
ຂຽນເມື່ອ: ມ.ກ.. 24, 2012
| ມີ
2 ຄຳເຫັນ
ແລະ
0 trackback(s)
ຄາຣ໌ນ ຖືວ່າ: ມະນຸດມີຄ່າເທົ່າທຽມກັນແລະສະເຫມີກັນ ການທີ່ຈະເອົາມະນຸດຄົນຫນຶ່ງຫລືຄົນກຸ່ມຫນຶ່ງມາເປັນເຄື່ອງມືເພື່ອໄປສູ່ຄວາມສຳເລັດຂອງຕົນເອງ
ຫລືເພື່ອຄົນສ່ວນຫລາຍນັ້ນ ເປັນການດູຫມິ່ນສັກສີຂອງມະນຸດ ເພາະມະນຸດມີຄ່າເທົ່າທຽມກັນ ເມື່ອເອົາເຂົາມາເປັນເຄື່ອງມືສູ່ຄວາມສຳເລັດເທົ່າກັບເປັນ
ການຢຽບຢ່ຳສັກສີຂອງເຂົາໃຫ້ມີຄ່າຕ່ຳລົງ ການຮັບຜົນຈາກການຫລຸດສັກສີຂອງເພື່ອນມະນຸດເປັນການຜິດສິນທຳ ເພາະມະນຸດບໍ່ຄວນໃຊ້ເປັນເຄື່ອງມື
ເພື່ອປະໂຫຍດຂອງຕົນເອງ ການເອົາຜູ້ອື່ນມາເປັນເຄື່ອງມືເພື່ອຫາປະໂຫຍດເຂົ້າໂຕເອງເປັນສິ່ງທີ່ຜິດ ແຕ່ການຕັ້ງຢູ່ໃນເຫດຜົນ ການເຄົາລົບສິນທຳ
ແລະການຢຶດຫມັ້ນໃນຫລັກການຕ່າງຫາກເປັນສິ່ງທີ່ສົມຄວນເຮັດ ຄວາມສຸກ ຄວາມພໍໃຈເພື່ອຕົນເອງຫລືເພື່ອຄົນສ່ວນຫລາຍບໍ່ແມ່ນສິ່ງທີ່ດີທີ່ສຸດ ເພາະ
ມະນຸດບໍ່ໄດ້ເກີດມາເພື່ອຫາຄວາມສຸກ ແຕ່ເກີດມາເພື່ອເປັນຄົນມີສິນທຳ ມີຫລັກການ ມີເຫດຜົນ ແລະເຮັດຕາມຫນ້າທີ່ ເພາະສະນັ້ນມະນຸດຕ້ອງເຮັດຕາມ
ຫນ້າທີ່ໂດຍເຄົາລົບກົດຂອງສິນທຳ ມະນຸດບໍ່ຄວນສະແຫວງຫາຄວາມສຸກ ຫລືອິຫຍັງກໍ່ຕາມໂດຍປາສະຈາກ ຫນ້າທີ່ແລະຫລັກການ...
ຄາຣ໌ນ ໄຮນ໌ຣິຊ ມາຣ໌ກ (Karl Heinrich Mark) ... ເປັນນັກປັດຊະຍາ ນັກເສດຖະສາດການເມືອງ ນັກສັງຄົມນິຍົມ ນັກຄອມມູນິດ...ຜູ້ເປັນເຈົ້າຂອງ
ແນວຄິດທີ່ມີບົດບາດສຳຄັນຍິ່ງຕໍ່ການພັດທະນາຄອມມູນິດສະໄຫມຕໍ່ມາ...ເບິ່ງໆແລ້ວຫລັກການຂອງເຂົາດີເນາະ...ແຕ່ຄົນເຮົາບໍ່ປະຕິບັດຕາມເອງ...