ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ດິນແດນຄົນດີ

……………………………………….

ອງຝັ່ງຂອງພວກທ່ານ  ເພີ່ນເອີ້ນ  ເຂດຄົນດີ

ມີສີນທັມປະຈຳໃຈ  ບໍ່ຫວັ່ນໄຫວ  ດອກພໍ້ດີ

ສອງຝັ່ງຂອງເຮົານີ້  ແດນຄົນດີ  ມາເກີດຢູ່

ທັມມະຊາດເພີ່ນກໍ່ຮູ້  ບໍ່ມາຂ້າ  ໄດ້ຢູ່ດີ

ຜືນແຜ່ນດິນບ່ອນນີ້  ນັ້ນກໍ່ບໍ່  ມີໄຫວ

ພູເຂົາໄຟບໍ່ມີ  ລະເບີດຕຶ່ງ  ເດີ້ດັງຕຶ້ງ

ພາຍຸເຮີລິເຄັນນັ້ນ  ທໍນາໂດ  ກໍ່ບໍ່ຜ່ານ

ເສັ້ນທັມເປັນຜ້າມ່ານ  ມາບັງໄວ້  ຄູ່ສູ່ແນວ

ທັມມະຊາດຄາດແຄ້ວ  ເຂດມະນຸດ  ຮັກສາສີນ

ຫ່າບໍ່ລົງມາກິນ  ຖິ່ນຄົນ  ເດີ້ບຸນເຈົ້າ

ເຖີງຄອງຂອງພະອິນເຫງ້າ  ເພີ່ນເອົາ  ລົງມາຮ່ອນ

ລອດມາເກິດບ່ອນນີ້  ຄົນດີແທ້  ໃຝ່ພະທັມ

ສອງຝັ່ງຂອງເຂດກ້ຳ  ຄົນມີວາດ  -ສນາສູງ

ແມ່ນອີຫລີໃດ໋ລຸງ  ດອກຝັ່ງຂອງ  ສອງນ້ຳ

ບຸນໄດ້ມາເຫັນນ້ຳ   ລຳຂອງ  ປະເສີດສ່າ

ລືສິບຫົກແຜ່ນຟ້າ  ດອກສິບຫ້າ  ດອກແຜ່ນດິນ

ເວົ້າກະບໍ່ປຽນປິ້ນ  ດິ້ນກະບໍ່  ຕໍແຫລ

ໃຈຊື່ຕົງປານທຽນ  ນັ້ນຄຳຂວັນ  ຂຽນໄວ້

ປາກກັບໃຈກົງກັນແທ້  ຄົນເຂົ້າໜຽວ  ບໍ່ຫຼຽວລ່າຍ

ທ່ຽງປານທາດທີ່ລີ້  ບໍ່ມີເລ່  ດອກຫຼ່ຽມລາຍ

ຍາມສິຄາດເຄື່ອນຍ້າຍ  ໄປຢູ່  ປາສມໄຜ

ຖືກແຕ່ຄົນໃຈຍັກ  ດອກໝູ່ມານ  ນໍໃຈລ້ຽວ

ຄອຍແຕ່ຫາວິທີບ້ຽວ  ກິນແຮງ  ແລ້ວຕົວະລ່າຍ

ຄົນຂ້າວໜຽວຈັ່ງບັກອ້າຍ  ບໍ່ໃຈຮ້າຍ  ຫຼອກຫຼັງເຂົາ

ໃຈບໍ່ລົມບໍ່ເມ້າ  ສັດຊີ່  ນັບຖືພະ

ທັມມະມີປະຈຳໃຈ  ບໍ່ຊ່າງໄລ  -ລາລ້າງ

ເກີດເປັນຄນພາກັນສ້າງ  ແຕ່ຄວາມດີ  ຢູ່ໄຫວ່ໆ

ບໍ່ມີໄພຕໍ່ບ້ານ  ເມືອງແທ້  ເພີ່ນຜູ້ໃດ໋

ຄົນພັນນີ້ໃຫ້ຈື່ໄວ້  ບໍ່ເວົ້າໜ່າຍ  ບໍ່ໂກຫົກ

ເຊື່ອວ່າມີນະລົກ  ບາບກັມ  ດອກມີແທ້

ຈຶ່ງວ່າຫຼາຍທີແພ້  ຄົນໂກງ  ເສຍທ່າ

ກັມບໍ່ມີຊາດໜ້າ  ຈຶ່ງພໍຮູ້  ຝ່າຍອະທັມ

ໄຜໄດ້ເກີດຢູ່ກ້ຳ  ສອງຝັ່ງ  ຂອງໂຂງ

ສິບໍ່ມີຄົນໂກງ  ເກີດແຜ່ນດິນ  ໃນຕອນນີ້

ເປັນແດນທັມພຸດໂທຊີ້  ສະຫວັນມີ  ດອກຄອຍລ່ຳ

ສອງຝັ່ງຂອງເຂດກ້ຳ  ສະຫວັນຟ້າ  ອາດສົ່ງມາ  ແທ້ແລ້ວ…

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຈຳປາໃນດວງໃຈ

ຜູ້ປະພັນ  ໄຊສຸວັນ  ແພງພົງ

ນັກບິນ - ກວີ - ນັກຂຽນ  ລາວ-ອເມຣິກັນ

ເປັນໜຶ່ງໃນກວີດີເດ່ນ  ໃນສຕະວັດທີ່ ໒໐  ຂອງ America at The Millenium

ຄົນຮ້ອງແມ່ນຄົນອຸບົນ

 

 

ເນື້ອຮ້ອງ-ທຳນອງ: ໄຊສຸວັນ ແພງພົງ
ສ້າງດົນຕຣີ:
ໜ່ອງ ທະນະກຣິດ ຈົງຈິຕ
ຂັບຮ້ອງ:
Jenny ເຈນຈິຣາ ທານະມັຍ
ສຽງເພງແທ້ ໃນຊຸດ "ຝາກໃຈໄປລາວ"

ຈຳປາ... ກິ່ນຫອມລອຍມາສູ່ໃຈ
ຍາມຈາກພາກໃກ ຊ່ວນໃຫ້ຣຶໄທອາວອນ
ຄິດເຖິງບ້ານເກົ່າ ຖິ່ນເຮົາຊົ້ນຫົວຫລັບນອນ
ຂັບລຳຄຳກອນ ກ່ອມໃຈປະສານສຽງແຄນ


ຈຳປາ... ກິ່ນຫອມຝັງດວງວິນຍານ
ຂາວເຫລືອງຕະການ ເບັ່ງບານໃຈລາວທົ່ວແດນ
ເມື່ອຍາມເຫີນຫ່າງ ແຮມຮ້າງຍາດມິດໃກແສນ
ແວ່ວຫວານສຽງແຄນ ກົ້ວກິ່ນຈຳປາຝັງໃຈ
 

 

ດວງ... ຈຳປາເຈົ້າເອີຍ
ຫອມບໍ່ຮູ້ເຫີຍ ບໍ່ເຄີຍຫລົງພັນລືມໄລ
ຫລາຍເຊັ່ນຄົນມາ ຈຳປາເປັນສື່ສາຍໃຍ
ເຖິງເນົາແດນໃດ ກິ່ນເຈົ້າລອຍໄປເອີ້ນຂວັນ


ຈຳປາ... ກິ່ນຫອມຝັງໃຈບໍ່ຈາງ
ຫອມບໍ່ເວັ້ນວາງ ຝາກຝັງຮັກໝັ້ນດອມກັນ
ກິ່ນຊູນດວງຈິດ ຫວນຄິດເຖິງສາຍເຜົ່າພັນ
ຕາບຊົ່ວນິຣັນ ຮັກກັນໃນດວງຈຳປາ

ທີ່ເອົາມາໃຫ້ຟັງກ່ອນນີ້ແມ່ນເປັນ  Demo  ເຊີ້ງຈະມີການອັດແລະຈັດທຳດົນຕຣີໃຫມ່ອີກຄັ້ງນຶ່ງ

ໂດຍຈະມີສຽງດົນຕຣີ  ພິນ  ແຄນ  ແລະງານມາສເຕີ້ສິແລ້ວເສັດໃນຕົ້ນເດືອນໜ້າປີ ໒໕໕໓  ນີ້

ແລະຈະມີການວາງແຜນຂາຍທົ່ວໂລກໃນວັນທີ່ ໑໔  ກຸມພານີ້

ຂໍຂອບໃຈ 

.......................................................................................................

www.yellowstudio.us

http://www.oknation.net/blog/keepitup/2009/12/16/entry-1

http://www.laopress.com/images/artists/jenny/index.htm

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

ມີຄະນະສິນລະປິນແຫ່ງຊາດທັ້ງ ສປປ.ລາວ ແລະ ຮາຊະອານາຈັກໄທ  ສັມມະນາຄວາມຮັກແພງຂອງພີ່ນ້ອງສອງຝັ່ງ

ນັດກໍ່ເປັນຄົນໜຶ່ງທີ່ມີໂອກາດໄດ້ເຂົ້າຮ່ວມງານສັມມະນາຮັກແພງພີ່ນ້ອງສອງຝັ່ງໃນຄັ້ງນີ້  ບັນຍາກາດເປັນກັນເອງແລະໜ້າຊົມເຊີຍ

ຂໍຂອບໃຈ        http://cac.kku.ac.th/laos

ວັນທີ່ 24/10/08  ຕອນທີ່ ໑

ວີດີໂອໂຄງການສານສັມພັນພີ່ນ້ອງລາວ -ໄທ
“ວັນນະກັມ ດົນຕຣີ ກວີ ສິນ ສອງຝັ່ງຂອງ"
ວັນທີ່ ໒໔  ຕຸລາ ໒໐໐໘
 
  
  
       
   
   
    
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

   DOO JIT THE SERIE 2009   

ຂໍຂອບໃຈຜູ້ໃຫ້ການສະຫນັບສະຫນຸນ ໂດຍບໍ່ມີການຂໍອະນຸຍາດ ^^

...........................................................................................................................................

   "ເຮົາພະຍາຍາມເວົ້າຫາຢູ່ຕະຫຼອດເວລາວ່າ "ສະຕິປັນຍາ"
ເຮົາໃຊ້ປັນຍາຢູ່ສະເໝີກໍ່ຈິງຢູ່  ແຕ່ສະຕິນັ້ນແທ້ຈິງແລ້ວ
ເຮົານຳອອກມາໃຊ້ນ້ອຍໂພດ ທັ້ງທີ່ສະຕິນັ້ນມີຄຸນຄ່າຢ່າງຫຼວງຫຼາຍຕໍ່ຊີວິດ
ແລະຈຳເປັນແກ່ຊີວິດ ມັນມີຄຸນຄ່າເຫຼືອທີ່ຈະປະມານໄດ้"  

...............................................................................................................................................

   ຕອນທີ່ 1  ເກັບສັມພາຣະຕາມຫາສະຕິທີ່ຫາຍໄປ      

ຫາກທ່ານລອງສັງເກດຫຼືມອງເຈົ້າຂອງໃຫ້ດີຈະເຫັນວ່າ ຄວາມເລວຮ້າຍໃນຊີວິດຂອງຄົນເຮົາລ້ວນມາຈາກການຂາດສະຕິທັ້ງສິ້ນ ເຊັ່ນ ການໂກດຫັວຟັດຫົວເສຍ  ການທະເລາະຕົບຕີກັນໃນບ້ານ  ການຈີ້ປົ້ນລົກເລັກຂີ້ຂະໂມຍ  ແຟນລັກມີຊູ້  ຕິດການພະນັນ ກິນເຫຼ້າເມົາຍາ ຯ ໂດຍຮວມຄືການລະເມີດສີນ ໕  ອັນເປັນທັມແຫ່ງຄວາມ "ທັມມະດາ" ຂອງຄົນເຮົາ

ຄົນເຮົາທຸກຄົນລ້ວນມີກິເຫຼດຕັນຫາ ມີຄວາມໂລບ ຄຽດງ່າຍ  ຫຼົງງ່າຍກັນທຸກຄົນ ດັງນັ້ນຫາກຂາດສະຕິຍາມໃດລ່ະ ກໍ່ພ້ອມທີ່ຈະເຜີເຮັດຊົ່ວຂຶ້ນມາທັນທີ ໃນຂະນະທີ່ກັມດີອັນໄດ້ແກ່ ທານ ສີນ ພາວະນາ ກໍ່ແທບຈະບໍ່ໄດ້ເຮັດເລີຍ

 

ຮູບປະກອບ Sirie ຮູບທີ່ທຳອິດ ຊື່ "ໂລບ ໂກດ ຫຼົງ  ລູກສາວຈອມມານອັມມະຕະ"

                 ານມີສະຕິເລີຍຄ້າຍໆກັບເປັນແນວຄວບຄຸມໃຫ້ເຮົາມີຄວາມເປັນ "ທັມມະດາ" ຄືຢູ່ໃນກອບຂອງສີນ ເຊັ່ນ ຍາມເຮົາຄຽດຫຼາຍໆ ກະສິຮູ້ຕົວບໍ່ເຮັດການວ່າດ່າໃຜ  ໂລບມາກກໍ່ຈະຮູ້ຕົວບໍ່ໄປຫາລັກເລັກຂີ້ຂະໂມຍເອົາຂອງໃຜຫຼືໂກງໃຫ ຯ ດັງນັ້ນກັມຊົ່ວເລີຍແທບສິບໍ່ສາມາດເກີດຂຶ້ນໄດ້ເລີຍ  ໃນຂະນະທີ່ຝ່າຍກັມດີຄື ສີນແລະພາວະນາໄດ້ເຮັດທຸກມື້ຈນເປັນອາຈີນ

ເມື່ອປຽບທຽບຝ່າຍທີ່ບໍ່ຄ່ອຍມີສະຕິກັບຝ່າຍທີ່ສະຕິດີໃນທາງຄະນິດສາດກໍ່ຈະເຫັນພາບຢ່າງຊັດເຈນ ຝ່າຍທຳອິດນັ້ນເບີ່ງແລ້ວກະສິມີເຣື່ອງໃຫ້ຕິດລົບຢູ່ເຣື່ອຍໆ ອາດສິໄດ້ຄະແນນບວກແດ່ບາງເທື່ອ ສ່ວນຝ່າຍທີ່ສອງນັ້ນເຣື່ອງຕິດລົບແທບບໍ່ເກີດ ແຕ່ໄດ້ຄະແນນບວກຢູ່ທຸກມື້ ຖ້າເວລາຜ່ານໄປເປັນຫຼາຍເດືອນຫຼາຍປີຜົນຮວມດ້ານກຸສົນກັມຂອງທັ້ງສອງຄົງຈະຕ່າງກັນຢ່າງທຽບບໍ່ຕິດເລີຍທີດຽວ  ນີ້ກະເປັນເຫດຜົນຂໍ້ນຶງ

