ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ດິນແດນຄົນດີ

……………………………………….

ອງຝັ່ງຂອງພວກທ່ານ  ເພີ່ນເອີ້ນ  ເຂດຄົນດີ

ມີສີນທັມປະຈຳໃຈ  ບໍ່ຫວັ່ນໄຫວ  ດອກພໍ້ດີ

ສອງຝັ່ງຂອງເຮົານີ້  ແດນຄົນດີ  ມາເກີດຢູ່

ທັມມະຊາດເພີ່ນກໍ່ຮູ້  ບໍ່ມາຂ້າ  ໄດ້ຢູ່ດີ

ຜືນແຜ່ນດິນບ່ອນນີ້  ນັ້ນກໍ່ບໍ່  ມີໄຫວ

ພູເຂົາໄຟບໍ່ມີ  ລະເບີດຕຶ່ງ  ເດີ້ດັງຕຶ້ງ

ພາຍຸເຮີລິເຄັນນັ້ນ  ທໍນາໂດ  ກໍ່ບໍ່ຜ່ານ

ເສັ້ນທັມເປັນຜ້າມ່ານ  ມາບັງໄວ້  ຄູ່ສູ່ແນວ

ທັມມະຊາດຄາດແຄ້ວ  ເຂດມະນຸດ  ຮັກສາສີນ

ຫ່າບໍ່ລົງມາກິນ  ຖິ່ນຄົນ  ເດີ້ບຸນເຈົ້າ

ເຖີງຄອງຂອງພະອິນເຫງ້າ  ເພີ່ນເອົາ  ລົງມາຮ່ອນ

ລອດມາເກິດບ່ອນນີ້  ຄົນດີແທ້  ໃຝ່ພະທັມ

ສອງຝັ່ງຂອງເຂດກ້ຳ  ຄົນມີວາດ  -ສນາສູງ

ແມ່ນອີຫລີໃດ໋ລຸງ  ດອກຝັ່ງຂອງ  ສອງນ້ຳ

ບຸນໄດ້ມາເຫັນນ້ຳ   ລຳຂອງ  ປະເສີດສ່າ

ລືສິບຫົກແຜ່ນຟ້າ  ດອກສິບຫ້າ  ດອກແຜ່ນດິນ

ເວົ້າກະບໍ່ປຽນປິ້ນ  ດິ້ນກະບໍ່  ຕໍແຫລ

ໃຈຊື່ຕົງປານທຽນ  ນັ້ນຄຳຂວັນ  ຂຽນໄວ້

ປາກກັບໃຈກົງກັນແທ້  ຄົນເຂົ້າໜຽວ  ບໍ່ຫຼຽວລ່າຍ

ທ່ຽງປານທາດທີ່ລີ້  ບໍ່ມີເລ່  ດອກຫຼ່ຽມລາຍ

ຍາມສິຄາດເຄື່ອນຍ້າຍ  ໄປຢູ່  ປາສມໄຜ

ຖືກແຕ່ຄົນໃຈຍັກ  ດອກໝູ່ມານ  ນໍໃຈລ້ຽວ

ຄອຍແຕ່ຫາວິທີບ້ຽວ  ກິນແຮງ  ແລ້ວຕົວະລ່າຍ

ຄົນຂ້າວໜຽວຈັ່ງບັກອ້າຍ  ບໍ່ໃຈຮ້າຍ  ຫຼອກຫຼັງເຂົາ

ໃຈບໍ່ລົມບໍ່ເມ້າ  ສັດຊີ່  ນັບຖືພະ

ທັມມະມີປະຈຳໃຈ  ບໍ່ຊ່າງໄລ  -ລາລ້າງ

ເກີດເປັນຄນພາກັນສ້າງ  ແຕ່ຄວາມດີ  ຢູ່ໄຫວ່ໆ

ບໍ່ມີໄພຕໍ່ບ້ານ  ເມືອງແທ້  ເພີ່ນຜູ້ໃດ໋

ຄົນພັນນີ້ໃຫ້ຈື່ໄວ້  ບໍ່ເວົ້າໜ່າຍ  ບໍ່ໂກຫົກ

ເຊື່ອວ່າມີນະລົກ  ບາບກັມ  ດອກມີແທ້

ຈຶ່ງວ່າຫຼາຍທີແພ້  ຄົນໂກງ  ເສຍທ່າ

ກັມບໍ່ມີຊາດໜ້າ  ຈຶ່ງພໍຮູ້  ຝ່າຍອະທັມ

ໄຜໄດ້ເກີດຢູ່ກ້ຳ  ສອງຝັ່ງ  ຂອງໂຂງ

ສິບໍ່ມີຄົນໂກງ  ເກີດແຜ່ນດິນ  ໃນຕອນນີ້

ເປັນແດນທັມພຸດໂທຊີ້  ສະຫວັນມີ  ດອກຄອຍລ່ຳ

ສອງຝັ່ງຂອງເຂດກ້ຳ  ສະຫວັນຟ້າ  ອາດສົ່ງມາ  ແທ້ແລ້ວ…