ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ສິ່ງທີ່ຊື້ດ້ວຍເງິນບໍ່ໄດ້ໃນໂລກຄື ສີ່ຢ່າງຄື

1. ຄວາມຮັກ.

2. ເວລາ

3. ຊີວິດ

4, ມີດແທ້

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

  

(ຄົນລາວປັດຈຸບັນເຂົ້າໃຈວ່າ "ທຳ" ເປັນພາສາໄທຍ໌ "ເຮັດ" ເປັນພາສາລາວ, ມີຄຳໜຶ່ງທີ່ໃຊ້ມາແລ້ວເມື່ອ 100 ປີ ຄື "ທຳໄຮ່ທຳນາ" ຄົນດຽວນີ້ ຄັນມີຄົນໃດວ່າ "ທຳໄຮ່ທຳນາ" ກໍຫາວ່າຄົນນັ້ນເວົ້າພາສາໄທຍ໌ ຫຼັກຖານເຖິງນີ້ ບົງບອກວ່າ "ທຳໄຮ່ທຳນາ" ເປັນພາສາລາວແທ້ໆ)

(ຄົນຢ່າງໜຶ່ງ ທີ່ບອກວ່າທຳ ເປັນພາສາລາວ ຄືທຳສັນຍາ ທີ່ເວົ້່າມາແລ້ວຮ່ວມຮ້ອຍປີ, ຫຼັກຖານສອງໜ້າງເຈັ້ຍເທິງນັ້ນເປັນພາສາລາວ ທີ່ບັນທຶກໂດຍຄົນລາວເຜົ່າລື້ໃນເມືອງສິງຫ໌ ແຂວງຫຼວງນຳ້ທາ)

(ຫຼັກຖານນີ້ຂຽນອັກສອນລາວ ຂຽນໃສ່ໃບລານ ທີ່ຢັ້ງຢືນວ່າ "ທຳ" ເປັນພາສາລາວ ແລະຄົນລາວໃນແຂວງອັດຕະປືໄດ້ໃຊ້ມາແລ້ວຫຼາຍຮ້ອຍປີ ໃນໜັງສືເລື່ອງກາລະເກດ ແຕ່ງເປັນກອນຍາວ ພົບທີ່ວັດບ້ານຊ້າຍ ບ້ານຊ້າຍ ເມືອງໄຊເຊດຖາ ແຂວງອັດຕະປື ຂຽນວ່າ "ຢ່າໄດ້ທຳປານາບາບເວນນຳຕ້ອງ")

(ໃນໜັງສືໃບລານສະບັບນີ້ຂຽນເປັນອັກສອນທັມລາວ, ຈາກເມືອງໂພນທອງ ແຂວງຈຳປາສັກ ເລື່ອງກາລະເກດ ເປັນບົດວັນນະຄະດີປະເພດຄຳອ່ານ ຫຼືຄຳເທດແບບລຽງຄວາມ ປາກົດຄຳວ່າ "ກະທຳ" ຢູ່ຫຼາຍ ເຊັ່ນ "ຊ້ຳກະທຳຕົວແຕ່ງຍົນ"

 

(ຫຼັກຖານນີ້ ເປັນອັກສອນທັມບາງຄັ້ງປະສົມອັກສອນລາວແນ່ ຂຽນໃສ່ໃບລານ ໄດ້ຈາກແຂວງສາລະວັນ ປາກົດເຫັນການໃຊ້ "ກະທຳ" ໃນນັ້ນຍັງເຫັນການໃຊ້ທຳໂດດໆ ໃນໜັງສືກາລະນັບມື້ສ້ວຍ ເຊັ່ນ "ຍິງຊາຍທັງຫຼາຍຈັກທຳ"

----------------

- ນັບແຕ່ໃນອະດີດນັບແຕ່ປົດປ່ອຍສ້າງຕັ້ງ ສປປລ ຂຶ້ນມາ, ນອກຈາກການປ່ຽນແປງອັກສອນບາງໂຕແລ້ວ ເຊັ່ນ ການບໍ່ໃຊ້ອັກສອນ "ຣ" ເປັນອັກສອນຂອງຊາດ ທຳໃຫ້ການຂຽນອັກສອນລາວຜິດພ້ຽນໄປຫຼວງຫຼາຍ ໂດຍສະເພາະ ຄຳລາວທີ່ຂຽນແລະສະກົດດ້ວຍໂຕ "ຣ" ເຊັ່ນ ຣົດ, ຣາຄາ, ຣຽບຣຽງ ແລະອື່ນໆ.

- ນອກຈາກນັ້ນ ບໍ່ໄດ້ສະກົດດ້ວຍໂຕ "ຣ" ແລ້ວ ຄວາມໝາຍຂອງການສື່ພາສາປ່ຽນແປງໄປ ມີຫຼາຍຄຳຕາຍ ແລະພິການໄປ.

- ນອກຈາກພາສາລາວຕາຍລົງບາງສ່ວນ, ພິການບາງສ່ວນ ຄວາມໝາຍປ່ຽນແປງ ທີ່ເຫັນໄດ້ກັນຈະແຈ້ງ ຄື ການສື່ຄວາມໝາຍໄຮ້ປະສິດທິພາບ ຂາດຕັກກະ ແລະທຳໃຫ້ເຂົ້າໃຈໃນການສື່ແບບສອງແງ່ສອງງ່າມໃນບາງຄຳ, ທັງໝົດນີ້ ຫາກຈະວ່າເສັຍພາສາ ເໝືອນກັບເສັຍຊາດ ກໍຍັງບໍ່ທັນຈະເວົ້າໄດ້ເຕັມປາກ ເພາະພາສາລາວຍັງໃຊ້ກັນ ໄດ້ຢູ່ ແຕ່ຫາກຈະເວົ້າໄປລ່ວງໜ້າວ່ານີ້ ຄື ການສູນເສັຍເອກະຣາດ ກໍຈະເວົ້າໄດ້ໃນລະດັບໜຶ່ງ ຫາກທາງການ ຟ້າວປັບປຸງ ແກ້ໄຂ ໂດຍທາງຣັດຖະການຢ່າງຈະແຈ້ງ ແລະເປັນຮູບປະທຳ ໂດຍມີຣະບຽບການ ແລະກົດໝາຍ ຄວບຄຸມ ເຊິ່ງມີອົງກອນກ່ຽວກັບພາສາລະດັບທະບວງ ກົມ ຫຼືສຳນັກງານ ກໍອາດຈະຟື້ນຟູຄວາມເປັນເອກະລາດ ທາງພາສານີ້ໄດ້ຄືນ.

- ບັນຫາຂອງພາສາ ແລະອັກສອນລາວນັ້ນ ຕາມທີ່ສັງເກດຕີລາຄານັ້ນ ມີທ່າອ່ຽງແນວໂນ້ມ ໄປໃນການສູນເສັຍ ຫຼາຍກວ່າການພັດທະນາ ສິ່ງທີ່ໜ້າຢ້ານກົວແລະເປັນຫ່ວງນັ້ນ ບໍ່ແມ່ນເລື່ອງອັກສອນສາແລ້ວ ແຕ່ມັນແມ່ນແນວ ຄິດ ແລະຄວາມເຂົ້າໃຈຊາດນັ້ນ ເປັນສິ່ງທີລາຍພາສາ ແລະວັດທະນະທຳລາວ.

- ຕາມໜ້າເວບ ແລະຕາມສັງຄົມ ເຮົາຈະເຫັນລັກສະນະຄວາມບໍ່ເຂົ້າໃຈຄວາມເປັນຊາດລາວຫຼາຍຢ່າງ ບໍ່ວ່າຊິເປັນ ວຽກງານການຮັບຮູ້ວັດທະນະທຳ, ປະຫວັດສາດ ຄວາມເປັນມາຂອງຊາດແລ້ວ ຍັງມີແນວຄິດຊາດນິຍົມອີກແນວ ຄິດໜຶ່ງ ທີ່ທຳໃຫ້ຄຳໃນພາສາລາວບາງຄຳຕາຍລົງເທື່ອລະເລັກລະນ້ອຍ ມີຄົນເຂົ້າໃຈວ່າ ຄຳບາງຄຳ ເປັນພາສາອື່ນ, ເຊັ່ນ ຄຳວ່າ "ທຳ" ນັ້ນເປັນພາສາໄທຍ໌, ຄວາມເວົ້າເຊັ່ນນີ້ ມັນເກີດຈາກການຮັກຊາດ ແຕ່ການຮັກ ຊາດແບບນີ້ ເປັນການທຳລາຍຊາດທີ່ອັນຕະລາຍທີ່ສຸດ ສຳລັລສັງຄົມມະນຸດ.

- ຄຳວ່າ "ທຳ" ມີຄວາມໝາຍກົງກັບຄຳວ່າ "ເຮັດ" ຫາກວ່າ "ທຳງານ" ສາມາດໃຊ້ແທນຄໍາວ່າ "ເຮັດວຽກ, ເຮັດການ" ພາສາລາວເປັນທີ່ອຸດົມສົມບູນ ມີຄຳເວົ້າຫຼາຍຄຳໃນພາສາລາວ ທີ່ມີຄວາມໝາຍດຽວກກັນ ເຊັ່ນ ທຳ, ກະທຳ, ກັມ, ເຮັດ, ປະຕິບັດ ແຕ່ຄຳເລົ່ານີ້ສາມາດນຳໄປໃຊ້ໃນສະຖານທີ່ແລະເກດການຕ່າາງກັນ.

- ຄຳວ່າທຳ ລາວເຮົາໃຊ້ມາເຫິງນານແລ້ວ ແຕ່ມາໄລຍະຫຼັງ ຍ້ອນການປ່ອຍປະລະເລີຍໃນການພັດທະນາພາ ບວດກັບແນວຄິດຊາດນິຍົມ ຕໍ່ຕ້ານບາງຢ່າງ ຈຶ່ງທຳໃຫ້ມີການຕໍ່ຕ້ານວັດທະນະທຳທາງພາສາ ທ່ານສາມາດ ສັງເກດ ຄຳເວົ້າທີ່ໃຊ້ ທຳ ແລະກະທຳ ໃນວັນນະຄະີບູຮານ ໄດ້ໃນຫຼັກຖານເອກະສານເທິງນັ້ນໄດ້ ເອກະສານເລົ່ານີ້ ຄືຫຼັກຖານບັນທຶກພາສາ ແລະວັດທະນະທຳລາວໄດ້ດີທີ່ສຸດ ຫາກເຮົາປະຕິເສດມັນ ເທົ່າກັບເຮົາ ປະຕິເສດຊາດລາວນັ້ນເອງ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

- ທ່ານຄົງໄດ້ຮັບຂ່າວແລ້ວວ່າ ມີລົດຂວຳ້ຕາຍ ໙ ສົບ ທີ່ເມືອງນະຄອນເພັງນັ້ນ ເລື່ອງມັນເປັນຈັ່ງຊີ້.

- ຄົນທີ່ຕາຍນັ້ນ ມີຈຳນວນ ໙ ຄົນ, ໃນນັ້ນມີຕຳຫຼວດຈໍຣະຈອນຄົນໜຶ່ງ ພວກເຂົາມີຈຸດປະສົງຈະເດີນທາງໄປຍັງແຂວງອັດຕະປື ເພື່ອຈະໄປງານກິນດອງເພື່ອນໆຂອງພວກເຂົາ, ໂດຍພວກເຂົາຂີ່ລົດຕູ້ ສະຕາຣ໌ເລັກຊ໌ ຮຸນໄດ ຮຸ້ນໃໝ່ ໑໒ ທີ່ນັ່ງ ເມື່ອລົດໄປຮອດເມືອງນະ ຄອນເພັງກາຍ ຖໍ້າພວງໃນໜ້ອຍໜຶ່ງ ເຊິ່ງລົດແລ່ນດ້ວຍຄວາມໄວປະມານ ໑໔໕ ກມ/ຊມ, ເຫດທີ່ເຮັດໃຫ້ລົດພິກຂວຳ້ ເພາະຢາງກົງລົດລ​້ໍໜ້າແຕກ ຜົນປາກົດເຮັດ ໃຫ້ມີຜູ້ເສັຍຊີວິດ ໙ ສົບ ສ່ວນເມັຍຕຳຫຼວດເຈັບສາຫັດ ລູກເຈັບໜ້ອຍໜຶ່ງ, ຄົນໃນລົດນັ້ນມີ ໑໓ ຄົນ ຕາຍ ໙.

- ໃນຈຳນວນຜູ້ຕາຍນັ້ນ ມີຄອບຄົວໜຶ່ງ ເຮັດວຽກຢູ່ລາວໂທຣະຄົມ ທັງແມ່ແລະລູກ ລູກສາວຄົນໜຶ່ງນັ້ນ ກຳລັງຈະກຽມເຂົ້າແຕ່ງງານບໍ່ເຫິງຂ້າງໜ້ານັ້ນ, ເລື່ອງມີຢູ່ວ່າ ໜຶ່ງໃນ ໓ ຂອງຄອບຄົວນີ້ ກ່ອນໜ້ານັ້ນໄດ້ຝັນເຫັນເລືອດອາບຖວ້າມຕົວ ຜູ້ຝັນມາແກ້ໃຫ້ຍາດພີ່ນ້ອງຟັງ ແລ້ວພວກເຂົາຈຶ່ງມາຕີເປັນເລກ ພາກັນໄປຊື້ເລກຖືກຜູ້ລະເລັກນະນ້ອຍ ທັງ ໓ ຄົນທີ່ຕາຍນັ້ນກໍຖືກ.

- ເມື່ອຖືກເລກແລ້ວ ເຂົາຈຶ່ງພາກັນໄປກິນດອງເພື່ອນຂອງພວກເຂົາ ທັງສາມແມ່ລູກກະ​ໄປອັດຕະປືນຳເຂົາ ຈຶ່ງເກີດອຸປັດຕິເຫດຄັ້ງນີ້

- ຜົນທີ່ຈະບອກວ່າ "ລາງຄືບູຮານ ຄືສິ່ງທີ່ບອກເຫດ ທ່ານກ່າວວ່າລາງນີ້ ເປັນນິມິດທີ່ເທວະດາຜູ້ຮັກສາຕົນຕົວຄົນທຸກໆຄົນ ມາບອກເຫດເປັນໄນໆ ໃຫ້ເຈົ້າຂອງຜູ້ເຫັນ ຫຼືຮູ້ໄດ້ຊາບວ່າ ຈະມີເຫດດີ ຫຼືຮ້າຍເກີດຂຶ້ນແກ່ເຈົ້າຂອງ ຫຼືຄົນອື່ນ, ໂດຍບອກດ້ວຍຄວາມຝັນ, ບອກໂດຍສິ່ງທີ່ໄດ້ເຫັນ, ບອກໂດຍໄດ້ຍິນ ທີ່ຜິດສັງເກດ ເພື່ອເຕື່ອນໃຫ້ຜູ້ເຫັນ ແລະຮູ້ນັ້ນລະວັງ ເພື່ອຫາທາງປ້ອງກັນ, ທາງໃນຄວາມໝາຍທີ່ແທ້ຈິງ ຄືເທວະດາບອກເຫດ ເຫດນັ້ນມີທັງດີ ຮຽກວ່າ "ລາງດີ" ແລະມີທັງຮ້າຍ ຮຽກວ່າ "ລາງຮ້າຍ", ຫາກຄົນໃດເຫັນລາງຮ້າຍ, ທາງພຸດທະສາສນາບໍ່ໄດ້ໃຫ້ເຊື່ອເລື່ອງລາງ ແຕ່ວ່າເມື່ອມະນຸດໄດ້ປະສົບພົບເຫັນລາງແລ້ວ ຫາກເປັນລາງຮ້າຍມັກຈະຕົກອົກຕົກໃຈ, ຫາກເປັນລາງດີມັກຈະດີໃຈ ທັງຕົກໃຈແລະດີໃຈກໍຕາມ ທາງພຸດທະ ສາສນາ ທ່ານໃຫ້ສູດຍັນທຸນນິມິຕຕັງ ໓ ຫົນ ຄື:

6. ສູດກຳຈັດເຄາະ ກຳຈັດຝັນບໍ່ດີ ກໍາຈັດລາງ ແລະຄວາມຝັນ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທທາ ນຸພາເວນະ ວິນາດສະເມນຕຸ ຯ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ທັມມາ ນຸພາເວນະ ວິນາດສະເມນຕຸ ຯ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ສັງຄາ ນຸພາເວນະ ວິນາດສະເມນຕຸ ຯ

- ທ່ານກ່າວວ່າ "ຍ້ອນພຸດທະມົນນີ້ ແລະອະນຸສົງຜົນບຸນທີ່ເຄີຍໄດ້ໄຫວ້ພຣະ ຮັກສາສິນ ໃຫ້ທານ ໃນອະດີດຜ່ານມາ ອາດຈະມາຊ່ວຍເຫຼືອປົກປ້ອງຄຸ້ມຄອງໄດ້ ຫາກວ່າບາບກັມບໍ່ແຮງ.