ແຕ່ທີ່ເຫັນໄດ້ຊັດຄືຄຳສອນຂອງຫຼວງພໍ່ຈລັນ ຖ້າຫາກພິຈາລະນາເບີ່ງກໍ່ແມ່ນເລີຍທີດຽວ ຜູ້ທີ່ມີສະຕິດີມັກຈະເປັນຄົນຂະຫຍັນ ເບີກບານ ມີຄວາມໄວຄັກ  ໄຜມີໜ້າທີ່ອີສັງກໍ່ຈະເຮັດຕາມໜ້າທີ່ເຈົ້າຂອງໄດ້ຢ່າງດີ  ເຊັ່ນເປັນລູກທີ່ດີຂອງພໍ່ແມີ  ເປັນຜົວທີ່ດີຂອງເມຍ ຄອບຄົວອົບອຸ່ນ ການງານກໍ່ຈະມີຄວາມຈະເຣີນກ້າວຫນ້າອັນເກີດຈາກຄວາມຂຍັນຂັນແຂັງ ຄວາມມີສະຕິກໍ່ໃຫ້ເກີດປັນຍາ  ປັນຍາຕາມມາ ສາມາດແກ້ໄຂປັນຫາຊີວີດໄດ້  ນີ້ກາເລີຍເປັນອານິສົງຂອງການຝຶກສະຕິທີ່ເຫັນໄດ້ຊັດເຈນ

ຮູບປະກອບຫຼັງຮູບທຳອິດ ມີຊື່ວ່າ  ກຽມພ້ອມກັນກ່ອນດູຈິດ ຝຶກສະຕິ


ເອົາລ່ະ  ຮຽນຮູ້ເຂົ້າໃຈຄອນເຊັບຮວມກໍ່ພໍ  ຫາກທ່ານມີຂໍ້ສົງໃສປະການໃດສາມາດສຶກສາຕື່ມໄດ້ອີກເດີ້  ສິ່ງສຳຄັນຄືການຮຽນຮູ້ການປະຕິບັດຈາກຄູບາອາຈານໃຫ້ຖືກຕ້ອງແມ່ນຍຳ  ເພື່ອໃຫ້ບໍ່ເດີນຜິດເສັ້ນທາງຫຼືວ່າປະຕິບັດຜິດມັນເສຍເວລາ ເຊີ້ງຂ້ອຍກະພະຍາຍາມໂຮມຂໍ້ມູນໄວ້ໃຫ້ທຸກທ່ານແລ້ວກະພະຍາຍາມມອບສິ່ງດີໆ ໃຫ້ທ່ານໄດ້ສຶກສາ ເຊີ້ງມັນບໍ່ແມ່ນເລື່ອງຍາກທີ່ຫຼາຍຄົນເຂົ້າໃຈເລີຍ  ກົງກັນຂ້າມເປັນທັມມະທີ່ອ່ານງ່າຍກວ່າທີ່ຄຶດຫຼາຍເລີຍຂໍໃຫ້ມີຄວາມສຸກກັນທຸກຄົນເດີ້....

 

   ຕອນທີ່ 2  ດູຈິດຄືອີສັງນໍ້ພີ່ນ້ອງເອີ້ຍ  ເອີງ ເອ້ຍຍ .... ^^      

"ດູຈິດ" ທ່ານທີ່ບໍ່ເຄີຍໄດ້ຍິນອາດສິງົງ ທີ່ຈິງການດູຈິດຄືການ "ຝຶກສະຕິ" ນັ່ນເອງ ... ສະຕິ ແປວ່າຄວາມລະລຶກໄດ້  ດັງນັ້ນການດູຈິດຈຶ່ງບໍ່ໄດ້ມີຄວາມໝາຍອີຫຍັງຊັບຊ້ອນໄປກວ່າ  "ຄວາມຮູ້ສຶກຕົວ" ຍາມໃດທີ່ເຮົາມີຄວາມຮູ້ສຶກຕົວນັ່ນຫມາຍຄວາມວ່າເຮົາມີສະຕິຢູ່ນັ່ນເອງ

ຮູບປະກອບທີ່ ໓  ອັນວ່າສະຕິທາງກາຍຂ້ານ້ອຍ

ຮູ້ສຶກຕົວທີ່ວ່າຄືຮູ້ອີສັງ?
ຫຼາຍຄົນອາດຈະເຄີຍໄດ້ຍິນຄຳວ່າ "ສະຕິປັດຖາານ ໔"  ມາຫຼາຍ  ການມີສະຕິກໍ່ຄືການຝຶກສະຕິປັດຖານ ໔  ສີ່ຢ່າງທີ່ວ່ານັ້ນຄື  ກາຍ  ເວທະນາ  ຈິດ  ທັມ  ຟັງໄປແລ້ວກະອາດສິງົງໄດ້  ເວົ້າງ່າຍໆກໍ່ຄືຍາມໃດເຮົາເກິດຄວາມຮູ້ສຶກໃນສຶ່ງທີ່ຊັດກໍ່ໃຫ້ຮູ້ອັນນັ້ນ  ການຮູ້ນັ້ນຮູ້ອີຫຍັງກໍ່ແມ່ນ ຫາກເຮົາຢ່າງກໍ່ໃຫ້ຮູ້ສຶກຕົວວ່າຢ່າງຢູ່, ນັ່ງກໍ່ຮູ້ສຶກວ່ານັ່ງ. ຍືນກໍ່ຮູ້ສຶກວ່າຍືນ. ນອນກໍ່ຮູ້ສຶກວ່ານອນ.
ດີໃຈກໍ່ຮູ້ສຶກວ່າດີໃຈ. ໂກດກໍ່ໃຫ້ຮູ້ວ່າກຳລັງໂກດ. ສຸກກໍ່ໃຫ້ຮູ້ວ່າສຸກ. ທຸກກໍ່ໃຫ້ຮູ້ວ່າທຸກ. ບໍ່ວ່າທ່ານສິຂະຫຍັບແຂນຊ້າຍ  ແລຂວາ  ຫັນຫນ້າ  ມອງຫລັງ  ເຄື່ອນໄຫວໃດໆ ກ໊ພຽງແຄ່ "ຮູ້ສຶກ" ຮູ້ສຶກທາງກາຍແມ່ນທີ່ເວົ້າມາທັ້ງຫມົດ  ຕໍ່ມາແມ່ນການຮູ້ສຶກທາງໃຈ ຄິດກໍ່ໃຫ້ຮູ້ວ່າຄິດ . ຟຸ້ງຊ່ານກໍ່ໃຫ້ຮູ້ວ່າຟຸ່ງຊ້ານ . ເຜີລືມບໍ່ມີສະຕິກໍ່ໃຫ້ແຄ່ຮູ້ວ່າເຜີ 

ໂດຍທີ່ເປັນກາງແຄ່ຮູ້ສຶກຫ້າມກ້າວກ່າຍຍຸ່ງກ່ຽວເດັດຂາດ  ຂໍກ່າວໂດຍຍໍ່ຄືໃຫ້ມີຄວາມຮູ້ສຶກຕົວຜ່ານອາຍຕນະທັ້ງ ໖  ໄດ້ແກ່ ຕາ(ຮູບ) ຫູ(ສຽງ) ດັງ(ກິ່ນ) ລິ້ນ(ຣົດຊາດ) ກາຍ(ສັມຜັດ) ໃຈ(ຄວາມຮູ້ສຶກ-ຄວາມຄິດປຸງແຕ່ງຂຶ້ນ)  ຮູ້ໄປເລື່ອຍຕາມອາຣົມຫຼືສະພາວະທີ່ກຳລັງປາກົດຢູ່ທຸກຂະໜະນັ້ນຕາມຄວາມເປັນຈິງ  ຮູ້ແບບນີ້ມັນຈະຊີຣຽດບໍ່? ຂໍຕອບວ່າບໍ່ເລີຍ  ການມີຄວາມຮູ້ສຶກຕົວນັ້ນເຮັດໄດ້ແບບສະບາຍໆ ໃຫ້ເປັນທັມມະຊາດຕາມປົກກະຕິ ບໍ່ຕ້ອງເພັ່ງ  ບໍ່ຕ້ອງຈ້ອງ ບໍ່ຕ້ອງບັງຄັບ ບໍ່ຕ້ອງຄວບຄຸມ ງ່າຍໆ ຄືເປັນປົກກະຕິຢ່າງທີ່ເຄີຍເປັນນັ່ນລ່ະ  ພຽງແຕ່ມີຄວາມຮູ້ສຶກຕົວຢູ່ສະເໝີໆ


   ຕອນທີ່ 3  ອຸບປະສັກເຂົ້າມາເມື່ອຂ້ອຍເລີ່ມສົງໄສ      

ຮູ້ໄປເພື່ອອິຫຍັງ?

                     ສະຕິນັ້ນຫາກນຳມາໃຊ້ກັບທາງໂລກທົ່ວໄປກໍ່ຍ່ອມມີປະໂຍດມະຫາສານຢູ່ແລ້ວ  ບໍ່ວ່າຈະເປັນການງານ  ຄວາມສັມພັນກັບຜູ້ອື່ນໆ ການຄຶດອ່ານທີ່ມີຄວາມເປັນລະບົບລະບຽບ ຈິດຍ່ອມມີສະມາທິໃນການເຮັດວຽກເຮັດວຽກ  ອາຣົມມັກສິເປັນທັມມະດາ  ບໍ່ຄ່ອຍໂກດ ຄ່ອຍຄຽດ ຫຼືທຸກໃຈອີຫຍັງຫຼາຍ  ກ່າວໂດຍຮວມຄືຍ່ອມເກື້ອກູນຊີວິດປະຈຳວັນທາງໂລກໄດ້ຢ່າງດີເຊີ້ງເປັນປະໂຍດທີ່ຄ່ອນຂ້າງເຫັນໄດ້ຢ່າງຊັດເຈນ  ຫາກແຕ່ຖ້າຮູ້ສຶກຕົວຫຼາຍໆ ດູ໋ໆ ຈົນເປັນມະຫາສະຕິ ກໍ່ຈະໄດ້ປະໂຍດຈາກທາງທັມນຳ ການທີ່ເຮົາມີສະຕິຢູ່ ແບບຮູ້ແດ່ ບໍ່ຮູ້ແດ່  ເຮັດຕິດຕໍ່ກັນເປັນໄລຍະເວລາໂດນ ກໍ່ເພື່ອໃຫ້ສະຕິເກື້ອກູນຕໍ່ການ "ເຫັນຄວາມຈິງ" ຄວາມຈິງນີ້ເປັນສິ່ງທີ່ໃກ້ຕົວເຮົາທີ່ສຸດກໍ່ຄືກາຍກັບໃຈຂອງເຮົາ ແຕ່ເຮົາບໍ່ເຄີຍຮູ້ສຶກເຖີງຄວາມຈິງອັນນີ້ເລີຍ  ຈຸດໝາຍຂອງການຮູ້ກໍ່ເພື່ອໃຫ້ເຫັນຄວາມຈິງ ອັນໄດ້ແກ່ ເກິດ ແກ່ ເຈັບ ຕາຍ ວ່າກາຍແລະໃຈຂອງຄົນເຮົານັ້ນເປັນສຶ່ງທີ່ບໍ່ທ່ຽງ ເປັນທຸກ  ແລະບໍ່ແມ່ນຕົວເຮົາ ເນື່ອງຈາກສັມມາສະຕິເຮັດໃຫ້ເຮາໄດ້ເຫັນການເກິດຂຶ້ນ ຕັ້ງຢູ່ ດັບໄປ ຕາມສະຖາວະທັມຕ່າງໆ ທີ່ເກີດຂຶ້ນຢູ່ນັບຄັ້ງບໍ່ຖ້ວນ ຊ້ຳແລ້ວຊ້ຳອີກ ຈົນໃນທີ່ສຸດຈິດຂອງເຮົາມັນຈະຮັບຄວາມຈິງໃນຂໍ້ນີ້ ອັນນຳໄປສູ່ຫົນທາງຂອງການດັບທຸກ ທີ່ເປັນຈຸດໝາຍສຳຄັນຂອງພະພຸດທະສາດສະໜາ

ດູຈິດມີອີຫຍັງດີ

໑. ດູຈິດ ຄືການຮຽນທັມມະທີ່ "ຮຽບງ່າຍແລະທັມມະດາທີ່ສຸດ"  ບໍ່ຈຳເປັນຕ້ອງຮູ້ຄຳສັບທາງສາດສະໜາຍາກໆຫຼືນັ່ງທ່ອງພະໄຕປິດົກ ເພາະຈຸດເປົ້າໝາຍຄືການຮຽນຮູ້ກາຍແລະໃຈຂອງຕົນເອງ ໃຫ້ປ່ອຍວາງຄວາມຍຶດມັ່ນຖືມັ່ນ ອັນເປັນສາເຫດເຮັດໃຫ້ເຮົາມີຄວາມທຸກນັ່ນເອງ
໒. ການດູຈິດສາມາດເຮັດໄດ້ "ທັນທີ" "ບ່ອນນີ້" ແລ້ວກະ "ດ໋ຽວນີ້" ເຊີ້ງຄົນຈຳນວນບໍ່ນ້ອຍມັກເຂົ້າໃຈຜິດວ່າການປະຕິບັດທັມຕ້ອງເຮັດອີຫຍັງທີ່ຍາກໆ ເຄັ່ງຄຽດ ນ່າເບື່ອ ຫຼືຕ້ອງໃຊ້ໄລຍະເວລາ ເນື່ອງຈາກເຈົ້າຂອງບໍ່ມີເວລາກະເລີຍບໍ່ສາມາດສິໄປປະຕິບັດທັມໄດ້ ເຊີ້ງຄວາມຈິງແລ້ວທ່ານສາມາດຮຽນທັມມະດ້ວຍການຝຶກສະຕິໄດ້ຕະຫຼອດເວລາ  ດ້ວຍໃຈທີ່ປົກຕິສະບາຍໆ ບໍ່ວ່າສິຕອນເບີ່ງໂທລະພາບ ກິນຂ້າວ  ຫຼິ່ນຄອມ  ອາບນ້ຳ  ໄປທ່ຽວ  ອອກກຳລັງກາຍ ຯ ລ້ວນສາມາດຝຶກສະຕິໄດ້ທັ້ງຫມົດເລີຍ
໓. ທັມທັ້ງປວງຮວມຢູ່ທີ່ຈິດ (ຕາມທີ່ຄູບາອາຈານໄດ້ກ່າວໄວ້) ດັງນັ້ນການດູຈິດຄືການຮຽນຮູ້ທັມມະພາກປະຕິບັດທີ່ເປັນເສັ້ນຕົງ ບໍ່ອ້ອມແອ້ມ ຊ່ອຍໃຫ້ເຖີງຈຸດໝາຍປາງທາງໄດ້ໄວຂຶ້ນແລະບໍ່ຫລົງທາງ
໔. ຫາກສິເວົ້າໄປໃນແງ່ຂອງບຸນກຸສົນສຳລັບຄົບມັກທຳບຸນທຳທານ ການດູຈິດປຽບໄດ້ກັບການວິປັດສະນາກັມມະຖານ ເລີຍເປັນພາວະນາບາຣະມີ ເຊີ້ງເໜືອກວ່າສີນແລະທານ ດັງນັ້ນມັນກໍ່ຄືການເຮັດບຸນເຮັດທານໂດຍບໍ່ເສຍເງີນເສຍຄຳ ແລະຍັງເປັນບຸນກຸສົນສູງສຸດ  ເຮັດໄດ້ທຸກທີ່ ທຸກເວລາຕາມກຳລັງສະຕິທີ່ເຮົາມີ
໕. ເສັ້ນທາງນີ້ມີກັນລະຍານະມິດທີ່ເດີນທາງດຽວກັນຢ່າງຫຼວງຫຼາຍ ເມື່ອຕິດປັນຫາຫຼືບໍ່ເຂົ້າໃຈສຶ່ງໃດແລ້ວກະຊ່ອຍກັນຕອບຂໍ້ສົງໄສໄດ້  ມີແຫຼ່ງຂໍ້ມູນໃຫ້ສຶກສາຕື່ມ (ສຽງທັມມະຂອງຫຼວງພະອະຣິຍະເຈົ້າ ພອ.ປາໂມດ ປາໂມດໂຊ)

