ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ໜັງຂອງຄົນອີສານເຂົ້າໂຣງອີກເທື່ອໜຶ່ງແລ້ວ  ຂ້າພະເຈົ້າກະເລີຍໄດ້ໄປເບີ່ງຢູ່ໃນໂຣງໜັງ  ຊື່ເລື້ອງ ຄູບ້ານນອກ  ບ້ານໜອງຮີໃຫຍ່  ຕັ້ງຢູ່ຕຳບົນບ້ານໜອງຮຳໃຫຍ່  ເຊີ້ງບ້ານນີ້ເປັນບ້ານທຸລະກັນດານ  ແຕ່ວ່າເທົ່າທີ່ເບີ່ງຈາກເລື້ອງ  ສະຖານທີ່ຈັງແມ່ນເປັນບ່ອນດິນດຳນ້ຳຊຸ່ມດີ  ຂອງປ່າກະຈັ່ງແມ່ນຫາງ່າຍ  ແລະອີກຢ່າງໜຶ່ງນັ້ນແມ່ນທະນາຄານອອມສິນ  ຈັ່ງແມ່ນໂລໂກ້ທັນໃຫມຂະນາດ  ປະທັບໃຈຫຼາຍໆ ບົດຂອງນັກສະແດງ  ແຕ່ຄວາມມັກສ່ວນໂຕນັ້ນຂ້າພະເຈ້າມັກນາງເອກເລື້ອງນີ້ແຮ້ງ!!  ແຮງ  ຈັ່ງແມ່ນຜູ້ງາມຄັກ  ເຊີ້ງນັດບໍ່ຄ່ອຍເຫັນໜັງໄທຍ໌ທີ່ມີນາງເອກເວົ້າລາວ ໄດ້ຊັດແຈ໋ວແບບນີ້ຈັກເທື່ອ

ສ່ວນເລື້ອງພາສາທີ່ໃຊ້ນັ້ນ  ແມ່ນພາສາທີ່ຄົນອີສານໃຊ້ລົມກັນໃນຕອນນີ້ລ່ະ  ມັນເປັນພາສາອີສານລ້ວນໆ  ບາງເທື່ອກະໄທຍ໌  ໂດຍສະເພາະຍາມຄູນ້ອຍລົມກັນ


ການນຳກັບມາສ້າງໃຫມ່ໃນຄັ້ງນີ້ກະໄດ້ປ່ຽນຊື່ໂຕລະຄອນ  ປ່ຽນຊື່ໝູ່ບ້ານເປັນບ້ານໜອງຮີໃຫຍ່  ຈາກຜົນງານຜູ້ກຳກັບລູກອີສານຄົນເກົ່າ  ທ້າວສຸລະສີ  ຜາທັມ  ນອກຈາກນັ້ນຍັງມີນັກສະແດງສົມທົບ  ຄຳປານີ  ວົງທອງຄຳ  ນັກສະແດງສາວລາວຈາກ ສປປ.ລາວ  ທີ່ມີດີກຼີເປັນເຖີງນັກຮ້ອງສຽງເພງສາຍຣໍເຂົ້າໂທລະສັບມືຖື  ທີ່ມີຍອດດາວໂຫລດຫຼາຍເປັນອັນດັບໜຶ່ງຂອງປະເທດມາຮ່ວມສະແດງນຳ  ແລະຮັບບົດເປັນ  ລຳດວນ  ສາວງາມແຫ່ງໝູ່ບ້ານໜອງຮີໃຫຍ່  ແລ້ວຍັງເປັນຜົນງານຊິ້ນທຳອິດຂອງນາງຄຳປານີ ອີກຕ່າງຫາກ

ຈາກທີ່ຂ້າພະເຈົ້າໄດ້ເບີ່ງບົດບາດ  ຂ້າພະເຈົ້າກະເລີຍຕ້ອງຂໍແນະນຳຜົນງານການຫຼິ້ນໜັງຂອງລາວ  ມາເວົ້າສູ່ກັນຟັງ....

ອາຈານສຸລະສີ  ຜາທັມ  ຮູ້ຈັກກັບນາງຄົນນີ້ໄດ້ໂດຍວິທີໃດ໋?

ຄືທີ່ຜ່ານມາອາຈານໄດ້ເຮັດງານເຊື່ອມຄວາມສັມພັນວັດທະນະທັມກັບພີ່ນ້ອງຊາວລາວມາໂດຍຕະຫຼອດ  ອາຈານໄດ້ສ້າງໜັງກະບໍ່ລືມທີ່ຈະຄຶດຮອດພີ່ນ້ອງລາວ  ແລ້ວມັນກະມີບົດຂອງລຳດວນເຊີ້ງວ່າງຢູ່ພໍດີ  ເຊີ້ງກະມີພັກພວກເພື່ອນຂອງອາຈານໄດ້ເປັນຜູ້ແນະນຳຕິດຕໍ່ປະສານງານກັບຄຳປານີໃຫ້  ເຊີ້ງເຂົາເປັນເດັກທີ່ເຕີບໃຫຍ່ມາໃນແວດວົງສິນລະປິນໂດຍແທ້  ເຂົາມີຄວາມສາມາດພິເສດໃນການສະແດງນາດຕະສິນຕາມແບບແຜນຂອງລາວໄດ້ທຸກຮູບແບບ  ເຊີ້ງເຂົາກະເຄີຍມີປະສົບການພໍສົມຄວນແລ້ວ  ເຊັ່ນ  ເຂົາຢູ່ລາວກະເຄີຍຫຼິ້ນມິວສິກວີດີໂອໃຫ້ສິນລະປິນລາວ  ເປັນນັກຮ້ອງເພງສຽງຣໍສາຍ  ເປັນໂຕແທນປະເທດໄປສະແດງສິນລະປະວັດທະນະທັມທາງນາດຕະສິນຫຼາຍໆປະເທດ  ອາທິ  ຍີ່ປຸ່ນ  ຝຣັ່ງເສດກະເຄີຍໄປມາແລ້ວ  ອາຈານກະເລີຍຍົກບົດບາດລຳດວນນັກສະແດງຈາກລາວນີ້ໃຫ້ກັບນາງຄຳປານີ ນັ້ນເອງ...

