ເລື່ອງສັ້ນເລື່ອງນີ້ ເປັນເລື່ອງແນວ ສະທ້ອນສັງຄົມ + ລຶກລັບ ອາດມີຄຳສັບຫຍາບຄາຍຫນ້ອຍຫນຶ່ງ ກະຂໍອະໄພ
ເລື່ອງສັ້ນເລື່ອງນີ້ ເປັນເລື່ອງທີ່ແຕ່ງຂຶ້ນ ບໍ່ໄດ້ມາຈາກເຫດການຈິງແຕ່ປະການໃດ ກະລຸນາໃຊ້ວິຈາລະນະຍານໃນການອ່ານ
ຂອບໃຈ ^^
ເລື່ອງ ຊີວິດຂອງ...ພໍ່ຂອງນັດຊື້ຂ້ອຍມາ ຕອນທີ່ນັດອາຍຸໄດ້ 3 ປີເຕັມ ພໍ່ຂອງນັດຊື້ຂ້ອຍເປັນຂອງຂວັນວັນເກີດຂອງນັດ
ຂ້ອຍຍັງຈື່ໄດ້ວ່າ ຕອນທຳອິດທີ່ຂ້ອຍໄດ້ພົບກັບນັດ ເດັກຄົນນັ້ນດີໃຈຫຼາຍ ເດັກນ້ອຍຜູ້ມີດວງຕາອັນບໍລິສຸດສົດໃສ ໃນຊຸດກະໂປງພອງຟູໜ້າຮັກ ແກ້ມຢຸ້ຍໆສີແດງໆຂອງນັດ ເຕັມໄປດ້ວຍຮອຍຍິ້ມ ຜົມສີດຳມັດລວບເປັນສອງຈຸກ ມັນຊ່າງເປັນການພົບກັນທີ່ໜ້າປະທັບໃຈທີ່ສຸດຂອງຂ້ອຍແລະນັດ
ນັບຕັ້ງແຕ່ຕອນນັ້ນເປັນຕົ້ນມາ ນັດກໍ່ມັກຈະອຸ້ມຂ້ອຍໄປນຳຕະຫຼອດ ບໍ່ວ່າຈະເປັນເວລາໃດ ນັດກໍ່ຈະຢູ່ນຳຂ້ອຍຕະຫຼອດເວລາ...
“ລິນລີ້ ໆ ມາຟັງນິທານນຳກັນເນາະ” ປາກສີແດງ ໆ ຂອງເດັກຍິງທີ່ຂ້ອຍຮັກແພງເວົ້າດ້ວຍນ້ຳສຽງອັນຫວານນຸ້ມ ອ່ອນລະມຸນ ຂະຫນາດທີ່ບໍ່ມີສຽງຂອງໃຜຜູ້ໃດຈະມາທຽບໄດ້
ລິນລີ້ ແມ່ນຊື່ທີ່ນັດຕັ້ງໃຫ້ຂ້ອຍ ຂ້ອຍມັກຊື່ນັ້ນ ມັກທີ່ສຸດ ຂອງທີ່ສຸດ ແລະຂ້ອຍກໍ່ມັກເວລາທີ່ນັດເອີ້ນຂ້ອຍແນວນັ້ນ ເຊັ່ນດຽວກັນ
ທຸກ ໆ ມື້ກ່ອນນອນ ນັດມັກຈະອຸ້ມຂ້ອຍໄປກອດ ພ້ອມທັງຟັງນິທານທີ່ແມ່ອ່ານໃຫ້ຟັງ ນິທານທີ່ເຕັມໄປດ້ວຍສິ່ງທີ່ສວຍງາມບໍລິສຸດ ມີທັງເຈົ້າຍິງ ເຈົ້າຊາຍ ຜາສາດສວຍງາມ ແລະທົ່ງດອກໄມ້ກວ້າງໃຫຍ່ ຂ້ອຍນອນຟັງກັບນັດ ແລະຮູ້ສຶກວ່າ ນັດນັ້ນຊ່າງເຫມືອນກັບເຈົ້າຍິງຜູ້ງົດງາມໃນນິທານພວກນັ້ນເຫລືອເກີນ… ບໍ່ຕິ… ນັດຕ້ອງງາມກວ່າພວກເຈົ້າຍິງປັນຍາອ່ອນພວກນັ້ນຢູ່ແລ້ວ
