ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ພາຍຫຼັງເອົາສຳພາລະຂຶ້ນລົດແລ້ວ, ຂະບວນລົດຂອງພວກເຮົາກໍ່ເລີ່ມອອກເດີນທາງຕອນ ປະມານ 2 ໂມງເຄີ່ງ. ການເດີນທາງແມ່ນໄປຕາມເສັ້ນທາງເມືອງຄຳ. ຜູ້ຂຽນເອງແມ່ນໄດ້ເຄີຍໄປສອງສາມຄັ້ງ ກະເປັນເມືອງທີ່ສວຍງາມ, ເປັນທົ່ງຮາບ ທີ່ກວ້າງໃຫຍ່; ສາມາດເວົ້າໄດ້ວ່າເປັນອູ່ເຂົ້າອູປາຂອງແຂວງຊຽງຂວາງກະວ່າໄດ້. ແລະ ອີກຢ່າງແມ່ນການປູກສາລີ, ປະຊາຊົນເຂດນີ້ແມ່ນພາກັນປູກສາລີເປັນຂະບວນຟົດຟື້ນ... ແຕ່ທີ່ໜ້າເປັນຫວ່ງຢ່າງໜຶ່ງແມ່ນ ການທີ່ປະຊາຊົນພາກັນ ຖາງປ່າ ມາປູກສາລີ. ຕາມທີ່ໄດ້ໂອ້ລົມກັບຊາວບ້ານ ປະກົດວ່າ ເມືອງຄຳອັນເປັນດິນແດນທີ່ມີອາກາດຊຸຸມເຢັນ ກາຍມາເປັນເຂດທີ່ຮ້ອນໃນຊ່ວງ ສີ່ຫ້າປີທີ່ຜ່ານມານີ້.

ຂີ່ລົດໄປກ່ອນຈະຮອດສາມແຍກເມືອງຄຳ, ທ່ານຈະສັງເກດເຫັນບ້ານຫຼັງໜຶ່ງທີ່ຕັ້ງຢູ່ກ້ຳຂວາ ຫຼັງຈາກຜ່ານດ່ານເກັບເງິນຄ່າທາງໄປໄດ້ໄລຍະໜື່ງ. ເຮືອນດັ່ງກ່າວແມ່ນມີຮົ້ວທີ່ເປັນເອກະລັກເພາະເພິ່ນເອົາລູກລະເບີດທີ່ອາເມລິກາມາຖິ້ມ ແຕ່ພວກມັນບໍ່ແຕກໃນປາງສົງຄາມ. ນອກຈາກຫຼັກຮົ້ວ ເຈົ້າຂອງເຮືອນຍັງໄດ້ເອົາບັນດາລູກບົ່ມມາປະດັບ... ແລະກະມີລູກນ້ອຍລູກໃຫຍ່ເຕັມບ້ານຂອງເພີ່ນ.  ພໍ

ຮອດສາມແຍກເມືອງຄຳ, ລົດພວກເຮົາກະລ້ຽວຊ້າຍ. ຈື່ໄດ້ວ່າຕອນມາວຽກຄັ້ງກ່ອນຕອນປີກາຍ ໄດ້ມານັ່ງກິນເຂົ້າງາຍ ທີ່ຮ້ານສາມແຍກເມືອງຄຳນີ້. ເພີ່ນເຮັດອາຫານແຊບຫຼາຍ ໂດຍສະເພາະແມ່ນ ຊີ້ນທຸບ. ຫາກໃຜຢາກຮູ້ລົດຊາດ ວ່າຊີ້ນທຸບເມືອງຄຳແຊບຊຳໃດ ແມ່ນຕ້ອງໄປລອງເອງເດີ!!!!!

