
ຂຽນເມື່ອ: ມ.ກ.. 17, 2012
| ມີ
1 ຄຳເຫັນ
ແລະ
0 trackback(s)
໑. ເຖິງເມື່ອເດືອນຈຽງເຂົ້າ..............ກາຍມາແຖມຖ່າຍ
ຝູງຫມູ່ສັງຄະເຈົ້າ..........................ກໍ່ຕຽມເຂົ້າສູ່ກັມ
ມັນຫາກທໍານຽມນີ້.........................ມີມາຕັ້ງແຕ່ກ່ອນ
ຢ່າໄດ້ລະຫ່າງເວັ້ນ........................ເຂັນຊິຂອ້ງແລ່ນນໍາ...ແທ້ແລ້ວ
* ເດືອນຈຽງໃຫ້ນິມົນພຣະສັງຄະເຈົ້າ ເຂົ້າກັມມະຖານທໍາບຸນຖືສິນ
ກິນທານຢາດນໍ້າໄປໃຫ້ແກ່ຍາດຕິພີ່ນອ້ງຜູ້ທີ່ລວ່ງລັບໄປແລ້ວ.
໒. ພໍແຕ່ເດືອນຍີ່....................ໄດ້ລໍ້າລ່ວງມາເຖິງ
ໃຫ້ພາກັນຫາຟືນ....................ສູ່ຄົນໂຮມໄວ້
ຢ່າໄດ້ໄລຄອງນີ້ິ.....................ຊິເສັຽສີສູນເປົ່າ
ເຂົ້າແລະຂອງຫມູ່ນັ້ນ...............ຊິຫາຍສຽ້ງບໍ່ຍັງ
ຈົ່ງໃຫ້ຟັງຄອງນີ້.....................ແນວກອນເຮົາບອກ
ຢ່າໄດ້ເອົາອອກເວັ້ນ................ເຂັນຮ້າຍຊິແລ່ນເຖິງ...ເຈົ້າເອີຍ
* ເດືອນຍີ່ທໍາບຸນຄູນເຂົ້າ ພຣະສົງສູດມົນສູ່ຂວັນສູດເຂົ້າ ຊາວບ້ານສະສົມຫາຟືນມາໄວ້.
໓. ເຖິງເມື່ອເດືອນສາມໄດ້............ຈົ່ງພາກັນເຮັດເຂົ້າຈີ່
ໄປຖວາຍສັງຄະເຈົ້າ....................ເອົາແທ້ຫມູ່ບຸນ
ກຸສົນຍັງນໍາຄໍ້າ............................ຕາມເຮົາມື້ລະຄາບ
ຫາກທໍານຽມຈັ່ງຊີ້........................ມີແທ້ແຕ່ນານ
ໃຫ້ທໍາໄປທຸກບ້ານ.......................ທຸກທີ່ເອົາບຸນພໍ່ເອີຍ
ຄອງຫາກເຄີຍມີມາ......................ແຕ່ປາງປະຖົມພຸ້ນ
ຢ່າພາກັນໄລຖິ້ມ..........................ປະເພນີຕັ້ງແຕ່ເກົ່າ
ບ້ານເມືອງເຮົາຊິເສົ້າ....................ໄພຮ້າຍຊິແລ່ນຕາມ
* ເດືອນສາມມື້ເພັງທໍາບຸນເຂົ້າຈີ່ ແລະບຸນມາຄະບູຊາ.
໔. ພໍເຖິງເດືອນສີ່ໄດ້................ໃຫ້ເກັບດອກບຸບຜາ
ຫາມາລາດວງຫອມ..................ສູ່ຄົນເກັບໄວ້
ຢ່າໄດ້ໄລຄອງນີ້.......................ຊິເສັຽສີສູນເປົ່າ
ຫາເອົາຕາກແດດໄວ້.................ໃຫ້ທໍາແທ້ສູ່ຄົນ
ຢ່າໄດ້ໄລຫນີພົ້ນ......................ແນວຄອງຕັ້ງແຕ່ເກົ່າ
ໄຟທັງຫລາຍຊິແລ່ນເຂົ້າ...........ເຜົາບ້ານຊິເຊື່ອມສູນ
ໃຫ້ຝູງລາວທັງຄ້າຍ..................ຢ່າໄລຄອງຮີດເກົ່າ
ມັນຊິຫມອງຫມົ່ນເສົ້າ...............ເມືອງບ້ານຊິທຸກຈົນ...ແທ້ແລ້ວ
* ເດືອນສີ່ທໍາບຸນພຣະເຫວດ ຟັງເທດມະຫາຊາດແລະຖວາຍກັນຫລອນ.
