
ຂຽນເມື່ອ: ພ.ພ.. 15, 2012
| ມີ
12 ຄຳເຫັນ
ແລະ
0 trackback(s)
++ ລາຕີເອ້ອາບດ້ວຍ.............ພະຈັນສ່ອງດາວໃສ
ໃນດ່ານແດນດິນຜືນ...............ອາບພະນາແນວໄມ້
ສ່ວນດວງໃຈຂອງເຈົ້າ............ເອົາຫຍັງນໍມາເອ້ອາບ
ບາບແລະບຸນສອງສິ່ງນີ້..........ມີໄວ້ເພື່ອອາບໃຈ...ຈື່ເອົາເນີ
++ ຍາມຕາຍໃຜບໍ່ຫ່ອນຫອບຫິ້ວ...ຊັບສິນເງິນຄຳໄປໄດ້
ຍາດມິດຕາມໄປເຖິງ....................ກໍ່ແຕ່ກອງຟອນນັ້ນ
ອັນທີ່ຕິດຕາມຫ້ອຍ......................ບໍ່ຖອຍວາງລາເລີກ
ດີ_ຊົ່ວ ສອງສິ່ງນີ້........................ຊິຕາມຕື້ຕໍ່ໄປ...ບໍ່ວາງແລ
++ ຄວາມຮູ້ມີທໍ່ຟ້າ.............ປັນຍາຍຶ່ງເຕັມຕົວ
ແຕ່ບໍ່ຄວາມືເຮັດ.................ໃຫ້ເກີດຜົນໃຜຊິຮູ້
ດູດັ່ງກັບຄົນໃບ້..................ນອນຝັນແກ້ບໍ່ອອກ
ບອກກັບໃຜກໍ່ບໍ່ໄດ້..............ວ່າຝັນພໍ້ສິ່ງໃດ............
ຄົມກະວີຂອງ ພ ພວງສະບາ