ສ່ວນໃນດ້ານການສະແດງບົດໃນເລື້ອງນັ້ນຄຳປານີກະສະແດງໄດ້ດີອີຫລີ  ສາມາດຫຼິ້ນໄດ້ສົມບົດບາດການສະແດງ  ເຖີງແມ້ວ່າສິເປັນການຫຼິ້ນຫນັງຄັ້ງທຳອິດ  ກະສາມາດສ້າງນ້ຳຕາໃຫ້ກັບຄົນເບີ່ງຈາກບົດທີ່ລາວໄດ້ສະແດງ  ອີກປະການໜຶ່ງນັ້ນແມ່ນເປັນການເປີດໂຕນັກສະແດງຈາກປະເທດເພື່ອນບ້ານ  ເພື່ອມາຫຼິ້ນໜັງຢູ່ເມືອງໄທນັ້ນເອງ  ແຕ່ກະຫາໂອກາດໄດ້ຫຼິ້ນຍາກຖ້າບໍ່ແມ່ນຜູ້ກຳກັບລູກອີສານລູກເຂົ້າໜຽວໂດຍແທ້   ແລະກະນັ້ນແມ່ນໃນບົດ  ລຳດວນ (ຄຳປານີ) ຕ້ອງເວົ້າເປັນພາສາອີສານມີຫາງສຽງເປັນຄ່ະ  ນັ້ນເອງ







ຖ້າໃຜຢາກຊົມບົດບາດການຫຼິ້ນຫນັງຂອງຄົນລາວກະຂໍເຊີນມາເບີ່ງໄດ້ຖ້າມີໂອກາດ  ແຕ່ຖ້າບໍ່ມີເວລາກະຣໍແຜ່ນ  ຫຼືວ່າຣໍໂຫລດເອົາຢ່າງເດີຍວ...........

 

ຄຳເຕືອນ :  ຖ້າອ່ານບົດຂອງຂ້າພະເຈົ້າແລ້ວມີຄຳລາວປົນໄທຍ໌  ຂໍໃຫ້ລະໄວ້ໃນຖານທີ່ເຂົ້າໃຈ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

 


ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າໄດ້ເອົາບົດຄວາມໃນບົດນີ້ຕອນໜຶ່ງໄປຖາມໃນແບບສຳຫຼວດລະຫວ່າງ  ຫົວລ້ານລື່ນຄູ  ຫຼື   ຄວາມຄິດສ້າງສັນ  ຂອງບັກຈັນດີ ໂຕລະຄອນໃນເລື່ອງນີ້  ທີ່

http://punlao.com/love4nut/polls/6846/

ແຕ່ແທ້ຈິງແລ້ວນັ້ນ ເລື້ອງນີ້ຂ້າພະເຈົ້າຖອດບົດມາຈາກປຶ້ມເລື່ອງ “ລູກອີສານ” ຂອງອາຈານຄຳພູນ  ບຸນທະວີ  ມີຢູ່ໃນບົດທີ່  ໙   ຫົວຂໍ້ຫຼວງພໍ່ເຄນອາລະວາດ

ເນື້ອໃນບົດມີຢູ່ວ່າ...

........................................................................................................................

ຫຼວງພໍ່ເຄນອາລະວາດ

ເມື່ອຄູໃຫຍ່ລາວໄດ້ອົບລົມເດັກນ້ອຍໃນໂຮງຮຽນດົນພໍສົມຄວນແລ້ວ  ກໍ່ໃຫ້ຄູນ້ອຍເວົ້ານຳ ຄູທອງເວົ້າວ່າ ໂຕ໊ະຮອງຂຽນທຸກຊັ້ນຮຽນນັ້ນ  ນັກຮຽນນັ່ງຮອງຂຽນໄດ້ສາມຄົນ  ໃຫ້ເດັກນັກຮຽນຜູ້ຍິງນັ່ງຢູ່ຂ້າງໜ້ານັກຮຽນຊາຍ  ເວລາຮຽນມີສາມຕອນ ຄືຕອນເຊົ້າໜຶ່ງຕອນກັບຕອນບ່າຍອີກສອງຕອນ ຄືເລີ່ມສາມໂມງເຊົ້າເຖີງທ່ຽງຕອນໜຶ່ງ ແລ້ວຈາກສີ່ໂມງແລງອີກຕອນໜຶ່ງ ລະຫວ່າງພັກຮຽນເວລາບ່າຍສາມໂມງເຖີງບ່າຍສາມໂມງເຄີ່ງເອີ້ນວ່າ “ພັກນ້ອຍ” ແລະຕອນນີ້ຫ້າມນັກຮຽນເມືອບ້ານຫຼືວ່າອອກຈາກເຂດບໍລິເວນວັດ

ນັກຮຽນທຸກຄົນເຊື່ອຟັງຄູກັບຫຼວງພໍ່ເຄນ ແລະມັກຟັງແຕ່ສຽງລະຄັງເພາະແຜ່ນເຫລັກທີ່ໃຊ້ເປັນລະຄັງແຜ່ນນີ້ເປັນຂອງສັກສິດຄືຫຼວງພໍ່ເຄນຍ່າງໄປຂໍເຂົາເຈົ້າມາຈາກອຳເພີ

ໃຜຈະອອກຈາກຫ້ອງຮຽນຕ້ອງແຈ້ງລາຄູສາກ່ອນ ແລະຕອນນີ້ໃຫ້ ປ.໓  ປ.໔ ຂຶ້ນໄປຊ່ອຍກັນຈັດຫ້ອງຮຽນ ສ່ວນນັກຮຽນເຂົ້າໃໝ່ກັບ ປ.໑ ແລະ ປ.໒ ໃຫ້ຫຼິ້ນຢູ່ລຸ່ມ ເມື່ອໄດ້ຍິນສຽງລະຄັງຈັ່ງຂຶ້ນໄປເຂົ້າຮຽນຕໍ່

