ມື້ນີ້ (10/7/2010), ຮູ້ສຶກຄຶດຮອດຄວາມຫຼັງກະເລີຍ ຂີ່ລົດຈັກຄູ່ໃຈ ໄປທ່ຽວ ມຊ....
ເມືອຫວນຄືນ 3 ປີຫຼັງ ຕົນເອງກະຍັງໃຊ້ຊີວິດຢູ່ສະຖາບັນການສຶກສາແຫ່ງນີ້, ຕະຫຼອດ 6 ປີທີ່ໄດ້ຮຳຮຽນສຶກສາ ກະເຫັນວ່າເປັນຊ່ວງເວລາທີ່ມີຄວາມສຸກ ມ່ວນຊື່ນ ແລະ ເຕັມໄປດ້ວຍເລື່ອງລາວທີ່ໄດ້ຈົດຈຳ. ໂດຍສະເພາະ ແມ່ນບັນດາເພື່ອນຮ່ວມຫ້ອງຮຽນ ແລະ ເພື່ອນຮ່ວມຫ້ອງພັກ... ຄິດແລ້ວກະລັກຍິ້ມໃນໃຈ ບໍ່ວ່າຈະເປັນຕອນມ່ວນຊື່ນ ຫຼື ງ່ວມເຫງົາ...
ຕອນເຊົ້າມື້ນີ້, ອາກາດກະບໍ່ແດດປານໃດ, ແຕ່ຕອນກຳລັງນັ່ງຂຽນບົດນີ້ ແດດເອົາແທ້ເອົາວ່າ...ວ່າຊິອອກໄປຫຼິ້ນບານບ້ວງແຖວໂຮງຮຽນຈັນທະບູລີ ຊິເກີດບໍ່ຮູ້ ເພາະມັນຮ້ອນຫຼາຍ...
ເອົານໍ້, ເວົ້າຕໍ່ກ່ອນ.... ເສັ້ນທາງຈາກໂພນຕ້ອງຫາດົງໂດກ ຖ້າໃຜໄດ້ໄປກະຕ້ອງຍ້ອງວ່າສະດວກສະບາຍ, ອາດຈະແຄບແດ່ ແຕ່ກະເປັນທາງປູເບຕົງຈົນຮອດ ໜ້າປະຕູ ມຊ (ມຊ ແປວ່າ ມະຫາວິທະຍາໄລແຫ່ງຊາດເດີ!!! ຢ້ານບໍ່ຮູ້)
ເມື່ອສີ່ຫ້າປີກ່ອນ, ຕາມສອງຟາກທາງແມ່ນບໍ່ຄັບຄາໜາແໜ້ນດ້ວຍບ້ານເຮືອນ, ຮ້ານອາຫານ ແລະ ຮ້ານທຸລະກິດ ຄືດັ່ງທຸກມື້ນີ້, ມັນສະທ້ອນໃຫ້ເຫັນວ່າ ບ້ານເມືອງວຽງຈັນແມ່ນມີການຂະຫຍາຍຕົວໄວຫຼາຍ.
ໃຊ້ເວລາຂີ່ລົດກະປະມານ 15 ນາທີ ກະຮອດດົງໂດກ... ເຫັນແລ້ວພູມໃຈນຳ ເພາະມີການປ່ຽນແປງທີ່ດີຂຶ້ນ ແລະ ກ້ວາງຂວາງຫຼາຍ. ຫົນທາງພາຍໃນວິທະຍາເຂດເພີນກະມີການປັບປຸງ ແລະ ຈັດໃຫ້ເປັນລະບຽບເພາະຕ້ອງໄດ້ຮອງຮັບ ກັບຈຳນວນລົດໃຫຍ່ ຂອງນັກສຶກສາແລະຄູອາຈານ ທີ່ຫຼາຍຂຶ້ນທຸກມື້.. ໂດຍສະເພາະແມ່ນພາກບ່າຍ ແລະ ພາກຄ່ຳ. ຂີ່ລົດກາຍຕຶກເສດຖະສາດ ກະເຫັນຕຶກ ເອຟ 1, ເຫັນຕຶກນີ້ ແລ້ວ ກະເຮັດໃຫ້ຄິດຮອດຕອນມາຮຽນປີ1 ເພາະຕ້ອງໄດ້ມານອນຢູ່ຕືກນີ້ ແລະ ໃຊ້ເວລາ ຢູ່ນີ້ ດ້ວຍຄວາມຫຍຸ້ງຍາກ ແລະ ອົດທົນສົມຄວນ... ເພາະ ນ້ຳໄນ ແມ່ນບໍ່ຄ່ອຍຈະສະດວກປານໃດ.. ບາງມື້ ຜູ້ສາວຍ່າງໄປໂຮງຮຽນ ຂ້ອຍ ແລະ ໝູ່ ຍັງພາກັນນຸ່ງຜ້າອາບນ້ຳ ຊອກນ້ຳ ຢູ່...ຄິດແລ້ວກະອີຕົນຕົວເອງເດ!!!!!! ແຕ່ດຽວນີ້, ເພີ່ນປັບປຸງເປັນຫ້ອງຮຽນ ແລ້ວ.