- ຕາມຄະຕິຄວາມເຊື່ອບູຮານ ບອກວ່າ "ຄັນຝັນເຫັນເລືອດຈະເກີດອັນຕລາຍເຖິງຊີວິດ" ແຕ່ຄອບຄົວນີ້ກັບເຫັນວ່າເປັນເລື່ອງດີ ໄປຕີເປັນເລກ ຜົນປະກົດ ວ່າ ທັງໝົດຖືກເລກໄດ້ເງິນໃຊ້ ພວກເຂົາອາດຄິດວ່າເປັນໂຊກຂອງເຂົາ ຈຶ່ງພາກັນດີໃຈ ແລະລືມໄປວ່າການເຫັນເລືອດ ຫຼືຝັນເຫັນເລືອດ ຫຼືຝັນໄດ້ກິນຊີ້ນ ເລົ່ານີ້ຄືລາງຮ້າຍ;

- ຂຽນມານີ້ ບໍ່ແມ່ນມີຈຸດປະສົງບໍ່ໃຫ້ເຊື່ອເລື່ອງລາງ ເຄາະ ແລະໂຊກ ແຕ່ຂຽນເຕືອນສະຕິໄວ້ບໍ່ໃຫ້ຕັ້ງຢູ່ໃນຄວາມປາມາດ ເພາະພຣະພຸດທະອົງຕັດໄວ້ວ່າ "ປະມາໂທ ມັຈຈຸໂນ ປະທັງ - ຄວາມປະໝາດເປັນທາງແຫ່ງຄວາມຕາຍ" ນັ້ນແລ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເມືອງລ້ານຊ້າງ ອັນເປັນນະຄອນຣັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງບົນສອງຝາກຝັ່ງແມ່ນຳ້ຂອງ(ແມ່ນຳ້ລ້ານຊ້າງ) ຢູ່ນັ້ນ, ລ້ານນາອັນເປັນອາຈັກລາວໂຍນົກ ກໍຂະ ຫຍາຍຕົວຂຶ້ນ ຄຽງຄູ່ກັນກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ, ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການ ປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖາ ນັນດອນສັກຕ່ຳກວ່າພຣະຍາ, ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທ ໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂ ໄທສິສັດຊະນາໄລ, ແຕ່ອຳນາດຂອງລ້ານຊ້າງຂະນະນັ້ນ ມີເຈົາຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະ ຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງ ທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ.

ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳການກອບກູ້ເອກະຣາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນ ສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເຣີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາ ຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານ ຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ.

ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນ ຣັດຕ່າງໆ ທີ່ປົກຄອງກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນຳ້ຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນຳ້ມ້າ ສາມແຄວ” ເປັນອານາຈັກລ້ານຊ້າງ ທີ່ກວ້າງໃຫຍ່ແລະຊົງອຳນາດ ໃນຍຸກນີ້ ເຮັດໃຫ້ລາວເຮົາໃນເມື່ອກ່ອນ ລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ເທິງສອງຟາກຝັ່ງແມ່ນຳ້ຂອງ, ຄວາມຈະເລີນ ທາງດ້ານການເມືອງ ການປົກຄອງ ແລະຂະໜົບທຳນຽມ ແລະ ວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນ ກໍມີອຳນາດທາງດ້ານເສດຖະກິດ ການເງິນຄວບຄູ່ກັນໄປດ້ວຍ ປະເທດລາວ ຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນ ປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອນ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງທີ່ມີການ ພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້.

ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍ ຂະໜາດ ມູນຄ່າຂອງເງິນຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ.
ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອຍເງິນຮ້ອຍ ແລະທີ່ຫົວ ແລະທ້ານຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ.
ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການຮຽກວ່າ “ເງິນເຮືອ”
ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະ ເງິນເຄືອບ ດ້ານເທິງຕອກປະທັບກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະ ນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆ ລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜລິດ.

ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິນແທ່ງ ແລະເງິນໝັນ ແລະມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະ ເງິນຫຼຽນ ແລະອື່ນໆອີກ.
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ບົດຄວາມ ແລະປະວັດກ່ຽວກັບການສຍາມເສັຍດິນແດນນນັ້ນ, ຖືເປັນບົດຄວາມທາງປະຫວັດສາດທີ່ ສ້າງຄວາມເຈັບແຄ້ນແໜ້ນໃຈໃຫ້ແກ່ຄົນໄທຍ໌ໃນປັດຈຸບັນຢ່າງຍິ່ງ, ໃນຖານະທີ່ຄົນໄທຍ໌ເປັນເຈົ້າຂອງປະເທດໄທຍ໌ ອັນເຄີຍມີຊື່ວ່າສຍາມກ່ອນໜ້ານີ້, ມັນຈຶ່ງບໍ່ເປັນເລື່ອງແປກເລີຍ ເມື່ອເຮົາອ່ານໜັງສືພິມ ວາລະສານ ແລະປຶ້ມ ຫຼືເວບໄທຍ໌ກ່ຽວກັບປະວັດສາດໄທຍ໌ໃນໄລຍະ 100 ກວ່າປີມານີ້ ຈະກ່າວເຖິງເລື່ອງນີ້ຢ່າງຫຼວງຫຼາຍ ຍິ່ງໃນໄລຍະນີ້ມີບັນຫາກ່ຽວກັບປາສາດພູເຂົາພຣະວິຫານຂອງທັງສອງປະເທດ ຍິ່ງເຮັດໃຫ້ບົດຄວາມການເສັຍດິນແດນຂອງສຍາມ(ໄທຍ໌) ຖືກຕີແຜ່ ແລະມີການກ່າວເຖິງກັນຢ່າງທົ່ວເຖິງ. ໃນຄວາມໝາຍຂອງການເສັຍດິນແດນຂອງສຍາມນັ້ນ, ຄົນໄທຍໄດ້ໃຫ້ທັດສະນະກ່ຽວກັບເຫດການເສັຍດິນແດນນັ້ນວ່າ “ຖືກບີບບັງຄັບ” ຫຼືມັກຈະໃຫ້ຄໍາວ່າ “ສັນຍາເສັຍປຽບ” ໃນຂະນະດຽວກັນກໍມັກຈະໃຊ້ ຄໍາວ່າ “ພຣະມະຫາກະສັດຂອງໄທຍ໌ທຸກພຣະອົງ ພະຍາຍາມຮັກສາເອກະຣາດຂອງປະເທດ ໂດຍການທຳສົງຄາມເພື່ອປ້ອງກັນຣາຊະອານາຈັກ ຣວມເຖິງການຍອມສະຫຼະດິນແດນເລັກນ້ອຍເພື່ອຮັກສາດິນ ແດນທີ່ສຳຄັນໆ ສະຫຼຸບແລ້ວເຮົາເສັຍໄປ 782.877 ຕາຕະລາງກິໂລແມັດ, ເຫຼືອພຽງ ໕໑໒.115 ຕາຕະ ລາງກິໂລແມັດ ໃນປັດຈຸບັນ” ອັນນີ້ແມ່ນຄຳເວົ້າຂອງຄົນໄທຍ໌ທຸກຄົນຮັບຮູ້ ເຊິ່ງນັກວິຊາການດ້ານປະວັດສາດ ແລະສົນທິສັນຍາທາງປະວັດສາດ ການເສັຍດິນແດນຂອງສຍາມມັກກ່່າວເຖິງສະເໝີ ຈົນເຮັດໃຫ້ມີການສະເໜີບົດຂຽນ ຄຳເວົ້ານີ້ຈາກຄົນໄທຍ໌ໃນຍຸກປັດຈຸບັນ ບໍ່ວ່າຊິແມ່ນທ່ອງທ່ຽວໃນເທິງໜ້າເວັບໄຊນ໌ ຫຼືປື້ມອ່ານໃນງານເສວະນາກ່ຽວກັບປະວັດສາດ, ກໍມັກຈະຍິນເລື່ອງນີ້ເລື້ອຍໆ ນັບແຕ່ປີ 1994 ເຖິງປີ 2000 ທີ່ເຄີຍພຳນັກຢູ່ເມືອງໄທຍ໌ ກໍມັກຈະຍິນຄຳນີ້ຫຼາຍຄັ້ງ, ຈຶ່ງເຮັດໃຫ້ມີຄວາມຄິດຢາກສຶກສາເລື່ອງນີ້ໃຫ້ເຫັນຄວາມຈິງ ຈຶ່ງຕ້ອງໃຊ້ເວລາທ່ອງເວບ ແລະຫາອ່ານປຶ້ມກ່ຽວກັບປະຫວັດສາດຍຸກນີ້ໃຫ້ຫຼາຍຂຶ້ນຈຶ່ງພົບກັບການສະຫຼຸບກ່ຽວກັບ “ການເສັຍດິນແດນຂອງສຍາມ” ທີ່ເຂົາສະຫຼຸບໄວ້ຈະແຈ້ງເຖິງ 14 ຄັ້ງ, ໂດຍນັບຈາກປີ ພ.ສ 2329(ຄ.ສ ໑໗໘໖) ຈົນເຖິງປີ ພ.ສ 2505(ຄ.ສ 2505) ການເສັຍດິນແດນທັງໝົດ 14 ຄັ້ງນັ້ນ, ຊາວໄທຍ໌ສຣຸບໄວ້ວ່າ ເສັຍດິນແດນໃຫ້ບັນດາປະເທດຕ່າງໆ ດັ່ງນີ້

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

- ລະຫວ່າງວັນທີ 18-23 ເດືອນມັງກອນ ປີ 2011 ນີ້ ຈະມີການຊ່ວງເຮືອປະເພນີ ມິດຕະພາບ ລາວ-ກຳປູເຈັຍຂຶ້ນ ທີ່ບ້ານຫາງດອນຂະເໝົາ ເມືອງໂຂງ ແຂວງຈໍາປາສັກລາວ ກັບບ້ານທ່າເປືອຍ ເມືອງແສບ ແຂວງພະວິຫານ ກໍາປູເຈັຍ.
- ການວັນທີ 18 ມັງກອນ 2011 ເປັນມື້ຕັ້ງ, ວັນທີ 23 ມັງກອນ 2011 ເປັນມື້ຊ່ວງ, ງານປີນີ້ ຈັດຂຶ້ນໃນລະດັບເມືອງ ຄື ເມືອງໂຂງ(ລາວ) ກັບເມືອງແສບ(ກຳປູເຈັຍ) ເຊິ່ງມີທ່ານເຈົ້າເມືອງທັງສອງເປັນປະທານຮ່ວມ, ງານນີ້ເປັນງານໃຫຍ່ ທ່ານຜູ້ໃດສົນໃຈ ເຊີນໄປທ່ຽວຊົມໄດ້ ຕາມວັນເວລາດັ່ງກ່າວ, ມີການຈັດຕະຫຼາດນັດທັງສອງປະເທດອີກດ້ວຍ.
(ຂໍອະໄພ ເມື່ອກີ້ບໍ່ທັນໄດ້ສົ່ງພາບ ມີຄົນມາຮັບໄປເບິ່ງຄົນນອນບໍ່ຕື່ນ ນອນແຕ່ຫົວແລງພຸ້ນ ເປັນຕາງຶດປຸກຈັ່ງໃດກະບໍ່ຕື່ນ ບາດໄປຮອດແລ້ວ ໄຕ້ທຽນຂຶ້ນເອົານໍ້າເປົ່າບໍ່ພໍຄາວກະຕື່ນ, ບາດນີ້ ມາເບິ່ງພາບ ສະຖານທີ່ຈະມີງານບຸນຊ່ວງເຮືອ ມິດຕະພາບລາວຂະເໝນຕໍ່)


ລໍເຮືອຈະຂ້າມໄປຝັ່ງທ່າເປືອຍ(ຊື່ຂະເໝນວ່າ ກໍາປົງສະເລົາ)

ວັດທ່າເປືອຍ ຫຼືວ່າວັດກໍາປົງສະເລົາ

ລົງເຮືອຊິກັບລາວ (ໄປຍັງທ່ານບ້ານເມືອງແສນ)

ທີ່ເຫັນບ້ານຫາງດອນຂະເໝົາ ທີ່ນັ້ນຈະມີຕະຫລາດນັດລາວຂະເໝນ

ລ່ອງເຮືອຊົມຝັ່ງຂະເໝນ

ລ່ອງເຮືອຊົມຝັ່ງຂະເໝນ

ທ່າດ່ານບ້ານຫາງດອນຂະເໝົາ ແຕ່ເວລາຂ້າມໄປຂະເໝນ ຫຼືລາວບໍ່ຕ້ອງແຈ້ງໜັງສືທີ່ດ່ານ ຂວ້າມທ່າໃດກໍໄດ້ ໄປຫາຫຼົວຫາຟືນ ທີ່ຝັ່ງນັ້ນສະບາຍ



ເທິງນັ້ນຍັງເປັນຝັ່ງຂະເໝນຢູ່

ສອງຟາກຝັ່ງລາວ-ຂະເໝນ ທີ່ນີ້ຈະໃຊ້ເປັນວັງນໍ້າຊ່ວງເຮືອກັນ


(ພາບທັງໝົດນີ້ ຖ່າຍເມື່ອວັນທີ 10/11/2010 ຄາວໄປທອດກະຖິນ ທີ່ວັດບ້ານຫາງດອນຂະເໝົາ ແລະທອດຜ້າປ່າທີ່ວັດທ່າເປືອຍ)


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນໃນພາສາລາວ

-----
ວັນຈັນ
ວັນອັງຄານ
ວັນພຸດ
ວັນພະຫັດ/ປະຫັດ
ວັກສຸກ
ວັນເສົາ
ວັນອາທິດ
-------

ວັນໃນພາສາໄທຍ໌
ວັນຈັນ
ວັນອັງຄານ
ວັນພຸດ
ວັນພືຫັສບໍດີ
ວັກສຸກ
ວັນເສົາ
ວັນອາທິດ
--------------

ວັນໃນພາສາຂະເໝນ
ທໄງຈັນ
ທໄງອອງເກັຍ
ທໄງປຸດ
ທໄວປຣໍຫົວະ
ທໄງສົກ
ທໄງເສົາ (ອອກສຽງເຊົາ)
ທໄງອາເຕັດ
----------------------------------

12 ເດືອນໃນພາສາລາວ
-----------------
ມັງກອນ/ມະກະຣາ/ມົກກະຣາ
ກຸມພາ
ມີນາ
ເມສາ
ພຶດສະພາ
ມິຖຸນາ/ມິຖຸນ
ກໍຣະກະດາ/ກໍຣະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ/ພະຈິກກາ
ທັນວ່າ
----------
12 ເດືອນໃນພາສາໄທຍ໌
----------
1, ມກຣາຄົມ
2, ກຸມພາພັນ
3, ມິນາຄົມ
4, ເມສາຍົນ
5, ພຶສພາຄົມ
6, ມິຖຸນາຍົນ
7, ກຣດາຄົມ
8, ສິງຫາຄົມ
9, ກັນຍາຍົນ
10, ຕຸລາຄົມ
11, ພືສຈິກຍົນ
12, ທັນວ່າຄົມ
-----------------
12 ເດືອນໃນພາສາຂະເໝນ
-----------------
1, ແມ໊ະກຣາ
2, ກຸມເພັ໊ຍ
3, ມີເນັຍ
4, ເມສາ
5, ອຸສຸເພັຍ
6, ມີຖຸນາ
7, ກະກດາ
8, ເສຍຫາ
9. ກັນຍາ
10, ຕຸລາ
11, ເວຈຈກາ
12, ທນູ

--------------

ປີໃນພາສາລາວ
---------------
ປີຊວດ
ປີລລູ(ສະຫຼູ)
ປີຂາລ(ຂານ)
ປີເຖາະ(ປີຖໍ)
ປີມະໂຣງ(ມະໂລງ)
ປີມະສິງ(ມະເສັງ)
ປີມະມີ(ມະເມັຍ)
ປີວອກ
ປີຣະກາ(ປີລະກາ)
ປີຈໍ
ປີກຸນ
-----------------

ປີໃນພາສາໄທຍ໌
-----------------
ປີຊວດ
ປີລລູ(ສະຫຼູ)
ປີຂາລ
ປີເຖາະ
ປີມະໂຣງ
ປີມະເສັງ
ປີມະເມັຍ
ປີວອກ
ປີຣະກາ
ປີຈໍ
ປີກຸນ
-------------

ປີໃນພາສາຂະເໝນ(ກໍາປູເຈັຍ)
------------------
ຊນໍາຈູດ
ຊນໍາຊເລວ
ຊນໍາຂາຣ໌
ຊນໍາຖໍ(ອອກສຽງທໍ)
ຊນໍາໂຣງ
ຊນໍາມຊັງ
ຊນໍາໂມມີຍ໌
ຊນໍາໂມແມຣ໌
ຊນໍາວອກ
ຊນໍາໂຣກາ
ຊນໍາຈໍ
ຊນໍາກຸລ໌

