ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ເພື່ອນພັນລາວທີ່ເຄົາລົບ ຂ້າພະເຈົາໄດ້ອ່ານແບບສຳຫຼວດຂອງທ່ານໜື່ງໃນພັນລາວກ່ຽວກັບເບີ້ຜີ້ ກໍ່ເລີຍອົດບໍ່ໄດທີ່ຈະຂຽນໄອດາລີນີ້ຂຶ້ນມາ ຂ້າພະເຈົ້າກໍ່ ເຄີຍໄດ້ຍິນເລື່ອງເບີ້ຜີ, ແຕ່ກໍ່ບໍ່ໄດ້ບອກໃຜດອກ ຖ້າບອກໄປແລ້ວມັນຈະເຮັດໃຫ້ສັງຄົມມີຄວາມວຸ່ນວາຍ, ເຊື່ອຖືແບບໄຮ້ປະໂຫຍດ. ເພື່ອນໆລອງຄິດເບິ່ງ ວ່າ. ຖ້າປະເທດເຮົາມີຄົນເຊື່ອຖືແບບນີ້ໝົດ.ແລ້ວຈະເກີດຫຍັງຂຶ້ນ, ພວກຄົນທີ່ບໍ່ດີຊິບໍ່ສວຍໂອກາດມາປ່ອຍຂ່າວທີ່ມີຜົນຮ້າຍໃສ່ສັງຄົມເຮົາບໍ ? ດັ່ງນັ້ນຈິ່ງຂໍເຕືອນມາຍັງທຸກຄົນວ່າ ກ່ອນຈະເຊື່ອ ຫຼື ເວົ້າໃຫ້ຄົນອື່ນຟັງ ຄວນຄິດພິຈາລະນາຫາເຫດຜົນໃຫ້ດີກ່ອນ (ຖ້າທ່ານເປັນຄົນມີການສຶກສາສູງ)ສຳລັບຂ້າພະເຈົ້າກໍ່ຢາກຮູ້ໃດ ເບີ້ຜີມີຈັກຕົເລກຫວາ. ປະເທດເຮົາມີ 4 ເຄືອຂ່າຍ (LAO TELECOM, ETL, UNITEL ແລະ TIGO) ແລ້ວຜີເດໃຊ້ເຄືອ ຂ່າຍໃດ ຫຼື ເຄືອຂ່າຍຜີໂທລະຄົມ.  ສ່ວນຍີ່ຫໍ້ໂທລະສັບເດຜີໃຊ້ຍີ່ຫໍ້ໃດ, ໃຜຮູ້ຂໍ້ມູນກໍ່ບອກແດ່ເດີ