ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

             ທຸກທ່ານທີ່ຮັກແພງ  ນອກຈາກທີ່ເມືອງໄທຈະມີກະແສການຄັ່ງໄຄຼ້ຫຼົງໄຫລດາຣານັກຮ້ອງເກົາຫລີ  ເພຼງເກາຫລີ  ອາຫານເກົາຫຼີ  ຊົງຜມເກົາຫຼີ  ຫຼືວ່າພະຍາຍາມເຮັດໜ້າຕາໃຫ້ຄືເກົາຫຼີແລ້ວ  ອີກອັນໜຶ່ງທີ່ຟຣີເວີ້ທີ່ສຸດໃນໄທນັ້ນແມ່ນ "ການຫຼົງໄຫລໃນວັທນະທັມລາວ"  ຫຼືກະແສ Laos Fever  ນັ່ນເອງ 

            ກະແສພວກນີ້ເລີ່ມຂຶ້ນໃນຕັ້ງແຕ່ຊ່ວງປີ 2520  ຫຼືອາຈກ່ອນໜ້ານັ້ນເປັນຕົ້ນມາໂດຍຂ້າພະເຈ້າຂໍລຽງລຳດັບເປັນກຸ່ມໆ ເປັນໝວດໄວ້ດັງນີ້

ດ້ານເພງ

ບໍ່ວ່າສິເປັນການຖ່າຍທອດຄຳລາວອອກມາຈາກ  ສຽງລຳລ່ອງ  ທີ່ຕອນນັ້ນຄົນໄທຍັງບໍ່ທັນໄດ້ຮູ້ຈັກຫຼາຍ  ຊຶ້ງຕອນນັ້ນສ່ວນຫຼາຍກໍ່ມີແຕ່ຄົນອີສານເທົ່ານັ້ນທີ່ຟັງໄດ້  ຕໍ່ມາກໍ່ມີວິວັທນາການສຽງເພຼງຂບວນການໃຫມ່ເປັນ  ເພຼງລູກທຸ່ງໝອລຳ  ຊຶ່ງຄົນໄທເຣີ່ມຮູ້ຈັກຢ່າງກວ້າງຂວາງຂຶ້ນກວົ່າເດີມ  ແລະຕໍ່ມາໃນທີ່ສຸດເພງລູກທຸ່ງສ່ວນຫຼາຍ  ກໍ່ຖືກສະເໜ່ສຽງແຄນແດນລາວກືນກິນເພຼງໄທຈົນຫົດຫົວກັນໄປເລີຍທີດຽວ  ຫຼັງຈາກຜົນງານເພງນັກຮ້ອງແດນອີສານເໝົາຕຳແໜ່ງຄອງແຊ່ມປ໌ຜົນງານເພຼງຍອດນິຍົມ  ເທີງສຽງຮ້ອງກອນລຳ  ແລະສະເຫນ່ລູກເອື້ອນແລະລູກຄໍທີ່ບໍ່ມີຄົນຊົນຊາດໃດລຽນແບບໄດ້   ຈົນມາຖຶງໃນປັຈຈຸບັນທ່ານກໍ່ເລີຍຈະເຫັນເພຼງທີ່ດັງໆ ສ່ວນຫຼາຍຈະມີນັກຮ້ອງອີສານເປັນຄົນຮ້ອງເອົາໄວ້ທັ້ງນັ້ນ

ບໍ່ວ່າຈະເປັນ  ຕ່າຍ  ອໍລະໄທ , ມົນແຄນ , ໄຜ່ ພົງສະທອນ , ໄມຄ໌ ພິລົມພອນ , ເອກພົນ ມົນຕະການ ...  ແລະກຸ່ມສິລປິນອື່ນໆ ອີກຫຼວງຫຼາຍ   ດັງນີ້ຄົນໄທສ່ວນຫຼາຍກໍ່ເລີຍເຂົ້າໃຈຄຳລາວ  ແລະສາມາດຟັງພາສາລາວອອກ  ແລະຮຽນຮູ້ສັບລາວໄດ້ຫຼາຍຂຶ້ນນັ້ນເອງ  ດັ່ງທ່ານຈະເຫັນຈາກທີວີທີ່ພິທີກອນໄທຍ໌ບໍ່ອາຍເວົ້າລາວຈາກກະແສຄວາມ Hit ຂອງເພງ ມັນຕ້ອງຖອນ ຂອງປອຍຝ້າຍ

ດ້ານຫນັງ

 