              ເຖີງທີ່ສຸດແລ້ວຫາກສຶກສາດ້ວຍຕົວເອງເຕັມທີ່ແລ້ວຍັງມືດບອດຢູ່  ກໍ່ຈົ່ງມັ່ນໃຈໄດ້ວ່າມີພຮະສຸປະຕິປັນໂນທີ່ສາມາດຕອບຂໍ້ສົງໄສຂອງໝູ່ເຮົາໄດ້ແນ່ນອນໃນຍຸກປັດຈຸບັນ  ຕ້ອງດູຈິດໂດນປານໃດ໋?
ອັນນີ້ຂ້ອຍບໍ່ສາມາດຕອບໄດ້  ເພາະຂຶ້ນຢູ່ກັບຄວາມເອົາໃຈໃສ່ແລະບາຣະມີຂອງແຕ່ລະທ່ານ ໄຜໝັ່ນຍ່າງກໍ່ໄປໄດ້ໄກກວ່າໝູ່ (ແລ້ວກະຕ້ອງຢ່າງໃຫ້ມັນຖືກທາງນຳ ອິອິ) ແຕ່ມັ່ນໃຈໄດ້ວ່າຖຶງແນ່ນອນ ເພາະມີພຸດທະວັດຈະນະຮັບຮອງໄວ້ວ່າ ບຸກຄົນໃດຝຶກສະຕິປັດຖານຢ່າງຖຶກຕ້ອງແລະຕໍ່ເນື່ອງ ຢ່ອມດັບທຸກໄດ້ແນ່ນອນຢ່າງໄວ 7 ມື້ ຢ່າງກາງ 7 ເດືອນ ຫຼືຢ່າງຊ້າ 7 ປີ

              ຈະເຫັນໄດ້ວ່າແມ້ຄົນທີ່ຄຶດວ່າເຈົ້າຂອງບໍ່ໄດ້ມີບຸນບາຣະມີອີຫຍັງ ຂ້ອຍຈະເຮັດໄດ້ຫວາ? ກໍ່ມັ່ນໃຈໄດ້ເລີຍວ່າທຳໄດ້ແນ່ນອນຕາມທີ່ພະພຸດທະອົງໄດ້ບອກໄວ້  ແຕ່ທົ່ວໄປຫາກຝຶກສະຕິໃນລະດັບນຶ່ງແລ້ວ ຈະເຫັນຜລການປ່ຽນແປງຄ່ອນຂ້າງດີ ຈິດຈະຮູ້  ຕື່ນ ເບີກບານ ບໍ່ຄ່ອຍມີອາຣົມຄຽດ ຫງຸດຫງິດ ຫຼືອາລົມພ້ຽນໆພວກນີ້ປານໃດ

ມີອານິສົງອີຫຍັງ?
ຢ່າງທີ່ໄດ້ກ່າວໄວ້ແລ້ວ  ອານຶສົງຂອງຝຶກສະຕິຄືຄວາມດັບທຸກ ຫາກອານິສົງມັນເບີ່ງແລ້ວຄືກັບວ່າຫ່າງໄກຈາກຄວາມຮູ້ສຶກເຮົາກໍ່ຂໍໃຫ້ລອງມາເບີ່ງໃກ້ໆຕົວ ທ່ານອາດຈະເຄີຍໄດ້ຍິນວ່າມີຄົນເຂົ້າກັມມະຖານທີ່ວັດແລ້ວຊີວິດປ່ຽນແປງໃນທາງທີ່ດີຂຶ້ນ ເຊັ່ນ ເຊົາກິນເຫຼ້າຕິດພະນັນ. ໜ້າທີ່ການງານດີຂຶ້ນ. ການຄ້າຂາຍດີຂຶ້ນ. ແລ້ວກະຈະເກີດຄວາມສົງໄສວ່າມັນກ່ຽວກັນໄດ້ແນວໃດ໋?  ແລ້ວສຸດທ້າຍເຈົ້າກະສິໄດ້ໃຊ້ຊີວິດນີ້ຢ່າງມີຄວາມສຸກບໍ່ທຸກອີກຕໍ່ໄປ


...........................................  ຈົບ ບໍລິບູນ  ..............................................................

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ທ່ານເບີ່ງຄລິບນີ້ແລ້ວ  ທ່ານປີຕິ  ມີຄວາມສຸກຄືຂ້ອຍບໍ່

 

 

 
ທ່ານເປັນແນວໃດ໋ ຂ້ອຍຄືມີຄວາມສຸກຫຼາຍແທ້ມັນເປັນທັມມະທີ່ປະຕິບັດໄດ້
 
ແລ້ວເຂົ້າໃຈງ່າຍຊະເຫຼືອເກິນໂອ້ໆໆໆ ເບີກບານໃຈ ສະຕິດີ ປັນຍາເກີດ!! ໂອ້ນິບພານ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

alt

ມື້ນີ້ນັດໄປຫາຊີ້ຖົງໃບໃຢ່ເອົາໄວ້ຖ້າເກັບດາວທີ່ມັນຈະຕົກໃນມື້ວັນທີ່ ໑໗-໑໘ ເດືອນນີ້ 

ເຫັນບອກວ່າປີນີ້ສິຕົກລົງມາໃຫ້ເກັບຫຼາຍດວງ ປະມານ 100 ດວງຕໍ່ຊົ່ວໂມງ  ທຳອິດກໍ່ຍັງບໍ່ເຊື່ອວ່າອີຫຼີແທ້

ແຕ່ມື້ຄືນດາວມາເຂົ້າຝັນວ່າສິຕົກໃຫ້ເກັບອີຫລີກໍ່ເລີຍກຽມຕົວກຽມໃຈຫາຊື້ຖົງໃບໃຫຍ່ໄວ້ເກັບ

ດາວທີ່ຈະຕົກພວກນີ້ແມ່ນດາວສິງໂຕ  ມັນຕົກຢູ່ທຸກປີ  ແຕ່ປີນີ້ຕົກຫຼາຍກວ່າທຸກປີ ເຣິ່ມຕົ້ນເວລາທ່ຽງຄືນເປັນຕົ້ນໄປ

ກຽມຈູງມືແຟນຂອງທ່ານຫອບສາດມາປູເບິ່ງດາວຕົກນຳກັນໄດ້ເລີຍ 

ງາມເພາະວ່າປີນີ້ມີຄົນຂຶ້ນໄປຂັດດາວຈົນວາວແວວວັບໄວ້ແລ້ວ  ແລະທ່ານສິບໍ່ຜິດຫວັງ   ດາວຕົກ!!

ທ່ານສາມາດຕິດຕາມຂ່າວສານດາວຕົກໄດ້ທີ່  :

http://thaiastro.nectec.or.th/skyevnt/meteors/2009meteors.html

ແລ້ວທ່ານລ່ະ  ຫາຊື້ຖົງໄວ້ເກັບດາວຕົກແລ້ວຫວາ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

alt

ຢາກກິນໝາກມ່ວງ ແຕ່ວ່າພາກັນລົ້ມຕົ້ນໝາກມ່ວງ

ພະຣາຊາພະຣາຊະທານເກົ້າວຶທີໃນການຮັກສາຕົ້ນໝາກມ່ວງທີ່ຕາຍແລ້ວ  ທຸກຄົນຕ່າງເຮັດຕາມຄຳແນະນຳອັນມີຄ່າ

ຕົ້ນໝາກມ່ວງຕົ້ນນັ້ນຈັ່ງກັບມາມີຊີວິດໄດ້ຄືເກົ່າ

໑. ເພາະເມັດໃໝ່

໒. ຖນອມຮາກທີ່ມີຢູ່ໃຫ້ມັນງອກໃໝ່

໓.ປັກຊຳກິ່ງທີ່ເໝາະແກ່ການປັກຊຳ

໔.ເອົາກິ່ງດີມາສຽບຍອດກິ່ງທີ່ບໍ່ດີໃຫ້ມີໜ່ວຍ

໕.ເອົາຕາມາຕໍ່ກິ່ງຂອງອີກຕົ້ນ

໖.ເອົາກິ່ງມາທາບກິ່ງ

໗.ຕອນກິ່ງໃຫ້ອອກຮາກ

໘.ເຜົາຄວັນໄຟໃສ່ຕົ້ນໝາກມ່ວງທີ່ບໍ່ມີໜ່ວຍໃຫ້ມັນມີໜ່ວຍ

໙.ເຮັດ ຊີວານູສົງເຄາະ (ເພາະລ້ຽງເນື້ອໄມ້)

...................................................

ພະມະຫາຊະນົກເປັນນິທານຊາດົກໃນພະພຸດທະເຈົ້າ ໑໐ ຊາດ 

ມີການເອົາມາແຕ່ງເຕິມໃໝ່ໂດຍເຈົ້າມະຫາຊີວິດຂອງໄທຍ໌  ໃຊ້ໄລຍະເວລາແຕ່ງເຕິມເປັນເວລາ ໑໐ ປີ

ແລະເປັນຜົນງານທີ່ພະອົງທ່ານຮັກແພງຢ່າງຫຼວງຫຼາຍ  ໂດຍທີ່ລາວແຕ່ງໂດຍການໃຊ້ຍານທັດສະນະ

ບັນຍາຍເຫດການທີ່ສິເກິດຂຶ້ນກັບເມືອງໄທຍ໌ໃນອະນາຄົດ ແລະຕອນນີ້ມັນເກິດຂຶ້ນແລ້ວ...

 ໄດອາຣີ່ນີ້ສະແດງຄຳເຫັນໄດ້ສະເພາະໝູ່ຂອງຂ້ອຍ  ຂຽນໄວ້ເພື່ອປ້ອງກັນແລະໃຫ້ອ່ານໄວ້ເປັນບົດຮຽນເສີມເຕິມສ້າງຮອຍຫຍັກໃຫ້ສະໝອງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

Free  ອີຫລີ!!! ຂອງຟຮີແລະມີຄວາມສຸກມີຢູ່ໃນໂລກນີ້ອີຫຼີແທ້ໆ

....................................................................................................................................................

ຫຼາຍຄົນຫຼາຍທ່ານກະອາດສິຫາຄວາມສຸກໃນຊີວິດບໍ່ວ່າສິເປັນ


http://liferhythm.exteen.com/images/DSC_1074.jpg              http://laos.cri.cn/mmsource/images/2006/03/30/changlang.jpg
          ຄວາມສຸກຈາກເງິນ  (money)             ຄວາມສຸກຈາກການໄດ້ທ່ຽວ

ຊີວິດນີ້ຕ່າງຄົນຕ່າງຊອກຫາຄວາມສຸກ

ສະມາຊິກພັນລາວ  ແລະພີ່ນ້ອງຊາວລາວທຸກທ່ານໂປດຟັງທາງນີ້

ຄວາມສຸກນີ້ມີຢູ່ໃນໂລກນີ້ຈິງ  ມື້ນີ້ຂ້ອຍເອົາມາແຈກທຸກທ່ານຟຣີ   ຫຼາຍຄົນພິສູດແລ້ວກະໄດ້ຜົນດີ

ເຫັນຜົນໄດ້ພາຍໃນ 1  ເດືອນ   ຂັ້ນຕອນວິທີພົບພໍ້ຄວາມສຸກມີໃຫ້ໄວ້ໃນຄລຶບສຽງນີ່ແລ້ວ

 

http://www.tlcthai.com/webboard/data/127/1/09-07-2009/65334/images/65334_headline?1248389627ນີ່ຄືບົດສັມພາດກັບຄົນທີ່ເຄີຍລອງໃຊ້ມາແລ້ວແລ້ວໄດ້ຜົນ

ນ້ອງອາຣິຍາ  "ຂ້ອຍກະເປັນຄົນໜື່ງທີ່ໄດ້ເອົາວິທີນີ້ໄປທົດສອບ  ແລ້ວເຫັນຜົນວ່າ

ຊີວິດຂ້ອຍເຣິ່ມພົບພໍ້ກັບຄວາມສຸກຫຼັງຈາກທີ່ໄດ້ເຮັດຕາມຄຳແນະນຳຂອງຄລີ້ບສຽງນີ້ແລ້ວ

ແລ້ວຂ້ອຍກະຂໍຣັບປະກັນໄດ້ເລີຍວ່າ  ທຸກທ່ານສິເຫັນຜົນໄດ້ຄືຂ້ອຍ

ຈັ່ງໃດ໋ກະຢາກໃຫ້ທຸກທ່ານໄປລອງໃຊ້ເບິ່ງ  ມັນດີຂະໜາດເລີຍ  ອັດສະຈັນອີຫລີແທ້ໆ"

 

ພິເສດສຳລັບສະມາຊິກພັນລາວ  ຫຼືຄົນທີ່ເຂົ້າມາພາຍໃນເວັບໄຊ້ຕ໌ແຫ່ງນີ້ທໍ່ນັ້ນເລີຍ  ທ່ານສາມາດທົດລອງເຮັດຕາມຄຳແນະນຳນີ້ໄດ້ເລີຍ

ໂດຍທ່ານຕ້ອງຟັງຄລິປສຽງນີ້ໃຫ້ຈົບ  ແລະບໍ່ຕັດຕອນ  ພ້ອມແລ້ວກະກົດໂຫລດໄດ້ເລີຍ

.....................................................................................................................................................

 

http://tbn0.google.com/images?q=tbn:QY7sui5UYtnguM:http://www.vnp-lao.com/images/download_icon.pngກດໂຫລດ   ໄດ້ເລີຍ

ໂປດຄລິ້ກຢ່າງລະມັດລະວັງ

 

ຄຳເຕືອນ      ຂໍໃຫ້ທ່ານພົບພໍ້ກັບຄວາມສຸກທີ່ແທ້ຈິງຕະຫຼອດໄປນັບຈາກມື້ນີ້  ແລະຫຼັງຈາກທີ່ໄດ້ຟັງຄລິປສຽງນີ້ຮຽບຮ້ອຍແລ້ວ

.............................................................................................................................................................................................

ໄປລະ  ບາຍໆໆໆ  5555+  alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

Weekly D4T Dhamma for Teen   ແກ້ພວກທີ່ມັກຕິດສະມາທິແນວສະມະຖະ

ໂດຍຄຳສອນຂອງຫຼວງພໍ່ປາໂມດ  ປາໂມດໂຊ

ພະອະຣິຍະສົງໃນແດນສຸວັນນະພູມິ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

ຜົນງານທີ່ສະແດງເຖິງສິ່ງທີ່ຢາກຈະບອກໃຫ້ທຸກຄົນໃນໂລກໄດ້ຮັບຮູ້ເຖິງການປ່ຽນແປງ

ເຊີ້ງເປັນຜົນງານທີ່ລາວໄດ້ຮ້ອງເອົາໄວ້  ຖືເປັນວີດີໂອນຶງທີ່ທ່ານຄວນມີໄວ້  ...

