ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

໑. ເຖິງເມື່ອເດືອນຈຽງເຂົ້າ..............ກາຍມາແຖມຖ່າຍ

ຝູງຫມູ່ສັງຄະເຈົ້າ..........................ກໍ່ຕຽມເຂົ້າສູ່ກັມ

ມັນຫາກທໍານຽມນີ້.........................ມີມາຕັ້ງແຕ່ກ່ອນ

ຢ່າໄດ້ລະຫ່າງເວັ້ນ........................ເຂັນຊິຂອ້ງແລ່ນນໍາ...ແທ້ແລ້ວ

* ເດືອນຈຽງໃຫ້ນິມົນພຣະສັງຄະເຈົ້າ ເຂົ້າກັມມະຖານທໍາບຸນຖືສິນ

ກິນທານຢາດນໍ້າໄປໃຫ້ແກ່ຍາດຕິພີ່ນອ້ງຜູ້ທີ່ລວ່ງລັບໄປແລ້ວ.

໒. ພໍແຕ່ເດືອນຍີ່....................ໄດ້ລໍ້າລ່ວງມາເຖິງ

ໃຫ້ພາກັນຫາຟືນ....................ສູ່ຄົນໂຮມໄວ້

ຢ່າໄດ້ໄລຄອງນີ້ິ.....................ຊິເສັຽສີສູນເປົ່າ

ເຂົ້າແລະຂອງຫມູ່ນັ້ນ...............ຊິຫາຍສຽ້ງບໍ່ຍັງ

ຈົ່ງໃຫ້ຟັງຄອງນີ້.....................ແນວກອນເຮົາບອກ

ຢ່າໄດ້ເອົາອອກເວັ້ນ................ເຂັນຮ້າຍຊິແລ່ນເຖິງ...ເຈົ້າເອີຍ

* ເດືອນຍີ່ທໍາບຸນຄູນເຂົ້າ ພຣະສົງສູດມົນສູ່ຂວັນສູດເຂົ້າ ຊາວບ້ານສະສົມຫາຟືນມາໄວ້.

໓. ເຖິງເມື່ອເດືອນສາມໄດ້............ຈົ່ງພາກັນເຮັດເຂົ້າຈີ່

ໄປຖວາຍສັງຄະເຈົ້າ....................ເອົາແທ້ຫມູ່ບຸນ

ກຸສົນຍັງນໍາຄໍ້າ............................ຕາມເຮົາມື້ລະຄາບ

ຫາກທໍານຽມຈັ່ງຊີ້........................ມີແທ້ແຕ່ນານ

ໃຫ້ທໍາໄປທຸກບ້ານ.......................ທຸກທີ່ເອົາບຸນພໍ່ເອີຍ

ຄອງຫາກເຄີຍມີມາ......................ແຕ່ປາງປະຖົມພຸ້ນ

ຢ່າພາກັນໄລຖິ້ມ..........................ປະເພນີຕັ້ງແຕ່ເກົ່າ

ບ້ານເມືອງເຮົາຊິເສົ້າ....................ໄພຮ້າຍຊິແລ່ນຕາມ

* ເດືອນສາມມື້ເພັງທໍາບຸນເຂົ້າຈີ່ ແລະບຸນມາຄະບູຊາ.

໔. ພໍເຖິງເດືອນສີ່ໄດ້................ໃຫ້ເກັບດອກບຸບຜາ

ຫາມາລາດວງຫອມ..................ສູ່ຄົນເກັບໄວ້

ຢ່າໄດ້ໄລຄອງນີ້.......................ຊິເສັຽສີສູນເປົ່າ

ຫາເອົາຕາກແດດໄວ້.................ໃຫ້ທໍາແທ້ສູ່ຄົນ

ຢ່າໄດ້ໄລຫນີພົ້ນ......................ແນວຄອງຕັ້ງແຕ່ເກົ່າ

ໄຟທັງຫລາຍຊິແລ່ນເຂົ້າ...........ເຜົາບ້ານຊິເຊື່ອມສູນ

ໃຫ້ຝູງລາວທັງຄ້າຍ..................ຢ່າໄລຄອງຮີດເກົ່າ

ມັນຊິຫມອງຫມົ່ນເສົ້າ...............ເມືອງບ້ານຊິທຸກຈົນ...ແທ້ແລ້ວ

* ເດືອນສີ່ທໍາບຸນພຣະເຫວດ ຟັງເທດມະຫາຊາດແລະຖວາຍກັນຫລອນ.

