ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

+ ຜືນແຜ່ນດິນທີ່ມີນ້ຳຂອງໄຫລຜ່ານຈາກເຫນືອສູ່ໃຕ້

ທີ່ເຢັນໃສສົດຊື່ນ ຜືນແຜ່ນດິນທີ່ມີເຂົ້າຫນຽວຄູ່ປາແດກ

ສຽງແຄນຄູ່ກັບສຽງຂັບລຳ ຜືນແຜ່ນດິນທີ່ມີຮີດຄອງປະເພນີ

ອັນງາມລ້ຳ ຜູ້ຄົນຈິດໃຈດີ ມີນ້ຳໃຈເສຍສະຫລະ ພິລະອາດຫານກ້າແກ່ນ

ຜືນແຜ່ນດິນນັ້ນແຫລະເຂົາຮຽກຂານວ່າປະເທດລາວ..........

 

...............ຄຳວ່າລາວ ມາຈາກດາວ ເມືອງສູງຊັ້ນຟ້າ ຈົ່ງພູມໃຈເຖີດຫນາ

ທີ່ເຮົາໄດ້ເກີດມາເປັນຄົນລາວ ເຈົ້າກໍລາວ ຂ້ອຍກໍລາວ ສື່ສານກັນດ້ວຍຫົວໃຈ

ເຮົາຄົນລາວຈົ່ງສາມັກຄີກັນໄວ້ ຄືເຂົ້າຫນຽວຫນຶ້ງໃຫມ່ ຢ່າໄດ້ເພແຕກມ້າງຄືນ້ຳ

ຖືກເຂົ້າຫນຽວເດີ ພີ່ນ້ອງລາວເຮົາ.............

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

++ ລູກໆເອີຍ ເມື່ອເຈົ້າໃຫຍ່ຂຶ້ນມາເປັນບ່າວເປັນສາວ ເຈົ້າຈະມີຄວາມຮັກ ເມື່ອເຈົ້າມີຄວາມຮັກເຈົ້າຈະແຕ່ງງານ

ເມື່ອເຈົ້າແຕ່ງງານເຈົ້າຈະມີສາມີ ພັນລະຍາ ເມື່ອເຈົ້າມີສາມີພັນລະຍາ ເຈົ້າຈະມີລູກ ເມື່ອເຈົ້າມີລູກເຈົ້າຈະມີສະຖາ

ບັນຄອບຄົວ ສະຖາບັນຄອບຄົວຈະເປັນປຶກແຜ່ນຫມັ້ນຄົງ ແລະຈະເລີນຮຸ່ງເຮືອງ ກໍ່ເພາະເຫດ 4 ປະການຄື:

..................ພໍ່ແມ່ຕ້ອງຮັກກັນ ແລ້ວຄວາມຮັກນັ້ນຈະໄປລວມຢູ່ທີ່ລູກ

..................ພໍ່ແມ່ຕ້ອງຊື່ສັດຕໍ່ກັນ ບໍ່ນອກໃຈກັນ

..................ພໍ່ແມ່ມີຄວາມຮູ້ສຶກຮັບຜິດຊອບຕໍ່ສະຖາບັນຄອບຄົວ

..................ພໍ່ແມ່ເຮັດຫນ້າທີ່ຂອງຕົນຢ່າງເຕັມທີ່

ຖ້າຂາດເຫດໃດເຫດຫນຶ່ງໄປ ຄອບຄົວຈະແຕກແຍກໂດຍທັນທີ ຖ້າບໍ່ແຕກແຍກກໍ່ເປັນຄອບຄົວພິການ ມີຖານະບໍ່

ຫມັ້ນຄົງ ເດືອດຮ້ອນວຸ່ນວາຍ ແລະຂາດຄວາມອົບອຸ່ນ

..................ລູກໆເອີຍ ການຈະສ້າງຄອບຄົວບໍ່ແມ່ນເລື່ອງ່າຍ ບໍ່ແມ່ນວຽກງານທີ່ມ່ວນຊື່ນສະນຸກເຮຮາ ແຕ່ເປັນງານທີ່ຍາກລຳບາກ

ແລະເຕັມໄປດ້ວຍຄວາມທຸກ ໃນບາງຄັ້ງຄົນທີ່ບໍ່ເຂັ້ມແຂງ ແລະອົດທົນພໍ ຄົນທີ່ບໍ່ມີຄວາມຮູ້ສຶກຮັບຜິດຊອບ ຍ່ອມຕັ້ງສະ

ຖາບັນຄອບຄົວບໍ່ໄດ້ (ຂ້າພະເຈົ້າເປັນຕົ້ນ ຫະຫະໆ)

..................ສະນັ້ນ ກ່ອນຈະມີຄູ່ຄອງ ກ່ອນຈະແຕ່ງງານເຈົ້າຕ້ອງຄິດໃຫ້ດີໆ ຕັດສິນໃຈໃຫ້ດີກ່ອນວ່າ ເຈົ້າຈະສາມາດໃຫ້ຄວາມຮັກ ຄວາມ

ອົບອຸ່ນແກ່ຄູ່ຄອງແລະລູກໆໄດ້ຢ່າງເຕັມທີ່ ຫລືບໍ່ສະນັ້ນ ເຈົ້າກໍ່ຕ້ອງໃຫ້ສັນຍາກ່ອນວ່າຈະຊື່ສັດຕໍ່ຄູ່ຄອງຕະຫລອດໄປ.........ເຈົ້າມີຄວາມ

ຮັບຜິດຊອບຕໍ່ສະຖາບັນຄອບຄົວພຽງພໍແລ້ວຫລືຍັງ ເຈົ້າຈະສາມາດເຮັດຫນ້າທີ່ຂອງພໍ່ແມ່ທີ່ດີໄດ້ຫລືບໍ່ ?? ຖ້າເຈົ້າຄິດວ່າຍັງບໍ່

ມີຄຸນສົມບັດເຫລົ່ານີ້ ກໍ່ຢ່າຄິດສ້າງຄອບຄົວເດັດຂາດ ເພາະມັນຈະມີແຕ່ຄວາມທຸກ ແລະໄປບໍ່ລອດຮອດຝັ່ງເລີຍ...................

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

++++++ ລູກໆ ຫລານໆເອີຍ ໆ

ລູກຢ່າດູຖູກຢຽບຫຍາມຄົນອື່ນ

ເພາະເຫັນວ່າເຂົາເປັນຄົນບ້ານນອກ

ເພາະເຫັນວ່າເຂົາໂງ່ກ່ວາລູກ

ເພາະວ່າເຂົາຈົນກ່ວາລູກ

ເພາະເຂົາຕ່ຳຕ້ອຍກວ່າລູກເດີ...ທຸກຄົນຖ້າ

ເລືອກເກີດໄດ້ ຄົງບໍ່ມີໃຜທີ່ຈະໄປເລືອກເກີດໃນປ່າໃນດົງພຸ້ນດອກ

ຫລືໃນຕະກຸນທີ່ຕ່ຳຕ້ອຍຍາກຈົນ

ເພາະຄົນເຮົາເລືອກເກີດບໍ່ໄດ້

ເຂົາຈຶ່ງຕ້ອງໄປເກີດຕາມແຮງກຳທີ່ເຂົາເຄີຍກະທຳໄວ້ສົ່ງໄປ

ສະນັ້ນ ລູກຄວນຈະເຫັນໃຈເຂົາ ສົງສານເຂົາ

ແລະພະຍາຍາມຫາທາງຊ່ວຍເຫລືອເຂົາ

ໃຫ້ພົ້ນຈາກທຸກໄພ ອັນຕະລາຍຕ່າງໆ ຕາມທີ່ຈະເຮັດໄດ້

ແບບນີ້ແຫລະທີ່ເພີ່ນເອີ້ນວ່າ ::

ເປັນການກະທຳທີ່ຊອບ ທີ່ຖືກຕ້ອງຂອງຄົນທີ່ຈະເລີນແລ້ວ.............