ນອກຈາກກະແສຄວາມຟີເວີ້ທີ່ຖູກຖ່າຍທອດອອກມາຜ່ານສຽງເພງແລ້ວ  ກະແສໜັງຂອງຄົນອີສານທີ່ເປັນຄົນສ້າງກໍ່ຍັງເປັນທີ່ຖູກອົກຖືກໃຈຂອງຄົນໄທແຕ່ລະຍຸກແຕ່ລະສມັຍ  ເລີ່ມຕັ້ງແຕ່ໜັງເລື້ອງແຣກທີ່ເປັນທູດເຜີຍແຜ່  ນັ້ນເປັນໜັງໃນໜັງສືຂອງທ່ານຄຳພູນ  ບຸນທະວີ  ຊື່ວ່າ  ລູກອີສານ  ເປັນການສ້າງພ້ອມກັບອອກສາຍໃນວັນທີ່ສລອງກຸງເທບຄົບ 200 ປີ  ແລ້ວຕໍ່ມາກໍ່ມີຄົນອີສານຫຼາຍຄົນລຸກຂຶ້ນມາສ້າງຫນັງແລ້ວໃຊ້ຄຳລາວເປັນຫຼັກບໍ່ວ່າຈະເປັນ  ໜັງຂອງທ້າວໝ່ຳ ຈົ້ກມົກ  (ແຫຍມຍະໂສທອນ 1 -2 , ຄົນໄຟບິນ , ບໍດີ້ກາດໜ້າຫຼ່ຽມ , ໂປງລາງສະດິ້ງ)  ໜັງທັ້ງຫມົດນີ້ຖືກສ້າງກຳໄຣແລະຕິດອັນດັບໜັງຍອດນິຍົມຂອງໄທທັ້ງນັ້ນ  ມັນກໍ່ເຮັດໃຫ້ຄົນໄທຍອມຮັບໃນຄວາມສາມາດຂອງຄົນລາວຫຼາຍຂຶ້ນນັ່ນເອງ

ດ້ານລະຄອນ

ເລີ່ມຈາກລະຄອນທີ່ກ່ຽວກັບສອງຝັ່ງໂຂງທີ່ໃຊ້ຄຳໄທຍ໌ລ້ວນມາແລ້ວ  ຜູ້ກຳກັບຄົນອີສານກໍ່ໄດ້ມາພັດທະນາໃຫ້ມີຄົນລາວຮ່ວມສະແດງນຳ  ພ້ອມກັບໃຊ້ຄຳລາວທາງນີ້ເປັນຕອນໆ ໄປ  ຕໍ່ມາກໍ່ມີລະຄອນຊ່ອງອື່ນໆ ເຮັດເປັນຕົວຢ່າງ ເກີດການລອກລຽນແບບ  ມີທັ້ງຜູ້ກຳກັບໄທທີ່ແມ່ນເວົ້າລາວບໍ່ໄດ້ສ້າງລະຄອນໂທລະພາບໃຫ້ຄົນໄທໝົດປະເທດເບີ່ງ  ຫຼືໃຫ້ຄົນໄທມາເວົ້າລາວ  ຖືງບາງຄຳບໍ່ໄດ້ກົງກັນເລີຍ  ແຕ່ນັ້ນມັນກໍ່ເຮັດໃຫ້ຄົນໄທຍອມຮັບພາສາລາວແລ້ວກໍ່ຮຽນຮູ້ພາສາລາວເອງໂດຍອັດຕະໂນມັດ

ດ້ານການສະແດງ

ຄະນະໝໍລຳ ຫຼືການສະແດງຂອງວົງໂປງລາງສະອອນທີ່ທັ້ງມ່ວນແລະສນຸກເຮັດໃຫ້ຄົນໄທຍ໌ທັ້ງເດັກແລະຜູ້ໃຢ່ຫລົງໄຫລໃນການສະແດງໂປງລາງ  ສ້າງຄວາມເຮຮາໄປທົ່ວປະເທດ  ມີການແຕ່ງກາຍລອກລຽນແບບ  ພ້ອມທັ້ງຍັງເຜີຍແຜ່ສຽງແຄນອອກໄປອີກຢ່າງກວ້າງໄກເຖີງທາງໃຕ້ຂອງໄທຍ໌

