ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

+ ຖ້າຢາກເປັນຄົນແນ່ແທ້

ຕ້ອງຫມັ່ນພຽນສຶກສາ

ຄົ້ນຄົ້ວທຸກວິຊາທີ່ຮ່ຳຮຽນມານັ້ນ

ນອກຈາກຮຽນນຳປຶ້ມ ຕ້ອງທຽວຖາມນຳຫມູ່

ຖາມຜູ້ທີ່ເພິ່ນຮູ້ເຫັນແຈ້ງກ່ວາເຮົາ ນັ້ນເນີ !!!


..........ໄດ້ມາຈາກລາວບລ໋ອກເກີ່.......ຂອບໃຈ


ດວງອາທິດສ່ອງແສງສະຫວ່າງສະເພາະກາງວັນ

ດວງຈັນສ່ອງແສງສະຫວ່າງສະເພາະກາງຄືນ

ສ່ວນດວງປັນຍາສ່ອງແສງສະຫວ່າງໄດ້ທັງກາງວັນແລະກາງຄືນ

ສະນັ້ນ ແສງສະຫວ່າງອື່ນຈະມາສະຫວ່າງທໍ່ແສງປັນຍານັ້ນແມ່ນບໍ່ມີ............

.................

.................................

..............................................................


 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

..................................................ຄົນດີທີ່ສົມບູນແບບ...................................................

*** ອາຫມາດຜູ້ຫນຶ່ງໄດ້ລັກຫລິ້ນຊູ້ກັບສະຫນົມນາງຫນຶ່ງ ຂອງພຣະເຈົ້າພົມມະທັດ ແຫ່ງນະຄອນພາລານະສີ

ພຣະເຈົ້າພົມມະທັດເສຍໃຈຫລາຍ ແຕ່ກໍ່ອົດກັ້ນໄວ້ໄດ້ ບໍ່ສັ່ງໃຫ້ລົງໂທດອາຫມາດ ເພາະເຫັນວ່າອາຫມາດ

ຜູ້ນີ້ເຮັດວຽກດີ ງານເດັ່ນ ສ້າງປະໂຫຍດໃຫ້ແກ່ນະຄອນຢ່າງມາກມາຍມະຫາສານ.............

*** ທີ່ເຮືອນຂອງອາຫມາດມີຄົນໃຊ້ຊາຍຜູ້ຫນຶ່ງ ລັກລອບໄດ້ເສຍກັບຄົນໃນຄອບຄົວຂອງອາຫມາດ ອາຫມາດ

ໂມໂຫ ຄຽດຈັດ ຈຶ່ງນຳຕົວຄົນໃຊ້ໄປໃຫ້ພຣະລາຊາລົງໂທດ...ຂ້າແຕ່ສົມມຸດຕິເທບ, ຊາຍຄົນນີ້ເປັນຄົນໃຊ້ຂອງຂ້າ

ພະເຈົ້າ ທີ່ຊ່ວຍເຮັດວຽກເຮັດງານໄດ້ດີທຸກຢ່າງ ແຕ່ເຂົາມີຄວາມຜິດຢູ້ຂໍ້ຫນຶ່ງຊຶ່ງອະໄພໃຫ້ບໍ່ໄດ້ເລີຍຄື: ເຂົາລັກລອບ

ໄດ້ເສຍກັບຄົນໃນຄອບຄົວຂອງຂ້າພະເຈົ້າ ຂໍໃຫ້ພຣະອົງພິຈາລະນາຄວາມຜິດຂອງເຂົາດ້ວຍເຖີດ..............

*** ພຣະລາຊາຄິດໄຕ່ຕອງແລ້ວຕອບວ່າ: ຄົນແບບຄົນໃຊ້ຂອງທ່ານກໍ່ມີຢູ່ໃນລາດຊະສຳນັກຄືກັນ ເຮົາເປັນລາຊາ

ສັດຕະບູລຸດຈົ່ງຮູ້ຈັດອົດທົນອົດກັ້ນໄວ້ ເພາະຊາຍຄົນນັ້ນເຂົາເປັນຄົນເຮັດວຽກດີ

ມີປະໂຫຍດຕໍ່ນະຄອນມາກມາຍມະຫາສານ....................