 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

*** Top 5 Regrets of the Dying.......................ສິ່ງທີ່ຄົນໄກ້ຕາຍຢາກບອກ

*********ຄົນໄກ້ຕາຍສອນໃຫ້ເຮົາດຳລົງຊີວິດຢ່າງໃດ??? ມາເບິ່ງນຳກັນເລີຍໆໆໆ Bonnie Ware ໄດ້ດູແລຄົນປ່ວຍ

ໄລຍະສຸດທ້າຍມາເປັນເວລາຫລາຍປີ ດັ່ງນັ້ນນາງກໍ່ມັກຈະຖາມຄົນເຫລົ່ານັ້ນເລື້ອຍໆວ່າ: ເຈົ້າເສຍໃຈຫຍັງທີ່ສຸດໃນຊີວິດ

ແລະຖ້າສາມາດຢ້ອນເວລາໄປໄດ້ ຢາກຈະເຮັດຫຍັງຫລາຍທີ່ສຸດ??? ແລະນີ້ຄືຄຳຕອບຂອງເຂົາເຫລົ່ານັ້ນໆໆໆ........

1...........ຂ້ອຍຢາກຈະດຳລົງຊີວິດແບບເປັນຕົວຂອງຕົວເອງ ບໍ່ແມ່ນຊີວິດທີ່ຄົນອື່ນຄາດຫວັງຢາກໃຫ້ຂ້ອຍເປັນ ນີ້ຄືຄວາມ

ເສຍໃຈ ຫລືຜິດຫວັງອັນດັບຫນຶ່ງທີ່ Bonnie Ware ໄດ້ຍິນ ເມື່ອທຸກຢ່າງມັນສາຍໄປແລ້ວຄົນເຮົາມັກຈະນຶກເຖິງຄວາມຝັນ

ທີ່ພວກເຂົາບໍ່ໄດ້ເຮັດ..............

2...........ຂ້ອຍບໍ່ຢາກຈະເຮັດວຽກຫນັກເກີນໄປ ຫລາຍໆຄົນບອກວ່າ: ພວກເຂົາສົນໃຈໃນການຫາເງິນຫລາຍເກີນໄປ ຈົນບໍ່ມີ

ເວລາພໍທີ່ຈະຢູ່ກັບຄົນຮັກ ຄອບຄົວ ແລະລູກໆ ເມື່ອພວກເຂົາມາຢູ່ບົນຕຽງທີ່ລໍວັນຕາຍນີ້ພວກເຂົາຈຶ່ງຮູ້ວ່າ: ການໃຊ້ເວລາຢູ່ກັບ

ຄອບຄົວນັ້ນສຳຄັນກ່ວາການມີເງິນຫລາຍໆເສຍອີກ.............

3............ຂ້ອຍຢາກມີຄວາມກ້າທີ່ຈະສະແດງຄວາມຮູ້ສຶກຂອງຂ້ອຍ ຫລາຍໆຄົນເວົ້າວ່າພວກເຂົາຄົງຈະມີຄວາມສຸກເພີ່ມຂຶ້ນ ຖ້າ

ພວກເຂົາຊື່ສັດຕໍ່ຄວາມຮູ້ສຶກຂອງຕົນເອງ  ພວກເຂົາໄດ້ກົດຄວາມຮູ້ສຶກທີ່ແທ້ຈິງເອົາໄວ້  ແລະກັງວົນເກີນໄປກ່ຽວກັບຄວາມຮູ້ສຶກ

ຂອງຄົນອື່ນ...............

4............ຂ້ອຍຢາກຈະຕິດຕໍ່ຫາເພື່ອນເລື້ອຍໆ ໃນວັນສຸດທ້າຍຂອງຊີວິດຫລາຍໆຄົນໄດ້ນຶກເຖິງມິດຕະພາບທີ່ດີໆທີ່ພວກເຂົາເຄີຍ

ມີ ແລະຮູ້ສຶກເສຍໃຈທີ່ບໍ່ໄດ້ຕິດຕໍ່ຫາກັນເທົ່າທີ່ຄວນ.............

5............ຂ້ອຍຢາກຈະເຮັດໃຫ້ຕົນເອງມີຄວາມສຸກຫລາຍກ່ວານີ້ ຄົນເຫລົ່ານັ້ນຍັງບອກ Bonnie Ware ອີກວ່າ: ພວກເຂົາຢາກຈະ

ປ່ຽນແປງຫລາຍໆຢ່າງ ໂດຍສະເພາະກໍ່ແມ່ນ ວິທີຫາຄວາມສຸກ ເພາະພວກເຂົາມັກຈະເຮັດແບບເດີມໆເປັນປີໆ ແລະປິດປະຕູທີ່ຈະ..

ເລືອກທາງໃຫມ່ທີ່ຈະເຮັດໃຫ້ເຂົາມີຄວາມສຸກຫລາຍຂຶ້ນກ່ວາເດີມ...............ແປມາຈາກ...................Verson English.................

ເພື່ອຄວາມແນ່ໃຈ...http://deepenglish.com/2012/01/top-5-regrets-of-the-dying/

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

***ສະບາຍດີເພື່ອນໆ  *ພັນລາວ*  ທີ່ຫນ້າຮັກທຸກຄົນ ແຮ່ໆໆ ໃກ້ຮອດວັນແມ່ລະນໍ! ທີ່ 8 ເດືອນ 3..............

ຜູ້ຂ້າກະອົດບໍ່ໄດ້ທີ່ຈະນຳເອົາສຽງເພງມ່ວນໆ ກ່ຽວກັບແມ່ມາໃຫ້ເພື່ອນໆຟັງ ເອ້ໆ!!!! ຕອນຍັງນ້ອຍເຄີຍ

ຮ້ອງເພງນີ້ຢູ່ບໍເພື່ອນໆໆ??? ຜູ້ຂ້າກະບໍ່ຈື່ປານເລີວ່າຖືກບໍ່ຖືກ ລອງນືກເພງນີ້ເບິ່ງເດີຖ້າວ່າງໆ..................

***ວັນທີ່ 8 ເດືອນ 3 ວັນງາມຂອງແມ່ ພວກລູກນີ້ສຸກໃຈແທ້ວັນແມ່ສາກົນ..........

ລູກທຸກຄົນຂໍອວຍພອນໄຊ ລູກທຸກຄົນຂໍອວຍພອນໄຊໃຫ້ແມ່ນັ້ນໄດ້ຢູ່ສຸກສະບາຍ ໃຫ້ແມ່ນັ້ນໄດ້ຢູ່ສຸກສະບາຍ....

ປະມານນີ້ແຫລະທີ່ພໍຈຳໄດ້...........ເນື່ອງໃນວັນແມ່ສາກົນທີ່ 8 ເດືອນ 3 ນີ້ຂໍໃຫ້ແມ່ທຸກຄົນຈົ່ງມີສຸຂະພາບກາຍໃຈ

ແຂງແຮງ ມີຄວາມສຸກ ຄວາມຈະເລີນ ຮ່າງກາຍສົມບູນແຂງແຮງ ສິ່ງຮ້າຍຢ່າໄດ້ມາພານ ມານຮ້າຍຢ່າໄດ້ມາຕ້ອງ

ຂໍໃຫ້ແມ່ທັງຜ່ອງຢູ່ເປັນຮົ່ມໂພຮົ່ມໄຊໃຫ້ກັບລູກໆ ຫລານໆ ຕະຫລອດໄປໆ.................ສາທຸ ສາທຸໆ...........