ເຖິງແມ່ນມີຫລາຍຄັ້ງທີ່ມີຂ່າວບໍ່ດີກ່ຽວກັບລາວ  ແຕ່ນີ້ກະແມ່ນວີດີໂອຂ່າວດີທີ່ໜ້າຈື່ຈຳ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ໃນຊ່ວງໄລຍະຊ່ວງປີ  ໒໕໐໐ ມານີ້ຄວາມສັມພັນລະຫວ່າງປະເທດອາດສິຂາດສະບັ້ນກັນຍົກໃຢ່  ເຊິ້ງຖ້າແມ່ນພັກແລະລັດຂອງໄທແລະລາວຍັງລະເລີຍ  ແລະຍັງມອງບໍ່ເຫັນຊ່ອງໂຫວ່ທີ່ເກິດຂຶ້ນໃນລະຫວ່າງໝູ່ເດັກໄທວັຍຣຸ່ນໃນເມືອງໄທໂດຍສະເພາະຄົນທີ່ທີ່ຢູ່ໃນພາກອີສານ  ທີ່ກຳລັງຮຽນຮູ້ແລະສຶກສາວັດທະນະທັມໃນບ້ານເມືອງຂອງຕົນ  ແລະລະບົບການເສິກສາຂອງປະເທດເຊີ້ງໄດ້ແກ່ວິຊາປະຫວັດຕິສາດຍັງບໍ່ເປິດກວ້າງ  ຈົນເຮັດໃຫ້ຄົນໄທພາກອີສານສະໝັຍໃໝ່ປີສອງພັນຫ້າ  ຄິດລືມຊາດກຳເນິດ  ແລະກັບມາດູຖູກ ດູໝິ່ນເຊື້ອສາຍພົງພັນບັນພະບຸຫຼຸດຂອງຕົນອັນໄດ້ແກ່ປະເທດເພື່ອນບ້ານ....

alt

ທາງທີ່ດີແລະທາງອອກທີ່ຢາກໃຫ້ແກ້ໄຂປັນຫາເລ່ານີ້ນັ້ນ  ເປັນສິ່ງສຳຄັນ  ໃນເມື່ອທັ້ງ ໒  ປະເທດຂາດກິດຈະກັມຮ່ວມ  ກິດຈະກັມຂອງເຍົາວະຊົນຫຼືກິດຈະກັມທີ່ຈະເອື້ອເຟື້ອໃຫ້ພົນລະເມືອງໃນ ໒ ປະເທດ  ເກິດຄວາມປອງດອງສາມັຄຄີກັນໄດ້  ເຊີ້ງຖ້າຄົນໄທຍັງສ້າງວັດທະນະທັມທີ່ລືມຄວາມເປັນລາວແລະມາດູຖູກ  ດູໝິ່ນຄົນລາວຕໍ່ໄປແລະສະສົມຂຶ້ນ  ຖ້າຄົນທີ່ສຶກສາໃນຈິດຕະວິທະຍາມາກໍ່ອາດສິຮູ້ໄດ້ແລ້ວວ່າສິເກິດອິຫຍັງຂຶ້ນກັບຮະຫວ່າງ ໒  ປະເທດນີ້   ແລະຕໍ່ໄປອາດສິເກິດການທີ່ວ່າ  ເມືອງໄທບໍ່ມີໄຜເປັນມິດນຳເພິ່ນແລ້ວ    ແລະຈະມາແກ້ປັນຫາທີຫຼັງກໍ່ອາດຈະສາຍເກິນໄປ...

ຂ້ອຍຂຽນບັນທຶກນີ້ຂຶ້ນມາເພາະວ່າຂ້ອຍພົບກັບເຫດການນີ້ໝາດໆ  ໃໝ່ໆ  ຮ້ອນໆ  ໃນກິດຈະກັມກຸ່ມສັມພັນທີ່ຈັດຂຶ້ນໃນມະຫາວິທະຍາໄລຂອງຂ້ອຍນີ້ເອງ ເຊີ້ງເປັນຫ່ວງໃນກຳລັງໃຈການສຶກສາຂອງເຂົາເຈົ້າຂະໜາດ  ແລະຂ້າພະເຈົ້າກໍ່ໄດ້ໄປທຳຄວາມເຂົ້າໃຈໃຫ້ກັບກຸ່ມຄົນພວກນັ້ນແລ້ວວ່າ  ເປັນສິ່ງທີ່ບໍ່ຫນ້າເກິດຂຶ້ນໃນເມື່ອນັກສຶກສາລາວກໍ່ນັ່ງຢູ່ບ່ອນນີ້  ເຊີ້ງມັນກໍ່ມີຫຼາກຫຼາຍຢ່າງທີ່ເກິດຂຶ້ນໃນສັງຄົມໄທ   ດັງເຊັ່ນຄຳວ່າ  ”ລາວ  ທີ່ໄທເອາມາໃຊ້ແທນວ່າ  ເຊີຍ”  ແລະອື່ນໆ

ຖ້າແມ່ນມີໝູ່ຄົນລາວມາສຶກສາໃນໄທ  ບາງສ່ວນກໍ່ອາດສິເຫັນກິດຈະກັມພວກນີ້ທີ່ເກິດຂຶ້ນໃນກຸ່ມນັກສຶກສາມະຫາໄລ  ຫຼືກຸ່ມອື່ນໆໃນພາກອີສານ  ເຊີ້ງອາດສິເປັນມະຫາໄລດັງເຊັ່ນ  ມະຫາໄລຂອນແກ່ນ  ເຊີ້ງຮວມໄປຈົນເຖິງວິທະຍາເຂດໜອງຄາຍນີ້ດ້ວຍ   ເຊີ້ງຖ້າເຫດການແບບນີ້ເກິດຂຶ້ນຕໍ່ໜ້າຕໍ່ຕາ  ໝູ່ເຈົ້າຄິດວ່າສິມີກຳລັງໃຈຮຽນຕໍ່ໄປໄດ້ແນວໃດ?  ເຖິງຂ້ອຍບໍ່ໂງ່ຖາມ ແຕ່ກໍ່ອາດສິສະຫຼາດຕອບໄດ້ເອີງໄດ້ເລີຍວ່າ  ເຫດຜົນທີ່ຄົນລາວບໍ່ມັກມາຮຽນຢູ່ໄທກໍ່ຍ້ອນວ່າຄົນໄທມາດູໝິ່ນຄົນລາວຂອງເຮົານີ່ເອງ

ຖ້າຂ້ອຍບໍ່ຮູ້ຈັກພະພຸດທະສາດສະໜາ  ກັບຫຼັກການສຳລວມ  ຮູ້ຈັກສຳຫຼວດກາຍຮູ້ຈັກສຳຫຼວດໃຈຕົນເອງ  ຂ້ອຍກໍ່ຄືສິບໍ່ຮູ້ຄວາມຮູ້ສຶກຜູ້ອື່ນ
ອະນຸໂມທະນາ ຫຼວງພໍ່ປາໂມດ  ແລະຂໍ   ເວທະນາ  ເມືອງໄທຍັງຂາດການພັດທະນາອີກຢ່າງຫຼວງຫຼາຍ 
ຂ້ອຍສິນຳເລື່ອງນີ້ໄປເສວະນາໃນທີ່ປະຊຸມສັມມະນາໃນກຸງເທບໃນອາທິດໜ້ານີ້...

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

  :: ສະຫຼຸບການປະຊຸມເສວະນາອະນາຄົດບ້ານໂຄງງານ ຄັ້ງທຳອິດ (ຄັ້ງທີ່ ໑) 
ໃນການປະຊຸມເສວະນາການແກ້ປັນຫາເດັກນ້ອຍໃນເມືອງຫຼວງ  ມຸມມອງແລະວິທີແກ້ໄຂລວມໄປຈົນເຖິງອານາຄົດບ້ານໂຄງງານ
ຄັດລອກໄວ້ໃນບົດຄວາມຂອງຮູບແບບກໍລະນີການຮຽນຮູ້  ແກ້ວິກິດລ່ວງໜ້າຫຼືປ້ອງກັນປັນຫາທາງສັງຄົມ

ບົດຄວາມໂດຍ : ນັດທະພົນ ພົມພັກດີ  ນັກສຶກສາມະຫາວິທະຍາໄລຂອນແກ່ນ  ວິທະຍາເຂດໜອງຄາຍ

.................................................................................................................................................................................................................................................
  ຂະຢາຍຄວາມຫມາຍສັບຕື່ມ : 
ບ້ານໂຄງງານ ແມ່ນ ໂຄງງານຄຸນນະທັມ  ແມ່ນເປັນໂຄງງານທີ່ເດັກນ້ອຍໂຄງງານຄຸນນະທັມໃນເມືອງໄທ ສົ່ງເຂົ້າປະກວດໂດຍການໃຫ້ເດັກນ້ອຍໄປຫັດເຮັດຄວາມດີນຳກັນເປັນກຸ່ມ 
ໂດຍບໍ່ໃຫ້ຄູອາຈານບົງການເຊີ້ງກຳໜົດໃຫ້ເດັກນ້ອຍຄິດເອົາ  ໂດຍສະໂລແກນຫົວຂໍ້ໂຄງງານມີວ່າ ການປະກວດໂຄງງານຄຸນນະທັມສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວ (ເຈົ້າມະຫາຊີວິດ) "
ເຍາວະຊົນໄທ ເຮັດຄວາມດີ ຖວາຍໃນຫຼວງ(ເຈົ້າມະຫາຊີວີຕ)" ໃນທີ່ນີ້ຂໍຍໍ້ຄຳໃຫ້ສັ້ນໆວ່າ "ໂຄງງານ"  ໂດຍປີນີ້ມີໂຮງຮຽນທີ່ສົ່ງໂຄງງານຄຸນນະທັມເຂົ້າປະກວດ ໑໐.໐໐໐  ໂຄງງານ ແລະຄັດເລືອກເຫຼືແຄ່ ໓໕  ໂຄງງານທີ່ເປັນສຸດຍອດຂອງໂຄງງານທົ່ວປະເທດ ແລະເຂົາເຈົ້າມີໂຄງການໂຮມຮວມເດັກນ້ອຍທີ່ເຮັດໂຄງງານດັງກ່າວນີ້ທີ່ມາຮຽນບາງກອກມາຢູ່ບ້ານຫຼັງດຽວກັນເຊີ້ງໃນທີ່ນີ່ເຮົາເອີ້ນວ່າ "ບ້ານໂຄງງານ"
ທັມມະອາສາ ແມ່ນ ຄົນທີ່ເປັນຫົວຫໜ້າ ຫຼືຜູ້ດູແລນ້ອງໆ ແລະຊ່ອຍເຫຼືອແລະສະໜັບສະໜຸນນ້ອງໃນການເຮັດຄວາມດີ ແລະບໍ່ສົນໃຈລາງວັນຊັບສິນເງິນທອງ ຄືເຮັດວຽກໃນຮູບແບບສາທາລະນະນັ່ນເອງ
ເສວະນາ  ແມ່ນ  ປະຊຸມ  ລົມກັນ  ເວົ້າກັນ ເປັນໝູ່ໃຢ່ໃນວົງໃຢ່ໆ
ກັນລະຍານະມິດ  ແມ່ນ ໝູ່ທີ່ດີ  ຜູ້ທີ່ນຳພາ ແລະມອບສິ່ງດີໆໃຫ້ກັນແລະກັນ
.................................................................................................................................................................................................................................................

ທັມມະສະບາຍດີ  ກັນລະຍານະມິດຂອງໝູ່ເຮົາ
ຫາຍໜ້າຫາຍຕາກັນໄປດົນພໍຄວນເລີຍທີດຽວ  ໝູ່ຝູງບາງຄົນກໍ່ແອບງຽບຫາຍ ປິດເທີມກັນໄປ ນ້ອງໆຜູ້ລັງຄົນ ລາວກໍ່ເຮັດອີຫຍັງຂອງລາວຢູ່ກໍ່ບໍ່ຮູ້ ບໍ່ເຫັນສິສົ່ງຂ່າວມາຫາໝູ່ອ້າຍທັມມະອາສາກັນຈັກເທື່ອ  ແຕ່ເຖິງຈັ່ງໃດກໍ່ຕາມ  ໝູ່ອ້າຍທັມມະອາສາທຸກຜູ້ທຸກຄົນກໍ່ຂໍເປັນກຳລັງແຮງໃຈໃຫ້ນ້ອງທຸກຄົນ ສູ້ເພື່ອຄວາມດີກັນຕໍ່ໄປເດີ້  ບໍ່ວ່າເຮົາຈະຢູ່ບ່ອນໄສ ເຮົາໃນຖານະທີ່ເຮັດຄວາມດີນີ້ມານຳກັນ  ກໍ່ຈະຮູ້ສຶກວ່າຢູ່ໃກ້ກັນ  ຊະງັ້ນ!!  ອິອິ 

 ມື້ນີ້ໝູ່ຝູງໂຄງງານຂອງເຮົາ ກັບອ້າຍໆທັມມະອາສານັດເວົ້າກັນທີ່ຕະຫຼາດນັດຄອງລັດມະຍົມ  ເຂດຕະລິ່ງຊັນ  ກຸງເທບ  ຜູ້ຮ່ວມເສວະນາກໍ່ມີທ່ານຄູບາມະຫາພງນະລິນ  ທິຕະວັງໂສ, ອ້າຍເດ , ອ້າຍນັດ;  ຈາກ ມຂ.ໜອງຄາຍ , ອ້າຍອັອບ;ຈາກບາງມົດ , ຄູກ້ອນຫິນ . ຄູຕຸ້ຍ;ໂຮງຮຽນທໍສີ . ອ້າຍໄຂ່;ຕາສັບປະລົດ , ນ້ອງໝວຍ;ນະຄອນພະນົມ , ນ້ອງສັກ;ສີສະເກດ ..  ແລ້ວນອກຈາກນີ້ກໍ່ຍັງມີຍາດຜູ້ໃຢ່ໃຈດີທີ່ນຳໂດຍເອື້ອຍຊະ  ເຊິ້ງມາພ້ອມກັບນ້າໆໃຈດີ ຈາກອົງກອນງົດກິນເຫຼົ້າ ຂອງສູນສົ່ງເສິມສຸກກະພາບ ມາຮ່ວມໂຮມປະຊຸມນຳ  ບັນຍາກາດໜ້າປະທັບໃຈຢ່າງຫຼວງຫຼາຍເລີຍທີດຽວ  ກ່ອນທີ່ສິເປິດຫົວຂໍ້ເສວະນາໃຫ້ເຮົາຮູ້ກັນ  ມື້ນີ້ຂ້ອຍສິພາທ່ານທັ້ງຫຼາຍໄປຍ່າງເບິ່ງ ຫືທ່ຽວບັນຍາກາດລອບບໍລິເວັນຕະຫຼາດນ້ຳບ່ອນນີ້ກັນດີກວ່າວ່າ ມີອີຫຍັງດີຢູ່ບ່ອນນີ້ແດ່     ........ເບິ່ງເດີ້!!
 

alt
ໂອ້ໆໆ ເຫມາະກັບທີ່ວ່າເປັນບ່ອນທ່ຽວ  ຄົນຫຼາຍຂະໜາດເລີຍທີດຽວ  ວ່າບໍ່ ພັດທະນາຮ່ວມແຮງຮ່ວມໃຈກັນຂະໜາດນີ້  ອິອິ

alt
ອາຫານທີ່ເຂົາເຈົ້າເອົາມາຂາຍຢູ່ບ່ອນຕະຫຼາດນ້ຳຄອງລັດມະຍົມນີ້ ກໍ່ມີຢູ່ຫຼາຍຢ່າງໄດ໋ ເບິ່ງປ້າລາວຂາຍຕຳບັກຫຸ່ງ ປິ້ງໄກ່  ເຫັນແລ້ວນ້ຳລາຍຂ້ອຍສິໄຫຼ

http://images.jackoru43.multiply.com/image/5/photos/44/500x500/19/DSC-4123.JPG?et=LHzTk%2C%2CnLrnfEfEKE9y9WA&nmid=95444183


ນ້ອງໝວຍ  ນ້ອງສັກ  ມາເຖິງບ່ອນນີ້ກ່ອນຜູ້ໄດຕັ້ງແຕ່ຍາມມື້ເຊົ້າພູ່ນລ່ະ  ຮູ້ສຶກວ່າສອງຄົນນີ້ສິນັ່ງລົດຈາກໝໍຊິດ  ມາຮອດບ່ອນນີ້ກະຈ່າຍຄ່າແທັກຊີ່ຢ່າງຫຼວງຫຼາຍ ມາເຖິງສວນຈຽມຕົນນີ້ແລ້ວກໍ່ເຂົ້າໄປຍ່າງຫຼິ້ນຫຼືພັກຜ່ອນເອົາແຮງ ນັ່ງຖ້າໝູ່ອ້າຍ  ໝູ່ປ້າໆ ທັ້ງຫຼາຍ ແລະໄດ້ອ່ານປຶ້ມໃນສວນຈຽມຕົນນີ້ລ່ະ  ຊື່ເປັນຕາໄປທ່ຽວແທ້ໄດ໋ 55 ຊື່ກະເປັນຕາຄວາມໝາຍດີໄດ໋  ຄົນຂ້າງໃນສວນຄືສິມີແຕ່ຄົນໃຈດີໆ.. ທ່ານວ່າບໍ່..

