ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໂຍ  ໂວ , ອານັນທະ , ມະຍາ ທັມໂມ ຈະ ວິນະໂຍ

ຈະ ເທສິໂຕ  ປັນຍັຕໂຕ , ໂສ ໂວ  ມະມັຈຈະເຍນະ

ສັຕຖາ.....

໐໐.... ຟັງກ່ອນອານັນທະ (ອານົນທ໌) ພະທັມມ໌ແລະພະວິນັຍໃດ໋ທີ່ເຮົາໄດ້ເທດໃຫ້ຟັງແລ້ວ

ບັນຢັດແລ້ວແກ່ຫມູ່ເຈົ້າທັ້ງຫລາຍ  ພະທັມມ໌ແລະພະວິນັຍນັ້ນ ຈັກເປັນພະສາສດາຂອງຫມູ່ເຈົ້າ

ເມື່ອເຮົາໄດ້ລ່ວງລັບໄປ  ....໐໐   ພະພຸທວັຈນະຂອງພະສັມນໂຄດົມ

.........................................................................................................................................

ສະຕະບັນນີ ເມືອງ ລາຊຄຶດຫ໌  ເອກສານຈີນບັນທຶກວ່າ ຖ່ຳເຈັດຫນ່ວຍ

ຮູບຖ້ຳສະຕະບັນຄູຫາ

໓ ເດືອນ ຫລັງພຸທປລິນິບພານ (໙ ເດືອນ ກ.ພສ.) ມີການສັງຄາຍນາພະໄຕປິດົກຄັ້ງທຳອິດ

ເຫດມາຈາກເລື່ອງພະສຸທັທທຜູ້ບວດຕອນເຖ່າ  ໄດ້ກ່າວຈາບຈ້ວງພະທັມວິນັຍ  ແລະເພື່ອໃຫ້ພະທັມວິນັຍຮຸ່ງເຮືອງສືບໄປ

ໂດຍທີ່ປະຊຸມພະອໍລະຫັນ ໕໐໐ ຮູບ  ມີພະມຫາກັສປະເປັນປະທານ  ພະອຸບາລີເປັນຜູ້ວິສັຊນາພະວິນັຍ

ພະອານົນວິສັຊນາພະທັມ (ມີການຈັດແຍກເປັນພະສູດແລະພະອພິທັມ) ທີ່ ຖ່ຳສັຕຕບັນຄູຫາ ພູເວພາລະບັນພົດ ເມືອງຣາຊຄລຶ

ໂດຍມີພະເຈົ້າອາຊາຕສັດຕູຊົງອຸປຖັມ ໃຊ້ເວລາໃນການສັງຄາຍນາຄັ້ງທຳອິດນີ້ເປັນເວລາ ໗ ເດືອນ

 

ແຫລ່ງອ້າງອິງຂໍ້ມູນ
ພຸທວັຈນະ  Mahasangiti Tipitaka Buddhavasse 2500 | www.tipitakaquotation.net --> 7D:484-484
ຄຳບັນຍາຍ 
ກາລານຸກົມ ພະພຸທສາສນາ ຫນ້າ ໑໖ ສ້າງໂດຍພະພົມຄຸນາພອນ ວັດຍານເວສກວັນ ນະຄອນປະຖມ
ຮູບປະກອບ  http://www.pantip.com/cafe/religious/topic/Y5290425/Y5290425.html
ປະວັດພະເຈົ້າອາຊາຕສັດຕູ http://th.wikipedia.org/wiki/พระเจ้าอาชาตศรัตรู

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ແຜນທີ່ປະເທດໄທຍ໌

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ເຂົາໃຊ້ຝ່າມືຕົບຂ້ອຍເຂົ້າຢ່າງແຮງ  ຂ້ອຍຮູ້ສຶກເຈັບປວດສະເຫຼືອເກີນ....

ຂ້ອຍບໍ່ຮູ້ວ່າເກີດມາຕັ້ງແຕ່ຕອນໃດ  ພໍແຕ່ຄ່ອຍລືມຕາອ້າປາກໄດ້ຂ້ອຍກະອາສັຍຢູ່ໃນນ້ຳແລ້ວ  ບໍ່ຮູ້ວ່າພໍ່ແມ່ຊື່ຫຍັງ

ຂ້ອຍກິນຂີ້ໄຄນ້ຳເປັນອາຫານຢູ່ກັບໝູ່ຂອງຂ້ອຍ  ທີ່ຟັກອອກມາຈາກໄຂ່ໜ່ວຍນ້ອຍໆ ເຊັ່ນດຽວກັນກັບຂ້ອຍ

ຂ້ອຍມັກສົງໃສຢູ່ຕະຫຼອດວ່າເປັນຫຍັງໝູ່ຂ້ອຍຄືໜ້າຕາຄືກັນກັບຂ້ອຍແທ້  ຫຼືວ່າເຮົາເກີດມາຈາກທ້ອງແມ່ດຽວກັນ ຫຼືແມ່ນເປັນຝາແຝດກັນ?

ຂ້ອຍອາສັຍຫາກິນອາຫານກັບໝູ່ຢູ່ໃນແອ່ງນ້ຳນ້ອຍໆ ແບບນີ້ເລື້ອຍມາຍ່າງມີຄວາມສຸຂ

 

ຂ້ອຍໂຕໃຫຍ່ເປັນບ່າວເຕັມທີ່ແລ້ວ 

ຢູ່ມາມື້ໜຶ່ງໝູ່ຂອງຂ້ອຍແລ່ນຕາລີ້ຕາລານມາບອກກັບຂ້ອຍໃຫ້ຟ້າວແລ່ນໜີ  ໂຕອີຫຍັງກະບໍ່ຮູ້ມັນຕົກມາແຕ່ເທີງຟ້າ 

ມັນໂຕໃຫຍ່ເປັນຕາຍ່ານອີຫລີ  ປາກມັນໃຫຍ່ຄັກຂະໜາດກິນຂ້ອຍກັບໝູ່ໄດ້ເປັນໂຕໆເລີຍ  ມັນແລ່ນໄວຄັກ  ຫາງມັນໃຫຍ່  ສຽງຫາຍໃຈຜ່ານເຫງືອກຂອງມັນດັງ  ເງືອບໆໆ

ນ້ຳຕາຂ້ອຍຍ້ອນຕົກເເມື່ອເຫັນໝູ່ຂອງຂ້ອຍຕ້ອງເສຍຊີວິດ  ມັນກິນລຸ້ນນ້ອງຂອງຂ້ອຍລົງທ້ອງແບບບໍ່ມີຄວາມເມດຕາ  ຂ້ອຍເຂ້ມແຂັງສູ້  ລົບຄວາມເສຍໃຈ ຕ້ອງສະຕິເພື່ອເອົາໂຕລອດ

ຂ້ອຍກັບໝູ່ພາກັນແລ່ນໜີມັນໄປລີ້ຢູ່ປາກໂອ່ງ  ເພື່ອບໍ່ໃຫ້ສັດປະຫຼາດນັ້ນເຫັນຂ້ອຍ   ຂ້ອຍຢູ່ບ່ອນນັ້ນໄດ້ບໍ່ໂດນ  ຂ້ອຍກະຮູ້ສຶກອີຫຍັງແປກໆໆ

ໂຕຂອງຂ້ອຍມັນລອຍຂຶ້ນໄປເທີງນ້ຳເອງ 

ກູເປັນຫຍັງວະສູ   ຂ້ອຍຮ້ອງເວົ້າກັບໝູ່

ກູກະຄືກັນ    ໝູ່ຂອງຂ້ອຍວ່າກັບຂ້ອຍ

ອັສຈັນແທ້!!!  ຂ້ອຍຮ້ອງອອກມາຢ່າງແຮງ  

 

ຂ້ອຍລອງປ່ອນຫົວອອກມາເໜືອແຜ່ນນ້ຳໃນໂອ່ງນ້ຳນ້ອຍໆນັ້ນ  ຂ້ອຍຮູ້ສຶກມີກຳລັງວັງຊາຫຼາຍ   ຜິວຫນັງຂອງຂ້ອຍມັນຫາຍໃຈເອງໄດ້   

ຂ້ອຍມີໃບພັດເຮລິຄອບເຕີ້ຢູ່ຂ້າງຫລັງ   ສະຫວັນຈັ່ງແມ່ນເຂົ້າຂ້າງຂ້ອຍໃຫ້ບິນໜີໄດ້  ຂ້ອຍມີປີກສາມາດບິນຫນີສັດປະຫຼາດໂຕຍັກນັ້ນໄດ້ແລ້ວ  ຂ້ອຍດີໃຈຢ່າງແຮງ  ໝູ່ຂ້ອຍກະດີໃຈຄືຂ້ອຍ 

ຂ້ອຍຫັດບິນ  ຂ້ອຍບໍ່ເມື່ອຍເລີຍແຖມຊ້ຳຂ້ອຍຍັງມ່ວນກັບການບິນ  ວິນາທີນີ້ຂ້ອຍຮູ້ສຶກວ່າຂ້ອຍເປັນຮີໂຣ່ແລ້ວ  ...

 

ຂ້ອຍຫັດບິນກັບໝູ່  ແລະໄດ້ຮຽນຮູ້ອີຫຍັງຫຼາຍໆ  ຢ່າງກັບໝູ່    ຫຼິ້ນຢ່າງສະໜຸກສະໜານ  ບໍ່ດົນຂ້ອຍກະເລີ່ມເຈັບທ້ອງຢາກກິນອີຫຍັງສັກຢ່າງລົງທ້ອງ

ປ່ະ  ເຮົາພາກັນໄປຫາຂີ້ໄຄນ້ຳກິນ    ໝູ່ຂ້ອຍຊວນ

:  ອ໋າວ!!!   ເຮົາກັບໄປໃນໂອ່ງໃນນ້ຳບໍ່ໄດ້  ເຮົາສິໄປຫາຂີ້ໄຄນ້ຳກິນໄດ້ຈັ່ງໃດ໋  

ເຮົາຕ້ອງຫາຫຍັງກິນກ່ອນເຮົາສິຫິວຕາຍໄປກວ່ານີ້

ວ່າແລ້ວຂ້ອຍກະອອກບິນໄປເລື້ອຍໆ  ບໍ່ດົນຂ້ອຍກະພໍ້ພວກຜູ້ມີປີກຄືຂ້ອຍ  ພວກຜູ່ນີ້ເຂົາເຖ່າຫຼາຍແລ້ວ  ເຂົາບອກຄວາມຈິງກັບຂ້ອຍວ່າໝູ່ເຮົາແມ່ນໃຜ 

ເຂົາບອກວ່າພວກເຮົາຖືກເອີ້ນວ່າ ຍຸງ   ໝູ່ເຮົາກິນເລືອດເປັນອາຫານເທົ່ານັ້ນ  ເຮົາຕ້ອງກິນເພື່ອລ້ຽງຊີບໂຕເອງໂດຍຫຼີກເລີ້ຍງບໍ່ໄດ້   ເຮົາຈຳເປັນຕ້ອງກິນເພື່ອມີຊີວິດຢູ່ຕໍ່ໄປ