ຈາກສາມແຍກໄປໄດ້ປະມານ ສີ່ຫາກິໂລ ກະຈະເຫັນທາງເຂົ້າຢູ່ກ້ຳຊາຍມືເພື່ອເຂົ້າໄປຫາ ຖ້ຳປິວ. ຄິດວ່າຫຼາຍໆຄົນທີ່ເປັນຄົນລຸ່ນໃໝ່ອາດຍັງບໍ່ຮູ້ວ່າຖ້ຳປິວມີປະຫວັດແນວໃດ. ຂະບວນລົດເຮົາບໍ່ໄດ້ເຂົ້າໄປເບິ່ງໃນຄັ້ງນີ້, ແຕ່ຜູ້ຂຽນເອງໄດ້ໄປຕອນຊ່ວງປີກາຍ. ຖ້ຳປິວຖືວ່າເປັນຖ້ຳທີ່ ອາເມລິກາ ເຮັດໃຫ້ຄົນລາວທັງປະເທດ ໂດຍສະເພາະ ຢູ່ແຂວງຊຽງຂວາງ, ເພາະໄລຍະສົງຄາມ, ຊາວບ້ານທີ່ມາອາໄສລົບໄພຢູ່ຖ້ຳດັ່ງກ່າວ ກວ່າ 300 ຊີວິດ ແມ່ນຖືກ ລະເບີດເຜົາຕາຍຈົນໝົດກ້ຽງ. ພໍ່ລຸງ ທີ່ເປັນຄົນອະທິບາຍ ເພີ່ນເຫັນເຫດການໃນອາດິດ, ເວລາເພີ່ນເລົ່າສູ່ຟັງນ້ຳຕາຈົນຊິອອກ. ຖ້າຜູ້ໃດມີໂອກາດກະໄປທັດສະນະສຶກສາເບິ່ງນໍ້.

ເສັ້ນທາງຈາກຊຽງຂວາງສູ່ຫົວພັນ ກະເປັນເສັ້ນທາງທີ່ແຄບຫຼາຍ. ລົດສອງຄັນແລ່ນສວນກັນ ພໍດີວິດ ທັງເປັນເສັ້ນທາງທີ່ຄົດລ້ຽວ ເໝາະແກ່ການເດີນທາງເພື່ອຄວາມທ້າທາຍ. ຖ້າຜູ້ໃດເຄີຍທາງທາງ13 ເໜືອ, ທາງສູ່ຫົວພັນ ແມ່ນໂຫດກວ່າ 3 ເທົ່າ.  ຕາມເສັ້ນທາງກະເຫັນໝູ່ບ້ານຕັ້ງເປັນຊ່ວງໆ. ໃຊ້ເວລາປະມານ ເກືອບ 3 ຊົ່ວໂມງ, ພວກເຮົາກະມາຮອດບ້ານນ້ຳເນີນ. ກະເປັນໝູ່ບ້ານທາງຜ່ານທີ່ມີຄົນຢູ່ຢ່າງໜາແໜ້ນ ແລະ ຄົນເດີນທາງໄປມາ ກະອາໃສຊຸ່ຊົນແຫ່ງນີ້ເປັນບ່ອນ ພັກຜ່ອນ. ພວກເຮົາກະພາກັນກິນນ້ຳກິນໄນຢູ່ນ້ຳເນີນນີ້ ເກືອບ ເຄີ່ງຊົ່ວໂມງ. ສິ່ງທີ່ ຜູ້ຂຽນຢາກເນັ້ນໃຫ້ເຫັນເປັນພິເສດ ແມ່ນຊາວບ້ານເຂດນີ້ແມ່ນບໍ່ໄດ້ຈ່າຍຄ່າໄຟຟ້າ ແຕພວກເຂົາຕ້ອງໄດ້ລົງທຶນຊື້ເຄື່ອງປັ່ນໄຟ ດ້ວຍກະແສນ້ຳຂະໜາດນອຍ. ເກືອບວ່າທຸກຫຼັງຄາເຮືອນແມ່ນໃຊ້ໄຟຟ້າຈາກເຄື່ອງປັ່ນດັ່ງກ່າວ.