ພໍຄູທອງເວົ້າຈົບ ນັກຮຽນ ປ.໓ ປ.໔ ກໍ່ແລ່ນຂຶ້ນໄປເທີງໂຮງຮຽນ  ຂະນະນັ້ນຫຼວງພໍ່ເຄນກໍ່ຍ່າງໄຫວ່ໆ ມາທີ່ເສົາທຸງຊາດ ແລ້ວຍົກມືຂຶ້ນເວົ້າວ່າ

: ນັກຮຽນເຂົ້າໃໝ່ກັບນັກຮຽນ ປ.໑ ນັ່ງລົງກ່ອນ ສິເວົ້ານິທານໃຫ້ຟັງຈັກໜ່ອຍ
ໝົດສຽງຫຼວງພໍ່ ສຽງແຊວກັນຢູ່ກະມິດອິ່ມຊິ່ມ

: ເອົ້າ ນັ່ງລົງປົນກັນກະໄດ້ ຖືກະດານດິນສໍໄວ້ໃຫ້ດີ ຢ່າໃຫ້ຖືກຂີ້ດິນ  ຫຼວງພໍ່ວ່າອີກ
ບັກຈັນດີໝູ່ຂອງຄູນນັ່ງລົງ ຖອນຫາຍໃຈຢ່າງຍາວແລ້ວເວົ້າກັບຄູນຄ່ອຍໆ ວ່າ

: ບໍ່ເຫັນຫຼວງພໍ່ຖືແສ້ມາ ກະໄຄແໜ່
ຫຼວງພໍ່ເຄນລາວຊີ້ມືໄປຫາເດັກນ້ອຍຜູ້ຊາຍຄົນໜຶ່ງໜ້າຕາມອມແມມ ແລະມີຜ້າຂາວມ້າພັນແອວ

: ນັ່ນລູກທິດລິງແມ່ນບໍ່ ຍືນຂຶ້ນ ປີນີ້ໄດ້ຂຶ້ນຊັ້ນ ປ.໑ ແລ້ວແມ່ນບໍ່

: ອື້ອ  ເດັກນ້ອຍຄົນນັ້ນວ່າພ້ອມກັບຍືນຂຶ້ນ

: ເວົ້າ ‘ครับ’ ດູ້ ນັກຮຽນຍິງວ່າ ‘ค่ะ’ ເວົ້າໃໝ່

: ครับ!!!  ລູກທິດລິງວ່າດັງໆ

: ນັ່ນອີຫຍັງຢູ່ໃນຜ້າຂາວມ້າພັນແອວຮັ່ນ

: ຫໍ່ຂ້າວກັບລາບປາແດກ  ເດັກນ້ອຍຜູ້ນັ້ນວ່າແລ້ວຫັນໜ້າຊ້າຍຂວາຄືຈະອວດວ່າມີແນວກິນດີໆ

: ດີແລ້ວ  ພໍ່ມຶງຢາກຍ້າຍເຮືອນໄປຢູ່ຟາກໂຄກອີແຫລວ ກະໃຫ້ຕື່ນແຕ່ເຊົ້າເຂົ້າມາໂຮງຮຽນໃຫ້ທັນເດີ້

: ครับ

: ອອກມາຍືນຂ້າງໜ້າກ່ອນ ເບີ່ງໜ້າມຶງຄືສິບໍ່ໄດ້ອາບນ້ຳມາ ໓ ປີ ມີແຕ່ໂຕ ກໍ.ໄກ່ ເຖີງ ຮໍ.ນົກຮູກ ເຕັມໜ້າມຶງໄປໝົດ

ເມື່ອລູກຊາຍທິດລິງອອກມາຍືນຂ້າງໜ້າ ຫຼວງພໍ່ກະເອີ້ນເດັກຊາຍຫ້າຄົນ ເດັກຍິງສອງຄົນອອກມາຍືນຢູ່ໃກ້ໆກັນ ແລ້ວລ້ວງຜ້າສີແດງປຽກນ້ຳອອກມາຈາກຂ້າງແອວ ຍ່າງເຂົ້າຫາລູກຊາຍທິດລິງກ່ອນ  ຈັບຫົວລູກຊາຍທິດລິງໂດຍມືຊ້າຍ ເອົາຜ້າສີແດງໃນມືຂວາເຊັດແລະຖູຕາມໃບໜ້າຈົນທົ່ວ ແລ້ວບອກໃຫ້ນັ່ງລົງ ຕໍ່ຈາກນັ້ນຫຼວງພໍ່ກະເຊັດຖູໃບໜ້າຂອງເດັກຜູ້ຖັດມາຈົນຄົບທຸກຄົນ ແລ້ວຈັ່ງບອກນັ່ງລົງ

: ແຕ່ມື້ນີ້ເປັນຕົ້ນໄປ ໄຜສິມາໂຮງຮຽນຕ້ອງສ່ອງແວັ່ນສາກ່ອນ ໄຜມີຂີ້ມູກແຫ້ງຕິດນຳແກ້ມກັບມືສິຖືກຕີສິບເທື່ອ         ມີສຽງຄັບກັບຄ່ະຂຶ້ນພ້ອມໆກັນ