ຄົນເຮົານັ້ນຍາກຍິ່ງທີ່ຈະຫາຄົນດີສົມບູນແບບໄດ້ ຄົນດີສົມບູນແບບຫາໄດ້ຍາກຍິ່ງໃນໂລກນີ້ ດັ່ງນັ້ນເຮົາຈຶ່ງອົດກັ້ນໄວ້ເສຍ

***ອາຫມາດຮູ້ວ່າ: ທີ່ພຣະລາຊາຕັດບອກມານັ້ນຫມາຍເຖິງຕົນເອງ ຈຶ່ງຮູ້ສຶກລະອາຍໃຈ ບໍ່ກ້າເປັນຊູ້ກັບສະຫນົມອີກ

ເລີຍຕັ້ງແຕ່ນັ້ນມາ ສ່ວນຄົນໃຊ້ຂອງອາຫມາດ ຮູ້ວ່າພຣະລາຊາຊົງຕຳນິຕິຕຽນຕົນ ກໍ່ບັງເກີດຄວາມລະອາຍແກ່ໃຈ ບໍ່ກ້າເປັນ

ຊູ້ກັບຍິງໃດໆອີກເລີຍນັບແຕ່ນັ້ນເປັນຕົ້ນມາ................

*** ນິທານນີ້ສອນໃຫ້ຮູ້ວ່າ:::::: ຄົນດີທີ່ສົມບູນແບບນັ້ນຫາໄດ້ຍາກຍິ່ງ ແລະຄວາມອົດທົນຕໍ່ຄົນບໍ່ດີນັ້ນກໍ່ເຮັດໄດ້ຍາກ........

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຈະຣິຍະສາດ ແປວ່າ ສາດແຫ່ງຄວາມປະພຶດ ຈະຣິຍະແປວ່າ ຄວາມປະພຶດ

ຫລືຂໍ້ທີ່ຄວນປະພຶດ ສາດແປວ່າ ວິຊາຫລືຄວາມຮູ້

ປະໂຫຍດຂອງການສຶກສາຈະຣິຍະສາດພໍສະຫລຸບໄດ້ດັ່ງນີ້:

1. ເຮັດໃຫ້ຮູ້ວ່າແມ່ນຫຍັງດີ ແມ່ນຫຍັງຊົ່ວ ແມ່ນຫຍັງຖືກແມ່ນຫຍັງຜິດ ແມ່ນຫຍັງຄວນຫລືບໍ່ຄວນເຮັດ

ແລະສາມາດເລືອກປະຕິບັດຂໍ້ທີ່ດີທີ່ສຸດໄດ້.

2. ເຮັດໃຫ້ຮູ້ຫລັກໃນການດຳເນີນຊີວິດ ທັງດ້ານສ່ວນຕົວແລະສັງຄົມ ແລະເຮັດໃຫ້ຮູ້ວ່າເມື່ອຢູ່ໃນສັງຄົມ

ຄວນຈະເຮັດແນວໃດ ແລະປະຕິບັດຕົວແນວໃດດີ.

3. ໄດ້ພັດທະນາຄຸນນະພາບຂອງຊີວິດດີຂຶ້ນແລະສູງຂຶ້ນ ເພາະຖ້າຫາກຄົນເຮົາຂາດການພັດທະນາທາງດ້ານ

ຈະຣິຍະທຳແລະຈະຣິຍະສາດແລ້ວ ເຮົາກໍ່ຈະບໍ່ແຕກຕ່າງຈາກສັກອື່ນຫລາຍປານໃດ.

4. ວິຊາຈະຣິຍະສາດເປັນວິຊາທີ່ສະເຫນີແນະທາງປະຕິບັດທີ່ມີຄຸນຄ່າຕໍ່ທຸກຄົນ ແລະຈະເຮັດໃຫ້ເຮົາເຫັນຄຸນ

ຄ່າຂອງຄົນວ່າຢູ່ໃສ ບ່ອນໃດ ເຮັດແນວໃດຊີວິດຈຶ່ງຈະມີຄຸນຄ່າ.

