
ຂຽນເມື່ອ: ມ.ກ.. 28, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ມະນຸດທຸກຄົນຕ່າງກໍ່ມີຄວາມຢາກ ແລະຄວາມຢາກຂອງມະນຸດແບ່ງອອກເປັນສາມປະເພດຄື:
1...ຄວາມຢາກທີ່ເກີດຂຶ້ນຕາມທຳມະຊາດ ແລະເປັນສິ່ງຈຳເປັນເຊັ່ນ: ອາຫານ ເຄື່ອງນຸ່ງຫົ່ມ ຢາຮັກສາໂລກ
ແລະທີ່ຢູ່ອາໄສ ສິ່ງເຫລົ່ານີ້ມະນຸດຈະຫລີກຫນີບໍ່ໄດ້ ເພາະເປັນສິ່ງຈຳເປັນ ຄວາມສຸກບໍ່ສາມາດເກີດຂຶ້ນໄດ້ຖ້າປາສະຈາກສິ່ງ
ເຫລົ່ານີ້ ແຕ່ອາຫານແພງໆ ແລະເສື້ອຜ້າງາມໆບໍ່ຈຳເປັນສະເຫມີໄປ...
2...ຄືແຮງປາດຖະຫນາທີ່ເປັນໄປຕາມທຳມະຊາດ ແຕ່ບໍ່ຈຳເປັນສຳຫລັບຊີວິດ ເຊັ່ນ: ຄວາມຕ້ອງການທາງເພດ
ຄວາມຢາກປະເພດນີ້ຄວນດຳເນີນຕາມທາງສາຍກາງ ຄື: ຮູ້ຈັກພໍ ຮູ້ຈັກລະ ຮູ້ຈັກຄວາມປະມານ........ຢ່າແຍ່ງເມຍເຂົາ...
3...ຄືຄວາມຕ້ອງການທີ່ບໍ່ໄດ້ເກີດຂຶ້ນຕາມທຳມະຊາດ ແລະບໍ່ຈຳເປັນສຳຫລັບມະນຸດ ເຊັ່ນ: ຂອງຟຸມເຟືອຍຕ່າງໆ ຊື່ສຽງ ກຽດຕິຍົດ
ຄວາມໂກ້ເກ໋ ຄວາມລູ່ຫລາຕ່າງໆ ສິ່ງເຫລົ່ານີ້ຄວນລະເວັ້ນ...
.............ອີພີຄິວຣັສ (Epicurus:) ຄິດວ່າ: ຊີວິດທີ່ປະເສີດຄືຊີວິດທີ່ຢູ່ຢ່າງງ່າຍໆ ສະຫງົບ ບໍ່ແມ່ນຊີວິດທີ່ທະເຍີທະຍານໄຝ່ຝັນ ແລະມີກຽດໃນສັງຄົມ
ສິ່ງເຫລົ່ານີ້ມີແຕ່ຈະບັ່ນທອນຄວາມສຸກຂອງມະນຸດ ເພາະຈະເປັນນາຍບັງຄັບໃຫ້ມະນຸດຕ້ອງເຮັດແບບນີ້ແບບນັ້ນ ຄົນເຮົາບໍ່ຄວນຕົກ
ເປັນທາດຂອງອິຫຍັງ...ເພາະມັນຈະເຮັດໃຫ້ເຮົາມີຄວາມທຸກຂຶ້ນມາລ້າໆ...ຄວນຮູ້ຈັກພໍ ແລະປະມານ.