໕. ພໍເຖິງເດືອນຫ້າໄດ້..............ພວກໄພ່ຊາວເມືອງ
ຈົ່ງພາກັນຂັດສີ........................ສົງນໍ້າພຣະພຸດທະຮູບ
ໃຫ້ທໍາທຸກວັດແທ້.....................ຢ່າໄລຮ້າງຫ່າງເສັຽ
ໃຫ້ພາກັນທໍາແທ້ໆ...................ນ້ອຍໃຫຍ່ບໍ່ໄດ້ວ່າ
ທຸກທົ່ວທີບແຜ່ນຫລ້າ................ໃຫ້ທໍາແທ້ສູ່ຄົນ
ຈັ່ງຊິສຸກຍິ່ງລົ້ນ........................ທໍາຖືກຄໍາສອນ
ຖືຮີດຄອງຄວນຖື.....................ແຕ່ປາງປະຖົມພຸ້ນ
* ເດືອນຫ້າ ທໍາບຸນຂຶ້ນປີໃຫມ່ ສົງນໍ້າພຣະພຸດທະຮູບ ທໍາບາສີສູ່ຂວັນແດ່ພໍ່ແມ່ເຖົ້າແກ່
ແລະຜູ້ອາວຸໂສ ບຸນຫົດນໍ້າ.
໖. ພໍເຖິງເດືອນຫົກໄດ້..............ເອົາວາລີສົງໂສດ
ຫົດພຣະພຸດທະຮູບ...................ທັງເຫນືອໃຕ້ສູ່ພາຍ
ຢ່າໄດ້ລະບຽງບ່າຍ...................ປັດປ່າຍຫາຍຢຸດ
ມັນຊິສູນເສັຽສີ.........................ຕໍ່າໄປເມຶືອຫນ້າ
ຈົ່ງພາກັນທໍາແທ້ໆ....................ແນວຄອງຮີດເກົ່າ
ເອົາບຸນໄປເລື້ອຍໆ...................ຢ່າຖອຍຫນ້າເສື່ອມເສັຽ
* ເດືອນຫົກ ບຸນວິສາຂະບູຊາ ບຸນບັ້ງໄຟ ພຣະເທດຕະຫລອດວັນມີການບວດນາກ
ກາງຄືນມີການວຽນທຽນ.
໗. ພໍເມື່ອເດືອນເຈັດແລ້ວ...............ຈົ່ງພາກັນບູຊາລາດ
ຝູງຫມູ່ເທບເຫລົ່ານັ້ນ.....................ບູຊາແທ້ສູ່ພາຍ
ຕະຫລອດໄປຮອດອ້າຍ.................ອາລັກໃຫຍ່ມະເຫສັກ
ທັງຫລັກເມືອງສູ່ຫົນ......................ຈົ່ງໃຫ້ບູຊາເຄົ້າ
ພາກັນເອົາໃຈຕັ້ງ..........................ທໍາຕາມຮີດເກົ່າ
ນິມົນສັງຄະເຈົ້າ...........................ຊໍາລະແທ້ສວດມົນ
ໃຫ້ຝູງຊົນເມືອງນັ້ນ......................ທໍາກັນຢ່າໄດ້ຫ່າງ
ຊໍາລະເມືອງຢ່າຄ້າງ.....................ຊິເສັຽເສົ້າຕໍ່າສູນ
ທຸກຊິແລ່ນວຸ້ນໆ..........................ມາໂຮມໃສ່ເຕັມເມືອງ
ມັນຊິເຄືອງຄໍາຂັດ........................ຕໍ່າລົງສູນເສົ້າ
ໃຫ້ເຈົ້າທໍາຕາມນີ້.........................ແນວກອນເຮົາກ່າວ
ຈຶ່ງຊິສຸກຢູ່ສ້າງ............................ສະຫວັນຟ້າເກິ່ງກັນ
ທຸກຫມື່ນແສນຮ້ອຍຊັ້ນ.................ບໍ່ມີວ່າມາພານ
ປານກັບເມືອງສະຫວັນ.................ສຸກເກິ່ງກັນທຽມໄດ້
* ເດືອນເຈັດທໍາບຸນບູຊາເທວະດາຟ້າດິນ ອົງຂະລັກຫລັກເມືອງ ຜີໄຮ່ນາຕາແຮກ.