ຫຼັງຈາກທີ່ນັ່ງຫຼິ້ນໄດ້ແປັບນຶງນັ້ນ ໝູ່ອ້າຍທັມມະອາສາ ແລະກັນລະຍານະມິດທຸກຜູ້ທຸກຄົນກໍ່ມາເຖິງບ່ອນນີ້ຄົບກັນທຸກຄົນແລ້ວ  ການປະຊຸມຂອງເຮົາເລິ່ມຕົ້ນຂຶ້ນໃນໄລຍະເວລາອັນບໍ່ໂດນ  ໝູ່ເຮົາທຳການປະຊຸມໃນເວລາ ໑໐.໐໐ ໂມງເຊົ້າ ໂດຍຍ່າງເຂົ້າໄປໃນສວນຈຽມຕົນຈະເຫັນສາລາຫຼັງບັກໃຢ່ທີ່ຫຼັງຄາສ້າງດ້ວຍໃບຈາກ  ສາລາບ່ອນນີ້ເປັນທີ່ສຳລັບອ່ານປຶ້ມຫຼືພັກຜ່ອນສຳລັບນັກທ່ອງທ່ຽວທີ່ມາທ່ຽວທີ່ຕະຫຼາດນ້ຳ  ແລະມື້ນີ້ເຮົາໃຊ້ສະຖານທີ່ແຫ່ງນີ້ໃນກາຮເລົ່າສິ່ງດີໆ ມີຄຸນຄ່າ ໃຫ້ກັນຟັງຢູ່ບ່ອນນີ້  ເລິ່ມຕົ້ນທຳອິດນຶກວ່າຈະລົມກັນແຄ່ວົງນ້ອຍໆ ແຕ່ດ້ວຍນ້າໆຜູ້ໃຢ່ຈາກສູນສົ່ງເສິມສຸກຂະພາບລາວຢາກສິແລກປ່ຽນປະສບປະການກັບນ້ອງໆ ໂຄງງານ ກໍ່ເລີຍເຮັດໃຫ້ວົງເສວະນາຂອງເຮົາເບິ່ງຄຶກຄັກແລະໃຢ່ຂຶ້ນໄປອີກ

ເລິ່ມຫົວຂໍ້ທຳອິດເປັນການນຳສະເໜີຜົນຂອງການດຳເນິນການຂອງອົງການງົດກິນເຫຼ້າ ເຊິ້ງພວກນ້າໆໄດ້ແບ່ງກັນເຮັດກິດຈະກຳ ສ້າງຄ່າຍໃຫ້ເດັກເລັກເດັກນ້ອຍໃນບາງກອກ  ໝາຍຄວາມວ່າ ເປັນການໂຮມເດັກນ້ອຍໃນກຸງເທບໃຫ້ເຮັດກິດຈະກຳດີໆນຳກັນຫັ່ນລ່ະວາ  ເປົ້າໝາຍກໍ່ນ່າຈະເປັນການລວບລວມເດັກນ້ອຍໃຫ້ມາເຮັດຄວາມດີນຳກັນ ຕ່າງຄົນກໍ່ຕ່າງນຳສະເໜອເລື່ອງລາວຂອງຕົນເອງທີ່ປະສົບມາ  ແລະອຸບປະສັກປັນຫາອື່ນໆ ທີ່ເກິດຂຶ້ນມີຫຼາຍຫົວຂໍ້ທີ່ຂ້ອຍປະທັບໃຈແລະເກັບເອົາປະສົບການເຂົ້າໄປ  ບາງເລື່ອງມັນກໍ່ຄືກັບບ້ານນອກຂອງເຮົາຢູ່ ແລະບາງເລື່ອງມັນກໍ່ຄົນລະເລື່ອງດຽວກັນເລີຍ 555 ເດັກໃນເມືອງໃຢ່ຈະເປັນອີກແບບ ເດັກບ້ານນອກຢ່າງໝູ່ເຮົາກໍ່ສິເປັນອີກແບບ ນ້າໆເຂົາເຈົ້ານຳສະເໜີໄດ້ນ່າປະທັບໃຈຫຼາຍ ຂ້ອຍປະທັບໃຈໃນຫົວຂໍ້ນຶງທີ່ເປັນເລື່ອງທີ່ອາວຄົນນຶງລາວໄດ້ເວົ້າເຖິງອຸບປະສັກປັນຫາ  ແລະໄດ້ສະຫຼຸບໄດ້ເຖີງແກ່ນຫຼັກຂອງການເຮັດວຽກຄັ້ງນີ້ວ່າ ການມາເຮັດວຽກເປັນອາສາສະໝັກຊ່ອຍເຫຼືອຜູ້ອື່ນນີ້ຕ້ອງມີຄວາມອົດທົນຢ່າງຫຼາຍ  ອະຮ່ະ.. ຂ້ອຍກໍ່ວ່າມັນກໍ່ເປັນແບບນັ້ນອີຫຼີໄດ໋ ເຈົ້າວ່າບໍ່.  ວຽກທຸກອັນທີ່ອອກມາມັນກໍ່ຕ້ອງອາສັຍຄວາມອົດທົນກັນຢູ່ຫຼາຍ ແຕ່ເລື່ອງພວກນີ້ມັນກໍ່ເຮັດໄດ້ຍາກຄືກັນຖ້າເຮົາບໍ່ມີແນວຮ່ວມທີ່ສຸດໆແນ່ນໜຽວ ຊ່ວງເຊົ້ານ້າໆຜູ້ໃຢ່ເສວະນາເວົ້າເຖີງເລື່ອງສິເຮັດຈັ່ງໄດດີທີ່ສິໂຮມເດັກນ້ອຍໃນບາງກອກໃຫ້ຮູ້ຈັກກັນໄດ້  ເຊິ້ງບາງຄັ້ງນັ້ນການທີ່ຈະນຳເດັກນ້ອຍໃນເມືອງໃຢ່ມາເຮັດກິດຈະກຳຮ່ວມກັນຊັກຢ່າງນຶງນັ້ນ  ມັນກໍ່ເປັນເລື່ອງທີ່ຍາກຊະເຫຼືອເກີນ ເພາະວ່າປັນຫາເລື່ອງພໍ່ແມ່ບໍ່ຄ່ອຍສົນໃຈລູກຂອງຕົນເອງນຳແດ່  ຫຼືບໍ່ກໍ່ພໍ່ແມ່ບໍ່ມີເວລາໃຫ້ລູກພວກນີ້ແມ່ນປັນຫາຂອງຄົນໃນເມືອງທັ້ງນັ້ນ  ສະນັ້ນແລ້ວເລື່ອງແບບນີ້ມັນກໍ່ເລີຍເປັນອຸບປະສັກປັນຫາຕໍ່ການເຮັດວຽກຂອງໝູ່ກັນລະຍານະມິດຜູ້ໃຢ່ທີ່ຢາກຈະແກ້ໄຂປັນຫາ ການເສວະນາຍາມມື້ເຊົ້ານີ້ໄດ້ສະລຸບພໍສົມຄວນວ່າເປັນການທີ່ຈະຈູງມືເດັກນ້ອຍມາເຮັດກິດຈະກຳຕ້ອງເຂົ້າໃຈເດັກພໍສົມຄວນ ຮຽນຮູ້ສິ່ງທີ່ເດັກນ້ອຍຕ້ອງການ ໂດຍໃຊ້ຫຼັກຂອງການສັງເກດ (ຈິດວິທະຍາ)  ເປັນຕົວຊ່ອຍເສີມ ແຕ່ທີ່ແນ່ໆກວ່ານີ້ນັ້ນແມ່ນການລໍຈັງຫວະແລະໂອກາດທີ່ດີເຊິ້ງນີ້ແມ່ນສິ່ງທີ່ຈະຊ່ອຍໃຫ້ງານເຮົາສຳເລັດຮຽບຮ້ອຍແບບບໍ່ມີເຫດອັນກໍ່ກວນຈາກພວກມານຂ້າງນອກເດ້  ທ່ານວ່າຄືຂ້ອຍບໍ່....

ຕ້ອງຂໍຂອບໃຈຕະຫຼອດຊ່ວງຂອງການເສວະນາໃນຄັ້ງນີ້  ພວກເຮົາໄດ້ກິນຂະໜົມແຊັ່ບໆ ແບບຟີໆ ບຸບເຟ້ ແລະນ້ຳບັກພ້າວອ່ອນທີ່ຫວານໆ ຊຸ່ມຄໍ ເຊິ້ງມີເດັກນ້ອຍທີ່ຕະຫຼາດຄອງລັດມະຍົມ  ມາຊ່ອຍອຳນວຍຄວາມສະດວກໃຫ້ ບໍ່ວ່າຈະເປັນເລື່ອງສາດປູນັ່ງເລື່ອງບໍລິການທີ່ແບບວ່າບໍ່ເປັນລອງໄຜໄດ້ເລີຍດ້ວຍກໍ່ແລ້ວກັນ  ທີ່ຂາດບໍ່ໄດ້ນັ້ນກໍ່ຈະເປັນອ້າຍກັອບຈາກບ້ານການຈະນາພິເສກ ທີ່ມາຊ່ອຍງານເອື້ອຍຊະ ແບ່ງເບົາພາລະແລະເທັຄແຄນ້າໆຜູ້ໃຢ່ຈາກສູນສົ່ງເສີມສຸກຂະພາບ ອ້າຍໆທັມມະອາສາ ແລະນ້ອງສັກ ນ້ອງໝວຍ ຮວມໄປຈົນເຖິງຂ້ອຍແລະທຸກຄົນທີ່ນັ່ງເສວະນານຳກັນບ່ອນນີ້ຢ່າງເປັນກັນເອງ ແບບອຳນວຍການທຸກສິ່ງທຸກຢ່າງເລີຍທີດຽວ...

ຊ່ວງເຊົ້າເປັນຊ່ວງຂອງການຟັງຜູ້ໃຢ່ລາວເວົ້າເລື່ອງໃຫ້ຟັງແລ້ວ  ພັກກິນເຂົ້າຮຽບຮ້ອຍ ແຊັ່ບໆກັນກ່ອນດີກວ່າ...

ການເສວະນາໃນຊ່ວງບ່າຍນີ້ມີທ່ານຄູບາມະຫາພົງນະລິນ  ມາຮ່ວມເສີມກຳລັງແຮງໃຈໃຫ້ໝູ່ເຮົານຳ ກ່ອນທີ່ຈະຟັງໝູ່ເຮົາຊາວເດັກນ້ອຍຊົນນະບົດເລົ່າຄວາມດີໃຫ້ຟັງກໍ່ທຳການນັ່ງສະມາທິເຮັດຈິດໃຈໃຫ້ສະຫງົບ ເອົາບຸນເອົາງານ ແບບວ່າໃຫ້ຈິດພ້ອມທີ່ຈະເຮັດກຸສົນນຳກັນພຸ່ນລ່ະ  ອິ່ມໆໆ  ອິອິ  ອິ່ມບຸນຫຼາຍໆ...

