ປະຫວັດໂດຍຫຍໍ້.
ອີງຕາມຄຳບອກເລົ່າຂອງ ຍາຄູຄຳດີ ຈັນທະດາພອນ, ເຈົ້າອາວາດວັດສັນຕິພາບໂພນສະຫວັນ ອົງປັດຈຸບັນ ວ່າ: ຊື່ເດີມຂອງວັດນີ້ແມ່ນ ວັດນາເຮື້ອ, ບ້ານນາເຮື້ອ, ຕາແສງກັດ. ແຕ່ໃນປີ 1946 ນັ້ນເຈົ້າເມືອງຫວັນໄດ້ປ່ຽນຊື່ມາເປັນວັດສັນຕິພາບໂພນສະຫວັນ, ໂດຍໄດ້ເອົາຊື່ຂອງເພີ່ນມາໃສ່ນຳຄື: ຫວັນ, ແລະແຍກອອກໄດ້ດັ່ງນີ້: ຄຳວ່າສັນຕິພາບນັ້ນ, ໄດ້ມາຈາກຊື່ຂອງຄະນະສົງສູນກາງຄັງໄຂ, ສ່ວນໂພນນັ້ນໄດ້ມາຈາກສະພາບຂອງວັດທີ່ເປັນໂພນຢູ່ກ່ອນແລ້ວ ແລະສະ, ນັ້ນໄດ້ມາຈາກຊື່ຂອງສະນ້ຳຫນອງບົວ ສ່ວນຫວັນ, ນັ້ນໄດ້ມາຈາກຊື່ຂອງເຈົ້າເມືອງນັ້ນເອງ.
ສະພາບແວດລ້ອມຂອງວັດສັນຕິພາບໂພນສະຫວັນໃນປະມານປີ 1974¨ ທີ່ຍາຄູຄຳດີ ຈັນທະດາພອນ ຍ້າຍເຂົ້າມາຢູ່ໃຫມ່ນັ້ນຍັງເປັນປ່າໄມ້ປ່ອງ, ໄມ້ຫົກຕຶບຫນາຢູ່, ບໍລິເວນເດີ່ນວັດກໍ່ຄ້າຍກັບອອງເຕົ່າ ມີລັກສະນະເປັນໂພນ ແລະມີຕົ້ນໄມ້ໃຫຍ່ຄື: ຕົ້ນຫມາກມ່ວງ, ຕົ້ນຫມາກຄໍ້, ແລະຕົ້ນຫມາກສ່າ, ເຊີ່ງໃນປັດຈຸບັນນີ້ຍັງມີຢູ່. ຫລັງຈາກມາຢູ່ແລ້ວກໍ່ເລີ່ມຖາງປ່າ, ທຳຄວາມສະອາດ ແລະຈູດເຜົາປ່າໄມ້ຫົກເພື່ອໃຫ້ງ່າຍຕໍ່ການຢູ່ອາໄສ, ແລະເຮັດສວນປູກຜັກ, ປູກສາລີເພື່ອເອົາໄວ້ກິນເອງໃນຄາວຈຳເປັນ.
ປະມານປີ 1975 ຫລັງຈາກປົດປ່ອຍແລ້ວກໍ່ໄດ້ມີການປຶກສາຫາລືກັນ ສ້າງກຸດຕິໃຫມ່ຂື້ນເພື່ອເປັນທີ່ຢູ່ອາໄສ, ຕໍ່ມາເຈົ້າຫົວຈົ໋ວພຣະພ້ອມດ້ວຍພໍ່ອອກທັງຫລາຍກໍ່ໄດ້ພາກັນໄປຕັດເອົາໄມ້ຢູ່ທີ່ບ້ານຫວ້ານແລະບ້ານນ້ຳປາຍ, ຫລັງຈາກນັ້ນໃນປີ 1976 ກໍ່ໄດ້ພາກັນຂົນໄມ້ມາກົບ, ມາແທກແລະປຸກກຸດຕິໄມ້ຫລັງໃຫມ່ຂື້ນແລະສຳເລັດຮຽບຮ້ອຍໃນປີ 1977 ໂດຍມີຍາພໍ່ມີເປັນຜູ້ນໍາພາໃນການດໍາເນີນການສ້າງ.
ເມື່ອມີກຸດຕິເປັນທີ່ຢູ່ອາໄສແລ້ວໃນປີ 1985 ກໍ່ໄດ້ເລີ່ມສ້າງສິມຂື້ນໂດຍມີ ຍາຄູຄໍາດີ, ຍາພໍ່ຫມັ້ນ ແລະເຖົ້າແກ່ອີກຈໍ່ານວນຫນື່ງເປັນຜູ້ລິເລີ່ມປຶກສາຫາລືກັນໃນການດຳເນີນການກໍ່ສ້າງ. ທຳອິດນັ້ນກໍ່ເລີ່ມອອກແບບ ແລະຂຸດຂຸມໂດຍໃຊ້ແຮງງານພຣະສົງສາມະເນນທີ່ຢູ່ໃນວັດເປັນສ່ວນຫລາຍ, ແລະກໍ່ມີພໍ່ອອກຈໍ່ານວນຫນື່ງຄອຍຊ່ວຍເຫລືອແນະນໍາ ຫລັງຈາກຖອກເສົາສິມແລ້ວ (ເສົາເດີມ) ກໍ່ມີພໍ່ອອກແມ່ອອກ ແລະພໍ່ຄ້າຊາວຂາຍມາຈັບຈອງເປັນເຈົ້າສັດທາໄດ້ເສົາລະ 8,000ກີບ, ແຕ່ບາງຄົນກໍ່ໃຫ້ຫລາຍກວ່ານັ້ນ ຄື: ເສົາລະ 20000, 30000 ກໍ່ມີຕາມສັດທາຂອງຕົນ.