ຂ້ອຍຖາມຜູ້ເຖ່າຍຸງອາວຸໂສວ່າ  

:  ເຮົາບໍ່ກິນເລືອດໄດ້ບໍ່ 

:  ບໍ່ໄດ້  ຂັ້ນເຈົ້າບໍ່ກິນ ເຈົ້າກະສິຕາຍ   ຜູ້ອາວຸໂສຍຸງບອກຂ້ອຍ

:  ແລ້ວຂ້ອຍສິໄປຫາ..  ກິນໄດ້ບ່ອນໃດ

:  ຫາງ່າຍ  ພວກນີ້ມີກະດູກສັນຫລັງ  ສ່ວນຫຼາຍພວກນີ້ເລືອດຣົສຈືດ

ຜູ້ອາວຸໂສບອກຂ້ອຍພໍເປັນຄວາມຮູ້ກັບຂ້ອຍເທົ່ານີ້  ຂ້ອຍກະໄດ້ບິນເພື່ອອອກຫາກິນຕາມຄຳແນະນຳຂອງທ່ານອາວຸໂສທີ່ໃຫ້ໄວ້   

ຂ້ອຍອອກຫາກິນເລືອດສັດມີກະດູກສັນຫຼັງຫຼາຍຊະນິດ   ບາງຊະນິດມີ 4  ຂາ  ບາງຊະນິດກະມີປີກ  2  ຂາ   ແຕ່ວ່າລົດຊາດບໍ່ແຊ່ບໆ  ປານໃດ   ລົດຊາດເປັນຈືດໆ  ຂ້ອຍບໍ່ມັກ

ຂ້ອຍອອກຫາກິນຈັ່ງຊີ້ໄດ້ດົນພໍສົມຄວນ  ບໍ່ດົນຂ້ອຍກະໄປພໍ້ກັບລົດຊາດຂອງອາຫານທີ່ບໍ່ເຄີຍສຳຜັດມາກ່ອນ  ເລືອດລົດນົວ ແຊ່ບໆດີ  ຂ້ອຍໄດ້ດູດແລ້ວມັກຫຼາຍ

ຄືກັບຂ້ອຍໄດ້ຂຶ້ນສະຫວັນເລີຍ  ຂ້ອຍໄປດູດເລືອດຂອງສັດສອງຂາຊະນິດໜຶ່ງ   ໂຕມັນໃຫຍ່ເອາແທ້ເອົາວ່າບາງເທື່ອຂ້ອຍກະດູດເລືອດມັນໄວ້ຈົນເຕັມທ້ອງ  ເກັບໄວ້ມາໃຫ້ໝູ່ຊິມກະມີ

ຢູ່ມາມື້ໜຶ່ງເຫດການບໍ່ຄາດຄິດກະເກີດຂຶ້ນກັບຂ້ອຍ      ໃນຂະນະທີ່ຂ້ອຍກຳລັງດູດເລືອດອັນແຊ່ບນົວຂອງສັດສອງຂາສະນິດນີ້ຢູ່   ມັນເອົາອີຫຍັງກະບໍ່ຮູ້ມີ 5 ງ່າ  ຄືງ່າໄມ້ຕົບຂ້ອຍຢ່າງແຮງ

ຂ້ອຍຖືກເຂົາຕົບຢ່າງແຮງ!!!   ດີທີ່ຂ້ອຍມີສະຕິໄດ້ຂ້ອຍກະເລີຍທຳທ່າຕາຍ  ຕົກລົງມາກອງຢູ່ຂີ້ດິນ   ແລ້ວບິນໜີລອດຕາຍອອກມາ...

ຂ້ອຍຈົ່ມໃນໃຈ  ສັດພວກນີ້ຈັ່ງແມ່ນມັນໂຫດຫຼາຍ   ຂ້ອຍມາຫາຂອງກິນເດີ້  ຂ້ອຍບໍ່ໄດ້ຄຶດສິມາດູດເລືອດເຈົ້າ!!  ບໍ່ເຈດຕະນາສິເຮັດໃຫ້ເຈົ້າບໍ່ພໍໃຈ 

ຖ້າເລືອກໄດ້ຂ້ອຍບໍ່ກິນເລືອດດອກ   ແຕ່ວ່າຕອນນີ້ເລືອດມັນເປັນອາຫານຂອງຂ້ອຍຊື່ໆໆ

 ........................................................................................................................................................

ຄຳເຕືອນ :  ຖ້າອ່ານບົດຂອງຂ້າພະເຈົ້າແລ້ວມີຄຳລາວປົນໄທຍ໌  ຂໍໃຫ້ລະໄວ້ໃນຖານທີ່ເຂົ້າໃຈ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ໜັງຂອງຄົນອີສານເຂົ້າໂຣງອີກເທື່ອໜຶ່ງແລ້ວ  ຂ້າພະເຈົ້າກະເລີຍໄດ້ໄປເບີ່ງຢູ່ໃນໂຣງໜັງ  ຊື່ເລື້ອງ ຄູບ້ານນອກ  ບ້ານໜອງຮີໃຫຍ່  ຕັ້ງຢູ່ຕຳບົນບ້ານໜອງຮຳໃຫຍ່  ເຊີ້ງບ້ານນີ້ເປັນບ້ານທຸລະກັນດານ  ແຕ່ວ່າເທົ່າທີ່ເບີ່ງຈາກເລື້ອງ  ສະຖານທີ່ຈັງແມ່ນເປັນບ່ອນດິນດຳນ້ຳຊຸ່ມດີ  ຂອງປ່າກະຈັ່ງແມ່ນຫາງ່າຍ  ແລະອີກຢ່າງໜຶ່ງນັ້ນແມ່ນທະນາຄານອອມສິນ  ຈັ່ງແມ່ນໂລໂກ້ທັນໃຫມຂະນາດ  ປະທັບໃຈຫຼາຍໆ ບົດຂອງນັກສະແດງ  ແຕ່ຄວາມມັກສ່ວນໂຕນັ້ນຂ້າພະເຈ້າມັກນາງເອກເລື້ອງນີ້ແຮ້ງ!!  ແຮງ  ຈັ່ງແມ່ນຜູ້ງາມຄັກ  ເຊີ້ງນັດບໍ່ຄ່ອຍເຫັນໜັງໄທຍ໌ທີ່ມີນາງເອກເວົ້າລາວ ໄດ້ຊັດແຈ໋ວແບບນີ້ຈັກເທື່ອ

ສ່ວນເລື້ອງພາສາທີ່ໃຊ້ນັ້ນ  ແມ່ນພາສາທີ່ຄົນອີສານໃຊ້ລົມກັນໃນຕອນນີ້ລ່ະ  ມັນເປັນພາສາອີສານລ້ວນໆ  ບາງເທື່ອກະໄທຍ໌  ໂດຍສະເພາະຍາມຄູນ້ອຍລົມກັນ


ການນຳກັບມາສ້າງໃຫມ່ໃນຄັ້ງນີ້ກະໄດ້ປ່ຽນຊື່ໂຕລະຄອນ  ປ່ຽນຊື່ໝູ່ບ້ານເປັນບ້ານໜອງຮີໃຫຍ່  ຈາກຜົນງານຜູ້ກຳກັບລູກອີສານຄົນເກົ່າ  ທ້າວສຸລະສີ  ຜາທັມ  ນອກຈາກນັ້ນຍັງມີນັກສະແດງສົມທົບ  ຄຳປານີ  ວົງທອງຄຳ  ນັກສະແດງສາວລາວຈາກ ສປປ.ລາວ  ທີ່ມີດີກຼີເປັນເຖີງນັກຮ້ອງສຽງເພງສາຍຣໍເຂົ້າໂທລະສັບມືຖື  ທີ່ມີຍອດດາວໂຫລດຫຼາຍເປັນອັນດັບໜຶ່ງຂອງປະເທດມາຮ່ວມສະແດງນຳ  ແລະຮັບບົດເປັນ  ລຳດວນ  ສາວງາມແຫ່ງໝູ່ບ້ານໜອງຮີໃຫຍ່  ແລ້ວຍັງເປັນຜົນງານຊິ້ນທຳອິດຂອງນາງຄຳປານີ ອີກຕ່າງຫາກ

ຈາກທີ່ຂ້າພະເຈົ້າໄດ້ເບີ່ງບົດບາດ  ຂ້າພະເຈົ້າກະເລີຍຕ້ອງຂໍແນະນຳຜົນງານການຫຼິ້ນໜັງຂອງລາວ  ມາເວົ້າສູ່ກັນຟັງ....

ອາຈານສຸລະສີ  ຜາທັມ  ຮູ້ຈັກກັບນາງຄົນນີ້ໄດ້ໂດຍວິທີໃດ໋?

ຄືທີ່ຜ່ານມາອາຈານໄດ້ເຮັດງານເຊື່ອມຄວາມສັມພັນວັດທະນະທັມກັບພີ່ນ້ອງຊາວລາວມາໂດຍຕະຫຼອດ  ອາຈານໄດ້ສ້າງໜັງກະບໍ່ລືມທີ່ຈະຄຶດຮອດພີ່ນ້ອງລາວ  ແລ້ວມັນກະມີບົດຂອງລຳດວນເຊີ້ງວ່າງຢູ່ພໍດີ  ເຊີ້ງກະມີພັກພວກເພື່ອນຂອງອາຈານໄດ້ເປັນຜູ້ແນະນຳຕິດຕໍ່ປະສານງານກັບຄຳປານີໃຫ້  ເຊີ້ງເຂົາເປັນເດັກທີ່ເຕີບໃຫຍ່ມາໃນແວດວົງສິນລະປິນໂດຍແທ້  ເຂົາມີຄວາມສາມາດພິເສດໃນການສະແດງນາດຕະສິນຕາມແບບແຜນຂອງລາວໄດ້ທຸກຮູບແບບ  ເຊີ້ງເຂົາກະເຄີຍມີປະສົບການພໍສົມຄວນແລ້ວ  ເຊັ່ນ  ເຂົາຢູ່ລາວກະເຄີຍຫຼິ້ນມິວສິກວີດີໂອໃຫ້ສິນລະປິນລາວ  ເປັນນັກຮ້ອງເພງສຽງຣໍສາຍ  ເປັນໂຕແທນປະເທດໄປສະແດງສິນລະປະວັດທະນະທັມທາງນາດຕະສິນຫຼາຍໆປະເທດ  ອາທິ  ຍີ່ປຸ່ນ  ຝຣັ່ງເສດກະເຄີຍໄປມາແລ້ວ  ອາຈານກະເລີຍຍົກບົດບາດລຳດວນນັກສະແດງຈາກລາວນີ້ໃຫ້ກັບນາງຄຳປານີ ນັ້ນເອງ...

ສ່ວນໃນດ້ານການສະແດງບົດໃນເລື້ອງນັ້ນຄຳປານີກະສະແດງໄດ້ດີອີຫລີ  ສາມາດຫຼິ້ນໄດ້ສົມບົດບາດການສະແດງ  ເຖີງແມ້ວ່າສິເປັນການຫຼິ້ນຫນັງຄັ້ງທຳອິດ  ກະສາມາດສ້າງນ້ຳຕາໃຫ້ກັບຄົນເບີ່ງຈາກບົດທີ່ລາວໄດ້ສະແດງ  ອີກປະການໜຶ່ງນັ້ນແມ່ນເປັນການເປີດໂຕນັກສະແດງຈາກປະເທດເພື່ອນບ້ານ  ເພື່ອມາຫຼິ້ນໜັງຢູ່ເມືອງໄທນັ້ນເອງ  ແຕ່ກະຫາໂອກາດໄດ້ຫຼິ້ນຍາກຖ້າບໍ່ແມ່ນຜູ້ກຳກັບລູກອີສານລູກເຂົ້າໜຽວໂດຍແທ້   ແລະກະນັ້ນແມ່ນໃນບົດ  ລຳດວນ (ຄຳປານີ) ຕ້ອງເວົ້າເປັນພາສາອີສານມີຫາງສຽງເປັນຄ່ະ  ນັ້ນເອງ







ຖ້າໃຜຢາກຊົມບົດບາດການຫຼິ້ນຫນັງຂອງຄົນລາວກະຂໍເຊີນມາເບີ່ງໄດ້ຖ້າມີໂອກາດ  ແຕ່ຖ້າບໍ່ມີເວລາກະຣໍແຜ່ນ  ຫຼືວ່າຣໍໂຫລດເອົາຢ່າງເດີຍວ...........

