 ຂຽນເມື່ອ: ກ.ພ.. 10, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
- ສອງຮັກຈຶ່ງເປັນດອງ ສອງປອງຈຶ່ງເປັນຊູ້ ສອງຮູ້ຈຶ່ງເປັນຜົວເປັນເມຍ
- ອາຫານແຊບເມື່ອຢາກ ຂອງກິນແຊບຂຶ້ນກັບຜູ້ມັກ
- ເງິນຄຳຫາໄດ້ ນ້ຳໃຈຫາຍາກ
- ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ
- ນ້ຳສະຫມຸດເລິກແລະກວ້າງເຊືອກຢັ່ງກໍ່ຍັງເຖິງ ບາດວ່າໃຈຄົນນີ້ຢັ່ງບໍ່ຖ່ອງເຖິງໄດ້
- ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ
- ການຮ້ອງໄຫ້ເປັນກຳລັງຂອງເດັກ ອາກາດເປັນກຳລັງຂອງນົກ...ນ້ຳເປັນກຳລັງຂອງປາ ປວງປະຊາເປັນກຳລັງຂອງຊາດ
- ອ້ອຍຕານຫວານລີ້ນແລ້ວສິ້ນຊາກ ແຕ່ລົມປາກຫວານຫູບໍ່ຮູ້ຫາຍ..............(ຈົນຄັນຫູເລີຍໆໆໆ ອະແງ໋ ອະແງ໋ໆໆ)
- ຟັງດ້ວຍດີ ດ້ວຍຄວາມເຄົາລົບຍ່ອມເກີດປັນຍາ
- ຢ່າໄດ້ຕິດຕາມກົ້ນນຳຄົນທ້ອງຍຶ່ງ ມັນສິຕົດໃສ່ເຈົ້າໃຫ້ດັງວື້ປື່ງເຫມັນແທ້ດາຍ............
- ຢ່າໄດ້ຂຶງຂັງຫນ້າວາຈາເວົ້າອົ່ງ ຝູງພີ່ນ້ອງພົງເຊື້ອສິພາກັນເຫີນຫ່າງ
- ເກີດເປັນຄົນໃຫ້ຮຽນຄວາມຮູ້ ເປັນຄົນປູ້ເຂົາບໍ່ຢຳ ບໍ່ຮູ້ຂາວຮູ້ດຳ (ບາບ ບຸນ ຄຸນ ໂທດ) ເຂົາບໍ່ເກງບໍ່ຢ້ານ
- ຍິງເກີດມາເພື່ອສືບສາຍ ຊາຍເກີດມາເພື່ອສືບຊາດ ຢ່າຄິດເວວາດໄປທາງບໍ່ດີ
- ມີວິຊາຄວາມຮູ້ ແຕ່ຂາດສົມບັດຜູ້ດີກໍ່ໃຊ້ການບໍ່ໄດ້
- ການເວົ້າ ການຂຽນພາສາທີ່ຖືກຕ້ອງ ເປັນເຄື່ອງຫມາຍຂອງຜູ້ມີວັດທະນະທຳສູງ
- ເຮັດນຳຜູ້ຕ່ຳເຂົາຈ່ອງລົງ ເຮັດນຳຜູ້ສູງເຂົາດຶງຂຶ້ນ
- ຂຶ້ນພູສູງຈຶ່ງເຫັນທົ່ງກວ້າງ.........ວ່າຊັ້ນໄດ໋!!
- ຜົນທັງຫລາຍເກີດມາຈາກເຫດ ມີເຫດຈຶ່ງມີຜົນ
- ຜູ້ຍິງມີຄວາມອາຍ ຮູ້ຈັກສະງ່ຽມຈຽມຕົວຈຶ່ງງາມ
- ຜູ້ຊາຍມີຄວາມຮູ້ ຄວາມສາມາດກໍ່ງາມເຫມືອນກັນ
- ຊາດທີ່ບຸນບາບນີ້ ບໍ່ມີໃຜຫລິ່ງເຫັນໄດ້ ລາງເທື່ອທຸກກັບເປັນມີ ຊົ່ວກໍ່ເປັນດີໄດ້ ລາງເທື່ອເຄີຍດີແລ້ວ ກັບຊົ່ວກໍ່ຫາກມີ.............
- .............
- ................................
- .................................................................ຈາກ ນານາຄະຕິບູຮານລາວ............................
|