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

- ຄືວັນນີ້ (21/11/2010) ມີພີ່ນ້ອງທີ່ບ້ານກໍາປົງສະເລົາ ເມືອງແສບ ແຂວງພະວິຫານ ປະເທດກໍາປູເຈັຍ ດ້ວຍໂທລະສັບລາວໂທລະຄົມ ແອັມໂຟນ(ເບີລາວ), ວ່າ ວັນນີ້ ທີ່ວັດ(ໝາຍເຖິງວັດກຳປົງສະເລົາ) ມີການເຮັດບຸນໄຫຼເຮືອໄຟ ແລະໄຫວ້ພຣະແຂ, ຄວາມຈິງໄຫວ້ພຣະໄຫຼເຮືອໄຟນັ້ນ ຄົນລາວເຮົາຄົງຊິຮູ້ກັນ ທົ່ວໄປແລ້ວ ເຖິງວ່າດຽວນີ້ ໄທວຽງຈັນ ຈະເວົ້າວ່າໄຫຼກະໂທງ ຫຼືບາງຄົນວ່າລອຍກະໂທງກະຕາມ ແຕ່ໄທບ້ານຂ້ອຍ(ແຖວສີພັນດອນ) ແຕ່ກ່ອນໄດ້້ເວົ້າ 2 ແບບ ຄື, ໄຫຼເຮືອໄຟ ແລະໄຫຼປະທີບ, ດຽວນີ້ໄຫຼເຮືອໄຟເປັນພາສາທີ່ເວົ້າກັນທົ່ວໄປແລ້ວ ບາງຄົນອາດຊິສົງໄສວ່າ ເອົາວ໌ ໄຫຼເຮືອ ຄືວ່າໄຫຼຕອນນີ້ ບໍ່ແມ່ນໄຫຼແຕ່ຕອນອອກພັນສາພຸ້ນຫວາ.
- ແມ່ນແລ້ວສໍາລັບລາວເຮົານັ້ນ ແມ່ນໄຫຼເຮືອໄຟ ແຕ່ເດືອນ ຂຶ້ນ 15 ຄໍ່າ ເດືອນ 11 ພຸ້ນ ສໍາລັບວຽງຈັນແລ້ວທົ່ວປະເທດ ແຕ່ຊາວບ້ານຂ້ອຍ ແຖວສີພັນດອນ ແມ່ນໄຫຼເຮືອໄຟ ແມ່ນ 3 ຄັ້ງ ຄື ແຮມ 14 ຄໍ່າເດືອນ 9, ເພັງ ເດືອນ 10, ແຮມ ເດືອນ 10 ແລະເພັງ ເດືອນ 11 (ຕອນອອກພັນສານີ້ ແຕ່ລະວັດບໍ່ເໝືອນກັນ ສາມາດໄຫຼເຮືອໄຟໄດ້ຫຼາຍວັນນັບແຕ່ວັນອອກພັນສາໄປຈົນຮອດ ເດືອນ 12 ເພັງ, ເພາະວ່າ ແຕ່ລະວັດນັ້ນ ຫາກມີການເຮັດບຸນໄຫຼເຮືອໄຟ ມັກຈະມີການເພງກອງ ແລະເຮັດບຸນຈົກສະຫຼາກນໍາ ອິອິອິໆ ວ່າຊິ້ວົ້າເລື່ອງໄຫຼເຮືອ ໄຟ ແລະໄຫວ້ພຣະແຂ ບ້ານກໍາປົງສະເລົາຊັ້ນດອກ ເລີຍເວົ້າເລື່ອງອື່ນໄປເລີຍ, ເອົາຈັ່ງຊີ້ກະໄດ້ ການທີ່ບ້ານກໍາປົງສະເລົາ ໄຫຼເຮືອໄຟ ແລະໄຫວ້ພຣະແຂນັ້ນ ເປັນການເຮັດຕາມປະເພນີຂະເໝນ ບໍ່ແມ່ນເຮັດຕາມປະເພນີລາວ ບ້ານກໍາປົງສະເລົານັ້ນ ເປັນບ້ານໃນດີນຂະເໝນ ເປັນບ້ານໜຶ່ງໃນແຄມແມ່ນໍ້າຂອງ ແຕ່ຂຶ້ນກັບເມືອງແສບ ແຂວງພະວິຫານ ບ້ານນີ້ ໄກ້ກັບບ້ານດອນຂະເໝົາ ເມືອງໂຂງ ແຂວງຈໍາສັກ (ປະເພນີ້ ແມ່ນເຮັດກັນສະເພາະໃນບ້ານກໍາປົງສະເລົາເທົ່ານັ້ນ ບ້ານອື່ນໆ ໃນຕາແສງ ແລະເມືອງນັ້ນບໍ່ເຮັດ ຈະເຮັດເໝືອນລາວ).
- ຄວາມຈິງບ້ານກໍາປົງສະເລົານີ້ ພາສາລາວເຮົາຮຽກວ່າ ບ້ານທ່າເປືອຍ, ພາສາຂະເໝນຮຽກວ່າບ້ານກໍາປົງສະເລົາ ແຕ່ກ່ອນບ້ານທ່າເປືອຍ ຂຶ້ນກັບເມືອງມະໂນໄພ ນະຄອນຈໍາປາສັກ ເມື່ອປີ 1941 ສຍາມໄດ້ສົ່ງນະຄອນຈໍາປາສັກໃຫ້ແກ່ລາວແລ້ວ ເມືອງມະໂນໄພໄດ້ກ່າຍດິນແດນຂອງຂະເໝນໄປ, ດ້ວຍເຫດນັ້ນ ມາໃນໄລຍະຫຼັງໆ ບ້ານທ່າເປືອຍ ຈຶ່ງໄດ້ເອົາພິທີກັມແບບຂະເໝນມານໍາໃຊ້, ເພາະໃນເມື່ອກ່ອນສຍາມ ສະໄໝຝຣັ່ງ ແລະອາເມຣິກາ ບ້ານນີ້ ເປັນສູນກາງຂອງທາງການທະຫານ ແລະການປົກຄອງຢູ່ແຖວເວີນຫີນນາກ.
- ດັ່ງທີ່ກ່າວແລ້ວ ການໄຫຼເຮືອໄຟນັ້ນ ຄົນລາວທົ່ວໄປຮູ້ ແລະການໄຫວ້ພຣະແຂນັ້ນແມ່ນຫຍັງ ? ຄົນລາວທົ່ວໄປບໍ່ມີໃຜຮູ້ແນ່ນອນ ເວັ້ນເສັຍແຕ່ຄົນລາວຢູ່ທາງພາກໃຕ້ ໃນຝັ່ງຂວາຂອງດອນໂຂງ ເຊັ່ນເມືອງແສນ, ດອນຖານ ດອນໂລງ ແລະບ້ານອື່ນໆ ໃນເຂດນັ້ນ, ເພາະນອກຈາກບ້ານທ່າເປືອຍເຮັດແລ້ວ ທີ່ເມືອງລາວເຮົາ ມີວັດດຽວເຮັດ (ອາດເປັນວັດດຽວໃນລາວເທົ່ານັ້ນ ທີ່ຜູ້ຂຽນຮູ້ມາກ່ອນ) ຄື ວັດບ້ານດອນກະເດັນ ເມືອງໂຂງແຂວງຈໍາປາສັກ. ຄົນລາວ ແລະຄົນຂະເໝນເຊື່ອສາຍລາວ ຈະເຊື່ອຖືໄຫວ້ພຣະແຂສອງວັດນີ້ ຫາກມີການກົງກັນ ມັກຈະເປັນຈິງແນ່ອນ.
- ໄຫວ້ພຣະແຂ ແມ່ນຫຍັງ ? ໄຫວ້ພຣະແຂແມ່ນການສ່ຽງທວາຍນໍ້າຟ້ານໍ້າຝົນ ໃນປີຕໍ່ໄປ ຈະເຮັດໃນວັນເພັງເດືອນ 12 ເທົ່ານັ້ນ, ຄື ຄໍາວ່າໄຫວ້ພຣະແຂ ເປັນພາສາຂະເໝນ ເມື່ອແປເປັນພາສາລາວແລ້ວວ່າ ໄຫວ້ດວງພຣະຈັນ.
- ພິທິກັມຈະສະຫຼຸບງ່າຍໆ ເລົ່ານີ້
- ຮອດວັນນັ້ນມາ ຊາວບ້ານຈະເອົາເຂົ້າຕົ້ມ ເຂົ້າໜົມ ເຂົ້າເໝົ້າ ເຂົ້າຮາງ ກ້ວຍ ອ້່ອຍ ທູບທຽນມາໂຮມກັນເປັນພາບູຊາ 12 ພາ ທີ່ຂາດບໍ່ໄດ້ ກໍຄື ຫຼໍ່ທຽນດ້ວຍເຜີ້ງບໍລິສຸດເທົ່າກັນ ສີທຽນດ້ວຍ 365 ເສັ້ນ, 12 ເຫຼັ້ມ, ເອົາທຽນນັ້ນ ມາຕິດໃສ່ຮາວໄມ້ໄຜ່ ແລ້ວຫາໄຫ 12 ໜ່ວຍໃສ່ນໍ້າມາໂຕ່ງໄວ້ກ້ອງຮາວທຽນແຕ່ລະເສັ້ນ ແຕ່ລະເຫຼັ້ມ ນັບແຕ່ຕົ້ນລໍາໄມ້ໄຜ່ ເປັນເດືອນຈຽງ, ຍີ່ ໄປຈົນຮອດເດືອນ 12 ທີ່ປາຍໄມ້ໃຜ່ ວັນນີ້ (ຄືເພັງເດືອນ 12) ຈະມີມະຫໍລະສົບຄົບງັນ (ວັນນີ້ ພີ່ນ້ອງບອກວ່າ ມີລໍາວົງ, ລໍາເລື່ອງຄົບງັນ) ໄປຈົນຮອດ 23 ໂມງ, ກໍມີການສູດປະລິດຕະມຸງຄຸນ ຫຼັງຈາກນັ້ນ ໝໍພາມໃນບ້ານນັ້ນ ເຊິ່ງເປັນເຈົ້າພິທີຈະທໍາພິທີ່ກ່າວປ່າວເທວະດາຟ້າແຖນມະເຫສັກຫຼັກເມືອງ ແລ້ວມີການຈູດທຽນທັງ12 ເຫຼັ້ມໃຫ້ຕັ້ງໄວ້ ເມື່ອທຽນໄໝ້ໄປຈົນເຫັນວ່າໄໝ້ດີແລ້ວ ໝໍພາມຈະສ່ຽງທວາຍນໍ້າຝົນ ລົມ ແລ້ງອື່ນໆໆ ຫາກທຽນທີ່ເຫຼັ້ມໃດນໍ້າຕາທຽນຕົກຫຼາຍ ໝໍພາມກໍທວາຍໄປວ່າ ຝົນຈະຫຼາຍ ຫາກນໍ້າຕາທຽນຕົກນ້ອຍ ກໍທວາຍຕາມນັ້ນ.
- ພິເສດ: ສະໄໝຍັງນ້ອຍ ຜູ້ຂຽນເຄີຍເຫັນຫຼາຍຄັ້ງ ທີ່ວັດທ່າເປືອຍແຫ່ງນີ້ ມັນກະເປັນຕາງຶດແທ້ໃດ ທຽນຂະໜາດເທົ່າກັນ ແລະເຜິ້ງເທົ່າກັນ ໃຕ້ທີ່ຮາວທຽນ ແລະປິ່ນປາຍທຽນລົງເໝືອນກັນແລ້ວ ທຽນບາງເຫຼັ້ມ ເຊັ່ນເດືອນ 6-7-8-9-10- ນີ້ທຽນຈະຍ້ອຍຫຼາຍ ແລະເດືອນໆອື່ນໆນັ້ນ ກໍຍ້ອຍທໍາມະດາ ສິ່ງທີ່ງຶດໄປກວ່ານັ້ນ ທຽນເຫຼັ້ມ 1-2 ນີ້ນໍ້າຕາທຽນບໍໍ່ຍ້ອຍເລີຍ.
- ສໍາລັບຜົນຂອງການເຮັດບຸນພະແຂ ບ້ານທ່າເປືອຍ (ກໍາປົງສະເລົາ) ວັນນີ້ ຕ້ອງລໍຄໍາຕອບມື້ອື່ນໆເດີ ຂອບໃຈ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

- ຍາທ່ານຜ່ອງສະມາເລີກ ເລົ່າເລື່ອງ ຍາທ່ານສົມເດັດລຸນໃຫ້ຜູ້ຂຽນ ພ້ອມພຣະສົງຟັງ ຕອນພາພະສົງໄປຄາລະວະສົມມາເພີ່ນຫຼັງຈາກເຂົ້າພັນສາປີ 2008 ທີ່ຈິງເພິ່ນເທດເລື່ງ ໜ້າທີ່ຂອງພຣະສົງ 2 ຢ່າງ ຄື ຄັນຖະທຸລະ ແລະວິປັດສະນາທຸລະ ແຕ່ໃນນັ້ນ ມີເລື່ອງຍາທ່ານສົມເດັດລຸນ ເປັນຕົວຢ່າງປະກອບເລື່ອງ ວ່າດັ່ງນີ້:
- ຍ່າທ່ານສົມເດັດລຸນນັ້ນ ເພີ່ນຖືກໍາເນີດທີ່ບ້ານໜອງໄຮທ່າ ເມືອງໂພນທອງ ນະຄອນຈໍາປາສັກ (ຂະນະນັ້ນ ນະຄອນຈໍາປາສັກຢູ່ ເມືອງເກົ່າເມືອງໂພນທອງ) ຍາທ່ານມີສະມະນະສັກເປັນສົມເດັດ ບໍ່ແມ່ນສໍາເລັດ(ໄທຍ໌ໃຫ້ສາມະນະສັກເພິ່ນເປັນພຽງສໍາເລັດ) ເພາະເພິ່ນເປັນສັງຄະຣາຊາແຫ່ງນະຄອນຈໍາປາສັກ, ໃນສະໄໝນັ້ນ ຈໍາປາສັກເປັນຣາຊະອານາຈັກ ຖານະເປັນອານາຈັກທົ່ວໄປ ແຕ່ເປັນເມືອງໃນອາຣັກຂາຂອງສຍາມເທົ່ານັ້ນ.
- ມີເລື່ອງໜຶ່ງ ທີ່ສະແດງເຖິງຄວາມແກ່ງກ້າທາງວິຊຊາອາຄົມຂອງເພິ່ນແລ້ວ ຍັງເຫັນໄດ້ເຖິງປະຕິພານຂອງຍາທ່ານສົມເດັດລຸນອີກ ຄື
(1) ຊື່ສຽງຂອງຍາທ່ານສົມເດັດລຸນນັ້ນ ນອກຈາກຈະເປັນທີ່ເລົ່າລືກັນເລື່ອງວິຊາອາຄົມ ຄວາມເຂັດຂັງທີ່ເກີດຈາກການປະຕິບັດທັມສາຍສະມັດຖະ ແລະວິປັດສະນາ ກັມມັດຖານແລ້ວ, ຊື່ສຽງຂອງເພິ່ນເປັນທີ່ເກງຂາມຂອງພວກຝຣັ່ງເຈົ້າອະນານິຄົມອີກ ຊື່ສຽງນັ້ນຍັງດັງໄປຮອດຫົວເມືອງລາວ ແລະສຍາມທັງມວນ.
- ຄັ້ງນັ້ນ ທາງການສຍາມຫຼາຍຍຸກພະຍາຍາມທີ່ຈະປາບປາມຍາທ່ານດ້ວຍຫຼາຍວິທີ ຈຶ່ງແຕ່ງໃຫ້ພຣະຂອງສຍາມທີ່ເກ່ງກ້າຫຼາຍອົງມາ ເພື່ອສູ້ກັນທາງ ວິຊຊາອາຄົມອື່ນໆ, ການເດີນທາງໃນສະໄໝນັ້ນລໍາປາກ ຕ້ອງເດີນທາງດ້ວນຊ້າງ, ມ້າເປັນພາຫາລະ.
- ໃນຂະນະນັ້ນ ມີຂະບວນພຣະເກ່ງກ້າທາງວິຊຊາອາຄົມຂອງພຣະສົງສຍາມ ທີ່ໄດ້ຮັບຂ່າວເລົ່າລືຊື່ສຽງ ຄວາມເກ່ງກ້າຂອງຍາທ່ານສົມເດັດລຸນ ໄດ້ມາຍັງນະຄອນຈໍາສັກ ເປົ້າໝາຍເພື່ອມາທົດລອງວິຊາຍາທ່ານສົມເດັດ.
- ໃນຂະນະທີ່ພຣະສົງຊາວສຍາມມານັ້ນ ໄດ້ຕັ້ງຂະບວນມາຫຼວງຫຼາຍ ພຣະທີ່ເກ່ງກ້າຂອງສຍາມນັ້ນໄດ້ນັ່ງເທິງຫຼັງຊ້າງ, ຈະດ້ວຍເຫດໃດ ບໍ່ຮູ້ຄັກ ແຕ່ທາງຜູ້ເລົ່າວ່າ ຍາມທ່ານສົມເດັດລຸນຮູ້ໄດ້ໂດຍຍານວ່າ ທາງພຣະສຍາມຈະມາທົດລອງວິຊາຍາທ່ານ, ຂະນະທີ່ທາງພຣະສຍາມເດີນທາງມາບໍ່ທັນ ເຖິງນະຄອນຈໍາສັກຊໍ້າຍາທ່ານໄດ້ອອກໄປຕ້ອນຮັບກ່ອນ, ໂດຍໄປອົງດຽວ (ໄປດ້ວຍຍາຍພາຫານະໃດ ຜູ້ເລົ່າບໍ່ໄດ້ກ່າວ) ກ່າວພຽງແຕ່ວ່າໄດ້ຕ້ອນ ຮັບລະຫວ່າງທາງ, ຍາທ່ານໄດ້ສະພາຍງ້າວ ແລະດາບໄຂວ່ຫຼັງໄປຢືນລັດໜ້າຂະບວນເດີຍທາງຂອງພຣະສຍາມນັ້ນ.
- ເມື່ອທາງຂະບວນພຣະສຍາມ ເຫັນແລ້ວກໍຫຍຸດຂະບວນພັກ ແລ້ວຮ້ອງຖາມວ່າ:
ກ. ພຣະສຍາມ : ເຮີຍ....ເປັນພຣະຫຼືເປັນໂຈນຫວະ
ຂ. ຍາທ່ານສົມເດັດລຸນ(ຕອນນັ້ນພຣະສຍາມບໍ່ຮູ້ວ່າເປັນສົມເດັດລຸນຕອບວ່າ): ເປັນພຣະ
ຄ. ພຣະສຍາມ: ພຣະອະໄຣຫວະ ທໍາໄມຖຶງສະພາຍງ້າວ ສະພາຍດາບຍັງກະໂຈນ.
ງ. ຍາທ່ານສົມເດັດລຸນ : ແລ້ວ ທ່ານເປັນພຣະຫຼືເປັນຄົນ.
ຈ. ພຣະສຍາມ(ກໍຕອບວ່າ): ເປັນພຣະຊິ.
ສ. ຍາທ່ານສົມເດັດລຸນ(ກໍຕອບໄປວ່າ): ເປັນພຣະອັນໃດ ຈຶ່ງຂີ່ຊ້າງຂີ່ມ້າຈັ່ງຊີ້, ພວກທ່ານຊິໄປໃສກັນນໍ ?
ຊ. ພຣະສຍາມ: ພວກເຣົາຈະໄປທົດລອງວິຊາ ພຣະສົມເດັດລຸນ ແຫ່ງນະຄອນຈໍາປາສັກ ເຂົາວ່າເກັ່ງກ້າສາມາດ ຈະດີຂະໜາດໄໜ ?
- ເມື່ອເວົ້າແລ້ວ ຍາທ່ານສົມເດັດລຸນ ຈຶ່ງຫາຍຕົວໄປ 2 ວັນຕໍ່ມາຂະບວນຂອງພຣະສຍາມກໍມາຮອດວັດ(ທີ່ພໍານັກຂອງຍາທ່ານສົມເດັດລຸນ) ຍາທ່ານສົມເດັດລຸນກໍແຕ່ງຕັ້ງໃຫ້ຄົນໄປຄອຍຕ້ອນຮັບຢ່າງຍິ່ງໃຫຍ່ ທັງໆ ທີ່ທາງພຣະສຍາມບໍ່ໄດ້ບອກຂ່າວມາກ່ອນ ເຮັດໃຫ້ພຣະສຍາມ ຕ້ອງຕົກຕະລຶງສົງໄສໃສເປັນຢ່າງຍິ່ງ.
- ເມື່ອພຣະສຍາມຂຶ້ນໄປ ທີ່ພໍານັກຍາທ່ານສົມເດັດລຸນແລ້ວ ກໍເຫັນຍາທ່ານສົມເດັດລຸນ ເປັນອົງດຽວກັບພຣະທີ່ພົບຖືງ້າວ ຖືດາບຢູ່ກາງປ່ານັ້ນເລີຍ, ຈຶ່ງເກີດຄວາມສະທ້ານຕົກໃຈ ນຶກວ່າຕົນເຈີຂອງແຂງແລ້ວ ກໍປ່ຽນຈຸດປະສົງຈາກການທີ່ຈະມາທົດລອງ ກາຍມາເປັນການຂໍເປັນລູກສິດສາເລີຍ ແຕ່ນັ້ນມາ ພຣະສຍາມ ແລະພຣະທາງພາກອີສານກໍແຫ່ແຫນຫຼັ່ງໄຫຼມາຮຽນວິຊຊານໍາສົມເດັດລຸນ ຄວາມຊ່າລືເລື່ອງວິຊຊາອາຄົມສົມເດັດລຸນ ຈຶ່ງຮັບຄວາມນິຍົມໃນປະເທດໄທຍ໌ເຖິງບັດນີ້.
- ມີການກ່າວກກັນວ່າ ພຣະດັງໆ ຢູ່ໄທຍ໌ທັງໃນອະດີດຮອດປັດຈຸບັນລ້ວນແຕ່່ເປັນລູກສິດ ຫຼືເປັນພຣະທີ່ຮຽນວິຊຊາສາຍສົມເດັດລຸນ ທຸກໆອົງ.
- ນີ້ແລ້ວທ່ານ ວິຊຊາ ແລະຈາຣະນະ (ປະຕິພານ) ເມື່ອນໍາມາລວມກັນແລ້ວ ມັກຈະມີອໍານາດ ແລະຄົງທົນນິລັນການ.
ອ່ານເລື່ອງຍາທ່ານ ໃນເວບໄທຍ໌
ລິງກ໌ ປະຫວັດຍາທ່້ານເປັນພາສາໄທຍ໌
ລິງກ໌ ພຣະຄາຖາສົມເດັດລຸນ
ລິ່ງກ໌ ພຣະຄາຖາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)