ຕືກໃໝ່ ຂອງຄະນະສຶກສາສາດ ກະສ້າງສຳເລັດ, ຄົງຈະເປັນບ່ອນທີ່ສະໜອງຄວາມສະດວກສະບາຍໃຫ້ຄະນະນີ້ຫຼາຍສົມຄວນ ເພາະຖືວ່າເປັນຄະນະທີ່ໃຫຍ່ຄະນະໜຶ່ງ.
ຕຶກ ວວພ (ວິທະຍາໄລ ວິທະຍາສາດ ພື໋ນຖານ), ອີກບໍ່ດົນກະຄົງຈະເຫຼືອພຽງອາດີດ, ເພາະຈະບໍ່ມີການຮຽນກຽມທີ່ ມຊ ອີກ, ຄົງຈະໃຫ້ຄະນະອື່ນ ມາແບ່ງເອົາຫ້ອງຮຽນ ຂອງ ວວພ. ຕອນຮຽນກຽມນີ້ ກະມ່ວນໄດ໋ ເພາະຕ້ອງຊອກຫາວ່າຕົນເອງມັກຫຍັງ... ເປັນການຊອກຫາຕົນເອງຊັ້ນຊາ!!!!
ຢູ່ກ້ຳຂວາ ໃກ້ກັບຕຶກຄະນະບໍດີສຶກສາສາດ ກະມີສະໂມສອນໃຫຍ່ຂອງ ມຊ ອັນນີ້ ກະເປັນບ່ອນທີ່ສຳຄັນໃນການເປັນບ່ອນເຕົ້າໂຮມ ແລະ ຍັງເປັນບ່ອນທີ່ໃຊ້ຈັດງານດອງຂອງຄູ່ອາຈານ ວ່າຊັ່ນ!!!!! ຮະຮະຮະຮ
ຂີ່ມາໜ້ອຍໜື່ງ ກະມາຮອດຕຶກຄະນະອັກສອນສາດ ອັນເປັນບ່ອນທີ່ຕົນເອງຮຽນ... ຫຼຽວເຫັນຫ້ອງຮຽນ ແລ້ວຈັ່ງແມ່ນມັນຄິດຮອດ ອ້າຍເອື້ອຍ ແລະສ່ຽວໆ ຮ່ວມຫ້ອງ.. ຄິດຮອດຮອຍຍີ້ມ ແລະ ສຽງຫົວ ຄິດວ່າມັນຄົງເປັນການຍາກທີ່ພວກເຮົາຈະສາມາດ ມາເຕົ້າໂຮມກັນໄດ້ຄື ເມື່ອກ່ອນ... ເວົ້າແລ້ວນ້ຳຕາຊິໄຫຼ ສິ່ງທີ່ຄິດຮອດອີກ ກະແມ່ນຄູ່ອາຈານ ບໍ່ວ່າຄົນລາວ ແລະ ອາຈານອາສາສະມັກ ຕ່າງປະເທດ.
ຂີ່ລົດວິດຈາກປະຕູຫຼັງ ລົງໄປຊື່ໆ ກະຮອດຕະຫຼາດໃໝ່ດົງໂດກ.... ຕອນຍັງຮຽນຢູ່ນັ້ນ ບໍ່ຄອຍຄຶກຄັກປານໃດ ແຕ່ມື້ນີ້ ແມ່ນຄົນລະເລື່ອງ, ຮ້ານຕ່າງໆມີການປັບປຸງ ແລະ ມີຫຼາກຫຼາຍ ຄົງເປັນຍ້ອນມີຄວາມຕ້ອງການຂອງນັກຮຽນ ທີ່ມີຈຳນວນເພື່ມຂຶ້ນນັ້ນເອງ. ກະເຂົ້າໄປໃນຕະຫຼາດ ໄປກິນນ້ຳຫວານນຳແມ່ປ້າ ຂາປະຈຳ. ລາວອາດຈະຈື ແດ່ບໍ່ຈື່ແດ່ ແຕ່ຂ້ອຍຈື່ບັນດາແມ່ຄ້າເລົ່ານັ້ນໄດ້ດີ...ຈື່ແຕ່ໜ້າ ແຕ່ບໍ່ຮູ້ຊື່ພວກເພິນ. ນ້ຳຫວານຕອນນັ້ນ ຖ້ວຍ 500 ກີບຂຶ້ນ ມາເປັນ 1000 ກີບ ດຽວນີ້ ແມ່ນ 2000-3000. ແຊບ ແລະ ກະໄດ້ເລືອກຫຼາຍຢ່າງ. ອັນທີ່ມັກ ກະແມ່ນປະເພດທັນຍະພືດ ເພາະກິນແລ້ວຮູ້ສຶກດີ.