 

ຄຳເຕືອນ :  ຖ້າອ່ານບົດຂອງຂ້າພະເຈົ້າແລ້ວມີຄຳລາວປົນໄທຍ໌  ຂໍໃຫ້ລະໄວ້ໃນຖານທີ່ເຂົ້າໃຈ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

 


ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າໄດ້ເອົາບົດຄວາມໃນບົດນີ້ຕອນໜຶ່ງໄປຖາມໃນແບບສຳຫຼວດລະຫວ່າງ  ຫົວລ້ານລື່ນຄູ  ຫຼື   ຄວາມຄິດສ້າງສັນ  ຂອງບັກຈັນດີ ໂຕລະຄອນໃນເລື່ອງນີ້  ທີ່

http://punlao.com/love4nut/polls/6846/

ແຕ່ແທ້ຈິງແລ້ວນັ້ນ ເລື້ອງນີ້ຂ້າພະເຈົ້າຖອດບົດມາຈາກປຶ້ມເລື່ອງ “ລູກອີສານ” ຂອງອາຈານຄຳພູນ  ບຸນທະວີ  ມີຢູ່ໃນບົດທີ່  ໙   ຫົວຂໍ້ຫຼວງພໍ່ເຄນອາລະວາດ

ເນື້ອໃນບົດມີຢູ່ວ່າ...

........................................................................................................................

ຫຼວງພໍ່ເຄນອາລະວາດ

ເມື່ອຄູໃຫຍ່ລາວໄດ້ອົບລົມເດັກນ້ອຍໃນໂຮງຮຽນດົນພໍສົມຄວນແລ້ວ  ກໍ່ໃຫ້ຄູນ້ອຍເວົ້ານຳ ຄູທອງເວົ້າວ່າ ໂຕ໊ະຮອງຂຽນທຸກຊັ້ນຮຽນນັ້ນ  ນັກຮຽນນັ່ງຮອງຂຽນໄດ້ສາມຄົນ  ໃຫ້ເດັກນັກຮຽນຜູ້ຍິງນັ່ງຢູ່ຂ້າງໜ້ານັກຮຽນຊາຍ  ເວລາຮຽນມີສາມຕອນ ຄືຕອນເຊົ້າໜຶ່ງຕອນກັບຕອນບ່າຍອີກສອງຕອນ ຄືເລີ່ມສາມໂມງເຊົ້າເຖີງທ່ຽງຕອນໜຶ່ງ ແລ້ວຈາກສີ່ໂມງແລງອີກຕອນໜຶ່ງ ລະຫວ່າງພັກຮຽນເວລາບ່າຍສາມໂມງເຖີງບ່າຍສາມໂມງເຄີ່ງເອີ້ນວ່າ “ພັກນ້ອຍ” ແລະຕອນນີ້ຫ້າມນັກຮຽນເມືອບ້ານຫຼືວ່າອອກຈາກເຂດບໍລິເວນວັດ

ນັກຮຽນທຸກຄົນເຊື່ອຟັງຄູກັບຫຼວງພໍ່ເຄນ ແລະມັກຟັງແຕ່ສຽງລະຄັງເພາະແຜ່ນເຫລັກທີ່ໃຊ້ເປັນລະຄັງແຜ່ນນີ້ເປັນຂອງສັກສິດຄືຫຼວງພໍ່ເຄນຍ່າງໄປຂໍເຂົາເຈົ້າມາຈາກອຳເພີ

ໃຜຈະອອກຈາກຫ້ອງຮຽນຕ້ອງແຈ້ງລາຄູສາກ່ອນ ແລະຕອນນີ້ໃຫ້ ປ.໓  ປ.໔ ຂຶ້ນໄປຊ່ອຍກັນຈັດຫ້ອງຮຽນ ສ່ວນນັກຮຽນເຂົ້າໃໝ່ກັບ ປ.໑ ແລະ ປ.໒ ໃຫ້ຫຼິ້ນຢູ່ລຸ່ມ ເມື່ອໄດ້ຍິນສຽງລະຄັງຈັ່ງຂຶ້ນໄປເຂົ້າຮຽນຕໍ່

ພໍຄູທອງເວົ້າຈົບ ນັກຮຽນ ປ.໓ ປ.໔ ກໍ່ແລ່ນຂຶ້ນໄປເທີງໂຮງຮຽນ  ຂະນະນັ້ນຫຼວງພໍ່ເຄນກໍ່ຍ່າງໄຫວ່ໆ ມາທີ່ເສົາທຸງຊາດ ແລ້ວຍົກມືຂຶ້ນເວົ້າວ່າ

: ນັກຮຽນເຂົ້າໃໝ່ກັບນັກຮຽນ ປ.໑ ນັ່ງລົງກ່ອນ ສິເວົ້ານິທານໃຫ້ຟັງຈັກໜ່ອຍ
ໝົດສຽງຫຼວງພໍ່ ສຽງແຊວກັນຢູ່ກະມິດອິ່ມຊິ່ມ

: ເອົ້າ ນັ່ງລົງປົນກັນກະໄດ້ ຖືກະດານດິນສໍໄວ້ໃຫ້ດີ ຢ່າໃຫ້ຖືກຂີ້ດິນ  ຫຼວງພໍ່ວ່າອີກ
ບັກຈັນດີໝູ່ຂອງຄູນນັ່ງລົງ ຖອນຫາຍໃຈຢ່າງຍາວແລ້ວເວົ້າກັບຄູນຄ່ອຍໆ ວ່າ

: ບໍ່ເຫັນຫຼວງພໍ່ຖືແສ້ມາ ກະໄຄແໜ່
ຫຼວງພໍ່ເຄນລາວຊີ້ມືໄປຫາເດັກນ້ອຍຜູ້ຊາຍຄົນໜຶ່ງໜ້າຕາມອມແມມ ແລະມີຜ້າຂາວມ້າພັນແອວ

: ນັ່ນລູກທິດລິງແມ່ນບໍ່ ຍືນຂຶ້ນ ປີນີ້ໄດ້ຂຶ້ນຊັ້ນ ປ.໑ ແລ້ວແມ່ນບໍ່

: ອື້ອ  ເດັກນ້ອຍຄົນນັ້ນວ່າພ້ອມກັບຍືນຂຶ້ນ

: ເວົ້າ ‘ครับ’ ດູ້ ນັກຮຽນຍິງວ່າ ‘ค่ะ’ ເວົ້າໃໝ່

: ครับ!!!  ລູກທິດລິງວ່າດັງໆ

: ນັ່ນອີຫຍັງຢູ່ໃນຜ້າຂາວມ້າພັນແອວຮັ່ນ

: ຫໍ່ຂ້າວກັບລາບປາແດກ  ເດັກນ້ອຍຜູ້ນັ້ນວ່າແລ້ວຫັນໜ້າຊ້າຍຂວາຄືຈະອວດວ່າມີແນວກິນດີໆ

: ດີແລ້ວ  ພໍ່ມຶງຢາກຍ້າຍເຮືອນໄປຢູ່ຟາກໂຄກອີແຫລວ ກະໃຫ້ຕື່ນແຕ່ເຊົ້າເຂົ້າມາໂຮງຮຽນໃຫ້ທັນເດີ້

: ครับ

: ອອກມາຍືນຂ້າງໜ້າກ່ອນ ເບີ່ງໜ້າມຶງຄືສິບໍ່ໄດ້ອາບນ້ຳມາ ໓ ປີ ມີແຕ່ໂຕ ກໍ.ໄກ່ ເຖີງ ຮໍ.ນົກຮູກ ເຕັມໜ້າມຶງໄປໝົດ

ເມື່ອລູກຊາຍທິດລິງອອກມາຍືນຂ້າງໜ້າ ຫຼວງພໍ່ກະເອີ້ນເດັກຊາຍຫ້າຄົນ ເດັກຍິງສອງຄົນອອກມາຍືນຢູ່ໃກ້ໆກັນ ແລ້ວລ້ວງຜ້າສີແດງປຽກນ້ຳອອກມາຈາກຂ້າງແອວ ຍ່າງເຂົ້າຫາລູກຊາຍທິດລິງກ່ອນ  ຈັບຫົວລູກຊາຍທິດລິງໂດຍມືຊ້າຍ ເອົາຜ້າສີແດງໃນມືຂວາເຊັດແລະຖູຕາມໃບໜ້າຈົນທົ່ວ ແລ້ວບອກໃຫ້ນັ່ງລົງ ຕໍ່ຈາກນັ້ນຫຼວງພໍ່ກະເຊັດຖູໃບໜ້າຂອງເດັກຜູ້ຖັດມາຈົນຄົບທຸກຄົນ ແລ້ວຈັ່ງບອກນັ່ງລົງ

: ແຕ່ມື້ນີ້ເປັນຕົ້ນໄປ ໄຜສິມາໂຮງຮຽນຕ້ອງສ່ອງແວັ່ນສາກ່ອນ ໄຜມີຂີ້ມູກແຫ້ງຕິດນຳແກ້ມກັບມືສິຖືກຕີສິບເທື່ອ         ມີສຽງຄັບກັບຄ່ະຂຶ້ນພ້ອມໆກັນ

: ຍາມມີຂີ້ມູກໄຫຼອອກມາ ຢ່າເອົາມືເຊັດໄປປ້າຍກັບກົ້ນ ໃຫ້ສັ່ງອອກໃຫ້ໝົດ ຈື່ໄວ້

ຕໍ່ຈາກນັ້ນຫຼວງພໍ່ກະບອກວ່າ ມື້ນີ້ໂອ່ງນ້ຳກິນເທີງໂຮງຮຽນຍັງບໍ່ມີ ຕ້ອງຖ່າໃຫ້ຂະບວນກວຽນຂາຍໝໍ້ຂາຍໄຫບ້ານອື່ນມາເຖີງ ຈັ່ງຈະມີໂອ່ງໃສ່  ກິນນ້ຳເທີງກຸດໄປກ່ອນແຕ່ຢ່າຕັກນ້ຳຫຼາຍ ໃຫ້ກິນພໍອິ່ມພໍຢາກ ເພາະນ້ຳກິນຫາຍາກ ພວກເດັກວັດຫຼືເນນນ້ອຍຕ້ອງໄປຫາຕັກມາແຕ່ໄກໆ ສ່ວນກະໂປ໋ຕັກນ້ຳນັ້ນວາງໃຫ້ດີ ລະວັງຢ່າໃຫ້ມັນຕົກແຕກເພາະວ່າກະໂປ໋ໝາກພ້າວມັນຫາຍາກ

