DOO JIT THE SERIE 2009
ຂໍຂອບໃຈຜູ້ໃຫ້ການສະຫນັບສະຫນຸນ ໂດຍບໍ່ມີການຂໍອະນຸຍາດ ^^
...........................................................................................................................................
"ເຮົາພະຍາຍາມເວົ້າຫາຢູ່ຕະຫຼອດເວລາວ່າ "ສະຕິປັນຍາ"
ເຮົາໃຊ້ປັນຍາຢູ່ສະເໝີກໍ່ຈິງຢູ່ ແຕ່ສະຕິນັ້ນແທ້ຈິງແລ້ວ
ເຮົານຳອອກມາໃຊ້ນ້ອຍໂພດ ທັ້ງທີ່ສະຕິນັ້ນມີຄຸນຄ່າຢ່າງຫຼວງຫຼາຍຕໍ່ຊີວິດ
ແລະຈຳເປັນແກ່ຊີວິດ ມັນມີຄຸນຄ່າເຫຼືອທີ່ຈະປະມານໄດ้"
...............................................................................................................................................
ຕອນທີ່ 1 ເກັບສັມພາຣະຕາມຫາສະຕິທີ່ຫາຍໄປ
ຫາກທ່ານລອງສັງເກດຫຼືມອງເຈົ້າຂອງໃຫ້ດີຈະເຫັນວ່າ ຄວາມເລວຮ້າຍໃນຊີວິດຂອງຄົນເຮົາລ້ວນມາຈາກການຂາດສະຕິທັ້ງສິ້ນ ເຊັ່ນ ການໂກດຫັວຟັດຫົວເສຍ ການທະເລາະຕົບຕີກັນໃນບ້ານ ການຈີ້ປົ້ນລົກເລັກຂີ້ຂະໂມຍ ແຟນລັກມີຊູ້ ຕິດການພະນັນ ກິນເຫຼ້າເມົາຍາ ຯ ໂດຍຮວມຄືການລະເມີດສີນ ໕ ອັນເປັນທັມແຫ່ງຄວາມ "ທັມມະດາ" ຂອງຄົນເຮົາ
ຄົນເຮົາທຸກຄົນລ້ວນມີກິເຫຼດຕັນຫາ ມີຄວາມໂລບ ຄຽດງ່າຍ ຫຼົງງ່າຍກັນທຸກຄົນ ດັງນັ້ນຫາກຂາດສະຕິຍາມໃດລ່ະ ກໍ່ພ້ອມທີ່ຈະເຜີເຮັດຊົ່ວຂຶ້ນມາທັນທີ ໃນຂະນະທີ່ກັມດີອັນໄດ້ແກ່ ທານ ສີນ ພາວະນາ ກໍ່ແທບຈະບໍ່ໄດ້ເຮັດເລີຍ
ຮູບປະກອບ Sirie ຮູບທີ່ທຳອິດ ຊື່ "ໂລບ ໂກດ ຫຼົງ ລູກສາວຈອມມານອັມມະຕະ"
ການມີສະຕິເລີຍຄ້າຍໆກັບເປັນແນວຄວບຄຸມໃຫ້ເຮົາມີຄວາມເປັນ "ທັມມະດາ" ຄືຢູ່ໃນກອບຂອງສີນ ເຊັ່ນ ຍາມເຮົາຄຽດຫຼາຍໆ ກະສິຮູ້ຕົວບໍ່ເຮັດການວ່າດ່າໃຜ ໂລບມາກກໍ່ຈະຮູ້ຕົວບໍ່ໄປຫາລັກເລັກຂີ້ຂະໂມຍເອົາຂອງໃຜຫຼືໂກງໃຫ ຯ ດັງນັ້ນກັມຊົ່ວເລີຍແທບສິບໍ່ສາມາດເກີດຂຶ້ນໄດ້ເລີຍ ໃນຂະນະທີ່ຝ່າຍກັມດີຄື ສີນແລະພາວະນາໄດ້ເຮັດທຸກມື້ຈນເປັນອາຈີນ
