ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

____****ການລົ້ມເຮັດໃຫ້ເຈັບ ............... ຄວາມເຈັບເຮັດໃຫ້ຈຳ

............. ຄວາມຈຳເຮັດໃຫ້ເກີດການຮຽນຮູ້ ............... ການຮຽນຮູ້

ເຮັດໃຫ້ເກີດການພັດທະນາ ............. ການພັດທະນາເຮັດໃຫ້ເກີດ....

ຄວາມຈະເລີນກ້າວຫນ້າຂຶ້ນ ໆໆໆໆ _____****

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

***ດັ່ງທີ່ເຮົາຮູ້ແລ້ວວ່າ:   ໄມເຄີ່ລ ຈໍແດນເປັນນັກກິລາບາສເກັດບອລຊື່ດັງຂອງໂລກ ແຕ່ກ່ອນທີ່ລາວຈະເກັ່ງ

ຂະຫນາດນັ້ນ ລາວກໍ່ເຄີຍລົ້ມລຸກຄຸກຄານມາຫລາຍເທື່ອເດີພີ່ນ້ອງເອີຍໆໆໆ ບໍ່ແມ່ນວ່າຈະເກັ່ງໂດຍບໍ່ໄດ້ຝຶກ

ຝົນ ແລະລົ້ມເຫລວມາເລີຍ........ຄວາມລົ້ມເຫລວນັ້ນຖືໄດ້ວ່າເປັນຂັ້ນໄດອີກຂັ້ນຫນຶ່ງເພື່ອປິນໄຕ່ໄປສູ່ຄວາມ

ສຳເລັດອັນງົດງາມ.........ໄມເຄີ່ລ ຈໍແດນນີ້ນາ ລາວເຄີຍຫລົ້ມເຫລວມາຫລາຍຄັ້ງແຕ່ລາວບໍ່ເຄີຍມອງສິ່ງນັ້ນ

ວ່າເປັນຄວາມລົ້ມເຫລວ ແຕ່ລາວມອງແບບນີ້ ????? ມາເບິ່ງນຳກັນ............

***ຂ້ອຍລົ້ມເຫລວມາກ່ວາ 9,000 ຄັ້ງໃນອາຊີບຂອງຂ້ອຍ

***ຂ້ອຍຜິດພາດກ່ວາ 300 ເກມໃນການແຂ່ງຂັນ

***ຂ້ອຍພ່າຍແພ້ມາກ່ວາ 26 ຄັ້ງ

***ຂ້ອຍພ່າຍແພ້ມາແລ້ວຕັ້ງຫລາຍຄັ້ງຫລາຍຫົນໃນຊີວິດຂ້ອຍ ໃນການແຂ່ງຂັນຂອງຂ້ອຍ

***ຂ້ອຍເປັນຫນຶ່ງໃນນັກກິລາທີ່ຍິ່ງໃຫຍ່ ແຕ່ຂ້ອຍກໍ່ບໍ່ເຄີຍຊະນະຕະຫລອດ ມີແພ້ແດ່.........

***ຂ້ອຍໄດ້ໃຊ້ເວລາໃນການຝຶກຝົນເປັນປະຈຳ ຈົນຂ້ອຍເລີ່ມເຫັນພອນສະຫວັນຂອງຂ້ອຍ

ແລະຂ້ອຍກໍ່ມີຄວາມສຳພັນຢ່າງໃກ້ຊິດກັບຄວາມລົ້ມເຫລວຂ້ອງຂ້ອຍ ມັນເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນ

***ຖ້າຖາມວ່າ: ຂ້ອຍເຄີຍຍອມແພ້ບໍ ??? ຕອບວ່າ: ບໍ່ເຄີຍເລີຍ.......ແຕ່ຂ້ອຍເບິ່ງບັນຫາວ່າ: ມັນເປັນ

ໂອກາດອີກຂັ້ນຫນຶ່ງ ໃນການພັດທະນາຕົວຂ້ອຍເອງໃຫ້ດີຂຶ້ນກ່ວາເດີມ..................