5. ວິຊາຈະຣະຍາສາດເປັນວິຊາທີ່ສະເຫນີແນະດ້ານອຸດົມຄະຕິອັນສູງສົ່ງຂອງຊີວິດ ເຮັດໃຫ້ຜູ້ສຶກສາຮູ້ວ່າເຮົາ

ມີຊີວິດຢູ່ເພື່ອຫຍັງ ເກີດມາເຮັດຫຍັງ ແລະສິ່ງທີ່ເຮົາຄວນຈະໄດ້ຮັບໃນຊີວິດຄືຫຍັງ.

6. ການສຶກສາຈະຣິຍະສາດ ເປັນການສຶກສາເລື່ອງກົດແຫ່ງທຳມະຊາດຂອງຊີວິດ ເຮັດໃຫ້ເຮົາຮູ້ວ່າຊີວິດທີ່ແທ້ຈິງ

ຂອງຄົນເຮົານັ້ນຕ້ອງການຫຍັງ ແລະຮູ້ກົດທຳມະຊາດຂອງຊີວິດດີຂຶ້ນ ເມື່ອເກີດເຫດການຕ່າງໆຂຶ້ນ

ກັບຕົວເອງກໍ່ຈະຮູ້ວິທີການຮັບມືກັບບັນຫານັ້ນໄດ້ຢ່າງສະຫລາດ.

.....................................................

..........................................................................

..................................................................................................................

4 / 10 / 54

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຕອນເຊົ້າຂອງວັນທີ່ 13 ເດືອນ 9 ປີ 54 ທີ່ຜ່ານມານີ້ໄດ້ເກີດເຫດການຫນ້າເສົ້າໃຈຂຶ້ນ

ເມື່ອໄຟໄດ້ໄຫມ້ຕະຫລາດກະສິກຳທີ່ແຂວງຊຽງຂວາງ ເຊິ່ງເຮັດໃຫ້ຮ້ານຄ້າເສຍຫາຍ

ໄປຫລາຍເຕີບ...ໄຟນັ້ນໄຫມ້ປະມານເຄິ່ງຕະຫລາດ ສ່ວນສາເຫດນັ້ນຫນ້າ

ຈະມາຈາກໄຟຟ້າລັດວົງຈອນ ເຫດການໃນຄັ້ງນີ້ເຮັດໃຫ້ປະຊາຊົນ

ຊືມໆໄປຕາມໆກັນ ເພາະແນ່ນອນວ່າທຸກຄົນຕ້ອງເສຍໃຈ

ໂດຍສະເພາະກໍ່ແມ່ນແມ່ຄ້າຊາວຂາຍ ທີ່ອາໄສຫາກີນຢູ່ແຖວຕະຫລາດນັ້ນ

ຈຶ່ງຂໍສະແດງຄວາມເສຍໃຈມາໃນໂອກາດນີ້ດ້ວຍ!!!

.....................................

.........................................................

................................................................................

ແລ້ວມັນຈະຜ່ານໄປ...