ກິນນ້ຳຫວານແລ້ວ ກະຂີ່ລົດໄປເບີ່ງ ຕຶກຫໍພັກຕົນເອງທີ່ຍ້າຍ ມາຕອນປີ 2 ເປັນຕຶກ ເບີ 11 ເຊິ່ງ ຂ້າງ ຕຶກ ເບີ 12 ແມ່ນຕຶກນັກສຶກສາຍິງ. ຫ້ອງຂອງຕົນເອງຢູ່ຊັ້ນສອງ ສະນັ້ນຈຶງສາມາດເຫັນພາບບັນຍາກາດໄດ້ດີ, ຍັງຈື່ ຕອນສະໄໝ່ນັ່ງຮຽນໜັ່ງສື ແລ້ວເຫັນບັນດານັກສຶກສາຍິງພາກັນປຽນຫໍພັກ ເພາະພວກເພິນລັກໄປຫຼຶ້ນ ມາ. ຄິດແລ້ວກະຍັງຢາກຫົວ!!!
ຕອນຢູ່ຕຶກ 11 ນີ້, ສິ່ງທີ່ຈື່ບໍ່ລືມແມ່ນ ໄດ້ກິນ ລາບກະປອມ. ທີ່ເພື່ອນ ຊາວຄຳມ່ວນພາກິນ. ຖືວ່າເປັນການກິນຄັ້ງແລກ. ບາງມື້ ໄດ້ກະປອມໜ້ອຍ ເພີນກະມີວິທີເພີ່ມເນື້ອໂດຍເອົາ ຄັນຄາກມາໃສ່ອີກ... ໂອຍ!!!!ແຊບບບບບບບບ
ນ່ັງຊົມ ຕຶກ 11 ແລ້ວ, ກະມາແວະຕຶກອາຈານ ພໍດີພົບກັບອາຈານ ທີ່ເປັນອ້າຍຮັກ, ກະໂອ້ລົມນຳເພິນໜ້ອຍໜຶ່ງ ແລ້ວກະຂີ່ກາຍມາຮອດຕຶກເບີ 10 ອັນເປັນຕຶກທີ່ຢູ່ແຕ່ປີ 3-5. ຖືວ່າຢູ່ບ່ອນນີ້ດົນຫຼາຍ ແລະ ກະເປັນຕຶກທີ່ອັນຕະລາຍ. ເວົ້າງ່າຍໆ ເປັນຕຶກໃນບັນຊີດຳ ບໍ່ວ່າຈະມີເລື່ອງ ຢາບ້າ, ກິນເຫຼົ້າ. ຫຼີິນສາວ, ກະເທີຍມາກວນ ແລະ ສະປະປິ ແມ່ນຢູ່ຕຶກ 10 ນີແລະ. ແຕ່ຜູ້ເວົ້ານີ້ ເປັນຄົນດີບໍ່ໄດ້ເຮັດອັນທີ່ເວົ້າມາເດີ!!!!
ສິ່ງທີ່ມ່ວນຕອນຢູ່ຫໍພັກນີ້ແມ່ນ ຍ້ອນແຕ່ລະຫ້ອງແມ່ນມີົຄົນຫຼາຍ, ຫ້ອງໜຶ່ງມີ 10 ຄົນ, ເວລາກິນເຂົ້າກະກິນນຳກັນ ມີຫຍັງກະກິນນຳກັນ. ເຮົາມີກະອອກຫຼາຍ ຍາມບໍ່ມີກະກິນນຳໝູ່. ນີ້ແມ່ນການແບ່ງປັນຂອງຄົນທີ່ມາຈາກ ຕ່າງບ້ານຕ່າງເມືອງ.... ຕອນອາບນ້ຳແມ່ນຕອນທີ່ມ່ວນກວ່າໝູ່. ເພາະບາງມື້ນ້ຳບໍ່ມີກະພາກັນນຸ່ງສະລິບໂລະ ພຸ້ນໂລະພີ້້. ບ່ອນໃດມີນ້ຳສ້າງກະໄປ. ເວົ້າແລ້ວກະຄັກດີ.....
ກ່ອນຈະອອກ ຈາກບໍລິເວນຫໍພັກ ກະຈະເຫັນຕົ້ນໄມ້ໃຫຍ່ທີ່ຖືກປູກເມື່ອ ສີ່ຫ້າປີກ່ອນ, ດຽວນີ້ ແມ່ນເປັນຮົ່ມບັງແດດໄດ້ແລ້ວ. ກະດີໃຈທີເຫັນພວກມັນໃຫຍ່ໂຕໝົດ. ພໍໍຊິໃຫ້ບ່າວສາວມາຈັ່ງຈູຈີກັນແດ່....
ໄວ້ຕໍ່ສະບັບໜ້າ... ປວດມືແລ້ວ..ໄປຫຼິ້ນບານບ້ວງກ່ອນ ໝູ່ໂທຫາແລ້ວ!!!!!!