
ຂຽນເມື່ອ: ທ.ວ.. 13, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ເຫລ໋າຈື້ ສອນວ່າ ::: ສິ່ງສາມສິ່ງທີ່ທຸກຄົນຄວນຍົກຍ້ອງ ແລະຍອມຮັບວ່າ
ປະເສີດ ຊຶ່ງຄວນແກ່ການຮັກສາໄວ້ຕະຫລອດການກໍຄື :::
ຫນຶ່ງ::: ຄວາມເມດຕາກະລຸນາ
ສອງ ::: ຄວາມປະຫຍັດ
ສາມ ::: ຄວາມອ່ອນນ້ອມຖ່ອມຕົນ
ເຕ໋າວ່າ:::ຜູ້ຮູ້ຈັກສາມສິ່ງນີ້ຄືຜູ້ຈະເລີນ ...
ຫມາຍເຫດ::: (ເຫລ໋າຈື້ ເປັນສາດສະດາຂອງລັດທິເຕ໋າ)
...............................
ຄວາມບໍ່ຫນັກແຫນ້ນ ເຮັດໃຫ້ຮາກຖານບໍ່ຫມັ້ນຄົງ
ຄວາມຮີບຮ້ອນຟ້າວຟັ່ງ ຍ່ອມກໍ່ຄວາມຜິດພາດ ແລະບໍ່ສະຫງົບ
ປາດເປັນບຸກຄົນທີ່ຫນັກແຫນ້ນ ດັ່ງນັ້ນ ປາດຈຶ່ງບໍ່ຫວັ່ນໄຫວ
ສາມາດເດີນທາງໄດ້ທັ້ງວັນ ເພາະປາດມີຄວາມສະຫງົບ ແລະຫນັກແຫນ້ນ
ແມ່ນວ່າ ເຈົ້າຈະມີຊື່ສຽງກຽດຕິຍົດລົ້ນຟ້າ ກໍຫາຄວາມສະຫງົບບໍ່ໄດ້ ຖ້າໃຈບໍ່ຮູ້ຈັກພໍ
ແລະຊື່ນຊົມກັບສິ່ງທີ່ມີຢູ່...
........................................