
ຂຽນເມື່ອ: ມ.ນ.. 15, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
************ຖ້າຈະເວົ້າເຖິງຄວາມແຕກຕ່າງແລ້ວກໍ່ມີຫລາຍຢ່າງໃນໂລກນີ້ເຊັ່ນ: ຂາວກັບດຳ.......
ດີກັບຊົ່ວ ສູງກັບຕ່ຳ ລວຍກັບຈົນ..........ແຕ່ໃນທີ່ນີ້ຢາກຈະເວົ້າເຖິງສອງຄຳນີ້ຄື: ເວົ້າກັບເຮັດ........
ຖ້າຈະວ່າໄປແລ້ວມັນກໍ່ຕ່າງກັນປານຟ້າກັບດິນ ແລະໃນທາງທີ່ພໍສັງເກດໄດ້ກໍ່ຄື: ຄົນທີ່ມີແຕ່ເວົ້າ
ເຂົາວ່າເປັນຄົນບໍ່ຈິງ ບໍ່ມັກປະສົບຜົນສຳເລັດໃນຊີວິດ ສ່ວນຄົນທີ່ເຮັດເຂົາເອິ້ນວ່າຄົນຈິງ ມັກເຮັດ
ຫລືກະທຳຫລາຍກ່ວາເວົ້າ ແລະຄົນທີ່ມີແຕ່ເວົ້ານັ້ນ (ເວົ້າຫລາຍ) ກໍ່ມັກຈະມີຄົນຊັງ ສ່ວນຄົນທີ່ກົ້ມ
ຫນ້າກົ້ມຕາເຮັດນັ້ນຢ່າງຫນ້ອຍກໍ່ມີຄົນຊື່ນຊົມ
*************ການຈະເຮັດຫຍັງໃຫ້ປະສົບຜົນສຳເລັດກໍ່ຄືກັນ ເຮົາຕ້ອງລົງມືເຮັດ ບໍ່ແມ່ນມີແຕ່ເວົ້າ..
ແລ້ວຝັນຫວານຍາມກາງເວັນເອົາ............ແບບນີ້ຈິບຫາຍແນ່ນອນ.......ຟັນທຸງ (ຢືມຄຳຫມໍໄວຣັສ
ມາເວົ້າ ຮາໆໆ) ຕາມທີ່ເຄີຍພົບພໍ້ມານີ້ຄົນເຮົາສ່ວນຫລາຍຈະມີແຕ່ເວົ້າບໍ່ລົງມືເຮັດ ເວົ້າຫັ້ນເກັ່ງແທ້ໆ
ໃຜບໍ່ຍອມໃຜໂດຍສະເພາະຍາມເຫລົ້າເຂົ້າປາກ ເດືອນດາວມີຈັກຫນ່ວຍຮູ້ຫມົດໆໆ ເມຍຊາວບ້ານຄົນ
ໃດງາມໆກະຮູ້ຫມົດ ???
*************ຄວາມຈິງກໍ່ຄື: ເວົ້າກັບເຮັດມັນຕ່າງກັນຫລາຍ ຖ້າມີແຕ່ເວົ້າບໍ່ເຮັດມັນກໍ່ບໍ່ໄປຮອດໃສ ຄົນ
ທີ່ປະສົບຜົນສຳເລັດໃນຊີວິດນັ້ນນອກຈາກຈະມີຫົວຄິດດີແລ້ວ ເຂົາຍັງມີຄວາມຫມຸ່ງຫມັ້ນທີ່ຈະກະທຳອີກ
ສະນັ້ນຖ້າເຮົາຢາກປະສົບຜົນສຳເລັດໃນຊີວິດ ກໍ່ຄວນຮຽນຮູ້ຈາກບຸກຄົນທີ່ປະສົບຜົນສຳເລັດນັ້ນແລ້ວນຳ
ມາເປັນແນວທາງຕໍ່ໄປ ຮັບຮອງວ່າຖ້າມີຄວາມຫມຸ່ງຫມັ້ນພໍ.............ເຮົາໄປໄດ້ດີແນ່ນອນ..................