ເມື່ອປຽບທຽບຝ່າຍທີ່ບໍ່ຄ່ອຍມີສະຕິກັບຝ່າຍທີ່ສະຕິດີໃນທາງຄະນິດສາດກໍ່ຈະເຫັນພາບຢ່າງຊັດເຈນ ຝ່າຍທຳອິດນັ້ນເບີ່ງແລ້ວກະສິມີເຣື່ອງໃຫ້ຕິດລົບຢູ່ເຣື່ອຍໆ ອາດສິໄດ້ຄະແນນບວກແດ່ບາງເທື່ອ ສ່ວນຝ່າຍທີ່ສອງນັ້ນເຣື່ອງຕິດລົບແທບບໍ່ເກີດ ແຕ່ໄດ້ຄະແນນບວກຢູ່ທຸກມື້ ຖ້າເວລາຜ່ານໄປເປັນຫຼາຍເດືອນຫຼາຍປີຜົນຮວມດ້ານກຸສົນກັມຂອງທັ້ງສອງຄົງຈະຕ່າງກັນຢ່າງທຽບບໍ່ຕິດເລີຍທີດຽວ ນີ້ກະເປັນເຫດຜົນຂໍ້ນຶງ
ແຕ່ທີ່ເຫັນໄດ້ຊັດຄືຄຳສອນຂອງຫຼວງພໍ່ຈລັນ ຖ້າຫາກພິຈາລະນາເບີ່ງກໍ່ແມ່ນເລີຍທີດຽວ ຜູ້ທີ່ມີສະຕິດີມັກຈະເປັນຄົນຂະຫຍັນ ເບີກບານ ມີຄວາມໄວຄັກ ໄຜມີໜ້າທີ່ອີສັງກໍ່ຈະເຮັດຕາມໜ້າທີ່ເຈົ້າຂອງໄດ້ຢ່າງດີ ເຊັ່ນເປັນລູກທີ່ດີຂອງພໍ່ແມີ ເປັນຜົວທີ່ດີຂອງເມຍ ຄອບຄົວອົບອຸ່ນ ການງານກໍ່ຈະມີຄວາມຈະເຣີນກ້າວຫນ້າອັນເກີດຈາກຄວາມຂຍັນຂັນແຂັງ ຄວາມມີສະຕິກໍ່ໃຫ້ເກີດປັນຍາ ປັນຍາຕາມມາ ສາມາດແກ້ໄຂປັນຫາຊີວີດໄດ້ ນີ້ກາເລີຍເປັນອານິສົງຂອງການຝຶກສະຕິທີ່ເຫັນໄດ້ຊັດເຈນ
ຮູບປະກອບຫຼັງຮູບທຳອິດ ມີຊື່ວ່າ ກຽມພ້ອມກັນກ່ອນດູຈິດ ຝຶກສະຕິ
ເອົາລ່ະ ຮຽນຮູ້ເຂົ້າໃຈຄອນເຊັບຮວມກໍ່ພໍ ຫາກທ່ານມີຂໍ້ສົງໃສປະການໃດສາມາດສຶກສາຕື່ມໄດ້ອີກເດີ້ ສິ່ງສຳຄັນຄືການຮຽນຮູ້ການປະຕິບັດຈາກຄູບາອາຈານໃຫ້ຖືກຕ້ອງແມ່ນຍຳ ເພື່ອໃຫ້ບໍ່ເດີນຜິດເສັ້ນທາງຫຼືວ່າປະຕິບັດຜິດມັນເສຍເວລາ ເຊີ້ງຂ້ອຍກະພະຍາຍາມໂຮມຂໍ້ມູນໄວ້ໃຫ້ທຸກທ່ານແລ້ວກະພະຍາຍາມມອບສິ່ງດີໆ ໃຫ້ທ່ານໄດ້ສຶກສາ ເຊີ້ງມັນບໍ່ແມ່ນເລື່ອງຍາກທີ່ຫຼາຍຄົນເຂົ້າໃຈເລີຍ ກົງກັນຂ້າມເປັນທັມມະທີ່ອ່ານງ່າຍກວ່າທີ່ຄຶດຫຼາຍເລີຍຂໍໃຫ້ມີຄວາມສຸກກັນທຸກຄົນເດີ້....