໕. ພໍເຖິງເດືອນຫ້າໄດ້..............ພວກໄພ່ຊາວເມືອງ

ຈົ່ງພາກັນຂັດສີ........................ສົງນໍ້າພຣະພຸດທະຮູບ

ໃຫ້ທໍາທຸກວັດແທ້.....................ຢ່າໄລຮ້າງຫ່າງເສັຽ

ໃຫ້ພາກັນທໍາແທ້ໆ...................ນ້ອຍໃຫຍ່ບໍ່ໄດ້ວ່າ

ທຸກທົ່ວທີບແຜ່ນຫລ້າ................ໃຫ້ທໍາແທ້ສູ່ຄົນ

ຈັ່ງຊິສຸກຍິ່ງລົ້ນ........................ທໍາຖືກຄໍາສອນ

ຖືຮີດຄອງຄວນຖື.....................ແຕ່ປາງປະຖົມພຸ້ນ

* ເດືອນຫ້າ ທໍາບຸນຂຶ້ນປີໃຫມ່ ສົງນໍ້າພຣະພຸດທະຮູບ ທໍາບາສີສູ່ຂວັນແດ່ພໍ່ແມ່ເຖົ້າແກ່

ແລະຜູ້ອາວຸໂສ ບຸນຫົດນໍ້າ.

໖. ພໍເຖິງເດືອນຫົກໄດ້..............ເອົາວາລີສົງໂສດ

ຫົດພຣະພຸດທະຮູບ...................ທັງເຫນືອໃຕ້ສູ່ພາຍ

ຢ່າໄດ້ລະບຽງບ່າຍ...................ປັດປ່າຍຫາຍຢຸດ

ມັນຊິສູນເສັຽສີ.........................ຕໍ່າໄປເມຶືອຫນ້າ

ຈົ່ງພາກັນທໍາແທ້ໆ....................ແນວຄອງຮີດເກົ່າ

ເອົາບຸນໄປເລື້ອຍໆ...................ຢ່າຖອຍຫນ້າເສື່ອມເສັຽ

* ເດືອນຫົກ ບຸນວິສາຂະບູຊາ ບຸນບັ້ງໄຟ ພຣະເທດຕະຫລອດວັນມີການບວດນາກ

ກາງຄືນມີການວຽນທຽນ.

໗. ພໍເມື່ອເດືອນເຈັດແລ້ວ...............ຈົ່ງພາກັນບູຊາລາດ

ຝູງຫມູ່ເທບເຫລົ່ານັ້ນ.....................ບູຊາແທ້ສູ່ພາຍ

ຕະຫລອດໄປຮອດອ້າຍ.................ອາລັກໃຫຍ່ມະເຫສັກ

ທັງຫລັກເມືອງສູ່ຫົນ......................ຈົ່ງໃຫ້ບູຊາເຄົ້າ

ພາກັນເອົາໃຈຕັ້ງ..........................ທໍາຕາມຮີດເກົ່າ

ນິມົນສັງຄະເຈົ້າ...........................ຊໍາລະແທ້ສວດມົນ

ໃຫ້ຝູງຊົນເມືອງນັ້ນ......................ທໍາກັນຢ່າໄດ້ຫ່າງ

ຊໍາລະເມືອງຢ່າຄ້າງ.....................ຊິເສັຽເສົ້າຕໍ່າສູນ

ທຸກຊິແລ່ນວຸ້ນໆ..........................ມາໂຮມໃສ່ເຕັມເມືອງ

ມັນຊິເຄືອງຄໍາຂັດ........................ຕໍ່າລົງສູນເສົ້າ

ໃຫ້ເຈົ້າທໍາຕາມນີ້.........................ແນວກອນເຮົາກ່າວ

ຈຶ່ງຊິສຸກຢູ່ສ້າງ............................ສະຫວັນຟ້າເກິ່ງກັນ

ທຸກຫມື່ນແສນຮ້ອຍຊັ້ນ.................ບໍ່ມີວ່າມາພານ

ປານກັບເມືອງສະຫວັນ.................ສຸກເກິ່ງກັນທຽມໄດ້

* ເດືອນເຈັດທໍາບຸນບູຊາເທວະດາຟ້າດິນ ອົງຂະລັກຫລັກເມືອງ ຜີໄຮ່ນາຕາແຮກ.