ເມື່ອຫຼວງພໍ່ບອກເລີກແຖວຮຽບຮ້ອຍ ພໍ່ຂອງບັກຄູນກັບພໍ່ຂອງບັກຈັນດີກໍ່ລົງມາຈາກເທີງໂຮງຮຽນ ບອກວ່າຈະກັບບ້ານກ່ອນ ຖ້າຢາກຂ້າວກໍ່ໃຫ້ແລ່ນກັບໄປກິນຢູ່ເຮືອນ ຈັນດີຖາມພໍ່ວ່າບໍ່ເອົາສະຕາງໄວ້ໃຫ້ກິນຂະໜົມຫວາ ລຸງເຂັ້ມພໍ່ຂອງບັກຈັນດີກໍ່ບອກວ່າ ແມ່ຄ້າຂາຍຂອງກິນບ້ານເຮົາບໍ່ມີແລ້ວ ລູກສາວຄົນຍວນມາໃໝ່ທີ່ເຄີຍຫາບຂອງຂາຍກະໄປອຳເພີຍັງບໍ່ທັນໄດ້ກັບ ແລ້ວພໍ່ກັບລຸງເຂັ້ມກະພາກັນກັບໄປ

ດວງຕະເວັນລອຍສູງຂຶ້ນຫຼາຍແລ້ວ  ເມື່ອສຽງລະຄັງດັງ ເຜັ່ງໆ ຄູນກະຊວນ ຈັນດີຂຶ້ນໄປເທີງໂຮງຮຽນພ້ອມກັບຫົວໃຈທີ່ເຕັ້ນແຮງ ຈັນດີເວົ້າວ່າເທີງໂຮງຮຽນບໍ່ມີຝາກັ້ນທັ້ງສີ່ຂ້າງຈັ່ງຊີ້ ຍາມຝົນຕົກລົມພັດມາມັນບໍ່ປຽກໝົດຫວາ  ຄູນບອກວ່າ ລົມກັບຝົນມັນສິມາແຕ່ໃສ ຈັນດີກໍ່ບໍ່ວ່າອີຫຍັງອີກ

ພໍເລີຍຄັນໄດໄມ້ກົມຂຶ້ນໄປ ຄູທອງກະຍ່າງມາດັກໜ້າ ບອກວ່າຊັ້ນມູນຢູ່ທາງຂວາມື ຈັນດີກັບຄູນຍ່າງນຳໜ້າໝູ່ໄປ ໂຕ໊ະຮອງຂຽນຊັ້ນມູນມີຢູ່ສີ່ແຖວ ແຖວລະສາມໂຕ  ຄູທອງຍ່າງຕາມໄປຈັດໃຫ້ນັກຮຽນຍິງສີ່ຄົນນັ່ງຂ້າງໜ້າເປັນຄູ່ໆ ໃນໂຕ໊ະຮອງຂຽນສອງໂຕ ອີກໂຕໜຶ່ງວ່າງໄວ້ ສ່ວນຄູນກັບຈັນດີກໍ່ໄດ້ນັ່ງຄູ່ກັນຕິດກັບແຖວນັກຮຽນຍິງ  ໂຕຂວາມືກະເປັນທີ່ນັ່ງຂອງເດັກນ້ອຍຜູ້ຊາຍອີກຄູ່ໜຶ່ງ ແລະອີກຄູ່ໜຶ່ງນັ່ງຂ້າງຫລັງຄູນກັບຈັນດີ ໂຕທີ່ວ່າງ ຄູທອງບອກວ່າເອົາໄວ້ໃຫ້ຜູ້ທີ່ບໍ່ທັນມີ ຕອນນີ້ຈະໄດ້ນັ່ງສະບາຍເພາະວ່າຂໍ້ສອກສິໄດ້ບໍ່ຕຳກັນແລ້ວຕີກັນ

ເມື່ອນັ່ງລົງຮຽບຮ້ອຍ ຄູທອງກໍ່ບອກວ່າ ຊັ້ນຂ້າງໜ້າຄື ປ.໑ ກັບ ປ.໒ ສ່ວນດ້ານຊ້າຍມືຊຶ່ງມີທີ່ວ່າງຄັ່ນກາງຄື ປ.໓ ກັບ ປ.໔ ແລະມື້ຕໍ່ໄປໃຫ້ນັກຮຽນຫາຂວດໃສ່ນ້ຳກິນມາ ຫຼືໃສ່ກະບອກໄມ້ໄຜ່ມາກະໄດ້  ເພື່ອຈະໄດ້ກິນຫຼືວ່າໃຊ້ລຶບກະດານ ຢ່າເອົາມືລຶບ ສ່ວນໄມ້ບັນທັດຂອງບາງຄົນນັ້ນທີ່ເຮັດຈາກແກ່ນໄມ້ແດງກະດີແລ້ວ  ມັນເປັນເງົາ ງາມດີ ບໍ່ຈຳເປັນຕ້ອງຊື້ໃໝ່  ແຕ່ຢ່າເອົາເຄາະຫົວກັນຫຼິ້ນເພາະມັນແຂັງຫຼາຍ  ສ່ວນຂອງຄູນ ພໍ່ກະເຮັດໃຫ້ຈາກແກ່ນໄມ້ຄືກັນ  ນຶກຢາກສິໄດ້ຄືຢູ່ຮ້ານຄົນຍວນທີ່ເປັນສີເຫຼືອງໆ ແຕ່ພໍ່ບອກວ່າຕັ້ງແຕ່ພໍ່ເຂົ້າໂຮງຮຽນຈົນຈົບ ປ.໔  ບໍ່ເຄີຍຊື້ໄມ້ບັນທັດຈັກອັນ  ເລີຍບໍ່ກ້າຂໍ

ຄູທອງບອກວ່າມື້ໜ້າຈັ່ງຈະມີການເອີ້ນຊື່  ໃຜຖືກເອີ້ນຊື່ໃຫ້ຍືນຂຶ້ນຂານແລ້ວຈັ່ງນັ່ງລົງ  ແລະຕໍ່ໄປນີ້ຈະມີການເລືອກຫົວໜ້າຊັ້ນຊ່ອຍເປັນຫູເປັນຕາຄູກັບຫຼວງພໍ່  ໃຜຢາກຈະເປັນຫົວໜ້າຊັ້ນກະໃຫ້ຍົກມືຂຶ້ນຍືນ

ຂ້ອຍຢາກເປັນ  ຈັນດີວ່າຢ່າງແຮງ ແລ້ວລຸກທະລຶ່ງຂຶ້ນຍືນ

:  'ผม'  สิ ว่าใหม่ว่า  'ผม'  ຄູທອງບອກ

ผมอยากเป็นครับ!!   ຈັນດີວ່າ

ຄູທອງຖາມວ່າມີໃຜຢາກເປັນແດ່  ກະບໍ່ມີໃຜລຸກຂຶ້ນ  ຄູທອງເລີຍບອກວ່າຕໍ່ໄປນີ້ຫົວໜ້າຊັ້ນຂອງເຮົານັ້ນແມ່ນ ເດັກຊາຍຈັນດີ  ເມື່ອບອກໜ້າທີ່ໃຫ້ຈັນດີແລ້ວກະເວົ້າວ່າການເປັນຫົວໜ້າຊັ້ນນີ້ບໍ່ມີການກຳນົດ ຄູອາດຈະເອົາຄົນໃໝ່ມາແທນມື້ໃດ໋ກະໄດ້ ຖ້າຈັນດີຢາກເປັນດົນໆ ກະໃຫ້ເຮັດໂຕດີໆ ຈັນດີບອກວ່າ 'ครับ' ແລ້ວກະນັ່ງລົງ

ຕໍ່ຈາກນັ້ນຄູທອງຫັນໄປຢິບຊັອກໃນຫີບກະດາດສີເຫຼືອງອ່ອນ  ແລ້ວເວົ້າວ່າມື້ນີ້ຈະສອນໃຫ້ຫັດແຕ້ມຮູບໄຮ່ນາຢ່າງດຽວ  ມື້ອື່ນຈັ່ງສິຮຽນວິຊາໃໝ່  ໃຜແຕ້ມເສັດແລ້ວໃຫ້ເອົາໄປວາງສົ່ງຄູໄວ້ເທີງໂຕ໊ະຂອງຄູ   ແລ້ວກະພັກທ່ຽງໄປໂລດ ຕອນບ່າຍຂຶ້ນຫ້ອງຮຽນຄູຈະມາກວດໃຫ້ຄະແນນ  ຄູວ່າຈັ່ງສັ້ນແລ້ວກໍ່ວາດຮູບໄຮ່ນາເປັນຕາລາງສີ່ຫຼ່ຽມຕິດກັນຫົກຊ່ອງລົງໃນກະດານດຳໃຫ້ເດັກນັກຮຽນເບີ່ງ  ພໍເສັດແລ້ວກໍ່ຍ່າງໄປຊັ້ນ ປ.໑  ແລະ ປ.໒

ນັກຮຽນຍິງຫັນໜ້າໄປມາໃສ່ກັນແລ້ວຫັນມາທາງຫຼັງເທື່ອແປັບໜຶ່ງ  ຈຶ່ງກົ້ມລົງຂີດໃນກະດານຂອງເຈົ້າຂອງ ສ່ວນບັກຄູນນັ້ນກະເພີ່ງໄດ້ຈັບດິນສໍກັບກະດານເທື່ອນີ້ເປັນເທື່ອທຳອິດ  ສ່ວນຈັນດີກະງຶກໆງັກໆ ຄືກັນ ຈັນດີເວົ້າຂຶ້ນຢ່າງແຮງວ່າ 

: ນາຜີບ້າກູບໍ່ຢາກແຕ້ມ  ມັນບໍ່ມີຝົນຕົກລົງມາໃຫ້ຈັກເທື່ອ

ເດັກນ້ອຍທີ່ນັ່ງຕົງຂ້າມກັບຈັນດີຫັນມາເຮັດຕາແວ໋ວຄືສິຍິ້ມແຕ່ບໍ່ຍິ້ມ  ແລ້ວກະຫັນກັບໄປ

ຄູນຈັບໄມ້ບັນທັດຂຶ້ນວາງທາບກະດານ ແລ້ວຂີດໄປຊ້າໆ ຕາກະຫຼຽວເບີ່ງກະດານດຳໄປເລື້ອຍໆ ແຕ່ກະໆ ຂີດໆ ຫຼາຍເທື່ອ ເມື່ອ ຄູທອງ ຍ່າງຜ່ານມາບອກວ່າ 

: ໃກ້ຈະເຖີງເວລາພັກທ່ຽງແລ້ວເດີ້!!! 

ຄູນກັບຈັນດີຈຶ່ງຟ້າວລົງມືຂີດອີກ ຢ່າງຕັ້ງໃຈ  ພໍຄູນຂີດຕາລາງໄດ້ຄົບຫົກຄືຈັ່ງຂອງຄູ  ກະຄວ່ຳກະດານຂອງຄູນໄວ້  ເມື່ອເບີ່ງຂອງບັກຈັນດີແຕ້ມເສັດແລ້ວ ແຕ່ມີຮູບຂີດໜາໆ ຢູ່ຕົງກາງເປັນວົງກົມ ກະເລີຍສົງສັຍຖາມວ່ານັ່ນມັນແມ່ນຮູບອີຫຍັງ  ຈັນດີບອກວ່າ

: ນີ່ແມ່ນຈອມໂພນຈອມໃຫຍ່ຢູ່ກາງນາກູ

: ຄູບໍ່ໃຫ້ແຕ້ມ  ໃນກະດານຄູກະບໍ່ມີ   ຄູນບອກມັນ

: ແຕ່ນາຂອງກູມີ  ກູຕ້ອງແຕ້ມ

ຈັນດີວ່າແລ້ວກະລຸກຂຶ້ນພາໄປວາງໄວ້ເທີງໂຕ໊ະຄູທອງ  ແລ້ວກະຍ່າງໄປໜ້າຊັ້ນຮຽນບອກກັບໝູ່ນັກຮຽນທຸກຄົນວ່າ

: ຂອງຜູ້ຍິງຜູ້ຊາຍວາງໄວ້ຄົນລະບ່ອນ  ຢ່າໃຫ້ມັນປົນກັນເດີ້!!