ນອກເໜືອຈາກນັ້ນແລ້ວບຣິບົດຂອງຄົນລາວທີ່ອາສັຍໃນອີສານຂອງໄທຍ໌ນີ້  ແມ່ນບໍ່ຍອມເວົ້າໄທຢູ່ແລ້ວ  ແມ່ນໄປເຮັດວຽກຢູ່ໃນເມືອງກໍ່ຕາມ  ບໍ່ວ່າຈະເຮັດວຽກກັມມະກອນ ຂັບລົດແທັກຊີ່  ຫຼືວ່າເຮັດງານຄ້າຂາຍນຳຮ້ານກໍ່ຕາມ  ຕ່າງລົມກັນເປັນພາສາລາວ  ຍ້ອນວ່າເວົ້າແລ້ວສບາຍກວ່າ  ບໍ່ປວດຫົວ  ເພາະວ່າເປັນພາສາທີ່ຄຸ້ນເຄີຍ  ໜັງທີ່ຖືກສ້າງຂຶ້ນສ່ວນຫຼາຍທີ່ຄົນອີສານໄປສະແດງ ກໍ່ເລີຍມີພາສາລາວແຊກ  ດັງນັ້ນພາສາລາວກໍ່ເລີຍຖືກເຜີຍແພຣ່ຢ່າງອັຕໂນມັດໃນໄທຍ໌  ໂດຍທີ່ໄທຍ໌ບໍ່ຮູ້ຕົວ

ຕອບຄຳຖາມວ່າເປັນຫຍັງຄົນໄທຈັ່ງເຊຍຄົນລາວໃນຊີເກມສ໌ໃຫ້ທຸກທ່ານໄດ້ຟັງໄດ້ເລີຍບາດນິ...

ທີ່ຈິງຄຳວ່າພີ່ນ້ອງທີ່ເຮົາເອີ້ນກັນນັ້ນແມ່ນ  ຄົນລາວຝັ່ງຂວາກັບຄົນລາວຝັ່ງຊ້າຍເວົ້າກັນ  ເຊີ້ງມີຮີດຄອງປະເພນີ ຮີດ 12 ຄອງ 14 ອັນດຽວກັນ ກິນເຂົ້າໜຽວຈ້ຳປາແດກຄືກັນ  ຄົນໄທມີຄວາມຮູ້ສຶກໃກ້ຊິດກັບຄົນລາວ ແລ້ວກໍ່ເຂົ້າໃຈຜິດວ່າແມ່ນພີ່ນ້ອງທັ້ງໝົດປະເທດ  ແຕ່ຄວາມໃກ້ຊິດລະຫວ່າງຄົນໄທກັບລາວຄືບໍ່ໂດຍຕົງ  ແຕ່ວ່າໂດຍອ້ອມກໍ່ຄືການຮັບເອົາແລະຮຽນຮູ້ປະເພນີວັດທະນະທັມລາວຜ່ານຄົນລາວໃນພາກອີສານທາງນີ້ນັ້ນເອງ  ແລ້ວເມື່ອຄົນໄທບາງຄົນທີ່ຟັງຄົນລາວເວົ້າມັນໄປກົງກັບຄົນອີສານເວົ້າ  ເຂົາເຈົ້າກໍ່ເລີຍເອົາໃຈຊ່ອຍລາວ  ແລ້ວເມື່ອເຫັນຄົນລາວທີ່ເວົ້າພາສາທີ່ບໍ່ຕ້ອງຮຽນແຕ່ວ່າຫາກຟັງອອກ  ມັນກໍ່ເລີຍມີທັສນະຄະຕິທີ່ດີ 

ແຕ່ເມື່ອຄົນໄທບໍ່ຄ່ອຍເຫັນຄົນລາວເຊຍໄທ  ຫຼືມີການເຊຍແຂັ່ງສຽງແຮງອີກຕ່າງຫາກ  ຄົນໄທກໍ່ເລີຍນ້ອຍໃຈ  ຊຶ້ງກຸ່ມທີ່ນ້ອຍໃຈນີ້ແມ່ນ   ຄົນໄທສ່ວນຫຼາຍທີ່ບໍ່ເຄີຍວ່າໃຫ້ລາວແລະດູຖູກຊາດລາວເລີຍ  ອີກຢ່າງແມ່ນຄົນອີສານທີ່ເຂົ້າໄປ  ຊຶ້ງຄົນເດີນທາງເຂົ້າໄປສ່ວນໃຢ່ກໍ່ຄືເຂົ້າໄປຊົມເຊີຍແລະຍິນດີກັບພີ່ນ້ອງ  ສປປ.ລາວ  ທັ້ງນັ້ນ

ຮັກແພງ

Delicious Digg Fark Twitter