ແລະແລ້ວ ເຈົ້າຍິງນ້ອຍຂອງຂ້ອຍກໍ່ເຊືອບຫລັບໄປ ໃນຫ່ວງນິດທາອັນສະຫງົບ…
ວັນເວລາຫມຸນວຽນຜ່ານໄປ ພ້ອມກັບທຸກສິ່ງທຸກຢ່າງທີ່ຄ່ອຍປ່ຽນໄປ ນັດບໍ່ຄ່ອຍຈະພາຂ້ອຍໄປໂຮງຮຽນນຳແລ້ວ… ນັດຄ່ອຍ ໆ ປ່ຽນແປງຈາກເດີມເທື່ອລະຫນ້ອຍ ຈາກເດັກຍິງຜູ້ບໍລິສຸດ ກາຍເປັນເດັກສາວຜູ້ຫນ້າຮັກ ຊຸດກະໂປ່ງສີບົວ ກັບກາຍມາເປັນເສືອເຊີດສີຂາວ ແລະສິ້ນສີດຳ ເບິ່ງແປກຕາ
ທຸກ ໆ ເຊົ້າ ນັດຈະມາລູບຫົວຂອງຂ້ອຍ ແລ້ວອອກໄປຈາກຫ້ອງ ພຽງເທົ່ານັ້ນ ມັນກໍ່ເຮັດໃຫ້ດວງໃຈນ້ອຍ ໆ ຂອງຂ້ອຍເຕັມໄປດ້ວຍຄວາມສຸກແລ້ວ ຂ້ອຍເຂົ້າໃຈວ່ານັດຄົງຈະມີຄວາມຈຳເປັນ ຈຶ່ງບໍ່ຄ່ອຍມີເວລາໃຫ້ກັບຂ້ອຍຄືເມື່ອກ່ອນ ແຕ່ທີ່ນັດຍັງເກັບຂ້ອຍໄວ້ໃນຫ້ອງນອນ ຍັງບໍ່ລືມຂ້ອຍ ຂ້ອຍກໍ່ດີໃຈແລ້ວ…
12 ປີແລ້ວ ທີ່ຂ້ອຍໄດ້ມາຢູ່ກັບນັດ… ເວລາມັນຊ່າງຜ່ານມາໄວເຫລືອເກີນ ແລະທຸກ ໆ ຢ່າງ ກໍ່ປ່ຽນໄປຫມົດ… ຕົວຂ້ອຍທີ່ເຝົ້າແນມເບິ່ງນັດມາຕະຫລອດ 12 ປີ ຕອນນີ້ກາຍເປັນພຽງ “ຂີ້ເຫຍື້ອເກົ່າໆ” ນີ້ເອງ ບໍ່ຮູ້ວ່າ ຕັ້ງແຕ່ຕອນໃດທີ່ຂ້ອຍຖືກໂຍນລົງມາໄວ້ທີ່ກ້ອງຕຽງອັນເຕັມໄປດ້ວຍຂີ້ເຫຍື້ອ ແລະ ຂີ້ຝຸ່ນ ສັດຕົວນ້ອຍ ໆ ຈຳພວກ ມົດ ແມງມຸມ ໄຕ່ຕອມໄປຕາມຕົວຂອງຂ້ອຍ ຂ້ອຍຮູ້ສຶກເສຍໃຈ… ແຕ່ຂ້ອຍກໍ່ຍັງຄົງເຝົ້າແນມເບິ່ງເຈົ້າຍິງຂອງຂ້ອຍ
ທຸກເຊົ້າ ຂ້ອຍມັກຈະແນມລອດຊ່ອງຈາກກ້ອງຕຽງຂຶ້ນໄປ ແລະເຫັນນັດແຕ່ງຕົວຢູ່ຫນ້າແວ່ນເກືອບທຸກເວລາ… ຂ້ອຍຮູ້ສຶກອິດສາແວ່ນນັ້ນ! ເປັນຫຍັງນັດຕ້ອງແນມເບິ່ງມັນທຸກ ໆ ເຊົ້ານຳ ແລະທຸກ ໆ ຄັ້ງນັດກໍ່ມັກຈະຍິ້ມ ກ່ອນຈະເອົາແປ້ງຂາວ ໆ ມາທາທົ່ວ ໆ ຫນ້າ ເອົາບາງສິ່ງສີແດງ ໆ ມາທາປາກ ແລະເຮັດຫລາຍ ໆ ຢ່າງກັບຫນ້າຕາ ຈົນຂ້ອຍຈື່ເກືອບບໍ່ໄດ້