ເມື່ອມີສຽງລະຄັງພັກທ່ຽງ  ຄູນກັບຈັນດີກະພາກັນໄປຕະລຸ່ມກ່ອນໝູ່  ບັກຄູນຄຶດໃນໃຈບໍ່ເຊົາວ່າ ທີ່ບັກຈັນດີວາດຈອມໂພນລົງນຳນັ້ນ ມັນຄືສິໄດ້ຄະແນນຫຼາຍກວ່າເຮົາເປັນແນ່ນອນເລີຍ  ຢາກສິວາດລົງໄປຄືກັນ ແຕ່ໃນໄຮ່ຂອງຄູນມັນກະບໍ່ມີຈອມໂພນ

ຄວາມຕື່ນເຕັ້ນແລະດີໃຈເຮັດໃຫ້ຄູນກັບຈັນດີບໍ່ກັບໄປກິນຂ້າວທ່ຽງຢູ່ເຮືອນ  ພາກັນເບີ່ງນັກຮຽນຊຸມຜູ້ໃຫຍ່ໆ ວິ່ງປ້ຽວກັບຕີ່ຈັບແຂ່ງກັນຢູ່ລານວັດຢ່າງມ່ວນຊື່ນ   ເມື່ອຍ່າງໄປເຫັນພວກລູກຄູໃຫຍ່ກັບລູກເຈັກອູ໋ເວົ້າກັນເລື່ອງສົ່ງໃໝ່ກັບເຂັມຂັດໃໝ່ກະແຫ່ງເຮັດໃຫ້ຄູນຍືນຟັງຢ່າງສົນໃຈ  ຈັນດີຍ່າງເຂົ້າໄປຫາລູກຊາຍເຈັກອູ໋ທີ່ຄ້ຽວຂະໜົມແຫ້ງຢູ່  ກຸ້ບ!!ໆ ແລ້ວກະຖາມວ່າ

: ເຂັມຂັດລູກເສືອກັບເສື້ອໃສ່ມາໂຮງຮຽນ  ບ້ານມຶງມີບໍ່

: ມີຫຼາຍ  ເອົາກວຽນໄປຂົນກະບໍ່ໝົດ  ລູກເຈັກອູ໋ບອກ

: ກູສິຊື້ໃຫ້ໄດ້ໃນໄວໆ ນີ້ລ່ະ   ຈັນດີວ່າ

: ລາງຄົນເກັບຄັ່ງໄປຂາຍໄດ້ຊື້ເສື້ອໃໝ່ເດ້!   ລູກຊາຍໝໍລຳວ່າ

: ເອົາໄປຂາຍບ່ອນໃດ໋  ຈັນດີຕາວາວ

: ຢູ່ຮ້ານເຈັກອູ໋

: ຂາຍຈັ່ງໃດ໋  ຈັນດີຖາມໄວໆ

ຄັ່ງສົດກະປ໋ອງນົມລະສາມສະຕາງ  ຄັ່ງແຫ້ງສະຕາງດຽວ    ລູກເຈັກອູ໋ບອກ

ຈັນດີງຶກຫົວແລ້ວດຶງມືບັກຄູນຍ່າງໜີໄປ  ບອກກັບບັກຄູນວ່າມື້ອື່ນຕ້ອງໄປຫາເກັບຄັ່ງໄປຂາຍໃຫ້ໄດ້   ທີ່ເຮົາຄຶດວ່າສິຖ່າໃຫ້ອີ່ພໍ່ຊື້ເສື້ອໃໝ່ໃຫ້ຄືສິຖ່າໄປອີກຫຼາຍມື້  ແລະບອກວ່າ ເຮົາຕ້ອງໄປເກັບນຳກາງທົ່ງນານຳກັນ  ຄູນກະຮັບປາກວ່າ ສິໄປແນ່ນອນ  ເພາະຍາມເຫັນກາງເກງກັບເຂັມຂັດລູກເສືອຂອງພວກລູກຊາຍໝໍລຳແລ້ວ  ເຮັດໃຫ້ກູກິນນ້ຳລາຍຢູ່ທຸກເທື່ອ

ເມື່ອມີສຽງລະຄັງຂຶ້ນຮຽນຕອນບ່າຍນັກຮຽນກະແລ່ນ  ບາງຄົນກະຍ່າງ  ບາງຄົນໄປທາງຄັນໄດທາງຂຶ້ນຂອງໂຮງຮຽນເປັນໝູ່ໆ ຄັນໄດຂຶ້ນໂຮງຮຽນມີຢູ່ສອງທີ່  ຄືຂ້າງໜ້າກັບທາງຂ້າງທາງຂວາມື  ຂະນະທີ່ນັກຮຽນແຕ່ລະຊັ້ນກຳລັງເຂົ້າທີ່ນັ່ງ  ຫຼວງພໍ່ເຄນລາວກະຍ່າງນຳໜ້າເນນນ້ອຍຂຶ້ນມາພ້ອມກັບອາການທີ່ຮ່ຳຮອນ  ບໍ່ດົນເນນນ້ອຍອົງນັ້ນກະໄປຈັບແຂນເດັກນັກຮຽນຊາຍໃນຊັ້ນ ປ.໑  ກັບ  ປ.໒  ມາໄດ້ສີ່ຄົນ  ເມື່ອມາເຖີງຫຼວງພໍ່ກະໃຫ້ຍືນຢູ່ບ່ອນທາງຍ່າງ  ທີ່ຄັ່ນກາງລະຫວ່າງຊັ້ນສອງຂ້າງ  ສ່ວນຄູໃຫຍ່ກັບຄູທອງນັ້ນກະນັ່ງສູບຍາຢູ່ເທີງເກົ້າອີ້ໃກ້ໆ  ແລ້ວສຽງຂອງຫຼວງພໍ່ທີ່ຖາມເດັກຊາຍເທື່ອລະຄົນກະດັງກັງວານຂຶ້ນ

: ບັກຫຳນ້ອຍ  ນີ້ເວົ້າມາຊື່ໆ ເດີ້  ເປັນຫຍັງໄປຍືນຍ່ຽວຢູ່ຮິມສິມ  ຫຼວງພໍ່ຖາມຄົນຕໍ່ມາ

: ບັກສີທາຍາດຜົມຈະກິນນ້ຳກ່ອນ ກະໂປ໋ເລີຍເຫ່ຍ   ຫຼວງພໍ່ຖາມເດັກຊາຍຄົນໜຶ່ງ  ເດັກນ້ອຍຄົນນັ້ນຫຼຽວໄປທີ່ເນນນ້ອຍຄືສິຄຽດຢ່າງແຮງ  ແລ້ວຄ່ອຍໆ ບອກຫຼວງພໍ່ວ່າ

: ຂ້ອຍ....  ຜົມປວດຫຼາຍ  ແລ່ນຂຶ້ນໂຄກບໍ່ທັນ

: ບັກນ້ອຍນີ້ລ່ະ  ເຮັດກະໂປ໋ຕັກນ້ຳເຫ່ຍລົງແຕກແມ່ນບໍ່?    ຫລວງພໍ່ງຶກຫົວແລ້ວຖາມເດັກນ້ອຍຄົນຖັດມາ

ແລ້ວບັກນີ່ລ່ະ  ເລື່ອງອັນຫຍັງຈັ່ງຖ່າຍບໍ່ລົງຮ່ອງຖານມັນ

: ຂ້ອຍເຈັບທ້ອງຫຼາຍ  ໄປເກືອບບໍ່ທັນນັ່ງ

: ມຶງກິນອີຫຍັງມາ  ຫຼວງພໍ່ຖາມແລ້ວຍິ້ມໄປທາງຄູໃຫຍ່

ຂ້ອຍກິນຂ້າວກັບຕຳໝາກຫຸ່ງ

ແລ້ວບັກນ້ອຍນີ່ໄປລັກຂຶ້ນໝາກຂາມຫວານຂອງພໍ່ໃຫຍ່ສິນແມ່ນບໍ່?   ຫຼວງພໍ່ຖາມເດັກນ້ອຍຄົນສຸດທ້າຍ

ຫຼວງພໍ່ຍ່າງເອົາມືຂັດຫຼັງຍ່າງໄປຍ່າງມາບາດໜຶ່ງ  ແລ້ວຮ້ອງຂຶ້ນວ່າ  ການໄປລັກຂອງເຂົາໂດຍເຈົ້າຂອງເຂົາບໍ່ໃຫ້ມັນເປັນບາບ  ມັນຈະເສຍຊື່ຮອດພໍ່ແມ່ວ່າລູກໃຜຫຼານໃຜ  ແລະການໄປຍ່ຽວໃສ່ສິມກະເປັນບາບ  ຈະຮຽນຫນັງສືບໍ່ທັນໝູ່  ສ່ວນເດັກທີ່ຖ່າຍເຫ່ຍບໍ່ຖືກຮ່ອງກະຖືວ່າມີຄວາມຜິດ  ທັ້ງໆ ທີ່ຄູບອກໄວ້ແລ້ວຕັ້ງແຕ່ມື້ເຊົ້ານີ້  ແລະຄົນທີ່ເຮັດກະໂປ໋ຕັກນ້ຳເຫ່ຍແຕກກະຖືວ່າເປັນຄົນບໍ່ລອບຄອບ  ໃຫຍ່ຂຶ້ນມາສິເປັນຄົນທຸກຄົນຍາກ

ເມື່ອຫຼວງພໍ່ວ່າຈົບແລ້ວກະສັ່ງເນນນ້ອຍວ່າ

: ຄຸມສີ່ຄົນນີ້ໄປເກັບໃບໂພກັບໃບໝາກມ່ວງແຫ້ງໃຫ້ໄດ້ຄົນລະສອງກຳມືແລ້ວເອົາຂຶ້ນມາໃຫ້ເບີ່ງ

ເມື່ອຫຼວງພໍ່ເວົ້າເທົ່ານັ້ນແລ້ວ  ເນນນ້ອຍກະຍ່າງນຳໜ້າເດັກນ້ອຍສີ່ຄົນລົງໄປ  ຕໍ່ຈາກນັ້ນໃນຊັ້ນມູນຂອງຄູນກະມິດອິ່ມຊິ່ມອິກເທື່ອໜຶ່ງ  ເພາະຫຼວງພໍ່ລາວຍ່າງຈ໊ອກໆ  ມານັ່ງລົງຢູ່ເກົ້າອີ້ໂຕ໊ະໜ້າຊັ້ນ  ແລ້ວຫຍິບກະດານຂອງເດັກນ້ອຍນັກຮຽນທີ່ວາງກອງທັບກັນຢູ່ເທີງໂຕ໊ະຂອງຄູທອງ  ຂຶ້ນມາເບີ່ງເທື່ອລະອັນ

ແຕ້ມໃຊ້ໄດ້ກັນທຸກຄົນນໍ້!  ງາມຫຼາຍເນາະ  ຫຼວງພໍ່ວ່າ ພ້ອມກັບຕວດເບີ່ງໄປເລື້ອຍໆ

ຂະນະທີ່ຄູນກັບຈັນດີຍິ້ມໃຫ້ກັນ  ຫຼວງພໍ່ກະຮ້ອງຂຶ້ນວ່າ

ຕາຍແລ້ວ ພຸດໂທ!  ທັມໂມ!  ຮູບນາຂອງຜູ້ໃດ໋ມີຮູບອີຫຍັງຕົງກາງນໍ້ໜິ  ຫຼວງພໍ່ວ່າ  ພ້ອມຍົກກະດານແຜ່ນນັ້ນຂຶ້ນ  ຄູນຮູ້ຄັກວ່າກະດານແຜ່ນນັ້ນແມ່ນຂອງບັກຈັນດີໝູ່ມັນນັ້ນເອງ  ຈັນດີນັ່ງຫັນຊ້າຍຫັນຂວາໄປຂ້າງໆ ຍັງບໍ່ໄດ້ເວົ້າຫຍັງ  ກະມີສຽງຫຼວງພໍ່ເວົ້າອີກວ່າ

ຂອງໄຜ  ບອກມາໄວໆ

ເທື່ອນີ້ບັກຈັນດີລຸກຂຶ້ນບອກດັງໆ ວ່າ

ຂອງຜົມຄັບ!!

