ໜັງສັ້ນຊນະເລີດການປະກວດຄັ້ງທຳອິດໃນປະເທດລາວ ມີທ່ານສຸຣະສີ ຜາທັມ ເປັນທີ່ປຶກສາກັບສະແດງນຳ ຊຶ້ງຈັດຂຶ້ນໂດຍສຖານທູດເຍີລະມັນ ປະຈຳປະເທດລາວ
ຫຼັງຈາກທີ່ຂ້າພະເຈົ້າໄປເບີ່ງຫນັງໃນໂຣງໜັງກັບມາມື້ນີ້ ຂ້າພະເຈ້າກໍ່ເລີຍໄປສະດຸດກັບໜ້າຕາຂອງຜູ້ກຳກັບຜູ້ນີ້ວ່າເຄີຍເຫັນຢູ່ໃສ?
ບາດໃດ໋ເພີ່ນສະແດງນຳໃນໜັງສັ້ນເລື້ອງຂ້າງເທີງນີ້ນີ້ເອງ ກໍ່ເລີຍຂໍເວົ້າເຖີງໜັງຄູບ້ານນອກຕໍ່ ໜັງບ້ານນອກຈາກທີ່ເຄີຍໂດ່ງດັງ
ໃນໜັງເລື້ອງນີ້ມາແລ້ວໃນອະດີດຖືກຖ່າຍທອດອອກມາລົງໃນແຜ່ນຟິລ໌ມອີກຄັ້ງໜຶ່ງ ໂດຍຜົນງານກຳກັບຂອງທ່ານສຸຣະສີ ຜາທັມ
ຄົນທີ່ສະແດງນຳໃນໜັງສັ້ນ Yes I am ນັ້ນ ຊຶ້ງຖືກສ້າງຂຶ້ນໂດຍ ບໍຣິສັດ ຄົກໄມ້ໄທລາວມ່ວນຊື່ນໂຮແຊວ ຈຳກັດ
ຫຼາຍຄົນອາດຈະບໍ່ເຄີຍເຫັນຊື່ໜັງເລື້ອງນີ້
ອາຈານສຸລະສີ ລາວບອກວ່າ ໜັງເລື້ອງນີ້ສ້າງຂຶ້ນໂດຍແລງບັນດານໃຈຈາກຜຢາລ້ານຊ້າງທີ່ວ່າ
ຂຸນຫານຫ້າວຄອງເມືອງຈັ່ງເຮືອງຮຸ່ງ
ຂຸນຂີ້ຍ່ານຄອງບ້ານບໍ່ຮຸ່ງເຮືອງ
ການທີ່ນຳໜັງເລື້ອງນີ້ມາສ້າງຂຶ້ນໃຫມ່ອີກຈະເຮັດໃຫ້ຄົນອີສານບໍ່ລືມວິຖີຊີວິດຂອງຄົນອີສານທີ່ເຄີຍມີເປັນຮີດເປັນຄອງໃນອະດີດທີ່ມັນກຳລັງຈະຫົດຫາຍໄປ
ແລະທີ່ສຳຄັນເປັນຄະຕິເຕືອນໃຈທີ່ດີໃຫ້ກັບ ຄູສາຍພັນໃຫມ່ ທີ່ສອນເດັກນ້ອຍບໍ່ເປັນ ຄິດຮອດແຄ່ຕົວເຈົ້າຂອງໄວ້ກ່ອນ ນັ່ນແລ