ຂຽນເມື່ອ: ມ.ກ.. 27, 2012
| ມີ
15 ຄຳເຫັນ
ແລະ
0 trackback(s)
ອັດຕະນິຍົມ (Egoism) ທິດສະດີນີ້ເຊື່ອວ່າ: ການກະທຳຂອງມະນຸດທຸກຄົນ ລ້ວນແຕ່ເປັນໄປເພື່ອຜົນປະໂຫຍດຂອງຕົນທັງນັ້ນ
ເປົ້າຫມາຍຂອງການກະທຳທຸກຢ່າງມີຢູ່ທີ່ດຽວຄື ຜົນດີທີ່ເກີດຂຶ້ນແກ່ຜູ້ກະທຳ ບໍ່ມີໃຜເຮັດຫຍັງທີ່ບໍ່ເພີ່ມພູນປະໂຫຍດໃຫ້ແກ່ຕົນເອງ
ບໍ່ທາງກົງກໍ່ທາງອ້ອມ ທຸກຄົນເຮັດໃນສິ່ງທີ່ຕົນມັກ ແລະພະຍາຍາມຫລີກຫນີສິ່ງທີ່ຕົນຊັງເທົ່າທີ່ຈະເຮັດໄດ້ ສະວັດດີພາບຂອງຕົນນັ້ນ
ມີພະລັງເຫນືອກ່ວາສະວັດດີພາບຂອງຄົນອື່ນສະເຫມີ ອັດຕະນິຍົມຖືວ່າ ທຸກການກະທຳເປັນໄປເພື່ອຜົນປະໂຫຍດຂອງຕົນທັງນັ້ນ
ບໍ່ມີໃຜທີ່ກະທຳອິຫຍັງໂດຍບໍ່ຫວັງປະໂຫຍດທີ່ຈະມາເຖິງຕົນ ພຶດຕິກຳຂອງມະນຸດມີຜົນປະໂຫຍດຂອງຕົນເອງເປັນແຮງຈູງໃຈ ເຫມືອນກັບ
ຂີ້ຫີນຍ່ອມກິ້ງລົງສູ່ບ່ອນຕ່ຳສະເຫມີ ຮອບສ໌ (1588_1679) ເຫັນວ່າ: ຄວາມເຫັນແກ່ຕົວຄືແກ່ນແທ້ຂອງມະນຸດ ດີ ເປັນພຽງຄຳທີ່ໃຊ້ເອີ້ນສິ່ງທີ່
ຕົນເອງມັກ ແລະປາຖະຫນາ ຊົ່ວ ເປັນພຽງຄຳທີ່ໃຊ້ເອີ້ນສິ່ງທີ່ຕົນຊັງ ແລະພະຍາຍາມຫລີກຫນີ ໃນສະພາບທຳມະຊາດມະນຸດຕໍ່ສູ້ແຂ່ງຂັນກັນ
ເພື່ອຕົວເອງສະເຫມີ ມະນຸດສະແຫວງຫາເງິນເພາະເງິນໃຫ້ຄວາມສຸກແກ່ຕົນໄດ້ ມະນຸດສະແຫວງຫາອຳນາດເພາະອຳນາດເຮັດໃຫ້ຄວາມສຸກນັ້ນໆ
ສືບຕໍ່ໄປໄດ້...ຮອບສ໌ ກ່າວວ່າ: ຄຸນນະທຳທັງຫລາຍຄືຄວາມເຫັນແກ່ຕົວ ການທຳປະໂຫຍດໃຫ້ຄົນອື່ນເປັນພຽງການລົງທຶນ ທີ່ຈະທຳປະໂຫຍດແກ່ຕົນເອງ
ການຊ່ວຍເຫລືອຜູ້ອື່ນຄືການຊ່ວຍຕົວເອງທາງອ້ອມ ຄຸນນະທຳເປັນເລື່ອງຂອງຄວາມຮອບຄອບ ຄົນສະຫລາດຍ່ອມເຂົ້າໃຈວ່າ ໃນບາງກໍລະນີການໃຫ້
ຜູ້ອື່ນນັ້ນກໍ່ຄືການໃຫ້ຕົນເອງທາງອ້ອມ...ບາງຄັ້ງເຮົາອາດຈະຕ້ອງຮັບພາລະໃນການທີ່ຈະບຳເພັນປະໂຫຍດແກ່ຜູ້ອື່ນ ແຕ່ພາລະຫລັກກໍ່ຄືພາລະທີ່ເຮົາ
ມີຕໍ່ຕົນເອງ...ຈະເປັນແນວໃດ ລອງຄິດພິຈາລະນາເອງຕາມຄວາມເຫມາະສົມ...