ນີ່ມັນແມ່ນຮູບອີຫຍັງຂອງມຶງ    ຫຼວງພໍ່ເຮັດໜ້າຕຶງໆ

ຮູບຈອມໂພນນາຂ້ອຍ     ຈັນດີບອກຢ່າງຊັດຄຳ

ໃນກະດານດຳຂອງຄູທອງມີບໍ່!!!   ຫຼວງພໍ່ຖາມແຮງກວ່າເກົ່າ

ບໍ່ມີ  ແຕ່ກາງນາຜົມມີເດ້ະ

ລູກບັກເຂັ້ມຫົວໝໍເອີ້ຍ!!  ມຶງຈັ່ງແມ່ນຫົວລ້ານລື່ນຄູນໍ້  ໃຜບອກໃຫ້ແຕ້ມລົງໄປ

ຜົມແຕ້ມເອງ  ຈັນດີບອກແລ້ວກົ້ມໜ້າ 

ຫຼວງພໍ່ຖືກະດານຂອງຈັນດີໄປຫາຄູທອງ  ບໍ່ດົນກະກັບມາບອກໃຫ້ຈັນດີຍືນຂຶ້ນອີກ

ແຕ້ມໄດ້ດີທຸກຄົນ  ຂອງເດັກຊາຍຈັນດີກະໃຊ້ໄດ້  ແຕ່ແຕ້ມຮູບຈອມໂພນລົງໄປຖືວ່າຜິດ  ຜິດທີ່ເຮັດເກີນຄຳສັ່ງຂອງຄູ  ຍອມຮັບຜິດບໍ່

ຍອມຄັບ!!    ຈັນດີຕອບຢ່າງສຽງດັງຟັງຊັດ

ດີແລ້ວ  ເຮັດຜິດຕ້ອງຍອມຮັບຜິດ  ແຕ່ຈະຕ້ອງມີການລົງໂທດ  ໃຫ້ແຕ້ມໃໝ່ສີ່ຮູບ

ຫຼວງພໍ່ວ່າແລ້ວກະເອີ້ນໃຫ້ຈັນດີໄປເອົາກະດານຄືນມາ  ສັ່ງວ່າຖ້າແຕ້ມບໍ່ແລ້ວຫ້າມລົງໄປພັກນ້ອຍ  ຫຼືກັບບ້ານບໍ່ໄດ້ຈົນກວ່າສິແຕ້ມແລ້ວ  ພໍຫຼວງພໍ່ໄປຊັ້ນ ປ.໑  ຈັນດີກະລົງມືແຕ້ມຮູບທັນທີ

ຈັນດີແຕ້ມຮູບນາ  ລົງໃນກະດານຢ່າງຕັ້ງໃຈ  ໂດຍແຕ້ມລົງໜ້າລະສອງຮູບ  ເມື່ອເສັດຈາກໜ້າທຳອິດກະຈັບພິກຂຶ້ນແລ້ວຂີດກະດານສຽງກີດ!!ໆ  ຈັນດີເຮັດຢູ່ແບບນັ້ນຈົນລະຄັງພັກນ້ອຍພໍດີຈັ່ງເສັດ  ແລ້ວຈັນດີກະພາໄປສົ່ງຫຼວງພໍ່ຢູ່ທີ່ຊັ້ນ ປ.໔  ບໍ່ດົນຈັນດີກະຍິ້ມເປີ້ຍໆ  ກັບມາ  ຄູນຖາມມວ່າຫຼວງພໍ່ວ່າຈັ່ງໃດ໋  ຈັນດີບອກວ່າ...

ຍາພໍ່  ວ່າກູແຕ້ມໄດ້ງາມຫຼາຍ  ງາມກວ່າທຸກຄົນໃນຊັ້ນນີ້  ແຫະໆໆ.. 

 

......................  (ຮັກແພງ,.) ຈົບບົດທີ່ ໙  ສະບາຍດີ  ......................

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້າພະເຈົ້າມີຄົນທີ່ໂຕເອງຮັກຢູ່ຄົນນຶງ  ຮັກເຂົາມາຕັ້ງແຕ່ເຂົາອາຍຸ ໑໕ ປີ

ຕັ້ງແຕ່ຕອນທີ່ເຂົາມີແຟນ  ແຟນເຂົາເປັນຄົນບໍ່ດີ  ແລະທີ່ສຸດບໍ່ດົນກໍ່ໄດ້ເລີກກັນກັບແຟນຕອນເຂົາອາຍຸ  ໑໖  ປີ

ພໍເຂົາອາຍຸ ໑໗ ປີ ເຂົາມາບອກຮັກຂ້ອຍ  ແຕ່ຂ້ອຍບອກລາວຕາມຄວາມຮູ້ສຶກໃນຂະນະນັ້ນວ່າຂ້ອຍບໍ່ໄດ້ຮັກເຂົາແລ້ວ 

ຫຼັງຈາກນັ້ນຂ້ອຍກັບລາວກໍ່ໄດ້ລົມກັນທຳມະດາແຕ່ບໍ່ທຳມະດາ  ອີກເລື້ອຍມາຈົນມາຮອດປັດຈຸບັນ

ຮວມໄລຍະເວລາທີ່ຮູ້ຈັກກັນຕັ້ງແຕ່ເຂົາອາຍຸ ໑໕  ຕອນນີ້ຮູ້ຈັກລາວໄດ້  ໖ ປີແລ້ວ

ໂດຍທີ່ບໍ່ໄດ້ຄົບກັນເປັນແຟນ  ແຕ່ວ່າເວລາລົມໂທລະສັບບອກຄຶດຮອດກັນຄືຜູ້ບ່າວຜູ້ສາວນິລ່ະ

ບາງຂໍ້ຄວາມທີ່ສົ່ງຫາຂ້ອຍ  ເທີງເປັນຫ່ວງ  ເທີງຮັກ  ເທີງຄຶດຮອດ  ຂ້ອຍເຄີຍຖາມເຂົາວ່າຂ້ອຍເປັນຫຍັງກັບເຂົາ 

ເຂົາບອກຂ້ອຍວ່າ  ເປັນຫຼາຍກວ່າແຟນແຕ່ບໍ່ແມ່ນ.......ເດ໊!!

 

ຍາມໃດທີ່ເຂົາບໍ່ໂທມາຂ້ອຍກໍ່ຫາຍໄປຄືກັນເຖີງຈະຄຶດຮອດສິເປັນສິຕາຍກໍ່ຕາມ

ຍາມໃດທີ່ເຂົາໂທຫາຂ້ອຍຂ້ອຍກໍ່ໂທຫາເຂົາເຊັ່ນກັນເຖີງແມ້ວ່າຂ້ອຍສິບໍ່ຄຶດຮອດກໍ່ຕາມ

 ...

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

 ໜັງສັ້ນຊນະເລີດການປະກວດຄັ້ງທຳອິດໃນປະເທດລາວ  ມີທ່ານສຸຣະສີ  ຜາທັມ ເປັນທີ່ປຶກສາກັບສະແດງນຳ ຊຶ້ງຈັດຂຶ້ນໂດຍສຖານທູດເຍີລະມັນ ປະຈຳປະເທດລາວ

 ຫຼັງຈາກທີ່ຂ້າພະເຈົ້າໄປເບີ່ງຫນັງໃນໂຣງໜັງກັບມາມື້ນີ້  ຂ້າພະເຈ້າກໍ່ເລີຍໄປສະດຸດກັບໜ້າຕາຂອງຜູ້ກຳກັບຜູ້ນີ້ວ່າເຄີຍເຫັນຢູ່ໃສ? 

ບາດໃດ໋ເພີ່ນສະແດງນຳໃນໜັງສັ້ນເລື້ອງຂ້າງເທີງນີ້ນີ້ເອງ  ກໍ່ເລີຍຂໍເວົ້າເຖີງໜັງຄູບ້ານນອກຕໍ່  ໜັງບ້ານນອກຈາກທີ່ເຄີຍໂດ່ງດັງ

ໃນໜັງເລື້ອງນີ້ມາແລ້ວໃນອະດີດຖືກຖ່າຍທອດອອກມາລົງໃນແຜ່ນຟິລ໌ມອີກຄັ້ງໜຶ່ງ  ໂດຍຜົນງານກຳກັບຂອງທ່ານສຸຣະສີ  ຜາທັມ 

ຄົນທີ່ສະແດງນຳໃນໜັງສັ້ນ  Yes I am  ນັ້ນ  ຊຶ້ງຖືກສ້າງຂຶ້ນໂດຍ  ບໍຣິສັດ ຄົກໄມ້ໄທລາວມ່ວນຊື່ນໂຮແຊວ  ຈຳກັດ   

ຫຼາຍຄົນອາດຈະບໍ່ເຄີຍເຫັນຊື່ໜັງເລື້ອງນີ້

 

 ອາຈານສຸລະສີ  ລາວບອກວ່າ ໜັງເລື້ອງນີ້ສ້າງຂຶ້ນໂດຍແລງບັນດານໃຈຈາກຜຢາລ້ານຊ້າງທີ່ວ່າ

ຂຸນຫານຫ້າວຄອງເມືອງຈັ່ງເຮືອງຮຸ່ງ

ຂຸນຂີ້ຍ່ານຄອງບ້ານບໍ່ຮຸ່ງເຮືອງ
 

ການທີ່ນຳໜັງເລື້ອງນີ້ມາສ້າງຂຶ້ນໃຫມ່ອີກຈະເຮັດໃຫ້ຄົນອີສານບໍ່ລືມວິຖີຊີວິດຂອງຄົນອີສານທີ່ເຄີຍມີເປັນຮີດເປັນຄອງໃນອະດີດທີ່ມັນກຳລັງຈະຫົດຫາຍໄປ

ແລະທີ່ສຳຄັນເປັນຄະຕິເຕືອນໃຈທີ່ດີໃຫ້ກັບ ຄູສາຍພັນໃຫມ່  ທີ່ສອນເດັກນ້ອຍບໍ່ເປັນ  ຄິດຮອດແຄ່ຕົວເຈົ້າຂອງໄວ້ກ່ອນ  ນັ່ນແລ

