
ຂຽນເມື່ອ: ກ.ພ.. 16, 2012
| ມີ
25 ຄຳເຫັນ
ແລະ
0 trackback(s)
************ມີຜູ້ທີ່ນິຍົມກັນດື່ມເຫລົ້າມັກເວົ້າວ່າ: ຖ້າດື່ມບໍ່ຫລາຍກໍ່ຫນ້າຈະບໍ່ເສຍຫາຍອິຫຍັງ ຫລືເປັນອັນຕະລາຍແຕ່ປະການໃດ
ບັນຫາຢູ່ທີ່ວ່າໃຜຈະເປັນຜູ້ກຳຫນົດວ່າດື່ມເທົ່າໃດຈຶ່ງຈະບໍ່ເກີນຄວນ ແລະເກີນຄວນ ເພາະມັກມີປາກົດຢູ່ສະເຫມີວ່າ ຄົນທີ່ຍ່າງ
ໂຊເຊແລ້ວຍັງບອກວ່າ **ຍັງບໍ່ເມົາ ຍັງບໍ່ເມົາ***
*************ຄົນດີຄວນປະພຶດຕົນໃນທຳນອງທີ່ຈະບໍ່ເປັນພິດເປັນໄພຕໍ່ຕົນເອງແລະຜູ້ອື່ນ ຂ້າພະເຈົ້າຄິດວ່ານັກສຶກສາທຸກຄົນ
ຄົງຮູ້ດີວ່າຜົນຮ້າຍຂອງສຸລາເຫລົ້າ ແລະສິ່ງມືນເມົາທຸກຊະນິດເປັນແນວໃດ??? ເພາະສະນັ້ນເພື່ອອະນາຄົດຂອງຕົວທ່ານເອງ
ແລະຂອງປະເທດຊາດ ແລະເພື່ອບໍ່ໃຫ້ເປັນຕົວຢ່າງທີ່ບໍ່ດີແກ່ຄົນອື່ນ ຂ້າພະເຈົ້າຈຶ່ງຂໍຮ້ອງໃຫ້ທ່ານຢ່າແຕະຕ້ອງເຫລົ້າແລະເຄື່ອງດື່ມ
ມືນເມົາຕ່າງໆ ໂດຍເດັດຂາດ...........
*************ສຳລັບຢາສູບແລ້ວຂ້າພະເຈົ້າເຫັນວ່າພວກເຮົາບໍ່ຄວນສູບເລີຍ ເພາະມັນເປັນອັນຕະລາຍຕໍ່ສຸຂະພາບ ທຸກຄົນກໍ່ຮູ້ດີ ແຕ່
ຂ້າພະເຈົ້າກໍ່ບໍ່ເຂົ້າໃຈວ່າເປັນຫຍັງພວກເຮົາຈຶ່ງມັກເຮັດໃຫ້ປາກເຫມັນ ແລະສົກກະປົກຢູ່ເລື້ອຍໄປໂດຍການສູບຢາເຂົ້າໄປແລ້ວພົ່ນຄວັນອອກມາ
ນອກຈາກຈະເປັນອັນຕະລາຍຕໍ່ສຸຂະພາບແລ້ວ ການດື່ມເຫລົ້າ ສູບຢາ ຍັງເຮັດໃຫ້ສິ້ນເປືອງເງິນຄຳໂດຍບໍ່ຈຳເປັນອີກດ້ວຍ ຂໍໃຫ້ທ່ານຄິດ
ພິຈາລະນາເບິ່ງເອງກໍ່ແລ້ວກັນວ່າ ທ່ານຈະຢຸດເສບສິ່ງມືນເມົາຕ່າງໆເຫລົ່ານີ້ ຫລືຈະເຮັດຕໍ່ໄປ ຂ້າພະເຈົ້າຮັບຮອງວ່າຖ້າທ່ານຢຸດໄດ້ທ່ານກໍ່ຈະ
ປະຫຍັດເງິນຄຳໄດ້ຫລາຍຂຶ້ນອີກ ຊ້ຳບໍ່ຫນຳສຸຂະພາບຂອງທ່ານກໍ່ຈະດີຂຶ້ນ ແຂງແຮງຂຶ້ນອີກຫລາຍເທົ່າ......................................