- ອຸປະກອນການສື່ສານ
໑. ໃບຂ່າວ
໒. ໃບປິວ.
໓. ແຜ່ນພັບ.
໔. ຈົດໝາຍ.
໕. ໜັງສື.(ປື້ມອ່ານປະເພດຕ່າງໆ)
໖. ວາຣະສານ.
໗. ໜັງສືພິມ.
໘. ວິທະຍຸ
໙. ໂທຣະສັບ
໑. ໂທຣະທັດ.
໑໑. ອິນເຕີເນດ
໑໒. ໜັງ
໑໓. ລຳເລື່ອງ.
໑໔. ລະຄອນ.
໑໕. ເພງ

໑໖. ເທດສະໜາຂອງພຣະສົງ ປະເພດຕ່າງໆ
- ບັນຫາ ແລະອຸປະສັກຕໍ່ການພັດທະນາ.
ດ້ານການສົ່ງສານ
ກ. ເຄື່ອງສົ່ງບໍ່ທັນສະໄໝ ແລະທັນການ.
ຂ. ເຄື່ອງສົ່ງບໍ່ຮັບປະກັນການເຂົ້າເຖິງ.
ຄ. ຜູ້ສົ່ງບໍ່ຮູ້ໃຊ້ເຄື່ອງມື.
ງ. ສື່ບໍ່ຮັບປະກັນຄວາມຖືກຕ້ອງແມ້ນຢຳ.
ຈ. ຜູ້ສົ່ງບໍ່ຮູ້ຈັກສົ່ງສານ.
ດ້ານສານ.
ກ. ເນື້ອຫາບໍ່ທັນສະໄໝ.
ຂ. ພາສາບໍ່ຮັບປະກັນຕໍ່ການເຂົ້າໃຈງ່າຍ.
ງ. ພາສາວິບັດ.(ພາສາ ແລະອັກສອນ)
ຈ. ພາສາ ແລະສາຣະບໍ່ພັດທະນາ.
ດ້ານຜູ້ຮັບ
ກ. ເຄື່ອງຮັບບໍ່ທັນສະໄໝ
ຂ. ຜູ້ຮັບບໍ່ຮູ້ສື່ສານ (ຫູໜວກ, ຕາບອດ)
ງ. ຮູບຮັບ ບໍ່ເຂົ້າໃຈສານ (ກືກໜັງສື ແລະບໍ່ເຂົ້າໃຈພາສາ)
ຈ. ທີ່ສຳ ບໍ່ຮຽນໜັງສື (ບໍ່ມີຄວາມສາດມາດ ແລະປະຕິພານໄຫວພິບ)
- ທັງໝົດລ້ວນແຕ່ບັນຫາຂອງການສື່ສານ ອັນເປັນສິ່ງກີດກັ້ນການພັດທະນາທັງສິ້ນ, ຫາກມີການປັບປຸງ ແ້ໄຂ ສົ່ງເສີມ ບັນຫາເລົ່າໂດຍລັດ ແລະອົງການຈັດຕັ້ງ ບັນຫາຕ່າງຈະກ້າວເຂົ້າສູ່ການພັດທະນາ ຢ່າງມີປະສິດທິພາບ.
 


 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ຍາມໂຊກຂາຍຂີ້ກະລວຍ


ທີ່ບ້ານໜຶ່ງມີຄອບຄົວໜຶ່ງໄດ້ລູກເຂີຍ ໒ ເຂີຍ, ເຂີຍກົກເປັນຈານ ເຂີຍຫຼ້າເປັນຊຽງ, ເອື້ອຍກົກນີີ້ຈັ່ງແມ່ນຊັງ ເຂີຍຊຽງ ຊັງແທ້ຊັງວ່າ ໂຕເອງຊັງຍັງບໍ່ພໍຍັງໄປຍົວະໃຫ້ຜົວຊັງນຳອີກ.
ຢູ່ມາປີນັ້ນ, ຮອດຍາມຝົນສອງຄອບຄົວ ເຂີຍກົກເຂີຍຫຼ້າເຮັດນານຳກັນ ທັງສອງກໍຫາເລື່ອງໃສ່ກັນນັ້ນໆ ນີ້ໆ ເຂີຍຫຼ້າຄືຊິແມ່ນມັນອຸກໃຈ ມັນກໍຈົ່ມເຊົ້າຈົ່ມແລງຜູ້ດຽວມັນຫັ້ນແລ້ວ ວ່າ “ຈັ່ງແມ່ນບໍ່ອຶດຕັ້ງແຕ່ຄວາມຄິດຊິຄ້າ ແຕ່ບໍ ເງິນຊິໄປຄ້າ” (ປັນຍາມີບໍ່ແພ້ ເງິນຊິຄ້າບໍ່ມີ) ຄົນອື່ນໆຍິນຈັ່ງຊັ້ນ ໃຜໆກໍໄດ້ແຕ່ຫົວຂວັນບັກຊຽງ, ພໍດີຄວາມນັ້ນຍິນເຖິງ ຫູພໍ່ເຖົ້າ.
- ພໍ່ເຖົ້າຈຶ່ງເອີ້ນບັກຊຽງໄປຖາມ “ຊຽງເອີຍ ອັນຄວາມໂຕວ່າ ປັນຍາມີບໍ່ແພ້ ເງິນຊິຄ້າບໍ່ມີຫັ້ນ ມັນແມ່ນອິຫຼີບໍ່ ຊຽງ”ກ
- ບັກຊຽງຕອບ “ໂດຍ ພໍ່ເຖົ້າ”
- ພໍ່ເຖົ້າວ່າ “ສູຊິທຳໄດ້ອິຫຼີບໍ່ ? ກູຢາກຮູ້ແທ໊ໆ”ກ
- ບັກຊຽງເວົ້າຕອບຕໍ່ເຖົ້າວ່າ “ບໍ່ເຊື່ອ ໃຫ້ລູກມີເງິນເບິ່ງແມ໊ະ ຊິເຮັດໃຫ້ພໍ່ເຖົ້າເບິ່ງ”.
- ຕົກແລ້ງມາ ພໍ່ເຖົ້າເອີ້ນບັກຊຽງໄປຫາ “ຊຽງ ສູຢາກຄ້າແມ່ນບໍ ?”
- ບັກ ຊຽງຕອບ “ໂດຍ”,
- ພໍ່ເຖົ້າບອກກັບບັກຊຽງວ່າ “ເອົາຈັ່ງຊີ້ຊຽງ ພໍ່ມີເງິນ ໓ ກີບ ພໍຊິລົງທຶນໃຫ້ສູຊິຄ້າໄດ້ບໍ ?”
- ບັກຊຽງຮັບປາກທັນທີ “ໄດ້ ພໍ່ເຖົ້າ”.
- ບັກຊຽງໄດ້ເງິນ ໓ ກີບແລ້ວກໄປຊື້ເຮືອພາໄດ້ໜຶ່ງລຳ ລຳລະ ໑ ກີບ, ຍັງສອງກີບບັກຊຽງກໍພາຍເຮືອ ຂຶ້ນໄປທາງເໜືອ ແລ້ວຮ້ອງຈ່າວຊືຶ້ຜ້າແພເກົ່າຕາມບ້ານນ້ອຍບ້ານໃຫຍ່ວ່າ “ຊາວບ້ານຊາວຊ່ອງພີ່ນ້ອງ ທັງຫຼາຍເຮີຍ, ໃຜມີເສື້ອຜ້າເກົ່າທີ່ເຊົາໃຊ້ແລ້ວ ໃຫ້ນຳມາແລກປ່ຽນເອົາເງິນເດີ”., ຄົນທັງຫຼາຍທີ່ຍິນຈັ່ງ ຊັ້ນ ນຶກວ່າພໍ່ຄ້າເຮືອຜີບ້າ ແຕ່ກໍເອົາເສື້ອຜ້າເກົ່າມາຂາຍແລກເອົາເງິນໝໍຊຽງໄປ ເປັນຈຳນວນ ຫຼາຍຈົນເຕັມເຮືອ, ເມື່ອໝໍຊຽງໄດ້ັຜ້າແພຫຼາຍແລ້ວ ກໍຈ້າງເອົາຄົນພາຍເຮືອໄດ້ຈຳນວນໜຶ່ງ ກໍໄດ້ເອົາ ແພຂາດນັ້ນໄປຈອດຢູ່ດອນກາງນຳ້ ກໍເອົາຫີນກ້ອນງາມໆ ມາແລ້ວກໍເອົາຫໍ່ໃສ່ຜ້າເຜົາໆ ເຜົາຈົນວ່າ ກ້ອນຫີນເປັນສີເຫຼືອງເໝືອນຄຳ, ກໍເອົາລົງໃສ່ເຮືອໃຫ້ຄົນພາຍຂຶ້ນເໝືອໄປ, ທ້າວຊຽງກໍຮ້ອງຈ່າວໄປ ຕາມບ້ານນ້ອຍເມືອງໃຫຍ່ວ່າ “ຊາວບ້ານຊາວຊ່ອງພີ່ນ້ອງຂອງເຮົາເອີຍ ໃຜມີຂີ້ ຈົ່ງເອົາຂີ້ນັ້ນມາແລກ ເອົາຄຳເດີ…ຂີ້ໜຶ່ງຊັ່ງແລກຄຳໄດ້ໜຶ່ງຊ່ັງ” ຊາວບ້ານເຫັນບັກຊຽງຈ່າວເອົາຄຳຊື້ຂີ້ ກໍພາກັນຫົວຂວັນ ວ່າໝໍນີ້ຜີບ້າ, ແຕ່ກໍເອົາຂີ້ມາແລກເອົາຄຳໝໍຊຽງໄປ ຈົນເຮັດໝໍ໙ງຕົກລົງຊື້ສຳເພົາລຳບັກໃຫຍ່ບັນທຸກຂີ້ ຈົນເຕັມ ແລ້ວກໍມຸ້ງໜ້າສູ່ເມືອງໜຶ່ງທີ່ຢູ່ໄກພຸ້ນ”.
- ເມື່ອໃກ້ຊິຮອດເມືອງ ບັກຊຽງກໍອອກເດີນທາງໄປຍັງເມືອງນັ້ນລ່ວງໜ້າກ່ອນ ຕົກຕອນແລງມາຊາວ ຄ້າຂາຍທາງເຮືອກໍຈອດເຮືອທີ່ທ່າ ຂອງເມືອງນັ້ນ ຕອນນັ້ນໝໍຊຽງກໍລົງໄປຫຼິ້ນກັບພໍ່ຄ້າ ທີ່ສາລາແຄມ ທ່າ ບໍ່ເຫິງກໍເຫັນສຳເພົາຂອງໝໍຊຽງມາ ຮູ້ແນ່ໃຈວ່າເປັນເຮືອຂອງຕົນແລ້ວ ກໍທ້ວງຂຶ້ນທັນທີວ່າ “ເຮືອ ສິນຄ້າ ເປັນຫຍັງຈຶ່ງມາຊ້າແທ້ ບໍ່ຢ້ານລົມບໍ່ຢ້ານຟອງບໍ ?
- ພໍ່ຄ້າທັງມວນເຫັນແລ້ວ ກໍວ່າແມ່ນຄືບັກຊຽງ ທັນໃດນັ້ນພໍ່ຄ້າກໍທ້ວງຂຶ້ນວ່າ “ເອ້….ສຳເພົາຂະບວນນີ້ ເຂົາຄ້າຂາຍຫຍັງວ່າ ຄືຈັ່ງວ່າຕິດທຸງຕ່າງກັບສຳເພົາພໍ່ຄ້າທົ່ວໄປ”.
- ໝໍຊຽງໄດ້ທ່າ ກໍຕອບພໍ່ຄ້າໄປວ່າ “ເຂົາຂາຍຂີ້”.
- ພໍແຕ່ໄດ້ຍິນວ່າ “ຂາຍຂີ້” ເທົ່ານັ້ນພໍ່ຄ້າທັງມວນຫັນຄວາມສົນໃຈມາຍັງບັກຊຽງ “ບ໊ະ….ໂຕນີ້ສັງມາ ສາມຫາວແທ້…ມັນຊີມີຈັກເທື່ອ ພໍ່ຂ້າຂາຍຂີ້”.
- ໝໍຊຽງວ່າ “ເຂົາຂາຍຂີ້ແທ້ໆ ບໍເຊື່ອພະນັນກັນບໍ ?”, ພໍ່ຄ້າທັງມວນບໍ່ແຕ່ວ່າ ຂາຍຂີ້ເທົ່ານັ້ນ ກໍຫັນໜ້າ ຫັນຕາມາລົງພະນັນກັບໝໍຊຽງ ໂດຍເອົາສຳເພົາສາມລຳມາລົງ ພ້ອມກັບສິນຄ້າເຕັມສຳເພົາ ກັບ ການສັນຍາຂອງໝໍ່ຊຽງ ວ່າຈະເປັນທາດຮັບໃຊ້ພໍໍ່ຄ້າຕະຫຼອດຊີວິດ.
- ເມື່ອເມື່ອສຳເພົາມາຈອດທ່າ ບັກຊຽງກໍຮ້ອງໄປຖາມນາຍຮ້ອຍສຳເພົາວ່າ “ດູກ່ອນ ນາຍຮ້ອຍສຳເພົາ ສຳເພົາຂອງທ່ານນັ້ນ ມາຂາຍຫຍັງ ?”.
- ນາຍຮ້ອຍສຳເພົາ ວ່າແຕ່ເຫັນໝໍຊຽງຮ້ອງຖາມກໍຕອບ ອອກມາຢ່າງໄວ ຕາມທີ່ສັນຍາກັນໄວ້ແລ້ວວ່າ “ດູກ່ອນທ່ານທັງຫຼາຍ…ອັນວ່າສິນຂ້າຂ້ອຍ ຂອງຕ່ຳບໍ່ຄືເຂົາ ມັນຫາກແມ່ນຂອງເໝັນອາຈົມແກມຂີ້”.
- ວ່າແຕ່ພຽງເທົ່ານັ້ນແລ້ວ ພໍ່ຄ້າທັງຫຼາຍພໍ່ຢາກມຸດນຳ້ຕາຍ ແຕ່ຈະເຮັດຈັ່ງໃດໄດ້ ລົງໄປເບິ່ງສຳເພົາລຳ ນັ້ນເຕັມແຕ່ຂີ້ດັ່ງບັກຊຽງວ່າ ຊາວພໍ່ຄ້າຈຶ່ງເສັຍເລ້ຫຼ່ຽມຊຽງ ໄດ້ເອົາສຳເພົາສາມເຫຼັ້ມມອບໃຫ້ບັກຊຽງ ໝໍຊຽງໄດ້ສຳເພົາ ໓ ລຳແລ້ວ ກໍອອກເດີນທາງໄປຂາຍຂອງໃນສຳເພົາຈົນໝົດແລ້ວ ຈຶ່ງກັບບ້ານ.
- ນີແລ້ວເພີ່ນຈຶ່ງວ່າ “ຍາມໂຊກຂາຍຂີ້ກໍລວຍ” ນັ້ນເອງ.
- (ຈົບບໍຣິບູນ).