ເວ­ລາ 6 ໂມງ​ເຊົ້າ​ຂອງ​ວັນ​ທີ 13 ກັນ­ຍາ 2011 ໄດ້​ເກີດ​ເຫດ​ໄຟ​ໄໝ້​ຕະ­ຫຼາດ​ກະ­ສິ­ກຳ​ເມືອງ​ໂພນ​ສະ­ຫວັນ ແຂວງ​ຊຽງ​ຂວາງ ຕາມ​ຜູ້​ເຫັນ​ເຫດ­ການ​ເວົ້າ​ວ່າ: ເວ­ລາ 6 ໂມງ ໄດ້​ເຫັນ​ໄຟ​ລຸກ​ໄໝ້​ຂຶ້ນ​ທີ່​ແຝງ​ຂາຍ­ເຄື່ອງ​ສຳ­ອາງ ແຖວ​ທີ 2 ຊັ້ນ​ທາງ​ໃນ​ຕະ­ຫຼາດ ໃນ​ຂະ­ນະ​ທີ່​ເຈົ້າ​ຂອງ​ຮ້ານ​ບໍ່​ທັນ​ມາ​ຕະ­ຫຼາດ ແລະ ເປັນ​ຮ້ານ​ທີ່​ຫາ​ກໍ​ເຂົ້າ​ມາ​ຂາຍ​ໄດ້ 3 ເດືອນ ຫຼັງ​ຈາກ​ເຫດ­ການ​ເກີດ​ຂຶ້ນ ພົນ­ລະ­ເມືອງ​ດີ​ໄດ້​ແຈ້ງ​ຫາ​ເຈົ້າ​ໜ້າ­ທີ່​ມອດ​ໄຟ ແລະ ເຈົ້າ​ໜ້າ­ທີ່​ມອດ​ໄຟ​ໄດ້​ນຳ​ລົດ​ດັບ​ເພີງ 2 ຄັນ​ມາ​ມອດ​ໄຟ ເນື່ອງ​ຈາ​ກວ່າ​ສະ­ພາບ​ເສັ້ນ­ທາງ​ຄັບ­ແຄບ ຄົນ​ມາ​ອັ່ງ​ອໍ​ກັນ​ຫຼາຍ​ໂພດ ຈິ່ງ​ເຮັດ​ໃຫ້​ລົດ​ມອດ​ໄຟ​ເຂົ້າ​ບໍ່​ເຖິງ ເມື່ອ​ໄຟ​ໄໝ້​ລາມ​ຫຼາຍ​ແລ້ວ ເຈົ້າ​ໜ້າ​ທີ່​ພ້້ອມ​ກັບ​ຊາວ​ຄ້າ­ຂາຍ ໄດ້​ສຸມ​ກຳ­ລັງ​ເຂົ້າ​ໃນ​ການ​ດັບ​ໄຟ​ປະ­ມານ2ຊົ່ວ­ໂມງ ໄຟ​ຈິ່ງ​ສະ­ຫງົບ​ລົງ.

 

ຕາມ​ການ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່ ແລະ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ພັດ­ທະ­ນາ ຜູ້​ຮັບ­ຜິດ­ຊອບ​ຕະ­ຫຼາດ​ແຫ່ງ​ນີ້ ໄດ້​ກວດ­ກາ​ສັນ​ລະ​ສູດ ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ: ມີ​ຮ້ານ​ຂາຍ­ເຄື່ອງ 44 ຮ້ານ​ຖືກ​ໄຟ​ໄໝ້ ແລະ ອາ­ຄານ​ໃຫຍ່​ຂອງ​ຕະ­ຫຼາດ ລວມ​ມູນ​ຄ່າ​ເສຍ​ຫາຍ​ເຖິງ 4.750.000.000 ກ່ວ​າ​ກີບ ໃນ​ນີ້ ເຄື່ອງ​ຂອງ​ຜູ້​ຄ້າ­ຂາຍ​ເສຍ​ຫາຍ 3.650.000.000 ກີບ ແລະ ຕົວ​ອາ­ຄານ​ໃຫຍ່​ເສຍ​ຫາຍ 1.100.000.000 ກີບ ສ່ວນ​ສາ­ເຫດ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ຄັ້ງ​ນີ້ ເຈົ້າ​ໜ້າ­ທີ່​ຍັງ​ສືບ­ສວນ-ສອບ​ສວນ​ຫາ​ສາ­ເຫດ​ທີ່­ແທ້​ຈິງ​ຢູ່.

 