***ເພງນີ້ກະລຸນາຟັງໃຫ້ຈົບເດີ ໆໆໆ......ປະມານ 5 ນາທີ່....ບາງທີ່ທ່ານຈະຮັກແມ່ເພີ່ມຂຶ້ນ........................

www.youtube.com/watch

ຂໍຂອບໃຈໆໆ....................ສະບາຍດີໆ..............ວ່າແຕ່ຢ່າລືມບອກຮັກແມ່ເດີ ວັນແມ່ນີ້ທີ່ 8 ເດືອນ 3..........

ຫມາຍເຫດ: ຊ່ວງນີ້ຜູ້ຂ້າບໍ່ວ່າງກໍ່ເລີຍຫາໂອກາດມາໂພສມື້ນີ້ສາໆໆ..............

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

***ຖ້າເຮົາເຮັດນຳພໍ່ແມ່ ປະຕິບັດຕໍ່ພໍ່ແມ່ ເຫມືອນກັບມາທີ່ເຮົາຮັກກໍ່ຄົງຈະດີເນາະ..........................

ທີ່ວ່າແບບນີ້ ບໍ່ແມ່ນໃຫ້ເລືອກທາງທີ່ລົບ ຫລືທາງທີ່ບໍ່ດີ ແຕ່ຢາກໃຫ້ເລືອກທາງບວກຄືທາງທີ່ດີ ທາງທີ່

ເຮົາປະຕິບັດຕໍ່ຫມາເຊັ່ນ: ອາບນ້ຳໃຫ້ມັນ ໃຫ້ອາຫານມັນ ຮັກແລະຫລີ້ນກັບກັບມັນ ທີ່ວ່າໃຫ້ປະຕິບັດຕໍ່

ພໍ່ແມ່ເຫມືອນກັບມາກໍ່ຄົງຈະດີຜູ້ຂ້າຫມາຍຄວາມວ່າ: ໃຫ້ເຮົາຮັກພໍ່ແມ່ ປະຕິບັດຕໍ່ພໍ່ແມ່ໃນທາງທີ່ດີເຊັ່ນ:

ເມື່ອທ່ານເຖົ້າແກ່ ໃຫ້ຮັກທ່ານ ເວົ້າຈາມ່ວນໆກັບທ່ານ ດູແລອາຫານການຢູ່ກິນຂອງທ່ານ ອາບນ້ຳລ້າງ

ຕີນໃຫ້ທ່ານ ຊັກເສື້ອຜ້າໃຫ້ທ່ານ ແລະສິ່ງອື່ນໆອີກ ໃຫ້ເຫມືອນກັບຕອນທີ່ເຮົາຍັງນ້ອຍທີ່ທ່ານປະຕິບັດ

ຕໍ່ເຮົາ....ຈະວ່າໄປແລ້ວແມ່ນແຕ່ຂີ້ແຕ່ຍ່ຽວເຮົາທ່າານຍັງເຊັດຍັງທຳຄວາມສະອາດໃຫ້ເລີຍ ແລ້ວເຮົາຈະ

ເຮັດໃຫ້ທ່ານບໍ່ໄດ້ບໍໃນຍາມທີ່ທ່ານເຖົ້າແກ່ ດູແລຕົນເອງບໍ່ໄດ້ແລ້ວ...???

***ຜູ້ຂ້າມີເພື່ອນຄົນຫນຶ່ງຈະເລົ່າໃຫ້ຟັງຄືວ່າ: ເຂົາລ້ຽງຫມາໄວ້ໂຕຫນຶ່ງ ຜູ້ຂ້າສັງເກດເຫັນວ່າເຂົາດູແລແລະ

ບົວລະບັດມັນເປັນຢ່າງດີເຊັ່ນ: ຊື້ອາຫານຫມາແບບພິເສດມາໃຫ້ກິນ ເອົານ້ຳໃຫ້ມັນກິນ ອາບນ້ຳໃຫ້ມັນ ແລະ

ກໍ່ເອົາເຂົ້າມານອນນຳເລີຍ ຕື່ນຂຶ້ນມາຕອນເຊົ້າກໍ່ເປີດປະຕູໃຫ້ມັນອອກໄປຂີ້ໄປຍ່ຽວ ແລ້ວກໍ່ເອົາມັນມາຫລີ້ນ

ມາຢອກປະມານນີ້ແຫລະ............ຜູ້ຂ້າກໍ່ແອບຄິດໃນໃຈວ່າ ເອ໋!!! ຄືມາຮັກຫມາແທ້ວາບັກນີ້ ແລ້ວພໍ່ແມ່ແທ້ໆ

ຜູ້ທີ່ໃຫ້ກຳເນີດຊີວິດມັນມານີ້ເດໆ!!! ມັນຈະປະຕິບັດແບບຫມາຕົວນີ້ໄດ້ບໍວາ.....???

...........................

.............................................................

....................................................................................ທີ່ 21 ເດືອນ 2 ປີ ແຫ່ງຄວາມສຸກ 2555.........

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

         ນິຍາມແຫ່ງຄວາມຮັກຂອງໜຸ່ມສາວ

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມສຸກ........ແຕ່ລົງທ້າຍດ້ວຍຄວາມເສົ້າ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມງົດງາມ.......ແຕ່ລົງທ້າຍດ້ວຍຄວາມໜ້າກຽດຊັງ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄໍາຫວານ.......ແຕ່ລົງທ້າຍດ້ວຍຄໍາຫຍາບຄາຍ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຫວານຊື່ນ........ແຕ່ລົງທ້າຍດ້ວຍຄໍາຂົມຂື່ນ,

ຄວາມຮັກ........ເລີ່ມຕົ້ນດ້ວຍການເອົາອົກເອົາໃຈ........ແຕ່ລົງທ້າຍດ້ວຍການລະຖິ້ມ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມອິດສະຫຼະ........ແຕ່ລົງທ້າຍດ້ວຍການຖຶກຈອງຈໍາ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຈິງໃຈ........ແຕ່ລົງທ້າຍດ້ວຍການປ່ຽນໃຈ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມເຂົ້າໃຈ........ແຕ່ລົງທ້າຍດ້ວຍຄວາມແຄ້ນໃຈ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມເບົາສະບາຍໃຈ........ແຕ່ລົງທ້າຍດ້ວຍຄວາມໜັກໃຈ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມແຈ່ມໃສ........ແຕ່ລົງທ້າຍດ້ວຍຄວາມຂຸ່ນມົວ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຊໍານານ........ແຕ່ລົງທ້າຍດ້ວຍຄວາມເຈັບປວດທໍລະມານ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມເມດຕາ........ແຕ່ລົງທ້າຍດ້ວຍຄວາມອໍາມະຫິດ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຫວານຊຶ້ງ........ແຕ່ລົງທ້າຍກາຍເປັນກັບດັກ,

ຄວາມຮັກ........ເລີ່ມຕົ້ນດ້ວຍກັບເຮົາ........ແຕ່ລົງທ້າຍກັບຄົນອື່ນ,

ຄວາມຮັກ........ເລີ່ມຕົ້ນດ້ວຍເປັນເທວະດາ........ແຕ່ລົງທ້າຍດ້ວຍເປັນຍັກມານ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມເພີ້ຝັນ........ແຕ່ລົງທ້າຍດ້ວຍຄວາມວ່າງເປົ່າ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຫມັ້ນຄົງ........ແຕ່ລົງທ້າຍດ້ວຍຄວາມປ່ຽນແປງ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມເພິດເພີນ........ແຕ່ລົງທ້າຍດ້ວຍຄວາມເບຶ່ອໜ່າຍ,

