
ຂຽນເມື່ອ: ກ.ຍ.. 19, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
24. ຄວາມກະຕັນຍູເປັນເຄື່ອງຫມາຍຂອງຄົນດີ ຄົນລາວບູຮານເຊື່ອວ່າ
ເຂົ້າເມັດຫນື່ງນັ້ນມີຄ່າ ປາໂຕຫນື່ງນັ້ນມີຄຸນ
ນໍ້າດື່ມຈອກຫນື່ງນັ້ນກໍ່ມີຄວາມຫມາຍຕໍ່ຊີວິດ ເຮົາຕ້ອງຄິດແທນຄຸນ.
25. ຄວາມສໍາເລັດເກີດຈາກຄວາມສະຫລາດ 1% ບວກກັບຄວາມພຽນພະຍາຍາມອີກ
99% ລວມກັນເປັນເຈະສິ...ອິອິ!!!
26. ຄົນສະຫລາດກໍ່ຄືຄົນໂງ່ທີ່ຮູ້ຈັກປັບປຸງ ແລະພັດທະນາຕົນເອງຢູ່ສະເຫມີ
27. ຄວາມຮັກແລະຄວາມເຂົ້າໃຈກັນ ເປັນຄວາມສຸກຢ່າງຍິ່ງຂອງຄົນທີ່ມີພູມປັນຍາ
ເພາະເຂົາເຫັນແລ້ວວ່າເງິນບໍ່ແມ່ນທຸກສິ່ງທຸກຢ່າງ.
28. ຄໍາເວົ້າດ້ວຍຄວາມໂມໂຫພຽງຄັ້ງດຽວ ອາດຈະຢູ່ໃນໃຈຂອງຄົນອື່ນຕະຫລອດຊີວິດ
ຢູ່ຮ່ວມມິດໃຫ້ລະວັງວາຈາພິຈາລະນາດີແລ້ວຈື່ງເວົ້າອອກໄປ.
29. ສະຕິປຽບເຫມືອນແມ່ເອົາໄວ້ແກ້ບັນຫາຊີວິດ ສະຕິມາຫມາບໍ່ກັດແຕ່ຖ້າສະຕິຖືກຕັດ
ມັກຈະກັດກັບຫມາ. (ແຖມເຫົ່າເປັນດ້ວຍ...ອິອິອິ)
30. ສິ່ງທີ່ລໍ້າຄ່າທີ່ສຸດຂອງຄົນເຮົາຄືຊີວິດ ແລະສິ່ງທີ່ສວຍງາມທີ່ສຸດຂອງຄົນເຮົານັ້ນ
ກໍ່ຄືຄຸນງາມຄວາມດີທີ່ເຮົາສ້າງຂື້ນ.
31. ຍິ້ມວັນລະຫນ້ອຍ ຊີວິດຂອ້ຍຈະໄດ້ສົດໄສ ຍິ້ມໄວ້ໃຈຈະສົດຊື່ນອາຍຸຍືນໄຮ້ໂລຄາພິວພັນ
ງາມໂສພາເປັນສະເຫນແກ່ຕົວເອງ.
32. ຍິນດີໃນສິ່ງທີ່ຕົນໄດ້ພໍໃຈໃນສິ່ງທີ່ຕົນມີ ຍາກຈົນກໍ່ເຫມືນຄົນຮັ່ງມີ
ເມື່ອບໍ່ມີສິ່ງທີ່ເຮົາມັກກໍ່ຈົ່ງມັກສິ່ງທີ່ເຮົາມີ.
33. ບໍ່ຍິນດີໃນສິ່ງທີ່ຕົນໄດ້ ບໍ່ພໍໃຈໃນສິ່ງທີ່ຕົນມີ ເປັນເສດຖີກໍ່ເຫມືອນຄົນຈົນ
ຈົນເພາະມີບໍ່ພໍ ບໍ່ແມ່ນເພາະບໍ່ມີ.
34. ດື່ມເຫລົ້າເພື່ອເຂົ້າສັງຄົມເປັນຄ່ານິຍົມທີ່ຜິດ ຜິດສິນຜິດທໍາແລະຈະນໍາໄປສູ່ຄວາມພິນາດ
ທັງທໍາລາຍຕົວເອງແລະຜູ້ອື່ນອີກດ້ວຍ.
...............ຕໍ່ສະບັບ 4.................