ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

ຂໍເປີດສາກທີ່ອາຈບໍ່ມີຄວາມສຳຄັນຫຼາຍປານໃດ,ແຕ່ກໍຈະຂຽນຢ້ຳລົງໄປ.

ຢູ່ບ້ານເຮົາມີຮີດສີບສອງຄອງສີບສີ່ຮີດຍີ່ຄອງຈຽງ.ໃນປະເທດທີ່ ຜຂ ອາສັຍຢູ່ເຂົາເຈົ້າກໍມີຂນົບທຳນຽມຂອງເຂົາເຈົ້າ

ທີ່ຫນ້າສັນໃຈຢູ່ບໍ່ນ້ອຍ.ຈະຂໍເວົ້າເຖີງການຫົດນ້ຳໃນປະເທດໂປໂລຍຫຼືໂປແລນ.ຢູ່ປະເທດນີ້ເຂົາຈະມີບຸນຕ້ອນຮັບຣະດູ

ໃບໄມ້ປົ່ງ.ໃນຣະດູນີ້ເປັນໂອກາດອັນສຳຄັນສຳຫຼັບພືກສານາໆພັນທີ່ທັງສັດສາວາສີ່ງ,ພາຍຫຼັງຣະດູຫນາວອັນຍາວນານ

ກໍຈະກັບມາອອກດອກອອກໃບອີກເທື່ອໃຫມ່,ສ່ວນຫມູ່ສັດຕ່າງໆກໍຈະອອກລູກອອກເຕົ້າກັນທົວ່ໄປເປັນການເຣີ້ມຕົ້ນອີກເທື່ອຫນື່ງ.

ງານບຸນນີ້ມີຢູ່ໃນມວນຊົນທາງສາສນາຊາວຄາໂທລິກໃນໂລກ ມັນກ່ຽງກັບສາສນາແລະປະປົນກັນກັບຄວາມເຊື່ອຖືທາງຮີດຄອງ-

ປະເພນີນຳດ້ວຍໃນອະເມຣິກາຫຼືອັງກິດເຂົາເອີ້ນເປັນບຸນ`ອີສເຕີ`,ຢູ່ຝຼັ່ງກໍບຸນ `ປັກ`.ຢູ່ໂປໂລຍພິທີບຸນນີ້ມັນຍືດເຍື້ອເປັນເວລາຫຼາຍວັນ

ຕໍ່ເນື່ອງກັນ:..ຮອດວັນສຸກຊາວໂປໂລຍຜູ້ເຄັ່ງສາສນາກໍຈະບໍ່ພາກັນກີນອາຫານປະເພດຊີ້ນ,ວັນເສົາແຕ່ເຊົ້າໆກໍຈະພາກັນເອົາໄຂ່ແລະຮູບໄກ່,

ແບ້ແລະກະຕ່າຍປັ້ນທີ່ໄດ້ກະຕຽມກັນໄວ້ເອົາໄສ່ກະຕ່າໄປໂບດເພື່ອໃຫ້ຄຸນພໍ່ສວດມົນໄສ່ທັງໃຫ້ພອນ.ຫນ່ວຍໄຂ່ທີ່ເອົາໄປໃຫ້

ຄຸນພໍ່ໃຫ້ພອນນັ້ນເປັນໄຂ່ທີ່ແຕ່ງແຕ້ມຫຼືຟອກສີນາໆສີຢ່າງສວຍງາມ.ນອກເຫນືອໄປກວ່ານັ້ນແມ່ບ້ານກໍໄດ້ປູກຫຍ້າ(ເຂົ້າ)ໄສ່ຈານ

ສາມສີ່ວັນກ່ອນມື້ບຸນຈະມາເຖີງ ພໍຮອດມື້ບຸນຫຍ້ານັ້ນກໍສູງປະມານສາມສີ່ເຊັນ ຂຽວອຸ່ມທຸ່ມດີ,ບາດວ່າກັບມາແຕ່ໂບດແລ້ວກໍເອົາໄຂ່ນັ້ນມາວາງໄວ້ເທີງຫຍ້ານັ້ນເປັນການເອ້ໂຕະອາຫານໃນຍາມບຸນນີ້ເພື່ອເປັນສີຣິມົງຄຸນ.

