ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ຜູ້ຊາຍຄົນຫນື່ງຢາກແຕ່ງງານ

ແຕ່ບໍ່ຮູ້ຊິເລືອກໃຜລະຫວ່າງສາວສາມຄົນ

ລາວເລີຍໃຫ້ຂອງຂວັນເປັນເງີນສາມສິບລ້ານໃຫ້ແກ່ສາມຄົນ

ແລ້ວຖ້າເບີ່ງວ່າທັງສາມຄົນຊິເຮັດຈັ່ງໃດ໋ກັບເງິນທີ່ໃຫ້ໄປ

ຄົນທຳອິດເອົາເງິນທັງຫມົດມາຊື້ເຄື່ອງແຕ່ງໂຕ

ລາວເຂົ້າຮ້ານເສີມສວຍເຮັດຜົມໃຫມ່ແຕ່ງຫນ້າໃຫມ່ຊື້ຊຸດງາມໆແພງໆໃສ່

ລາວບອກວ່າທີ່ເຮັດໄປທັງຫມົດກໍ່ເພາະຢາກງາມສຳລັບຊາຍຄົນນັ້ນ

ເພາະລາວຮັກຊາຍຄົນນັ້ນຫລາຍ

ຊາຍຄົນນັ້ນປະທັບໃຈລາວຫລາຍ

ສາວຄົນທີ່ສອງໄປຊື້ຂອງໃຊ້ສຳລັບຜູ້ຊາຍໃຫ້ຜູ້ຊາຍຄົນນັ້ນ

ລາວຊື້ໂມງແພງໆຊື້ໂນ໊ດບຸກຊື້ລົດໂອໂຕ…

ແລະເສື້ອຜ້າແພງໆໃຫ້ເຂົາ

ຕອນລາວໃຫ້ຂອງຂວັນຊາຍຄົນນັ້ນລາວເວົ້າວ່າຂ້ອຍໃຊ້ເງິນທັງຫມົດເພື່ອເຈົ້າຄົນດຽວ

ເພາະຂ້ອຍຮັກເຈົ້າລາວກໍ່ປະທັບໃຈເຊັ່ນດຽວກັນ

ຄົນທີ່ສາມເອົາເງິນໄປລົງທຶນເປີດຮ້ານຂາຍເຄື່ອງເມື່ອໄດ້ກຳໄລລາວສົ່ງເງິນຊາຍຄົນນັ້ນຄືນ30ລ້ານ

ແລະລົງທືນຕໍ່ໂດຍໃຊ້ຊື່ຮ່ວມກັນ

ລາວບອກວ່າລາວຢາກເກັບເງິນໄວ້ເພື່ອອານາຄົດຂອງເຮົາ

ເພາະລາວຮັກຊາຍຄົນນັ້ນທີ່ສຸດ

ຊາຍຄົນນັ້ນປະທັບໃຈສຸດແສນຈະປະທັບໃຈ

ຊາຍຄົນນັ້ນຄິດຢູ່ເປັນເດືອນກັບວິທີໃຊ້ເງິນຂອງແຕ່ລະຄົນ
ແລະແລ້ວລາວກໍ່ເລືອກທີ່ຈະແຕ່ງານກັບຜູ້ທີ່ນົມໃຫຍ່ທີ່ສຸດ

ຜູ້ຊາຍກະເປັນຊີ້ແຫລະຮູ້ໄວ້ເດີ້ 555555555555555555555


-----------------------------------------------------------

ທີ່ມາຂອງເລື່ອງ http://devsmudger.laoblogger.com/2008/03/17/ວິທີເລືອກສາວແຕ່ງງານຂອງຜູ້ຊາຍ/
Delicious Digg Fark Twitter