ຕອນທີ່ 2 ດູຈິດຄືອີສັງນໍ້ພີ່ນ້ອງເອີ້ຍ ເອີງ ເອ້ຍຍ .... ^^
"ດູຈິດ" ທ່ານທີ່ບໍ່ເຄີຍໄດ້ຍິນອາດສິງົງ ທີ່ຈິງການດູຈິດຄືການ "ຝຶກສະຕິ" ນັ່ນເອງ ... ສະຕິ ແປວ່າຄວາມລະລຶກໄດ້ ດັງນັ້ນການດູຈິດຈຶ່ງບໍ່ໄດ້ມີຄວາມໝາຍອີຫຍັງຊັບຊ້ອນໄປກວ່າ "ຄວາມຮູ້ສຶກຕົວ" ຍາມໃດທີ່ເຮົາມີຄວາມຮູ້ສຶກຕົວນັ່ນຫມາຍຄວາມວ່າເຮົາມີສະຕິຢູ່ນັ່ນເອງ
ຮູບປະກອບທີ່ ໓ ອັນວ່າສະຕິທາງກາຍຂ້ານ້ອຍ
ຮູ້ສຶກຕົວທີ່ວ່າຄືຮູ້ອີສັງ?
ຫຼາຍຄົນອາດຈະເຄີຍໄດ້ຍິນຄຳວ່າ "ສະຕິປັດຖາານ ໔" ມາຫຼາຍ ການມີສະຕິກໍ່ຄືການຝຶກສະຕິປັດຖານ ໔ ສີ່ຢ່າງທີ່ວ່ານັ້ນຄື ກາຍ ເວທະນາ ຈິດ ທັມ ຟັງໄປແລ້ວກະອາດສິງົງໄດ້ ເວົ້າງ່າຍໆກໍ່ຄືຍາມໃດເຮົາເກິດຄວາມຮູ້ສຶກໃນສຶ່ງທີ່ຊັດກໍ່ໃຫ້ຮູ້ອັນນັ້ນ ການຮູ້ນັ້ນຮູ້ອີຫຍັງກໍ່ແມ່ນ ຫາກເຮົາຢ່າງກໍ່ໃຫ້ຮູ້ສຶກຕົວວ່າຢ່າງຢູ່, ນັ່ງກໍ່ຮູ້ສຶກວ່ານັ່ງ. ຍືນກໍ່ຮູ້ສຶກວ່າຍືນ. ນອນກໍ່ຮູ້ສຶກວ່ານອນ.
ດີໃຈກໍ່ຮູ້ສຶກວ່າດີໃຈ. ໂກດກໍ່ໃຫ້ຮູ້ວ່າກຳລັງໂກດ. ສຸກກໍ່ໃຫ້ຮູ້ວ່າສຸກ. ທຸກກໍ່ໃຫ້ຮູ້ວ່າທຸກ. ບໍ່ວ່າທ່ານສິຂະຫຍັບແຂນຊ້າຍ ແລຂວາ ຫັນຫນ້າ ມອງຫລັງ ເຄື່ອນໄຫວໃດໆ ກ໊ພຽງແຄ່ "ຮູ້ສຶກ" ຮູ້ສຶກທາງກາຍແມ່ນທີ່ເວົ້າມາທັ້ງຫມົດ ຕໍ່ມາແມ່ນການຮູ້ສຶກທາງໃຈ ຄິດກໍ່ໃຫ້ຮູ້ວ່າຄິດ . ຟຸ້ງຊ່ານກໍ່ໃຫ້ຮູ້ວ່າຟຸ່ງຊ້ານ . ເຜີລືມບໍ່ມີສະຕິກໍ່ໃຫ້ແຄ່ຮູ້ວ່າເຜີ
ໂດຍທີ່ເປັນກາງແຄ່ຮູ້ສຶກຫ້າມກ້າວກ່າຍຍຸ່ງກ່ຽວເດັດຂາດ ຂໍກ່າວໂດຍຍໍ່ຄືໃຫ້ມີຄວາມຮູ້ສຶກຕົວຜ່ານອາຍຕນະທັ້ງ ໖ ໄດ້ແກ່ ຕາ(ຮູບ) ຫູ(ສຽງ) ດັງ(ກິ່ນ) ລິ້ນ(ຣົດຊາດ) ກາຍ(ສັມຜັດ) ໃຈ(ຄວາມຮູ້ສຶກ-ຄວາມຄິດປຸງແຕ່ງຂຶ້ນ) ຮູ້ໄປເລື່ອຍຕາມອາຣົມຫຼືສະພາວະທີ່ກຳລັງປາກົດຢູ່ທຸກຂະໜະນັ້ນຕາມຄວາມເປັນຈິງ ຮູ້ແບບນີ້ມັນຈະຊີຣຽດບໍ່? ຂໍຕອບວ່າບໍ່ເລີຍ ການມີຄວາມຮູ້ສຶກຕົວນັ້ນເຮັດໄດ້ແບບສະບາຍໆ ໃຫ້ເປັນທັມມະຊາດຕາມປົກກະຕິ ບໍ່ຕ້ອງເພັ່ງ ບໍ່ຕ້ອງຈ້ອງ ບໍ່ຕ້ອງບັງຄັບ ບໍ່ຕ້ອງຄວບຄຸມ ງ່າຍໆ ຄືເປັນປົກກະຕິຢ່າງທີ່ເຄີຍເປັນນັ່ນລ່ະ ພຽງແຕ່ມີຄວາມຮູ້ສຶກຕົວຢູ່ສະເໝີໆ
ຕອນທີ່ 3 ອຸບປະສັກເຂົ້າມາເມື່ອຂ້ອຍເລີ່ມສົງໄສ
ຮູ້ໄປເພື່ອອິຫຍັງ?