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

********ມີຄົນເຄີຍບອກວ່າ ເຮີ່ຍໆ !!! ອຸກໃຈ ເສົ້າ ເມື່ອຍ ທໍ້ແທ້ ຜິດຫວັງ ເສຍໃຈ.......ແລ້ວກໍ່ຖອນຫາຍໃຈ......

*************************ຂ້າພະເຈົ້າຢາກຈະບອກວ່າ:​ ຊີວິດກໍ່ແບບນີ້ແຫລະ ມີສຸກ ມີເສົ້າ ມີຜິດຫວັງ ມີສົມຫວັງ

ມີເມື່ອຍ ມີທໍ້...ແຕ່ສິ່ງສຳຄັນຄົນເຮົາບໍ່ໄດ້ເກີດມາພ້ອມກັບຄວາມພ່າຍແພ້ເດີ...ສິບອກໃຫ້ ໆໆໆ ແຕ່ຄົນເຮົາເກີດ

ມາພ້ອມກັບຄວາມຊະນະຕ່າງຫາກ...ລອງລັບຕາແລ້ວນຶກພາບເບິ່ງກໍ່ໄດ້ວ່າກ່ອນທີ່ຈະເກີດມາເຮົາໄດ້ເຮັດຫຍັງ

ແດ່, ໄດ້ຕໍ່ສູ້ກັບໃຜແດ່? ໄດ້ຍິນມວ່າເຮົາຕ້ອງແລ່ນແຂ່ງຂັນກັບເພື່ອນຂອງເຮົາທີ່ຈະມາເກີດກັບແມ່ ຄືໃຜແຂງແຮງກ່ວາ

ໃຜເກັ່ງກ່ວາ ໃຜແລ່ນໄດ້ໄວກ່ວາ ໃຜຮອດຫລັກໄຊກ່ອນຜູ້ນັ້ນແຫລະຄືຜູ້ຊະນະ **ນັ້ນກໍ່ຄືເຮົາເອງ** ທີ່ໄດ້ເກີດມາໃນໂລກນີ້

ມີຊີວິດ ມີລົມຫາຍໃຈດັ່ງປັດຈຸບັນນີ້...ເຫັນບໍວ່າ? ເຮົາເກີດມາພ້ອມກັນໄຊຊະນະ ເປັນໄຊຊະນະທີ່ມີເຫນືອກ່ວາຄູ່ຕໍ່ສູ້ຂອງເຮົາ

**************ເມື່ອເກີດມາແລ້ວກໍ່ສູ້ໄປເຖີດໆໆ​ ເຖິງວ່າຈະເຄີຍຜິດຫວັງມາ ທໍ້ແທ້ມາ ແຕ່ຖ້າເຮົາບໍ່ຮຽນຮູ້ມັນ ບໍ່ພະຍາຍາມແກ້ໄຂມັນ

ກໍ່ເທົ່ານັ້ັນແຫລະ ມັນຈະເກີດຫຍັງຂຶ້ນມາ...ແນວໃດເຮົາກໍ່ເກີດມາພ້ອມກັບໄຊຊະນະແລ້ວ ກໍ່ຈົ່ງສູ້ຕໍ່ໄປເຖີດໆໆ ສູ້ ສູ້ ສູ້ ໆໆໆໆໆໆໆ

ໄຊຊະນະຄົງບໍ່ໄກເກີນຝັນດອກນ່າ ຖ້າເຮົາສູ້ ແລະພະຍາຍາມພໍໆໆໆ ..............

.................................

..............................................................

................................................................................................

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນໂລກນີ້ບໍ່ມີໃຜທີ່ຈະຫລອດພົ້ນຈາກຄຳດ່າໄປໄດ້ ແຕ່ຄຳດ່ານັ້ນແນ່ນອນໃຜກໍ່ບໍ່ມັກ...ຫລືວ່າເຈົ້າມັກ?

ແຕ່ທີ່ສຳຄັນມັນກໍ່ຢູ່ທີ່ໃຈຂອງເຮົານັ້ນແຫລະ ຖ້າເຂົາໂຍນມາເຮົາບໍ່ຮັບກໍ່ຫມົດເລື່ອງ ວິທີເອົາຊະນະມັນກໍ່ຄືວ່າ

ຖ້າເຂົາດ່າມາເຮົາກໍ່ຟັງໄວ້ເສີຍໆຖ້າເຮົາບໍ່ຄິດມັນກໍ່ບໍ່ເຈັບ ແບບວ່າຟັງແລ້ວກໍ່ປ່ອຍມັນໄປ...ເຮັດໄດ້ບໍ?