ອຸປະສັກໃນການສ້າງສິມກໍ່ມີຫລາຍຢ່າງເຊັ່ນ: ປັດໃຈຍັງມີຫນ້ອຍ, ກຳລັງແຮງກຳລັງສັດທາກໍ່ຍັງບໍ່ພໍ ຂາດຜູ້ອອກແບບທີ່ດີແລະຜູ້ທີ່ຊີ້ນໍາ ກໍ່ເລີຍໄດ້ຄ່ອຍເຮັດຄ່ອຍໄປເຊັ່ນ: ສິມເກົ່ານັ້ນບໍ່ໄດ້ມີການວາງແຜນເຮັດລະບຽງອອກໄປທາງທິດຕາເວັນອອກ, ພໍດີຍາຄູຄຳດີໄດ້ໄປຮ່ວມປະຊຸມຫນັງສືຜູກໃບລານຢູ່ວຽງຈັນແລະໄດ້ໄປພັກຢູ່ວັດມີໄຊ,ຕື່ນເຊົ້າມາກໍ່ລໍ່າເບີ່ງລັກສະນະຂອງສິມວັດມີໄຊ, ແລ້ວໃນທີ່ສຸດກໍ່ໄດ້ນໍາເອົາຄວາມຄິດນັ້ນມາປຶກສາຫາລືກັນອີກຄັ້ງ, ແລ້ວກໍ່ຕົກລົງປົງໃຈກັນຖອກລະບຽງສິມ, ອອກໄປທາງດ້ານທິດຕາເວັນອອກດັ່ງທີ່ເຮົາເຫັນໃນທຸກວັນນີ້.
ຕໍ່ມາກໍ່ຍັງມີເພດານອີກ ຈຳເປັນຕ້ອງພະຍາຍາມຕໍ່ໄປ ຄວາມສໍາເລັດໃກ້ເຂົ້າມາທຸກຂະນະແລ້ວ, ແລະໃນທີ່ສຸດກໍ່ຖອກເພດານສຳເລັດຍ້ອນພະລັງຄວາມສາມັກຄີ ຂອງພຣະສົງສາມະເນນພາຍໃນວັດແລະກຳລັງສະຕິປັນຍາຂອງທ່ານຜູ້ຮູ້ທັງຫລາຍໂດຍມີຍາຄູຄຳດີ, ແລະພໍ່ອອກຈານທອງດຳເປັນຜູ້ຊີ້ນຳໆພາສ້າງ, ສີ່ງທີ່ຂາດບໍ່ໄດ້ເລີຍນັ້ນກໍ່ຄື: ກຳລັງປັດໃຈຈາກອອກຕົນຍາດໂຍມທັງຫລາຍ ແລະສະຫນັບສະຫນູນທາງດ້ານຊີມັງ, ໃຜຊ່ວຍໄດ້ເທົ່າໃດກໍ່ຊ່ວຍ ຄົນລະເປົາສອງເປົາ. ຫລັງຈາກສ້າງເພດານແລ້ວ, ຍາຄູກໍ່ຍ້າຍຂື້ນໄປນອນຍູ່ເທີງສິມໂດຍໃຊ້ກະແຕະຫວຽດເຮັດປະຕູບັງໄປກ່ອນ ຖືໄດ້ວ່າເປັນເອກະລັກສະເພາະຕົວໄປອີກແບບຫນື່ງ. ຫລັງຈາກນັ້ນທິດຈັນທະວົງກໍ່ໄດ້ນຳຊ່າງແຕ້ມຮູບຈາກວຽງຈັນ ຊື່ ທ້າວສະແຫວງ, ມາແຕ້ມຮູບໃນສິມ ສີມືການແຕ້ມຮູບນີ້ບໍ່ເປັນສອງຮອງໃຜ, ແຕ້ມງາມແທ້ໆ, ທຸກໆທ່ານສາມາດຊົມໄດ້ຢູ່ຂ້າງໃນສິມແລະຝາດ້ານນອກຂອງສິມ. ຕໍ່ມາກໍ່ເລີ່ມເຮັດຫລັງຄາໂດຍການໃຊ້ຝ້າມຸງແລະຮັບເຫມົາໂດຍຄົນຫວຽດນາມ (ແກວ) ທີ່ມາເປັນເຂີຍຢູ່ບ້ານມອນແລະໃນທີ່ສຸດປີ 1995 ການສ້າງສິມວັດສັນຕິພາບໂພນສະຫວັນກໍ່ໄດ້ສຳເລັດລົງ, ໂດຍໃຊ້ເວລາໃນການກໍ່ສ້າງທັງຫມົດປະມານ 10 ປີ. (1985-1995).
ໃນປີ 1998 ກໍ່ໄດ້ເລີ່ມສ້າງສາລາ ແລະຕໍ່ມາອີກຫນື່ງປີກໍ່ໄດ້ສ້າງຫໍກອງຂື້ນ. ສ່ວນໂຮງຮຽນສົງນັ້ນສ້າງຂຶ້ນໃນປີ 1994 ໂດຍທືນຊ່ວຍເຫລືອຈາກປະຊາຊົນຍີ່ປຸ່ນ.
<!--[if !supportFootnotes]-->
<!--[endif]-->
¨ ຫລັງປີ 1974 ນັ້ນບໍ່ຮູ້ວ່າເປັນແນວໃດ? ເພາະບໍ່ມີຫລັກຖານໃດໆບັນທຶກໄວ້.