໘. ພໍເຖິງເດືອນແປດໄດ້.................ລໍ້າລ່ວງມາເຖິງ
ຝູງຫມູ່ສັງໂຄຄຸນ..........................ເຂົ້າວັດສາຈໍາຈ້ອຍ
ທໍາຕາມຮອຍຂອງເຈົ້າ...................ພຣະໂຄດົມທໍາກ່ອນ
ບໍ່ຫາລອນເລີກມ້າງ.......................ທໍາແທ້ສູ່ພາຍ
ແລ້ວຈົ່ງພາກັນໄຝ່.......................ຫາຂອງເທທອດ
ທໍາທານຢ່າໄດ້ຄ້ານ.....................ຫາເອົາໄວ້ຫມູ່ບຸນ
ຊິເປັນແນວຫມູນຍູ້.....................ສູ່ສະຫວັນເທິງຟ້າ
ເພິ່ນຈຶ່ງຕັດບອກໄວ້.....................ຮີດເກົ່າຄອງເດີມ
ຟັງໃຫ້ມັນດີຄັກ..........................ຢ່າໄລເດີເຈົ້າ
ຈົ່ງໃຫ້ພາກັນເຂົ້າ.......................ທໍາທານຕັກບາດ
ໂອກາດມີຊອກຄົ້ນ.....................ຂຸດກົ່ນຂຸມບຸນ
ເອົາທຶນໄປພາຍຫນ້າ..................ສະຫວັນພຸ້ນຢູ່ເຢັນ
* ເດືອນແປດ ບຸນເຂົ້າພັນສາ ທໍາບຸນຕັກບາດຖວາຍພັດຕາຫານແດ່ພຣະສັງຄະເຈົ້າ.
໙. ພໍເຖິງເດືອນເກົ້າແລ້ວ..............ເປັນກາງແຫ່ງວັດສະການ
ຝູງປະຊາຊາວເມືອງ....................ກໍເລົ່າຕຽມຕົວພອ້ມ
ພາກັນທານຍັງເຂົ້າ.....................ປະດັບດິນກິນກອ່ນ
ຍໍຍົກທານໃຫ້ເຈົ້າ.......................ພຣະສົງພອ້ມສູ່ພາຍ
ທໍາຈັ່ງຊີ້ບໍ່ຍ້າຍ..........................ເຖິງຂວບປີມາ
ພຣະລາຊາໃນເມືອງ..................ກໍຈົ່ງທໍາຕາມເຄົ້າ
ຮີດຫາກມີມາແລ້ວ.....................ວາງລົງໃຫ້ຖືຕໍ່
ຈໍາໄວ້ເດີພໍ່ເຖົ້າ.........................ຫລານເວົ້າກ່າວຈາ
* ເດືອນເກົ້າ ບຸນເຂົ້າປະດັບດິນ ທໍາບຸນຕັກບາດຫຍາດນໍ້າ
ໄປໃຫ້ຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ.
