ຂຽນເມື່ອ: ມິ.ຖ.. 26, 2012
| ມີ
15 ຄຳເຫັນ
ແລະ
0 trackback(s)
++ ລູກໆເອີຍ ເມື່ອເຈົ້າໃຫຍ່ຂຶ້ນມາເປັນບ່າວເປັນສາວ ເຈົ້າຈະມີຄວາມຮັກ ເມື່ອເຈົ້າມີຄວາມຮັກເຈົ້າຈະແຕ່ງງານ
ເມື່ອເຈົ້າແຕ່ງງານເຈົ້າຈະມີສາມີ ພັນລະຍາ ເມື່ອເຈົ້າມີສາມີພັນລະຍາ ເຈົ້າຈະມີລູກ ເມື່ອເຈົ້າມີລູກເຈົ້າຈະມີສະຖາ
ບັນຄອບຄົວ ສະຖາບັນຄອບຄົວຈະເປັນປຶກແຜ່ນຫມັ້ນຄົງ ແລະຈະເລີນຮຸ່ງເຮືອງ ກໍ່ເພາະເຫດ 4 ປະການຄື:
..................ພໍ່ແມ່ຕ້ອງຮັກກັນ ແລ້ວຄວາມຮັກນັ້ນຈະໄປລວມຢູ່ທີ່ລູກ
..................ພໍ່ແມ່ຕ້ອງຊື່ສັດຕໍ່ກັນ ບໍ່ນອກໃຈກັນ
..................ພໍ່ແມ່ມີຄວາມຮູ້ສຶກຮັບຜິດຊອບຕໍ່ສະຖາບັນຄອບຄົວ
..................ພໍ່ແມ່ເຮັດຫນ້າທີ່ຂອງຕົນຢ່າງເຕັມທີ່
ຖ້າຂາດເຫດໃດເຫດຫນຶ່ງໄປ ຄອບຄົວຈະແຕກແຍກໂດຍທັນທີ ຖ້າບໍ່ແຕກແຍກກໍ່ເປັນຄອບຄົວພິການ ມີຖານະບໍ່
ຫມັ້ນຄົງ ເດືອດຮ້ອນວຸ່ນວາຍ ແລະຂາດຄວາມອົບອຸ່ນ
..................ລູກໆເອີຍ ການຈະສ້າງຄອບຄົວບໍ່ແມ່ນເລື່ອງ່າຍ ບໍ່ແມ່ນວຽກງານທີ່ມ່ວນຊື່ນສະນຸກເຮຮາ ແຕ່ເປັນງານທີ່ຍາກລຳບາກ
ແລະເຕັມໄປດ້ວຍຄວາມທຸກ ໃນບາງຄັ້ງຄົນທີ່ບໍ່ເຂັ້ມແຂງ ແລະອົດທົນພໍ ຄົນທີ່ບໍ່ມີຄວາມຮູ້ສຶກຮັບຜິດຊອບ ຍ່ອມຕັ້ງສະ
ຖາບັນຄອບຄົວບໍ່ໄດ້ (ຂ້າພະເຈົ້າເປັນຕົ້ນ ຫະຫະໆ)
..................ສະນັ້ນ ກ່ອນຈະມີຄູ່ຄອງ ກ່ອນຈະແຕ່ງງານເຈົ້າຕ້ອງຄິດໃຫ້ດີໆ ຕັດສິນໃຈໃຫ້ດີກ່ອນວ່າ ເຈົ້າຈະສາມາດໃຫ້ຄວາມຮັກ ຄວາມ
ອົບອຸ່ນແກ່ຄູ່ຄອງແລະລູກໆໄດ້ຢ່າງເຕັມທີ່ ຫລືບໍ່ສະນັ້ນ ເຈົ້າກໍ່ຕ້ອງໃຫ້ສັນຍາກ່ອນວ່າຈະຊື່ສັດຕໍ່ຄູ່ຄອງຕະຫລອດໄປ.........ເຈົ້າມີຄວາມ
ຮັບຜິດຊອບຕໍ່ສະຖາບັນຄອບຄົວພຽງພໍແລ້ວຫລືຍັງ ເຈົ້າຈະສາມາດເຮັດຫນ້າທີ່ຂອງພໍ່ແມ່ທີ່ດີໄດ້ຫລືບໍ່ ?? ຖ້າເຈົ້າຄິດວ່າຍັງບໍ່
ມີຄຸນສົມບັດເຫລົ່ານີ້ ກໍ່ຢ່າຄິດສ້າງຄອບຄົວເດັດຂາດ ເພາະມັນຈະມີແຕ່ຄວາມທຸກ ແລະໄປບໍ່ລອດຮອດຝັ່ງເລີຍ...................