ເມື່ອຮອດ 8 ໂມງເຄິ່ງ ນັດຈຶ່ງຈະຟ້າວຝັ່ງອອກໄປຈາກຫ້ອງ ຫລັງຈາກທີ່ໂຍນເອົາຂອງຫລາຍ ໆ ຢ່າງ ຫນ້າແວ່ນອັນນັ້ນລົງໃສ່ໃນກະເປົ໋າຈົນເຕັມ
ຂ້ອຍໄດ້ຍິນສຽງແມ່ຂອງນັດຮ້ອງດ່າມາ ບອກໃຫ້ຟ້າວໄປບ່ອນໃດຈັກແຫ່ງທີ່ເອີ້ນວ່າ “ໂຮງຮຽນ” ຂ້ອຍເອງກໍ່ບໍ່ຄ່ອຍເຂົ້າໃຈຄືກັນ ແຕ່ ນັດເລີ່ມໄປໂຮງຮຽນຕັ້ງແຕ່ຕອນ 6-7 ປີແລ້ວ
ເຈົ້າຍິງນ້ອຍຂອງຂ້ອຍຫາຍໄປໃສ…? ນັ້ນແມ່ນຄຳຖາມທີ່ເກີດຂຶ້ນພາຍໃນຈິດໃຈຂ້ອງຂ້ອຍ
ຫລື ”ໂຮງຮຽນ” ຈະເຮັດໃຫ້ນັດປ່ຽນໄປ?! ໂຮງຮຽນເຮັດໃຫ້ນັດບໍ່ສົນໃຈຂ້ອຍ! ໂຮງຮຽນເຮັດໃຫ້ນັດຖິ້ມຂ້ອຍໄວ້ຄົນດຽວແນວນີ້! ໂຮງຮຽນເປັນສິ່ງທີ່ບໍ່ດີ!? ຂ້ອຍຕ້ອງບອກນັດ ຂ້ອຍຕ້ອງບອກໃຫ້ນັດຮູ້ ວ່າໂຮງຮຽນຈະເຮັດໃຫ້ນັດຕ້ອງປ່ຽນແປງໄປຫລາຍກວ່ານີ້ ນັດຈະຕ້ອງເຊົ້າໄປໂຮງຮຽນ! ນັດຕ້ອງເຊົາເບິ່ງແວ່ນ! ແລະນັດຕ້ອງຫັນມາສົນໃຈຂ້ອຍຄົນດຽວ!!
ແຕ່ວ່າ… ສຽງຂອງຂ້ອຍ ບໍ່ອາດສົ່ງໄປຮອດນັດອີກແລ້ວ ຂ້ອຍພາຍາຍາມຈະເວົ້າກັບນັດຕັ້ງຫລາຍເທື່ອ ແຕ່ນັດກໍ່ບໍ່ເຄີຍສົນໃຈຂ້ອຍ ຂ້ອຍຊັງທຸກສິ່ງທຸກຢ່າງ ຂ້ອຍຊັງທຸກຢ່າງທີ່ເຮັດໃຫ້ນັດປ່ຽນໄປ!! ນັດບໍ່ຫັນມາສົນໃຈຂ້ອຍອີກແລ້ວ ນັດບໍ່ລູບຫົວຂ້ອຍຄືເມື່ອກ່ອນ ນັດບໍ່ຍິ້ມບໍ່ຫົວກັບຂ້ອຍອີກແລ້ວ…
ນັດຄົງຈະບໍ່ຮັກຂ້ອຍແລ້ວ… ຂະຫນາດບາງມື້ ນັດກໍ່ຍັງບໍ່ກັບມາບ້ານ ບໍ່ມາໃຫ້ຂ້ອຍໄດ້ເຫັນຫນ້າ ຫລືບາງມື້ກັບມາ ນັດກໍ່ນອນເລີຍທັງ ໆ ຊຸດເສື້ອເຊີດສີຂາວ ແລະຜົມທີ່ຫຍຸ້ງ ໆ
ບາງມື້ຂ້ອຍໄດ້ຍິນສຽງຖຽງກັນຢ່າງຮຸນແຮງຂອງນັດກັບແມ່…
“ອາຈານໂທມາບອກວ່າມຶງບໍ່ໄປໂຮງຮຽນ!! ມຶງໄປໃສຂອງມຶງ!?”
