ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

- ພຣະທາດຫຼວງ ເປັນສັນຍາລັກຊາດ, ເປັນຄວາມພາກພູມໃຈຂອງຊົນຊາດລາວທັງມວນ

ພຣະທາດຫຼວງເປັນວັດໃນພຣະພຸດທະສາສນາ.

ພຣະທາດຫຼວງເປັນທີ່ປະດິດສະຖານພຣະບໍຣົມມະສາລີລິກະທາດ.

ພຣະທາດຫຼວງສ້າງຂຶ້ນຄັ້ງແຮກ ປີ ພ.ສ ໒໓໖ ໂດຍພຣະຍາຈັນທະບູຣີປາສິດທິສັກ

ນັບຈາກນັ້ນກະສັດນະຄອນຈັນທະບູຣີ ໄດ້ສະອຸປະຖັມຕລອດມາ.

- ຈັນມາຮອດສະໄໝລ້ານຊ້າງ ເຖິງວ່າບໍ່ມີບັນທຶກໄວ້ວ່າ ພຣະເຈົ້າຟ້າງຸ່ມມະຫາຣາດມານະມັດສະການພຣະທາດຫຼວງກໍຕາມ ແຕ່ເຂົາໃຈວ່າພຣະເຈົ້າຟ້າງຸ່ມຕ້ອງໄດ້ໄຫວ້ພຣະທາດຫຼວງນີ້ ເພາະພຣະເຈົ້າຟ້າງຸ່ມ ໄດ້ໃຫ້ຄວາມສຳຄັນກັບນະຄອນຈັນທະບູຣີ ເທົ່າກັບນະຄອນຊຽງທອງ ເຫັນໄດ້ຈ່າກການປະກາດເອກະຣາດຄັ້ງທີສອງ ຂອງພຣະອົງທີ່ ເໜືອນໍ້າສັກ.

- ກະສັດຈັນທະບູຣີ ລ້ານຊ້າງກໍໄດ້ອຸປະຖົມເລື້ອຍມາ ຈົນມາເຖິງພຣະບາດສົໃເດັດພຣະເຈົ້າໂພທິສາຣາດ ພຣະອົງກໍໄດ້ສະເດັດຈາກນະຄອນຊຽງທອງ ມາໄຫວ້ ແລະປູຣະນະພຣະທາດສີທັມມະຫາຍໂສກ ແລະພຣະທາດຫຼວງນີ້.

- ປີ ໑໕໕໙ ພຣະເຈົ້າໄຊຍະເຊດຖາທິຣາດຊົງຍຸບອຳນາດນະຄອນລ້ານນາ ແລະລ້ານຊ້າງລົງ ມາສະຖາປານານະຄອນຈັນທະບູຣີ ເປັນນະຄອນຈັນທະບູຣີສີສັດຕະນາກຄພນາຫຸດແລ້ວ ພຣະອົງກໍຊົງ ສ້າງພຣະທາດຫຼວງໃຫ້ໃຫຍ່ຂຶ້ນ ຊື່ວ່າ ພຣະທາດໂລກະຈຸລາມະນີ.

alt

 alt