ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ບົດເພັງທີ່ຈະຮ້ອງ (ຂຽນ) ຕໍ່ໄປນີ້ ເປັນບົດເພັງອຳມະຕະ ຂອງ ອາຈານ ຄຳພູ ທະວີວັນ..... ຂ້ອຍມັກເພງນີ້ຫຼາຍ ແລະ ຟັງມາແຕ່ ຕອນນ້ອຍໆໆໆໆ

ເພັງມີຊື່ວ່່າ: ຮັກສຸດຫົວໃຈ!!!!

 

ຈັບປາກກາ                      ສໍຂຶ້ນມາຂຽນ

ຂີດເປັນວົງວຽນ                ໃຫ້ເປັນຕົວ ຮ ໄມ້ ກັນ

ສວມຕົວ ກ                        ເຂົ້າໄປອີກເທົ່ານັ້ນ

ເຂົາກໍ່ອ່ານກັນ                   ວ່າຮັກ ໄດ້ທັນໄດ໋

 

ຮ ໄມ້ກັນ ກ                       ນັ້ນອ່ານວ່າ ຮັກ

ແຕ່ຖ້າຢາກໃຫ້ມັນຄັກ       ຕ້ອງສວມຕົວ ສ ລົງໃສ່

ສ ຕົວດຽວ                         ກໍ່ຍັງບໍ່ເຂົ້າໃຈ

ຂາດຄວາມໝາຍ               ເຂົາວ່າມີແຕ່ຕົວ ສ

 

ຢາກຈະຂຽນ                     ໃຫ້ອ່ານວ່າ ສຸດ

ເອົາສຽມມາຂຸດ                 ຊອກຫາຕົວ ດ

ທັງສະຫຼະ ອຸ                      ນັ້ນຈິ່ງພຽງພໍ

ແລ້ວເອົາຕົວ ຫ ຕົວ ວ           ສະຫຼະ ອົວ ມາພົບກັນ

 

ຫ ແລະ ວ                        ສະຫຼະ ອົວ ພຽງພໍ

ແລ້ວຈິ່ງໄປຂໍ                    ເອົາສະຫຼະໃx ມາວາງ

ແລ້ວເອົາຕົວ ຈ                   ຕົວ ສ ທາງຫາງ

ອ່ານລວມຈິງຈັງ               ກໍ່ຄື ຮັກສຸດຫົວໃຈສ!!!!

 

 

Delicious Digg Fark Twitter