: ຍາມມີຂີ້ມູກໄຫຼອອກມາ ຢ່າເອົາມືເຊັດໄປປ້າຍກັບກົ້ນ ໃຫ້ສັ່ງອອກໃຫ້ໝົດ ຈື່ໄວ້

ຕໍ່ຈາກນັ້ນຫຼວງພໍ່ກະບອກວ່າ ມື້ນີ້ໂອ່ງນ້ຳກິນເທີງໂຮງຮຽນຍັງບໍ່ມີ ຕ້ອງຖ່າໃຫ້ຂະບວນກວຽນຂາຍໝໍ້ຂາຍໄຫບ້ານອື່ນມາເຖີງ ຈັ່ງຈະມີໂອ່ງໃສ່  ກິນນ້ຳເທີງກຸດໄປກ່ອນແຕ່ຢ່າຕັກນ້ຳຫຼາຍ ໃຫ້ກິນພໍອິ່ມພໍຢາກ ເພາະນ້ຳກິນຫາຍາກ ພວກເດັກວັດຫຼືເນນນ້ອຍຕ້ອງໄປຫາຕັກມາແຕ່ໄກໆ ສ່ວນກະໂປ໋ຕັກນ້ຳນັ້ນວາງໃຫ້ດີ ລະວັງຢ່າໃຫ້ມັນຕົກແຕກເພາະວ່າກະໂປ໋ໝາກພ້າວມັນຫາຍາກ

ເມື່ອຫຼວງພໍ່ບອກເລີກແຖວຮຽບຮ້ອຍ ພໍ່ຂອງບັກຄູນກັບພໍ່ຂອງບັກຈັນດີກໍ່ລົງມາຈາກເທີງໂຮງຮຽນ ບອກວ່າຈະກັບບ້ານກ່ອນ ຖ້າຢາກຂ້າວກໍ່ໃຫ້ແລ່ນກັບໄປກິນຢູ່ເຮືອນ ຈັນດີຖາມພໍ່ວ່າບໍ່ເອົາສະຕາງໄວ້ໃຫ້ກິນຂະໜົມຫວາ ລຸງເຂັ້ມພໍ່ຂອງບັກຈັນດີກໍ່ບອກວ່າ ແມ່ຄ້າຂາຍຂອງກິນບ້ານເຮົາບໍ່ມີແລ້ວ ລູກສາວຄົນຍວນມາໃໝ່ທີ່ເຄີຍຫາບຂອງຂາຍກະໄປອຳເພີຍັງບໍ່ທັນໄດ້ກັບ ແລ້ວພໍ່ກັບລຸງເຂັ້ມກະພາກັນກັບໄປ

ດວງຕະເວັນລອຍສູງຂຶ້ນຫຼາຍແລ້ວ  ເມື່ອສຽງລະຄັງດັງ ເຜັ່ງໆ ຄູນກະຊວນ ຈັນດີຂຶ້ນໄປເທີງໂຮງຮຽນພ້ອມກັບຫົວໃຈທີ່ເຕັ້ນແຮງ ຈັນດີເວົ້າວ່າເທີງໂຮງຮຽນບໍ່ມີຝາກັ້ນທັ້ງສີ່ຂ້າງຈັ່ງຊີ້ ຍາມຝົນຕົກລົມພັດມາມັນບໍ່ປຽກໝົດຫວາ  ຄູນບອກວ່າ ລົມກັບຝົນມັນສິມາແຕ່ໃສ ຈັນດີກໍ່ບໍ່ວ່າອີຫຍັງອີກ

ພໍເລີຍຄັນໄດໄມ້ກົມຂຶ້ນໄປ ຄູທອງກະຍ່າງມາດັກໜ້າ ບອກວ່າຊັ້ນມູນຢູ່ທາງຂວາມື ຈັນດີກັບຄູນຍ່າງນຳໜ້າໝູ່ໄປ ໂຕ໊ະຮອງຂຽນຊັ້ນມູນມີຢູ່ສີ່ແຖວ ແຖວລະສາມໂຕ  ຄູທອງຍ່າງຕາມໄປຈັດໃຫ້ນັກຮຽນຍິງສີ່ຄົນນັ່ງຂ້າງໜ້າເປັນຄູ່ໆ ໃນໂຕ໊ະຮອງຂຽນສອງໂຕ ອີກໂຕໜຶ່ງວ່າງໄວ້ ສ່ວນຄູນກັບຈັນດີກໍ່ໄດ້ນັ່ງຄູ່ກັນຕິດກັບແຖວນັກຮຽນຍິງ  ໂຕຂວາມືກະເປັນທີ່ນັ່ງຂອງເດັກນ້ອຍຜູ້ຊາຍອີກຄູ່ໜຶ່ງ ແລະອີກຄູ່ໜຶ່ງນັ່ງຂ້າງຫລັງຄູນກັບຈັນດີ ໂຕທີ່ວ່າງ ຄູທອງບອກວ່າເອົາໄວ້ໃຫ້ຜູ້ທີ່ບໍ່ທັນມີ ຕອນນີ້ຈະໄດ້ນັ່ງສະບາຍເພາະວ່າຂໍ້ສອກສິໄດ້ບໍ່ຕຳກັນແລ້ວຕີກັນ

ເມື່ອນັ່ງລົງຮຽບຮ້ອຍ ຄູທອງກໍ່ບອກວ່າ ຊັ້ນຂ້າງໜ້າຄື ປ.໑ ກັບ ປ.໒ ສ່ວນດ້ານຊ້າຍມືຊຶ່ງມີທີ່ວ່າງຄັ່ນກາງຄື ປ.໓ ກັບ ປ.໔ ແລະມື້ຕໍ່ໄປໃຫ້ນັກຮຽນຫາຂວດໃສ່ນ້ຳກິນມາ ຫຼືໃສ່ກະບອກໄມ້ໄຜ່ມາກະໄດ້  ເພື່ອຈະໄດ້ກິນຫຼືວ່າໃຊ້ລຶບກະດານ ຢ່າເອົາມືລຶບ ສ່ວນໄມ້ບັນທັດຂອງບາງຄົນນັ້ນທີ່ເຮັດຈາກແກ່ນໄມ້ແດງກະດີແລ້ວ  ມັນເປັນເງົາ ງາມດີ ບໍ່ຈຳເປັນຕ້ອງຊື້ໃໝ່  ແຕ່ຢ່າເອົາເຄາະຫົວກັນຫຼິ້ນເພາະມັນແຂັງຫຼາຍ  ສ່ວນຂອງຄູນ ພໍ່ກະເຮັດໃຫ້ຈາກແກ່ນໄມ້ຄືກັນ  ນຶກຢາກສິໄດ້ຄືຢູ່ຮ້ານຄົນຍວນທີ່ເປັນສີເຫຼືອງໆ ແຕ່ພໍ່ບອກວ່າຕັ້ງແຕ່ພໍ່ເຂົ້າໂຮງຮຽນຈົນຈົບ ປ.໔  ບໍ່ເຄີຍຊື້ໄມ້ບັນທັດຈັກອັນ  ເລີຍບໍ່ກ້າຂໍ