ການເສວະນາໃນຊ່ວງບ່າຍນີ້ມີນ້ອງໝວຍ ເຊິ້ງປີນີ້ສິຈົບຈາກໂຮງຮຽນພະຊອງສາມັກຄີວິທະຍາ ຈັງຫວັດນະຄອນພະນົມ ແລະຈະເຂົ້າມາຮຽນຕໍ່ໃນມະຫາວິທະຍາໄລແລ້ວ ເປັນຜູ້ເລົ່າເລື່ອງລາວການເຮັດຄວາມດີຂອງກຸ່ມນ້ອງໝວຍ ເຊິ້ງກ່ຽວກັບໂຄງງານນ້ອງໝວຍເປັນການເຂົ້າໄປເບິ່ງແຍງຜູ້ເຖ້າໃນໝູ່ບ້ານ  ແບບເປັນອາສາສະໝັກເຂົ້າຊ່ອຍເຫຼືອ ຕາມຮູບແບບວິທີທີ່ນ້ອງໆໄດ້ອອກແບບກິດຈະກຳກັນເອງ  ຄິດເອງໃນໂຈດການເຮັດໂຄງງານເຊິ້ງເປັນການເຮັດຈິງ ທຳຈິງ ຜົນທີ່ເກິດຂຶ້ນການເອີ້ນຊວນແລະຮູບແບບທີ່ນ້ອງໝວຍໄດ້ເຮັດມາ  ແຕ່ທີ່ແນ່ໆນີ່ແມ່ນຂອງຈິງຂອງແທ້ ສຳຜັດກັບການຖ່າຍທອດຄວາມດີຂອງເດັກທີ່ເຮັດດີແບບບໍລິສຸດດ້ວຍໃຈຈິງແລ້ວ  ກໍ່ນ່າຊື່ນຊົມ ຍ່ອງຍໍລ່ະ  ການເຂົ້າໄປເຂົ້າໃຈຜູ້ເຖ້າຜູ້ແກ່ແລະຮ່ວມຊ່ອຍເຫຼືອ ຮ່ວມລັບຟັງສິ່ງທີ່ຜູ້ເຖ້າຂອງເຮົາຈະເລົ່າໃຫ້ເດັກນ້ອຍໄດ້ຟັງ  ບາງຄັ້ງບາງທີມັນກໍ່ເຮັດໃຫ້ເດັກນ້ອຍເກິດຄວາມຮັກແລະຄວາມເຂົ້າໃຈໄດ້ນຳ  ນອກຈາກນີ້ຍັງມີການເຂົ້າຊ່ວຍເຫຼືອໃນລູບແບບອື່ນໆ ມີທັ້ງການຊ່ອຍເຮັດວຽກບ້ານຂອງຜູ້ເຖ້າຜູ້ແກ່ໃນໝູ່ບ້ານແລ້ວກຍັງມີການເບິ່ງແຍງຜູ້ເຖ້າທີ່ຢູ່ຫ່າງໄກຄວາມຈະເລິນອີກນຳ ເປັນໜຶ່ງໃນການຮຽນຮູ້ທີ່ເກິດຂຶ້ນອີຫຼີແລະສຳຜັດປະສົບການຈິງທີ່ຖືກຖ່າຍທອດໂດຍນ້ອງໝວຍ  ເຊິ້ງເປັນເດັກຊົນບົດບ້ານນອກມາເລົ່າໃຫ້ນ້າໆໃນເມືອງຟັງກໍ່ເປັນການແລກປ່ຽນປະສົບການອັນດີຕໍ່ກັນໃນການນຳພາມາປັບໃຫ້ເຂົ້າກັບຊີວິດເດັກນ້ອຍໃນເມືອງເຊັ່ນກັນ ຕໍ່ມາຈາກນ້ອງໝວຍມາຕໍ່ທີ່ນ້ອງສັກ ນ້ອງສັກເດິນທາງມາຈາກຈັງຫວັດສີສະເກດ ໂຮງຮຽນທີ່ໃຫ້ເດັກນ້ອຍນັກຮຽນພັກນອນຢູ່ທີ່ໂຮງຮຽນນັ່ນເອງ  ນ້ອງສັກລາວເປັນເດັກສື່ທີ່ຕັດຕໍ່ຫນັງໄດ້ເກັ່ງ ແລະມີສິນລະປະ ຈາກການທີ່ຂ້ອຍໄດ້ເຫັນຜົນງານ ແລະລາວມັກກິດຈະກັມຄ່າຍ ວຽກຄ່າຍ ມັກການເຮັດວຽກຕັດຕໍ່ຢ່າງເຊັ່ນພວກໜັງສັ້ນ  ສາລະຄະດີ ສາມາດບອກໄດ້ເລີຍວ່າຢາກສິໃຫ້ທຸກຄົນເບິ່ງໜັງແລ້ວ ໂອ້ໂຫ!! ເຂົ້າໃຈເລື່ອງລາວທີ່ຢາກສິສື່ຢ່າງລຶກຊຶ້ງອີຫຍັງປະມານນັ້ນເລີຍທີດຽວ ນ້ອງສັກເປັນຄນທີ່ມັກຄ່າຍໜັງແລະໄດ້ໄປເຂົ້າຮ່ວມຄ່າຍໜັງມາແລ້ວຫຼາຍຄ່າຍແລະລາວກໍ່ນຳເກັບປະສົບການສ່ວນຕົນໄວ້ຢ່າງຫຼວງຫຼາຍ  ເຮັດໃຫ້ສັກເປັນຕົນທີ່ເກັ່ງໃນປະສົບການພວກນີ້  ແລະນອກຈາກນີ້ນ້ອງສັກຍັງຢາກຈະນຳປະສົບການທີ່ໄດ້ມານັ້ນໄປຮວມໄວ້ໃນໜັງທີ່ສັກສ້າງຂຶ້ນດ້ວຍຝືມືຕົນເອີງອີກນຳ  ...ແຫະໆໆ  ຄົນຕໍ່ມາແມ່ນຂ້ອຍທີ່ສິເປັນຄົນເລົ່າ  ຂ້ອຍໄດ້ເລົ່າຄວາມເຖິງກິດຈະກຳຂອງຂ້ອຍທີ່ເກິດຂຶ້ນໃນມະຫາວິທະຍາໄລຂອນແກ່ນ ວິທະຍາເຂດໜອງຄາຍ  ເດິມຂ້ອຍນີ້ກໍ່ລວມກຸ່ມກັນເຮັດວຽກສາທະລະນະຄືກັນເດີ້  ຮວມກຸ່ມກັນເຮັດງານດ້ານຄອມພິວເຕີ້ (ບໍ່ບອກດອກວ່າເຮັດວຽກຫຍັງ 55) ແຕ່ກໍ່ໄດ້ເລົ່າເຖິງວ່າການຮວມກຸ່ມກັນໃນຊຸມຊົນມະຫາວິທະຍາໄລນັ້ນ  ມັນກະຍາກເຊັ່ນດຽກັນ  ສິເອິ້ນປະຊຸມໝູ່ກັບເວລາທີ່ໃຊ້ສ່ວນຕົວນີ້ຖືວ່າເປັນຕົວຄັດໝູ່ເຮັດວຽກຄົນໄສເຮັດເກັ່ງໄດ້ຄັກຫຼາຍ ເປັນການຄັດຫາໝູ່ຮ່ວມອຸດົມການໄດ້ດີ  ແຕ່ປິດເທອມນີ້ໝູ່ຂ້ອຍປ່ຽນໄປຫຼາຍ  ຍ້ອນວ່າລາວອອກມາໃຊ້ຊີວິດຢູ່ຫໍນອກມະຫາວິທະຍາໄລທີ່ມັນເປັນການສ່ວນຕົວ ກິນເຫຼ້າ ຫຼິ້ນໄພ່ ມົ່ວສຸມອະບາຍະມຸກ ເຮັດໃຫ້ຂ້ອຍອຸກອັ່ງໃຈຫຼາຍໃນຂະໜະນີ້ຈົນເຖິງຂັ້ນວາງແຜນສິເອົາໝູ່ໄປປະຕິບັດທຳຢູ່ສຳນັກວິປັດສະນາເລີຍທີດຽວ ແງ້ໆໆໆໆ  ເສ້າເດ້!!!  ເລື່ອງຕໍ່ມາແມ່ນເລື່ອງຂອງອັອບ  ອັອບບອກວ່າອັອບເປັນເດັກນ້ອຍໂຄງງານຄຸນນະທັມແຕ່ອັອບກໍ່ເວົ້າຊະຖ່ອມຕົນວ່າ ບໍ່ແມ່ນເດັກທີ່ມີສີຂາວເຕັມທີ່ທໍ່ໄດ  ເປັນເດັກສີເທົາ  ເຊິ້ງກາງໆເນາະຍັງບໍ່ທັນເຖິງກັບຂາວ  ແຕ່ອະທິບາຍເຖິງຫຼັກຂອງການພັດທະນາ  ໂຄງສ້າງຂອງການພັດທະນາຄວາມດີເປັນແບບຮາກແກ້ວຂອງຕົ້ນໄມ້ທີ່ຍັງບໍ່ຍັງເລິ້ກພໍ ປຽບໂຈດການເຮັດຄວາມດີອອກມາແບບຊວນຄິດນຳອີຫຼີ  ອັນນີ້ສິຖືໂອກາດໃຫ້ນ້ອງໂຄງງານໄດ້ຮູ້ຈັກ  ເພາະວ່າລາວເປັນຄົນທີ່ເຄີຍເຮັດໂຄງງານໃນປີ ພ.ສ.໒໕໕໑ ແລະຕອນນີ້ລາວຮຽນຢູ່ມະຫາວິທະຍາໄລກຸງເທບທົນບຸລີ (ມະຫາວິທະຍາໄລບາງມົດ)  ອັນນີ້ກະເບິ້ດໄປສຳຫຼັບການເສວະນາຂອງເດັກໆນ້ອຍໆໂຄງງານ...

ທ່ານຄູບາມະຫາພົງນະລິນໄດ້ໃຫ້ກຳລັງແຮງໃຈທຸກໆຄົນທີ່ຈະເຮັດຄວາມດີຮ່ວມກັນຕົງນີ້ວ່າ  ເຮົາບໍ່ໄດ້ແກ້ໄຂປັນຫາທີ່ມັນກຳລັງເກິດຂຶ້ນໃນປັດຈຸບັນພວກນີ້  ປັນຫາທີ່ກຳລັງຈະເກິດຂຶ້ນນີ້ພວກເຮາຈັ່ງໄດ່ກໍ່ເອົາມັນບໍ່ຢູ່ແລ້ວ  ຈັກມື້ມັນກໍ່ສິເກິດຂຶ້ນແນ່ນອນເຮົາແກ້ໄຂປັນຫາທີ່ລຸມເລ້າເຂົ້າມາພວກນີ້ບໍ່ໄດ້ໃນຕອນນີ້... ເຮົາຄາດຫວັງໃຫ້ແກ້ໄດ້ກໍ່ຈະເຮັດໃຫ້ເຮົາເມື່ອຍໃຈແລ້ວກໍ່ທໍ່ໄປຊື່ໆ ແຕ່ວ່າເດີ້ ດຽວນີ້ທີ່ເຮົາກຳລັງເຮັດວຽກຢູ່ນີ້ຄືການບົ່ມເພາະເມັດພັນຄວາມດີເມັດໃໝ່  ເດັກທີ່ຈະໃຢ່ໃໝ່ນີ້ໃຫ້ພວກເຂົາໄດ້ຮູ້ຈັກການເຮັດຄວາມດີແລະຮູ້ຈັກຄວາມດີ  ເຊິ້ງອຍ່າງນ້ອຍເຮົາກໍ່ຍັງຈະພອຮູ້ໄດ້ວ່າຈັກມື້ນຶງນັ້ນເມືອງໄທຈະວິກິດອີຫຼີ ຄົນດີທີ່ຢູ່ໃນເມືອງໄທທີ່ເຊິ້ງອາດສິເປັນເດັກໆທີ່ເຮົາສ້າງພວກນີ້ລ່ະສິລຸກຂຶ້ນມາຟື້ນຟູປະເທດຊາດໃຫ້ກັບຄືນສູ່ຄວາມຈະເລີນໄດ້  ເຊິ້ງນີ້ແຫຼະມັນກໍ່ຄືການໄດ້ເລິ່ມຕົ້ນທຳກັນແລ້ວຄວາມດີຂອງເຮົາເລຶ່ມແລ້ວແມ່ນບໍ່ນໍ້  ອັນນີ້ລ່ະຂ້ອຍວ່າ...55

ມື້ນີ້ເຮົາປະຊຸມກັນແຂ່ງກັບສຽງຟ້າຮ້ອງທີ່ສຽງດັງແຮງ  ປ໊ຽງ!!! ປ້າງ!!! ຝົນສາດເຂົ້າສາລາທີ່ມຸງໃບຈາກຂອງພວກເຮົາຈົນໝູ່ເຮົາຕ້ອງໄດ້ຂະຫຍັບເຂົ້າໃກ້ກັນເພື່ອໃຫ້ຄວາມອົບອຸ່ນເກິດຂຶ້ນ  ແຕ່ການເສວະນາກັນຂອງພວກເຮົາກໍ່ດຳເນິນຕໍ່ໄປ  ໂດຍບໍ່ຟັງສຽງຟ້າສຽງຝົນວ່າມັນຈະຕົາລງມາຈັກກີ່ເມັດ  ຈະຕົກຫຼາຍຕກໜ່ອຍແຕ່ກໍ່ເຮັດໃຫ້ບັນຍາກາດຄາຍຄວາມຮ້ອນອົບອ້າວໄດ້ດີໄປເລີຍທີດຽວ...55

ສຳເລັດເສັດສິ້ນຈາກວົງໃຢ່ ກໍ່ມີການແບ່ງກຸ່ມຜູ້ໃຢ່ກຸ່ມເດັກນ້ອຍແບ່ງອອກເປັນສອງວົງ
ປະເດັນທີ່ເຮົາລົມກັນໃນວົງຂອງພວກເຮົານັ້ນ  ແມ່ນ
- ປະເດັນບ້ານໂຄງງານຄຸນນະທັມ  ສຳຫຼັບໝູ່ໆເດັກນ້ອຍທີ່ສິເຂົ້າມາຮຽນຕໍ່ໃນນະຄອນຫຼວງບາງກອກ ເຊິ້ງມີເດັກຈາກຊຸມຊົນເປັນຜູ້ຊ່ອຍຄິດລິເລ່ມ ອິອິ ໃນວົງເສວະນາເຮົາເວົ້າເຖິງຮູບແບບຂອງບ້ານຄຸນນະທັມ  ເຊິ້ງເປັນການຮວມກຸ່ມກັນໃຫ້ໄດ້ ຂອງເດັກໂຄງງານແລະໂັງຕົວຢ່າງບ້ານຄຸນນະທັມທີ່ເຄີຍມີຄົນເຮັດມາກ່ອນແລ້ວ  ເຊິ້ງເປັນປະສົບການການຮຽນຮູ້ຈາກຄູກ້ອນຫິນ  ບໍ່ວ່າຈະເປັນລູບແບບທີ່ຢູ່ໃນບ້ານ  ການໃຊ້ຊີວິດຮ່ວມກັນໃນການຢູ່ບ້ານ  ການຮ່ວມກິດຈະກັມເຮັດດີນຳກັນ ກດລະບຽບທີ່ເຮາຈະຕ້ອງເຮັດໃນບ້ານ  ເຊິ້ງການໄດ້ຢູ່ໃນບ້ານໂຄງງານນີ້ເດັກນ້ອຍໂຄງງານທີ່ຢູ່ບ້ານຫຼັງດຽວກັນ  ແຕ່ຕ່າງມະຫາວິທະຍໄລສາມາດທີ່ຈະແບ່ງປັນ ແລະເປັນໝູ່ແບ່ງສາລະທຸກສຸກດິບໃຫ້ແກ່ກັນແລະກັນໄດ້ 
ນ້ອງໆທີ່ມາຢູ່ໃນບ້ານໂຄງງານນີ້ອາດຈະຊ່ອຍພໍ່ແມ່ແບ່ງເບົາພາລະໃນເລື່ອງເງິນໆທອງໆໄດ້ດີເລີຍທີດຽວ  ບໍ່ວ່າຈະເປັນເລື່ອງແນວກິນເຄື່ອງໃຊ້ທີ່ເຮົາແບ່ງປັນກັນອີຫຍັງປະມານນີ້ລ່ະ  ຄິດເບິ່ງວ່າມັນສິເຮັດໃຫ້ປະຫຍັດຂະໜາດໄດ  ທ່ານວ່າບໍ່..
- ລະບົບເກີ່ງຝຶກເຮັດວຽກເກີ່ງງານອາສາ ເພື່ອນ້ອງໆຢາກສິຫາວຽກ ທີ່ເໝາະກັບນ້ອງໆທີ່ຮຽນໃນມະຫາວິທະຍາໄລເປິດຢ່າງ ມະຫາວິທະຍາໄລລາມຄຳແຫ່ງຫຼືມະຫາວິທະຍາໄລສຸໂຂໄທທັມມາທິລາດ ປະມານນີ້  ໄວ້ເຮັດໄວ້ສ້າງ ເພື່ອຈະເປັນກິດຈະກັມເສີມແລະກິດຈະກັມການຮຽນຮູ້ ເຊິ້ງເປັນການຝຶກປະຕິບັດຕົນເອງໃນທາງອ້ອມ ແລະນອກຈາກນີ້ແລ້ວແມ່ນສົມມຸດວ່ານ້ອງໆໄດ້ຝຶກງານກັບບ່ອນຝຶກທີ່ໂດນໃຈຕົນເອງແລ້ວ  ການຮຽນຈົບແລ້ວໄດ້ເຂົ້າເຮັດວຽກບ່ອນດັງກ່າວນີ້ກໍ່ຈະເປັນຜົນປະໂຫຍດສຳຫຼັບນ້ອງຢ່າງຫຼວງຫຼາຍ  ເຊີ້ງທັ້ງນີ້ທັ້ງນັ້ນເປັນແຮງຫນຸນທີ່ຈະຊ່ອຍສົ່ງເສີມໃຫ້ນ້ອງມີວຽກເຮັດແລະຫາວຽກເຮັດໄດ້ງ່າຍໃນອະນາຄົດ  ອິອິ
- ນອກຈາກນີ້ແມ່ນ etc. ເດີ້

ຂໍລາເມືອບ້ານ  ການເດີນທາງມາເວົ້າມາລົມກັນໃນຄັ້ງນີ້ນັ້ນໝູ່ເຮົາໄດ້ຮັບການສະໜັບສະໜຸນຈາກ ອົງການງົດກິນເຫຼ້າຂອງ ສູນສົ່ງເສີມສຸກຂະພາບ  ພີ່ຊະແລະພີ່ກັອບກັນລະຍານະມິດທີ່ດີຂອງໝູ່ເຮົາ (ທັມມະຈັດສັນ) ຊ່ອຍເບິ່ງແຍງເລື່ອງງົບຄ່າເດີນທາງ ໂດຍສະເພາະຂ້ອຍ  ນ້ອງສັກ  ແລ້ວກໍ່ນ້ອງໝວຍ 55 ແຕ່ການເສວະນາໃນຄັ້ງນີ້ຂອງໝູ່ເຮົານັ້ນມັນບໍ່ໄດ້ຈົບພຽງແຄ່ນີ້ໄດ໋ ໝູ່ເຮົາຍັງມີຕໍ່ກັນໃນກ໊ອກສອງ ເຊິ້ງເປັນຊ່ວງທີ່ນ້ອງໆໂຄງງານເຂົ້າມາຮ່ວມວົງເວົ້າຈາກັນນຳໂດຍສະເພາະນ້ອງໆທີ່ເຂົ້າມາຮຽນຢູ່ນະຄອນຫຼວງບາງກອກນີ້ ໃຫ້ກຽມຕົວກຽມໃຈເຂົ້າໃນບ້ານໂຄງງານໄວ້ໃຫ້ດີກໍ່ແລ້ວກັນ  ວ່າຊັ່ນເຖາະ!!