ຄວາມຮັກ........ເລີ່ມຕົ້ນດ້ວຍຮ້ອຍຍິ້ມ........ແຕ່ລົງທ້າຍດ້ວຍຄາບນໍ້າຕາ,

ຄວາມຮັກ........ເລີ່ມຕົ້ນດ້ວຍສຽງຫົວເລາະ........ແຕ່ລົງທ້າຍດ້ວຍສຽງສະອື້ນ,

ຄວາມຮັກ........ເລີ່ມຕົ້ນດ້ວຍກໍາໄລມະຫາສານ........ແຕ່ລົງທ້າຍດ້ວຍການຂາດທືນຍ່ອຍຍັບ,

ຄວາມຮັກ........ເລີ່ມຕົ້ນດ້ວຍຜ້າເສັດໜ້າ........ແຕ່ລົງທ້າຍດ້ວຍຜ້າອ້ອມ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຫລໍ່ສວຍ........ແຕ່ລົງທ້າຍດ້ວຍຢູ່ທີ່ຊາກຜີ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຜູກພັນ........ແຕ່ລົງທ້າຍດ້ວຍຄວາມຜູກມັດ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມຫິວ........ແຕ່ລົງທ້າຍດ້ວຍຄວາມຢາກ,

ຄວາມຮັກ........ເລີ່ມຕົ້ນດ້ວຍໄຊຊະນະ........ແຕ່ລົງທ້າຍດ້ວຍຄວາມພ່າຍແພ້,

ຄວາມຮັກ........ເລີ່ມຕົ້ນດ້ວຍການໃຫ້........ແຕ່ລົງທ້າຍດ້ວຍການຢຶດຄອງ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມສະຫຼາດ........ແຕ່ລົງທ້າຍດ້ວຍຄວາມໂງ່,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມສຸກ........ແຕ່ລົງທ້າຍດ້ວຍຄວາມເສົ້າ,

ຄວາມຮັກ........ເລີ່ມຕົ້ນດ້ວຍຄວາມເສຍສະຫຼະ........ແຕ່ລົງທ້າຍດ້ວຍຄວາມເຫັນແກ່ຕົວ,

 

*** ໝາຍເຫດ ແລະບໍ່ວ່າຄວາມຮັກຈະເລີ່ມຕົ້ນຢູ່ໃສ,ແບບໃດ , ສຸດທ້າຍຄວາມທຸກກໍ່ຈະຢູ່ບ່່ອນນັ້ນດ້ວຍສະເໝີ

                ແລ້ວແບບນີ້ພວກເຈົ້າຍັງຢາກຈະມີຄວາມຮັກອີກຫຼືບໍ່?

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

..............Valentine...........ວາເລນທາຍນ໌............ມາຈາກຊື່ຂອງ Saint Valentine ນັກບວດໃນສາສະຫນາຄຣິສ

ເລົ່າກັນວ່າໃນສະໄຫມຂອງກະສັດ Claudius (ຄລໍດິອຸສ) ທີ່ 2 ແຫ່ງໂລມຫ້າມບໍ່ໃຫ້ມີການແຕ່ງງານໃນເມືອງ

ຂອງພະອົງ ເພາະຕ້ອງການໃຫ້ຜູ້ຊາຍໄປເປັນທະຫານ ແລະເຊື່ອວ່າຖ້າຜູ້ຊາຍບໍ່ໄດ້ແຕ່ງງານກໍ່ຈະຕັ້ງໃຈໃນການ

ຮົບຫລາຍຂຶ້ນ ແຕ່ນັກບຸນວາເລນທາຍນ໌ແອບຈັດງານແຕ່ງງານໃຫ້ຄູ່ຮັກຫລາຍໆຄູ່ຈຶ່ງຖືກຈັບກຸມຂັງຄຸກ ແລະທໍລະມານ

ຢ່າງແສນສາຫັດ ແລະລະຫວ່າງທີ່ຢູ່ໃນຄຸກນັ້ນ ທ່ານກໍ່ໄດ້ພົບກັບຍິງສາວຄົນຫນຶ່ງເຊິ່ງເປັນລູກຂອງຜູ້ຄຸມຄຸກ ແລະສາວ

ຄົນນີ້ກໍ່ມັກຈະເວົ້າໃຫ້ກຳລັງໃຈ ແລະບອກສະເຫມີວ່າການກະທຳຂອງທ່ານຖືກຕ້ອງແລ້ວທີ່ຈັດງານແຕ່ງໃຫ້ຄົນອື່ນໆ

ແລະກ່ອນເສຍຊີວິດໂດຍການປະຫານ ທ່ານກໍ່ຂຽນຈົດຫມາຍເພື່ອສະແດງຄວາມຂອບໃຈໃນມິດຕະພາບ ຄວາມຈົງຮັກພັກດີ

ແລະຮູ້ບຸນຄຸນຕໍ່ສາວຄົນນີ້ ແລະລົງທ້າຍດ້ວຍຄຳວ່າ: "Love from your Valentine" ນັກບຸນວາເລນທາຍນ໌ເສຍຊີວິດໃນວັນທີ່

14 ກຸມພາ ປີ ຄ.ສ 270.........ແລະຕໍ່ມາໃນປີ ຄ.ສ 496 ສັນຕະປາປາ Gelasius (ກີລາສິອຸສ) ໄດ້ຍົກຍ້ອງໃຫ້ວັນທີ່ 14 ກຸມພາ

ເປັນວັນວາເລນທາຍນ໌ ເພື່ອລຳລຶກເຖິງຄຸນຄວາມດີ ຄວາມກ້າຫານ ແລະຄວາມເສຍສະລະຂອງນັກບຸນວາເລນທາຍນ໌ ໂດຍສະເພາະ

ໃນເລື່ອງຄວາມຮັກ ຄວາມເມດຕາ ແລະມິດຕະພາບດີໆທີ່ມອບໃຫ້ແກ່ກັນ................

.................ປັດຈຸບັນວັນວາເລນທາຍນ໌ໄດ້ກາຍມາເປັນສັນຍາລັກຂອງຄວາມຮັກລະຫວ່າງບ່າວສາວ ໂດຍສະເພາະວັນນີ້ຈະມີການ

ມອບດອກໄມ້ໃຫ້ແກ່ກັນເພື່ອສະແດງອອກເຊິ່ງຄວາມຮັກ.......ຖ້າມີເທົ່ານີ້ກະດີລະບໍໆໆ ເຊິ່ງປັດຈຸບັນນີ້ໄວລຸ່ນມັກເຂົ້າໃຈຜິດໄປວ່າ

ວັນນີ້ຕ້ອງມີອິຫຍັງກັນ ບາງຄົນບາງກຸ່ມກໍ່ຕັ້ງແກ້ງກັນເພື່ອອິລຸງຕຸງນັງ......??? ຜູ້ຊາຍອາດຈະອອຍຜູ້ຍິງ ຜູ້ຍິງອາດຈະເຂົ້າໃຈວ່າ

ຮັກຕ້ອງສະແດງອອກເຊິ່ງການຍອມມີອິຫຍັງກັນໃນວັນນີ້...ເຊິ່ງຖ້າເປັນແບບນີ້ກໍ່ຜິດແນ່ໆໆ ນອກຈາກຈະຜິດຕໍ່ຄວາມເຂົ້າໃຈໃນວັນ

ວາເລນທາຍນ໌ແລ້ວ ສຳຫລັບຄົນລາວກໍ່ຈະຜິດຕໍ່ຮີດຄອງປະເພນີອັນດີງາມໄປດ້ວຍ ຖ້າຍອມມີເພດສຳພັນກັນກ່ອນແຕ່ງງານ...ເຊິ່ງ

ຄົນລາວບູຮານເພີ່ນຖືຫລາຍເລື່ອງນີ້ ແລະກໍ່ໄດ້ພ່ຳສອນໃຫ້ລູກໆຫລານໆຂອງຕົນຢູ່ສະເຫມີ (ສຳລັບຂ້າພະເຈົ້າແລ້ວໄດ້ຍິນແມ່ເວົ້າຕະຫລອດ)

ແລະກໍ່ຄິດວ່າພໍ່ແມ່ໃຜກໍ່ຈະຄິດແບບນີ້ແຫລະໂດຍສະເພາະຄຳສຸພາສິດນີ້ເຂົ້າກັນໄດ້ເລີຍ **ຢ່າຊິງສຸກກ່ອນເຫີ່ມ** ມັນບໍ່ດີເພີ່ນວ່າໆໆໆໆ

................ຄິດວ່າວາເລນທາຍນ໌ນີ້ຄົງຈະມີແຕ່ຄົນມອບດອກໄມ້ ມອບຄວາມຮັກ ຄວາມເມດຕາ ມິດຕະພາບດີໆໃຫ້ແກ່ກັນແລະກັນ ໂດຍຄຳນຶງ

ເຖິງຄວາມດີ ຄວາມຊອບ ຄວາມຄວນ ຫລື ບໍ່ຄວນ ຕາມຫລັກຮີດຄອງປະເພນີອັນດີງາມຂອງລາວເຮົາ..............

