­ຄວາມ​ສັ້ນ ໃນ ສປປ ລາວ.

ອີງ­ໃສ່​ຂໍ້​ຕົກ­ລົງ​ຂອງ​ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ ຖະ­ມົນ­ຕີ ຫົວ­ໜ້າ​ອົງ­ການ​ໄປ­ສະ­ນີ ແລະ ໂທລະ​ຄົມ­ມະ­ນາ­ຄົມ​ແຫ່ງ​ຊາດ ສະ­ບັບ​ເລກ​ທີ 993/ສນຍ.ອປທ ລົງ​ວັນ​ທີ 16/6/2011 ວ່າ​ດ້ວຍ​ອັດ­ຕາ​ຄ່າ​ໂທລະ­ສັບ.

 

ຫ້ອງ­ການ​ອົງ­ການ​ໄປ­ສະ­ນີ ແລະ ໂທລະ​ຄົມ­ມະ­ນາ­ຄົມ​ແຫ່ງ​ຊາດ ຂໍ​ແຈ້ງ​ມາ​ຍັງ​ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ ເອ­ກະ​ຊົນ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ນິ­ຕິ­ບຸກ­ຄົນ ແລະ ບຸກ­ຄົນ ໃນ ສປປ ລາວ ຊາບ​ວ່າ ບັນ­ດາ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ທີ່​ໃຫ້­ການ​ບໍ­ລິ­ການ​ໂທລະ​ຄົມ ຈະ​ປະ­ຕິ­ບັດ​ອັດ­ຕາ​ຄ່າ​ບໍ­ລິ­ການ​ໂທລະ­ສັບ ແລະ ຂໍ້­ຄວາມ​ສັ້ນ ທີ່​ໄດ້​ກຳ­ນົດ​ດັ່ງ​ລຸ່ມ​ນີ້:

 

1.ອັດ­ຕາ​ຄ່າ​ໂທລະ­ສັບ ແລະ ສົ່ງ​ຂໍ້­ຄວາມ​ສັ້ນ (SMS) ພາຍ​ໃນ​ປະ­ເທດ

ລ/ດ ປະ­ເພດ​ການ​ບໍ­ລິ­ການ     ຄ່າ​ເຊົ່າ​ປະ­ຈຳ​ເດືອນ      ອັດ­ຕາ​ຄ່າ​ໂທ

1 ໂທລະ­ສັບ​ຕັ້ງ​ໂຕະ               15.000ກີບ/ເດືອນ       250ກີບ/ນາ­ທີ

2 ໂທລະ­ສັບ​ມື​ຖື​ແບບ​ຕັ້ງ​ໂຕະ                                   250ກີບ/ນາ­ທີ

3 ໂທລະ­ສັບ​ມື​ຖື​ລາຍ​ເດືອນ      25.000ກີບ/ເດືອນ       300ກີບ/ນາ­ທີ

4 ໂທລະ­ສັບ​ມື​ຖື​ແບບ​ຕື່ມ​ເງິນ                                    800ກີບ/ນາ­ທີ

5 ສົ່ງ​ຂໍ້­ຄວາມ​ສັ້ນ                                                   100ກີບ/ຄັ້ງ

6 ສົ່ງ​ຂໍ້­ຄວາມ​ສັ້ນ​ຫາ​ເຄືອ​ຂ່າຍ​ອື່ນ                             200ກີບ/ຄັ້ງ

 

2.ອັດ­ຕາ​ຄ່າ​ໂທລະ­ສັບ ແລະ ສົ່ງ​ຂໍ້­ຄວາມ​ສັ້ນ (SMS) ໄປ​ຕ່າງ­ປະ­ເທດ

     ຄ່າ​ໂທລະ­ສັບ​ໄປ​ຕ່າງ­ປະ­ເທດ :        1.800 ກີບ​ຂຶ້ນ​ໄປ/ນາ­ທີ

     ຄ່າ​ສົ່ງ​ຂໍ້­ຄວາມ​ສັ້ນ​ໄປ​ຕ່າງ­ປະ­ເທດ :     500 ກີບ/ຄັ້ງ

   ດັ່ງ­ນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ທຸກ​ພາກ­ສ່ວນ​ເພື່ອ​ຊາບ

   ແຈ້ງ​ການ​ສະ­ບັບ​ນີ້ ມີ​ຜົນ​ບັງ­ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ກໍ­ລະ­ກົດ 2011 ເປັນ­ຕົ້ນ​ໄປ

                  ຫົວ­ໜ້າ​ຫ້ອງ­ການ ອປທ ແຫ່ງ​ຊາດ

                        ພອນ​ໄຊ ພົມ​ມະ​ປັນ­ຍາ

 ແຫຼ່ງຂໍ້ມູນ  http://www.vientianemai.net/teen/khao/1/3508

 

ໜັງສືພິມ ປະຊຊົນ ສະບັບ ວັນທີ 10/08/2011 ໜ້າ 2 ໄດ້ມີແຈ້ງການອອກມາຕື່ມອີກ