ຕອນລາເມືອບ້ານຝົນຕົກປອຍໆໆ!! ຍ່າງອອກມາດິນຊຸ່ມນ້ຳຂັງ  ເຫັນຫິ່ງຫ້ອຍບິນມ່ວນຊື່ນໂຮແຊວຫຼິ້ນສາຍນ້ຳຝນ  ພື້ນດິນຊຸ່ມຂະໜາດຖ້ວມລົດອ້າຍໄຂ່ຕາສັບປະລົດ  ຈົນລົດລາວຂັບອອກມາບໍ່ໄດ້ຍ້ອນວ່າຕິດຂີ້ຕົມ  ຕ້ອງຮ່ວມມືຮ່ວມໃຈເຂັນລົດກະບະອ້າຍໄຂ່ 

ບ່ອນທີ່ລາວຈອດໄວ້ເປັນລານຈອດລົດທີ່ຕອນນີ້ມັນເປັນຕົມແບບວ່າສາມາດທີ່ຈະເອົາກ້າເຂົ້າມາດຳໄດ້ແລ້ວ 55 ອ້າວວຫຸ້ຍເລ່ຫຸ້ຍ!!  ໂຄນສາດໃສ່ກາງເກງຄູກ້ອນຫິນ  ຂ້ອຍ  ອ້າຍເດ  ກັອບ  ອັອບ ແລ້ວກໍ່ສັກ ພໍ້ແບບນີ້ມັນກະມ່ວນດີຄືກັນລ່ະວະ 5555+

ໄປເບິ່ງຮູບກັນເຖາະ  ສາທະຍາຍມາຫຼາຍແລ້ວ

alt

ອັນນີ້ແມ່ນຮູບພາບຮວມຕອນເລີ່ມເສວະນາກັນໃນຕອນທຳອິດ  ອິອິ  ເວລາເສວະນານັ້ນເຮົາຕ້ອງເຮັດເປັນວົງແບບນີ້ໄດ໋

alt

alt

alt

alt

.................................................................................................................................................................................................................................................


  ບັນທຶກການເດິນທາງຂອງຂ້ອຍ : 
ການເຮັດກິດຈະກັມດີໆ ທີ່ຈິງແລ້ວຂ້ອຍບໍ່ທໍ້ເພາະວ່າທັມມະຈັດສັນກໍ່ມີ  ກາຕິຫານກໍ່ມີ  ແລະສຸດທ້າຍອຸບປະສັກປັນຫາກໍ່ມີ  ແລ້ວກໍ່ມີຫຼາຍເຊັ່ນກັນ  ການໄປໃນຄັ້ງນີ້ກໍ່ມີ ບັນທຶກອຸບປະສັກເຊິ້ງເປັນມານທີ່ມັກມາຂວາງທາງເຮັດດີຂອງຂ້ອຍຢູ່ຕະຫຼອດທາງມາ
໑. ຝົນຕົກໜັກຈົນເຮັດໃຫ້ຂ້ອຍຂຶ້ນລົດມາບາງກອກເກືອບສິບໍ່ໄດ້
໒. ລົດໂດຍສານທີ່ ຂພຈ.ຂຶ້ນນັ້ນ ເຄື່ອງມັນນ໊ອກ! ເຄື່ອງພັງ ລົດສະຕ໊າດບໍ່ຕິດ ລົດເດິນຕໍ່ໄປບໍ່ໄດ້ ໂຊເຟີ້ລົດໄທຂໍປ່ຽນລົດຄົນໃໝ່ຕອນທ່ຽງຄືນ  ແງ້ໆໆ
໓. ເດິນທາງຮອດໝໍຊິດ ຂຶ້ນລົດແທັກຊີ້ ເພື່ອທີ່ຈະເດິນທາງມາຕະຫຼາດຄອງລັດມະຍົມ  ອ້າຍໂຊເຟີ້ທັກ "ນ້ອງຫຼ່າ ແກັດອ້າຍສິເບີດແລ້ວຫາລ້ານເຕີມແກັດຊ່ອຍແດ່"  ຖືວ່າຍັງໂຊກດີທີ່ພໍ້ປັ້ມເຕີມແກັສພໍດີ ຕໍ່ມາອ້າຍເຂົາເຈົ້າໄປກົດມີເຕີ້ອີທ່າໄສກະບໍ່ຮູ້ນຳ ມີເຕີ້ດັບບໍ່ອ່ານຄ່າ  ດີຢູ່ດີເສຍຄ່າແທັກຊີ້ແຄ່ ໑໘໐ ບາດຫັ່ນນ່ະ
໔. ຟ້າຮ້ອງແຂັ່ງກັບສຽງເສວະນາຂອງໝູ່ຂ້ອຍ
໕. ຊຸກລົດອ້າຍໄຂ່ເປັນເຄິ່ງອຸບປະສັກຢູ່ ເພາະວ່າເພິ່ນເອົາໄປຈອດໄວ້ໄກຫຼາຍ 55 ໄປຈອດໄວ້ບ່ອນຂີ້ດິນຍາມຝົກຕົກເປັນຂີ້ຕົມວ່ານິເນາະ!!

ໂປດຕິດຕາມສະຫຼຸບການປະຊຸມເສວະນາໃນຄັ້ງຕໍ່ໄປໃນເດືອນ  ມິຖຸນາ  ນີ້....

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

 ຫນັງເລື່ອງ ລູກອີສານ ຂ້ອຍຂໍເກັບໄວ້ໃນບັນທຶກແຫ່ງຄວາມຊົງຈຳຫົວຂໍ້ນີ້ ເຊີ້ງແຕ່ງຂຶ້ນໃນບົດຂອງ ອາຈານຄຳພູນ ບຸນທະວີ ທີ່ລາວແຕ່ງໄດ້ສະທ້ອນຖຶງຮີດຄອງຂອງຄົນອີສານ ແລະມັນກໍ່ບົ່ງບອກເຖິງວ່າ ອີສານທີ່ຂ້ອຍຢູ່ນີ້ອົດຢາກບໍ່ມີກິນມາແຕ່ກ່ອນ ແຫ້ງແລ້ງ ລໍຄອຍນ້ຳທີ່ສິຫຼ່ນລົງມາຈາກຟ້າ ວິຖີຊີວິດຄົນອີສານຍົງເພິ່ງຟ້າ ເພິ່ງພູມິອາກາດຢູ່ ເຖິງແມ່ນວ່າຫນັງເລື່ອງນີ້ສິເກົ່າແລ້ວ ແຕ່ກໍ່ຖືວ່າພາບທີ່ອອກມາສະທ້ອນແລະສະແດງເຖິງຂະໜບວັດທະນະທຳໃນຊ່ວງນັ້ນໄດ້ດີເລີຍທີດຽວ ຂໍເກັບໄວ້

ຄິດຮອດບ້ານຍາມໄດຈະເຂົ້າມາເບິ່ງ...

ຂໍສົມມາຄູບາອາຈານ

altalt

ຮູບປຶ້ມນະວະນິຍາຍທີ່ລາວແຕ່ງຂຶ້ນເຊິ້ງພິມໃນຫຼາຍຄັ້ງ ລວມເຖິງການນຳມາສ້າງເປັນພາບພະຍົນ

alt

ອາຈານຄຳພູນ ບຸນທະວີ ສິນລະປິນແຫ່ງຊາດ ສາຂາວັນນະສິນ ຜູ້ແຕ່ງນະວະນິຍາຍທີ່ໃຊ້ພາສາທ້ອງຖິ່ນ ສື່ສານຢ່າງມີເອກະລັກ ໃນນະວະນິຍາຍປະວັດຕິສາດ ໒ ຝັ່ງຂອງ

ນະວະນິຍາຍທີ່ຖືກສ້າງເປັນພາບພະຍນຕາມຜົນງານຂອງອາຈານເຮົາ... ມາເບິ່ງນຳກັນ

ຕອນທີ່ ໑

 

ຕອນທີ່ ໒

 

ຕອນທີ່ ໓

 

ຕອນທີ່ ໔

 

ຕອນທີ່ ໕

 

ຕອນທີ່  ໖

 

ຕອນທີ່ ໗

 

ຕອນທີ່

 

ຕອນທີ່

 

ຕອນທີ່ ໑໐

 

ອນທີ່ ໑໑

  

ຕອນທີ່ ໑໒

 

 ຕອນທີ່  ໑໓

 

 ຕອນທີ່  ໑໔

 

 ຕອນທີ່  ໑໕

 

 ຕອນທີ່  ໑໖

 

 ຕອນທີ່  ໑໗

 

 ຕອນທີ່  ໑໘

 

 ຕອນທີ່  ໑໙

 

 ຕອນທີ່  ໒໐

 

 ຕອນທີ່  ໒໑

 

 ຕອນທີ່  ໒໒

 

 ຕອນທີ່  ໒໓

 

 ຕອນທີ່  ໒໔

 

 ຕອນທີ່  ໒໕

 

ເປັນກຳລັງໃຈໃຫ້ຄົນເຮັດໄຮ່ເຮັດນາ ຍາມເຂົ້າຂຶ້ນລາຄາໃຫ້ໄດ້ເງິນຫຼາຍໆ ພີ່ນ້ອງຊາວໂລງງານກໍ່ໃຫ້ນາຍທຶນເຫັນໃຈ ຢ່າກົດນີ່ກັນຫຼາຍເຮົາຄົນໄທເໝືອນກັນ...

ລກ.ລາວລ້ານຊ້າງຝັ່ງຂວາໃນດິນແດນອີສານເມືອງໄທ ບັນນະຍາຍໄວ້ກ່ອນສິໄປບາງກອກ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ຂໍລົມເປັນອີສານເດີ້ຄັບ  ຈັ່ງມ່ວນ  555+

ເຫດເກີດທີ່ງານກາຊາດປະຈຳປີໜອງຄາຍ  ກະສິມີການອອກຮ້ານ  ແລະການສະແດງຢ່າງຫຼວງຫຼາຍ  ມື້ນີ້ກໍ່ເຊັ່ນກັນ 

ລຸງສີລາວມາກັບລູກຊາຍ  ຂະໜະທີ່ຍ່າງເຂົ້າມາໃນງານສາຍຕາລາວຫຼຽວໄປເຫັນ  ປ້າຍເຂົາເຈົ້າຂຽນໄວ້ໜ້າຮ້ານວ່າ

--  ຈົກ 5 ລ້າງ 10 --   ແນວວ່າລຸງສີ  ລາວກໍ່ຄົນຈັງໄຮຢູ່ແລ້ວ...

ພະນັກງານຮ້ານ  :  ເຊີນເດີ້ລຸງ  ເຊິນເດີ້  ຈົກ 5 ລ້າງ 10  ເດີ້ຄັບ

ໃນຂະໜະທີ່ລຸງສີກຳລັງສິຍ່າງອອກຈາກຮ້ານກໍ່ມີສຽງຮ້ອງຕາມຫຼັງ

ພະນັກງານຮ້ານ  :  ຢ່າຟ້າວໄປ"!!  ລຸງຈົກຊື່ໆ  ບໍ່ລ້າງກະໄດ້ເດີ້  ຈ່າຍແຕ່ 5  ບາດມັນບໍ່ເສຍຫຼາຍດອກຄັບ

ລຸງສີ  :   ເອົ້າາ  ເອົາກະເອົາວະ  ຢາກລອງຄືກັນລ່ະ 

ວ່າແລ້ວລຸງສີລາວກໍ່ເອົາມືຈົກເຂົ້າໄປໃນໄຫ  ຜົນປາກົດວ່າເປັນ  "ຂີ້ໄກ່ໂປ໊!!"  ພໍແຕ່ມືອອກຈາກໄຫ  ລາວເສຍເສັ້ນບັກຄັກເລີຍ  ຂັ້ນສິລ້າງກະເສຍດາຍເງິນ  ຂັ້ນບໍ່ລ້າງກະຂີ້ດຽດ...

ພະນັກງານຮ້ານ  :   ບໍ່ລ້າງກະໄດ້ເດີ້ຄັບລຸງ  ຂັ້ນບໍ່ຂີ້ດຽດຫວາ  ຮ່າໆໆ

ລຸງສີ  :  ເອົາາ  ລ້າງກະລ້າງ   ເອົານີ້  10  ບາດ   ຊວຍແທ້ນໍ້ຕູ  ມື້ນິ  ໂອ້ຍຍນໍ້  ຮ້າໆໆໆ

 

ມັກກະຕິແນະເດີ້  ພີ່ນ້ອງພັນລາວເອີຍ  555+

ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫລັງຈາກທີ່ຫ່າງຈາກບ້ານມາດົນ ທຸກທ່ານກໍ່ອາດສິຄິດຮອດພໍ່ຮອດແມ່ທີ່ຍັງຄອຍລູກຫຼານເດິນທາງກັບບ້ານຂະໜາດ

ບາງເທ່ຍນັ້ນສຽງໂທລະສັບກໍ່ດັງຂື້ນມາຕະຫຼອດ  ກໍ່ຍ້ອນວ່າແມ່ລາວຄິດຮອດເຮົາ  ບາງມື້ລາວກໍ່ເວົ້າແບບນ້ອຍໃຈວ່າເປັນຫຍັງຄືມິດໆແທ້ລູກບໍ່ຕິດຕໍ່ມາ

ມື້ທີ່ 26 ເມສາທີ່ຜ່ານມານັ້ນເອື້ອຍຂ້ອຍມາຫາເນື່ອງຈາກວ່າເປັນມື້ວັນເກິດຂອງລາວ  ຂ້ອຍເລີຍຖືໂອກາດນີ້ພາລາວໄປເຮັດບຸນວັນເກິດຢູ່ວັດໂພຊັຍ

ແລ້ວກໍ່ທຳບຸນໃນຊື່ອີພໍ່  ເພື່ນຳຫຼັກຖານກາຮເຮັດບຸນນີ້ໄປຝາກລາວຮອດບ້ານ...