ທ່ານ ຄຳ​ພູ ວັນ­ນະ​ຈັກ ຫົວ­ໜ້າ​ອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ພັດ­ທະ­ນາ​ຂາ​ເຂົ້າ-ຂາ​ອອກ​ ຂອງ​ແຂວງ ຜູ້​ຮັບ­ຜິດ­ຊອບ​ຕະ­ຫຼາດ​ແຫ່ງ​ນີ້​ກ່າວ​ວ່າ: ພວກ​ເຮົາ​ໄດ້​ນຳ​ເອົາ​ວິ­ຊາ​ການ​ໄຟ­ຟ້າ​ມາ​ກວດ­ກາ ແລະ ສ້ອມ­ແປງ​ປ່ຽນ​ຖ່າຍ​ສາຍ​ໄຟ­ຟ້າ​ເປັນ​ທີ່​ຮຽບ​ຮ້ອຍ​ມາ​ໄດ້​ເກືອບ​ປີ​ແລ້ວ ແລະ ກາງ­ຄືນ​ພວກ​ເຮົາ​ກໍ​ຕັດ​ໄຟ ແລະ ກໍ​ມີ​ພະ­ນັກ­ງານ​ເວນ­ຍາມ​ຮັກ­ສາ​ຄວາມ​ປອດ​ໄພ​ຕະ­ຫຼອດ 24 ຊົ່ວ­ໂມງ ສະ­ນັ້ນ ການ​ລອບ​ວາງ​ເພີງ ແລະ ການ​ຂັດ­ຂ້ອງ​ດ້ານ​ໄຟ­ຟ້າ ແມ່ນ​ອາດ​ບໍ່­ເກີດ​ຂຶ້ນ​ໄດ້ ການ​ໄຕ້­ໄຟ​ໄວ້​ກໍ​ອາດ​ເປັນ​ໄປ​ບໍ່​ໄດ້ ແຕ່​ຍັງ​ຈະ​ໄດ້​ສືບ­ສວນ​ເບິ່ງ​ກໍ­ລະ­ນີ​ຜູ້​ໃຊ້​ໄຟ­ຟ້າ​ນັ້ນ​ບໍ່​ປະ­ຕິ­ບັດ​ ຕາມ​ຫຼັກ­ການ ຫຼື ບໍ່.

ທີ່ມາ ວຽນທຽນໃຫມ່

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

         

          ຄົນລາວແຕ່ກ່ອນກີ້ ;;;;;;;;;;;;;; ສາມັັກຄີກັນເປັນຫມູ່ໃຫຍ່

ມີນໍ້າໃຈເອື້ອເຟື້ອ ;;;;;;;;;;;;;;;;;;;;;;;;;; ຊ່ວຍເຫລືອກັນໃນຍາມຍາກ

ລຳບາກມາກໍ່ໄດ້ ;;;;;;;;;;;;;;;;;;;;; ແຮງໃຈເພື່ອນບ້ານອຸ້ມຊູອຸປະຖຳ

ນຳມາເຊິ່ງຄວາມສາມັກຄີ ;;;;;; ຕ່ອຍຕີກັບມານຮ້າຍ...ໃຫ້ກາຍຫນີພົ້ນ

          ຄວາມສາມັກຄີນັ້ນ ;;;;;;;;;;;;;;; ຄົນລາວບູຮານວ່າຍິ່ງໃຫຍ່

ແມ່ນຈະເອົາເງິນຄຳທຽບໄທ້ ;;;;;;;;;;;;;; ກໍ່ສູ້ໄດ້ບໍ່ປຽບປານ

ຄົນລາວບູຮານຈຶ່ງຖະຫນອມໄວ້ ;;;;;;;;;;;;;; ຄວາມສາມັກຄີຫມັ້ນແກ່ນ

ຜູກແຂນແທນກາຍາ ;;;;;;;;;;;; ໃຫ້ເຮົາຮັກສາໄວ້ເຊິ່ງຄວາມສາມັກຄີ...ພີ່ນ້ອງລາວເຮົາ!

 

             ຜ່ານເກນບໍນໍ້? ຢາກແຕ່ງກອນກໍ່ເລີຍລອງ ໃຜຮູ້ຊ່ວຍແນະນຳແດ່!!!


 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 ການມອບ-ຮັບລົດ ກະບະວີໂກ

12:13:40 02/08/2011

ວັນທີ່ 29 ເດືອນ ກໍລະກົດ ປີ 2011 ຢູ່ທີບໍລິສັດ ສະຕາຣໂທລະຄົມ ຢູນີເທວໄດ້ມີການມອບ-ຮັບ ລົດກະບະ ວີໂກ້ ໃຫ້ແກ່ຜູ້ໂຊກດີ ຄື : ຄູບາ ບຸນນອ້ຍ ວົງວິຈິດ 