 






ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

.............................ກໍ່ຮູ້ຢູ່ວ່າຕົນເອງບໍ່ໄດ້ເກີດມາຈາກກົກຫມາກກ້ຽງ ໃຜບໍ່ລ້ຽງໃຫຍ່ເອງເຫມືອນທີ່ເຂົາເວົ້າກັນ

ທຸກຄົນເກີດມາຍ່ອມມີພໍ່ແມ່ເປັນຜູ້ໃຫ້ກຳເນີດ ລ້ຽງດູ ອົບຮົມສັ່ງສອນ...ແລະພໍ່ແມ່ທຸກຄົນກໍ່ຢາກໃຫ້ລູກເປັນຄົນດີ

ມີຄວາມກະຕັນຍູຮູ້ບຸນຄຸນ ຮູ້ຮັກສາມັກຄີ ແລະຈະເລີນກ້າວຫນ້າໃນຫນ້າທີ່ການງານ ສະນັ້ນພໍ່ແມ່ຈຶ່ງສົ່ງເຮົາເຂົ້າ

ໂຮງຮຽນແຕ່ຍັງນ້ອຍເພື່ອສຶກສາຮຽນຮູ້ແລະຂັດເກົາຈິດໃຈເພື່ອຫວັງວ່າອະນາຄົດຂ້າງຫນ້າເຮົາຈະເປັນຄົນດີ ແລະ

ເພິ່ງຕົນເອງໄດ້.......ພໍ່ແມ່ທຸກຄົນພູມໃຈສະເຫມີເມື່ອເຫັນລູກໄດ້ດີແລະປະສົບຄວາມສຳເລັດໃນຊີວິດ................

...........................ແຕ່ສິ່ງທີ່ຂ້າພະເຈົ້າຫວັ່ນໄຫວຢູ່ໃນໃຈກໍ່ຄື.....ຢ້ານຕົວເອງເປັນຄົນທີ່ບໍ່ໃສ່ໃຈພໍ່ແມ່ໃນຍາມເມື່ອ

ທ່ານເຖົ້າແກ່ແລ້ວ ຢ້ານຕົວເອງບໍ່ສົນໃຈ ແລະດູແລພໍ່ແມ່ເທົ່າທີ່ຄວນຈະເຮັດໄດ້ ເຊັ່ນ: ເວົ້າຈາກັບທ່ານມ່ວນໆ ຫາອາຫານ

ທີ່ແຊບໆໃຫ້ທ່ານກິນ ຖາມຂ່າວຄາວສາລະທຸກສຸກດິບ ດູແລການຢູ່ກິນຂອງທ່ານ ດູແລການໄປມາຂອງທ່ານໃຫ້ສະບາຍ

ບໍ່ເຮັດໃຫ້ທ່ານເສຍໃຈເພາະເຮົາ...........ສາເຫດທີ່ຫວັ່ນໄຫວກໍ່ຄື: ເຫັນຫລາຍໆຄອບຄົວມາແລ້ວ ພໍມີເມຍມີລູກມາແລ້ວ

ກໍ່ໃສ່ໃຈແຕ່ຄົນໃນຄອບຄົວຕົນເອງ ບາງຄົນບໍ່ສົນຮອດພໍ່ແມ່ວ່າທ່ານຈະເປັນແນວໃດ? ບາງຄົນອ້າຍເອື້ອຍນ້ອງບໍ່ຖືກກັນກະມີ

ເພາະບາງຄົນຕ່າງມີຄອບຄົວ ເລີຍເອົາຄອບຄົວຕົນເປັນໃຫຍ່ ບາງຄອບຄົວກໍ່ແຍ່ງສົມບັດມໍລະດົກກັນ.................

..........................ຫວັງວ່າຂ້າພະເຈົ້າຈະບໍ່ເປັນແບບນັ້ນ....ຂໍໃຫ້ສິ່ງສັກສິດທັງຫລາຍຈົ່ງດົນບັນດານໃຫ້ຈິດໃຈຂອງຈ້າພະເຈົ້າ

ມີແນວຄິດໄປໃນທາງທີ່ດີ ມີຄວາມກະຕັນຍູ ຮູ້ບຸນຄຸນ ພໍ່ແມ່ຄູບາອາຈານດ້ວຍເຖີດ...ຂ້າພະເຈົ້າກໍ່ຮູ້ຢູ່ວ່າຄວາມກະຕັນຍູ ກະຕະເວທີ

ເປັນເຄື່ອງຫມາຍຂອງຄົນດີ...ແຕ່ກໍ່ຢ້ານອຳນາດມືດເຊັ່ນ: ຄວາມໂລບ ຄວາມໂກດ ແລະຄວາມຫລົງ ຊັກຈູງໃຫ້ຫລົງທາງໄດ້.... ສະນັ້ນ

ຂໍໃຫ້ຂ້າຈົ່ງມີສະຕິ ຈົ່ງມີສະຕິ ຈົ່ງມີສະຕິ..........................................

................................................ທີ່ 13 ເດືອນ 2 ປີແຫ່ງຄວາມສຸກ 2555.....................

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

........ຄວາມຮັກເບິ່ງຄືວ່າຈະເປັນສິ່ງທີ່ຄູ່ກັນສຳຫລັບບ່າວສາວ ເຊິ່ງກໍ່ເປັນທຳມະຊາດຂອງມະນຸດທີ່ຈະຕ້ອງສືບພັນເພື່ອບໍ່ໃຫ້ເຜົ່າພັນຕົວເອງສູນຫາຍ

ເມື່ອເບິ່ງໆແລ້ວຜູ້ຍິງຈະເປັນຝ່າຍເສຍປຽບເພາະຕ້ອງອຸ້ມທ້ອງແລະລຽງລູກ ຖ້າຝ່າຍຊາຍຖິ້ມຝ່າຍຍິງໄປກໍ່ຈະຕ້ອງທຸກເຂົ້າໄປອີກ ຕ້ອງຮັບພາລະ

ລ້ຽງລູກແຕ່ຝ່າຍດຽວ ແລະຄ່ານິຍົມຂອງສັງຄົມກໍ່ມັກຈະດູຖູກຜູ້ຍິງທີ່ເຄີຍຜ່ານຜູ້ຊາຍມາແລ້ວ ເພດຍິງຈຶ່ງຕົກເປັນຝ່າຍເສຍປຽບພຽງຝ່າຍດຽວ

ສ່ວນຝ່າຍຊາຍນັ້ນເກືອບຈະບໍ່ມີຄວາມເສຍປຽບເລີຍ ຊ້ຳບໍ່ຫນຳຊາຍທີ່ເຄີຍຜ່ານຍິງມາແລ້ວຫລາຍໆຄັ້ງສັງຄົມກັບຍົກຍ້ອງວ່າເກັ່ງ ມີປະສົບການ