ຄູທອງບອກວ່າມື້ໜ້າຈັ່ງຈະມີການເອີ້ນຊື່  ໃຜຖືກເອີ້ນຊື່ໃຫ້ຍືນຂຶ້ນຂານແລ້ວຈັ່ງນັ່ງລົງ  ແລະຕໍ່ໄປນີ້ຈະມີການເລືອກຫົວໜ້າຊັ້ນຊ່ອຍເປັນຫູເປັນຕາຄູກັບຫຼວງພໍ່  ໃຜຢາກຈະເປັນຫົວໜ້າຊັ້ນກະໃຫ້ຍົກມືຂຶ້ນຍືນ

ຂ້ອຍຢາກເປັນ  ຈັນດີວ່າຢ່າງແຮງ ແລ້ວລຸກທະລຶ່ງຂຶ້ນຍືນ

:  'ผม'  สิ ว่าใหม่ว่า  'ผม'  ຄູທອງບອກ

ผมอยากเป็นครับ!!   ຈັນດີວ່າ

ຄູທອງຖາມວ່າມີໃຜຢາກເປັນແດ່  ກະບໍ່ມີໃຜລຸກຂຶ້ນ  ຄູທອງເລີຍບອກວ່າຕໍ່ໄປນີ້ຫົວໜ້າຊັ້ນຂອງເຮົານັ້ນແມ່ນ ເດັກຊາຍຈັນດີ  ເມື່ອບອກໜ້າທີ່ໃຫ້ຈັນດີແລ້ວກະເວົ້າວ່າການເປັນຫົວໜ້າຊັ້ນນີ້ບໍ່ມີການກຳນົດ ຄູອາດຈະເອົາຄົນໃໝ່ມາແທນມື້ໃດ໋ກະໄດ້ ຖ້າຈັນດີຢາກເປັນດົນໆ ກະໃຫ້ເຮັດໂຕດີໆ ຈັນດີບອກວ່າ 'ครับ' ແລ້ວກະນັ່ງລົງ

ຕໍ່ຈາກນັ້ນຄູທອງຫັນໄປຢິບຊັອກໃນຫີບກະດາດສີເຫຼືອງອ່ອນ  ແລ້ວເວົ້າວ່າມື້ນີ້ຈະສອນໃຫ້ຫັດແຕ້ມຮູບໄຮ່ນາຢ່າງດຽວ  ມື້ອື່ນຈັ່ງສິຮຽນວິຊາໃໝ່  ໃຜແຕ້ມເສັດແລ້ວໃຫ້ເອົາໄປວາງສົ່ງຄູໄວ້ເທີງໂຕ໊ະຂອງຄູ   ແລ້ວກະພັກທ່ຽງໄປໂລດ ຕອນບ່າຍຂຶ້ນຫ້ອງຮຽນຄູຈະມາກວດໃຫ້ຄະແນນ  ຄູວ່າຈັ່ງສັ້ນແລ້ວກໍ່ວາດຮູບໄຮ່ນາເປັນຕາລາງສີ່ຫຼ່ຽມຕິດກັນຫົກຊ່ອງລົງໃນກະດານດຳໃຫ້ເດັກນັກຮຽນເບີ່ງ  ພໍເສັດແລ້ວກໍ່ຍ່າງໄປຊັ້ນ ປ.໑  ແລະ ປ.໒

ນັກຮຽນຍິງຫັນໜ້າໄປມາໃສ່ກັນແລ້ວຫັນມາທາງຫຼັງເທື່ອແປັບໜຶ່ງ  ຈຶ່ງກົ້ມລົງຂີດໃນກະດານຂອງເຈົ້າຂອງ ສ່ວນບັກຄູນນັ້ນກະເພີ່ງໄດ້ຈັບດິນສໍກັບກະດານເທື່ອນີ້ເປັນເທື່ອທຳອິດ  ສ່ວນຈັນດີກະງຶກໆງັກໆ ຄືກັນ ຈັນດີເວົ້າຂຶ້ນຢ່າງແຮງວ່າ 

: ນາຜີບ້າກູບໍ່ຢາກແຕ້ມ  ມັນບໍ່ມີຝົນຕົກລົງມາໃຫ້ຈັກເທື່ອ

ເດັກນ້ອຍທີ່ນັ່ງຕົງຂ້າມກັບຈັນດີຫັນມາເຮັດຕາແວ໋ວຄືສິຍິ້ມແຕ່ບໍ່ຍິ້ມ  ແລ້ວກະຫັນກັບໄປ

ຄູນຈັບໄມ້ບັນທັດຂຶ້ນວາງທາບກະດານ ແລ້ວຂີດໄປຊ້າໆ ຕາກະຫຼຽວເບີ່ງກະດານດຳໄປເລື້ອຍໆ ແຕ່ກະໆ ຂີດໆ ຫຼາຍເທື່ອ ເມື່ອ ຄູທອງ ຍ່າງຜ່ານມາບອກວ່າ 

: ໃກ້ຈະເຖີງເວລາພັກທ່ຽງແລ້ວເດີ້!!! 