໘. ພໍເຖິງເດືອນແປດໄດ້.................ລໍ້າລ່ວງມາເຖິງ

ຝູງຫມູ່ສັງໂຄຄຸນ..........................ເຂົ້າວັດສາຈໍາຈ້ອຍ

ທໍາຕາມຮອຍຂອງເຈົ້າ...................ພຣະໂຄດົມທໍາກ່ອນ

ບໍ່ຫາລອນເລີກມ້າງ.......................ທໍາແທ້ສູ່ພາຍ

ແລ້ວຈົ່ງພາກັນໄຝ່.......................ຫາຂອງເທທອດ

ທໍາທານຢ່າໄດ້ຄ້ານ.....................ຫາເອົາໄວ້ຫມູ່ບຸນ

ຊິເປັນແນວຫມູນຍູ້.....................ສູ່ສະຫວັນເທິງຟ້າ

ເພິ່ນຈຶ່ງຕັດບອກໄວ້.....................ຮີດເກົ່າຄອງເດີມ

ຟັງໃຫ້ມັນດີຄັກ..........................ຢ່າໄລເດີເຈົ້າ

ຈົ່ງໃຫ້ພາກັນເຂົ້າ.......................ທໍາທານຕັກບາດ

ໂອກາດມີຊອກຄົ້ນ.....................ຂຸດກົ່ນຂຸມບຸນ

ເອົາທຶນໄປພາຍຫນ້າ..................ສະຫວັນພຸ້ນຢູ່ເຢັນ


* ເດືອນແປດ ບຸນເຂົ້າພັນສາ ທໍາບຸນຕັກບາດຖວາຍພັດຕາຫານແດ່ພຣະສັງຄະເຈົ້າ.

໙. ພໍເຖິງເດືອນເກົ້າແລ້ວ..............ເປັນກາງແຫ່ງວັດສະການ

ຝູງປະຊາຊາວເມືອງ....................ກໍເລົ່າຕຽມຕົວພອ້ມ

ພາກັນທານຍັງເຂົ້າ.....................ປະດັບດິນກິນກອ່ນ

ຍໍຍົກທານໃຫ້ເຈົ້າ.......................ພຣະສົງພອ້ມສູ່ພາຍ

ທໍາຈັ່ງຊີ້ບໍ່ຍ້າຍ..........................ເຖິງຂວບປີມາ

ພຣະລາຊາໃນເມືອງ..................ກໍຈົ່ງທໍາຕາມເຄົ້າ

ຮີດຫາກມີມາແລ້ວ.....................ວາງລົງໃຫ້ຖືຕໍ່

ຈໍາໄວ້ເດີພໍ່ເຖົ້າ.........................ຫລານເວົ້າກ່າວຈາ

* ເດືອນເກົ້າ ບຸນເຂົ້າປະດັບດິນ ທໍາບຸນຕັກບາດຫຍາດນໍ້າ

ໄປໃຫ້ຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ.

໑໐. ພໍເມື່ອເດືອນສິບແລ້ວ............ທາຍົກທອດບົວບານ

ເບີກບຸນກຸສົນທານ......................ຕໍ່ມາສອງຊ້ອນ

ເຂົ້າສະຫລາກນໍາໄປໃຫ້...............ສັງໂຄທານທອດ

ພາກັນຫວັງຍອດແກ້ວ.................ນິບພານພົ້ນທີ່ສູງ

ຝູງຫມູ່ລຸງອາວປ້າ.......................ຄະນາເມືອງນ້ອມສົ່ງ

ສັດທາລົງທອດໄວ້......................ທານໃຫ້ແຜ່ໄປ

ພາກັນອຸທິດໃຫ້.........................ຝູງເຜດເພໂຄ

ຮ່ວມກັນໂມທະນາ.....................ສູ່ຄົນຈົນກຽ້ງ

* ເດືອນສິບ ບຸນຫໍ່ເຂົ້າສະຫລາກ ໃນມື້ເພັງອຸທິດທານໃຫ້ຍາດມິດທີ່ລ່ວງລັບໄປແລ້ວ

ເຫມືອນກັບບຸນຫໍ່ເຂົ້າປະດັບດິນ.

໑໑. ເຖິງເດືອນສິບເອັດແລ້ວ............ກໍ່ເປັນແນວທາງປ່ອງ

ເປັນຊ່ອງຂອງພຣະເຈົ້າ..................ເຄີຍເຂົ້າແລ້ວອອກມາ

ຈໍາວັດສາມາແລ້ວ..........................ສາມເດືອນກໍ່ເລີຍອອກ

ຮຽກວ່າອອກພັນສາ.......................ປະວາລະນາກ່າວໄວ້ເຮົາໄດ້ເລົ່າມາ

* ເດືອນສິບເອັດ ບຸນອອກພັນສາໄຫລເຮືອໄຟໄຕ້ໂຄມໄຟ.