 

 

ຄວາມຮູ້ສຶກໃນຕອນນີ້ຂ້ອຍຢາກກັບໄປນອນຫຼິ້ນຢູ່ບ້ານຂອງຂ້ອຍຂະໜາດ  ຂ້ອຍຢູ່ຄົນດຽວໃນເມືອງໃຢ່ແບບນີ້ຂ້ອຍມີຄວາມຮູ້ສຶກລຳບາກຢ່າງຫຼວງຫຼາຍ  ໄດ້ກິນຂ້າວບໍ່ຕົງເວລາ  ບາງມື້ຂ້ອຍໄດ້ກິນຂ້າວແຄ່ຍາມແລງທໍ່ນັ້ນ

ຈັ່ງໄດ໋ກໍ່ຍັງຫ່ວງຄົນຂ້າງຫຼັງຢູ່ຄືເກ່າ  ແລ້ວພົບພໍ້ກັນເດີ້  ບໍ່ວ່າແມ່ນພໍ່ ແມ່  ເອື້ອຍ  ແລ້ວກໍ່...

ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

alt
้http://www.thinkcamp.in.th

ຫຼັງຈາກທີ່ໄດ້ໄປສັມມະນາມາຕັ້ງແຕ່ຕົ້ນເດືອນມີນາທີ່ຜ່ານມາ  ຂໍນຳເອາກິດຈະກຳທີ່ສ້າງສັນມາບັນທຶກໄວ້ໃນໄດອາຮີ່ຫຼັງຈາກທີ່ບໍ່ມີເວລາວ່າງໄດ້ຂຽນ

ເພາະວ່າປີໃຫມ່ທີ່ຜ່ານມາບໍ່ຮູ້ສິໄປຫຼິ້ນນ້ຳສົງພະຢູ່ໄສ  ກໍ່ໄດ້ກັບບ້ານໄປເຝ້າຄຸນເອື້ອຍລາວເຂົ້າເວນ  ຈະໄປບ່ອນໄດ໋ກໍ່ມີເຂົາເຈົ້າມາປິດຫົນທາງ  ຢ່ານຕິດລູກປືນທະຫານກໍ່ພ່ອງກັນ  ດີແລ້ວ

ທີ່ຕອນນີ້ເຫັນເຫດການທີ່ເມືອງໄທເບາໆໆລົງແດ່ໜ່ອຍ

ງານ Think Camp  ນີ້ໄດ້ຈັດຂຶ້ນໃນປີ 2552  ໂດຍທີ່ໄປນີ້ໄປທຳອິດ  ແລ້ວຈະມີການສັມມະນາລົມກັນເຖິງເລື່ອງຂອງການພັດທະນາເວັບໄຊຕ໌ອີກໃນເດືອນ  ສິງຫານີ້  ຖ້າຫາກທ່ານໃດທີ່ສົນໃຈ  ຢາກຈະນຳສະເໜີຜົນງານ ເວັບໄຊຕ໌ຫຼືແນວຄຶດເພື່ຣອງຣັບການພັດທະນາໃນເທັກນິກແນວອື່ນທີ່ມາໃໝ່ໆ ໂດຍການແຊຮ໌ຄຳເຫັນ  ການພັດທະນາກັນກໍ່ຂໍເຊິນຊວນໄດ້  ໂດຍຕຶດຕາມຣາຍລະເອີຍດໄດ້ທີ່  http://www.thinkcamp.in.th

ໃນທີ່ນີ້ຈະຂໍສະຫຼຸບງານທີ່ຂ້ອຍໄດ້ໄປສັມມະນາວ່າ  ໃນຕອນນັ້ນຂ້ອຍໄດ້ໄປສັມມະນາໃນຫັວຂໍ້ອັນໄດ໋ແດ່

ງານສັມມະນາທີ່ຜ່ານມານັ້ນຂ້ອຍໄປນຳສະເໜີໃນຫັວຂໍ້ຂອງການເຮັດພັດທະນາເວັບໄຊຕ໌ແລະຫາແນວຣ່ວມໃນການພັດທະນາ  http://www.moralproject.net  ໂດຍມີຣຸ່ນພີ່ທ່ານໜຶ່ງເປັນຫັວຫນ້ານຳທີມ ອ້າຍເດ  ຄຳນວນ ແຈ້ງປະຈັກ ໂດຍໄດ້ອະທິບາຍເຣື່ອງຄວາມເປັນມາວ່າ  ເປັນຫຍັງເຖິງຕ້ອງພັດທະນາເວັບນີ້  ໂດຍເວັບທີ່ເຮົາສິພັດທະນານີ້ແມ່ນເວັບຂອງໂຄງງານຄຸນນະທັມ  ຫຼາຍທ່ານກໍ່ອາດຈະງົງ  ເພາະກໍ່ມີຫຼາຍຄົນທີ່ເຂົາກໍ່ຍັງບໍ່ເຂົ້າໃຈ  ອັນທີ່ຈິງແລ້ວເວັບນີ້ຣວບຣວມຖານຂໍ້ມູນຂອງໂຄງງານ  ເປັນໂຄງງານທີ່ແຂ່ງຂັນກັນທຳຄວາມດີ  ໂດຍໄດ້ມີໂຄງການນີ້ມາປີນີ້ເປັນປີທີ່ 3 ແລ້ວ  ແລະມີສະມາຊິກເຂົ້າໃຊ້ງານຈຳນວນ 3000 ຄນໄດ້  ແລະ 3 ປີຣວມກັນກໍ່ມີໂຣງຮຽນ  30000  ໂຣງຣຽນເຂົ້າຮ່ວມໃນການແຂ່ງຂັນການປະກວດໂຄງງານນັບວ່າເປັນໂຄງການໃຢ່ຣະດັບປະເທດ  ນອກເໜືອຈາກນັ້ນກໍ່ຍັງມີໂຄງການອື່ນໆທີ່ຕາມມານັ່ນກໍ່ຄື  ໂຄງການປະກວດໜັງສັ້ນ  ໂຄງການເຮັດເພງໂດຍໃຫ້ເດັດນ້ອຍຊ່ວຍກັນແຕ່ງເພງອອກມາໄດ້ 3 ອາລະບັ້ມແລ້ວໃນຕອນນີ້ ແຕ່ໃນກິດຈະກຳທີ່ສຳເຣັດເຫຼ່ານີ້ຍັງບໍ່ມີເຄື່ອງມືອອນໄລນ໌ໄວ້ຮອງຮັບໃຫ້ເດັກນ້ອຍເຂົ້າໃຊ້ງານ  ບໍ່ວ່າຈະເປັນເຣື່ອງຂອງການນຳສະເໜອຫນັງສັ້ນທີ່ເດັກນ້ອຍສົ່ງເຂົ້າປະກວດ ຫຼືແນວອື່ນ  ຈົ່ງໄດ໋ກໍ່ດີເວັບນີ້ກໍ່ຍັງບໍ່ທັນໄດ້ພັດທະນາ  ຍັງໃຊ້ການພັດທະນາເວັບແບບໂອເພ່ນຊອດໃນກາຮພັດທະນາຢູ່ ເນື້ຫາທີ່ເດັກນ້ອຍເຂົ້າໄປອ່ານກໍ່ເລີຍເກິດການບົ່ນເບື່ກັນ  ແລະຖືກກະແສຂອງການຖາມຫາເວັບທີ່ໄຊ້ງານງ່າຍແລະເປັນສູນຣວມໄວ້ໃຫ້ເດັກນ້ອຍລົມກັນເວົ້າຈາກັນແບບອອນໄລນ໌ໃນຖານະທີ່ລາວເຄີຍທຳຄວາມດີນຳກັນມາ

ເຣື່ອງນີ້ພໍດີພີ່ເພິ່ນກໍ່ຮູ້ຈັກຂ້ອຍໃນຖານະທີ່ເຄີຍຊ່ວຍເຫຼືກັນມາດົນ  ແລະຂ້ອຍກໍ່ພໍໃຊ້ພາສາ  PHP  ຂຽນເວັບໄດ້  ລາວກໍ່ເລີຍຊວນຂ້ອຍໄປສັມມະນາໃນເທຍນີ້ນຳກັນ.

http://std.kku.ac.th/5132306001/001.png
ຂໍຂອບໃຈຮູປຖ່າຍຈາກ  http://www.pcampus.net  ທີມງານເຜີຍແຜ່ທັກສະທາງຄອມພິວເຕີ້ສູ່ເຍາວະຊົນ  ມະຫາວິທະຍາໄລຂອນແກ່ນ

http://std.kku.ac.th/5132306001/002.png
ຂໍຂອບໃຈຮູປຖ່າຍຈາກ  http://www.pcampus.net  ທີມງານເຜີຍແຜ່ທັກສະທາງຄອມພິວເຕີ້ສູ່ເຍາວະຊົນ  ມະຫາວິທະຍາໄລຂອນແກ່ນ

ຂ້ອຍໄດ້ນຳສະເໜີໄອເດຍການພັດທະນາເວັບແຊແບັງ  ແຊບ້ອກ  ນັ່ນກໍ່ຄືການພັດທະນາເວັບຂອງການແບ່ງປັນ  ສຳຫຼັບຄົນໃຊ້ງານຄົນໄດ໋ທີ່ຕ້ອງການທີ່ຈະບໍລິຈາກສິ່ງຂອງ  ກໍ່ໃຫ້ຕິດຕໍ່ກັນໃນເວັບນີ້ 
ນອກເໜືຈາກເຣື່ອງຣາວອື່ນໆນັ້ນຄືປະສບການທີ່ໄດ້ຮັບມາ  ບໍ່ວ່າຈະເປັນການໄປສັມມະນານຳກັນກັບຜູ້ພັດທະນາເວັບຣາຍໃຢ່ໃນເມືອງໄທ  ແລະໄດ້ຮູ້ຈັກແລກເປີ່ຍນປະສບການກັນ  ໂດຍເວັບໄຊຕ໌ທີ່ເຂົ້າຮ່ວມສັມມະນາໃນຄັ້ງນີ້ກໍ່ມີ 

T.H.NIC คุณ ภาคภูมิ ไตรพัฒน์      ນີ້ເປັນຫັວຫນ້າໃຢ່ຜູ້ເປັນເຈ້າຂອງໂດເມນ  in.th  ເວັບອິນໄທ
 Tag.in.th - วิลาส ฉ่ำเลิศวัฒน์
 Noknok.in.th - วิมลศรี นาคนาคา    ຕອນນີ້ເຂົ້າຮ່ວມງານກັບ  http://www.sanook.com  ແລ້ວ  ກໍ່ເລີຍປ່ຽນເປັນ  http://noknok.sanook.com
 Channelfreak.com - อรรถพร ชาญประโคน
 PG.in.th - ณัฐชัย อึ๊งศรีวงศ์
 Abdul.in.th - ชัชวาล สังคีตตระการ
 Coconews.in.th - ศักขรินทร์ เต้าสุวรรณ์
 Otopthaitouch.blogspot.com - ณัฐพงศ์ ศรีพลอยรุ่ง
 Macroart.net – อภิศิลป์ ตรุงกานนท์
 CC.in.th - ชิตพงษ์ กิตตินราดร
 Pet2you.in.th - อรรถสิทธิ์ มุกดานัดที
 Tuvolunteer.org - ทิวสน สีอุ่น
 Foosci.com - ฉกาจ ชลายุทธ
 Windows Live for Mobile - Microsoft Student Partner  
 Moralproject.net - คำนวน แจ้งประจักษ์ และ ณัฐพล พรมภักดี   ອັນນີ້ແມ່ນຂອງຂ້ອຍກັບອ້າຍເພິ່ນທີ່ເຂ້າຮ່ວມສັມມະນາໃນກິດຈະກຳນີ້
 ITCEO.in.th - พันธุ์ทิตต์ สิรภพธาดา
 ร่วมสะกิดความคิด เพื่อพัฒนาเว็บไทย - สุทัศน์ รงรอง
 Itcoolgang.com - ปรัชญา วงศ์วรกุล
 Projectlib.in.th - เมฆินทร์ ลิขิตบุญฤทธิ์
 ThaiHi5.com - อรรณพ สุวัฒนพิเศษ
 Thaitube.in.th - กฤษณ์ เครือแดง
 Beartai.com - ศุภเดช สุทธิพงศ์คณาสัย
 Elgg.in.th - พิศาล เชื้อชาติไชย
 ATIZ.com & Artoninnovation.com - ดร. สารสิน บุพพานนท์ และ พฤกษ์ วิยาภรณ์
 Porpeangseller.com - กนล นภาพงศ์
 How we can learn from flickr? - วีนนาท มงคลมาลย์
 YWC.in.th - พีรวิชญ์ แก้วเมือง
 Citec.us - วุฒิพงษ์ ชาติอนุลักษณ์
 Thank you (ปิดงาน) – ภาคภูมิ ไตรพัฒน์
 108blog.net - ธวัชชัย กังแฮ
 Pensri.in.th - เพ็ญศรี อรุณวัฒนามงคล
 Easy4com.net - ชัยวุฒิ พรหมบุตร

ເສັດຈາກກິດຈະກຳສຳມະນາແລ້ວກໍ່ໄດ້ເສື້ງານ  Thinkcamp  ແລະຈອກທີ່ລະລຶກໃນຖານະທີ່ເປັນຄົນທີ່ຮ່ວມນຳສະເໜີໄອເດຍດີໆ ແບບນີ້

shirt
ເສື້ງານສັມມະນາເດີ້  ງາມຫຼາຍໆໆ  ຂ້ອຍໃສ່ຍັງບໍ່ທັນໄດ້ຊັກຢູ່ຕັ່ງແຕ່ໄດ້ມາ  ອິອິ

ok-cup

ອັນນີ້ເປັນຂອງຊຳຣ່ວຍໃນການຮ່ວມສັມມະນາ 
ຄົນທີ່ຂຽນແບບແຕັມສັນຍະລັກໃນຈອກທີ່ທ່ານເຫັນຢູ່ນີ້ເປັນເດັກ ມັດທະຍົມ  ໄດ້ຂອງຣາງວັນເປັນ  Harddisk 1 Tera

ນອກຈາກນີ້ການສັມມະນາໃນຄັ້ງນີ້ຂອງຂ້ອຍກັບອ້າຍເດ  ກໍ່ໄດ້ຮັບຄວາມສົນໃຈຈາກໜັງສືພິມໄທຮັດ  http://www.thairath.co.th  ທ່ານສາມາດເຂົ້າໄປເປິດເບິ່ງຜົນງານຂອງຂ້ອຍໄດ້ 555

ติ้งค์แคมป์ เปิดช่องจิตอาสา หวังเติมคุณธรรมผ่านเว็บ [11 มี.ค. 52 - 06:27]

alt
 

http://www.thairath.co.th/news.php?section=technology03a&content=127256

ແລ້ວພົບພໍ່ກັນໃໝ່ໃນກາຮສັມມະນາຄັ້ງຕ່ອໄປທີ່ຈະຈັດຂື້ນໃນເດືອນສິງຫາ  ປີ  2009  ນີ້  ທີ່ມະຫາວິທະຍາໄລຈຸລາລົງກອນຮາດຊະວິທະຍາໄລ  ບາງກອກ 
ທ່ານໄດ໋ສົນໃຈຮ່ວມສັມມະນາຕິດຕ່ອ   webmaster@pcampus.net  ໄດ້ເລີຍ