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ເຂົ້າໂພດ ກັບສາລີ ໃນພາສາລາວລ້ວນແຕ່ເວົ້າເໝືອນກັນ
- ຄົນສະຫວັນຮອດປາກເຊ ຕະຫຼອດຮອແຂວງພາກໃຕ້ ບໍ່ຮຽກສາລີ ຈະຮຽກເຂົ້າໂພດ ປົດປ່ອຍມາ ຫຼັງປີ ໑໙໗໕ ມີຄົນທາງເໜືອໄປພາເວົ້າສາລີ ກໍຂັດໆ ຫູ ແຕ່ແຕ່ດຽວນີ້ ເວົ້າທັງເຂົ້າໂພດ ທັງສາລີ.
- ອຸບົນ ສີສະເກດ ຮອດປາຈີນ ອາດເວົ້າທົ້ວພາກອີສານທັງໝົດວ່າ ເຂົ້າໂພດ
- ບໍຣິຄຳໄຊ ຂຶ້ນໄປຮອດເມືອງຫຼວງຊຳເໜືອ ວ່າ ສາລີ
- ສ່ວນຄົນລື້ກັບວ່າ ເຂົ້າໂພດ ແຕ່ອອກສຽງເຂົ້າໂປດ
- ຄຳຂ້າງຄຽງ ບາງຄົນກະວ່າ "ເຂົ້າໂຄດ".
- ຫາກປູກກິນໜ່ວຍອ່ອນໆ ຮຽກວ່າ ເຂົ້າສາລອຍ
- ຄົນພາກໃຕ້ ຮຽກເຂົ້າສາລີ ກໍຄືພືດຕະກູນເຂົ້າໂພດ ແລະເປັນຮ່ວງ ເມັດມົນໆ
- ປາກົດເຫັນວ່າ ໃນໜັງສື ຕຳນານຊຽງດົງ ຊຽງທອງ ຊຽງຫຼວງ ໄດ້ຈາກວັດແສນສຸຂາຣາມ ຮຽກ ເຂົ້າໂພດສາລີ


ຈຶ່ງເຂົ້າໃຈວ່າ ໃນພາສາລາວທັງມວນຄົງຈະຮຽກ ເຂົ້າໂພດເປັນຝັກໆເໝືອນກັນໝົດ, ສ່ວນສາລີນັ້ນ ແມ່ນຊະນິດເປັນຮວງ ເໝືອນຂົ້າ ແຕ່ມາໄລຍະຫຼັງໆ ພາສານິຍົມໄດ້ປ່ຽນໄປ ສາລີ ມິອິດທະພົນແຜ່ລາມໄປ ເຂົ້າໂພດ ອາດຖືກລືມ ຫຼືຖືກຍົກໄປໃຫ້ພາສາອື່ນເລີຍ ກໍເປັນໄປໄດ້ ໃຜຊີຮູ້. (ເພາະລາວເຮົາມັກເປັນ ຄັນຍິນສຽງແປຼກໆ ລາວເຮົາມັກຈະ ວ່າພາສາອື່ນໂລດ ເຂົາບໍ່ຮູ້ຊ້ຳວ່າ ພາສາລາວ ໑໐໘ ຊົນເຜົ່າ) ອຶອຶອຶ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

- ຕົ້ນມະນີໂຄດ ເປັນຕົ້ນໄມ້ໃນຕຳນານ ຢູ່ໃນປ່າຫິມມະພານ
- ຕົ້ນໄມ້ນີ້ ຊາວສີພັນດອນເຊື່ອວ່າ ເປັນຕົ້ນມະນີໂຄດ
- ຕົ້ນໄມ້ນີ້ ເປັນຕົ້ນໄມ້ນີ້ ມີພຽງສາມງ່າ
- ຕົ້ນໄມ້ນີ້ເກີດທີ່ຫົວເຫວ ທີ່ຄອນພຣະເພງ
- ເທົ່າທີ່ຜູ້ຂຽນສັງເກດມາ ແຕ່ປີ ໑໙໙໐ ເກືອບທຸກປີ
໑. ຕົ້ນໄມ້ນີ້ ຈະສູງເທົ່ານີ້ມານານ (ຄົນທ້ອງຖິ່ນບອກວ່າ ເປັນແບບນີ້ມານາ ສັງເກດເຫັນຕົນໄມ້ຕົ້ນໜຶ່ງເກີດທີ່ຫຼັງ ພາຍຫຼັງປົດປ່ອຍນີ້ ຍັງໃຫຍ່ທັນ)
໒. ຕົ້ນໄມ້ນີ້ ໃບຈະຫົຼ່ານໃນ ເດືອນ ໓ ປະມານອອກໃໝ່ ຫາເດືອນ ໓ ເພັງ, ສ່ວນຕົ້ນໄມ້ອີກຕົ້ນໜຶ່ງ ບາງປີເດືອນສາມເພັງກໍບໍ່ມີໃບ ບາງປີເດີອນສາມເພັງໃບເຕັມຕົ້ນ)
໓. ຕົ້ນໄມ້ນີ້ ມີສິ່ງພິເສດເກີດຂຶ້ນຫຼາຍຢ່າງ ໂດຍສະເພາມີນົກບາງຊະນິດບິນມາຈັບເປັນໝູ່ໆ ແຕ່ບໍ່ເກີດທຸກໆວັນ ເປັນພຽງ ໒-໓ ວັນຕໍ່ປີ ໂດຍສະເພາະແລ້ວແມ່ນນົກຍາງ ແລະນົກການ້ຳ)
(ແລະອື່ນໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

- ວານີ້ໄປທ່ຽວຮ້ານວາງສະແດງ ຂອງທີ່ລະນຶກງານສະຫຼອງສີ່ຮ້ອຍຫ້າສິບປີ ທີ່ເດິ່ນພຣະທາດຫຼວງ ເງິນພະນັກງານຂາຍອະທິບາຍ ແລະແນະນຳໃຫ້ຄົນຊື້ຂອງຢູ່, ເຫັນເຂົາວ່າ ເຊີນເດີຊື້ຂອງທີ່ລະນຶກວຽງຈັນ "ສີ່ລ້ອຍຫ້າສິບປີ", ເມື່ອເຫັນເຂົາວ່າ ລ້ອຍໆໆໆ ກໍນຶກໝຸດໝັດໃຈໃນການໃຊ້ພາສາຂອງພະນັກງານຂາຍ ຈຶ່ງແກ້ງເວົ້າຫຼິ້ນວ່າ:

- ສາຍເຊລຳເພົາ: ຢາກໄດ້ຂອງທີ່ລະລຶກ "ສີຮ້ອຍຫ້າສິບປີ" ມີບໍ ?
- ພະນັກງານຂາຍ: ທັງໝົດນີ້ແມ່ນຂອງທີ່ລະລຶກ "ສີ່ລ້ອຍຫ້າສິບປີ" ໝົດ.
- ສາຍເຊລຳເພົາ: ບໍ່ຢາກໄດ້ຂອງ "ສີ່ລ້ອຍຫ້າສິບປີ" ແຕ່ຢາກໄດ້ຂອງສີທີ່ລະລຶກ "ສີ່ຮ້ອຍຫ້າສິບປີ".
- ພະນັກງານຂາຍ: ຄັນຊັ້ນມັນກະຂຽນເອົາເທົ່ານັ້ນແລ້ວ.


ຄົນອີສານ ສົງໄສຂັດຫູ ຫຼືໝຸດໝັດໃນຄວາມບໍ່ເຂົ້າໃຈຂອງພະນັກງານຂາຍ ໃນຄວາມໝາຍ ວ່າເຂົາເວົ້າເຖິງຫຍັງ ຈຶ່ງເວົ້າວ່າ.
- ຄົນອີສານ: ທ່ານເອີຍ ຮ້ອງໃຫ້ຫາ "ຮ້ອຍ" ທົ່ວເມືອງລາວ ເໝືອນ ໓໐ ປີກ່ອນຄືນຫຼັງບໍ່ມີແລ້ວ, ມັນເຊື່ອມກັບກັນໝົດແລ້ວ, ມີແຕ່ "ລ້ອຍໆໆ" ຄັນມັນ "ຣ້ອຍ" ກະໃຄຕິ.

- ສາວພະນັກງານຂາຍ: ຢາກໄດ້ຮ້ອຍ ກະບໍ່ຢາກ ເອົາເຊືອກມາຊິຮ້ອຍໃຫ້ກະໄດ້.
- ຟັງຈັ່ງຊັ້ນທັງສາຍລຳເພົາ ຄົນໄທ ແລະໄທອີສານກໍຫົວຂຶ້ນແລ້ວຢ່າງໜີໃຜໜີມັນ ຍັງສົງໄສໃນຄວາມເປັນລາວຂອງເຮົາ ຢູ່ຮອດວັນນີ້ວ່າ "ຄົນລາວເຮົາມັນຊິເຂົ້າໃຈຊ້າແບບນີ້ໄປເຖິງໃສກັນແທ້"

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

- ໃນສັງຄົມປັດຈຸບັນ ສິ່ງທີ່ເປັນເອກະລັກຊາດ ແລະການທີ່ຈະພັດທະນາຊາດໄດ້ຢ່າງມີປະສິດທິພາບນັ້ນ ອັນທຳອິດກໍຄືພາສາ, ອັກສອນ ແລະປະຫວັດສາດ ຂອງຊາດ.

- ປະຫວັດສາດ ບອກຄວາມເປັນອິດສະຫຼະພາບ ແລະຄວາມອະຣະຍະຊາດຂອງຊາດ, ພາສາບົ່ງບອກເຖິງຄວາມເປັນເອກະຣາດ ແລະເອກະລັກຂອງຊາດ, ພາສາ ແລະອັກສອນຂອງແຕ່ລະຊາດ ເປັນເຄື່ອງມີພັດທະນາຊາດແຕ່ແຕ່ລະຊາດໃນທຸກຂົງເຂດວຽກງານ.

- ຫາກເຮົາບໍ່ເອົາໃຈໃສ່ ພາສາ ແລະອັກສອນຂອງເຮົາແລ້ວ ເຮົາຈະເສັຍເອກະລາດທັນທີ, ຄົນທີ່ເສັຍເອກະລັກ ຄືຄົນເສັຍເອກະລາດ.

- ສະນັ້ນ, ພາສາ ແລະອັກສອນລາວ ກໍຄືຄົນລາວໃຊ້ ແລະພັດທະນາມັນ.

- ພັດທະນາຊາດໃຫ້ເຂັ້ມແຂງທາງເສດຖກິດ ສັງຄົມ ແລະວັດທະນະທັມ ຕະຫຼອດແນວທາງອັນຖືກຕ້ອງກໍຕາມ ພາສານັບວ່າມີຄວາມສຳຄັນຍິງ,

- ໃນໄລຍະຂ້າມຜ່ານ ຂອງການພັດທະນາເສດຖະກິດ ສັງຄົມ ແລະວັດທະນະທັມນັ້ນ, ທຸກຊາດເຂົາເນັ້ນໃສ່ ພາສາ ອັກສອນ ແລະປະຫວັດສາດ.

- ແມ່ນກະທັງເທັກໂນໂລຍີ ກໍໃຊ່ອັກສອນ ແລະພາສາ ດັ່ງເຮົາຈະເຫັນວ່າ "ພາສາຄອມພິວເຕີ ເຂົາໃຊ້ພາສາອັງກິດພັດທະນາ ໃນໄລຍະຫຼັງໆ ທຸກປະເທດໃນໂລກເຂົາພະຍາຍາມເອົາພາສາ ແລະອັກສອນ ຂອງເຂົາເຂົາໄປພັດທະນາ.

- ເຊັ່ນເມື່ອເຮົາຕັ້ງວິນໂດວ໌ນັ້ນ ເມື່ອໄປເຖິງຂັ້ນຕອນຂອງການຕັ້ງ ພາສາ ມັນຈະມີໃຫ້ເລືອກຫຼາຍພາສາ ແຕ່ເປັນໜ້າເສັຍດາຍບໍ່ມີພາສາລາວໃຫ້ເລືອກເລີຍ, ນອກຈາກນັ້ນ ໃນເຄື່ອງເອເລັກໂຕຣນິກທີ່ຂາຍໃນບ້ານເຮົາ ບໍ່ມີຄຳສັ່ງຊ໊ອຟເວຣ໌ ເປັນພາສາລາວເລີຍ ທັງໆທີ່ລູກຄ້າ ແລະກຳລັງຊື້ຂອງລາວ ກໍໜ້ອຍໜ້າ ຊາດອື່ນ ແຕ່ຜູ້ຜລິດບໍ່ໄດ້ເອົາໃຈໃສ່ຈຸດນີ້ເລີຍ ເພາະຫຍັງ ?

- ໃນສິນຄ້າທີ່ຜູ້ຜລິດໆມາຂາຍໃຫ້ລາວ ກໍເກືອບວ່າບໍ່ມີຊາດໃດ ສົນໃຈຂຽນຄຳແນະນຳເປັນພາສາລາວເລີຍ, ທັງໆ ທີ່ຂາຍໃນເມືອງລາວແທ້, ອັນນີ້ ບໍ່ວ່າກັນ ແຕ່ຫວຽດນາມເອງ, ທີ່ເປັນປະເທດໃກ້ຊິດລາວສົມຄວນ  ປະເທດຈີນເອງ ກໍມີຄົນຈີນທຳທຸຣະກິດໃນລ້າວ ສົ່ງສິນຄ້າຂາຍໃຫ້ລາວເປັນສ່ວນໃຫຍ່ ຍັງບໍ່ຂຽນຄຳແນະນຳເປັນພາລາວເລີຍ ກົງກັນຂ້າມກັບຂຽນພາສາອື່ນໆຊຳ້ ແມ່ນກະທັງພາສາຂະໝນ ແລະພາສາໄທຍ໌ ເຂົາຍັງເອົາໃຈໃສ່ ອັນນີ້ແລ້ວ ຈຶ່ງວ່າ "ຫາກເຮົາບໍ່ເປັນເຈົ້າພັດທະນາ ແລະນັບຖືພາສາຕົນເອງແລ້ວ ຊາດໃດຈະມາພັດທະນາ ແລະນັບຖືລະ"
- ປ.ລ: ອັນນີ້ບໍ່ແມ່ນຂຽນໃຫ້ຄຽດ ແຕ່ຂຽນໃຫ້ຄິດ

ເບິ່ງຕົວຢ່າງ "ສິນຄ້າຫວຽດນາມທີ່ຂາຍຢູ່ລາວ"

ເບິ່ງຕົວຢ່າງ:alt

alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

alt

alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

- ພາບໂຄສະນາແຜ່ນນີ້ ຖ່າຍທີ່ຖນົນຄູວຽງ ໔ ແຍກອະນຸວົງ (ບໍຣິເວນກອງນະຄອນລຳ) ອາດຊິແມ່ນເພິ່ນໂຄສະນາການທ່ອງທ່ຽວ "ໜຶ່ງດຽວໃນລາວ".

- ຂະໜາດຄຳວ່າ "ໜຶ່ງດຽວໃນລາວ" ກະຍັງມີຮອດ ໘ ພາບ, ຄັນຂຽນວ່າ "໒ ຫຼື ໑໐ ສິ່ງໃນລາວ ຊິບໍ່ມີຮອດ ໑໐໐໐ ສິ່ງພຸ້ນບໍ ? (ຮ່າໆໆໆໆໆໆ)

(ເບິ່ງ)

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ຕາມການສັງເກດເບິ່ງຄູ່ຄອງຫຼາຍຄົນ ແຕ່ງການ ແຕ່ງງານນັ້ນ ເພື່ອຮ້າງຢ່າກັນໄວ້ລ່ວງໜ້າ

ເຫດທີ່ເຮັດໃຫ້ຄິດໄປເຊັ່ນນັ້ນ

ເພາະມີຫຼັກຖານທີ່ພົບ ອາດເຮັດໃຫ້ເຮົາວິເຄາະເຣື່ອງນີ້ໄດ້ ຄື

໑. ການໃຊ້ນາມສະກຸນຕ່າງກັນ

໒. ການໃຊ້ເງິນຕ່າງຖົງກັນ

ສອງຢ່າງນີ້ ເຮັດໃຫ້ວິເຄາະໄປວ່າ ຄູ່ຜົວເມັຍສະໄໝນີ້ບໍ່ເຊື່ອໃຈກັນນັບຕັ້ງແຕ່ຕົ້ນແລ້ວ

ສະນັ້ນ ຈຶ່ງເປັນເຫດໃຫ້ວິເຄາະ "ແຕ່ງເພື່ອຢ່າ"

ໃຜມີຄວາມເຫັນຕ່າງນີ້ ອະທິບາຍໄດ້ຕາມໃຈ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ຝຣັ່ງກິນອາຫານຄົບ ໔ ຢ່າງ ຜົນຂອງການບໍຣິໂພກນັ້ນ ຈຶ່ງອອກມາໃຫ້ໂລກເຫັນວິວັດທະນາການຫຼວງຫຼາຍ, ສິ່ງນີ້ກະສິ່ງໜຶ່ງ ທີ່ເປັນຜົນຈາກການບໍຣິໂພກອາຫານ ໔ ໝູ່, ລາວເຮົາກິນສອງໝູ່ ກະເລີຍໄດ້ແຕ່ພຽງໃຊ້.

alt

ຜູ້ກິນອາຫານເປັນ ແລະຄົບໝູ່ເທົ່ານັ້ນເປັນເຈົ້າ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

- ຕາມການສັງເກດເບິ່ງທັດສະນະຂອງຄົນລາວທັງນ້ອຍ ແລະໃຫຍ່ ທັງເກົ່າແລະໃໝ່ ບໍ່ມັກອ່ານ ແລະບໍ່ມັກຂຽນເພາະມີທີ່ມາຈັ່ງຊີ້

ກ. ເພາະຢ້ານຜິດກົດໝາຍ ຫຼືທີ່ມັກຮຽກວ່າ "ຜິດການເມືອງ"(ທີ່ແທ້ບໍ່ມີກົດໝາຍຫ້າມ ແລະການເມືອງກະບໍ່ຜິດ) ລັດຖະບານບໍ່ຫ້າມແມ່ນແຕ່ໜ້ອຍດຽວ

ຂ. ເພາະບໍ່ເຫັນຄວາມສຳຄັນຂອງການພັດທະນາແນວຄິດ ຊິວິດຕົນ.