໑໒. ເດືອນສິບສອງມາແລ້ວ...........ລົມວອຍຫນາວສັ່ນ

ເດືອນນີ້ຫນາວສະບັ້ນ...................ບໍ່ຄືແທ້ແຕ່ຫລັງ

ເດືອນນີ້ເພິ່ນວ່າໃຫ້.......................ລົງທອດພາຍເຮືອ

ບູຊາຝູງນາໂຄ.............................ນາກເນົາໃນພື້ນ

ຊື່ວ່າອຸຊຸພະນາກ..........................ສິບຫ້າຕະກຸນບອກໄວ້ໃຫ້ບູຊາເສີມສົ່ງ

ຈົ່ງໃຫ້ທໍາທຸກບ້ານ........................ບູຊາທ່ານນາໂຄ

ແລ້ວລົງໂມທະນາ........................ຊື່ນຊົມກັນຫລີ້ນ

ກາງເວັນກາງຄືນໃຫ້....................ລະງົມງັນຂັບເສບ

ຈຶ່ງຊິສຸກຢູ່ສ້າງ...........................ສະບາຍເນື້ອຢູ່ເຢັນ

ທຸກທັງຫລາຍຫລີກເວັ້ນ...............ຫນີຫ່າງບໍ່ມີພານ

ຂອງສາມານທັງປວງ..................ບໍ່ມີມາໃກ້

ໃຜຜູ້ທໍາຕາມນີ້..........................ຈະເລີນຂຶ້ນຍິ່ງໆ

ທຸກສິ່ງມີບໍ່ໄຮ້............................ທັງເຂົ້າຫມູ່ຂອງໄພ

ບໍ່ໄດ້ຖືກຕອ້ງ............................ລໍາບາກໃນຕົວ

ກາຍບໍ່ມີມົວຫມອງ.....................ຢ່າງໃດ້ພໍດີ້

ມີແຕ່ສຸກຂີລົ້ນ..........................ຄອງຄົນສະຫນຸກຍິ່ງ

ອົດໃຫ້ຫລິງປ່ອງນີ້....................ເຖິງເຖົ້າແກ່ຊະລາ


*
ເດືອນສິບສອງ ບຸນຊ່ວງເຮືອທອດກະຖິນຜ້າປ່າ ແລະກອງອັດຖະ.

                        ເອົາມາຈາກ: ເວບ ລາວເກົ່າ..........

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເກີດມາເປັນຄົນ

ຈົ່ງສ້າງຕົນໃຫ້ມີຄ່າ

ຢ່າປະປ່ອຍໃຫ້ເສຍລ້າໆ

ກັບຄ່າຂອງຄົນທີ່ໄດ້ເກີດມາ


(ຄ່າຂອງຄົນ ຢູ່ທີ່ຜົນຂອງງານ)

 

ອັນວ່າ ສຸລາເລົ້າ

ສິ່ງມືນເມົາ ຄືຢາຝິ່ນ

ກິນບໍ່ມີປະໂຫຍດແທ້

ເປັນໄພຮ້າຍແກ່ຮ່າງກາຍ


(ປົກກະຕິເຫລົ້າເຂົາເອົາໄວ້ໃຊ້ລ້າງແຜ ແຕ່ຄົນພັດເອົາມາກິນ)

.....................................................

..............................................................................................

..................................

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປະເທດຂ້ອຍ;;;;;;;;;;;;;;;;;;;;;ເອີ້ນຊື່ເມືອງລາວ

ລວງກ້ວາງຍາວ;;;;;;;;;;;;;;;; ສຸດຕາເຫລືອອ່ານ

ນໍ້າຂອງຜ່ານ;;;;;;;;;;;;;;;;;;;;ໄຫລລອ່ງລົງຄອນ

ເຮົາສະອອນ;;;;;;;;;;;;;;;;;;;;;  ຫົນທາງສະອາດ

ປະເທດຊາດ ;;;;;;;;;;;;;;;;; ກ້ວາງໃຫຍ່ໄພສານ

ເຮົາລູກຫລານ;;;;;;;;;;;;;;;;;;; ເກີດໃຫມ່ໃຫຍ່ລຸນ

ຈົ່ງເພີ່ມພູນ;;;;;;;;;;;;;;;;;  ຄວາມສາມັກຄີໃຫ້ໄດ້

ແລ້ວນຳໄປ ;;;;;;;;;;;;;;;;; ພັດທະນາບ້ານເມືອງ

ໃຫ້ຮຸ່ງເຮືອງ ;;;;;;;;;;;;;;;;;;;;; ຈະເລີນກ້າວຫນ້າ

ຢ່າໃຫ້ລ້າ  ;;;;;;;;;; ຫລັງບ້ານອື່ນເຂົາ...ໄດເນີ!!!

..........................................

.................................

.......................

ແປງມາຈາກບົດທ່ອງປະຖົມ