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

             ທຸກທ່ານທີ່ຮັກແພງ  ນອກຈາກທີ່ເມືອງໄທຈະມີກະແສການຄັ່ງໄຄຼ້ຫຼົງໄຫລດາຣານັກຮ້ອງເກົາຫລີ  ເພຼງເກາຫລີ  ອາຫານເກົາຫຼີ  ຊົງຜມເກົາຫຼີ  ຫຼືວ່າພະຍາຍາມເຮັດໜ້າຕາໃຫ້ຄືເກົາຫຼີແລ້ວ  ອີກອັນໜຶ່ງທີ່ຟຣີເວີ້ທີ່ສຸດໃນໄທນັ້ນແມ່ນ "ການຫຼົງໄຫລໃນວັທນະທັມລາວ"  ຫຼືກະແສ Laos Fever  ນັ່ນເອງ 

            ກະແສພວກນີ້ເລີ່ມຂຶ້ນໃນຕັ້ງແຕ່ຊ່ວງປີ 2520  ຫຼືອາຈກ່ອນໜ້ານັ້ນເປັນຕົ້ນມາໂດຍຂ້າພະເຈ້າຂໍລຽງລຳດັບເປັນກຸ່ມໆ ເປັນໝວດໄວ້ດັງນີ້

ດ້ານເພງ

ບໍ່ວ່າສິເປັນການຖ່າຍທອດຄຳລາວອອກມາຈາກ  ສຽງລຳລ່ອງ  ທີ່ຕອນນັ້ນຄົນໄທຍັງບໍ່ທັນໄດ້ຮູ້ຈັກຫຼາຍ  ຊຶ້ງຕອນນັ້ນສ່ວນຫຼາຍກໍ່ມີແຕ່ຄົນອີສານເທົ່ານັ້ນທີ່ຟັງໄດ້  ຕໍ່ມາກໍ່ມີວິວັທນາການສຽງເພຼງຂບວນການໃຫມ່ເປັນ  ເພຼງລູກທຸ່ງໝອລຳ  ຊຶ່ງຄົນໄທເຣີ່ມຮູ້ຈັກຢ່າງກວ້າງຂວາງຂຶ້ນກວົ່າເດີມ  ແລະຕໍ່ມາໃນທີ່ສຸດເພງລູກທຸ່ງສ່ວນຫຼາຍ  ກໍ່ຖືກສະເໜ່ສຽງແຄນແດນລາວກືນກິນເພຼງໄທຈົນຫົດຫົວກັນໄປເລີຍທີດຽວ  ຫຼັງຈາກຜົນງານເພງນັກຮ້ອງແດນອີສານເໝົາຕຳແໜ່ງຄອງແຊ່ມປ໌ຜົນງານເພຼງຍອດນິຍົມ  ເທີງສຽງຮ້ອງກອນລຳ  ແລະສະເຫນ່ລູກເອື້ອນແລະລູກຄໍທີ່ບໍ່ມີຄົນຊົນຊາດໃດລຽນແບບໄດ້   ຈົນມາຖຶງໃນປັຈຈຸບັນທ່ານກໍ່ເລີຍຈະເຫັນເພຼງທີ່ດັງໆ ສ່ວນຫຼາຍຈະມີນັກຮ້ອງອີສານເປັນຄົນຮ້ອງເອົາໄວ້ທັ້ງນັ້ນ

ບໍ່ວ່າຈະເປັນ  ຕ່າຍ  ອໍລະໄທ , ມົນແຄນ , ໄຜ່ ພົງສະທອນ , ໄມຄ໌ ພິລົມພອນ , ເອກພົນ ມົນຕະການ ...  ແລະກຸ່ມສິລປິນອື່ນໆ ອີກຫຼວງຫຼາຍ   ດັງນີ້ຄົນໄທສ່ວນຫຼາຍກໍ່ເລີຍເຂົ້າໃຈຄຳລາວ  ແລະສາມາດຟັງພາສາລາວອອກ  ແລະຮຽນຮູ້ສັບລາວໄດ້ຫຼາຍຂຶ້ນນັ້ນເອງ  ດັ່ງທ່ານຈະເຫັນຈາກທີວີທີ່ພິທີກອນໄທຍ໌ບໍ່ອາຍເວົ້າລາວຈາກກະແສຄວາມ Hit ຂອງເພງ ມັນຕ້ອງຖອນ ຂອງປອຍຝ້າຍ

ດ້ານຫນັງ

 

ນອກຈາກກະແສຄວາມຟີເວີ້ທີ່ຖູກຖ່າຍທອດອອກມາຜ່ານສຽງເພງແລ້ວ  ກະແສໜັງຂອງຄົນອີສານທີ່ເປັນຄົນສ້າງກໍ່ຍັງເປັນທີ່ຖູກອົກຖືກໃຈຂອງຄົນໄທແຕ່ລະຍຸກແຕ່ລະສມັຍ  ເລີ່ມຕັ້ງແຕ່ໜັງເລື້ອງແຣກທີ່ເປັນທູດເຜີຍແຜ່  ນັ້ນເປັນໜັງໃນໜັງສືຂອງທ່ານຄຳພູນ  ບຸນທະວີ  ຊື່ວ່າ  ລູກອີສານ  ເປັນການສ້າງພ້ອມກັບອອກສາຍໃນວັນທີ່ສລອງກຸງເທບຄົບ 200 ປີ  ແລ້ວຕໍ່ມາກໍ່ມີຄົນອີສານຫຼາຍຄົນລຸກຂຶ້ນມາສ້າງຫນັງແລ້ວໃຊ້ຄຳລາວເປັນຫຼັກບໍ່ວ່າຈະເປັນ  ໜັງຂອງທ້າວໝ່ຳ ຈົ້ກມົກ  (ແຫຍມຍະໂສທອນ 1 -2 , ຄົນໄຟບິນ , ບໍດີ້ກາດໜ້າຫຼ່ຽມ , ໂປງລາງສະດິ້ງ)  ໜັງທັ້ງຫມົດນີ້ຖືກສ້າງກຳໄຣແລະຕິດອັນດັບໜັງຍອດນິຍົມຂອງໄທທັ້ງນັ້ນ  ມັນກໍ່ເຮັດໃຫ້ຄົນໄທຍອມຮັບໃນຄວາມສາມາດຂອງຄົນລາວຫຼາຍຂຶ້ນນັ່ນເອງ

ດ້ານລະຄອນ

ເລີ່ມຈາກລະຄອນທີ່ກ່ຽວກັບສອງຝັ່ງໂຂງທີ່ໃຊ້ຄຳໄທຍ໌ລ້ວນມາແລ້ວ  ຜູ້ກຳກັບຄົນອີສານກໍ່ໄດ້ມາພັດທະນາໃຫ້ມີຄົນລາວຮ່ວມສະແດງນຳ  ພ້ອມກັບໃຊ້ຄຳລາວທາງນີ້ເປັນຕອນໆ ໄປ  ຕໍ່ມາກໍ່ມີລະຄອນຊ່ອງອື່ນໆ ເຮັດເປັນຕົວຢ່າງ ເກີດການລອກລຽນແບບ  ມີທັ້ງຜູ້ກຳກັບໄທທີ່ແມ່ນເວົ້າລາວບໍ່ໄດ້ສ້າງລະຄອນໂທລະພາບໃຫ້ຄົນໄທໝົດປະເທດເບີ່ງ  ຫຼືໃຫ້ຄົນໄທມາເວົ້າລາວ  ຖືງບາງຄຳບໍ່ໄດ້ກົງກັນເລີຍ  ແຕ່ນັ້ນມັນກໍ່ເຮັດໃຫ້ຄົນໄທຍອມຮັບພາສາລາວແລ້ວກໍ່ຮຽນຮູ້ພາສາລາວເອງໂດຍອັດຕະໂນມັດ

ດ້ານການສະແດງ

ຄະນະໝໍລຳ ຫຼືການສະແດງຂອງວົງໂປງລາງສະອອນທີ່ທັ້ງມ່ວນແລະສນຸກເຮັດໃຫ້ຄົນໄທຍ໌ທັ້ງເດັກແລະຜູ້ໃຢ່ຫລົງໄຫລໃນການສະແດງໂປງລາງ  ສ້າງຄວາມເຮຮາໄປທົ່ວປະເທດ  ມີການແຕ່ງກາຍລອກລຽນແບບ  ພ້ອມທັ້ງຍັງເຜີຍແຜ່ສຽງແຄນອອກໄປອີກຢ່າງກວ້າງໄກເຖີງທາງໃຕ້ຂອງໄທຍ໌

ນອກເໜືອຈາກນັ້ນແລ້ວບຣິບົດຂອງຄົນລາວທີ່ອາສັຍໃນອີສານຂອງໄທຍ໌ນີ້  ແມ່ນບໍ່ຍອມເວົ້າໄທຢູ່ແລ້ວ  ແມ່ນໄປເຮັດວຽກຢູ່ໃນເມືອງກໍ່ຕາມ  ບໍ່ວ່າຈະເຮັດວຽກກັມມະກອນ ຂັບລົດແທັກຊີ່  ຫຼືວ່າເຮັດງານຄ້າຂາຍນຳຮ້ານກໍ່ຕາມ  ຕ່າງລົມກັນເປັນພາສາລາວ  ຍ້ອນວ່າເວົ້າແລ້ວສບາຍກວ່າ  ບໍ່ປວດຫົວ  ເພາະວ່າເປັນພາສາທີ່ຄຸ້ນເຄີຍ  ໜັງທີ່ຖືກສ້າງຂຶ້ນສ່ວນຫຼາຍທີ່ຄົນອີສານໄປສະແດງ ກໍ່ເລີຍມີພາສາລາວແຊກ  ດັງນັ້ນພາສາລາວກໍ່ເລີຍຖືກເຜີຍແພຣ່ຢ່າງອັຕໂນມັດໃນໄທຍ໌  ໂດຍທີ່ໄທຍ໌ບໍ່ຮູ້ຕົວ

ຕອບຄຳຖາມວ່າເປັນຫຍັງຄົນໄທຈັ່ງເຊຍຄົນລາວໃນຊີເກມສ໌ໃຫ້ທຸກທ່ານໄດ້ຟັງໄດ້ເລີຍບາດນິ...