ພຣະພຸດທະເຈົ້າກ່າວປຽບທຽບໄວ້ດັ່ງນີ້: ຖ້າມີແຂກມາຢາມເຮົາໆເອົານໍ້າມາສູ່ແຕ່ແຂກບໍ່ກິນແຂກລົງ

ເຮືອນໄປແລ້ວນ້ຳຈະເປັນຂອງໃຜ? ກໍລະນີທີ່ສອງຖ້າເຮົາເຫັນວ່າລູກນ້ອງເຮົາເປັນຄົນດຸຫມັ່ນເຮັດວຽກ

ເຮົາໃຫ້ລາງວັນເຂົາເປັນເງິນຫນ້ອຍຫນຶ່ງແຕ່ເຂົາ (Say No) ຕອບປະຕິເສດບໍ່ຮັບເງິນນັ້ນ ແລ້ວມັນຈະ

ເປັນຂອງໃຜ? ແນ່ນອນເນາະມັນກໍ່ຍັງຕ້ອງເປັນຂອງເຮົາຄືເກົ່າ ເຫມືອນກັບຄົນທີ່ດ່າເຮົາເຂົາດ່າມາເຮົາບໍ່ຮັບ

ເຮົາບໍ່ເກັບເອົາມາຄິດ ເຮົາກໍ່ບໍ່ເຈັບ ຜູ້ທີ່ດ່ານັ້ນແຫລະຈິດໃຈເຂົາຈະເສົ້າຫມອງເອງ ບໍ່ເຊື່ອລອງສັງເກດເວລາ

ທີ່ເຈົ້າເອງດ່າໃຜເບິ່ງ ເຈົ້າເອງຈະມີປະຕິກິລິຍາໃນໃຈ ເຫມືອນໆກັບວ່າ ເສຍໃຈພາຍຫລັງທີ່ດ່າເຂົາ

ຫລືຢ່າງຫນ້ອຍໃຈເຈົ້າກໍ່ເສົ້າຫມອງແລ້ວ ຄົນອື່ນເບິ່ງເຈົ້າຕີລາຄາເຈົ້າຕໍ່າລົງແລ້ວ...

ຫລືວ່າເຈົ້າສະໃຈທີ່ໄດ້ດ່າຄົນອື່ນ? ດ່າເອງຊໍ້າເອງ...ສົມນໍ້າຫນ້າ!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຄວາຍເວົ້າຢາກແຕ່ເຮັດງ່າຍ...ຄົນເວົ້າງ່າຍແຕ່ເຮັດຍາກ ສັງເກດໄດ້ຈາກການຝຶກແອບຄວາຍໄຖນາ

ບໍ່ດົນກໍ່ເປັນແລ້ວ ແຕ່ສຳລັບຄົນເຮົາເວົ້າງ່າຍແຕ່ເຮັດຍາກ ບໍ່ເຊື່ອລອງເຮັດນີ້ເບິ່ງ::ຂັ້ນໄດ 8 ຂັ້ນສຳລັບ

ພັດທະນາຄຸນນະທຳຄວາມເປັນຄົນດີ:

1. ຝຶກວິໄນໃນຕົນເອງ ເຊັ່ນ ການກົງຕໍ່ເວລາ

2. ຝຶກດູແລຕົນເອງ ເຊັ່ນ ຄວາມສະອາດຂອງຮ່າງກາຍ ສຸຂະພາບອະນາໄມ

ອິລິຍາບົດທີ່ເຫມາະສົມໃນການເຮັດວຽກເປັນຕົ້ນ

3. ຝຶກດູແລສົມບັດສ່ວນຕົວ ເຊັ່ນ ມ້ຽນສິ່ງຂອງໆຕົນໃຫ້ຮຽບຮ້ອຍ ແຍກແຍະສ່ວນເກີນ

ແລະຂອງຈຳເປັນໄດ້

4. ຝຶກດູແລສົມບັດສ່ວນລວມ ເຊັ່ນ ຄວາມສະອາດຂອງສາທາລະນະສົມບັດ ສາສະນະສົມບັດ

ຮັບຜິດຊອບວຽກງານຂອງຫມູ່ຄະນະຢ່າງເຕັມທີ່

5. ຝຶກມາລະຍາດທີ່ດີແລະສາສະນະພິທີ ເຊັ່ນ ມາລະຍາດແລະການປະຕິບັດຕົວ

ທີ່ເຫມາະສົມຕໍ່ໂອກາດ ສະຖານທີ່ ແລະສັງຄົມຕ່າງໆ

6. ຝຶກຮັກສາແລະປະຕິບັດຕາມວິໄນຂອງສ່ວນລວມ ເຊັ່ນ ເຮັດວຽກເປັນທີມ ຢູ່ໃນກົດຫມູ່

ແລະກົດຫມາຍ ຮູ້ຈັກປັບຕົວເຂົ້າກັບສ່ວນລວມ

7. ສຶກສາທຳມະວິໄນ ນຳມາໃຊ້ໃນຊີວິດປະຈຳວັນໄດ້ຢ່າງເຫມາະສົມ

8. ເປົ້າຫມາຍຫມັ້ນຄົງແລະຊັດເຈນ ເມື່ອເຮັດ 7 ຂັ້ນຕອນໄດ້ແລ້ວກຳລັງໃຈແລະເປົ້າຫມາຍ

ໃນການສ້າງຄວາມດີຈະຊັດເຈນແລະຫມັ້ນຄົງເອງ.

ຂຽນຫລີ້ນໆ...ບາງທີມີປະໂຫຍດ

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ບາງຄົນອາດຈະເສົ້າ, ເສຍໃຈ, ຜິດຫວັງ ແລະເສຍດາຍກັບການສູນເສຍຄັ້ງຍິ່ງໃຫຍ່ຈາກ

ໄພທຳມະຊາດ (ກໍ່ຖືວ່າໂຊກຮ້າຍຫນ້ອຍຫນື່ງ)

ແຕ່ໄພທຳມະຊາດນີ້ຄືສີ່ງທີ່ມີຢູ່ຄູ່ກັບໂລກ ເຮົາຫລີກລຽງບໍ່ໄດ້ຕະຫລອດ ບາງເທື່ອກໍ່ເຮົາ

ບາງເທື່ອກໍ່ເພື່ອນຮ່ວມໂລກຫລືເພື່ອນຮ່ວມຊາດ

ກໍ່ຂໍເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວເຮົາທຸກຄົນທີ່ປະສົບກັບເຄາະຮ້າຍຄັ້ງນີ້ດ້ວຍ ...ສູ້ ສູ້ໆໆໆ

ໄພທຳມະຊາດ    ຄືສີ່ງທີ່ຂາດບໍ່ໄດ້........................ຕ້ອງເຂົ້າໃຈ

ບາງຄັ້ງມັນກໍ່ພັດມາດ້ວຍຄວາມໄວ  ເພື່ອພິສູດນ້ຳໃຈຂອງຄົນເຮົາ

ວ່າເຂົານັ້ນຈະເຫັນຄວາມສຳຄັນ     ຂອງເພື່ອນຮ່ວມຊາດຫລືບໍ່? 

ບາງຄັ້ງກໍ່ຕ້ອງຂໍຂອບໃຈໄພທຳມະຊາດທີ່ພັດມາ.....ໃຫ້ຂ້າໄດ້ຮູ້ວ່າຄົນລາວເຮົາຍັງມີນ້ຳໃຈດີໆ

ໃຫ້ແກ່ກັນ...ຄວາມເຈັບບາງຄັ້ງເຮົາກໍ່ຕ້ອງທົນເກັບ ຖ້າມັນເປັນຄວາມເຈັບທີ່ຫນ້າຈຳ...ຈຳວ່າໄພທຳມະຊາດຄັ້ງນີ້ເຮົາເຫັນນ້ຳໃຈດີໆ...ຈາກໃຜແດ່

ທີ່ມອບໃຫ້ແກ່ກັນ?

ຂໍສະແດງຄວາມຮູ້ບຸນຄຸນມາຍັງຜູ້ທີ່ໃຫ້ການຊ່ວຍເຫລືອໃນວິກິດຄັ້ງນີ້ດ້ວຍ...

ຄວາມສຸກຫາໄດ້ງ່າຍໆ   ພຽງເຮົາຄິດດີໆໆໆກັບຄົນຮອບຂ້າງແລະໃຫ້ກຳລັງໃຈແກ່ກັນ...