ອອກຈາກນ້ຳເນີນ, ກະແມ່ນຂຶ້ນຕາມທາງຄ້ອຍກະຮອດ  ເຂດພູເລົ້າ, ທີ່ຊື່ວ່າພູເລົ້ານີ້ແມ່ນໄດ້ຊື່ມາຈາກທີ່ວ່າ ເມື່ອກ່ອນຊາວບ້ານເຂດນີ້ແມ່ນພາກັນເອົາເລົ້າເຂົ້າມາປະໄວ້ເຂດນີ້ພາຍຫຼັງເກັບກ່ຽວ, ເພາະບ້ານພວກເຂົາແມ່ນຕັ້ງຫ່າງຈາກບ່ອນເຮັດການຜະລິດ. ສະນັ້ນຈຳຕ້ອງໄດ້ເຮັດເລົ້າໄວ້ເຂດພູແຫ່ງນີ້ ແລະ ໄດ້ຊື່ວ່າພູເລົ້າຈົນຮອດປະຈຸບັນ. ພູເລົ້ານີ້ຈະເປັນທາງສາມແຍກ, ແຍກໜຶ່ງຈະອອກໄປສູ່ເມືອງວຽງທອງ ເຊິ່ງເປັນເມືອງທີ່ພວກເຮົາຈະໄດ້ໄປໃນອອກສອງສາມມື້ຂ້າງໜ້າ, ສ່ວນອີກແຍກແມ່ນໄປເມືອງຊຳເໜືອ.

ເສັ້ນທາງຍິ່ງໂຫດກວ່າເກົ່າທັງແຄບທັງຄົດລ້ຽວ ລະກະເປັນໂຄ້ງທີ່ສັ້ນ, ບາງບ່ອນມີໂຄ້ງສັ້ນຮອດ 20 ໂຄງ, ຮັບຮອງວ່າມີຄົນຂາຍເຂົ້າປຽກຖ້າມັກເມົາລົດ. ຜູ້ຂ້າເອງແມ່ນປອດໄພ. ພູມີປະເທດທີ່ເຕັມໄປດ້ວຍພູຜາ ແຕ່ຍັງມີປ່າໄມ້ປົກຄຸມເປັນຈຳນວນຫຼວງຫຼາຍ, ຕາມເສັ້ນທາງ ຍັງສັງເກດເຫັນບັນດາສັດອອກມາໃຫ້ເປັນເປັນໄລຍະ ໂດຍສະເພາະແມ່ນນົກ.

ກ່ອນຈະຮອດເມືອງຄຳພວກເຮົາ ກະຜ່ານທາງແບ່ງທີ່ຈະເຂົ້າຫາຕົວເມືອງຫົວເມືອງເຊິ່ງເປັນ, ຜ່ານຫຼາຍໝູ່ບ້ານກໍ່ສັງເກດເຫັນເພີນເອົາໝາກຈອງມາວາງຂາຍ, ແລະບາງບ້ານ ແມ່ນປູກຕົ້ນໝາກຈອງ ລຽນຕາມແຄມທາງ ຂ້າງເຮືອນຂອງຕົນ, ກະເປັນຄັ້ງທຳອິດທີ່ໄດ້ເຫັນວ່າຕົ້ນໝາກຈອງເປັນແນວໃດ.

ຫຼຽວເບິ່ງໂມງອີກບາດ ກະເປັນຕອນເວລາ ເຈັດໂມງປາຍ, ພວກເຮົາກະເລີມເຂົ້າເຂດເມືອງຊຳເໜືອ. ຂີ່ຜ່ານປະຕູໂຂງທີ່ເປັນຮູບຫົວໃຈ ທີ່ຂຽນວ່າ ຍິນດີຕ້ອນຮັບສູ່ເມືອງຊຳເໜືອ ແຂວງຫົວພັນ.

ຂີ່ລົດລົງຄ້ອຍ ເຂົ້າສູ່ຕົວເມືອງພວກເຮົາກໍ່ ເຂົ້າທີ່ພັກ ເພື່ອອາບນ້ຳອາບໄນ ແລ້ວກະອອກໄປ ຊອກກິນເຂົ້າແລງ........

ຕິດຕາມຕອນຕໍ່ໄປ.....

 

Delicious Digg Fark Twitter