໑໐. ພໍເມື່ອເດືອນສິບແລ້ວ............ທາຍົກທອດບົວບານ
ເບີກບຸນກຸສົນທານ......................ຕໍ່ມາສອງຊ້ອນ
ເຂົ້າສະຫລາກນໍາໄປໃຫ້...............ສັງໂຄທານທອດ
ພາກັນຫວັງຍອດແກ້ວ.................ນິບພານພົ້ນທີ່ສູງ
ຝູງຫມູ່ລຸງອາວປ້າ.......................ຄະນາເມືອງນ້ອມສົ່ງ
ສັດທາລົງທອດໄວ້......................ທານໃຫ້ແຜ່ໄປ
ພາກັນອຸທິດໃຫ້.........................ຝູງເຜດເພໂຄ
ຮ່ວມກັນໂມທະນາ.....................ສູ່ຄົນຈົນກຽ້ງ
* ເດືອນສິບ ບຸນຫໍ່ເຂົ້າສະຫລາກ ໃນມື້ເພັງອຸທິດທານໃຫ້ຍາດມິດທີ່ລ່ວງລັບໄປແລ້ວ
ເຫມືອນກັບບຸນຫໍ່ເຂົ້າປະດັບດິນ.
໑໑. ເຖິງເດືອນສິບເອັດແລ້ວ............ກໍ່ເປັນແນວທາງປ່ອງ
ເປັນຊ່ອງຂອງພຣະເຈົ້າ..................ເຄີຍເຂົ້າແລ້ວອອກມາ
ຈໍາວັດສາມາແລ້ວ..........................ສາມເດືອນກໍ່ເລີຍອອກ
ຮຽກວ່າອອກພັນສາ.......................ປະວາລະນາກ່າວໄວ້ເຮົາໄດ້ເລົ່າມາ
* ເດືອນສິບເອັດ ບຸນອອກພັນສາໄຫລເຮືອໄຟໄຕ້ໂຄມໄຟ.
໑໒. ເດືອນສິບສອງມາແລ້ວ...........ລົມວອຍຫນາວສັ່ນ
ເດືອນນີ້ຫນາວສະບັ້ນ...................ບໍ່ຄືແທ້ແຕ່ຫລັງ
ເດືອນນີ້ເພິ່ນວ່າໃຫ້.......................ລົງທອດພາຍເຮືອ
ບູຊາຝູງນາໂຄ.............................ນາກເນົາໃນພື້ນ
ຊື່ວ່າອຸຊຸພະນາກ..........................ສິບຫ້າຕະກຸນບອກໄວ້ໃຫ້ບູຊາເສີມສົ່ງ
ຈົ່ງໃຫ້ທໍາທຸກບ້ານ........................ບູຊາທ່ານນາໂຄ
ແລ້ວລົງໂມທະນາ........................ຊື່ນຊົມກັນຫລີ້ນ
ກາງເວັນກາງຄືນໃຫ້....................ລະງົມງັນຂັບເສບ
ຈຶ່ງຊິສຸກຢູ່ສ້າງ...........................ສະບາຍເນື້ອຢູ່ເຢັນ
ທຸກທັງຫລາຍຫລີກເວັ້ນ...............ຫນີຫ່າງບໍ່ມີພານ
ຂອງສາມານທັງປວງ..................ບໍ່ມີມາໃກ້
ໃຜຜູ້ທໍາຕາມນີ້..........................ຈະເລີນຂຶ້ນຍິ່ງໆ
ທຸກສິ່ງມີບໍ່ໄຮ້............................ທັງເຂົ້າຫມູ່ຂອງໄພ
ບໍ່ໄດ້ຖືກຕອ້ງ............................ລໍາບາກໃນຕົວ
ກາຍບໍ່ມີມົວຫມອງ.....................ຢ່າງໃດ້ພໍດີ້
ມີແຕ່ສຸກຂີລົ້ນ..........................ຄອງຄົນສະຫນຸກຍິ່ງ
ອົດໃຫ້ຫລິງປ່ອງນີ້....................ເຖິງເຖົ້າແກ່ຊະລາ
* ເດືອນສິບສອງ ບຸນຊ່ວງເຮືອທອດກະຖິນຜ້າປ່າ ແລະກອງອັດຖະ.
ເອົາມາຈາກ: ເວບ ລາວເກົ່າ..........