ຂຽນເມື່ອ: ມິ.ຖ.. 1, 2009
| ມີ
16 ຄຳເຫັນ
ແລະ
0 trackback(s)
ໃນຊ່ວງໄລຍະຊ່ວງປີ ໒໕໐໐ ມານີ້ຄວາມສັມພັນລະຫວ່າງປະເທດອາດສິຂາດສະບັ້ນກັນຍົກໃຢ່ ເຊິ້ງຖ້າແມ່ນພັກແລະລັດຂອງໄທແລະລາວຍັງລະເລີຍ ແລະຍັງມອງບໍ່ເຫັນຊ່ອງໂຫວ່ທີ່ເກິດຂຶ້ນໃນລະຫວ່າງໝູ່ເດັກໄທວັຍຣຸ່ນໃນເມືອງໄທໂດຍສະເພາະຄົນທີ່ທີ່ຢູ່ໃນພາກອີສານ ທີ່ກຳລັງຮຽນຮູ້ແລະສຶກສາວັດທະນະທັມໃນບ້ານເມືອງຂອງຕົນ ແລະລະບົບການເສິກສາຂອງປະເທດເຊີ້ງໄດ້ແກ່ວິຊາປະຫວັດຕິສາດຍັງບໍ່ເປິດກວ້າງ ຈົນເຮັດໃຫ້ຄົນໄທພາກອີສານສະໝັຍໃໝ່ປີສອງພັນຫ້າ ຄິດລືມຊາດກຳເນິດ ແລະກັບມາດູຖູກ ດູໝິ່ນເຊື້ອສາຍພົງພັນບັນພະບຸຫຼຸດຂອງຕົນອັນໄດ້ແກ່ປະເທດເພື່ອນບ້ານ....
ທາງທີ່ດີແລະທາງອອກທີ່ຢາກໃຫ້ແກ້ໄຂປັນຫາເລ່ານີ້ນັ້ນ ເປັນສິ່ງສຳຄັນ ໃນເມື່ອທັ້ງ ໒ ປະເທດຂາດກິດຈະກັມຮ່ວມ ກິດຈະກັມຂອງເຍົາວະຊົນຫຼືກິດຈະກັມທີ່ຈະເອື້ອເຟື້ອໃຫ້ພົນລະເມືອງໃນ ໒ ປະເທດ ເກິດຄວາມປອງດອງສາມັຄຄີກັນໄດ້ ເຊີ້ງຖ້າຄົນໄທຍັງສ້າງວັດທະນະທັມທີ່ລືມຄວາມເປັນລາວແລະມາດູຖູກ ດູໝິ່ນຄົນລາວຕໍ່ໄປແລະສະສົມຂຶ້ນ ຖ້າຄົນທີ່ສຶກສາໃນຈິດຕະວິທະຍາມາກໍ່ອາດສິຮູ້ໄດ້ແລ້ວວ່າສິເກິດອິຫຍັງຂຶ້ນກັບຮະຫວ່າງ ໒ ປະເທດນີ້ ແລະຕໍ່ໄປອາດສິເກິດການທີ່ວ່າ ເມືອງໄທບໍ່ມີໄຜເປັນມິດນຳເພິ່ນແລ້ວ ແລະຈະມາແກ້ປັນຫາທີຫຼັງກໍ່ອາດຈະສາຍເກິນໄປ...
ຂ້ອຍຂຽນບັນທຶກນີ້ຂຶ້ນມາເພາະວ່າຂ້ອຍພົບກັບເຫດການນີ້ໝາດໆ ໃໝ່ໆ ຮ້ອນໆ ໃນກິດຈະກັມກຸ່ມສັມພັນທີ່ຈັດຂຶ້ນໃນມະຫາວິທະຍາໄລຂອງຂ້ອຍນີ້ເອງ ເຊີ້ງເປັນຫ່ວງໃນກຳລັງໃຈການສຶກສາຂອງເຂົາເຈົ້າຂະໜາດ ແລະຂ້າພະເຈົ້າກໍ່ໄດ້ໄປທຳຄວາມເຂົ້າໃຈໃຫ້ກັບກຸ່ມຄົນພວກນັ້ນແລ້ວວ່າ ເປັນສິ່ງທີ່ບໍ່ຫນ້າເກິດຂຶ້ນໃນເມື່ອນັກສຶກສາລາວກໍ່ນັ່ງຢູ່ບ່ອນນີ້ ເຊີ້ງມັນກໍ່ມີຫຼາກຫຼາຍຢ່າງທີ່ເກິດຂຶ້ນໃນສັງຄົມໄທ ດັງເຊັ່ນຄຳວ່າ ”ລາວ ທີ່ໄທເອາມາໃຊ້ແທນວ່າ ເຊີຍ” ແລະອື່ນໆ
ຖ້າແມ່ນມີໝູ່ຄົນລາວມາສຶກສາໃນໄທ ບາງສ່ວນກໍ່ອາດສິເຫັນກິດຈະກັມພວກນີ້ທີ່ເກິດຂຶ້ນໃນກຸ່ມນັກສຶກສາມະຫາໄລ ຫຼືກຸ່ມອື່ນໆໃນພາກອີສານ ເຊີ້ງອາດສິເປັນມະຫາໄລດັງເຊັ່ນ ມະຫາໄລຂອນແກ່ນ ເຊີ້ງຮວມໄປຈົນເຖິງວິທະຍາເຂດໜອງຄາຍນີ້ດ້ວຍ ເຊີ້ງຖ້າເຫດການແບບນີ້ເກິດຂຶ້ນຕໍ່ໜ້າຕໍ່ຕາ ໝູ່ເຈົ້າຄິດວ່າສິມີກຳລັງໃຈຮຽນຕໍ່ໄປໄດ້ແນວໃດ? ເຖິງຂ້ອຍບໍ່ໂງ່ຖາມ ແຕ່ກໍ່ອາດສິສະຫຼາດຕອບໄດ້ເອີງໄດ້ເລີຍວ່າ ເຫດຜົນທີ່ຄົນລາວບໍ່ມັກມາຮຽນຢູ່ໄທກໍ່ຍ້ອນວ່າຄົນໄທມາດູໝິ່ນຄົນລາວຂອງເຮົານີ່ເອງ
ຖ້າຂ້ອຍບໍ່ຮູ້ຈັກພະພຸດທະສາດສະໜາ ກັບຫຼັກການສຳລວມ ຮູ້ຈັກສຳຫຼວດກາຍຮູ້ຈັກສຳຫຼວດໃຈຕົນເອງ ຂ້ອຍກໍ່ຄືສິບໍ່ຮູ້ຄວາມຮູ້ສຶກຜູ້ອື່ນ
ອະນຸໂມທະນາ ຫຼວງພໍ່ປາໂມດ ແລະຂໍ ເວທະນາ ເມືອງໄທຍັງຂາດການພັດທະນາອີກຢ່າງຫຼວງຫຼາຍ
ຂ້ອຍສິນຳເລື່ອງນີ້ໄປເສວະນາໃນທີ່ປະຊຸມສັມມະນາໃນກຸງເທບໃນອາທິດໜ້ານີ້...