ຈາກການເສຍປຽບນີ້ຖ້າຍິງຄົນໃດສະຫລາດ ຮູ້ເລືອກຄູ່ຄອງທີ່ດີ ມີຄວາມຮັບຜິດຊອບກໍ່ຈະສາມາດເອົາຕົວລອດໄດ້ ແຕ່ຖ້າຍິງຄົນໃດບໍ່ສະຫລາດ

ບໍ່ຮູ້ເທົ່າທັນຜູ້ຊາຍ ແລະບໍ່ຮູ້ເລືອກຄົບເພື່ອນຊາຍທີ່ດີກໍ່ຈະຕ້ອງທຸກທໍລະມານເພາະໄດ້ຄູ່ຄອງທີ່ບໍ່ດີ ບໍ່ມີຄວາມຮັບຜິດຊອບ ດັ່ງນັ້ນຝ່າຍຍິງຈະຕ້ອງ

ສະຫລາດໃນການເລືອກຄູ່ຄອງທີ່ດີ ມີຄວາມຮັບຜິດຊອບ..........ການເລືອກຄູ່ຄອງຂອງຜູ້ຍິງສະໄຫມນີ້ອັນຕະລາຍຫລາຍ ເພາະສ່ວນຫລາຍຍິງ

ຈະເລືອກຜູ້ຊາຍທີ່ຫລໍ່ ລວຍ ມີຊື່ສຽງ ປາກນ້ຳເຜິ້ງ ຮ່າໆໆ (ປາກຫວານ) ເຊິ່ງການເບິ່ງຜູ້ຊາຍຈາກຄວາມຫລໍ່ ຄວາມລວຍ ປາກຫວານນີ້ຍັງບໍ່ແມ່ນ

ສິ່ງຕັດສິນວ່າຊາຍຄົນນັ້ນຈະດີອີຫລີ...ແຕ່ການທີ່ເຮົາຈະຮູ້ວ່າຊາຍຄົນນັ້ນດີອີຫລີນັ້ນຕ້ອງເບິ່ງທີ່ຄວາມປະພຶດຫລາຍໆຢ່າງລວມກັນ ເຊັ່ນ: ເຫັນແກ່ຕົວຫລືບໍ່

ເອົາປຽບຜູ້ອື່ນຫລືບໍ່ ຂີ້ເຫລົ້າ ເມົາຢາຫລືບໍ່ ເສຍສະຫລະຫລືບໍ່ ຂະຫຍັນອົດທົນຫລືບໍ່ ສຸພາບຮຽບຮ້ອຍຫລືບໍ່ ຫລືຕິດການພະນັນເປັນຕົ້ນ... ຖ້າຈະດີແທ້ກໍ່ຕ້ອງ

ແບບພະເອກໃນຫນັງເລີຍ....ຮ່າໆ ຫາໄດ້ຢູ່ໃສເດ໋ແບບນີ້!! ເຊິ່ງກໍ່ຕ້ອງໃຊ້ເວລາຫລາຍພໍສົມຄວນທີ່ຈະສຶກສາໃຫ້ຮູ້ເຖິງພຽງນີ້ ການພົບປະກັນພຽງຜິວເຜີນນັ້ນ

ບໍ່ສາມາດຕັດສິນໄດ້ວ່າຄົນໆນັ້ນເປັນຄົນດີໄດ້ (ບາງຄົນຄົບກັນມາ 4_5 ປີເລີກກັນກໍ່ມີ) ຄົນດີອີຫລີນັ້ນຫາຍາກແທ້ໆ ເຫມືອນງົມເຂັມໃນມະຫາສະມຸດເລີຍໆໆ

.........ອີກສິ່ງຫນຶ່ງທີ່ຈະບອກໄດ້ວ່າຊາຍໃດດີແທ້ນັ້ນກໍ່ຄືເລື່ອງເພດສຳພັນ ຄືຊາຍທີ່ແມ່ນວ່າຈະມີຍິງມາສະເຫນີ ກໍ່ບໍ່ສະຫນອງຈົນກ່ວາຈະຮອດວັນແຕ່ງງານເຂົ້າຫໍ

ເຊິ່ງກໍ່ຫາໄດ້ຍາກຍິ່ງ ສ່ວນທີ່ຮອງລົງມາກໍ່ຄືຊາຍທີ່ມີຍິງສະເຫນີຈຶ່ງສະຫນອງ ເຊິ່ງຖືໄດ້ວ່າດີຢູ່ໆໆ ສ່ວນທີ່ຊົ່ວຊ້າທີ່ສຸດກໍ່ຄືຊາຍທີ່ພະຍາຍາມໃຊ້ກົນອຸບາຍຫລອກຍິງ

ເພື່ອໃຫ້ມີເພດສຳພັນໃຫ້ໄດ້....ເຊິ່ງຈຳພວກນີ້ມີຫລາຍໃນສັງຄົມ..........ແລະຊາຍທີ່ບໍ່ດີນັ້ນສ່ວນຫລາຍຫລັງຈາກທີ່ໄດ້ເສຍກັບຍິງ ກໍ່ຈະເບື່ອຫນ່າຍແລ້ວກໍ່ມັກຈະຖິ້ມໄປ

ເຊິ່ງບ່ອນນີ້ຜູ້ຍິງຈະເຈັບຈິ໋ດໆໆທີ່ສຸດໆໆໆໆໆ ສະນັ້ນກໍ່ຄວນຄິດໃຫ້ດີໆກໍ່ແລ້ວກັນວ່າຈະເຮັດແນວໃດເມື່ອມີຜູ້ຊາຍມາອອຍ ມາຍົວະໆໆໆ ຈົ່ງຄິດກ່ອນເຮັດ ເພາະເມື່ອມັນ

ຜິດພາດມາແລ້ວກໍ່ຈະເສຍໃຈ ແກ້ໄຂຫຍັງບໍ່ໄດ້ໆໆໆ ທາງທີ່ດີທີ່ສຸດກໍ່ໃຫ້ເປັນຄົນຢູ່ໃນກອບຂອງສິນທຳ ເຊິ່ງສຶກສາໄດ້ຈາກຮິດຄອງປະເພນີອັນດີງາມຂອງລາວເຮົາໆໆໆ

.........................................ຈົ່ງສະຫລາດ ຈົ່ງສະຫລາດ ຢ່າຕົກເປັນທາດຂອງຄົນຫລອກລວງ...........................................

........................................ເຊົ້າທີ່ 8 ເດືອນ 2 ປີ 2555..........................................

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການກ່າວ ຄຳຂອບໃຈ ເປັນມາລະຍາດທີ່ດີອັນນຫນຶ່ງຂອງສັງຄົມລາວ

