ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

 ຖືເອົາໂອກາດດີປີໃໝ່ທີ່ຫາກະມາເຖິງຍັງບໍ່ຮອດຊາວຊົ່ວໂມງ
ແຕ່ຖົງສົ້ງຫາກຮູ້ສືກແລ້ວ

ບໍ່ຮູ້ວ່າທາງວຽງຈັນກະຊິພາກັນຮູ້ສືກວ່າມັນຈະເບົາຂື້ນກວ່າເກົ່າຄືກັນບໍ


ທາງພີ້ແມ່ນວ່າທຸກຢ່າງແມ່ນແຕ່ປີ້ຣົຖໄຟກະຍັງແພງຂື້ນ,

ປີ້ຣົຖເມ..ອີກຄານ້ຳຄ່າໄຟຈະແລ່ນໄຫຼຕາມກັນມາ..


ຫາກວ່າບ້ານເຮົາມີໄຟຟ້າໃຊ້ກັນອຶກທຶກຄົງບໍ່ຂື້ນຣາຄາ..ແຕ່ໃຜຊິໄປຮູ້ນຳໄດ້..


ແຕ່ທັງໝົດມັນກະເປັນໄປຄືກັບກົດເກນຂອງທັມມະຊາດທີ່ຕ້ອງຂື້ນ.

.ແຕ່ບໍ່ມັກລົງ..

ອັນຣາຄາສີນຄ້າຫຼືແຄ່ງຂາງາມໆກະດາຍ..

ແຕ່ຢາກວ່າແນວອື່ນ


ຄຶຢາກຂໍອ່ວຍພອຣໃຫ້ທຸກຄົນໃນພັນລາວຫຼືນອກພັນລາວນີ້ຈົ່ງມີແຕ່ຄວາມຜາສຸຂສຳຣານຕຼອດດີຖີປີໃໝ່

ກາຍໄປແລ້ວກະພະຍາຍາມໃຫ້ມັນສຸຂິສຸຂີໄປນານໆ


ຫາກວ່າໃຜປີກາຍເປັນໜີ້ມີສີນກະໃຫ້ຫາໄດ້ໃຊ້ເຂົາຄືນຈົນໝົດກ້ຽງ

ແລ້ວປະໄວ້ເປັນມູນໃຫ້ລູກໃຫ້ຫຼານພໍຊິໄດ້ເປັນສິ່ງຄ້ຳປະກັນອານາຄົດໃຫ້ສົດໃສ..


ແຕ່ມັນຈະສົດໃສພຽງໃດໃຜບໍ່ຮູ້ນຳດອກ

ທີ່ຮູ້ແທ້ແມ່ນ ໜີ້ສີນໃໝ່ທີ່ໜັກໜ່ວງທີ່ສຸດຄືເງິນທີ່ໄປກູ້ຈາກຈີນມາສ້າງທາງຣົຖໄຟຫັ້ນ
ເຈັດໂກດໂດລາ ລ້າໆໆດອກ..

ຈັ່ງໃດກະຍິ້ມໄວ້ເດິພີ່ນ້ອງ
ເພາະມີແນວດຽວທີ່ຍັງບໍ່ຈຳເປັນຕ້ອງຍືມເງິນມາຄ້ຳປະກັນ!!!


ຂໍໃຫ້ປີ 2013ຈົ່ງນຳມາແຕ່ຄວາມຢູ່ດີມີແຮງ
ກາຍນັ້ນມັນຫາກຊິມານຳເອງ...