ທີ່ຈິງຄຳວ່າພີ່ນ້ອງທີ່ເຮົາເອີ້ນກັນນັ້ນແມ່ນ  ຄົນລາວຝັ່ງຂວາກັບຄົນລາວຝັ່ງຊ້າຍເວົ້າກັນ  ເຊີ້ງມີຮີດຄອງປະເພນີ ຮີດ 12 ຄອງ 14 ອັນດຽວກັນ ກິນເຂົ້າໜຽວຈ້ຳປາແດກຄືກັນ  ຄົນໄທມີຄວາມຮູ້ສຶກໃກ້ຊິດກັບຄົນລາວ ແລ້ວກໍ່ເຂົ້າໃຈຜິດວ່າແມ່ນພີ່ນ້ອງທັ້ງໝົດປະເທດ  ແຕ່ຄວາມໃກ້ຊິດລະຫວ່າງຄົນໄທກັບລາວຄືບໍ່ໂດຍຕົງ  ແຕ່ວ່າໂດຍອ້ອມກໍ່ຄືການຮັບເອົາແລະຮຽນຮູ້ປະເພນີວັດທະນະທັມລາວຜ່ານຄົນລາວໃນພາກອີສານທາງນີ້ນັ້ນເອງ  ແລ້ວເມື່ອຄົນໄທບາງຄົນທີ່ຟັງຄົນລາວເວົ້າມັນໄປກົງກັບຄົນອີສານເວົ້າ  ເຂົາເຈົ້າກໍ່ເລີຍເອົາໃຈຊ່ອຍລາວ  ແລ້ວເມື່ອເຫັນຄົນລາວທີ່ເວົ້າພາສາທີ່ບໍ່ຕ້ອງຮຽນແຕ່ວ່າຫາກຟັງອອກ  ມັນກໍ່ເລີຍມີທັສນະຄະຕິທີ່ດີ 

ແຕ່ເມື່ອຄົນໄທບໍ່ຄ່ອຍເຫັນຄົນລາວເຊຍໄທ  ຫຼືມີການເຊຍແຂັ່ງສຽງແຮງອີກຕ່າງຫາກ  ຄົນໄທກໍ່ເລີຍນ້ອຍໃຈ  ຊຶ້ງກຸ່ມທີ່ນ້ອຍໃຈນີ້ແມ່ນ   ຄົນໄທສ່ວນຫຼາຍທີ່ບໍ່ເຄີຍວ່າໃຫ້ລາວແລະດູຖູກຊາດລາວເລີຍ  ອີກຢ່າງແມ່ນຄົນອີສານທີ່ເຂົ້າໄປ  ຊຶ້ງຄົນເດີນທາງເຂົ້າໄປສ່ວນໃຢ່ກໍ່ຄືເຂົ້າໄປຊົມເຊີຍແລະຍິນດີກັບພີ່ນ້ອງ  ສປປ.ລາວ  ທັ້ງນັ້ນ

ຮັກແພງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ການໃຊ້ຊີວິດຄົນດຽວມາດົນ ມັນເຮັດໃຫ້ຂ້ອຍເກືອບລືມຄວາມຮູ້ສຶກອິຫຍັງບາງຢາງໄປ 

 

ແຕ່ໜ້າຫນາວປີນີ້  ກຼັບເຮັດໃຫ້ຂ້ອຍຮູ້ສຶກແປກໆ

ໃຈເຕັ້ນບໍ່ເປັນຈັງຫວະ  ດົນເທົ່າໃດນໍ້ ທີ່ບໍ່ເຄີຍເປັນແນວນີ້  

 

  ເຂາເປັນໃຜ? ເປັນຫຍັງຄືຫນ້າຮັກແທ້....

ຫລັງຈາກມື້ນັ້ນ

ເຮົາພໍ້ກັນອີກເທື່ອແລ້ວ ເທື່ອເລົ່າ ຈົນຄວາມຮູ້ສຶກດີໆ ພອກພູນເຄືອບເສັ້ນເລືອດລໍ່ລ້ຽງຫົວໃຈຈົນມິດ

ເຮົາຄົບກັນດີບໍ່? ເຂາຖາມຂ້ອຍ... ຂ້ອຍສົ່ງຮອຍຍິ້ມແທນຄຳຕອບ  (ແອບພາວະນາຂໍຢ່າໃຫ້ເປັນພຽງຝັນ)

 

 

ເຮົາເລີ່ມໄດ້ຮຽນຮູ້ກັນແລະກັນ

ເຂົາມັກເບີ່ງໝາກບານ...ຂ້ອຍມັກເບີ່ງຂ່າວ

ເຂົາມັກຟັງເພງ....ຂ້ອຍມັກອ່ານປຶ້ມ

ເຂົາມັກກິນຊູຊິ...ຂ້ອຍມັກກິນໝີ່

ເຂົາມັກຫຼິ້ນເກມສ໌....ຂ້ອຍມັກແຕັ້ມຮູບ

ເຮົາມັກຕ່າງກັນ  ແຕ່  ເຮົາກໍ່ເຂົ້າໃຈກັນແລະກັນ

 

 

ຈົນຮອດມື້ໜຶ່ງ...ຂ້ອຍພ້ອມທີ່ຈະບອກຄວາມລັບກັບເຂົາບາງຢ່າງ

ພ້ອມຈະຟັງແລ້ວແມ່ນບໍ່?  ເຂົາແອບອົມຍິ້ມ

 

 

ຮູ້ສຶກວ່າຕອນນີ້ຈະມີຄົນງົງຫຼາຍ  ເອາໃຫມ່ໆ

ຂ້ອຍ : ຂ້ອຍຮັກເຈົ້າເດີ້ ....  ຕະຫຼອດທີ່ຄົບກັນ ຂ້ອຍມີຄວາມສຸຂຫຼາຍ ຫຼາຍຈົນບໍ່ຄິດວ່າ " ຜູ້ຊາຍ " ຄົນໃດ໋ຈະມີຄວາມສຸຂເທົ່າ

ເຂົາ : ຜູ້ຊາຍ!!

ຂ້ອຍ : ແມ່ນແລ້ວ....ຜູ້ຊາຍ   ເຈົ້າຟັງບໍ່ຜິດແລ້ວລ່ະ    ຂ້ອຍເປັນ...ຜູ້ຊາຍ

 

 

ເຂົາມິດ.....ຂ້ອຍກໍ່ມິດ

ຂ້ອຍເລີ່ມຍ່າງຫັນຫລັງ .... ຄ່ອຍໆ ຍ່າງຈາກໄປ  ຈາກໄປ  ແລະຈາກໄປ

ຂ້ອຍພໍທີ່ຈະເຂົ້າໃຈຄວາມຮູ້ສຶກຂອງເຂົາດີ

 

 

 

ຂໍໂທດເດີ້ ... ຖ້າສິ່ງທີ່ຂ້ອຍເປັນ  ມັນເຮັດໃຫ້ທຳລາຍຈິດໃຈຂອງເຈົ້າຫຼາຍຂະໜາດນີ້

ຂໍໂທດ ... ທີ່ເຮັດໃຫ້ເຈົ້າຜິດຫວັງ  ເສຍຄວາມຮູ້ສຶກ

ຂໍໂທດ ... ທີ່ຂ້ອຍເປັນໃນສິ່ງທີ່ເຈົ້າຢາກໃຫ້ເປັນບໍ່ໄດ້

ເພາະວ່າເຮົາບໍ່ສາມາດປ່ຽນແປງຕົນເອງເພາະໃຜໄດ້ຕະຫຼອດ  ຖ້າສິ່ງນັ້ນມັນບໍ່ແມ່ນເຣື້ອງຈິງ

ພຽງແຄ່ເຈົ້າເປີດໃຈ ...  ເຈົ້າກໍ່ຈະເຂົ້າໃຈ

 

 

ແຫ່ງເຮົາຮູ້ຈັກໃຜຜູ້ໜຶ່ງຫຼາຍຂຶ້ນເທົ່າໃດ໋  ເຮົາຍິ່ງຕ້ອງ "  ຍອມຮັບໃນສິ່ງທີ່ເຂົາເປັນ " ຫຼາຍຂຶ້ນເທົ່ານັ້ນ

ລອງຖາມຫົວໃຈຕົນເອງເບີ່ງວ່າ... ເຮົາຮັກເຂົາເພາະອີຫຍັງ?

....... 


  ຮັກໃນສິ່ງທີ່ເຂົາເປັນ...ແລ້ວເຂົາກໍ່ຈະຮັກໃນສິ່ງທີ່ເຮົາເປັນເຊັ່ນກັນ  

 

  • ທີ່ໃຫ້ຕົວເອກເປັນຜູ້ຊາຍ  ຢາກສື່ວ່າ.. ອີຫຍັງທີ່ມັນປ່ຽນຍາກ  ຫຼືເຮົາບໍ່ສາມາດຈະປ່ຽນໄດ້ ເຮົາຈະເຮັດອີຫຍັງບໍ່ໄດ້ເລີຍ... ນອກຈາກການຍອມຮັບເທົ່ານັ້ນ

ຂໍຂອບໃຈ  ແຫລ່ງທີ່ມາ : http://darkygirl.exteen.com

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ໄປສະຫຼອງປີໃຫມ່ທີ່ພູເຮືອ  ຈັງຫວັດເລີຍ  ແລ້ວພໍດີຜ່ານວັດໜຶ່ງທີ່ມີສະຖາປັດຕະຍະກັມດ້ານຄວາມງາມ ສະດຸດໃຫ້ຂີ່ຣົດໄປຈອດແລ້ວກາບສະກາຣະ  ຂ້າພະເຈົ້າກໍ່ເລີຍໄດ້ສ່ຽງດວງ ຊຽມຊີປາກົດວ່າໄດ້ໃບທີ່ສອງ  ເນື້ອຫາເປັນດັງນີ້

ໃບທີ່ສອງຕ້ອງກັນເໝືອນຈັນສາຍ

ປຽບກັບຕົ້ນພຶກສາຄາທີ່ຕາຍ

ແລ້ວກັບກາຍໄດ້ເປັນເໝືອນເຊັ່ນເດີມ

ໄດ້ຜລິດອກອອກໃບສະໄຫວສະຫວ່າງ

ຕ້ອງນ້ຳຄ້າງລົມເຊີຍຣຳເພີຍເສີມ

ເໝືອນກະຈົກບານເກົ່າເມື່ອຄາວເດີມ

ຕ້ອງເພີ່ມເຕີມຂັດຖູຈຶງດູງາມ

ຈະທຳການສິ່ງໃດພ້ອມໃຈກັນ

ຈົງຜ່ອນຜັນຫາລືນັບຖືຖາມ

ຄົງສົມຈິດສົມປອງທຳນອງຄວາມ

ໃບນີ້ຖາມຄົນໄຂ້ວ່າໄດ້ຄຼາຍ

ຖາມລູກໜີ້ພວກພ້ອງວ່າຕ້ອງພົບ

ຖາມເຣື້ອງຄູ່ຮູ້ຈົບໄມ່ສົມໝາຍ

ຖາມຫາລາບວ່າດີພາທີທາຍ

ຈົບພິປາຍເລກສອງທຳນອງ ເອີຍຯ

ມັນດີທຸກຢ່າງ ຄືຈັ່ງຂອງເກົ່າມາແຕ້ມຂັດຖູໃຫ້ໃໝ່ຂຶ້ນ ເຣື້ອງການງານທີ່ເຮັດຈະປະສົບຄວາມສຳເລັດແນ່ນອນ ແຕ່ວ່າດ້ານຄວາມຮັກບໍ່ດີໃນປີນີ້

ຖ້າຄຳທຳນາຍນີ້ເປັນຈິງແທ້  ຂ້າພະເຈົ້າກໍ່ຈະໄປສ່ຽງທຳນາຍຊະຕາທີ່ວັດແຫ່ງນີ້ອີກຄັ້ງນຶ່ງໃນຕົ້ນປີ 2011

ພາສາອັງກິດ

Just like a dying tree in a dry land, suddenly refreshed and soaked with rain, reviving back to life. Stengthening and brightening up required. In order to achieve common targets, compromise and discussions recommended. Patient recovering. Lost persons will be found. Mismatch is likely. A good luck coming your way.

ຢາກບອກວ່າຂ້າພະເຈົ້າບໍ່ເຄີຍສ່ຽງດວງເລີຍ 

ແລ້ວກໍ່ບໍ່ເຄີຍຖືແຕ່ການເຂົ້າໄປບໍ່ຮູ້ອີຫຍັງມາດົນໃຫ້ລົງວັດນີ້  ພຽງແຄ່ເປັນວັດເລັກໆ ນ້ອຍໆ ເທົ່ານັ້ນ