“ເຮົາກະໄປຮຽນຫນັງສືຫັ້ນແຫລະ! ໂອ໊ຍ!!” ສຽງນັດເວົ້າດ້ວຍຄວາມລຳຄານ… ເຮິ ແມ່ມີສິດຫຍັງມາຂຶ້ນສຽງກັບເຈົ້າຍິງຂອງຂ້ອຍ! ຂ້ອຍຮູ້ສຶກໂກດແຄ້ນແມ່ຂອງນັດ ແຕ່ຂ້ອຍກໍ່ດີໃຈທີ່ນັດເຊົາໄປຮຽນແລ້ວ ຂ້ອຍຮູ້ວ່ານັດບໍ່ໄດ້ເວົ້າຄວາມຈິງ ຂ້ອຍຮູ້…
“ມຶງຢ່າມາຂີ້ຕົ໋ວະ!! ມຶງໄປໃສກັນແທ້!!!” ແມ່ຂອງນັດເວົ້າຂຶ້ນສຽງອີກຄັ້ງ
“ເຮົາສິໄປໃສກະເລື້ອງຂອງເຮົາຕວ່າເກາະ! ເຮິ!!” ສຽງນັດເວົ້າຈົບ ພ້ອມກັບສຽງປິດປະຕູດັງ ເຕີ້ງ!!
ຕັ້ງແຕ່ມື້ນັ້ນ… ນັດກໍ່ບໍ່ກັບມາອີກ ຢູ່ບ້ານງຽບເຫງົາຂຶ້ນ ພໍ່ຂອງນັດທີ່ໄປເຮັດວຽກຢູ່ຕ່າງປະເທດກໍ່ບໍ່ກັບມາຄືກັນ ແມ່ຂອງນັດຕ້ອງຢູ່ຜູ້ດຽວໃນບ້ານທີ່ງຽບເຫງົາ ແຕ່ຂ້ອຍກໍ່ບໍ່ສົນໃຈ ສິ່ງທີ່ຂ້ອຍສົນໃຈມີພຽງແຕ່ນັດເທົ່ານັ້ນ
ຂ້ອຍເຝົ້າຄອງຄອຍຖ້ານັດ ແຕ່ເຈົ້າຍິງນ້ອຍກໍ່ບໍ່ກັບມາອີກເລີຍ…
ບ້ານທີ່ງຽບເຫງົາ ມັນເລີ່ມງຽບເຫງົາຂຶ້ນກວ່າເກົ່າຕັ້ງແຕ່ຕອນໃດກໍ່ບໍ່ຮູ້… ຂ້ອຍບໍ່ຮູ້ສຶກວ່າມີໃຜອາໃສຢູ່ໃນບ້ານຫຼັງນີ້ອີກແລ້ວ ເຂັມຂອງເວລາໃນຫ້ອງຂອງນັດຍັງຄົງດັງ ຕ໊ອກ ແຕ໊ກ ຕ໊ອກ ແຕ໊ກ ແວ່ວມາໃຫ້ໄດ້ຍິນ ຂ້ອຍບໍ່ຮູ້ວ່າ ເວລາມັນຫມຸນວຽນຜ່ານໄປດົນປານໃດ ແຕ່ຂີ້ຝຸ່ນທີ່ມາເກາະຂ້ອຍມັນເລີ່ມຫລາຍຂຶ້ນເລື້ອຍ ໆ ເລື້ອຍ ໆ
ຈົນມາຮອດມື້ຫນຶ່ງ ຂ້ອຍໄດ້ຍິນສຽງເປິດປະຕູ… ຂ້ອຍຄິດວ່າຕ້ອງແມ່ນນັດແນ່ນອນ ນັດກັບມາຫາຂ້ອຍແລ້ວ
ແຕ່ສິ່ງທີ່ກ້າວເຂົ້າມາ ກັບເຮັດໃຫ້ຂ້ອຍຕົກໃຈ
ເຖິງຈະບໍ່ແມ່ນນັດ ແຕ່ຮູບຮ່າງຫນ້າຕາກໍ່ຄ້າຍກັບນັດ ນັດນ້ອຍທີ່ຂ້ອຍໄດ້ພົບເມື່ອຄັ້ງທຳອິດ ເດັກຍິງແກ້ມຢຸ້ຍ ໆ ທີ່ມັດຜົມສອງຈຸກ ເດັກຍິງເຂົ້າມາໃນຫ້ອງແລະຍິ້ມຫົວຫນ້າຮັກ ພ້ອມກັບພໍ່ແມ່ທີ່ຍາງມານຳເບື້ອງຫລັງ
“ເປັນບ້ານທີ່ເກົ່າ ແຕ່ສະພາບຍັງດີຢູ່ເນາະ ພໍ່” ສຽງແມ່ຂອງເດັກຍິງເວົ້າກັບອີກຄົນ
“ອື່ມ ແຖມຍັງເຫມາະຈະຢູ່ກັນສາມຄົນພໍ່ແມ່ລູກນຳ…”
