ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ກິນຢາແລ້ວນອນທັນທີນັ້ນອາດຈະຕາຍແທ້ບໍ່? ເປັນຄຳຖາມທີ່ຫຼາຍໆ ຄົນໄດ້ອ່ານອີເມລທີ່ມີການສົ່ງຕໍ່ໆ ກັນໄປແລ້ວຢາກຮູ້ຄຳຕອບ

ກ່ຽວກັບເລື່ອງນີ້ ນາຍແພດ ກຣິດສະດາ ສິຣາມພຸດ ຜອ. ສະຖາບັນເວດຊະສາດອາຍຸວັດນານາຊາດ ປະເທດໄທ ບອກວ່າ ມີສ່ວນແທ້ຢູ່ຫຼາຍ ເພາະການກິນຢາກ່ອນນອນນັ້ນ ຄືກິນຢາແລ້ວນອນທັນທີ ຢາອາດໄປຈັບຢູ່ບ່ອນຫຼອດອາຫານ ຢູ່ເຄິ່ງກາງລະຫວ່າງຄໍຫອຍກັບກະເພາະອາຫານ ພໍຢາໄປຕິດຢູ່ບໍລິເວນດັ່ງກ່າວກໍຈະໄປກັດ ເຮັດໃຫ້ຫລອດອາຫານເກີດແຜຂຶ້ນມາ ຫຼັງຈາກເກີດແຜຫຼາຍໆ ຄົນທີ່ກິນຢາຈະຮູ້ສຶກວ່າຮ້ອນ ແໜ້ນໜ້າເອິກ ປະມານ 3 ໂມງເຊົ້າຈະຕື່ນຂຶ້ນມາເລີຍ ເພາະແໜ້ນໜ້າເອິກ ເຊິ່ງມັນມັກຈະເກີດຍ້ອນກິນຢາສອງປະເພດຄື ຢາທີ່ເປັນກົດ ປະເພດວິຕາມິນຊີ ແລະຢາປະເພດພວກແຄບຊູນໜຽວໆ ຈະມີບັນຫາຕິດຫລອດລົມຫຼາຍ.

ວິທີງ່າຍໆ ຄືຈະຕ້ອງດື່ມນ້ຳຕາມຫຼັງຫຼາຍໆ ຫຼັງຈາກທີ່ກິນຢາ ຈາກນັ້ນຖ້າປະມານເຄິ່ງຊົ່ວໂມງແລ້ວຄ່ອຍນອນ ເພື່ອໃຫ້ໝັ້ນໃຈວ່າຢາທີ່ກິນເຂົ້າໄປນັ້ນຜ່ານໄປຮອດກະເພາະອາຫານແລ້ວ ເພາະວ່າຢາບາງຢ່າງເວລາກິນນ້ຳໃສ່ຫຼາຍໆ ເຮົາຈະຮູ້ສຶກເລີຍວ່າ ມັນໄຫຼຈາກຄໍລົງໄປທ້ອງ ແຕ່ຖ້າເຮົາກິນນ້ຳໜ້ອຍ ເຮົາກໍຈະບໍ່ຮູ້ສຶກຫຼາຍ ພຽງແຕ່ຮູ້ສຶກວ່າມັນຫາຍໄປຈາກຄໍ ແຕ່ບໍ່ໄດ້ໝາຍຄວາມວ່າຢາຈະລົງໄປທີ່ກະເພາະອາຫານ ເຊິ່ງທີ່ຈິງມັນອາດຕິດຢຸູ່ຫຼອດອາຫານກໍເປັນໄດ້.

ດັ່ງນັ້ນແລ້ວ ການກິນຢາກ່ອນນອນ ຢ່າຟ້າວນອນເທື່ອ ໂດຍສະເພາະແມ່ນຄົນທີ່ມີພາວະກົດໄຫຼຍ້ອນ ຖ້າຢາໄປຕົກຢູ່ບ່ອນຫຼອດອາຫານຈະເຮັດໃຫ້ເກີດເປັນແຜ ຈົນແຜນັ້ນທະລຸ ຖ້າເປັນເຮື້ອຮັງດົນໆ ກໍອາດກໍ່ໃຫ້ເປັນມະເຮັງໄດ້ຕໍ່ໄປ ຄ້າຍກັບວ່າມີລະເບີດເວລາຢູ່ຫຼອດອາຫານນັ້ນເອງ ອັນຕະລາຍກວ່າຄົນທົ່ວໄປທີ່ບໍ່ມີພາວະກົດໄຫຼຍ້ອນ.

ຖາມວ່າເວລາກິນຢາຄວນດື່ມນ້ຳເຢັນຫຼືນ້ຳອຸ່ນ ຂໍຕອບວ່າ ດື່ມໄດ້ທັງສອງປະເພດ ແຕ່ຄວນຫຼີກເວັ້ນນ້ຳໝາກໄມ້ບາງຊະນິດໃນກຸ່ມນ້ຳໝາກກ້ຽງ ນ້ຳໝາກນາວ ພວກນີ້ ເພາະມັນເຮັດໃຫ້ຢາແຕກໂຕໄວຂຶ້ນຕັ້ງແຕ່ໃນປາກ ແທນທີ່ຈະດູດຊຶມຢູ່ກະເພາະອາຫານ ກໍຈະແຕກໂຕໃນປາກແທນ ບໍ່ຊ່ວຍຮັກສາພະຍາດ ແຖມເຮັດໃຫ້ຢາດູດຊຶມໄດ້ບໍ່ດີນຳ.

ສ່ວນທີ່ບອກວ່າ ຫ້າມກິນຢາພ້ອມນົມ ຫຼືຫ້າມກິນຢາຫຼັງຈາກດື່ມນົມນັ້ນ ຄວາມຈິງແລ້ວສາມາດດື່ມນົມພ້ອມກັບຢາໄເດ້ ແຕ່ມີຂໍ້ຍົກເວັ້ນກັບຢາບາງປະເພດເຊັ່ນວ່າ ເຕຕຣ້າໄຊຄລິນ ດອຊີໄຊຄລີນ ເຊິ່ງເປັນຢາຂ້າເຊື້ອ ຢາຮັກສາສິວຈະກິນກັບນົມບໍ່ໄດ້.

ຖ້າຢາຊະນິດດຽວກັນ ແຕ່ມີຫຼາຍແບບເຊັ່ນ ເປັນເມັດ ເປັນນ້ຳ ຫຼືເປັນແຄບຊູບເປັນຫຼອດ ຄວນກິນຊະນິດໃດດີ? ຕອບວ່າ ກິນຢາເມັດຈະດີກວ່າຢາປະເພດອື່ນ.

ຢ່າງໃດກໍຕາມ ສິ່ງທີ່ຢາກຈະແນະນຳກໍຄື ຢາທີ່ບໍ່ໄດ້ຜະລິດມາໃນຮູບແບບທີ່ສາມາດແບ່ງໄດ້ເຊັ່ນ ພວກຢາແຄບຊູນ ເປັນຫຼອດໆ ຫ້າມແບ່ງເດັດຂາດ ເພາະມີບາງຄົນເອົາໄປໃສ່ໃນນ້ຳຫວານ ຫຼືນ້ຳຕ່າງໆ ໃຫ້ລູກກິນ ອັນນີ້ບໍ່ຖືກ ການແບ່ງຢາຈະເຮັດໃຫ້ຢາບໍ່ອອກລິດດີ ແລະອາດເກີດອັນຕະລາຍໄດ້.

ບົດສຳພາດໂດຍ ນະວະພັດ ບຸນຊານ
ແປລາວໂດຍ au8ust
ຈາກ
DailyNews.co.th