ຄູນກັບຈັນດີຈຶ່ງຟ້າວລົງມືຂີດອີກ ຢ່າງຕັ້ງໃຈ  ພໍຄູນຂີດຕາລາງໄດ້ຄົບຫົກຄືຈັ່ງຂອງຄູ  ກະຄວ່ຳກະດານຂອງຄູນໄວ້  ເມື່ອເບີ່ງຂອງບັກຈັນດີແຕ້ມເສັດແລ້ວ ແຕ່ມີຮູບຂີດໜາໆ ຢູ່ຕົງກາງເປັນວົງກົມ ກະເລີຍສົງສັຍຖາມວ່ານັ່ນມັນແມ່ນຮູບອີຫຍັງ  ຈັນດີບອກວ່າ

: ນີ່ແມ່ນຈອມໂພນຈອມໃຫຍ່ຢູ່ກາງນາກູ

: ຄູບໍ່ໃຫ້ແຕ້ມ  ໃນກະດານຄູກະບໍ່ມີ   ຄູນບອກມັນ

: ແຕ່ນາຂອງກູມີ  ກູຕ້ອງແຕ້ມ

ຈັນດີວ່າແລ້ວກະລຸກຂຶ້ນພາໄປວາງໄວ້ເທີງໂຕ໊ະຄູທອງ  ແລ້ວກະຍ່າງໄປໜ້າຊັ້ນຮຽນບອກກັບໝູ່ນັກຮຽນທຸກຄົນວ່າ

: ຂອງຜູ້ຍິງຜູ້ຊາຍວາງໄວ້ຄົນລະບ່ອນ  ຢ່າໃຫ້ມັນປົນກັນເດີ້!!

ເມື່ອມີສຽງລະຄັງພັກທ່ຽງ  ຄູນກັບຈັນດີກະພາກັນໄປຕະລຸ່ມກ່ອນໝູ່  ບັກຄູນຄຶດໃນໃຈບໍ່ເຊົາວ່າ ທີ່ບັກຈັນດີວາດຈອມໂພນລົງນຳນັ້ນ ມັນຄືສິໄດ້ຄະແນນຫຼາຍກວ່າເຮົາເປັນແນ່ນອນເລີຍ  ຢາກສິວາດລົງໄປຄືກັນ ແຕ່ໃນໄຮ່ຂອງຄູນມັນກະບໍ່ມີຈອມໂພນ

ຄວາມຕື່ນເຕັ້ນແລະດີໃຈເຮັດໃຫ້ຄູນກັບຈັນດີບໍ່ກັບໄປກິນຂ້າວທ່ຽງຢູ່ເຮືອນ  ພາກັນເບີ່ງນັກຮຽນຊຸມຜູ້ໃຫຍ່ໆ ວິ່ງປ້ຽວກັບຕີ່ຈັບແຂ່ງກັນຢູ່ລານວັດຢ່າງມ່ວນຊື່ນ   ເມື່ອຍ່າງໄປເຫັນພວກລູກຄູໃຫຍ່ກັບລູກເຈັກອູ໋ເວົ້າກັນເລື່ອງສົ່ງໃໝ່ກັບເຂັມຂັດໃໝ່ກະແຫ່ງເຮັດໃຫ້ຄູນຍືນຟັງຢ່າງສົນໃຈ  ຈັນດີຍ່າງເຂົ້າໄປຫາລູກຊາຍເຈັກອູ໋ທີ່ຄ້ຽວຂະໜົມແຫ້ງຢູ່  ກຸ້ບ!!ໆ ແລ້ວກະຖາມວ່າ

: ເຂັມຂັດລູກເສືອກັບເສື້ອໃສ່ມາໂຮງຮຽນ  ບ້ານມຶງມີບໍ່

: ມີຫຼາຍ  ເອົາກວຽນໄປຂົນກະບໍ່ໝົດ  ລູກເຈັກອູ໋ບອກ

: ກູສິຊື້ໃຫ້ໄດ້ໃນໄວໆ ນີ້ລ່ະ   ຈັນດີວ່າ

: ລາງຄົນເກັບຄັ່ງໄປຂາຍໄດ້ຊື້ເສື້ອໃໝ່ເດ້!   ລູກຊາຍໝໍລຳວ່າ

: ເອົາໄປຂາຍບ່ອນໃດ໋  ຈັນດີຕາວາວ

: ຢູ່ຮ້ານເຈັກອູ໋

: ຂາຍຈັ່ງໃດ໋  ຈັນດີຖາມໄວໆ

ຄັ່ງສົດກະປ໋ອງນົມລະສາມສະຕາງ  ຄັ່ງແຫ້ງສະຕາງດຽວ    ລູກເຈັກອູ໋ບອກ

ຈັນດີງຶກຫົວແລ້ວດຶງມືບັກຄູນຍ່າງໜີໄປ  ບອກກັບບັກຄູນວ່າມື້ອື່ນຕ້ອງໄປຫາເກັບຄັ່ງໄປຂາຍໃຫ້ໄດ້   ທີ່ເຮົາຄຶດວ່າສິຖ່າໃຫ້ອີ່ພໍ່ຊື້ເສື້ອໃໝ່ໃຫ້ຄືສິຖ່າໄປອີກຫຼາຍມື້  ແລະບອກວ່າ ເຮົາຕ້ອງໄປເກັບນຳກາງທົ່ງນານຳກັນ  ຄູນກະຮັບປາກວ່າ ສິໄປແນ່ນອນ  ເພາະຍາມເຫັນກາງເກງກັບເຂັມຂັດລູກເສືອຂອງພວກລູກຊາຍໝໍລຳແລ້ວ  ເຮັດໃຫ້ກູກິນນ້ຳລາຍຢູ່ທຸກເທື່ອ