ໃຜມີຄວາມເຫັນຕ່າງຈາກນີ້ວ່າມາເລີຍ

(ເພີ່ມຕື່ມ)

ຄ. ມີແນວຄິດບໍຣິໂພກນິຍົມ (ມີແຕ່ບໍຣິໂພກຢ່າງດຽວ)

ງ. ບໍ່ມີຄວາມໝັ້ນໃຈ.

ຈ. ມີແນວຄິດເພິ່ງພາ ແລະເອີຍອິງຄົນອື່ນ.

ສ. ມີແຕ່ຄວາມຮັກຊາດຢ່າງດຽວ ແລະບໍ່ມີຄວາມສຳນຶກໃນຄວາມເປັນຊາດ.

ຊ. ມີແນວຄິດ ບໍ່ເພື່ອແຜ່ເຈືອຈານ

ຍ. ຮູ້ບໍ່ເທົ່າທັນບັນຫາ.

ດ. ວິເຄາະບໍ່ເປັນ.

ແລະອື່ນໆ

ຕື່ມ

ແລ້ວມີກິນ ກໍກິນຢ່າງດຽວບໍ່ຄິດ ເລີຍກາຍເປັນຄົນຄິດບໍ່ເປັນ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

      - ຕາມການອອກແບບສຳຫຼອດສອບຖາມຄວາມຮູ້ພື້ນຖານ ໃນແບບສອບຖາມໃນໄລຍະ ໓ ເດືອນຜ່ານມາ ເຫັນວ່າ "ຜູ້ເຂົ້າຕອບສ່ວນຫຼາຍ ຈະຕອບຄຳຖາມບໍ່ ຖືກນັ້ນ ກວາມເອົາເປີເຊັນສະເຫລັ່ຽ, ບໍ່ວ່າເລື່ອງຂອງປະຫວັດສາດ ພູມສາດ ແລະວິຊາພື້ນຖານວັດທະນະທັມຕ່າງໆ ອັນນີ້ເຮັດໃຫ້ເຫັນວ່າການສຶກສາຂອງລາວ ເຮົາອາດມີຈຸດ ບົກຜ່ອງ ຫຼືເປັນຍ້ອນນັກຮຽນ/ນັກສຶກສາເອງຂາດປະສົບການ ທັກສະໃນການສຶກສາ ບໍ່ໄຂ່ວຄວ້າສຶກສາ.

 

- ຫາກເປັນຈັ່ງຊີ້ ຊັບພະຍາກອນມະນຸດລາວ ຜູ້ທີ່ຈະສືບທອດພັນທະກິດຂອງລາວນັ້ນ ອາດມີຜົນກະທົບໃນການພັດທະນາເສດຖະກິດ ສັງຄົມ ວັດທະນະທັມ, ຕະຫຼອດ ການພັດທະນາແນວທາງອັນຖືກຕ້ອງຂອງພັກ ແລະລັດໄດ້ໃນອະນາຄົດ.

 

- ການພັດທະນາປະເທດຊາດ ຍາມໃດພັກ ແລະລັດເຮົານັ້ນຍ່ອມຕ້ອວການ ບຸກຄົນທີ່ມີຄວາມຮູ້ຄວາມສາມາດ ແລະຫຼັກໝັ້ນສິນທັມປະຕິວັດ ປະກອບດ້ວຍ ທັດ ສະນະ ອັນເປັນປະກອບໄປດ້ວຍຄຸນນະພາບ ແລະປະສິດທິພາບ ປະສົມປະສານກັບພື້ນຖານຄວາມຮູ້ຄຽງຄູ່ກັບສິນທັມ, ວັດທະນະທັມ.

 

- ຄຳວ່າວັດທະນະທັມນັ້ນ ມັນເປັນປັດໄຈສຳຄັນ ໃຫ້ການຜັກດັນໃຫ້ຊາດໜຶ່ງໝູນໄປດ້ວຍຄວາມໝັ້ນຄົງ ດັ່ງທ່ານຜູ້ນຳເຮົາຍ່ອມເວົ້າສະເໝີວ່າ ພາສາບອກຊາດ ມາຣະຍາດບອກຕະ******ນ ໝາຍວ່າຫາກບຸກຄົນໃດ ມີມາຣະຍາດດີເໝາະສົມ ຍ່ອມຢັ້ງຢືນເຖິງຕະ******ນກັນມີວິວັດທະນະການມາດີ, ດ້ານພາສາ ກໍເຊັ່ນກັນ ເຮົາຄົນລາວ ເປັນຊາດທີ່ເກົ່າແກ່ ມີຄວາມພາກພູມໃຈໃນຄວາມເປັນຊາດຂອງຕົນ ແຕ່ຄົນລາວສ່ວນຫຼວງຫຼາຍຍັງບໍ່ທັນຮູ້ແຈ້ງພາສາຂອງຕົນ ເຫັນໄດ້ມີການສົງໄສໃນການໃໍຊ້ພາສາມີການແຍພາສາເພິ່ນ ພາສາໂຕ, ໂດຍບໍ່ຄຳນຶງວ່າ ຊາດລາວເປັນຊາດອາຣະຍະ ມີວິວັດທະນາການຜ່ານຍຸກຂອງປະຫວັດສາດ ມາຍາວນານ ຍ່ອມສະສົມມູນມໍຣະດົກທາງພາສາ ແລະວັດທະນະທັມຂອງຕົນໄວ້ຫຼວງຫຼາຍ, ຫາກເຮົາຍັງມືດມົວຕີຂອບເຂດພາສາລາວ ໄວ້ແຕ່ພຽງສັ້ນໆ ມັນກະເປັນການຕັດຮອນກຳລັງຂອງການພັດທະນາຊາດລາວໄປໄດ້ ທັງຍັງເປັນການຕັດຮອນພາສາຂອງຕົນລົງເທື່ອລະເລັກ ເທື່ອລະນ້ອຍ.

 

- ມາເຖິງວ່າເວລານີ້ ຫາກເຮົາສັງເກດຕີລາຄາສຶກສາເບິ່ງພຶດຕິກັມ ການດຳລົງຊິທົ່ວໄປຂອງປະຊາຊົນນັ້ນ ໂດຍສະເພາະນັ້ນໃສ່ທັກສະການໃຊ້ຊີວິດທີ່ຕິດພັນກັບການ ປະກອບສ້າງຊີວິດນັ້ນ ດັ່ງກັບໄຮ້ຈຸດໝາຍປາຍທາງ ໂດຍສະເພາະວຽກງານທາງດ້ານວັດທະນະທັມ, ປະເພນີ ແລະຣີດຄອງ ເນື່ອງຈາກບໍ່ເຂົ້າໃຈຈຸດໝຸ້ງໝາຍປາຍທາງ ຂອງວັດທະນະທັມທີ່ແທ້ຈິງ ຫາກເຮົາມອງທາງດ້ານປະຫວັດສາດ ຍິ່ງເຫັນໄດ້ຂະແຈ້ງວ່າ ຄົນລາວຍັງບໍ່ທັນກຳແໜ້ນ ປະຫວັດຄວາມເປັນມາຂອງຕົນ ເຫດຜົນແມ່ນການສຶກສາຂັ້ນພື້ນຖານຍັງຍັງບໍ່ທັນເອົາໃຈໃສ່ເປີດກວ້າງສຶກສາດ້ານນີ້ ຍັງແຍກການພັດທະນາອອກເປັນສ່ວນ ທັງວຽກງານດ້ານອັກສອນ ແລະພາສາ ຖືກຕັດຮອນ ເຮັດໃຫ້ພາສາກາຍເປັນພາສາອັມມະພາດ ແລ້ວການສຶກສາເຣື່ອງຕ່າງໆ ກໍຖືກຜົນກະທົບນຳ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ປະສົບການອ່ານໜັງສືຂອງຂ້ອຍ

ນັບແຕ່ຮູ້ຄວາມມາ

ກໍໃຊ້ມາຕລອດ

ຄື

ອ່ານໜັງສືທຸກຢ່າງ ຄື

ອ່ານ ໓ ຫຼົບທຸກໆເລື່ອງ ທຸກເຫຼັ້ມ

ເຊັ່ນ

ຫຼົບທີໜຶ່ງອ່ານເອົາຄວາມ
ຫຼົບທີສອງ ອ່ານຕີຄວາມ
ຫຼົບທີສາມອ່ານຂະຫຍາຍຄວາມ

ຄຳວ່າ

ຫຼົບທີໜຶ່ງອ່ານເອົາຄວາມ : ກໍຄືພະຍາມຍາມເຂົ້າໃຈຄວາມໝາຍຂອງຄຳ ໝາຍຄວາມວ່າ ຮູ້ທຸກຄຳເວົ້າທີ່ຜູ້ຂຽນບັນຈຸຄຳລົງໄປ ເຖິງແມ່ນວ່າຄຳນັ້ນ ເຮົາບໍ່ເຄີຍໄດ້ຮູ້ ບໍ່ເຄີຍໄດ້ຍິນ ຢ່າໄປຫາວ່າເຂົາຂຽນຜິດ ຈົ່ງສຶກສາມັນ
ຫຼົບທີສອງ ອ່ານຕີຄວາມ : ກໍຄືຕີຄວາມໝາຍຂອງຄຳໃຫ້ແຕກສານ ຊອກຮູ້ໃຫ້ໄດ້ວັດຖຸປະສົງ ແລະເປົ້າໝາຍຂອງຜູ້ຂຽນ ທີ່ບັນຈຸເນື້ອຫາລົງໄວ້ໂດຍອາໄສອັກສອນ ເປັນຕົວສື່
ຫຼົບທີສາມອ່ານຂະຫຍາຍຄວາມ : ພະຍາຍາມເອົາຄຳ ແລະຄວາມໝາຍນັ້ນມາວິເຄາະ ເພື່ອຜັນຂະຫຍາຍແນວຄິດອັນມີແລ້ວ ອອກໃຫ້ກວ້າງຂວາງ ເປັນວິທີຄິດຕົນ ເປັນແນນທາງຕົນໃຫ້ໄດ້

ຫາກທ່ານທຳເຊັ່ນນີ້ໄດ້ ທ່ານຈະເປັນຄົນທີ່ເຂົ້າໃຈທຸກຢ່າງ ເຖິງວ່າການອ່ານບໍ່ຈື່ ແຕ່ເຮົາເຂົ້າໃຈ ເຮົາກໍເປັນເລີດໄດ້ ໂດຍອາໄສຫຼັກ ຫົວໃຈນັກປາດມາປະກອບນຳຍິ່ງດີຄື

"ສຸ ຈິ ປຸ ຣິ"

ສຸ-ສຸຕະມະຍະປັນຍາ = ປັນຍາເກີດເພາະການທ່ອງຈົ່ມ. ອ່ານ ແລະຟັງ

ຈິ-ຈິນຕະນາມະຍະປັນຍາ=ປັນຍາເກີດເພາະການຄິດໄຄວ່ຄວ້າ ໄຄ່ຄວນ.

ປຸ-ປັຈສາມະຍະປັນຍາ=ປັນຍາເກີດເພາະຈາກຄົບຫາບັນດິດ ນັກປາດ ອາຈານ ແລະທ່ານຜູ້ຮູ້ ແລ້ວຊັກຖາມສິ່ງນັ້ນ

ຣິ-ຣິຈນາມະຍະປັນຍາ=ປັນຍາເກີດ ເພາະໄດ້ບັນທຶກຂຽນໄວ້

ຄົນລາວ ຈຶ່ງແຕງກອນສອນໄວ້ວ່າ

ສຸຟັງປາກຖ້ອຍ ໂອວາດຄຳສອນ

ຈິ-ຈິນຕະນາການຄິດຮຸ່ງຫວນເຫັນຮູ້

ປຸ-ປຸດສາສົງໄສຂໍ້ແນວໃດໃຫ້ຖາມເຫດ

ຣິ-ຣິຈນາຂຽນຂີດໄວ້ໃນເຈັ້ຍເພື່ອກັນລືມ

 

ຄາຖາດີຂອງຂ້ອຍໃຜຢາກໄດ້ເອົາໄປເລີຍ

ອົມຄືກຄັກ ຈິດສະໝັກ ປະຈັກເຫດ

ເຈາະຈົງເຈດອົມອ່ານເອົາຄາຖາ

ຊອດແຊກສໍ້ເຈາະເອົາຄວາມທຸກເວລາ

ຣິດຈະນາພະຍາຍາມອົມອ່ານຈິງ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ໃນກຸ່ມຊົນຊາດລາວທັງມວນແມ່ນຢຶກຖືຫຼັກສາມັກຄີເປັນບັນຫາສຳຄັນ, ຄົນລາວນັບຖືສາສນາມາຫຼາຍກວ່າພັນປີ ຍ້ອນວ່າມີແນວທາງພຣະພຸດທະສາສນານີ້ ຄົນລາວຈຶ່ງເອື້ອເຝື້ອເກືອ******ລກັນ
ໃນພາວະຄັບຂັນ ຄົນລາວເຮົາສາມັກຄີກັນຢູ່ແລ້ວ ແຕ່ວ່າຄົນລາວເຮົານັ້ນຍ່ອມແຍກມິດແຍກສັດຕູໄດ້
ມີຄຳສອນຫຼາຍຢ່າງທີ່ກ່ຽວຂ້ອງກັບກິທູ້ເບື້ອງຕົ້ນສຳລັບວັດທະນະທັມລາວ ເຊັ່ນ
໑. ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ອຍ
໒. ເຫັນຫົວລ້ານ ຢ່າເວົ້າເຣື່ອງນົກກະຊຸມ
໓. ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ
໔. ບໍ່ມີແຂ້ວ ຢ່າຫາກິນໜັງ
໕. ຢ່າຂ້າມຫຼັງເຕົ່າ ຢ່າເຫົ່າແທນໝາ
໖. ມີເຂົ້າໃຫ້ສົ່ງເຮືອນເໜືອ ມີເກືອໃຫ້ສົ່ງເຮືອນໃຕ້
໗. ຟັນເຮືອໄວ້ຫຼາຍລຳແຮທ່າ ມ່າເຂົ້າໄວ້ຫຼາຍບ້ານເພື່ອເມືອງ
໘, ຢາມຝົນຕົກຢ່າໄດ້ແຍງແວ່ນ ຢາມຮີບແລ່ນຢ່າຖືຂອງໜັກ
໙. ທີ່ສູງຄວນໄຫວ້ ທີ່ໃກ້ຄວນບູຊາ
໑໐. ເພີ່ນບໍ່ຖາມຢ່າເວົ້າ ຢາມກິນເຂົ້າຢ່າໂສກັນ
໑໑. ກິນເຂົ້າໂຕ ຢ່າໂສຄວາມເພິ່ນ
ແລະ ມີຄຳສອນອີກຫຼວງຫຼາຍທີສອນປະເພດດຽວກັນໄວ້ ແຕ່ຄົນລາວເຮົາກໍຍັງຮັກກັນສາມັກຄີກັນ ເພາະຄົນລາວທົ່ວໄປຍ່ອມຮູ້ໄດ້ວ່າ ອັນໃດຄວນອັນໃດບໍ່ຄວນ
ໃນອະດີດ ຈົນຮອດປັດຈຸບັນ ຍ້ອນຄຳສອນບູຮານ ຈຶ່ງເຮັດໃຫ້ຄົນລາວໄປໄສ ມາໄສບໍ່ຖືຫໍ່ເຂົ້າ ບໍ່ຫ່ວງເຣື່ອງນອນ ເພາະຄົນລາວຊ່ວຍກັນສາມັກຄີກັນ
ໃນຄຳສອນຍິງ ກໍມີມາວ່າ
ການເປັນຍິງນີ້ ໃຫ້ຮູ້ຈັກການເຮືອນການຊານ ຢ່າຂຶ້ນເຮືອນສູງລົງເຮືອນຕ່ຳ ມັນຄຳລຳ (ຄຳວ່າຂຶ້ນເຮືອນສູງລົງເຮືອນຕ່ຳ ໃນຄວາມໝາຍນີ້ບໍ່ແມ່ນວ່າບໍ່ໃຫ້ໄປຢ້ຽມຢາມຖາມຂ່າວພີ່ນ້ອງປ້າລູງ ແຕ່ຢ່າໄປໂສເຣື່ອງຄົນອື່ນຈົນລືມແລງລືມງາຍ
ໃນຄຳສອນທາງພຣະພຸດທະສາສນາ ກໍສອນໄວ້ໃນທິດ ໖ ຢ່າງຈະແຈ້ງກ່ຽວກັບການຊ່ວຍເຫຼືອກັນ ສຳລັບບຸກຄົນທີ່ມີສ່ວນພົວພັນກັນ
ແຕ່ທ່ານຫ້າມໄວ້ນັ້ນ ເຊັ່ນ
໑. ຄົນບໍ່ຮູ້ຈັກໜ້າ
໒. ຍາມເວລາທີ່ມີວຽກ
໓. ສຳລັບເຣື່ອງບາງເຣື່ອງ ກໍບໍ່ຄວນທີ່ຈພເວົ້າ ເຊັ່ນ ເຣື່ອງຄຸນຄວາມດີຂອງຕົນ ຢ່າເວົ້າໃຫ້ຄົນອື່ນຟັງ ຈະເປັນອັນຕຣາາຍແກ່ຕົນເອງ ດັ່ງນີ້ເປັນເຄົ້າ ແຕ່ສຳລັບຄົນໃຫນອານັດຂອງຕົນ ເຊັ່ນໃນທິດຫົກກັບນົດໄວ້ ເຊັ່ນ
໑. ພໍ່ແມ່ກັບລູກ
໒. ຜົວກັບເມັຍ
໓. ໝູ່ກັບເພື່ອນ
໔. ເຈົ້ານາຍ
໕. ສະມະນະຊີພຣາມ
໕. ຊາດສາສນາ
ເຫຼົ່ານີ້ເປັນຕົ້ນ ຫາກເຮົາມີເວລາ ແລະ ສັດທາ ຫຼືບໍ່ມີສັດທາກໍຄວນເຮັດໃຫ້ສຸດກົກສຸດປາຍ
ສ່ວນສັດຕູໝູ່ອາຄາດ ຫຼືຄົນບໍ່ຮູ້ຈັກກໍຄວນລະວັງໃນການກະທຳທັງສາມປະການທີ່ກ່າວມາຂ້ງຕົ້ນ
ສຳລັບ ການເວົ້າກໍເຊັ່ນກັນຄວນລະວັງແມ່ນກະທັງຍາດຕິພີ່ນ້ອງ ເວົ້າຫຼາຍບໍ່ມີເຂົ້າຈອກໝໍ້ ວ່າຊັ້ນນາ
ຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 2 ຄຳເຫັນ ແລະ 0 trackback(s)