ໃນຕອນບາຍຂອງວັນທີ່ 29 ເດືອນ ກໍລະກົດ ປີ 2011 ຢູ່ທີບໍລິສັດ ສະຕາຣໂທລະຄົມ ຢູນີເທວ ໄດ້ມີການມອບ-ຮັບ ລົດກະບະ ວີໂກ້ ໃຫ້ແກ່ຜູ້ໂຊກດີ ຄື : ຄູບາ ບຸນນອ້ຍ ວົງວິຈິດ ປະຈຸບັນ ຢູ່ວັດເກົ້າຍອດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ,ເຊິ່ງ ໃນການມອບ-ຮັບຄັ້ງນີ້ໃຫ້ກຽດມອບໂດຍ ທ່ານ ອຸລະຫາ ທອງວັນທາ ປະທານສະພາບໍລິຫານ ບໍລິສັດ ສະຕາຣໂທລະຄົມ ແລະ ກໍ່ໄດ້ມີເຖົ້າແກ່ແນວໂຮມ ບ້ານເກົ້າຍອດ, ພ້ອມດ້ວຍພະນັກງານຂອງ ຢູນີເທວກໍ່ໄດ້ເຂົ້າຮວ່ມເປັນສັກຂີພິຍານ.

ໃນການມອບ-ຮັບລົດ ວີໂກຄັ້ງນີ້ ພໍ່ ແລະ ແມ່ ຂອງຄູບາ ບຸນນ້ອຍ ທີ່ມີອາຊີບເຮັດນາ ຢູ່ບ້ານສຸຂຸມາ ເມືອງ ສຸຂຸມາ ແຂວງຈຳປາສັກ ກໍ່ໄດ້ລົງມາ ເພື່ອມາຮວ່ມຮັບເອົາຂອງລາງວັນ ກັບຄູບາບຸນນ້ອຍ, ເຊິ່ງໃນເວລາມອບຮັບກັນນັ້ນ, ທາງ ຄູບາບຸນນ້ອຍ ກໍ່ໄດ້ກ່າວເຖິງຄວາມຮູ້ສຶກ ຂອງເພິ່ນທີ່ໄດ້ຮັບ ລົດວີໂກ້ ໃນຄັ້ງນີ້ດວ້ຍຄວາມດີອົກດີໃຈເປັນຢ່າງຍິ່ງ, ເຊັ່ນດຽວກັບ ພໍ່ ແລະ ແມ່ ຂອງຄູບາກໍ່ເຊັ່ນດຽວກັນ ທັງສອງທ່ານ ກໍ່ໄດ້ເວົ້າເຖິງຄວາມຮູ້ສຶກທີດີໃຈຫຼາຍ ແລະ ມີຄວາມປາບປຶ້ມປິຕິຍິນດີຫຼາຍທີ່ໄດ້ລາງວັນໃນຄັ້ງນີ້, ເຊິ່ງບາງຕອນເພິ່ນເວົ້າວ່າ: “ ບໍ່ຮູ້ວ່າຊິເວົ້າແນວໃດດີ ເວົ້າບໍ່ອອກເລີຍ, ເພາະບໍ່ເຄີຍຄິດມາກ່ອນວ່າຄອບຄົວຈະໄດ້ຮັບຂອງລາງວັນທີ່ມີຄ່າແບບນີ່ເລີຍ, ນັບແຕ່ເກີດມາກໍ່ຖືວ່າຄັ້ງນີ້ແຫຼະເປັນຄັ້ງທຳອິດທີ່ໄດ້ຮັບລາງວັນໃຫ່ຍແບບນີ້ ”ເຊິ່ງວ່າ ໃນເວລາເວົ້ານັ້ນ ທັງພໍ່ ແລະ ແມ່ ຂອງຄູບາ ທັງເວົ້າ ແລະທັງມີນໍ້າຕາ ເຊິ່ງສະແດງເຖິງຄວາມ ດີອົກດີໃຈ ຫຼາຍ ຫາອັນປຽບບໍ່ໄດ້, ພ້ອມກັນນັ້ນ, ເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ນຳບໍລິສັດ ສະຕາຣໂທລະຄົມ ຫຼື ຢູນີເທວ ທີ່ໄດ້ມີການແຈກຂອງລາງວັນແບບນີ້ໃຫ້ແກ່ລູກຄ້າ.