 ຂຽນເມື່ອ: ກ.ພ.. 9, 2012
| ມີ
17 ຄຳເຫັນ
ແລະ
0 trackback(s)
- ບ່ອນສະຫນຸກຢ່ານອນ
- ເມຍວອນຢ່າຍິນ
- ເຮັດກິນຢ່າຄ້ານ
- ເຂົ້າບ້ານຢ່າອາຍ
- ຢ່ານຸ່ງຜ້າລາຍໃຫ້ຫມາຫອນເຫົ່າ
- ຢ່າເວົ້າຄວາມເກົ່າມັນເລົ່າຜິດກັນ
- ຢ່ານອນຫງາຍຫລີ້ນດາບ
- ຢ່າຄາບນົມເມຍ
- ຢ່າເລຍໃບຕອງ
- ຢ່າແປງກອງໄມ້ມ່ວງ
- ຢ່າແປງບ່ວງລວງຂວາງ
- ຢ່າກອດນາງໃນນ້ຳ
- ຢ່າຫລັບຕາເຂົ້າຖ້ຳ
- ຢ່າອາບນ້ຳວັງໃສ
- ຢ່າປ້ຳຕົ້ນຫວານ ຢ່າຮານຕົ້ນສົ້ມ
- ມຸດນ້ຳຢ່າເຮັດກົ້ນຟູ
- ຈົກຮູຢ່າເຮັດແຂນສັ້ນ
- ຢ່າຄ້າງຂັ້ນໄດ ຢ່າໄປທີ່ມືດ
- ຢ່າປືດ (ເປີດ) ເສື້ອໃຫ້ທ່ານເຫັນຫລັງ
- ຢ່າຊັງເຈົ້າຫນີ້ ຢ່າຂີ້ໃສ່ທາງຫລວງ
- ຢ່າເອົາເຟືອງມາເຊັດ
- ຢ່າແກ່ໄມ້ທັບທາງ
- ຢ່າອຸ່ນເຂົ້າແລງ
- ຢ່າແທງຄໍຫມໍ້ຫນຶ້ງ
- ນອນສູງໃຫ້ນອນຂວ້ຳ
- ນອນຕໍ່າໃຫ້ນອນຫງາຍ
- ..............ເປັນຄຳປິດສະຫນາເດີໆໆ ຕ້ອງຕີຄວາມຈຶ່ງໄດ້ຄວາມຫມາຍ ມັນບໍ່ທຳມະດາໄດ໋ ໆໆ
- ..................................
- ....................................................ຈາກຫນັງສືຊຸມນຸມນານາຄະຕິ..............
|