ຮອດຕອນເຊົ້າຂອງວັນອາທີດມື້ບຸນແທ້ໆກ່ອນກີນເຂົ້າເຊົ້າເຂົາເຈົ້າໄດ້

ເອົາໄຂ່ຕົ້ມໃຫມ່ໆມາປອກເປືອກແລ້ວຕັດເປັນເຟື້ອງຂື້ນກັບວ່າໃນຄອບຄົວຫຼືຜູ້ມາຮ່ວມສັງສັນເຮັດບຸນນຳກັນນ້ອຍມາກເທົ້າໃດກໍແບ່ງ

ອອກເກີນຈຳນວນຄົນທີ່ຈະເຂົ້າຮ່ວມປັ້ນເຂົ້າເຊົ້ານຳກັນຢ່າງນ້ອຍກໍເຟື້ອງຫນື່ງເພື່ອວ່າບາງທີຈະມີແຂກທີ່ບໍ່ໄດ້

ຖືກເຊີນມາຢ້ຽມຢາມຢ່າງບັງເອີນກໍພໍຈະມີສີ່ງໃດໄວ້ເປັນການຮັບຕ້ອນ(ແຕ່ກໍບໍ່ສະເມີໄປບໍ່ເຫມຶອນຍາມບຸນຄຣີສມາສ).

ສ່ວນໄຂ່ທີ່ເອົາກັບມາແຕ່ໂບດນັ້ນເປັນພຽງເຄື່ອງເອ້ບໍ່ສູ້ມີໃຜເອົາມາກີນ.

ເປັນຫຍັງຈື່ງກ່າວເຖີງເຟື້ອງໄຂ່ນີ້?

ເຫດກໍມີຢູ່ວ່າຊາວໂປໂລຍເນື່ອງໃນໂອກາດນີ້ເຂົາພາກັນເອົາໄຂ່ເຟື້ອງນີ້ມາເປັນສື່ໃນການອ່ວຍໄຊໃຫ້ພອນແກ່ກັນ

(ດັ່ງບ້ານເຮົາເອົາຝ້າຍຜູກແຂນແທນ)ດ້ວຍການຫັກເອົາໄຂ່ພຽງເລັກນ້ອຍຂອງກັນແລະກັນເປັນການອ່ວຍພອນຕໍ່ກັນ

ໃຫ້ຢູ່ດີມີແຮງໂຊກລາບໃຫ້ພົບຄວາມສຸກສົມຫວັງໃນຊີວີດ.ກ່ອນອື່ນຫມົດກໍອ່ວຍໄຊໃຫ້ພອນແກ່ແມ່ບ້ານ.ຫຼັງຈາກອ່ວຍໄຊ

ໃຫ້ພອນຕໍ່ກັນແລ້ວກໍພາກັນກີນເຂົ້າເຊົ້າຂອງບຸນຢ່າງແຊບນົວ,ມີທັງອາຫານປະເພັດປາ,ຊີ້ນຫຼາຍໆເຍື່ອງທັງຂນົມຫວານ

ຕ່າງໆທີ່ແມ່ບ້ານຈັດກຽມໄວ້.ຈະນວນເຍື່ອງຂອງອາຫານເຊົ້ານີ້ສຳຄັນມັນມີຫຼາຍໆເຍື່ອງຂື້ນກັບຄວາມມັ່ງຄັ້ງຂອງຄອບຄົວນັ້ນໆ.

ແຕ່ໃນສະໄຫມຣະບອບສັກດີນາເກົ່າກ່ອນເຂົາມີອາຫານເປັນສີບໆຢ່າງ.

ເແຕ່ໃນທີ່ນີ້ຈະບໍ່ເອົາມາກ່ວາກຖີງອາຫານການກີນນັ້ນ ກັບມາຫາການຫົດນ້ຳເຮົາດີກວ່າ.

ໃນວັນທີສອງຂອງບຸນ ສ່ວນຫຼາຍມັກຈະຕົກຖືກວັນຈັນ,ໃນປີນີ້ກໍແມ່ນວັນຈັນ ວັນທີ ໑໓ ຂອງເດືອນ ເມສາ ທີ່ຈະເຖີງນີ້.

