
ຂຽນເມື່ອ: ສ.ຫ.. 8, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ບາງຄົນອາດຈະເສົ້າ, ເສຍໃຈ, ຜິດຫວັງ ແລະເສຍດາຍກັບການສູນເສຍຄັ້ງຍິ່ງໃຫຍ່ຈາກ
ໄພທຳມະຊາດ (ກໍ່ຖືວ່າໂຊກຮ້າຍຫນ້ອຍຫນື່ງ)
ແຕ່ໄພທຳມະຊາດນີ້ຄືສີ່ງທີ່ມີຢູ່ຄູ່ກັບໂລກ ເຮົາຫລີກລຽງບໍ່ໄດ້ຕະຫລອດ ບາງເທື່ອກໍ່ເຮົາ
ບາງເທື່ອກໍ່ເພື່ອນຮ່ວມໂລກຫລືເພື່ອນຮ່ວມຊາດ
ກໍ່ຂໍເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວເຮົາທຸກຄົນທີ່ປະສົບກັບເຄາະຮ້າຍຄັ້ງນີ້ດ້ວຍ ...ສູ້ ສູ້ໆໆໆ
ໄພທຳມະຊາດ ຄືສີ່ງທີ່ຂາດບໍ່ໄດ້........................ຕ້ອງເຂົ້າໃຈ
ບາງຄັ້ງມັນກໍ່ພັດມາດ້ວຍຄວາມໄວ ເພື່ອພິສູດນ້ຳໃຈຂອງຄົນເຮົາ
ວ່າເຂົານັ້ນຈະເຫັນຄວາມສຳຄັນ ຂອງເພື່ອນຮ່ວມຊາດຫລືບໍ່?
ບາງຄັ້ງກໍ່ຕ້ອງຂໍຂອບໃຈໄພທຳມະຊາດທີ່ພັດມາ.....ໃຫ້ຂ້າໄດ້ຮູ້ວ່າຄົນລາວເຮົາຍັງມີນ້ຳໃຈດີໆ
ໃຫ້ແກ່ກັນ...ຄວາມເຈັບບາງຄັ້ງເຮົາກໍ່ຕ້ອງທົນເກັບ ຖ້າມັນເປັນຄວາມເຈັບທີ່ຫນ້າຈຳ...ຈຳວ່າໄພທຳມະຊາດຄັ້ງນີ້ເຮົາເຫັນນ້ຳໃຈດີໆ...ຈາກໃຜແດ່
ທີ່ມອບໃຫ້ແກ່ກັນ?
ຂໍສະແດງຄວາມຮູ້ບຸນຄຸນມາຍັງຜູ້ທີ່ໃຫ້ການຊ່ວຍເຫລືອໃນວິກິດຄັ້ງນີ້ດ້ວຍ...
ຄວາມສຸກຫາໄດ້ງ່າຍໆ ພຽງເຮົາຄິດດີໆໆໆກັບຄົນຮອບຂ້າງແລະໃຫ້ກຳລັງໃຈແກ່ກັນ...