ສະຕິນັ້ນຫາກນຳມາໃຊ້ກັບທາງໂລກທົ່ວໄປກໍ່ຍ່ອມມີປະໂຍດມະຫາສານຢູ່ແລ້ວ ບໍ່ວ່າຈະເປັນການງານ ຄວາມສັມພັນກັບຜູ້ອື່ນໆ ການຄຶດອ່ານທີ່ມີຄວາມເປັນລະບົບລະບຽບ ຈິດຍ່ອມມີສະມາທິໃນການເຮັດວຽກເຮັດວຽກ ອາຣົມມັກສິເປັນທັມມະດາ ບໍ່ຄ່ອຍໂກດ ຄ່ອຍຄຽດ ຫຼືທຸກໃຈອີຫຍັງຫຼາຍ ກ່າວໂດຍຮວມຄືຍ່ອມເກື້ອກູນຊີວິດປະຈຳວັນທາງໂລກໄດ້ຢ່າງດີເຊີ້ງເປັນປະໂຍດທີ່ຄ່ອນຂ້າງເຫັນໄດ້ຢ່າງຊັດເຈນ ຫາກແຕ່ຖ້າຮູ້ສຶກຕົວຫຼາຍໆ ດູ໋ໆ ຈົນເປັນມະຫາສະຕິ ກໍ່ຈະໄດ້ປະໂຍດຈາກທາງທັມນຳ ການທີ່ເຮົາມີສະຕິຢູ່ ແບບຮູ້ແດ່ ບໍ່ຮູ້ແດ່ ເຮັດຕິດຕໍ່ກັນເປັນໄລຍະເວລາໂດນ ກໍ່ເພື່ອໃຫ້ສະຕິເກື້ອກູນຕໍ່ການ "ເຫັນຄວາມຈິງ" ຄວາມຈິງນີ້ເປັນສິ່ງທີ່ໃກ້ຕົວເຮົາທີ່ສຸດກໍ່ຄືກາຍກັບໃຈຂອງເຮົາ ແຕ່ເຮົາບໍ່ເຄີຍຮູ້ສຶກເຖີງຄວາມຈິງອັນນີ້ເລີຍ ຈຸດໝາຍຂອງການຮູ້ກໍ່ເພື່ອໃຫ້ເຫັນຄວາມຈິງ ອັນໄດ້ແກ່ ເກິດ ແກ່ ເຈັບ ຕາຍ ວ່າກາຍແລະໃຈຂອງຄົນເຮົານັ້ນເປັນສຶ່ງທີ່ບໍ່ທ່ຽງ ເປັນທຸກ ແລະບໍ່ແມ່ນຕົວເຮົາ ເນື່ອງຈາກສັມມາສະຕິເຮັດໃຫ້ເຮາໄດ້ເຫັນການເກິດຂຶ້ນ ຕັ້ງຢູ່ ດັບໄປ ຕາມສະຖາວະທັມຕ່າງໆ ທີ່ເກີດຂຶ້ນຢູ່ນັບຄັ້ງບໍ່ຖ້ວນ ຊ້ຳແລ້ວຊ້ຳອີກ ຈົນໃນທີ່ສຸດຈິດຂອງເຮົາມັນຈະຮັບຄວາມຈິງໃນຂໍ້ນີ້ ອັນນຳໄປສູ່ຫົນທາງຂອງການດັບທຸກ ທີ່ເປັນຈຸດໝາຍສຳຄັນຂອງພະພຸດທະສາດສະໜາ
ດູຈິດມີອີຫຍັງດີ
໑. ດູຈິດ ຄືການຮຽນທັມມະທີ່ "ຮຽບງ່າຍແລະທັມມະດາທີ່ສຸດ" ບໍ່ຈຳເປັນຕ້ອງຮູ້ຄຳສັບທາງສາດສະໜາຍາກໆຫຼືນັ່ງທ່ອງພະໄຕປິດົກ ເພາະຈຸດເປົ້າໝາຍຄືການຮຽນຮູ້ກາຍແລະໃຈຂອງຕົນເອງ ໃຫ້ປ່ອຍວາງຄວາມຍຶດມັ່ນຖືມັ່ນ ອັນເປັນສາເຫດເຮັດໃຫ້ເຮົາມີຄວາມທຸກນັ່ນເອງ