ອາຕະມາ ເຫັນຄົນໄດ້ດິບໄດ້ດີ ທຸກຄົນສ່ວນຫຼາຍນັ້ນ ຕາມສັງເກດເບິ່ງມັກຈະເປັນຄົນດຸໝັ່ນ ຂະຫຍັນ ອົດທົນ ແລະເຈົ້າຣະບຽບ ແທບທຸກຄົນ ບໍ່ວ່າຈະແມ່ນການຮຽນສຶກສາຫາຄວາມ ຮູ້ວິຊາການ ກໍຄືປະກອບການງານຫາລ້ຽງຊີບ ນ້ອຍໃຫຍ່ ທັງທີ່ຢູ່ບ້ານນອກ ແລະໃນເມືອງ, ຮຽນສູງຮຽນຕໍ່າ ຫຼືບໍ່ໄດ້ຮຽນກໍຕາມ ຕ້ອງມີຄຸນສົມບັດອັນນັ້ນທຸກຄົນ.
ຄວາມດຸໝັ່ນ ຂະຫຍັນອົດທົນເປັນຄຸນສົມບັດຂອງບຸກຄົນແທ້ໆ ຂ້າເຈົ້າສັງເກດເບິ່ງໝູ່ຄົນໜຶ່ງ ສະໄໝຮຽນນຳກັນເຂົາມີນິໄສແປກໆ ຄືເປັນຄົນງຽບຂຶມ, ບໍ່ຄ່ອຍເວົ້າຈາພາທີ ແຕ່ເມື່ອໄດ້ເວົ້າແລ້ວໝູ່ຈະຕ້ອງໄດ້ສຽງຫົວ ແລະຮອຍຍິ້ມຕະຫຼອດ ເວລາສົນທະນາກໍມັກຈະເວົ້າ ມີລັກສະນະແບບປຶກສາຫາຣື ແລະໃຫ້ຄວາມເຫັນ. ນັບແຕ່ຮຽນນຳກັນມາ ເຂົາບໍ່ເຄີຍຂາດໂຮງຮຽນໂດຍໄຮ້ເຫດຜົນ, ເວລາອອກແຮງງານເຂົາກໍມັກຈະຕັ້ງໃຈເຮັດຢ່າງຈິງຈັງ, ຂ້າພະເຈົ້າເຄີຍຖືກຢູ່ໃນຈຸດຽວກັບເຂົາສະໄໝນັ້ນ ມັກຈະມີຊົ່ວໂມງກະສິກຳ ການເຮັດສວນຄົວ ໂຮງຮຽນປູກຜັກເຂົາຈະມັກຈະເຮັດໜານຜັກງາມ ແລະປູກຜັກເປັນ ຣະບຽບດີ ເວລາວັນເສົາ ອາທິດໂຮງຮຽນພັກ ເຂົາກໍຈະເປັນຜູ້ອາສາ ມາຫົດຜັກຂອງ ໂຮງຮຽນ ເຖິງບໍ່ແມ່ນຜຽນຂອງເຂົາກໍຍັງມາ ນອກຈາກໜານຜັກທີ່ເຂົາຮັບຜິດຊອບແລ້ວ ຫາກວ່າໜານຜັກຈຸອື່ນແຫ້ງ ເຂົາກໍຮັບຜິດຊອບຫົດໃຫ້ ໂດຍບໍ່ໃຫ້ຄົນອື່ນຮ້ອງຂໍ ນັກຮຽນນຳກັນຈຶ່ງຮັກເຂົາ, ຄອບຄົວຂອງເຂົາບໍ່ຄ່ອຍສົມບູນ ການນຸ່ງຖືຂອງມັກຈະມີຊຸດດຽວ ແຕ່ກໍສະອາດ ມີຣະບຽບ ເບິ່ງແລ້ວຄືຈັງວ່າງາມ ພໍດີກັບຕົວເຂົາ.
ຈົນພວກເຮົາຈົບອຸດົມ ໓ ແລ້ວ ພວກເຮົາກໍຍ້າຍໄປຮຽນຄົນຣະທີ່ ຍ້ອນເຂົາຮຽນເກ່ງ ແລະມີຄຸນສົມບັດດີ ເຂົາຈຶ່ງໄດ້ຖືກສັບຊ້ອນໄປຮຽນຕ່າງປະເທດ ຫາຍໜ້າຫາຍຕາໄປຫຼາຍປີ ຂ້າພະເຈົ້າກໍມາບວດ ສ້າງສາພັດທະນາວັດໄປ ແລະແລ້ວເມື່ອຂ້າພະເຈົ້າໄດ້ພົບເຂົາອີກຄັ້ງ ເຂົາໄດ້ເປັນພະນັກງານສັງກັດລັດແຫ່ງໜຶ່ງ ມີກຽດມີຍົດໃນສັງຄົມ ແລະ ເຂົາກໍຍັງທຳຕົນ ສະເໝີຕົ້ນສະເໝີປາຍ ຢູ່ໃນປະຕິປະທາຂອງເຂົາ ທີ່ເຄີຍທຳມາແລ້ວໃນອະດີດ.
ເມື່ອຂ້າພະເຈົ້າມາສະຫຼຸບເບິ່ງຊີວິດຂອງເຂົາແລ້ວ ຖືກຕ້ອງ ກັບຄຳທີ່ບູຮານວ່າມາແທ້ໆວ່າ “ດຸແລ້ວດີ ບໍ່ດຸບໍ່ດີ”.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

ອັນຄົນເຮົາເວົ້າບໍ່ເຮັດກໍເສັຍການ ເມື່ອເວົ້າແລ້ວກໍຕ້ອງເຮັດ ໃຫ້ໄດ້ ຖ້າເຮົາເວົ້າບໍ່ເຮັດກໍມັກຈະສູນເສັຍໂອກາດ ເພາະຜົນງານມັນບໍ່ຈະແຈ້ງ ອີກທາງໜຶ່ງຄວາມສຳເຣັດໃນຜົນງານນັ້ນ ແມ່ຂຶ້ນຢູ່ກັບ ການກະທຳ ການກະທຳຊິສົມມະໂນໝາຍ ກໍຕ້ອງໄດ້ຄົ້ນຄິດໃຫ້ສົມ ເຫດສົມຜົນ ສະນັ້ນການຄິດ ແລະ ເຮັດ ຍ່ອມສຳເຣັດຜົນ.
ຄົນບູຮານ ຈຶ່ງເວົ້າສະເໝີວ່າ “ເຮັດບໍ່ຄິດເສັຍງານ, ຄິດບໍ່ເຮັດນັ້ນເສັຍຄົນ” ການສ້າງຊີວິດ ແມ່ນກະທັ້ງເຮັດບຸນກະທຳທານກະຄື ກັນຫາກເວົ້າແລ້ວບໍ່ເຮັດແໜງສູ້ບໍ່ເວົ້າສາດີກວ່າ ມີເຣື່ອງຫຼາຍເຣື່ອງ ທີ່ເຄີຍພົບ ຄື ມີຄົນໜຶ່ງຖືກຄຸກ ແຕ່ລະມື້ໄດ້ອ້ອນວອນກັບເຈົ້າປ່າເຈົ້າເຂົາວ່າ “ຂໍໃຫ້ໄດ້ອອກຈາກຄຸກ ຖ້າວ່າໄດ້ອອກຊິຂໍບວດໃຫ້ ໃນບໍ່ເຫິງກໍໄດ້ອອກຈາກຄຸກ ແຕ່ເມື່ອອອກຈາກຄຸກແລ້ວ ບໍ່ໄດ້ເຮັດດັ່ງປະນິທານໄວ້ ສົນແຕ່ທຳມາຫາກິນ ຫຼິ້ນທ່ຽວໃນທີ່ສຸດ ກໍເກີດເຫດການຕ່າງໜຶ່ງ ຂຶ້ນບໍ່ສະບາຍເປັນຕົ້ນ ຕ້ອງໃຊ້ເງິນຫຼວງຫຼາຍ ໄປປິ່ນປົວໃສກໍບໍ່ເຊົາ ຈຶ່ງໄປຫາພຣະນັ່ງເບິ່ງບອກວ່າ ເຂົາໄປສາບານຫຍັງໄວ້ ແລ້ວບໍ່ແກ້ ໃນທີ່ສຸດຈຶ່ງມາບວດ ແລ້ວກໍຊ່ວງເຊົາກັບກາຍເປັນດີ” ອັນນີ້ແລ້ວມັນ ສະແດງໃຫ້ເຫັນເຖິງຄວາມບໍ່ຊື່ສັດ ເວົ້າແລ້ວບໍ່ເຮັດ ເວົ້າຈັ່ງຊີ້ກໍບໍ່ ໝາຍວ່າຈະເປັນກັບຄົນທັງໝົດ ມັນອາດເປັນສະເພາະບຸກຄົນ ແຕ່ການທີ່ ເວົ້າແລ້ວ ບໍ່ເຮັດໃນສິ່ງທີ່ຕົນເວົ້ານັ້ນ ມັນທຳໃຫ້ເຮົາເສັຍຫາຍແທ້ໆ ບໍ່ວ່າແຕ່ເວົ້າກັບຄົນ ຫຼືພຣະສົງອົງຄະເຈົ້າ ແມ່ນແຕ່ເວົ້າກັບຕົ້ນໄມ້ພູເຂົາ ກໍຍັງໃຫ້ຜົນ ເຊັ່ນນັ້ນ ອັນນີ້ຄວນຄຳນຶງ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

ບັນດານັກຮຽນຮູ້ປັນຍາຊົນ ມອງເຫັນວ່າການອ່ານເປັນເລື່ອງດີ ສາມາດທີ່ຈະພັດ ທະນາຄົນໃຫ້ເປັນມະນຸດທີ່ມີໃຈສູງ, ນັບແຕ່ສະໄໝພຸດທະການມາພຣະພຸດທະອົງຊົງສັນລະເສີນການການສຶກສາທັງມວນວ່າເປັນບັນດິດນັກປາດ ສະນັ້ນຫຼັກການສຶກສາ ໓ທາງພຣະພຸດທະສາສນາ ຈຶ່ງໄດ້ສະເໜີຍັດຕິໄວ້ວ່າ “ສິນ, ສະມາທິ ແລະປັນຍາ”.
ສິນ ຄືອາການສະຫງົບກາຍ ສະຫງົບວາຈາ ຄວາມສະຫງົບເປັນບໍ່ເກີດແຫ່ງຄວາມສຸກ ຜູ້ມີຄວາມສະຫງົບຍ່ອມສາມາດ ທີ່ຈະສ້າງສັນປັນຍາໄດ້, ຫຼັກທີ່ຈະໃຫ້ໄດ້ມາເຊິ່ງປັນຍານັ້ນ ພຣະພຸດທະອົງກໍສະເໜີຍັດຕິວ່າ ມີ ໓ ຄື ປະຣິຍັດ, ປະຕິບັດ ແລະປະຕິເວທະ.
ປະຣິຍັດ, ປະຕິບັດ ແລະປະຕິເວທະ ໄດ້ແກ່ອັນໃດ ? ຄື ປະຣິຍັດ ໄດ້ແກ່ຮຽນ ສຶກສາ, ປະຕິບັດ ກໍຄືເອົສຜົນຂອງປະຣິຍັດມາປະຕິບັດ ແລະໃຫ້ເກີດ ປະຕິເວທະ ຄື ຄວາມສຳເຣັດຜົນແຫ່ງການປະຕິບັດນັ້ນ.
ຫຼັກປະຣິຍັດນັ້ນ ຖືເອົາການສຶກສາເປັນຕົວກຳນົດວິທີການ ຫຼັກປະຣິຍັດທາງ ພຣະພຸດທະສາສນານັ້ນ ກໍມີ ໔ ປະເພດ ເຊິ່ງນັກປາດລາວບູຮານ ໄດ້ສະຫຼຸບໄວ້ສັ້ນໆ ເພື່ອໃຫ້ຈື່ງ່າຍ ຄື ສຸ, ຈິ, ປຸ, ຣິ.
໑. ສຸ = ສຸຕະມະຍະປັນຍາ : ປັນຍາເກີດໄດ້ເພາະການສູດ ການທ່ອງ, ການຈົ່ມ ການອ່ານ ແລະການສາທະຍາຍ, ການໄດ້ຍິນໄດ້ຟັງມາຫຼາຍ.
໒. ຈິ = ຈິຕຕະມະຍະປັນຍາ : ປັນຍາເກີດໄດ້ເພາະການຄິດຕືກຕອງດ້ວຍເຫດ ດ້ວຍຜົນ ດ້ວຍປັນຍາຍານຄຳພີຣະພາບ, ທີ່ກັ່ນກອງມາຈາກຄຸນຄ່າແທ້ອງຂອງປັນຫາ.
໓. ປຸ = ປຸຈສາມະຍະປັນຍາ : ປັນຍາເກີດໄດ້ເພາະການຊັກຖາມ ຂອດທີ່ມີຄວາມຂ້ອງໃຈ ແລະສາມາດນຳມາເຊິ່ງຄວາມເຂົ້າໃຈ ແລະທຳໃຫ້ຄວາມຮູ້ໃໝ່ເກີດ ແລະເຮັດຄວາມຮູ້ເກົ່າທີ່ມີຢູ່ແລ້ວເກີດຂຶ້ນອີກ, ທຳໃຫ້ໃຈມີຄວາມສະຫງົບ ແລະມີຍານະທັດສະນະ ຄືເຫັນປັນຍາດ້ວຍບັນ ແລະແກ້ປັນຫາດ້ວຍປັນຍາ.
໔. ຣິ = ຣິຈຈະນາມະຍະປັນຍາ : ຄືການຈົດແຕ້ມ ຂີດຂຽນ ແລະບັນທຶກໄວ້ເປັນລາຍັກອັກສອນ ເພື່ອຈະໄດ້ມາທວນຄືນ ຄວາມຮູ້ອັນເກົ່າ ແລະເພື່ອໃຫ້ຜູ້ສືບ ທອດຄວາມຄວາມຮູ້ນັນໄດ້ມາຕໍ່ຍອດແນວຄວາມຄິດນັ້ນ.
ບໍ່ເກີດແຫ່ງຄວາມຮູ້ນີ້ ທາງພຣະພຸດທະສາສນາສັນລະເສີນທີ່ສຸດ ແລະພຣະອົງກໍຊົງສັນລະເສິນບຸກຄົນທີ່ຈະເຣີນກ້າວໜ້ານັ້ນ ຕ້ອງປະກັບໄປດ້ວຍຜູ້ມີປັນຍາ ຫຼືຜູ້ເອົາໃຈໃສ່ກໍ່ການຜູ້ມີປັນຍາວ່າເປັນເລີດທີສຸດໃນໂລກ ທັງສະໜັບສະໜູນໃຫ້ມະນຸດສັນລະເສີນຜູ້ມີປັນຍາ ດັ່ງພຸດທະພົດວ່າ "ສັພພະທານັງ ທັມມະທານັງ ຊິນາຕິ" ການໃຫ້ທັມເປັນທານຍ່ອມຊະນະການໃຫ້ທານທັງປວງ ອັນນີ້ສະແດງໃຫ້ເຫັນວ່າ ການສ້າງປັນຍາ ຫຼືສ້າງບຸກຄົນໃຫ້ມີປັນຍານັບວ່າ ເປັນການສ້າງຄວາມໝັ້ນຄົງຂອງ ສັບພະສິ່ງ ຈຶ່ງກ່າວອຳມະຕະວາຈໄວ້ໃຫ້ພິຈາຣະນາວ່າ "ຖານຂອງຕືກ ຄືດິນຈີ່ ຖານຂອງຊີີວີ ຄືການສຶກສາ ຖານຂອງຊາດ ສາສນາ ຄືພາສາ ແລະວັດທະນະທັມ (ລາວ).
ຊາດລາວເຮົາ ດຳຣົງຄົງຕົວຢູ່ໄດ້ ມາຮອດບັດນີ້ ຍ້ອນມີຄົນເກັ່ງດ້ານການໃຊ້ສະຕິປັນຍາເທົ່ານັ້ນ ຈຶ່ງເຮັດໃຫ້ຊາດພົ້ນອອກຈາກການຄອບຄອງຂອງຊາດອື່ນ ແລະຊາດລາວຈະໝັ້ນຄົງຢູ່ໄດ້ນານເທົ່ານານ ກໍຕ້ອງມີຄົນມີຄວາມຮູ້ ແລະປັນຍານັ້ນເອງ ຈຶ່ງສົມກັບພຸດທະພົດວ່າ ປັນຍາໂລກັສສະມິງ ປັຊໂຊໂຕ = ປັນຍາເປັນແສງສະຫວ່າງໃນໂລກ. ດ້ວຍປະການສະນີ້ແລ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

