ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າ: ພໍ່ຂອງບັກຫຳເປັນຄົນກິນເຫລົ້າເກັ່ງ ແຕ່ລະມື້ຫລັງຈາກເລີກການແລ້ວຕ້ອງຊຸມແຊວກັບເພື່ອນ

ທຸກມື້ຕ້ອງມີເມົາກັບບ້ານມາຕ້ອນລູກຕ້ອນເມຍສະເຫມີ (ຈະເຮັດແນວໃດໄດ້ເນາະເພາະເພີ່ນຮັກລູກແລະເມຍ)

ແຕ່ມີຢູ່ວັນຫນຶ່ງພໍ່ຢ່າງໂຊເຊເຂົ້າມາເຮືອນຊືມໆໆຫນ້ອຍຫນຶ່ງ ບັກຫຳກໍ່ຖາມພໍ່ດ້ວຍຄວາມ

ໄຮ້ດຽງສາວ່າ:

ບັກຫຳ:    ພໍ່ໆ ຫມາຕົວຫນຶ່ງກິນເຂົ້າໃນຖ້ວຍຫມົດພາຍໃນ 10 ນາທີ...ຖ້າມີຫມາ 2 ໂຕກິນນຳກັັນຈະຕ້ອງໃຊ້ເວລາເທົ່າໃດ?

ພໍ່:          ໂອ້ຍ!!! ງ່າຍໆລູກ ກໍ່ໃຊ້ເວລາ 5 ນາທີ ຈຳໄວ້ເດີ!!!

ບັກຫຳ:   ບໍ່ແມ່ນພໍ່......

ພໍ່:         ບໍ່ແມ່ນໄດ້ຈັ່ງໃດ? ລູກລອງຄູນກັນເບີ່ງດູ້ແລ້ວມາບອກພໍ່

ບັກຫຳ:   ຄິດຫນ້ອຍຫນຶ່ງ ແລ້ວຕອບພໍ່ວ່າ ມັນຕ້ອງໃຊ້ເວລາຫາຍກ່ວາ 10 ນາທີ ພໍ່

ພໍ່:        ອ້າວ!! ເປັນຫຍັງຈຶ່ງເປັນແນວນັ້ນ ລູກໄລ່ຜິດແລ້ວຕິ໋

ບັກຫຳ:   ບໍ່ຜິດພໍ່ ມັນຕ້ອງໃຊ້ເວລາຫລາຍກ່ວາ 10 ນາທີແນ່ນອນ ເພາະມັນຕ້ອງກັດກັນກ່ອນຈຶ່ງກິນ 555+++

ກໍ່ເຫມືອນກັບອີ່ພໍ່ຫັ້ນແຫລະ ກິນເຫລົ້າ 2-3 ຈອກກັບຫມູ່ໃຊ້ເວລາດົນແທ້ດົນວ່າ ບໍ່ເຫມືອນກັບຕອນພໍ່ກິນຄົນດຽວ!!!!

2-3 ອຶບກໍ່ຫມົດແລ້ວ...

ພໍ່:      ເອີ່!! ແມ່ນຄວາມມັນແທ້ (ຄິດໃນໃຈ) ....ຈົບຂ່າວ

 

Delicious Digg Fark Twitter