ເມື່ອມີສຽງລະຄັງຂຶ້ນຮຽນຕອນບ່າຍນັກຮຽນກະແລ່ນ  ບາງຄົນກະຍ່າງ  ບາງຄົນໄປທາງຄັນໄດທາງຂຶ້ນຂອງໂຮງຮຽນເປັນໝູ່ໆ ຄັນໄດຂຶ້ນໂຮງຮຽນມີຢູ່ສອງທີ່  ຄືຂ້າງໜ້າກັບທາງຂ້າງທາງຂວາມື  ຂະນະທີ່ນັກຮຽນແຕ່ລະຊັ້ນກຳລັງເຂົ້າທີ່ນັ່ງ  ຫຼວງພໍ່ເຄນລາວກະຍ່າງນຳໜ້າເນນນ້ອຍຂຶ້ນມາພ້ອມກັບອາການທີ່ຮ່ຳຮອນ  ບໍ່ດົນເນນນ້ອຍອົງນັ້ນກະໄປຈັບແຂນເດັກນັກຮຽນຊາຍໃນຊັ້ນ ປ.໑  ກັບ  ປ.໒  ມາໄດ້ສີ່ຄົນ  ເມື່ອມາເຖີງຫຼວງພໍ່ກະໃຫ້ຍືນຢູ່ບ່ອນທາງຍ່າງ  ທີ່ຄັ່ນກາງລະຫວ່າງຊັ້ນສອງຂ້າງ  ສ່ວນຄູໃຫຍ່ກັບຄູທອງນັ້ນກະນັ່ງສູບຍາຢູ່ເທີງເກົ້າອີ້ໃກ້ໆ  ແລ້ວສຽງຂອງຫຼວງພໍ່ທີ່ຖາມເດັກຊາຍເທື່ອລະຄົນກະດັງກັງວານຂຶ້ນ

: ບັກຫຳນ້ອຍ  ນີ້ເວົ້າມາຊື່ໆ ເດີ້  ເປັນຫຍັງໄປຍືນຍ່ຽວຢູ່ຮິມສິມ  ຫຼວງພໍ່ຖາມຄົນຕໍ່ມາ

: ບັກສີທາຍາດຜົມຈະກິນນ້ຳກ່ອນ ກະໂປ໋ເລີຍເຫ່ຍ   ຫຼວງພໍ່ຖາມເດັກຊາຍຄົນໜຶ່ງ  ເດັກນ້ອຍຄົນນັ້ນຫຼຽວໄປທີ່ເນນນ້ອຍຄືສິຄຽດຢ່າງແຮງ  ແລ້ວຄ່ອຍໆ ບອກຫຼວງພໍ່ວ່າ

: ຂ້ອຍ....  ຜົມປວດຫຼາຍ  ແລ່ນຂຶ້ນໂຄກບໍ່ທັນ

: ບັກນ້ອຍນີ້ລ່ະ  ເຮັດກະໂປ໋ຕັກນ້ຳເຫ່ຍລົງແຕກແມ່ນບໍ່?    ຫລວງພໍ່ງຶກຫົວແລ້ວຖາມເດັກນ້ອຍຄົນຖັດມາ

ແລ້ວບັກນີ່ລ່ະ  ເລື່ອງອັນຫຍັງຈັ່ງຖ່າຍບໍ່ລົງຮ່ອງຖານມັນ

: ຂ້ອຍເຈັບທ້ອງຫຼາຍ  ໄປເກືອບບໍ່ທັນນັ່ງ

: ມຶງກິນອີຫຍັງມາ  ຫຼວງພໍ່ຖາມແລ້ວຍິ້ມໄປທາງຄູໃຫຍ່

ຂ້ອຍກິນຂ້າວກັບຕຳໝາກຫຸ່ງ

ແລ້ວບັກນ້ອຍນີ່ໄປລັກຂຶ້ນໝາກຂາມຫວານຂອງພໍ່ໃຫຍ່ສິນແມ່ນບໍ່?   ຫຼວງພໍ່ຖາມເດັກນ້ອຍຄົນສຸດທ້າຍ

ຫຼວງພໍ່ຍ່າງເອົາມືຂັດຫຼັງຍ່າງໄປຍ່າງມາບາດໜຶ່ງ  ແລ້ວຮ້ອງຂຶ້ນວ່າ  ການໄປລັກຂອງເຂົາໂດຍເຈົ້າຂອງເຂົາບໍ່ໃຫ້ມັນເປັນບາບ  ມັນຈະເສຍຊື່ຮອດພໍ່ແມ່ວ່າລູກໃຜຫຼານໃຜ  ແລະການໄປຍ່ຽວໃສ່ສິມກະເປັນບາບ  ຈະຮຽນຫນັງສືບໍ່ທັນໝູ່  ສ່ວນເດັກທີ່ຖ່າຍເຫ່ຍບໍ່ຖືກຮ່ອງກະຖືວ່າມີຄວາມຜິດ  ທັ້ງໆ ທີ່ຄູບອກໄວ້ແລ້ວຕັ້ງແຕ່ມື້ເຊົ້ານີ້  ແລະຄົນທີ່ເຮັດກະໂປ໋ຕັກນ້ຳເຫ່ຍແຕກກະຖືວ່າເປັນຄົນບໍ່ລອບຄອບ  ໃຫຍ່ຂຶ້ນມາສິເປັນຄົນທຸກຄົນຍາກ

ເມື່ອຫຼວງພໍ່ວ່າຈົບແລ້ວກະສັ່ງເນນນ້ອຍວ່າ

: ຄຸມສີ່ຄົນນີ້ໄປເກັບໃບໂພກັບໃບໝາກມ່ວງແຫ້ງໃຫ້ໄດ້ຄົນລະສອງກຳມືແລ້ວເອົາຂຶ້ນມາໃຫ້ເບີ່ງ

ເມື່ອຫຼວງພໍ່ເວົ້າເທົ່ານັ້ນແລ້ວ  ເນນນ້ອຍກະຍ່າງນຳໜ້າເດັກນ້ອຍສີ່ຄົນລົງໄປ  ຕໍ່ຈາກນັ້ນໃນຊັ້ນມູນຂອງຄູນກະມິດອິ່ມຊິ່ມອິກເທື່ອໜຶ່ງ  ເພາະຫຼວງພໍ່ລາວຍ່າງຈ໊ອກໆ  ມານັ່ງລົງຢູ່ເກົ້າອີ້ໂຕ໊ະໜ້າຊັ້ນ  ແລ້ວຫຍິບກະດານຂອງເດັກນ້ອຍນັກຮຽນທີ່ວາງກອງທັບກັນຢູ່ເທີງໂຕ໊ະຂອງຄູທອງ  ຂຶ້ນມາເບີ່ງເທື່ອລະອັນ