- ""ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ຖືວ່າຍັງໄດ້ຜົນຢູ່ຮອດປັດຈູບັນນີ້ ແຕ່ລາງຄົນໃນສະໄໝນີ້ ເມື່ອໄດ້ຟັງຄຳນີ້ແລ້ວ ກໍຫາວ່າຄົນບູຮານສອນຜິດ ຊຳ້ບໍ່ໜຳຍັງຫາວ່າ ຄົນບູຮານສອນໃຫ້ໃຫ້ຄົນໃຈຈືດໃຈດຳ ສອນໃຫ້ຄົນເຫັນແກ່ຕົວວ່າຈັ່ງຊັ້ນກໍມີ, ແຕ່ເມື່ອສຶກສາເບິ່ງຊີວິດການເປັນຢູ່ ແລະຈິດໃຈຂອງຄົນບູຮານແລ້ວ ສັງຄົມບູຮານແລ້ວ ພັດກົງກັນຂ້າມກັບຄຳສອນ ຄືສັງຄົມຂອງເຂົາໃນສະໄໝນັ້ນ ກາຍເປັນສັງຄົມທີ່ມີຄວາມເອື້ອເຟື້ອອາທອນ, ຊ່ວຍເຫຼືອເກື້ອ******ນເຊິ່ງກັນແລະກັນ ດັ່ງເຮົາຈະເຫັນວ່າ ວ່າໃນສັງຄົມລາວເຮົານັບຖອຍກັບໄປ ໒໐ ກວ່າປີ ຄື ນັບແຕ່ປີ ໑໙໘໐ ກັບໄປ ສັງຄົມລາວໃນເມືອງໄດ້ຊ່ວຍເຫຼືອເກື້ອ******ນກັນບໍ່ວ່າຈະເປັນວຽກໜັກໜາ ວຽກເຮືອນການຊານ ຊ່ວຍເຫຼືອກັນຍາມເຈັບເປັນນັ້ນ ມັກຈະຫາມູນຄ່າບໍ່ໄດ້, ຄັນເວົ້າສັງຄົມລາວບ້ານນອກ ການກິນການຢູ່ ຫຼືສາລະພັດວຽກງານ ບໍ່ວ່າຈະແມ່ນວຽກງານດຳນາ, ວຽກງານປຸກເຮືອນ, ວຽກງານຕຳເຂົ້າ, ຫາຟືນ ເຈັບເປັນເອັນອຸ່ນ ກ່ຽວເຂົ້າ, ຕີເຂົ້າ, ຂົນເຂົ້າຂຶ້ນເລົ້າ ແລະອື່ນໆ ລ້ວນແຕ່ແມ່ນຊ່ວຍກັນດ້ວຍຄວາມເອື້ອອາທອນທັງນັ້ນ ສະນັ້ນສະໄໝນັ້ນ ເຮົາມັກຈະເຫັນ ຄຳວ່າ "ໄປພຸນກິນປາ ມາພີ້ກິນເຂົ້າ" ນອກຈາກນັ້ນກໍຍັງຍິນຄຳວ່າ "ດຳນາຊ່ວຍແຮງ, ຕີເຂົ້າຊ່ວຍເຮງ, ແລກປ່ຽນແຮງງານ" ນອກຈາກນັ້ນ ກໍຍັງມີຄຳໃໝ່ ໆ ອີກໃນບາງທ້ອງຖິ່ນ "ຊຳ້ຄົນປ່ວຍ" ຟັງເບິ່ງແລ້ວ ຄືຈ່ັງວ່າເປັນຄຳບໍ່ດີ ແຕ່ຫາກວ່າເປັນວິທີກຳທີ່ດີ ຄຳວ່າຊຳ້ຄົນປ່ວຍໝາຍຄວາມວ່າ "ເມື່ອຄອບຄົວໃດຄອບຄົວໜຶ່ງ ດຳນາແລ້ວຊ້າກວ່າ ຫຼືກ່ຽວເຂົ້າຊ້າກວ່າ ຫຼືຕີເຂົ້າຊ້າກວ່າ ຫຼືໝູ່ແລ້ວໝົດແລ້ວ ແຕ່ຕົນຍັງບໍ່ທັນແລ້ວ ຫຼືໃກ້ຊິແລ້ວ ຊາວບ້ານເຂົາກໍອວນກັນໄປດຳ, ກ່ຽວ ຫຼືຊ່ວຍຕີເຂົ້າຈົນແລ້ວ ທັງຂົນຂຶ້ນເລົ້າໃຫ້ພ້ອມດັ່ງນີ້ເປັນຕົ້ນ.

- ສະນັ້ນ ຄຳວ່າ "ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ນັ້ນເປັນຄຳບູຮານ ທີ່ສອນກັນມາທຸກຍຸກທຸກສະໄໝ ແຕ່ເປັນຫຍັງສັງຄົມຂອງເຂົາຈຶ່ງ ເຕັມໄປດ້ວຍຄວາມສຸກ ເມື່ອສິກສາເຂົ້າເລິກໆແລ້ວ ຄຳວ່າ ""ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ເປັນຄຳສອນທີ່ດີ ບໍ່ແມ່ນສອນໃຫ້ໃຈໝາຍຊາຍລະກຳເລີຍ.

- ເມື່ອເຫັນແລ້ວວ່າ ຄຳສອນ ແລະພິດຕິກັມຂອງຄົນລາວນັ້ນ ມີລັກສະນະທີ່ສວນທາງກັນ ໂດຍສະເພາະຄວາມເຂົ້າໃຈຂອງຄົນເຮົາສະໄໝນີ້ ຕໍ່ຄຳສອນບູຮານທີ່ວ່າ ""ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ກັບພຶດຕິກັມຕົວຈິງຂອງພວກເຂົານັ້ນ ມັນຍ່ອມມີທີ່ມາຊວນໃຫ້ສຶກສາ ຫາຄວາມຖືກຕ້ອງຂອງຄວາມ ໝາຍທີ່ແທ້ຈິງຂອງມັນໃຫ້ເຂົາໃຈທ່ອງແທ້.

- ເມື່ອສຶກສາເບິ່ງຄັກແນ່ແລ້ວ ເຫັນວ່າ ຄຳສອນບູຮານເລື່ອງບໍ່ໄດ້ສອນໃຫ້ຄົນເຫັນແກ່ຕົວ ຫຼືໃຈໝາຍຊາຍລະກຳ ດັ່ງທີ່ຄົນລຸ້ນໃໝ່ພວກເຮົາເຂົ້າໃຈເລີຍ ແຕ່ນັ້ນມັນແມ່ນ ຫຼັກຄຳສອນທີ່ສະຫຼາດຫຼັກແຫຼມຂອງຄົນບູຮານ ທີ່ສອນກັນ ແລະເປັນຫຼັກການສອນທີ່ຮຽກວ່າ "ບົວບໍ່ໃຫ້ຊຳ້ນຳບໍ່ໃຫ້ຂຸ່ນ ແຕ່ໄດ້ປາທັງໜອງ" ນັ້ນກໍກໍຄື ເມື່ອເຂົາວານ ເຮົາກໍຄວນຈະຊ່ວຍ, ຫາກເຮົາຊ່ວຍໂດຍທີ່ເຂົາບໍ່ວານ ອາດຈະມີບັນຫາຕາມມາທີຫຼັງ ທີ່ສຳຄັນເຮົາຕ້ອງເລືອກວ່າ ບຸກຄົນເຊັ່ນໃດ ທີ່ຄວນຊ່ວຍ ແລະບຸກຄົນເຊັ່ນໃດ ທີ່ບໍ່ຄວນຊ່ວຍ, ດັ່ງທີ່ພັກ ແລະລັດເຮົາເຄີຍເວົ້າສະເໝີວ່າ "ຈົ່ງຈຳແນກໄດ້ວ່າໃຜມິດ ໃຜສັດຕູ" ຫຼືແຍກໄດ້ວ່າ "ໃຜຊົ່ວ ໃຜດີ" ຫາກເຮົາຊ່ວຍຜິດຄົນເຮົາກໍຈະມີບັນຫາຕາມ ມາທີ່ຫຼັງກໍເປັນໄປໄດ້ ເຊັ່ນຕົວຢ່າງວ່າ :

- "ຄັ້ງໜຶ່ງນານມາແລ້ວ ຢູ່ຕ່າງປະເທດ ມີຊາຍຄົນໜຶ່ງຂີ່ລົດຈັກມາຕຳອີກກັບລົດຄັນໜຶ່ງລົດຄັນນັ້ນກໍໜີໄປ ປ່ອຍໃຫ້ຊາຍຕົນນັ້ນສະຫົຼບຢູ່ກາງຖະໜົນ ແລະແລ້ວຊາຍອີກຄົນໜຶ່ງໄດ້ທຳການຊ່ວຍ ເຫຼືອນຳສົ່ງໂຮງໝໍ ເມື່ອຊາຍຄົນນັ້ນຕື່ນຂຶ້ນມາ ກັບບອກວ່າຊາຍທີ່ຊ່ວຍນັ້ນເປັນຄົນຕຳເຂົາ ແລ້ວຍັງບອກວ່າສາຍສ້ອຍຂອງ ເຂົາກໍເສັຍເປັນເລື່ອງເປັນລາວໃຫຍ່ໂຕ ໃນທີ່ສຸດກໍພິສູດໄດ້ວ່າບໍ່ແມ່ນຄວາມຈິງ" ກໍລະນີເຊັ່ນນີ້ ໄດ້ເກີດໃນສັງຄົມໃດໜຶ່ງ ຈຶ່ງເຮັດໃຫ້ສັງຄົມສ່ວນໃຫຍ່ກາຍ ເປັນຄົນເຫັນແກ່ຕົວໄປໃນທີ່ສຸດ, ແຕ່ວ່າດ້ວຍມະນຸດສະທັມແລ້ວ ບັນດາທ່ານຕ້ອງໄດ້ຊ່ວຍຄົນທີ່ປະສົບໄຟເຊັ່ນນີ້ ຫາກວ່າພົບເຫັນ ເຖິງເຂົາບໍ່ວານເຮົາກໍຊ່ວຍ ຈະໃຫ້ເຂົາ ວານເຮົາແມ່ນບໍ່ໄດ້ເດັດຂາດ, ເພື່ອປ້ອງອັນຕະລາຍ ຫຼືບັນຫາທີ່ອາດຈະເກີດຂຶ້ນກັບເຮົາ ເຮົາເອງຜູ້ພົບເຫັນບັນຫານັ້ນແລ້ວ ໄປວານຄົນອື່ນມາຫຼາຍຄົນໃຫ້ມາຊົດຊ່ວຍ ຜູ້ທີ່ປະສົບໄພນັ້ນໃຫ້ໄດ້ ຈຶ່ງຊື່ວ່າມະນຸດສະທັມ ແຕ່ຖ້າເປັນຄົນທີ່ເຮົາຮູ້ຈັກ ເປັນພີ່ນ້ອງເຮົາ ເຖິງຖ້າເຂົາບໍ່ວານເຮົາກໍຄວນຊ່ວຍຢ່າງຍິ່ງ.

- ຄຳສອນທີ່ວ່າ "ບໍ່ເອີ້ນຢ່າຂານ ບໍ່ວານຢ່າຊ່ວຍ" ນັ້ນແມ່ນມີຄວາມສຳຄັນໃນການສ້າງສັນຄວາມສາມັກຄີ ແລະເປັນສິ່ງປ້ອງກັນອັນຕະລາຍ ບາງອັນທີ່ຈະເກີດຂື້ນໄດ້ກັບເຮົາ ຄືເຂົາປ້ອງກັນຄວາມຜິດພາດ ເນື່ອງຈາກວ່າມະນຸດເຮົານີ້ມີ "ນານາຈິດຕັງ" ເຖິງຖ້າເຮົາມີຄວາມປາດຖະໜາດີກໍຕາມ, ແຕ່ເມື່ອເຮົາຫາກ ຊ່ວຍເຂົາບໍ່ຖືກທີ່ຖືກບ່ອນ ກໍກາຍເປັນບັນຫາຊຳ້ ດັ່ງມີຕົວຢ່າງນິທານບູຮານທີ່ສອນໄວ້ດັງນີ້.

- ຄັ້ງໜຶ່ງລູກເຂີຍໃໝ່ ແຕ່ງານແຕ່ງການແລ້ວກໍຕ້ອງອອກເຮືອນອອກຊານ ແຕ່ວ່າລູກເຂີຍນັ້ນເຮັດຫຍັງກະບໍ່ເປັນ ດ້ວຍເຫດນັ້ນພໍ່ເຖົ້າຈຶ່ງມາພາເຮັດພາ ສ້າງ ວັນນັ້ນທັງພໍ່ເຖົ້າແລະລູກເຂີຍສານຝາ ວັນນັ້ນແມ່ນສານລາຍຕັ້ງ ຫຼືລາຍສາມ ທັງພໍ່ເຖົ້າແລະລູກເຂີຍ ກໍສານຄົນລະຝາ ແຕ່ວ່າລູກເຂີຍສານບໍ່ເປັນ ສານແຕ່ເຊົ້າຮອດເພນ ພໍ່ເຖົ້າໄດ້ແລ້ວສາມຝາ ສ່ວນລູກເຂີຍຍັງບໍ່ໄດ້ຈັກຝາ ສານແລ້ວມ້າງ, ມ້າງແລ້ວສານ ຢູ່ຈັ່ງຊັ້ນບໍ່ແລ້ວຈັກເທຶ່ອ ພໍ່ເຖົ້າຫຼຽວເຫັນກໍບໍ່ກ້າບອກລູກເຂີຍ ເພາະຢ້ານລູກເຂີຍອາຍ ທາງລູກເຂີຍເອງກໍບໍ່ກ້າຖາມພໍ່ເຖົ້າ ເພາະຢ້ານ ຫຼືກຽມພໍ່ເຖົ້າ ຕ່າງຝ່າຍກໍໄວ້ທ່າຕໍ່ກັນ ໃນທີ່ສຸດພໍ່ເຖົ້າອົດບໍ່ໄດ້ ຈຶ່ງຫາອຸບາຍສອນລູກເຂີຍ ຈຶ່ງທຳທ່າຕິໄລ່ໄກ່ວ່າ "ໂຊວ໌ໆໆໆໆ...ໄກ່ແມ່ກ້າຍົກຫ້າຍໍສອງ, ໂຊວ໌ໆໆໆໆ.....ໄກ່ແມ່ຍອງຍົກສອງຍໍຫ້າ" ພໍ່ເຖົ້າເວົ້າຢູ່ຈັ່ງຊັ້ນຫຼົບໄປຫຼົບມາຫຼາຍຄັ້ງ ລູກເຂີຍຍິນແລ້ວ ກໍເຂົ້າໃຈວ່າພໍ່ເຖົ້າບອກຕົນ ຈຶ່ງລອງເຮັດຕາມ ໃນທີ່ສຸດກໍສານກະແຕະໄດ້ສຳເຣັດ ນີ້ແລ້ວນະໂຍບາຍສອນຂອງຄົນບູຮານ ໃນເມື່ອເຂົາບໍ່ວານ ແຕ່ຍາກຊ່ວຍເຂົາ ເຮົາກໍຫາວິທີ ແລະຫາຈັ່ງຫວະຊ່ວຍໃຫ້ໄດ້ ຫາກເຮົາມີວິທີກໍໍອາດຈະເປັນຜົນດີແກ່ຜູ້ຊ່ວຍ ແລະຜູ້ຖືກຊ່ວຍໄດ້.

- ສະນັ້ນຈຶ່ງເຫັນວ່າ ຄຳສອນບູຮານບາງຄັ້ງກໍເວົ້າກົງ ບາງຄັ້ງກໍເວົ້າອ້ອມ ຄຳທີ່ເວົ້າທາງອ້ອມເຮົາໄປຕີທາງກົງ ກໍອາດຈະເຮັດໃຫ້ເຮົາເຂົ້າໃຈຜີດໄດ້ ຄຳສອນບູຮານ ສ່ວນໃຫຍ່ຈຶ່ງເປັນ "ອະມະຕະຄຳສອນ" ນັ້ນເອງ ຫາກໃຜຄິດເປັນ ນຳເອົາໃຊ້ເປັນກໍຈັກມີປະໂຫຍດຫຼວງຫຼາຍແລ.



LaoUpload.com au8ust.org LaoJobs.net UploadDer.com Tamsang.com 5tutor.net