![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 13, 2012
| ມີ
12 ຄຳເຫັນ
ແລະ
0 trackback(s)
.............................ກໍ່ຮູ້ຢູ່ວ່າຕົນເອງບໍ່ໄດ້ເກີດມາຈາກກົກຫມາກກ້ຽງ ໃຜບໍ່ລ້ຽງໃຫຍ່ເອງເຫມືອນທີ່ເຂົາເວົ້າກັນ
ທຸກຄົນເກີດມາຍ່ອມມີພໍ່ແມ່ເປັນຜູ້ໃຫ້ກຳເນີດ ລ້ຽງດູ ອົບຮົມສັ່ງສອນ...ແລະພໍ່ແມ່ທຸກຄົນກໍ່ຢາກໃຫ້ລູກເປັນຄົນດີ
ມີຄວາມກະຕັນຍູຮູ້ບຸນຄຸນ ຮູ້ຮັກສາມັກຄີ ແລະຈະເລີນກ້າວຫນ້າໃນຫນ້າທີ່ການງານ ສະນັ້ນພໍ່ແມ່ຈຶ່ງສົ່ງເຮົາເຂົ້າ
ໂຮງຮຽນແຕ່ຍັງນ້ອຍເພື່ອສຶກສາຮຽນຮູ້ແລະຂັດເກົາຈິດໃຈເພື່ອຫວັງວ່າອະນາຄົດຂ້າງຫນ້າເຮົາຈະເປັນຄົນດີ ແລະ
ເພິ່ງຕົນເອງໄດ້.......ພໍ່ແມ່ທຸກຄົນພູມໃຈສະເຫມີເມື່ອເຫັນລູກໄດ້ດີແລະປະສົບຄວາມສຳເລັດໃນຊີວິດ................
...........................ແຕ່ສິ່ງທີ່ຂ້າພະເຈົ້າຫວັ່ນໄຫວຢູ່ໃນໃຈກໍ່ຄື.....ຢ້ານຕົວເອງເປັນຄົນທີ່ບໍ່ໃສ່ໃຈພໍ່ແມ່ໃນຍາມເມື່ອ
ທ່ານເຖົ້າແກ່ແລ້ວ ຢ້ານຕົວເອງບໍ່ສົນໃຈ ແລະດູແລພໍ່ແມ່ເທົ່າທີ່ຄວນຈະເຮັດໄດ້ ເຊັ່ນ: ເວົ້າຈາກັບທ່ານມ່ວນໆ ຫາອາຫານ
ທີ່ແຊບໆໃຫ້ທ່ານກິນ ຖາມຂ່າວຄາວສາລະທຸກສຸກດິບ ດູແລການຢູ່ກິນຂອງທ່ານ ດູແລການໄປມາຂອງທ່ານໃຫ້ສະບາຍ
ບໍ່ເຮັດໃຫ້ທ່ານເສຍໃຈເພາະເຮົາ...........ສາເຫດທີ່ຫວັ່ນໄຫວກໍ່ຄື: ເຫັນຫລາຍໆຄອບຄົວມາແລ້ວ ພໍມີເມຍມີລູກມາແລ້ວ
ກໍ່ໃສ່ໃຈແຕ່ຄົນໃນຄອບຄົວຕົນເອງ ບາງຄົນບໍ່ສົນຮອດພໍ່ແມ່ວ່າທ່ານຈະເປັນແນວໃດ? ບາງຄົນອ້າຍເອື້ອຍນ້ອງບໍ່ຖືກກັນກະມີ
ເພາະບາງຄົນຕ່າງມີຄອບຄົວ ເລີຍເອົາຄອບຄົວຕົນເປັນໃຫຍ່ ບາງຄອບຄົວກໍ່ແຍ່ງສົມບັດມໍລະດົກກັນ.................
..........................ຫວັງວ່າຂ້າພະເຈົ້າຈະບໍ່ເປັນແບບນັ້ນ....ຂໍໃຫ້ສິ່ງສັກສິດທັງຫລາຍຈົ່ງດົນບັນດານໃຫ້ຈິດໃຈຂອງຈ້າພະເຈົ້າ
ມີແນວຄິດໄປໃນທາງທີ່ດີ ມີຄວາມກະຕັນຍູ ຮູ້ບຸນຄຸນ ພໍ່ແມ່ຄູບາອາຈານດ້ວຍເຖີດ...ຂ້າພະເຈົ້າກໍ່ຮູ້ຢູ່ວ່າຄວາມກະຕັນຍູ ກະຕະເວທີ
ເປັນເຄື່ອງຫມາຍຂອງຄົນດີ...ແຕ່ກໍ່ຢ້ານອຳນາດມືດເຊັ່ນ: ຄວາມໂລບ ຄວາມໂກດ ແລະຄວາມຫລົງ ຊັກຈູງໃຫ້ຫລົງທາງໄດ້.... ສະນັ້ນ
ຂໍໃຫ້ຂ້າຈົ່ງມີສະຕິ ຈົ່ງມີສະຕິ ຈົ່ງມີສະຕິ..........................................
................................................ທີ່ 13 ເດືອນ 2 ປີແຫ່ງຄວາມສຸກ 2555.....................