໒. ການດູຈິດສາມາດເຮັດໄດ້ "ທັນທີ" "ບ່ອນນີ້" ແລ້ວກະ "ດ໋ຽວນີ້" ເຊີ້ງຄົນຈຳນວນບໍ່ນ້ອຍມັກເຂົ້າໃຈຜິດວ່າການປະຕິບັດທັມຕ້ອງເຮັດອີຫຍັງທີ່ຍາກໆ ເຄັ່ງຄຽດ ນ່າເບື່ອ ຫຼືຕ້ອງໃຊ້ໄລຍະເວລາ ເນື່ອງຈາກເຈົ້າຂອງບໍ່ມີເວລາກະເລີຍບໍ່ສາມາດສິໄປປະຕິບັດທັມໄດ້ ເຊີ້ງຄວາມຈິງແລ້ວທ່ານສາມາດຮຽນທັມມະດ້ວຍການຝຶກສະຕິໄດ້ຕະຫຼອດເວລາ ດ້ວຍໃຈທີ່ປົກຕິສະບາຍໆ ບໍ່ວ່າສິຕອນເບີ່ງໂທລະພາບ ກິນຂ້າວ ຫຼິ່ນຄອມ ອາບນ້ຳ ໄປທ່ຽວ ອອກກຳລັງກາຍ ຯ ລ້ວນສາມາດຝຶກສະຕິໄດ້ທັ້ງຫມົດເລີຍ
໓. ທັມທັ້ງປວງຮວມຢູ່ທີ່ຈິດ (ຕາມທີ່ຄູບາອາຈານໄດ້ກ່າວໄວ້) ດັງນັ້ນການດູຈິດຄືການຮຽນຮູ້ທັມມະພາກປະຕິບັດທີ່ເປັນເສັ້ນຕົງ ບໍ່ອ້ອມແອ້ມ ຊ່ອຍໃຫ້ເຖີງຈຸດໝາຍປາງທາງໄດ້ໄວຂຶ້ນແລະບໍ່ຫລົງທາງ
໔. ຫາກສິເວົ້າໄປໃນແງ່ຂອງບຸນກຸສົນສຳລັບຄົບມັກທຳບຸນທຳທານ ການດູຈິດປຽບໄດ້ກັບການວິປັດສະນາກັມມະຖານ ເລີຍເປັນພາວະນາບາຣະມີ ເຊີ້ງເໜືອກວ່າສີນແລະທານ ດັງນັ້ນມັນກໍ່ຄືການເຮັດບຸນເຮັດທານໂດຍບໍ່ເສຍເງີນເສຍຄຳ ແລະຍັງເປັນບຸນກຸສົນສູງສຸດ ເຮັດໄດ້ທຸກທີ່ ທຸກເວລາຕາມກຳລັງສະຕິທີ່ເຮົາມີ
໕. ເສັ້ນທາງນີ້ມີກັນລະຍານະມິດທີ່ເດີນທາງດຽວກັນຢ່າງຫຼວງຫຼາຍ ເມື່ອຕິດປັນຫາຫຼືບໍ່ເຂົ້າໃຈສຶ່ງໃດແລ້ວກະຊ່ອຍກັນຕອບຂໍ້ສົງໄສໄດ້ ມີແຫຼ່ງຂໍ້ມູນໃຫ້ສຶກສາຕື່ມ (ສຽງທັມມະຂອງຫຼວງພະອະຣິຍະເຈົ້າ ພອ.ປາໂມດ ປາໂມດໂຊ)
ເຖີງທີ່ສຸດແລ້ວຫາກສຶກສາດ້ວຍຕົວເອງເຕັມທີ່ແລ້ວຍັງມືດບອດຢູ່ ກໍ່ຈົ່ງມັ່ນໃຈໄດ້ວ່າມີພຮະສຸປະຕິປັນໂນທີ່ສາມາດຕອບຂໍ້ສົງໄສຂອງໝູ່ເຮົາໄດ້ແນ່ນອນໃນຍຸກປັດຈຸບັນ ຕ້ອງດູຈິດໂດນປານໃດ໋?