ໃນຕອນນັ້ນເອງ ເດັກຍິງຕົວນ້ອຍຫັນກັບມາ ແລະແນມເຫັນຂ້ອຍ ຊົ່ວວິນາທີທີ່ໄດ້ສົບຕາ ຂ້ອຍຄິດເຖິງຄັ້ງທຳອິດທີ່ຂ້ອຍໄດ້ພົບກັບນັດ
ເດັກຍິງອຸ້ມຂ້ອຍອອກໄປຈາກກ້ອງຕຽງທີ່ແສນມືດມິດ ແລ້ວຕົນຕົວສີເທົາຂອງຂ້ອຍກໍ່ໄດ້ກະທົບຖືກແສງແດດເປັນຄັ້ງທຳອິດໃນຮອບຫລາຍປີ
“ແມ່ ໆ ຢູ່ຫນີ້ມີຕຸກກະຕານຳ!” ເດັກຍິງຮ້ອງຂຶ້ນດ້ວຍແວວຕາເປັນປະກາຍ
“ບໍ່ຈັບແມ້ລູກ!” ແມ່ຂອງເດັກຍິງຮ້າຍເບົາ ໆ “ມັນສົກກະປົກ… ສົງໃສຄົງຈະແມ່ນຂອງຄົນທີ່ເຄີຍຢູ່ຫນີ້ຕິເບາະ”
ເດັກຍິງງຽບໄປຈັກຫນ້ອຍຫນຶ່ງ… ລາວຫັນມາຈ້ອງແນມເບິ່ງຂ້ອຍ ແລະຍິ້ມອອກມາ
“ແຕ່ວ່າ… ມັນຄົງຈະຜ່ານເລື່ອງລາວມາຫລາຍເນາະ!”
…(ຈົບ)
ເລື່ອງ "ຊີວິດຂອງ..." ເປັນເລື່ອງທີ່ແຕ່ງໄວ້ຂ້ອນຂ້າງຈະດົນແນ່ລະ ປະມານ 2 ປີໄດ້ ມີ່ເກັບມາຂຽນລົງຄອມ ແລະຮຽບຮຽງໃຫມ່ຫນ້ອຍຫນຶ່ງ ເລື່ອງນີ້ເປັນເລື່ອງສັ້ນທີ່ດີທີ່ສຸດເທົ່າທີ່ເຄີຍແຕ່ງ ແຮະໆ
ມີ່ເຊື່ອງຂໍ້ຄິດຫນ້ອຍຫນຶ່ງໃສ່ໃນເລື່ອງສັ້ນເລື່ອງນີ້ ກະ ແລ້ວແຕ່ຄົນອ່ານຈະເອົາໄປຄິດກະແລ້ວກັນ ^^
ໃຜທີ່ອ່ານແລ້ວກະ ສະແດງຄວາມຄິດເຫັນໃຫ້ແນ່ເດີ້ >< ຢາກຮູ້ວ່າ ຕອນທີ່ອ່ານ ແຕ່ລະຄົນຄິດແນວໃດ
* ຂອບໃຈທຸກທ່ານທີ່ເຂົ້າມາອ່ານ
** ຂອບໃຈສຳລັບທຸກຄຳຄິດເຫັນ
*** ຫ້າມນຳເລື່ອงສັ້ນເລື່ອງນີ້ໄປໃຊ້ ດັດແປງ ແກ້ໄຂ ຫລືເຜີຍແຜ່ໂດຍບໍ່ໄດ້ຮັບອະນຸຍາດເນີ້ ^^
ສະຫລຸບຜົນສຳຫລວດ ແນວນິຍາຍທີ່ມັກ
ໃນ poll ນີ້ ມີຄົນໂຫວດຫລາຍທີ່ສຸດແມ່ນ ແນວຄວາມຮັກ ຄະແນນສຽງ 7 ຄະແນນ... (ແນວອື່ນໆກະສູສີກັນແຮະ)
ຊັ້ນກະຕົກລົງວ່າມີ່ຈະຂຽນນິຍາຍແນວຄວາມຮັກເນີ້ ວາງໂຄງເລື່ອງໄວ້ແລ້ວລະ ຍັງເຫລືອແຕ່ເນື້ອເລື່ອງ... ວ່າຈະຂຽນບໍ່ຍາວຫລາຍ ແຕ່ກະບໍ່ຮູ້ວ່າຈະຂຽນໄດ້ຮອດໃສ ແຮະໆ
ເລື່ອງທີ່ຈະຂຽນ ເປັນນິຍາຍຮັກເສົ້າໆນໍ້ ຂຽນໄປແລ້ວຕອນຫນຶ່ງ ໄວ້ຂຽນໄດ້ຫລາຍໆຕອນລະຈຶ່ງຈະເອົາມາລົງ ອິອິ