ແຕ້ມໃຊ້ໄດ້ກັນທຸກຄົນນໍ້!  ງາມຫຼາຍເນາະ  ຫຼວງພໍ່ວ່າ ພ້ອມກັບຕວດເບີ່ງໄປເລື້ອຍໆ

ຂະນະທີ່ຄູນກັບຈັນດີຍິ້ມໃຫ້ກັນ  ຫຼວງພໍ່ກະຮ້ອງຂຶ້ນວ່າ

ຕາຍແລ້ວ ພຸດໂທ!  ທັມໂມ!  ຮູບນາຂອງຜູ້ໃດ໋ມີຮູບອີຫຍັງຕົງກາງນໍ້ໜິ  ຫຼວງພໍ່ວ່າ  ພ້ອມຍົກກະດານແຜ່ນນັ້ນຂຶ້ນ  ຄູນຮູ້ຄັກວ່າກະດານແຜ່ນນັ້ນແມ່ນຂອງບັກຈັນດີໝູ່ມັນນັ້ນເອງ  ຈັນດີນັ່ງຫັນຊ້າຍຫັນຂວາໄປຂ້າງໆ ຍັງບໍ່ໄດ້ເວົ້າຫຍັງ  ກະມີສຽງຫຼວງພໍ່ເວົ້າອີກວ່າ

ຂອງໄຜ  ບອກມາໄວໆ

ເທື່ອນີ້ບັກຈັນດີລຸກຂຶ້ນບອກດັງໆ ວ່າ

ຂອງຜົມຄັບ!!

ນີ່ມັນແມ່ນຮູບອີຫຍັງຂອງມຶງ    ຫຼວງພໍ່ເຮັດໜ້າຕຶງໆ

ຮູບຈອມໂພນນາຂ້ອຍ     ຈັນດີບອກຢ່າງຊັດຄຳ

ໃນກະດານດຳຂອງຄູທອງມີບໍ່!!!   ຫຼວງພໍ່ຖາມແຮງກວ່າເກົ່າ

ບໍ່ມີ  ແຕ່ກາງນາຜົມມີເດ້ະ

ລູກບັກເຂັ້ມຫົວໝໍເອີ້ຍ!!  ມຶງຈັ່ງແມ່ນຫົວລ້ານລື່ນຄູນໍ້  ໃຜບອກໃຫ້ແຕ້ມລົງໄປ

ຜົມແຕ້ມເອງ  ຈັນດີບອກແລ້ວກົ້ມໜ້າ 

ຫຼວງພໍ່ຖືກະດານຂອງຈັນດີໄປຫາຄູທອງ  ບໍ່ດົນກະກັບມາບອກໃຫ້ຈັນດີຍືນຂຶ້ນອີກ

ແຕ້ມໄດ້ດີທຸກຄົນ  ຂອງເດັກຊາຍຈັນດີກະໃຊ້ໄດ້  ແຕ່ແຕ້ມຮູບຈອມໂພນລົງໄປຖືວ່າຜິດ  ຜິດທີ່ເຮັດເກີນຄຳສັ່ງຂອງຄູ  ຍອມຮັບຜິດບໍ່

ຍອມຄັບ!!    ຈັນດີຕອບຢ່າງສຽງດັງຟັງຊັດ

ດີແລ້ວ  ເຮັດຜິດຕ້ອງຍອມຮັບຜິດ  ແຕ່ຈະຕ້ອງມີການລົງໂທດ  ໃຫ້ແຕ້ມໃໝ່ສີ່ຮູບ

ຫຼວງພໍ່ວ່າແລ້ວກະເອີ້ນໃຫ້ຈັນດີໄປເອົາກະດານຄືນມາ  ສັ່ງວ່າຖ້າແຕ້ມບໍ່ແລ້ວຫ້າມລົງໄປພັກນ້ອຍ  ຫຼືກັບບ້ານບໍ່ໄດ້ຈົນກວ່າສິແຕ້ມແລ້ວ  ພໍຫຼວງພໍ່ໄປຊັ້ນ ປ.໑  ຈັນດີກະລົງມືແຕ້ມຮູບທັນທີ

ຈັນດີແຕ້ມຮູບນາ  ລົງໃນກະດານຢ່າງຕັ້ງໃຈ  ໂດຍແຕ້ມລົງໜ້າລະສອງຮູບ  ເມື່ອເສັດຈາກໜ້າທຳອິດກະຈັບພິກຂຶ້ນແລ້ວຂີດກະດານສຽງກີດ!!ໆ  ຈັນດີເຮັດຢູ່ແບບນັ້ນຈົນລະຄັງພັກນ້ອຍພໍດີຈັ່ງເສັດ  ແລ້ວຈັນດີກະພາໄປສົ່ງຫຼວງພໍ່ຢູ່ທີ່ຊັ້ນ ປ.໔  ບໍ່ດົນຈັນດີກະຍິ້ມເປີ້ຍໆ  ກັບມາ  ຄູນຖາມມວ່າຫຼວງພໍ່ວ່າຈັ່ງໃດ໋  ຈັນດີບອກວ່າ...

ຍາພໍ່  ວ່າກູແຕ້ມໄດ້ງາມຫຼາຍ  ງາມກວ່າທຸກຄົນໃນຊັ້ນນີ້  ແຫະໆໆ.. 

 

......................  (ຮັກແພງ,.) ຈົບບົດທີ່ ໙  ສະບາຍດີ  ......................