
ຂຽນເມື່ອ: ກ.ຍ.. 24, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
ຄໍາວ່າ “ເພື່ອນ” ຄໍາດຽວສັ້ນໆ ແຕ່ພໍຄິດແລະພິຈາລະນາໃຫ້ລະອຽດແລ້ວຈະຮູ້ວ່າເພື່ອນນັ້ນມີຄວາມຫມາຍແລະຈໍາເປັນຢ່າງຍິ່ງ
ໃນຊີວິດຂອງເຮົາ ແຕ່ເພື່ອນນັ້ນກໍ່ມີຫລາຍຮູບແບບມີທັງເພື່ອນດີແລະບໍ່ດີປະປົນກັນໄປດັ່ງນັ້ນຖ້າເຮົາຢາກໄດ້ເພື່ອນແບບໃດກໍ່
ເລືອກໄດ້ຕາມໃຈປາດຖະຫນາ ເພາະຄົງບໍ່ມີໃຜຈັບຈອງເປັນລິຂະສິດໄວ້ ແມ່ນບໍ? ເພື່ອນໆທັງຫລາຍ ຢອກກັນຫລີ້ນເດີ...
ແຕ່ຈົ່ງຄິດສະເຫມີວ່າມີເພື່ອນດີເຫມືອນມີທຸກສິ່ງທຸກຢ່າງ ແຕ່ຫາກມີເພື່ອນບໍ່ດີກໍ່ຈະສູນເສຍທຸກສິ່ງທຸກຢ່າງເຫມືອນກັນ
ສະນັ້ນເພື່ອນຈຶ່ງມີຄວາມຫມາຍຕໍ່ຊີວິດເຮົາຫລາຍ ມິດຕະພາບລະຫວ່າງເພື່ອນນັ້ນຍິ່ງໃຫຍ່ມະຫາສານ
ຍິ່ງໃຫຍ່ກວ່າທ້ອງຟ້າແລະມະຫາສະມຸດ ແລະມິດຕະພາບກໍ່ຄືຄວາມເປັນເພື່ອນແທ້ທີ່ເຮົາສາມາດມອບໃຫ້ແກ່ກັນໄດ້
ແລະມິດຕະພາບແທ້ນັ້ນຈະຕ້ອງຢູ່ເຫນືອອາລົມສະເຫມີ ໃນຍາມທີ່ເຮົາໂສກເສົ້າ ເຫງົາໃຈ ຜິດຫວັງ ທໍ້ແທ້ໃນຊີວິດ ມິດຕະພາບ
ສາມາດໃຫ້ຄວາມອົບອຸ່ນແລະຄວາມຫມັ້ນໃຈແກ່ເຮົາໄດ້ ຂໍໃຫ້ເພື່ອນໆລອງຄິດເບິ່ງວ່າໃນຍາມທີ່ເຮົາຈາກບ້ານໄປໄກ
ຫາກໄດ້ເພື່ອນທີ່ດີໆຈັກຄົນຫນຶ່ງເຮົາຈະຮູ້ສຶກຢ່າງໃດ.. ແນ່ນອນເຮົາຕ້ອງຮູ້ສຶກອົບອຸ່ນແລະສະບາຍໃຈ
ເຫມືອນໄດ້ຢູ່ໃນອ້ອມກອດອັນອົບອຸ່ນຂອງແມ່ເຮົາອັນເປັນທີ່ຮັກຍິ່ງ ແຕ່ວ່າ ຫາກເຮົາຫລົງໄປຄົບເພື່ອນທີ່ບໍ່ດີ
ກໍ່ອາດຈະເຮັດໃຫ້ເຮົາຕ້ອງທຸກໃຈແລະເສຍໃຈໄດ້ເຫມືອນກັນ ຄໍາວ່າ ເພື່ອນ ເປັນສິ່ງທີ່ຍິ່ງໃຫຍ່ໃນຊີວິດ ການສະແຫວງຫາກໍ່ຍາກ
ແຕ່ການທີ່ຈະຮັກສາໄວ້ນັ້ນຍາກຫລາຍກວ່າ ຄວາມເປັນເພື່ອນບໍ່ສາມາດທີ່ຈະເກີດຂຶ້ນໄດ້ໃນຊ່ວງເວລາອັນສັ້ນ ຫມາຍຄວາມວ່າ
ເຮົາຕ້ອງໃຊ້ເວລາຫລາຍແລະຍາວນານ ໃນການສະແຫວງຫາເພື່ອນດີໆຄົນຫນຶ່ງເຮົາບໍ່ອາດຈະເອີ້ນໃຜວ່າເພື່ອນແທ້ໄດ້ໃນການພົບກັນ
ຄັ້ງທໍາອິດ ແຕ່ເຮົາຕ້ອງສຶກສາແລະຮຽນຮູ້ນິດໄສໃຈຄໍກິລິຍາມາລະຍາດກັນອີກຍາວນານຈົນເກີດຄວາມຫມັ້ນໃຈແລະແນ່ໃຈວ່າ
ເຮົາສາມາດເຂົ້າກັນໄດ້ແລະຖືກຄໍກັນສ່ວນເຮົາເອງກໍ່ຕ້ອງເປັນທີ່ໄວ້ວາງໃຈຂອງເຂົາເຫມືອນກັນ (ຕ້ອງຈິງໃຈຕໍ່ກັນທັງສອງຝ່າຍ).
ເພື່ອນໆອາດຈະເຄີຍໄດ້ຍິນໄດ້ຟັງມາຫລາຍແລ້ວວ່າ ທໍາມະຊາດຂອງຊີວິດຕ້ອງມີເພື່ອນໆປຽບເຫມືອນເງົາຂອງຊີວິດ
ແຕ່ເພື່ອນນັ້ນກໍ່ມີສອງຢ່າງຄືເພື່ອນແທ້ແລະເພື່ອນທຽມ ເພື່ອນແທ້ນໍາສຸກມາໃຫ້ ແຕ່ເພື່ອນທຽມນັ້ນນໍາທຸກມາໃຫ້ ໃຜຢາກໄດ້ແບບໃດ
ກໍ່ເລືອກເອົາເພື່ອນແທ້ນັ້ນຫາຍາກເຫມືອນຊອກງົມເຂັມໃນແມ່ນໍ້າມະຫາສະມຸດອັນເລິກກວ້າງ ແຕ່ເພື່ອນທຽມນັ້ນຫາໄດ້ງ່າຍ
(ເພາະມີຂາຍຕາມຮ້ານຂາຍຢາທົ່ວໄປ) ຢອກກັນຫລີ້ນອີກແລ້ວເດີ ໆ ໆ ຄາຍຄຽດເນາະ...ຍີ້ມກ່ອນເດີ ຈຶ່ງອ່ານຕໍ່.
....................................
........................................................................
........................................................................................................
ຕໍ່ສ່ວນທີ່ ສອງ