ເຊິ່ງມັນສະແດງອອກເຖິງຄວາມຮູ້ບຸນຄຸນ ຫລືການສຳນຶກໃນບຸນຄຸນຕໍ່ສິ່ງທີ່ເຮົາໄດ້ຮັບ

ວ່າມັນເປັນປະໂຫຍດກັບເຮົາ ບາງຄົນອາດຈະອາຍໃນການທີ່ກ່າວຄຳວ່າຂອບໃຈ

(ແຮ່ໆໆ ຂ້າພະເຈົ້າກະເປັນ) ແຕ່ຄວາມເປັນຈິງແລ້ວການກ່າວຄຳຂອບໃຈ ຫລືການ

ສະແດງອອກເຊິ່ງຄວາມຮູ້ບຸນຄຸນນີ້ເປັນສິ່ງທີ່ດີ ແລະມີສະເຫນຢ່າງຫນຶ່ງ ແລະກໍ່ຍັງເປັນ

ປະເພນີອັນດີງາມຂອງລາວເຮົາດ້ວຍ

ມີບາງຄົນບອກວ່າ: ຄົນທີ່ຂາດການສະແດງອອກເຊິ່ງການຮູ້ບຸນຄຸນ ຫລືການກ່າວຂອບໃຈນີ້

ເປັນຄົນທີ່ອ່ອນແອທາງດ້ານຈິດໃຈ ເຂົາອາດຈະອາຍ ເຂີນ ຫລືບໍ່ໃສ່ໃຈກໍ່ໄດ້

ການກ່າວຄຳຂອບໃຈນັ້ນເລີ່ມຕົ້ນໄດ້ງ່າຍໆ ເຮົາອາດຈະຂອບໃຈຖ້າມີຄົນເອົາຫຍັງໃຫ້ເຮົາ

ແຕ່ຄວາມເປັນຈິງແລ້ວເຮົາຄວນຮູ້ບຸນຄຸນ ແລະຂອບໃຈສິ່ງເລັກໆນ້ອຍໆທີ່ເຮົາມີຢູ່ຮອບຕົວກໍ່ໄດ້

ເຊັ່ນ: ອາກາດທີ່ບໍລິສຸດ ນ້ຳໄສໆທີ່ດື່ມກີນທຸກວັນ ເສື້ອຜ້າທີ່ເຮົານຸ່ງ ເກີບທີ່ເຮົາໃສ່

ອາຫານທີ່ເຮົາກີນໃນແຕ່ລະວັນ ແລະອື່ນໆໆຮອບຕົວເຮົາໆໆ

...................

.............................................

ມີຫນັງສືຫົວຫນຶ່ງທີ່ເຄີຍອ່ານເຂົາຂຽນໄວ້ດັ່ງນີ້:

ເບິ່ງຮູບຂ້າງລ່າງໃນກ່ອງຄຳເຫັນເດີໆໆໆ

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີ ນ້ອຍ, ເປັນແນວເລີສະບາຍດີບໍ?

ບໍ່ໄດ້ສົ່ງຂ່າວຫາດົນແລ້ວ ເປັນແນວເລີຢູ່ທາງພີ້ນ່າ ພໍ່ແມ່ເດເພີ່ນແຂງແຮງດີຢູ່ບໍ?

ສ່ວນຂ້ອຍທຸກຢ່າງແມ່ນດີ ບໍ່ມີຫຍັງກັງວົນແຕ່ດຽວນີ້ມີວຽກຫລາຍຫນ້ອຍຫນື່ງ ຈຳຕ້ອງເດີນທາງຕະຫລອດ

ບາງຄັ້ງກໍເມື່ອຍແຕ່ກໍສຸກໃຈ...ເພາະໄດ້ເຮັດໃນສິ່ງທີ່ມັກ.

ເປັນແນວເລີການຮຽນເດ, ບໍ່ຍາກປານເລີຕິເບາະ ມີຫຍັງໃຫ້ຊ່ວຍກະບອກເດີ.

ຂໍໃຫ້ຕັ້ງໃຈຮຽນເດີ ຢ່າຟ້າວຫລົງເພີດເພີນ ເພາະການຮຽນແລະທຸກສິ່ງທຸກຢ່າງມັນຈະມີບັນຫາ

ຢ່າໄປຂາຍຢາເສບຕິດນຳເຂົາເດີ ຖ້າຢາກມີອະນາຄົດ...ທີ່ດີ

ພໍ່ແມ່ມີຄວາມຫວັງ ຄອຍເປັນກຳລັງໃຈໃຫ້ ແລະລໍຄອຍຄວາມສຳເລັດຈາກເຈົ້າສະເຫມີ

ທໍ້ແທ້ ຫມົດຫວັງ ຂາດກຳລັງໃຈໃຫ້ໂທຫາພໍ່ແມ່ ຮ້ອງໃຫ້ ເສຍໃຈ ອົກຫັກໃຫ້ໂທຫາພໍ່ແມ່

ເພີ່ນຈະຢູ່ຄຽງຂ້າງເຈົ້າສະເຫມີ...

.........................................................................

......................................

..............

ໂຊກດີ...ນີ້ເປັນຈົດຫມາຍຈາກແດນໄກ


 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການຢູ່ຮ່ວມກັນໃນສັງຄົມ ຕ້ອງມີເລື່ອງໃຫ້ປວດຫົວກັນຢ່າງຫລວງຫລາຍ

ໂດຍສະເພາະກໍ່ແມ່ນເລື່ອງ ນິດໃສໃຈຄໍຂອງແຕ່ລະຄົນທີ່ມີຄວາມແຕກຕ່າງກັນ

ແຕ່ຖ້າຢາກໃຫ້ດີແລະມີຄວາມສຸກໄປດ້ວຍກັນ ເຮົາກໍ່ຕ້ອງຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ

ແລະຮູ້ຈັກການປັບຕົວໃຫ້ເຫມະສົມຢູ່ຕະຫລອດເວລາ...

ຄວາມຈິງ...ບໍ່ມີໃຜຢາກເສຍເວລາ ບໍ່ມີໃຜຢາກເດືອດເນື້ອຮ້ອນໃຈ

ແລະກໍ່ບໍ່ມີໃຜປ່ອຍໃຫ້ຄົນອື່ນມາທຳຮ້າຍຕົວເອງໂດຍບໍ່ໄດ້ປ້ອງກັນຕົວ

ການເຮັດໃຫ້ຄົນອື່ນເດືອດເນື້ອຮ້ອນໃຈບໍ່ແມ່ນເລື່ອງຍາກ (ໃຜກໍ່ເຮັດໄດ້)

ປ່ຽນວິທີຄິດດີກ່ວາ ເຫັນໃຈຄົນອື່ນແດ່

ມີບັນຫາຫຍັງ ຄ່ອຍໆເຮັດ ຄ່ອຍໆແກ້ໄຂ ແລະບໍ່ຄວນທຳຮ້າຍຄົນອື່ນ

ດ້ວຍຄຳເວົ້າທີ່ຮຸນແຮງ ເພາະມັນອາດຈະເປັນນການຖີ້ມລະເບີດໃສ່ຄົນອື່ນໂດຍທີ່ເຂົາບໍ່ທັນໄດ້ປ້ອງກັນຕົວ

(ແນ່ນອນວ່າບໍ່ມີໃຜມັກ ຂະຫນາດອາເມລິກາຖີ້ມລະເບີດໃສ່ບ້ານເຮົາໆຍັງແຄ້ນມັນເລີຍ)

ເຮົາຕ້ອງເສຍສະລະເວລາໃຫ້ກັບເພື່ອນມະນຸດແດ່

ຈົ່ງເຮັດໄປເຖີດເຖີງວ່າມັນຈະເປັນສິ່ງເລັກໆນ້ອຍໆ

ເຮັດບາງສິ່ງບາງຢ່າງໃຫ້ກັບຄົນທີ່ຕ້ອງການຄວາມຊ່ວຍເຫລືອ

ເຮັດບາງສິ່ງບາງຢ່າງທີ່ເຮົາບໍ່ໄດ້ຄ່າຕອບແທນ

ແຕ່ມັນເປັນ ສິດທິພິເສດ ທີ່ເຮົາຈະເຮັດໄດ້

ຈົ່ງນຶກໄວ້ສະເຫມີວ່າ ເຮົາບໍ່ໄດ້ຢູ່ໃນໂລກນີ້ພຽງຄົນດຽວ

ຍັງມີພີ່ນ້ອງຮ່ວມໂລກຂອງເຮົາຢູ່ນຳດ້ວຍ...

ເຊົ້າວັນທີ່ 26 ເດືອນ 8 ປີ 54


 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ແມ່ຈົນໆຄົນນີ້ບໍ່ແມ່ນບໍ ຫລືເຈົ້າລືມໄປແລ້ວ?

1. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕ້ອງອຸ້ມທ້ອງມາເກົ້າເດືອນ (ແລ້ວໃຜຢູ່ຂ້າງໃນ)

2. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຈະກີນຈະນອນກໍ່ຕ້ອງຄອຍລະມັດລະວັງເພື່ອບໍ່ໃຫ້ກະທົບກະເທືອນລູກນ້ອຍທີ່ຢູ່ໃນທ້ອງ

3. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕອນຄອດເຈົ້ານັ້ນເຈັບທໍລະມານເຫລືອເກີນ ຈົນເກືອບຈະເອົາຊີວິດບໍ່ລອດ

4. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍເຊັດຂີ້ເຊັດຍ່ຽວ ອາບນ້ຳແລະທຳຄວາມ

    ສະອາດໃຫ້ເຈົ້າຢູ່ຕະຫລອດເວລາ

5.ແມ່ຈົນໆຄົນນີ້ບໍ່ແມ່ນບໍ?....... ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍປ້ອນເຂົ້າປ້ອນນ້ຳ ໃຫ້ນົມໃຫ້ອາຫານເຈົ້າ

   ຢູ່ຕະຫລອດເວລາ ຫິວກໍ່ບໍ່ໄດ້ກິນຍ້ອນເຫັນແກ່ລູກນ້ອຍ

6. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍອົບຮົມສັ່ງສອນ ໃຫ້ທັງຄວາມຮັກແລະຄວາມຫ່ວງໃຍ

   ມົດກໍ່ບໍ່ໃຫ້ໄຕ່ ໄຮກໍ່ບໍ່ໃຫ້ຕອມ

7. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອດເຈົ້າອອກມາແລ້ວ ຕ້ອງຄອຍດູແລເຈົ້າ ຍາມກີນບໍ່ໄດ້ກີນ ຍາມນອນບໍ່ໄດ້ນອນ

    ຕ້ອງຄອຍເຝົ້າກ່ອມເຈົ້າຫລັບແລ້ວ ຈື່ງໄດ້ນອນ

8. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກຕ່າງໆ ເພື່ອເຮັດວຽກເຮັດການຫາລ້ຽງເຈົ້າ

9. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ເມື່ອເຈົ້າໃຫຍ່ມາແລ້ວ ຕ້ອງຄອຍສົ່ງເຈົ້າເຂົ້າໂຮງຮຽນເພື່ອຫາວິຊາຄວາມຮູ້ 

10. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.....ເມື່ອເຈົາໃຫຍ່ຂື້ນມາແລ້ວ ກໍ່ຍັງຄອຍຊ່ວຍເຫລືອໃຫ້ຄຳປືກສາ ຫາອາຫານແຕ່ງກີນໃຫ້

    ກີນທຸກເຊົ້າທຸກຄໍ່າ (ແລ້ວມີຈັກເທື່ອບໍທີ່ເຈົ້າໄດ້ຊື່ນຊົມສີມື ການແຕ່ງກິນຂອງແມ່)

11. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຄອຍລ້ຽງເຈົ້າທັງທາງດ້ານຮ່າງກາຍແລະຈິດໃຈແລະຍັງເປັນຜູ້ຢູ່

    ເບື້ອງຫລັງຄວາມສຳເລັດຂອງເຈົ້າທັງຫມົດໃນວັນນີ້

12. ແມ່ຈົນໆຄົນນີ້ບໍ່ແມ່ນບໍ?.......ທີ່ຈະຈາກເຈົ້າໄປແບບບໍ່ມີວັນຫວນກັບ ໃນເວລາອັນສັ້ນໆຂ້າງຫນ້ານີ້ .

             ແລ້ວວັນນີ້ ເຮົາໄດ້ເຮັດຫຍັງເພື່ອແມ່ແດ່ແລ້ວ? ເຈົ້າໄດ້ຕອບແທນບຸນຄຸນພໍ່ແມ່ແລ້ວຫລືຍັງ?

ຊີວິດຄົນເຮົານັ້ນສັ້ນຍີ່ງຫນັກ ບໍ່ແນ່ນອນ ມື້ນີ້ເຫັນຫນ້າກັນ ມື້ອື່ນອາດຈະເຫັນໂລງສົບກໍ່ໄດ້ ໃຜຈະໄປຮູ້

ສະນັ້ນໃນຍາມທີ່ພໍ່ແມ່ຍັງມີຊີວິດຢູ່ ກໍ່ຄວນລ້ຽງດູບົວລະບັດທ່ານ ໃຫ້ຢູ່ດີມີສຸກ ໃຫ້ເຂົ້າໃຈວ່າຜູ້ເຖົ້າມັກໃຈນ້ອຍ

(ໄດ້ຍີນແມ່ເວົ້າໃນຍາມຍັງນ້ອຍ) ຄຳເວົ້າເຮົາອາດຈະເຮັດໃຫ້ທ່ານເສຍໃຈໄດ້ບາງຄັ້ງຄາວ

ສະນັ້ນກໍ່ຄວນລະວັງຢ່າເວົ້າຫຍັງທີ່ຮຸນແຮງໃສ່ທ່ານ ແທ້ຈິງແລ້ວເລື່ອງອາຫານການກີນຜູ້ເຖົ້າກີນບໍ່ຫລາຍດອກ

ສອງສາມຄຳກໍ່ອີ່ມແລ້ວ ເຮົາກໍ່ຄວນຫາອາຫານແຊບໆໃຫ້ທ່ານກີນດ້ວຍ  ເຮັດໃຫ້ທ່ານຮູ້ວ່າເຮົາຫ່ວງໃຍຢູ່ຕະຫລອດເວລາ...(ແລະສຸດທ້າຍມໍລະດົກກໍ່ຈະເປັນຂອງເຮົາ ຮ່າຮ່າໆໆໆ ບໍ່ແມ່ນເນາະ)

   ລູກຄົນໃດກະທຳກຳແກ່ແມ່      ສຸດຊົ່ວແທ້ຕໍ່າຊ້າສິ້ນລາສີ

   ລູກດ່າພໍ່ຕີແມ່ລູກບໍ່ດີ               ລູກກາລີເຮັດໃຫ້ພໍ່ແມ່ຊ້ຳນ້ຳຕາລິນ

   ນ້ຳຕາພໍ່ແມ່ໄຫລລິນເມື່ອລູກຮ້າຍ      ນ້ຳຕາພໍ່ແມ່ໄຫລເປັນສາຍເມື່ອລູກຫມີ່ນ

   ນ້ຳຕາພໍ່ແມ່ໄຫລລົງຫົດພື້ນດິນ         ເມື່ອໄດ້ຍິນວ່າລູກເສເພເນລະຄຸນ

   

   ທຽນໃຫ້ແສງສະຫວ່າງ        ພໍ່ແມ່ຊີ້ທາງດີໃຫ້ລູກເດີນ

   ລູກເອີຍ!!! ຢ່າຫລົງເພີນ      ເດີມຕາມທາງຂອງຄົນຜີດ


   ພໍ່ກັບແມ່ມີແຕ່ຈະແກ່ເຖົ້າ     ຈະໃຫ້ລ້ຽງເຈົ້າເລື້ອຍໆໄປນັ້ນຢ່າຫມາຍ

   ລູກເອີຍ!!! ຈົ່ງໃຊ້ວິຊາຄວາມຮູ້    ເປັນຄູ່ມືໄປຈົນຕາຍ

   ເຈົ້າສະບາຍ      ພໍ່ກັບແມ່ກໍ່ຊື່ນໃຈ.


   ຈົ່ງຈຳໄວ້ເດີ! ລູກສຸດທີ່ຮັກຂອງແມ່.  ຮັກແລະຫ່ວງລູກສະເຫມີ.