ງານບຸນນີ້ມັກຈະຢູ່ໃນຣະຫວ່າງດຽວກັນກັບບຸນປີໃໜ່ໃນບ້ານເຮົາ. ແຕ່ເຊົ້າໆ,ສ່ວນຫຼາຍຄົນໃນເຮືອນຜູ້ຕື່ນກ່ອນຫມູ່ມັກຈະມີ

ປຽບເພາະສວຍໂອກາດເອົານ້ຳໄປຫົດຫມູ່ຜູ້ອື່ນທີ່ຍັງນອນບໍ່ທັນຕື່ນ,ຖືເປັນຮີດຄອງແລະກໍເປັນການຢອກກັນຕາມປະເພນີທີ່ເຄີຍມີມາ.ການຫົດນ້ຳໃນບ່ອນນອນບໍ່ແມ່ນວ່າຈະຫົດກັນຈົນປຽກຮອດສົ້ງຊ້ອນໃນດອກ(ຈັ່ງໃດໃຜກໍບໍ່ນຸ່ງສົ້ງຊ້ອນໃນເມື່ອຍາມນອນຈັກຄົນດອກ)ຫົດກັນພໍໃຫ້ເປັນສັນຍາລັກແລະພິທີເພື່ອປຸກກັນມາກີນເຂົ້າເຊົ້າກໍມີ ແຕ່ສ່ວນໃຫຍ່ກໍເປັນການຢອກເຍົ້າກັນທັມມະດາ ແຕ່ ໃນຖນົນຫົນທາງແລ້ວພວກເດັກເລັກເດັກນ້ອຍນັ້ນມັນພາກັນເອົາຈີງເອົາຈັງແທ້ໆ ມີທັງຄຸທັງຖົງນ້ຳ,ບາງບ່ອນກໍມີຮອດສາຍທໍ່ນ້ຳທັ່ງໃສ່ກັນ

ບາດດຽວໂລດ.ແລ່ນໄລ່ກັນແບບບ້ານເຮົາເລີຍບໍ່ມີຜີດ.ຜູ້ແສ້ຜູ້ສາວກໍປຽກ ອ໋ອບຍ໋ອບໄປຫມົດທຸກຄົນຫາກຫຼີກບໍ່ວີດຫຼືແລ່ນຫນີບໍ່ມົ້ມ.

ຢູ່ທາງບ້ານນອກບ້ານນາກໍຄືກັນເຂົາພາກັນຫົດນ້ຳແບບໂລດໂຜນຂນາດ.ມີບາງຄົນໂດຍສະເພາະຄົນຫນຸ່ມບ່າວສາວທີ່ມີຄວາມສົນໃຈ

ຕໍ່ກັນກໍຈະມາເຝົ້າ,ລໍຖ້າແຄມບ້ານແຄມເຮືອນຫາກຜູ້ສາວຄົນໃດເຜີຕົວກໍຈະຖືກອູ້ມເອົາໄປຍັດລົງອ່າງຂ້າງນ້ຳສ້າງ(ທີ່ມີນ້ຳປະຈຳ

ສະເມີສຳຫຼັບໃຫ້ສັດບ້ານດື່ມກີນທຸກໆວັນ).ບາງທີກໍເອົານ້ຳເປັນຄຸໄລ່ຫົດຫຼືສາດໄສ່ກັນຈົນວ່າປຽກຫມົດແຕ່ຫົວຮອດຕີນ.ການຫົດນ້ຳ

ນີ້ມັກຈະມີແຕ່ຕອນເຊົ້າຫາບ່າຍນ້ອຍຫນື່ງກ່ອນກີນເຂົ້າທ່ຽງ.

ທີ່ຫນ້າສັງເກັດອີກຢ່າງຫນື່ງກໍຄືບາງປີອາກາດນັ້ນຍັງຫນາວແຕ່ບັນດາພວກຫົດນ້ຳເຂົາເຈົ້າກໍບໍ່ສົນໃຈ,ເບີ່ງເດັກນ້ອຍບາງຄົນຖືກ

ຫມູ່ຫົດສົງຈົນປຽກແຕ່ກໍຍັງບໍ່ກັບເຮືອນ,ຫນາວຈົນຄາງກະໄຕສັ່ນກອກໆກໍຍັງສູ້ໄປນຳຫມູ່. ເພາະການຫົດນ້ຳຈັ່ງຊີ້ ເພື່ອຫຼີກລ້ຽງ

ການປຽກຊຸ່ມ,ດັ່ງນັ້ນຫຼາຍໆຄົນຈື່ງໂຈ໋ະໃນການອອກນອກບ້ານກ່ອນເຂົ້າທ່ຽງແມ້ແຕ່ຜູ້ທີ່ຈະໄປໂບດໄປຫຍັງກໍດີ.

ຫາກແມ່ນອະດີດນັກສືກສາລາວທີ່ຮຽນຈົບມາແຕ່ໂປໂລຍມີໂອກາດເຂົ້າມາໃນຫນ້ານີ້ກໍຄົງຍັງພໍຈົດຈຳໄດ້ດີ.

 

Delicious Digg Fark Twitter