ອັນນີ້ຂ້ອຍບໍ່ສາມາດຕອບໄດ້ ເພາະຂຶ້ນຢູ່ກັບຄວາມເອົາໃຈໃສ່ແລະບາຣະມີຂອງແຕ່ລະທ່ານ ໄຜໝັ່ນຍ່າງກໍ່ໄປໄດ້ໄກກວ່າໝູ່ (ແລ້ວກະຕ້ອງຢ່າງໃຫ້ມັນຖືກທາງນຳ ອິອິ) ແຕ່ມັ່ນໃຈໄດ້ວ່າຖຶງແນ່ນອນ ເພາະມີພຸດທະວັດຈະນະຮັບຮອງໄວ້ວ່າ ບຸກຄົນໃດຝຶກສະຕິປັດຖານຢ່າງຖຶກຕ້ອງແລະຕໍ່ເນື່ອງ ຢ່ອມດັບທຸກໄດ້ແນ່ນອນຢ່າງໄວ 7 ມື້ ຢ່າງກາງ 7 ເດືອນ ຫຼືຢ່າງຊ້າ 7 ປີ
ຈະເຫັນໄດ້ວ່າແມ້ຄົນທີ່ຄຶດວ່າເຈົ້າຂອງບໍ່ໄດ້ມີບຸນບາຣະມີອີຫຍັງ ຂ້ອຍຈະເຮັດໄດ້ຫວາ? ກໍ່ມັ່ນໃຈໄດ້ເລີຍວ່າທຳໄດ້ແນ່ນອນຕາມທີ່ພະພຸດທະອົງໄດ້ບອກໄວ້ ແຕ່ທົ່ວໄປຫາກຝຶກສະຕິໃນລະດັບນຶ່ງແລ້ວ ຈະເຫັນຜລການປ່ຽນແປງຄ່ອນຂ້າງດີ ຈິດຈະຮູ້ ຕື່ນ ເບີກບານ ບໍ່ຄ່ອຍມີອາຣົມຄຽດ ຫງຸດຫງິດ ຫຼືອາລົມພ້ຽນໆພວກນີ້ປານໃດ
ມີອານິສົງອີຫຍັງ?
ຢ່າງທີ່ໄດ້ກ່າວໄວ້ແລ້ວ ອານຶສົງຂອງຝຶກສະຕິຄືຄວາມດັບທຸກ ຫາກອານິສົງມັນເບີ່ງແລ້ວຄືກັບວ່າຫ່າງໄກຈາກຄວາມຮູ້ສຶກເຮົາກໍ່ຂໍໃຫ້ລອງມາເບີ່ງໃກ້ໆຕົວ ທ່ານອາດຈະເຄີຍໄດ້ຍິນວ່າມີຄົນເຂົ້າກັມມະຖານທີ່ວັດແລ້ວຊີວິດປ່ຽນແປງໃນທາງທີ່ດີຂຶ້ນ ເຊັ່ນ ເຊົາກິນເຫຼ້າຕິດພະນັນ. ໜ້າທີ່ການງານດີຂຶ້ນ. ການຄ້າຂາຍດີຂຶ້ນ. ແລ້ວກະຈະເກີດຄວາມສົງໄສວ່າມັນກ່ຽວກັນໄດ້ແນວໃດ໋? ແລ້ວສຸດທ້າຍເຈົ້າກະສິໄດ້ໃຊ້ຊີວິດນີ້ຢ່າງມີຄວາມສຸກບໍ່ທຸກອີກຕໍ່ໄປ
........................................... ຈົບ ບໍລິບູນ ..............................................................